ສື່​ມວນ​ຊົນ​ລາວ​ເອົາ​ໃຈ​ໃສ່​ນຳ​ກອງ​ປະຊຸມ​​ໃຫຍ່​ຜູ່​ແທນ​ທົ່ວ​ປະ​ເທດຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ

(GMT+08:00) 2012-11-16 15:56:48     cri








ວັນ​ທີ 5 ພະຈິກ​ນີ້, ​ເນື່ອງ​ໃນ​ໂອກາດ​ຈະ​ໄຂ​ກອງ​ປະຊຸມ​ຜູ່​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ,ທ່ານ​ສະຫວັນ​ຄອນ ລາຊະ​ມົນຕຼີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ລາວ ​ແລະ​ທ່ານ​ສີ​ພາ ນົງ​ລາດ ຫົວຫນ້າ​ອຳນວຍ​ການ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ​ໄດ້​ມາ​ຮ່ວມ​ລາຍການ​ພິ​ເສດ​ຂອງ CRI ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ.​ພວກ​ທ່ານ​ໄດ້​ລົມ​ກ່ຽວ​ກັບ​ພັກ​ກອມ​ມູນິດ​ຈີນ​ໃນ​ສາຍຕາ​ຂອງ​ພວກ​ເພິ່ນ​ແລະບັນຫາ​ທີ່​ພວກ​ເພິ່ນ​ສົນ​ໃຈ​ໃນ​ກອງ​ປະຊຸມ,ທັງ​ສອງ​ທ່ານ​ພາກັນ​ກ່າວ​ວ່າ:ສື່​ມວນ​ຊົນ​ລາວ​ແມ່ນ​ເອົາ​ໃຈ​ໃສ່​ຫລາຍ​ຕໍ່​ກອງ​ປະຊຸມ​ຜູ່​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ.