ການ​ພັດທະນາ​ພະລັງງານ​ໄຟຟ້າທີ່​ສະອາດ​ຂອງ​ຈີນ​ໄດ້​ຮັບ​ຫມາກຜົນຢ່າງຊັດ​ເຈນ

(GMT+08:00) 2012-11-11 11:44:58     cri

ວັນທີ10 ພະຈິກນີ້,ໃນເວລາທ່ານຢາງຄຸ່ນ,ຫົວຫນ້າວິສະວະກອນຂອງຄະນະກຳມະການຕິດຕາມຄຸ້ມຄອງພະລັງງານໄຟຟ້າແຫ່ງຊາດຈີນໄດ້ເຂົ້າຮ່ວມເວທີປຶກສາຫາລືສາກົນກ່ຽວກັບການປະດິດສ້າງພະລັງງານ​​ໄຟຟ້າທີ່ສະອາດນັ້ນ,ທ່ານກ່າວວ່າ, ຍອດບໍລິມາດການຕິດຕັ້ງເຄື່ອງຈັກຜະລິດໄຟຟ້ານ້ຳຕົກຂອງຈີນໃນປະຈຸບັນໄດ້ຫຼາຍກວ່າ230ລ້ານກິໂລວັດໂມງ,ເປັນອັນດັບທີ​​ຫນຶ່ງໃນໂລກ.ປະລິມານການຜະລິດ​​ໄຟຟ້າດ້ວຍວັດຖຸຊື້ໄຟທີ່ບໍ່ແມ່ນຖ່ານຫີນ​​ເຊັ່ນ: ໄຟຟ້ານ້ຳຕົກ ໄຟຟ້ານິວເຄຼຍ ການຜະລິດ​​ໄຟຟ້າດ້ວຍແຮງລົມ ພະລັງງານແສງຕາເວັນ​​ແລະອື່ນໆໄດ້ກວມຍອດປະລິມານການຜະລິດ17,5%,ການພັດທະນາພະລັງານງານໄຟຟ້າທີ່ສະອາດໄດ້ຮັບຫມາກຜົນຢ່າງຊັດເຈນ.

 

ວັນທີ10ພະຈິກນີ້,ເວທີປຶກສາຫາລືສາກົນກ່ຽວກັບການປະດິດສ້າງພະລັງງານໄຟຟ້າທີ່ສະອາດໄດ້ຈັດຂຶ້ນຢູ່ທີ່ນະຄອນກວາງ​​ໂຈ່ວ,ຜູ່ຕາງຫນ້າຂອງປະເທດອາຊີ ອາຟຼິກາແລະອາເມລິກາລາຕີນພ້ອມດ້ວຍລັດຖະມົນຕີແລະຫົວຫນ້າຄະນະກຳມະການທຽບເທົ່າຫຼາຍແຫ່ງແລະພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ກຳແພງນະຄອນ​​ແລະທ່ານອື່ນໆລວມ 300 ກວ່າຄົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້,ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລືນະໂຍບາຍ ເຕັກນິກ​​ແລະການຮ່ວມມືສາກົນໃນດ້ານພະລັງງານໄຟຟ້າທີ່ສະອາດ.

ອີງຕາມຂໍ້ມູນທີ່ຄະນະກຳມະການຕິດຕາມຄຸ້ມຄອງພະລັງງານໄຟຟ້ແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ, ຮອດທ້າຍປີກາຍນີ້,ຍອດປະລິມານການຜະລິດພະລັງງານໄຟຟ້າຂອງຈີນໄດ້ສູງເຖິງ1 ຕື້ 36 ລ້ານກິໂລວັດໂມງ,ເຊິ່ງໄດ້ເປັນອັນດັບທີຫນຶ່ງຂອງໂລກ.ອັດຕາສ່ວນຂອງເຄື່ອງຈັກຜະລິດໄຟຟ້າແບບປະ​​ຢັດພະລັງງານແລະອະນຸລັກສິ່ງແວດລ້ອມທີ່ມີບໍລິມາດອັນໃຫຍ່ຫຼວງ  ມີປະສິດທິພາບສູງແລະສິ້ນເປືອງພະລັງງານຫນ້ອຍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.