ກອງ​ປະຊຸມ​ໃຫຍ່​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ຈະ​ຊຸກ​ຍູ້​ການ​ພັດທະນາ​​ຂອງ​ຈີນ​ກໍ່​ຄື​ຂອງ​ໂລກ

(GMT+08:00) 2012-11-09 16:54:44     cri








ປະ​ເທດ​ຈີນແລະລາວ​​ເປັນປ​ະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມິດຕະພາບ​​ມູນ​ເຊື້ອຍາວ​ນານ, ​​ໃນ​ຫລາຍ​ປີ​​​ມໍ່ໆ​ມາ​ນີ້, ການ​ຢ້ຽມຢາມຢ່າງ​ເປັນ​ປົກກະຕິ​ລະຫວ່າງ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ຂື້ນ​ເລື້ອຍໆ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ກໍ່ໄດ້​ລົງ​ເລິ​ກຢ່າງ​ບໍ່​ຢຸດ​ຢັ້ງ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງການ​ພົວພັນ​ຢ່າງໃກ້​ຊິດ​ລະຫວ່າງ​ສອງ​ປະ​ເທດ​ທີ່​ເປັນ​ບ້ານ​​ໃກ້​​ເຮືອນຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມືທີ່​ດີ, ​ແລະ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ຕົວ. ພ້ອມ​ກັນ​ນັ້ນ, ສອງ​ປະ​ເທດ​ກໍ່​ໄດ້​ສະ​ໜັບສະ​ໜູນ​ແລະ​ຊ່ວຍ​ເຫ​ລື​ອ​ເ​ຊິ່ງກັນ​ແລະ​ກັນ​ໃນວຽກ​ງານ​ສາກົນ​ແລະ​ພາກ​ພື້ນ, ​ເອົາ​ໃຈ​​ໃສ່​ການ​ພັດທະນາ​ຂອງ​ຝ່າຍ​ກົງກັນ​ຂ້າມໃນ​ດ້ານ​ການ​ເມືອງ,​ເສດຖະກິດ, ວັດທະນະ​ທໍາ​ການ​ສຶກສາ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຕົ້ນ​.​ວັນ​ທີ 8 ພະຈິກ​ນີ້, ​ພັກ​ກອມ​ມູນິດ​ຈີນ​ໄດ້​ໄຂ​ກອງ​ປະ​ຊຸ​ມ​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ18​ຢ່າງ​ເປັນ​ທາງ​ການ, ວົງ​ການ​ຕ່າງໆ​ຂອງ​ລາວ​ກໍ່ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ກວ້າງ​ຂວາງ, ​ໃນ​ໂອກາດ​ນີ້, ທ່ານ​ສີ​ຄູນ ບຸນ​ວິ​ໄລ,​ ເລຂາທິການ​ສະພາ​ຄົມ​ມິດຕະພາບ​ລາວ-ຈີນ, ຮອງ​ຫົວໜ້າ​ຄະນະ​ກໍາມະການ​ຮ່ວມ​ມື​ລາວ-ຈີນ​ໄດ້​ໃຫ້​ການສໍາພາດ​ຕໍ່​ນັກ​ຂ່າວCRI, ​​ແບ່ງປັນ​ຄວາມ​ເຂົ້າ​ໃຈ​ຕໍ່​ປະ​ເທດ​ຈີນ​ແລະ​ຄວາມ​ເຫັນ​ກ່ຽວ​ກັບ​ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ.

ຍ້ອນ​ເຮັດ​ວຽກ​ກ່ຽວ​ກັບ​ຈີນ, ​ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ, ທ່ານ​ສີ​ຄູນ​ໄດ້​ຕິດຕາມ​ການ​ພັດທະນາ​ແລະ​ການ​ປ່ຽນ​ແປງ​ຂອງ​ຈີນມາ​ໂດຍ​ຕະຫລອດ, ທ່ານ​ເຫັນ​ວ່າ, ​ຈີນ​ແມ່ນ​ປະ​ເທດ​​ທີ່​ກ້າວ​ເດີ​ນໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ອິດ​ທິພົນ​ຫຼາຍ​ໃນ​ເວທີ​ສາກົນ​ແລະ​ພາກ​ພື້ນ, ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ທາງ​ດ້ານ​ການ​ເມືອງ, ການ​ຕ່າງປ​ະ​ເທດ,​ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ແລະ​ເສດຖະກິດ​ສັງຄົມ​​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ເທື່ອ​ລະ​ກ້າວ. ທັງ​ໝົດເຫລົ່າ​ນີ້​ແມ່ນຍ້ອນກາ​ນນໍາພາ​ທີ່​ຖືກຕ້ອງຂອງ​ພັກ​ກອມ​ມູນິດ​ຈີນແລະ​​​ໄປ​ຕາມ​ເສັ້ນທາງ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ແຫ່ງຊາດ​ຈີນ.

