​​​ ​ເລີ່​ມດຳ​ເນີນ​​ໂຄງການກໍ່ສ້າງເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ​ເລີ່​ມ ຈະ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ​ຂອງ​ລາວ

(GMT+08:00) 2012-11-14 18:14:20     cri

ຕາມ​ຂ່າວCRI: ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ່​ໄດ້​ຈັດ​ພິທີ​ວາງ​ສີ​ລາ​ລຶກ​ໃນ​ອາທິດ​ແລ້ວ​ນີ້. ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດ ຖະມົນຕີລາວ, ພ້ອມ​ດ້ວຍທ່ານຕະ ມິ​ງ ​ເຈົາ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ​ແລະທ່ານຢີດານ, ​ເອກ​ອັກຄະ​ລັດຖະທູດ​ກຳປູ​ເຈຍ​ປະຈຳ​ລາວ​ເຂົ້າ​ຮ່ວມ. ​ເຊິ່ງໝາຍ​ຄວາມ​ວ່າ​ໂຄງການ​ທີ່ຖືກ​ໂຈະ​ໄວ້​ຫຼາຍ​ເທື່ອ​ໃນ5ປີຜ່ານມາ​​ໄດ້ເລີ່​ມກໍ່ສ້າງ​ແລ້ວ.

ກ່ອນໜ້າ​ນີ້, ​ໂຄງການ​ດັ່ງກ່າວ​ເຄີຍ​ເຮັດ​ໃຫ້​ກຳປູ​ເຈຍ, ຫວຽດນາມ​ແລະ​ປະ​ເທດ​ຢູ່​ເຂດ​ແມ່​ນ້ຳ​ຂອງ​ເປັນ​ຫວ່າ​ງນຳ. ​ກ່ຽວ​ກັບ​​ເລື່ອງ​ນີ້, ລັດຖະບານ​ລາວ​ໄດ້​ປຶກສາ​ຫາລື​ແລະ​ປັບປຸງ​ກ່ຽວ​ກັບ​ບັນຫາ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຫຼາຍ​ຫຼົບ​ຫຼາຍ​ຕ່າວ​ເພື່ອຮັບປະ ກັນບໍ່​ໃຫ້​ເກີດ​ມີ​ຜົນ​ສະທ້ອນ​ຕໍ່​ລະບົບ​ຊີວະ​ພາບ​ຂອງ​ແມ່​ນໍ້າຂອງ. ຫຼັງຈາກ​ນັ້ນ, ປະ​ເທດ​ເພື່ອນ​ມິດ​ຕ່າງໆ​ກໍ່​ບໍ່​ໄດ້​ມີ​ຄວາມ​ຂັດຂ້ອງ​ແຕ່​ຢ່າງ​ໃດ​ເຊິ່ງ​ໄດ້​ຮັບ​ການ​ຢືນ​ຢັນຍ້ອນ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ​ແລະ​ເອກ​ອັກຄະ​ລັດຖະທູດ​ກຳປູ​ເຈຍ​ປະຈຳ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາ​ລຶກ.


ປະລິມານຄວາມ​ສາມາດ​ໃນ​ການ​ຜະລິດກະ​ແສ​ໄຟຟ້າ​ຂອງ​ໂຄງ​ການ​​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ​ມີ​ເຖິງ1285​ເມ​ກາ​ວັດ, ຍອດມູນ​ຄ່າ​ການ​ລົງທຶນຂອງ​ໂຄງການ​ດັ່ງກ່າວ​ມີ3ຕື້5ຮ້ອຍລ້ານ​ໂດ​ລາ, ​ແມ່ນ​ໂຄງການ​​ເຂື່ອນ​ໄຟຟ້າ​ຂະໜາດ​ໃຫຍ່​ແຫ່ງທຳ​ອິດ​ທີ່​​ກໍ່ສ້າງ​ຢູ່ແມ່​ນ້ຳ​ຂອງ​ເຊິ່ງ​ແມ່ນສາຍ​ຫຼັກ​ແມ່​ນ້ຳ​ຂອງຂອງ​ລາວ. ປະຈຸ​ບັນ​ນີ້, ​ເຂື່ອນ​ໄຟຟ້າຕົ້ນຕໍ​ຂອງ​ລາວລ້ວນ​ແຕ່​ສ້າງ​ຕາມ​ແມ່​ນ້ຳ​ທີ່​ເປັນ​ສາຂາ​ຂອງ​ແມ່​ນ້ຳຂອງ, ຫຼັງ​ຈາກ​ເຂື່ອນ​ໄຟຟຟ້າ​ໄຊ​ຍະ​ບູລີ​ສ້າງ​ສຳ​ເລັດ​ແລ້ວ, ​ຈະ​ມີ​ປະລິມານ​ການ​ຜະລິດ​ໄຟຟ້າ​ຫຼາຍ​ກວ່າ​ເຂື່ອນ​ໄຟຟ້າ​ດັ່ງກ່າວ, ຈະ​ນຳ​ເອົາ​ລາຍ​ຮັບ​ດ້ານ​ເງິນຕາ​ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາ​ຍມາ​ໃຫ້​ແກ່​ລາວ, ​ເຊິ່ງຈະ​​ເປັນ​ການຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ​ສັງຄົມ​ຂອງ​ລາວ. ​ການ​ເລີ່​ມກໍ່ສ້າງ​ໂຄງການ​ນີ້​ຈະ​ກາຍ​ເປັນ​ຕົວຢ່າງ​ໃນການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ວຍ​ການ​ປຶກສາ​ຫາລື​ຂອງ​ປະ​ເທດ​ກ່ຽວຂ້ອງ.