ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ

(GMT+08:00) 2012-11-16 16:20:42     cri
ສະຫາຍທັງຫຼາຍ:
ດຽວນີ້, ຂ້າພະເຈົ້າ ຂໍຕາງໜ້າຄະນະກຳມະການສູນກາງພັກສະໄໝທີ 17 ສະເໜີບົດລາຍງານ ຕໍ່ກອງປະຊຸມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນແມ່ນ ກອງປະຊຸມທີ່ສຳຄັນ ທີ່ສຸດ ເຊິ່ງໄຂຂຶ້ນໃນເວລາປະເທດຈີນກ້າວເຂົ້າສູ່ໄລຍະຕັດສິນ​ໃນ​ການສ້າງສັງຄົມອີ່ມໜຳສຳລານ ໃຫ້ ສຳເລັດຢ່າງຮອບດ້ານ. ຫົວຂໍ້ຂອງກອງປະຊຸມແມ່ນ: ເຊີດຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີ ສີສັນພິເສດຂອງຈີນ, ຖືທິດສະດີເຕີ້ງສຽວຜິງ, ແນວຄິດສຳຄັນກ່ຽວກັບ"ສາມຕົວແທນ" (ຄື: ພັກກອມມູ ນິດຈີນ ຕ້ອງເປັນຕົວແທນໃຫ້ແກ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາກຳລັງການຜະລິດທີ່ ກ້າວໜ້າຂອງຈີນຢ່າງສະເໝີຕົ້ນສະເໝີປາຍ; ພັກກອມມູນິດຈີນ ຕ້ອງເປັນຕົວແທນ ໃຫ້ແກ່ທິດທາງ ກ້າວໄປໜ້າຂອງວັດທະນະທຳທີ່ກ້າວໜ້າຂອງຈີນຢ່າງສະເໝີຕົ້ນສະເໝີປາຍ; ພັກກອມມູນິດຈີນຕ້ອງ ເປັນຕົວແທນໃຫ້ແກ່ຜົນປະໂຫຍດພື້ນຖານຂອງປະຊາຊົນ ອັນກວ້າງ​ໃຫຍ່ໄພສານຂອງຈີນ ຢ່າງສະ ເໝີຕົ້ນສະເໝີປາຍ.) ແລະທັດສະນະກ່ຽວກັບການພັດທະນາແບບວິທະຍາສາດ ເປັນທິດຊີ້ນຳ, ປົດປ່ອຍແນວຄິດ,ດຳເນີນການປະຕິຮູບ,ໄຂປະຕູສູ່ພາຍນອກ, ເຕົ້າໂຮມກຳລັງ, ຜ່ານຜ່າຄວາມຫຍຸ້ງ ຍາກ, ກ້າວໄປໜ້າຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢ່າງໝັ້ນໜຽວບໍ່ປ່ຽນແປງ, ບາກບັ່ນສູ້ຊົນເພື່ອສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ.
    ເວລານີ້ ພວກເຮົາມີຄວາມຮູ້ສຶກທີ່ຄືກັນຄື: ເມື່ອໄດ້ບາກບັ່ນສູ້ຊົນຢ່າງທໍລະຫົດອົດທົນເປັນເວລາ 90 ກວ່າປີມາແລ້ວ, ພັກພວກເຮົາໄດ້ນຳພາປະຊາຊົນບັນດາ ເຜົ່າໃນທົ່ວປະເທດ ປ່ຽນແປງປະເທດຈີນ ເກົ່າທີ່ທຸກຍາກຫຼ້າຫຼັງໃຫ້ເປັນປະເທດຈີນໃໝ່ທີ່ຈະເລີນຮຸ່ງເຮືອງ ແລະ ມັ່ງຄັ່ງເຂັ້ມແຂງ, ພາລະກິດ​ໃນ​ການຟື້ນຟູຄວາມຈະເລີນຂອງປະຊາຊາດຈີນຄືນໃໝ່ ໄດ້ປະກົດມີພາບອະນາຄົດທີ່ສະຫວ່າງສະໄຫວ. ພວກເຮົາຮູ້ສຶກພາກພູມໃຈທີ່ສຸດ ຕໍ່ພາລະກິດອັນຍິ່ງໃຫຍ່ໃນປະຫວັດສາດ ທີ່ພັກ ແລະປະຊາຊົນສ້າງ ຂຶ້ນ, ມີຄວາມຮູ້ສຶກເດັດດ່ຽວ​ເຊື່ອ​ໝັ້ນທີ່ສຸດຕໍ່ອຸດົມການທີ່ພັກແລະປະຊາຊົນກຳນົດໄວ້, ແລະຮູ້ສຶກສະ ໝອງໃສທີ່ສຸດຕໍ່ໜ້າທີ່ປະຫວັດສາດຂອງພັກ.
