ບົດຖະ​ແຫຼ​ງຂ່າວ​ຂອງ​ທ່ານ​ທອງ​ສິງ ທຳ​ມະ​ວົງ ກ່ຽວ​ກັບຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງທີ 9

(GMT+08:00) 2012-11-07 14:24:24     cri
ພະນະ​ທ່ານ,
ບັນດາ​ແຂກ​ຜູ້​ມີ​ກຽດ
ບັນດາ​ທ່ານ​ສື່​ມວນ​ຊົນ,
ທ່ານ​ຍິງ​ແລະ​ທ່ານຊາຍ:
ກອງ​ປະຊຸມ​ສຸດຍອດ​ອາ​ເຊັມຄັ້ງ​ທີ 9 ​ໄດ້​ເປີດ​ຂື້ນ​ແລະ​ດໍາ​ເນີນ​ວຽກງານ​ມາ​ເປັນ​ເວລາ 2 ວັນ​ລະຫວ່າງ​ວັນ​ທີ 5-6 ພະຈິກ​ 2012 ປິດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ​ມື້​ນີ້ ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ຈົບງາມ. ​ໃນນາ​ມປະທານ​ກອງ​ປະຊຸມ​ຂ້າພະ​ເຈົ້າ​ຂໍ​ແຈ້ງ​ໝາກຜົນ​ສໍາຄັນ​ຂອງ​ກອງ​ປະຊຸມ​ຕໍ່​ບັນດາ​ທ່ານ​ສື່​ມວນ​ຊົນ​ດັ່ງ​ນີ້:
 ບັນດາ​ຜູ່​ນໍາ​ອາ​ເຊັມ​ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ໃນ​ຫຼາຍ​ບັນຫາ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ​​ແລະ​ວັດທະນະ​ທໍາ ​ແລະ​ກໍ່​ໄດ້​ຮັບຮອງ​ເອົາ​ 2 ເອກະສານ​ສໍາຄັນຄື: ຖະ​ແຫຼ​ງການ​ວຽງ​ຈັນ​ວ່າ​ດ້ວຍ​ການ​ຮັດ​ແໜ້ນ​ການ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລ​ະການ​ພັດ​ຖະນາ​ແລະ​ບົດ​ຖະ​ແຫຼ​ງຂອງ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9 ໝາກຜົນ​ທັງ​ໝົດ​ສາມາດ​ສັງ​ລວມ​ເນື້ອ​​ໃນ​ທີ່​ສໍາຄັນ​ດັ່ງ​ນີ້:
1. ບັນດາ​ຜູ້​ນໍາ​ອາ​ເຊັມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ​ແລະ​ມີ​ຄໍາ​ເຫັນ​ວ່​າການ​ເຕີບ​​ໂຕ​ທາງ​ດ້ານ​ເສດຖະກິດ​ທີ່​ຍືນ​ຍົງ​ແລະ​ແຂງ​ແຮງ​ຍາວ​ນານ​ແລະ​ສົມ​ດູ​ນ​ຂອງ​ເສດຖະກິດ​ໂລກ. ບັນດາ​ຜູ້​ນໍາ​ໄດ້​ເນັ້ນ​ເຖິງ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ສືບ​ຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັນ​ທາງ​ດ້ານ​ເສດ​ກິດ​ແລະ​ການ​ເງິນ​ລະຫວ່າງ​ອາຊີ​ແລະ​ເອີຣົບຕໍ່​ໄປ.
2.ນອກ​ນີ້​ຜູ້​ນໍາ​ໄດ້​ປຶກສາ​ຫາລື​ບັນຫາ​ທີ່​ກໍາລັງ​ທ້າ​ທາຍ​ໃນ​ໂລກ​ໃນ​ປັດຈຸບັນ​ແລະ​ເຫັນ​ວ່າ​ອາຊີ​ແລະ​ເອີຣົບຄວນ​ສື​ບຕໍ່​ຮ່ວມ​ມື​ກັນ​ໃຫ້​ໄກ້​ສິດ​ຍິ່ງ​ຂືນ​ໃນ​ການ​ຕ້າ​ການ​ກໍ່​ການ​ຮ້າຍ, ສ້າງ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ພະລັງງານ​ແລະ​ສະ​ບຽງອາຫານ, ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຈັດການ​ທີ່​ດີ​ກັບ​ສັບພະ​ຍາກ​ອນນໍ້າ, ການ​ຄຸ້ມ​ຄອງ​ແລະ​ການ​ຫຼຸດຜ່ອນ​ໄພພິບັດ​ແລະ​ບັນຫາ​ອື່ນໆ.