"ສາ​ເຫດ​ຫລັກ​ກໍ​ແມ່ນ​ຍ້ອນ​ການ​ນໍາພາ​ຂອງ​ພັກ, ​ໂດ​ຍສະ​ເພາະ​ແມ່​ນການ​ນໍາ​ລຸ້ນທີ​2 ດ້ວຍ​ສະຫາຍ​ເຕີ້ງສຽງ​ຜິ​ງ​ໄດ້​ວາງ​ອອກ​ນະ​ໂຍບາຍ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ, ຈາກ​ນັ້ນ​ມາ, ປະຊາຊົນ​ຈີນ​ຍາດ​ໄດ້ຜົນ​ສໍາ​ເລັດ​ອັນ​ໃຫຍ່​ຫລວງ​ໃນ​ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ຕາມ​ສີສັນ​ພິ​ເສດ​ຂອງ​ຈີນ, ​ເສດ​ຖະກິດ​ແຫ່ງ​ຊາດ​ໄດ້​ຂະ​ຫຍາຍ​ຕົວຢ່າງ​ໄວວາ,ກ້າວ​ກະ​ໂດດ​ແລະ​ຕໍ່​ເນື່ອງ,ຈາກ​ປະ​ເທດອ່ອນ​ແອ​ກາຍ​ເປັນ​ປະ​ເ​ທດ​ເຂັ້ມ​ແຂງດ້ວຍ​ຈັງຫວະ​ການ​ຂະຫຍາຍຕົວ​ຢາງ​ວ່ອງ​ໄວ.
 ຄຽງ​ຄູ່​ກັບ​ບາດກ້າວ​ຂະຫຍາຍຕົວ​ຂອງ​ຈີນ​ນັບ​ມື້​ນັບ​ໄວ​ຂື້ນ, ຊີວິດ​ການ​ເປັນ​ຢູ່ທາງ​ດ້ານ​ວັດຖຸ​ແລະ​ວັດທະນະ​ທໍາຂອງ​ປະຊາຊົນ​ຈີນກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ໃຫຍ່​ຫລວງ, ສະພາບ​ແວດ​ລ້ອມ​ດ້ານການ​ເມືອງກໍ່​ນັບ​ມື​ນັບ​ໝັ້ນຄົງ, ປະ​ຈຸ​ບັນ, ຈີນໄດ້​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ກັບ 170 ກວ່າ​ປະ​ເທດ​ໃນ​ໂລກ, ​ໄດ້ຕັ້ງໜ້າ​ຊຸກ​ຍູ້​ສະຕິ​ພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນຄົງ​ໃນ​ໂລກ​ແລະ​ພາກ​ພື້ນ. ​ໃນ​ການ​ຮ່ວມ​ມື​​ພາກ​ພື້ນ, ຈີນ​ໄດ້ຍຶດໝັ້ນ​​ແລະສະໜັບສະໜູນ​ປະຊາ​ຄົມອາ​ຊຽນມີ​ບົດບາດ​ນໍາພາ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ໄປມາຫາສູ່​ກັນ​ກັບປະ​ເທດ​ອາ​ຊຽນ. ​ໃນ​ນັ້ນ, ການ​ແລກປ່ຽນ​ລະຫວ່າງ​ຈີນ​ກັບ​ລາວ​ກໍ່​ໄດ້​ມີ​ຜົນສໍາ​ເລັດ​ຢ່າງ​ຫລວງຫລາຍ.

