ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ຈີນ​ມີ​ຄວາມ​ກ້າວໜ້າ​ຢ່າງ​​ເດັ່ນຊັດ​ໃນ 10 ປີ​ມາ​ນີ້

(GMT+08:00) 2012-11-13 14:42:44     cri

ຕາມ​ຂ່າວCRI: ຕອນ​ບ່າຍ​ວັນທີ 12 ພະຈິກ​ນີ້​, ສູນ​ຖະ​ແຫຼ​ງຂ່າວ​ຂອງ​ກອງປະຊຸມ​​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ​ຄັ້ງ​ທີ 4 ຢູ່​ປັກ​ກິ່ງ. ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງຫຼາຍ​ພາກສ່ວນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ກ່ຽວ​ກັບ​ຫົວ​ຂໍ້​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ໃນ​ເວລາ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ກ້າວໜ້າ​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ໃນ​ 10 ປີ​ມາ​ນີ້​ແລ້ວ, ຍັງ​ໄດ້​ປະ​ເຊີນ​ກັບ​ບັນຫາ​ທີ່​​ເກີດ​ຂຶ້ນ​ຢູ່​ໃນ​ປະຈຸ​ບັນ​ໂດຍ​ກົງ.

​ໃນ​ດ້ານ​ການ​ປະຕິ​ຮູບ​ລະບົບປິ່ນປົວ​ແລະ​ຮັກສາ​ສຸຂະພາບ​ແມ່ນ​ບັນຫາ​ທີ່ຝ່າຍ​ຕ່າງໆ​​ໃຫ້​ຄວາມສົນ​ໃຈ​ຫຼາຍທີ່​ສຸດ, ທ່ານ​ຈູ່ຈື່​ຊິນ, ຮອງ​ຫົວໜ້າ​ຄະນະ​ກຳມະກາ​ນ​​ແລະ​ພັດທະນາ​ການປະຕິ​ຮູບ​​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ກ່ອນ​ນີ້ 10 ປີ, ຈຳນວນ​ຄົນ​ທີ່​ມີ​ປະກັນສັງຄົມ​ບໍ່​ຮອດ 100 ລ້ານ​ຄົນ. ​ເດືອນ​​ເມສາ​ປີ 2009, ລັດຖະບານ​ຈີນ​​ເລີ່​ມປະຕິບັດ​ການ​ປະຕິ​ຮູບລະບຽບການ​ດ້ານ​ການ​ປິ່ນປົວ​ແລະ​ຮັກສາ​ສຸຂະພາບ​ຮອບ​ໃໝ່, ປະຈຸ​ບັນ, ຈຳນວນປະຊາກອນ​ຂອງ​ຈີນ​ທີ່​ມີ​ປະກັນ​ສັງຄົມ​ຫຼາຍ​ກວ່າ 1 ຕື້ 300 ລ້ານ​ຄົນ, ກວມ​ປະຊາກອນ 95% ຂຶ້ນ​ໄປ​ຂອງ​ຈີນ. ​ແຕ່​ວ່າ, ຍັງ​ມີ​ປະຊາ​ຊົນຈຳນວນ​ໜຶ່ງ​ເຫັນ​ວ່າ​ຜົນການ​ປະຕິ​ຮູບ​ລະບຽບ​ການ​ປິ່ນປົວ​ບໍ່​ຈະ​ແຈ້ງ, ທ່ານ​ຈູ່ຈື່​ຊິນ​​ໄດ້​ຊີ້​ແຈງ​ເຖິງ​ສາ​ເຫດ​ຂອງ​ມັນ​ວ່າ:

"ອັນ​ທີ​ໜຶ່ງ​ແມ່ນ​ຕົວ​ເມືອງ, ​ໂດຍ​ສະ​ເພາະ​ແມ່ນ​​ເວລາ​ໄປ​ຫາ​ທ່ານໝໍ​ຢູ່​​ໂຮງ​ໝໍ​ໃຫຍ່​ຂອງ​ຕົວ​ເມືອງ​ຍັງ​ຍາກ​ຢູ່​ແລະ​ມີ​ລາຄາແພງ​ສົມຄວນ. ອັນ​ທີ​ສອງ​ແມ່ນ​ລະດັບ​ປະກັນ​ໄພສັງຄົມ​ຍັງ​ຕ່ຳ​ຫຼາຍ, ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ​ທີ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຄວາມກ້າວ​ໜ້າ​ຂອງ​ການ​ປະຕິ​ຮູບ​ການ​ປິ່ນປົວ​ຕ້ອງອອກ​ແຮງ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້, ພະຍາຍາມ​ເຮັດ​ໃຫ້​ປະຊາຊົນ 90% ສາມາດ​​ໄປ​ຫາ​ທ່ານໝໍ​ປິ່ນປົວ​ຢູ່​ຕົວ​ເມືອງ​ໄດ້."
1 2