    ປັດຈຸບັນ, ສະພາບການຂອງໂລກ, ຂອງຊາດແລະຂອງພັກສືບຕໍ່ເກີດມີການປ່ຽນແປງຢ່າງເລິກ ເຊິ່ງ, ພວກເຮົາໄດ້ປະເຊີນໜ້າກັບໂອກາດການພັດທະນາແລະສິ່ງທ້າທາຍ​ແບບບໍ່ເຄີຍມີມາກ່ອນ. ທົ່ວ ພັກຕ້ອງຈື່ຈຳຄວາມໄວ້ເນື້ອເຊື່ອໃຈແລະພາລະກິດ​ທີ່ ​ໄດ້​ຮັບການມອບໝາຍຈາກປະຊາຊົນໃຫ້ແໜ້ນ, ເຮັດວຽກງານຢ່າງເອົາຈິງເອົາຈັງກວ່າເກົ່າ,ສືບຕໍ່ຊຸກຍູ້ການພັດທະນາຢ່າງມີວິທະຍາສາດ, ຊຸກຍູຄວາມ ກົມກຽວກັນທາງສັງຄົມ, ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເພີ່ມຄວາມຜາສຸກໃຫ້ ປະຊາຊົນ, ສຳເລັດໜ້າທີ່ທີ່ມີກຽດແລະລຳບາກທີ່ຍຸກສະໄໝມອບໃຫ້.
  Ⅰວຽກງານໃນ 5 ປີທີ່ຜ່ານມາແລະການສະຫຼຸບ 10 ປີທີ່ຜ່ານມາໃນຂັ້ນພື້ນຖານ
    ໃນ 5 ປີພາຍຫຼັງໄຂກອງປະຊຸມໃຫຍ່ຄັ້ງທີ 17 ເປັນຕົ້ນມາແມ່ນ 5 ປີທີ່ພວກເຮົາບຸກບືນກ້າວໄປ ໜ້າຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ແມ່ນ 5 ປີທີ່ພວກເຮົາໄດ້ຜ່ານຜ່າການທົດ ສອບຈາກຄວາມຫຍຸ້ງຍາກແລະຄວາມສ່ຽງນາໆປະການ ແລ້ວຍາດເອົາໄຊຊະນະໃໝ່ໃນການສ້າງ ສາສັງຄົມອີ່ມໜຳສຳລານ ຢ່າງຮອບດ້ານ.
    ກອງປະຊຸມໃຫຍ່ຄັ້ງທີ 17 ໄດ້ຈັດວາງຢ່າງຮອບດ້ານກ່ຽວກັບການຊຸກຍູ້ການປະຕິຮູບ, ໄຂປະຕູສູ່ ພາຍນອກແລະການສ້າງສາສັງຄົມນິຍົມທີ່ທັນສະໄໝ, ບັນລຸເປົ້າໝາຍອັນຍິ່ງໃຫຍ່ ແຫ່ງການສ້າງສາ ສັງຄົມອີ່ມໜຳສຳລານຢ່າງຮອບດ້ານ. ເພື່ອຜັນຂະຫຍາຍນ້ຳໃຈຂອງກອງປະຊຸມໃຫຍ່ຄັ້ງທີ 17, ສູນ ກາງພັກໄດ້ ໄຂກອງປະຊຸມຄົບຄະນະ​ເຖິງ 7 ເທື່ອ, ​ເຊິ່ງ​ແຕ່ລະ​ເທື່ອ​ກໍ​ລ້ວນ​ແຕ່ໄດ້ມີການຕົກລົງ ແລະ ການຈັດວາງ ກ່ຽວກັບບັນຫາສຳຄັນທີ່ພົວພັນເຖິງສະພາບການລວມເປັນຕົ້ນແມ່ນ: ລົງເລິກການປະຕິ ຮູບໂຄງປະກອບຄຸ້ມຄອງທາງດ້ານບໍລິຫານ, ຊຸກຍູ້ການປະຕິຮູບແລະການພັດທະນາຊົນນະບົດ, ປັບ ປຸງແລະເສີມສ້າງການກໍ່ສ້າງພັກພາຍໃຕ້ສະພາບການໃໝ່, ຮ່າງແຜນການ "5 ປີຄັ້ງທີ 12", ຊຸກຍູ້ ການປະຕິຮູບ ແລະການພັດທະນາວັດທະນະທຳແລະອື່ນໆ. ໃນ 5 ປີມານີ້ ພວກເຮົາໄດ້ຮັບ​ຜົນ ສຳເລັດ​ໃນ​ການ​ປະຕິບັດແຜນການ"5 ປີຄັ້ງທີ 11" ຢ່າງຈົບງາມ, ໄດ້ປະຕິບັດແຜນການ"5 ປີຄັ້ງທີ 12"ຢ່າງ ສະດວກ, ວຽກງານໃນດ້ານຕ່າງໆ ລ້ວນແຕ່ໄດ້ຮັບຜົນງານໃໝ່ທີ່ໃຫຍ່ຫຼວງ.
