ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບ ​​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ

(GMT+08:00) 2012-11-07 12:39:45     cri


(ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບ ​​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ)

ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9 ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ ​ໃນ​ວັນ​ທີ 6 ພະຈິກ​ 2012 ພາຍຫລັງ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ ​ເຊິ່ງກອງ​ປະຊຸມ​ດັ່ງກ່າວ ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ຫລາຍ​ບັນຫາ.

​ໃນ​ພິທີ​ປິດ, ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດຖະມົນຕີ​ລາວໄດ້​ກ່າວ​ວ່າ: ກອງ​ປະຊຸມ​ມີ​ຄວາມ​ເຫັນ​ຄິດ​ວ່າ: ການ​ປຶກສາ​ຫາລື​ບົນ​ຈິດ​ໃຈ ​ແລະ ບັນຍາກາດ​ແຫ່ງ​ໄມຕີ​ຈິດ​ມິດຕະພາບ ກົງ​ໄປ​ກົງ​ມາ ​ແລະ ​ເປີດ​ອົກ​ເປີດ​ໃຈ​ຂອງ​ຜູ້​ແທນ​ເຮັດ​ໃຫ້​ເຂົ້າ​ໃຈ​ກັນ​ຫລາຍ​ຂຶ້ນ ​ແລະ ​ເປັນ​ເອກະສັນ​ກັນ​​ໃນ​ຫລາຍ​ບັນຫາ​ທີ່​ສຳຄັນ ບໍ່​ວ່າການ​ພົວພັນ​ເຖິງ​ຈະ​ແມ່ນ​ການ​ພົວພັນ​ລະຫວ່າງ​ທະວີບ​ຂອງ​ພວກ​ເຮົາ​ກໍ່​ຄືບັນຫາ​ສິ່ງ​ທ້າ​ທາຍ​ທີ່​ໂລກ​ກຳລັງ​ປະ​ເຊີນ​ໜ້າ​ໃນ​ປັດຈຸບັນ ​ໄດ້​ແລກປ່ຽນ​ບົດຮຽນ ​ແລະ ປະສົບ​ການ ​ໄດ້​ສະ​ເໜີ​ແນວ​ຄວາມ​ຄິດ​ຂໍ້​ລິ​ເລີ່​ມທີ່​ສ້າງສັນ​ໂດຍ​ວິ​ໄສ​ທັດ​ທີ່​ແນ່​ໃສ່​ໃຫ້​ອາ​ເຊັມ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ມີ​ຄຸນນະພາບ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ອາ​ເຊັມ, ການ​ປຶກສາ​ຫາລື​ທີ່​ອຸດົມ​ຮັ່ງມີ​ນີ້​ຊີ້​ບອກ​ເຖິງ​ຄວາມ​ຮັບຜິດຊອບ​ສູງ ​ແລະ ຄຳ​ໝັ້ນ​ໝາຍ​ຂອງ​ພວກ​ເຮົາ ​ເພື່ອ​ຮັ​ບປະກັນ​ໃຫ້ການ​ເປັນ​ຄູ່​ຮ່ວມ​ລະຫວ່າງ​ອາຊີ-ເອີ​ຣົບ ສາມາດ​ບັນ​ລຸ​ເປົ້າໝາຍ​ອັນ​ສູງ​ສົ່ງຂອງ​ພວກ​ເຮົາ​ຄື: ​ເຮັດ​ໃຫ້​ອາ​ເຊັມມີ​ບົດບາດ​ສຳຄັນ​ສູງ​ຂຶ້ນ​ຕໍ່​ສັນຕິພາບ ​ແລະ ການ​ພັດທະນາ​ຢູ່​ສອງ​ທະວີບ​ຂອງ​ພວກ​ເຮົາ ກໍ​ຄື​ຢູ່​ໃນ​​ໂລກ, ຂີດ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດອາຊີ​​-​ເອີຣົບ ຄັ້ງ​ທີ 9 ນີ້ ​ແມ່ນ​ພວກ​ເຮົາ​ໄດ້​ຮັບຮອງ​ເອົາ​ຖະ​ແຫ່ງ​ການ​ວຽງ​ຈັນ ວ່າ​ດ້ວຍການ​ຮັດ​ແໜ້ນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິ​ພາບ ​ແລະ ການພັດທະນາ ​ເຊິ່ງ​ໃນ​ນັ້ນ​ບັນດາ​ຜູ້ນຳ​ໄດ້​ຢືນຢັນ​ຕໍ່​ບັນຫາ​ດັ່ງກ່າວ ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ພວກ​ເຮົາ​ໄດ້​ດຳລົງ​ຊີວິດ​ດ້ວຍ​ສັນຕິພາບ ​ສະຖຽນ​ລະ​ພາ​ບອັນ​ແທ້​ຈິງ ທັງ​ໝັ້ນຄົງ ຍາວ​ນານ ນັບຖື​ສິດ​ຂອງ​ປະຊາຊົນ​ອາ​ເຊັມພວກ​ເຮົາ ​ໃນ​ການ​ເລືອກ​ລະບອບ​ການ​ເມືອງ ກໍ​ຄື​ສະ​ແດງ​ເຈດ​ຕະນາ​ລົມ​ອັນ​ແຮງ​ກ້າ​ໃນ​ການ​ຮັດ​ແໜ້ນ​ການ​ເປັນ​ຄູ່​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ທີ່​ຍືນ​ຍົງ ​ແລະ ຄວາມ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ແກ້​​ໄຂ​ບັນຫາ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ເສດຖະກິດ-ສັງຄົມ ທີ່​ສຳຄັນ​ຂອງ​ໂລກ.

