ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປປ ລາວ ອວຍພອນ​ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ສະຫງ່າ​ງາມ

(GMT+08:00) 2012-11-08 11:48:27     cri
ວັນທີ 8 ພະຈິກ 2012 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິ ວັດລາວໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານ
ສູນກາງພັກກອມມູນິດຈີນທີ່ນະຄອນຫລວງປັກກິ່ງ, ​ເຊິ່ງມີເນື້ອໃນດັ່ງນີ້:

ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກ ກອມມູນິດຈີນຢ່າງສະຫງ່າຜ່າເຜີຍ, ໃນນາມຄະນະບໍລິ
ຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍ
ອັນອົບອຸ່ນ, ພອນໄຊອັນປະເສີດ, ແລະ ຄວາມສາມັກຄີ ອັນສະຫນິດສະຫນົມຖານສະຫາຍອ້າຍນ້ອງມາຍັງຄະນະບໍລິຫານງານສູນ
ກາງ ພັກກອມມູນິດຈີນ, ບັນດາຜູ້ແທນກອງປະຊຸມໃຫຍ່ ແລະ ຜ່ານກອງປະຊຸມໃຫຍ່ ໄປຍັງສະມາຊິກພັກກອມມູນິດຈີນແລະປະຊາ
ຊົນຈີນອ້າຍນ້ອງທຸກຖ້ວນຫນ້າ. ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ, ໃນຕະຫລອດໄລຍະ ທີ່ຜ່ານມາ, ໂດຍ
ສະເພາະແມ່ນນັບແຕ່ ສປ ຈີນ ດຳເນີນນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ໂລກພາຍນອກມາໄດ້ 30 ກວ່າປີມານີ້, ພິເສດໃນ
5 ປີແຫ່ງການປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ 17 ຂອງພັກ, ປະຊາຊົນຈີນອ້າຍນ້ອງໄດ້ຮັບ ຜົນສຳເລັດໃຫຍ່ຫລວງ, ຮອບ
ດ້ານ, ມີຄວາມຫມາຍປະຫວັດສາດ, ອັນໄດ້ເຮັດໃຫ້ ຖານະບົດບາດ ແລະ ອິດທິພົນຂອງພັກກອມມູນິດຈີນ ໄດ້ຮັບການເພີ່ມທະວີ
ຂຶ້ນ ຢ່າງບໍ່ຢຸດຢັ້ງ, ທັງຢູ່ພາຍໃນປະເທດ ແລະ ທັງໃນເວທີພາກພື້ນແລະສາກົນ. ບັນດາຜົນສຳເລັດດັ່ງກ່າວເປັນການຢັ້ງຢືນອີກ
ເທື່ອຫນຶ່ງຕໍ່ແນວທາງອັນຖືກຕ້ອງ, ສະຫລາດສ່ອງໃສ, ແລະ ເດັດດ່ຽວຫນຽວແຫນ້ນຂອງພັກກອມມູນິດຈີນ. ໃນຖານະເປັນສະຫາຍ
ແລະເພື່ອນມິດ, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ​ຢ່າງສຸດອົກສຸດໃຈຕໍ່ຫມາກຜົນອັນໃຫຍ່ຫລວງທີ່ພັກ, ລັດ ແລະປະຊາຊົນ
ຈີນອ້າຍ ນ້ອງຍາດມາໄດ້ໃນຕະຫລອດໄລຍະທີ່ຜ່ານມາ. ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນໃນຄັ້ງນີ້ແມ່ນເຫດການ
ການເມືອງທີ່ມີຄວາມຫມາຍສຳຄັນ ຍິ່ງໃນຊີວິດການເມືອງຂອງພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ,  ຊຶ່ງກອງປະ ຊຸມ
ຈະໄດ້ວາງແນວທາງການເມືອງ ເພື່ອສືບຕໍ່ຍົກສູງຄັນທຸງສັງຄົມນິຍົມທີ່ມີສີສັນ ສະເພາະຂອງຈີນ, ຖືເອົາທິດສະດີເຕີ້ງສຽວຜິງແລະ
ແນວຄິດສຳຄັນສາມຕົວແທນ ເປັນທິດຊີ້ນຳ, ລົງເລິກຈັດຕັ້ງຜັນຂະຫຍາຍທັດສະນະການພັດທະນາວິທະຍາສາດ, ຊຸກຍູ້ຢ່າງຮອບ
ດ້ານການກໍ່ສ້າງສັງຄົມນິຍົມທີ່ທັນສະໄຫມ ແລະການປະຕິຮູບ ແລະເປີດປະຕູສູ່ພາຍນອກ, ຢຶດຫມັ້ນສະເຫມີຕົ້ນສະເຫມີປາຍກ້າວ
ຫນ້າໄປຕາມ ເສັ້ນທາງສັງຄົມນິຍົມທີ່ມີສີສັນສະເພາະຂອງຈີນ, ສືບຕໍ່ຊຸກຍູ້ການພັດທະນາແບບວິທະຍາສາດ, ສົ່ງເສີມສັງຄົມກົມກຽວ,
ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ມີຄວາມສົມບູນພູນສຸກ, ສູ້ຊົນເພື່ອສ້າງສັງຄົມອີ່ມຫນຳສຳລານ ຢູ່ດີກິນດີຮອບດ້ານ.
ພວກຂ້າພະເຈົ້າເຊື່ອຫມັ້ນວ່າ, ດ້ວຍມູນເຊື້ອແຫ່ງການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຈີນນັ້ນ, ພັກ, ລັດແລະປະຊາ
ຊົນຈີນອ້າຍນ້ອງຈະສືບຕໍ່ປະຕິບັດບັນດາມະຕິທີ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ ວາງອອກ​​ໃຫ້​ໄດ້​ປະສົບສຳເລັດ
ຜົນຢ່າງມີໄຊ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອແລະການຮ່ວມມືຮອບດ້ານ
ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ - ຈີນ ສືບຕໍ່ ຂະຫຍາຍຕົວຢ່າງຮອບດ້ານ ບົນຈິດໃຈແຫ່ງຄວາມ
ຫມັ້ນຄົງຍາວນານ, ຄວາມຮັກແພງຖານບ້ານໃກ້ເຮືອນຄຽງທີ່ມີຄວາມໄວ້ເນື້ອເຊື່ອໃຈກັນ ບົນພື້ນຖານການພົວພັນຮ່ວມມືແບບຄູ່ຮ່ວມ
ຍຸດທະສາດຮອບດ້ານ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ປະກອບສ່ວນເຂົ້າໃນພາລະ
ກິດ ສັນຕິພາບ ແລະການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອຫນຶ່ງ ພວກຂ້າພະເຈົ້າຂໍສະ ແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບອົກຂອບ
ໃຈຢ່າງຈິງໃຈຕໍ່ການຊ່ວຍ ເຫລືອອັນໃຫຍ່ຫລວງທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງໄດ້ມີໃຫ້ແກ່ພັກ, ລັດ ແລະ ປະຊາຊົນ
ລາວພວກຂ້າພະເຈົ້າຕະຫລອດມາ. ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນຈົ່ງປະສົບ
ຜົນສຳເລັດ ຢ່າງສະຫງ່າງາມ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການ ຮ່ວມມືແບບຍຸດທະສາດຮອບດ້ານ
ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ຈີນຈົ່ງຫມັ້ນຄົງຂະໜົງແກ່ນຕະຫລອດໄປ.