"ອັນ​ພົ້ນ​ເດັ່ນລະຫວ່າງ​ການຮ່ວມມືຂອງ2ຊາດ​ລາວ-​ຈີນ​ທີ່​ນຳ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່2ຊາດ​ພວກ​ເຮົາ​ແມ່ນການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ 2ປະ​ເທດ ​ເພື່ອ​ເປັນ​ການ​ແລກປ່ຽນບົດຮຽນ ​ແລະ ຊ່ວຍເຫລືອກັນ​ທາງ​ດ້ານ​ການ​ສ້າງ​ພັກ​ພະນັກງານ ​ແລະ ພັດທະນາ​ເສດຖະກິດ​ຂອງ​ຕົນ​ແລະຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫລື​ອຢ່າງ​ຫລວງຫລາຍ​ໃຫ້​ແກ່​ລາວ. ​ ຄື​ດັ່ງ​ບັນດາ​ທ່ານ​ໄດ້​ເຫັນ​ວ່າ​ມີ​ຫລາຍຮ້ອຍ​ໂຄງການ​ທີ່​ໄດ້ຮັບຄວາມ​ສຳ​ເລັດ​ຈາກ ສປ ຈີນ ​ໄດ້​ຖືກ​ປະຕິບັດ​ຢູ່ ສປປ ລາວ ອັນ​ເດັ່ນ​ກວ່າໝູ່ກໍ່​ແມ່ນ​ຫໍ​ປະຊຸມ​ແຫ່ງ​ຊາດ ​ເຊິ່ງ​ເປັນ​ມູນ​ຄ່າ​ຫລາຍ​ສົມຄວນ ທີ່ຮັບ​ໃຊ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ-​ເອີຣົບທີ່​ຫາ​ກໍ່​ຈົບ​ໄປ​ຫວ່າງ​ວັນ​ທີ 6 ພະຈິກນັ້ນ, ນັ້ນ​ກໍ່​ແມ່ນ​ຜົນງານ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຊ່ວຍ​ເຫລືອ ​ແລະ ຮ່ວມມື​ລະຫວ່າງ 2ຊາດ​ພວກ​ເຮົາ."

ໃນ​ຖານະ​ເປັນ​ເພື່ອນ​ມິດ​ທີ່​ດີ​ຂອງ​ຈີນ, ​ແລະ​ເຮັດ​ວຽກ​ກ່ຽວ​ກັບ​ຊຸກ​ຍູ້​ຂະ​ຫຍາ​ຍການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ສີ​ຄູນ​ໄດ້​ໃຫ້​ຄວາມ​ສຳຄັນ​ຫລາຍ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ, ​ເຊິ່ງ​ເປັນ​ເຫດການ​ສໍາຄັນ​ຂອງ​ຊີວິດ​ການ​ເມືອງ​ຂອງ​ປະຊາ​ຊົນ​ຈີນ. ກ່ອນ​ໄຂ​ກອງ​ປະຊຸມ​ຂຶ້ນ, ທ່ານກໍ​ໄດ້​ຕິ​ດຕາມ​ວຽກ​ງານ​ກະກຽມ​ຕ່າງໆ, ​ເມື່ອ​ກອງ​ປະຊຸມ​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ, ທ່ານ​ໄດ້​ຕິດ​ຕາມ​ກອງ​ປະ​ຊຸມ​​ໂດຍຜ່ານ​​ໂທລະພາບ​ຢູ່​​ໃນຫ້ອງການ, ທັງ​ເຮັດ​ວຽກ​ທັງ​ຊອກ​ຮູ້​ຄວາມ​ຄືບ​ໜ້າ​ຂອງ​ກອງ​ປະຊຸມ, ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ທີ່​ທ່ານ​ສົນ​ໃຈ.

"ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ, ສິ່ງ​ສຳຄັນ​ໃນ​ກອງ​ປະຊຸມ​ນັ້ນ ຂ້າພະ​ເຈົ້າ​ສົນ​ໃຈ​ອັນ​ທີ 1​ແມ່ນ​ການ​ຄຸ້ມ​ຄອງ​ບຸກຄະລາ​ກອນການນຳຂັ້ນ​ສູງ​ຂອງ​ພັກ​ຄອມ​ມູນິດ​ຈີນ,​ຕາມ​ທີ່​ຂ້າພະ​ເຈົ້າ​ໄດ້​ຕິດຕາມ ສ່ວນ​ຫລາຍ​ກໍ່​ມີ​ແຕ່​ຄົນ​ລຸ້ນໜຸ່ມ ​ເຊິ່ງມີ​ຄວາມຮູ້ຄວາມ​ສາມາດ, ​ ​ເປັນ​ແກ່ນສານ​ໃນ​ການ​ເຕົ້າ​ໂຮມຄວາມ​ສາມັກ​ຄີ ​ເພື່ຶອນຳພາ​ພາລະກິດ ​ເພື່ອ​ຮັກສາ​ສັງຄົມ​ນິຍົມ​ຂອງ​ຈີນ​ໄປ​ສູ່​ຈຸດ​ທີ່ໝາຍ, ຈຸດ​ທີ2, ຂ້າພະ​ເຈົ້າ​ກໍ່​ເຫັນ​ວ່າ ຢູ່​ໃນ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ເລ​ຂາທິ​ການ​ໃຫຍ່ຫູ​ຈິ່ນທ່າ​ວຫັ້ນ ​ແມ່ນ​ເວົ້າ​ເຖິງ​ການ​ເພີ່ມ​ທະວີ​ໃນ​ການ​ສ້າງ​ພັກ​ດ້ວຍ​ຕົນ​ເອງ ​ແລະ ປົກ​ປັກຮັກສາ​ລັກສະນະ​ໃຫ້​ທັນ​ສະ​ໄໝ ​ແລະ ປອດ​ໃສ​ຂາວ​ສະອາດ. ພັກ​ຄອມ​ມູນິດ​ຈີນ​​ສາມາດນຳພາ​ປະ​ເທດ​ຊາດ ​ແລະ ສັງຄົມ​ໄປ​ສູ່​ຈຸດ​ທີ່ໝາຍ​ໄດ້ ສຳຄັນ​ກໍ່​ແມ່ນ​ຄວາມ​ປອດ​ໃສ​ຂາວ​ສະອາ​ດ ​ແລະ ຄວາມ​ເປັນ​ແບບຢ່າງ​ຂອງ​ສະມາຊິກ​ພັກ"

​ໃນ​ຕະຫຼອດ 91 ປີນັບ​ຕັ້ງ​ແຕ່​ພັກ​ກອມ​ມູນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 1 ກໍລະກົດ 1921ມາ​ນີ້, ​ ພັກ​ກອມ​ມູນິດ​ຈີນ​ໄດ້ຈັດ​ກອງ​ປະຊຸຸມຜູ້​ແທນ​ທົ່ວ​ປະ​ເທດ​ 17 ຄັ້ງ​ແລ້ວ, ທ່ານ​ສີ​ຄູນ​ເຫັນ​ວ່າ, ກອງ​ປະຊຸມທຸກ​ຄັ້ງ​ລ້ວນ​ແຕ່​ໄດ້​​ເອົາການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ມາ​ໃຫ້​ປະ​ເທດ​ຈີນ, ​ແລະ​ໄດ້​ມີ​ຜົນ​ສະທ້ອນ​ອັນ​ຕັ້ງໜ້າ​​ມາ​ໃຫ້​ປະຊາ​ຄົມ​ໂລກ. ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ 18 ນີ້​ກໍມີ​ຄວາມ​ໝາຍ​ສໍາຄັນທາງ​ປະຫວັດສາດ​​ເຊັ່ນ​ກັນ,ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນຍ່ອມ​ຈະ​ສ້າງ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງແລະສະຫງ່າ​ຜ່າ​ເຜີຍ​ກວ່າ​ເກົ່າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ແລະຂອງ​ໂລກ​ໄປ​ສູ່​ຄວາມ​ວັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​ນີ້, ຂ້າພະ​ເຈົ້າ​ຂໍ​ມີ​ຄວາມ​ອວຍພອນ​​ແລະ​ປາຖະໜາ​ຫວັງ​ຢ່າງ​ຍິ່ງ​ວ່າ: ປະ​ເທດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ອັນ​ກວ້າງ​ໃຫຍ່​ໄພສານ​ຈະ​ປະສົບ​ຜົນສໍາ​ເລັດ​ດ້ວຍ​ມະຫາ​ໄຊຊະນະ​ທີ່​ຍິ່ງ​​​ໃຫຍ່​ກວ່າ​ເກົ່າ,ຂໍອວຍພອນ​ໃຫ້​ມິດ​ຕະພາບ​ລາວ-ຈີນ​ຍາວ​ນານ​ແລະ​ໝັ້ນຄົງ​ຊົ່ວ​ຟ້າ​ດິນ​ສະຫລາຍ,ອວຍພອນ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​ປະສົບ​ຜົນ​ສໍາ​ເລັດ​ແລະ​ມີ​ໄຊ​ຍິ່ງ​​ໃຫຍ່."