ຂ່ຳ​ນັບ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​-​ເອີ​ຣົບ ຄັ້ງ​ທີ​9​ຢ່າງ​ສຸດ​ໃຈ

(GMT+08:00) 2012-11-09 11:41:37     cri

ໜັງສື​ພິມ​ປະຊາຊົນ ຊຶ່ງ​ເປັນສຽງຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ສະ​ບັບ​ວັນ​ທີ​9​ພະ​ຈິກ​ນີ້ ໄດ້​ລົງ​ພິມ​ບົດ​ນໍາ​ທີ່​ມີ​ຫົວ​ຂໍ້: ຂ່ຳ​ນັບ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​-​ເອີ​ຣົບ​ຄັ້ງ​ທີ​9​ຢ່າງ​ສຸດ​ໃຈ.

ບົດນຳຂຽນວ່າ: ກອງປະຊຸມສຸດຍອດອາຊີ - ເອີຣົບຄັ້ງທີ 9 ແມ່ນກອງປະຊຸມຄັ້ງປະຫວັດສາດຂອງ ສປປ ລາວທີ່ໄດ້ຮັບກຽດເປັນ
ເຈົ້າພາບຈັດກອງປະຊຸມລະດັບໃຫຍ່ຄືແນວນັ້ນແລະກໍ່ເປັນຄັ້ງປະຫວັດສາດສຳລັບອາເຊັມເຊັ່ນດຽວກັນທີ່ມີບັນດາປະມຸກລັດ, ຫົວ
ໜ້າລັດຖະບານແລະຄະນະຜູ້ແທນເຂົ້າຮ່ວມຮອດ 52 ຄະນະ (ນັບທັງປະເທດເຈົ້າພາບ) ໃນຈຳນວນ 3.000 ກວ່າຄົນ. ຜົນຂອງ
ກອງປະຊຸມແມ່ນເປັນເອກະສັນຮັບຮອງເອົາ 2 ເອກະສານສຳຄັນຄື: ຖະແຫລງການວຽງຈັນວ່າດ້ວຍການຮັດແໜ້ນການເປັນຄູ່
ຮ່ວມມືເພື່ອສັນຕິພາບແລະການພັດທະນາແລະບົດຖະແຫລງຂອງປະທານກອງປະຊຸມສຸດຍອດອາເຊັມ 9.

ບົດນໍາຍັງຊີ້​ໃຫ້ເຫັນວ່າ: ໃນວາລະດຳເນີນກອງປະຊຸມ,ບັນດາຜູ້ນຳອາເຊັມ ໄດ້ ຮ່ວມກັນປຶກສາຫາລືກ່ຽວກັບສະພາບການທາງ
ດ້ານເສດຖະກິດ,ວັດທະນະທຳ-ສັງຄົມ, ການທ່ອງທ່ຽວລວມທັງປຶກສາຫາລືອະນາຄົດຂອງອາເຊັມເພື່ອເຮັດໃຫ້ອາ ເຊັມມີການຂະ
ຫຍາຍການຮ່ວມມືຮອບດ້ານເພື່ອປັບປຸງວຽກງານຂອງອາເຊັມໃຫ້ມີຄວາມເປີດກ້ວາງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນເທື່ອລະກ້າວ
ບົນພື້ນຖານປະຕິບັດ ຕາມຄຳຂວັນຂອງອາເຊັມທີ່ວ່າ: ເພື່ອນມິດເພື່ອສັນຕິພາບ, ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ.

​ ບົດ​ນໍາ​ຊີ້​ອອກ​ວ່າ: ຜົນສຳເລັດຂອງກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ເກີດຂຶ້ນໄດ້ກໍ່ຍ້ອນມີການນຳພາອັນຖືກຕ້ອງສອດ
ຄ່ອງແລະຈົດຈໍ່ຂອງກົມການ ເມືອງສູນກາງພັກ, ການຊີ້ນຳຜັນຂະຫຍາຍຢ່າງມີຄວາມຮັບຜິດຊອບສູງຂອງລັດຖະບານ, ຍ້ອນການ
ປະກອບສ່ວນອັນໃຫຍ່ຫລວງຂອງທຸກໆພາກສ່ວນແລະປະຊາຊົນລາວທຸກເຜົ່າ, ທຸກຊັ້ນຄົນໃນທົ່ວປະເທດ, ແລະກໍ່ຍັງເປັນໝາກຜົນ
ແຫ່ງການສະໜັບສະໜູນແລະຊ່ວຍເຫລືອຂອງບັນດາປະເທດເພື່ອນມິດທາງດ້ານທຶນຮອນ,ການສ້າງພື້ນຖານໂຄງລ່າງ, ທາງດ້ານ
ບົດຮຽນແລະດ້ານອື່ນໆ ໃຫ້ແກ່ພວກເຮົາ. ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດຂໍສະແດງ ຄວາມຂ່ຳນັບຊົມເຊີຍຢ່າງ
ສຸດອົກສຸດໃຈຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດອາຊີ - ເອີຣົບຄັ້ງທີ 9 ທີ່ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບ. ພ້ອມກັນນັ້ນກໍ່
ພ້ອມແລ້ວຈະອອກແຮງສືບຕໍ່ປະຕິບັດບັນດາເນື້ອໃນຈິດໃຈມະຕິ IX ຂອງພັກກໍ່ຄືຜົນສຳເລັດຂອງກອງປະຊຸມນີ້ເພື່ອຜົນປະໂຫຍດ
ລວມຂອງຊາດກໍ່ຄືຂອງລວມທັງ ສອງທະວີບອາຊີ-ເອີຣົບແລະຜົນປະໂຫຍດລວມຂອງໂລກ. ທັງໝົດນັ້ນແມ່ນແນໃສ່ປະກອບ
ສ່ວນເຊີດຊູຖານະບົດບາດອິດທິພົນຂອງ ສປປ ລາວ ໃນເວທີພາກພື້ນ ແລະ ເວທີສາກົນໃຫ້ສູງເດັ່ນຂຶ້ນໄປເລື້ອຍໆ.