    ເສດຖະກິດໄດ້ຮັບ​ການພັດທະນາຢ່າງໜັກແໜ້ນແລະອ່າວໄວ. ກຳລັງລວມຂອງຊາດໄດ້ຍົກສູງ ຂຶ້ນຢ່າງຫຼວງຫຼາຍ, ໃນປີ 2011, ລວມຍອດຜະລິດຕະພັນພາຍໃນໄດ້ ບັນລຸເຖິງ 47.300 ຕື້ຢວນ. ລາຍຮັບ​ທາງ​ດ້ານການເງິນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ຄວາມສາມາດໃນການຜະລິດກະສິກຳໂດຍ ລວມໄດ້ຍົກສູງຂຶ້ນ, ການ​ເກັບ​ກູ້​ຜົນ​ຜະລິດທັນຍາຫານກໍໄດ້ຮັບຜົນຜະລິດທີ່ອຸດົມສົມບູນໃນຫຼາຍປີຕິດ ຕິດກັນ. ການປັບປຸງອົງປະກອບອຸດສາຫະກຳໄດ້ຮັບຄວາມຄືບໜ້າໃໝ່, ພື້ນຖານໂຄງລ່າງໄດ້ຮັບການ ເສີມສ້າງຢ່າງຮອບດ້ານ. ລະດັບການຫັນເປັນຕົວເມືອງໄດ້ຍົກສູງຂຶ້ນຢ່າງຈະແຈ້ງ, ການພັດທະນາ ລະຫວ່າງຕົວເມືອງກັບຊົນນະບົດແລະ ລະຫວ່າງພາກພື້ນຕ່າງໆ ໄດ້ມີຄວາມສອດຄ່ອງກົມກຽວກັນ ເພີ່ມຂຶ້ນ. ການພັດທະນາປະເທດແບບມີຫົວຄິດປະດິດສ້າງໄດ້ຮັບຜົນງານຢ່າງພົ້ນເດັ່ນ, ຂົງເຂດການ ບິນອະວະກາດໂດຍບັນທຸກຄົນ, ກິດຈະການສຳຫຼວດດວງຈັນ, ການດຳນ້ຳທະເລເລິກໂດຍບັນທຸກຄົນ, ຊຸບເປີຄອມພິວເຕີ, ທາງລົດໄຟທີ່ມີຄວາມໄວສູງແລະອື່ນໆໄດ້ມີການບຸກທະລຸຢ່າງໃຫຍ່ຫຼວງ. ການກໍ່ ສ້າງອາລິຍະທຳຊີວະພາບ ໄດ້ລົງມືປະຕິບັດຢ່າງໜັກແໜ້ນ, ການປະຢັດຊັບພະຍາກອນແລະການ ອະນຸລັກສິ່ງແວດລ້ອມໄດ້ກ້າວໄປໜ້າຢ່າງຮອບດ້ານ.