ພວກ​ເຮົາ​ຍັງ​ໄດ້​ຮັບຮອງ​ເອົາ​ຖະ​ແຫ່ງ​ການ​ຂອງ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄັ້ງ​ທີ 9 ​ເຊິ່ງ​ໄດ້​ສັງ​ລວມ​ເອົາຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ ​ໃນ​ຫລາຍ​ບັນຫາມາ​ປຶກສາ​ຫາລືກັນ​ໃນ​ຕະຫລອດ​ສອງ​ວັນ​ທີ່​ຜ່ານ​ມາ ການ​ປຶກສາ​ຫາລື​ດ້ານ​ເສດຖະກິດ ​ເປັນ​ບັນຫາ​ທີ່​ບັນດາ​ຜູ້ນຳ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ​ເສດຖະກິດ​ໂລກ​ທີ່​ຈະ​ໄດ້​ສືບ​ຕໍ່​ຂະຫຍາຍ​ການຮ່ວມມື​ທາງ​ດ້ານ​ເສດຖະກິດ​ການ​ເງີ​ນ ການ​ຄ້າ​ລະຫວ່າງ​ສອງ​ທະວີບ ປະກອບສ່ວນ​ເຮັດ​ໃຫ້​ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ສົມສ່ວນແຂງ​ແຮງ ​ແລະ ຍືນ​ຍົງ ກ້າວ​ໄປ​ສູ່​ການ​ຮັດ​ແໜ້ນ ທັງ​ກ້າວ​ໄປ​ສູ່​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ລະດັບ​ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ກັນ​ ເພື່ອ​ຮັບປະກັນ​ໃຫ້​ແກ່ຜົນ​ປະ​ໂຫຍ​ດພື້ນຖານ​ແຫ່ງ​ສະ​ຖ່ຽນລະ​ພາບ ​ແລະ ມີ​ການ​ພັດທະນາ, ພວກ​ເຮົາ​ຍັງ​ໄດ້ຮັບຮອງ​ເອົາ​ບັນດາ​ຂໍ້​ລິ​ເລີ່​ມ​  ໃໝ່ ​ເພື່ອ​ສົ່ງ​ເສີມ ​ແລະ ຂະຫຍາຍ​ສາຍ​ພົວພັນ​ທາງ​ດ້ານວັດທະນາ​ທຳ-ສັງຄົມ ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ ​ເຊິ່ງທັງ​ໝົດ​ນີ້​ລ້ວນ​ແຕ່​ສົ່ງ​ເສີມ​ໃຫ້​ປະຊາຊົນ​ສອງ​ທະວີບອາຊີ-​ເອີຣົບ ​ໄດ້​ໄປມາຫາ​ສູ່​ກັນ​ຫລາຍ​ຍິ່ງ​ຂຶ້ນ ​ເພີ່ມ​ທະວີ​ໄມຕີ​ຈິດ​ຕໍ່​ກັນ ​ແລະ ຮັດ​ແໜ້ນ​ຄວາມ​ສາມັກຄີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ.

ສຳ​ລັບ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄັ້ງ​ທີ 10 ສະຫະພາບເອີ​ຣົບ ​ເປັນ​ເຈົ້າພາບ ​ເຊິ່ງຈະ​ໄດ້​ຈັດ​ຂຶ້ນ​ທີ່​ນະຄອນ ບຸກ​ແຊນ ປະ​ເທດ​​ແບນ​ຊິກ ອີກ 2 ປີ​ຂ້າງ​ໜ້າ.