3. ນອກຈາກ​ນັ້ນ​ກໍ່​ໄດ້​ແລກປ່ຽນ​ບັນຫາ​ຂອງ​ພາກ​ພື້ນ​ເປັນ​ຕົ້ນ​ສະພາບ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ຂອງ​ອາ​ຊຽນ, ສະພາບ​ການ​ຢູ່​ໃນ​ອາຊີ, ສະພາບ​ການ​ຢູ່​ເອີ​ຣົບ, ຕາ​ເວັນ​ອອກ​ກາງ, ອາ​ຝຣິກກາ​ແລະ​ອື່ນໆ​ເຊິ່ງທັງ​ສອງ​ທະວີບ​ລ້ວນ​ແຕ່​ມີ​ຄວາມ​ສົນ​ໃຈ.
4. ນອກ​ຈາ​ກນັ້ນບັນດາ​ຜູ້​ນໍາ​ກໍ່​ຍັງັ​ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ນໍາ​ກັນ​ກ່ຽວ​ກັບ​ດ້ານ​ວັດທະນະ​ທໍາ​ສັງຄົມ, ການ​ໄປ​ມາ​ຫາ​ສູ່​ກັນ​ຊອງ​ປະຊາຊົນ, ສຸກ​ຍູ້​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ເພື່ອ​ເສີມ​ສ້າງ​ມິດຕະພາບ​ແລະ​ຄວາມ​ເຂົ້າ​ອົກ​ກ​ເຂົ້າ​ໃຈ​ອັນ​ດີ​ຕໍ່​ກັນ​ຂອງ​ປະຊາຊົນ 2 ທະວີບ​ພວກ​ເຮົາ.
5.ກອງ​ປະຊຸມ​ຍັງ​ໄດ້​ປືກສາ​ຫາລື​ກ່ຽວ​ກັບ​ອານາຄົດ​ຂອງ​ອາ​ເຊັມ, ​ເພື່ອ​ເຮັດ​ໃຫ້​ອາ​ເຊັມມີ​ການ​ຂະຫຍາຍ​ການ​ຮ່ວມ​ມື​ຮອບ​ດ້ານ​ເພື່ອ​ປັບປຸງ​ວຽກ​ງານ​ຂອງ​ອາ​ເຊັມ​ໃຫ້​ມີ​ຄວາມ​ເປີດ​ກວ້າງ​ແລະ​ມີ​ປະສິດທິ​ຜົນ​ຍິ່ງ​ຂື້ນ​ເທື່ອ​ລະ​ກ້າວ.
6.  ອາ​ເຊັມ​ໄດ້​ຮັບ​ເອົາ​ສະມາ​ຊິກ​ໃໝ່ 3 ປະ​ເທດ​ຄື: ບັງ​ກະລາ​ເທດ, ນອກ​ແວ ​ແລະ​ສະ​ວິດ​ເຊິ່ງປັດຈຸ​ບັນ​ໄດ້​ມີ​ຄູ່​ຮ່ວມ​ທັງ​ໝົດ 51 ຄູ່​ຮ່ວມ. ​ເຫດການ​ດັ່ງກ່າວ​ນີ້​ໄດ້​ຢືນຢັນ​ເຖິງ​ຄວາມ​ສໍາຄັນ​ຂອງ​ເວ​ທີ​ປືກສາ​ຫາລື​ນີ້​ວ່າ​ເປັນ​ເວທີ​ຍຸດ​ທະ​ສາດ​ຂອງ​ການ​ປືກສາ​ຫາລື​ເພື່ອ​ແລກປ່ຽນ​ຄໍາ​ຄິດ​ເຫັນ​ລະຫວ່າງ​ສອງ​ທະວີບອາຊີ​ແລະ​ເອີຣົບຢ່າງ​ແທ້​ຈິງ.
 ອັນ​ທີ່​ພົ້ນ​ເດັ່ນ​​ໃນ​ກອງ​ປະຊຸມ
1. ບັນດາ​ຜູ້​ນໍາ​ອາ​ເຊັມ ​ໄດ້​ເຫັນ​ພ້ອມ​ຮ່ວມ​ກັນ ບັນດາ​ປະ​ເທດ​ສະມາຊິກ​ຈະ​ຄົງ​ຢູ່​ຮ່ວມ​ກັນ​ໃນ​ສັນຕິພາບ ​ແລະ​ສ້າງ​ໃຫ້​ມີ​ສະ​ຊຽນລະ​ພາບ​ອັນ​ໝັ້ນຄົງ​ຍາວ​ນານ​ໃຫ້​ແກ່​ປະຊາຊົນ, ລົບ​ລ້າງ​ສົງຄາມ​ອອກ​ຈາກ​ມະນຸດ, ບໍ່​ໃຊ້​ກໍາລັງ​ຕໍ່​ກັນ, ບໍ່​ແຊກ​ແຊງ, ບໍ່​ແຊກ​ແຊງ​ເຂົ້າ​ໃນ​ກິດຈະການ​ຂອງ​ກັນ​ແລະ​ກັນ​ບໍ່​ວ່າ​ຈະ​ໂດຍ​ທາງ​ກົງ​ຫຼື​ທທາງ​ອ້ອມ​ແລະ​ແກ້​ໄຂ​ບັນຫາ​ຂັດ​ແຍ່ງ​ຕ່າ​ງໆ​ທີ່​ເກີດ​ຂື້ນ​ໂດຍ​ສັນຕິ​ວິທີ.
2. ບັນດາ​ຜູ້​ນໍາ​ສະມາ​ຊິກ​ອາ​ເຊັມ​ໄດ້​ຕົກລົງ​ກັນຈະ​ນັບຖື​ສິດ​ໃນ​ປະຊາຊົນ​ອາ​ເຊັມ​ໃນ​ການ​ເລືອກ​ລະບອບ​ການ​ເມືອງ, ​ເສດຖະກິດ, ສັງຄົມ​ຂອງ​ຕົນ​ເອງ.
3.ນອກຈາກ​ນັ້ນ​ບັນດາ​ຜູ້​ນໍາ​ອາ​ເຊັມຍັງ​ຕົກລົງ​ແລະ​ຮ່ວມ​ມື​ກັນ​ເພື່ອ​ພັດທະນາ​ທີ່​ຍືນ​ຍົງ, ຮັບປະກັນ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ທີ່​ໝັ້ນ​ທ່ຽງ​ເພື່ອ​ສ້າງ​ຄວາມ​ກົມກຽວ​ກັບ​ການ​ພັດທະນາ​ທາງ​ສັງຄົມ​ແລະ​ການ​ປົກປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ມີ​ຄໍາ​ໝັ້ນ​ໝາຍ​ນໍາ​ກັນ​ວ່າ: ຈະ​ພະຍາຍາມ​ຮັດ​ສ່ອງ​​ແຄບ​ຊ່ອງ​ຫວ່າງ​ຄວາມ​ແຕກ​ໂຕນ​ຂ​ອງລະດັບ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ຊຸກຍູ້​ການ​ຕິກ​ຈອດ​ແລະ​ການ​ສ້າງ​ເງື່ອນ​ໄຂ​ໃຫ້ການ​ເຊື່ອມ​ໂຍງ​ກັນ​ໃຫ້​ໄວ​ຂື້ນ.
ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9 ​ໄດ້​ດໍາ​ເນີນ​ໃນ​ບັນຍາກາດ​ທີ່​ອົບ​ອຸ່ນ, ສ້າງສັນ​ແລະ​ດ້ວຍ​ໄມຕີ​ຈິດ ​ແລະ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ມີ​ການ​ຮ່ວມ​ມື​ນໍາ​ກັນ​ຢ່າງ​ສ້າງສັນ​ແລະ​ແຕກ​ດອກ​ອອກ​ຜົນ.
 ຕາງ​ນ້າ​ໃຫ້​ລັດຖະບານ​ແຫ່ງ ສປປ ລາວ, ຂ້າພະ​ເຈົ້າ​ຂໍ​ສະ​ແດ​ງຄວາມ​ຂອບ​ໃຈ​ຕໍ່​ການ​ຮ່ວມ​ມື​ຂອງ​ບັນດາ​ປະມຸກ​ລັດ, ຫົວໜ້າ​ລັດຖະບານ, ຫົວໜ້າ​ຄະນະ​ຜູ້​ແທນ​ເຮັດ​ໃຫ້​ກອງ​ປະຊຸມ​ສໍາ​ເລັດ​ຜົນ​ຢ່າງ​ສະຫງ່າ​ງາ​ມ.
ຂໍ​ຂອບ​ໃຈ!