ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຈະ​ເດີນ​ທາງ​ໄປ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 21

(GMT+08:00) 2012-11-15 16:04:22     cri
ໃນ​ວັນທີ 17 ພະຈິກ​ນີ້, ພະ​ນະ​ທ່ານ​ທອງສິງ​ທຳມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ແລະ ຄະນະ ຈະ​ເດີນ​ທາງ​ໄປ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ​21 ແລະ ບັນ​ດາ​ກອງ​ປະຊຸມ​ສຸດຍອດ​ອາຊຽນ​ທີ່ກ່ຽວຂ້ອງ.

ໃນກອງ​ປະຊຸມ​ດັ່ງກ່າວ​ຈະໄດ້ປຶກ​ສາຫາ​ລືບັນຫາ​ທີ່ສຳ​ຄັນຄື: ໜຶ່ງ, ທົບ​ທວນຄືນ​ຄວາມຄືບ​ໜ້າໃນ​ການສ້າງ​ປະຊາ​ຄົມອາຊຽນ ໂດຍ​ສະ​ເພາະ​ແມ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ຂອງ​ສາມ​ເສົາ​ຄໍ້າ ປະ​ຊາ​ຄົມ​ອາ​ຊຽນ (ປະຊາ​ຄົມການ​ເມືອງ-ຄວາມ​ໝັ້ນຄົງ ປະ​ຊາ​ຄົມ​ເສດຖະກິດ ແລະ ປະ​ຊາ​ຄົມ​ວັດ​ຖະ​ນະ​ທຳ-ສັງຄົມ) ແຜນວຽກ​ຂໍ້ລິເລີ່ມ​ວ່າດ້ວຍ​ການເຊື່ອມ​ໂຍງອາຊຽນ​ໄລຍະສອງ ແລະ ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ເຊື່ອມ​ຈອດ​ອາ​ຊຽນ​ພ້ອມ​ນີ້ ບັນ​ດາ​ຜູ້​ແທນ​ຈະ​ໄດ້​ພິ​ຈາ​ລະ​ນະ​ຮັບ​ເອົາຖະ​ແຫຼງການ​ສິດທິ​ມະນຸດ ອາຊຽນ(AHRFD) ​ສອງ, ການ​ພົວ​ພັນ​ພາຍ​ນອກ​ຂອງ​ອາ​ຊຽນ ​ເຊີ່ງ​ໃນ​ນີ້​ບັນດາ​ຜູ້ນຳ ອາ​ຊຽນ ຈະ​ໄດ້​ປຶກສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.

ນອກ​ຈາກ​ນີ້ ບັນດາ​ຜູ້ນຳ​ອາ​ຊຽນຍັງ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ ທີ່​ພົ້ນ​ເດັ່ນ ​ແລະ ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ ​ໃນ​ໂອ​ກາດດຽວ​ກັນ​ນີ້​ບັນ​ບັນດາ​ຜູ້ນຳ​ອາ​ຊຽນຍັງ​ຈະ​ໄດ້​ພິຈາ​ລະ​ນາ​ຮັບຮອງ​ເອົາ​ທ່ານ ​ເລ​ເລື​ອງມິ​ງ ຈາກ​ຫວຽດນາມ ​ເພື່ອ​ເປັນ​ເລຂາ​ທິການ​ໃຫຍ່​ອາ​ຊຽນຄົນ​ໃໝ່ ສຳ​ລັບ​ສົກ​ປີ2012-2017 ປ່ຽນ​ທ່ານ ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ອາ​ຊຽນ ຄົນ​ປັດຈຸບັນ ທີ່​ຈະ​ໝົດ​ໜ້າ​ທີ່​ໃນ​ທ້າ​ຍ​ເດື່ອ​ນທັນ​ວານີ້.

ຄະນະ​ຜູ້​ແທນ​ລາວ​ຈະ​ຖື​ໂອ​ກາດນີ້​​​ແຈ້ງ​ໃຫ້​ບັນດາ​​ເພື່ອນອາ​ຊຽນ ​​ແລະ ຄູ່​ເຈລະຈາ ອາ​ຊຽນຊາບ ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​​ເອີຣົບ ຄັ້ງ​ທີ9 ທີ່​ລາວ ​ເປັນ​ເຈົ້າພາບ ​ໃນວັນ​ທີ່ 5-6 ​ນີ້. ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ສະມາ​ຊິກ​ອາ​ຊຽນ ທີ່​ເຮັດ​​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ​.