    ການປະຕິຮູບແລະໄຂປະຕູສູ່ພາຍນອກໄດ້ຮັບຄວາມຄືບໜ້າທີ່ໃຫຍ່ຫຼວງ. ການປະຕິຮູບຊົນນະ ບົດໂດຍລວມ, ການປະຕິຮູບລະບອບສິດປ່າໄມ້ຂອງຮວມໝູ່, ການປະຕິຮູບລັດວິສາຫະກິດໄດ້ລົງສູ່ ລວງເລິກຢ່າງບໍ່ຢຸດຢັ້ງ, ເສດຖະກິດທີ່ບໍ່ແມ່ນ ລະບອບກຳມະສິດສ່ວນລວມໄດ້ພັດທະນາຢ່າງປອດໃສ. ປັດຈຸບັນ ລະບົບຕະຫຼາດແລະລະບົບດັດສົມຄວບຄຸມມະຫາພາກ ໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນ ຢ່າງບໍ່ຢຸດຢັ້ງ, ການປະຕິຮູບຕ່າງໆເປັນຕົ້ນແມ່ນ: ການເງິນແລະສ່ວຍສາອາກອນ, ການທະນາຄານ, ລາຄາ, ວິທະຍາສາດເຕັກນິກ, ການສຶກສາ, ການປະກັນສັງຄົມ, ຢຸກຢາແລະສາທາລະນະສຸກ, ໜ່ວຍ ງານວິຊາການແລະອື່ນໆໄດ້ດຳເນີນກ້າວໄປໜ້າຢ່າງໜັກແໜ້ນ. ເສດຖະກິດແບບເປີດປະຕູ ໄດ້ບັນລຸ ສູ່ລະດັບໃໝ່, ລວມຍອດການຄ້າຂາເຂົ້າຂາອອກກ້າວຂຶ້ນເປັນອັນດັບທີ 2 ຂອງໂລກ.
    ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ຄວາມ​ເຂັ້ມ​ແຂງໃນ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການປະກອບອາຊີບຢູ່ຕົວເມືອງ ແລະຊົນນະບົດໄດ້ຮັບການຂະຫຍາຍກວ້າງອອກຢ່າງຕໍ່ເນື່ອງ, ລາຍຮັບຂອງປະຊາຊົນ ໄດ້ເພີ່ມຂຶ້ນ ຢ່າງອ່າວໄວ, ຊັບສິນຂອງຄອບຄົວໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ, ສະພາບການກິນການຢູ່ການນຸ່ງຖືການ ໃຊ້ສອຍການເດີນທາງລ້ວນ​ແຕ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ມາດຖານທີ່ຮັບປະກັນຊີວິດ ຕ່ຳສຸດຢູ່ຕົວເມືອງແລະຊົນນະບົດ ພ້ອມດ້ວຍມາດຖານອຸດໜູນຜູ້ທຸກຍາກຢູ່ຊົນນະບົດ ໄດ້ຍົກສູງຂຶ້ນ ຢ່າງຫຼວງຫຼາຍ, ເງິນບຳນານຂັ້ນພື້ນຖານຂອງຜູ້ອອກກິນເບ້ຍບຳນານຈາກວິສາຫະກິດໄດ້ຍົກສູງຂຶ້ນ ຢ່າງຕໍ່ເນື່ອງ.
    ການກໍ່ສ້າງປະຊາທິປະໄຕແລະລະບອບກົດໝາຍໄດ້ຢ່ວງ​ເຂົ້າສູ່ບາດກ້າວໃໝ່. ການປະຕິຮູບ ໂຄງປະກອບການເມືອງສືບຕໍ່ກ້າວໄປໜ້າ. ປະຕິບັດການເລືອກຕັ້ງຜູ້ແທນສະພາປະຊາຊົນ ໂດຍອີງ ຕາມມາດຕາສ່ວນຂອງປະຊາກອນທີ່ເທົ່າທຽມກັນຢູ່ຕົວເມືອງແລະຊົນນະບົດ. ປະຊາທິປະໄຕຢູ່ຂັ້ນ ຮາກຖານໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເປັນ ຮູບເປັນຮ່າງຂຶ້ນ, ການກໍ່ສ້າງປະເທດສັງຄົມນິຍົມທີ່ປົກຄອງດ້ວຍກົດໝາຍນັ້ນໄດ້ຮັບຜົນສຳ​ເລັດຢ່າງ ຈະແຈ້ງ. ແນວໂຮມເອກະພາບທີ່ຮັກຊາດໄດ້ຮັບການປັບປຸງໃຫ້ໃຫຍ່ຂຶ້ນ. ການປະຕິຮູບໂຄງປະກອບ ບໍລິຫານໄດ້ລົງສູ່ລວງເລິກ, ການປະຕິຮູບໂຄງປະກອບຕຸລາການແລະກົນໄກການເຮັດວຽກ ໄດ້ຮັບ ຄວາມຄືບໜ້າ ໃໝ່.
    ການກໍ່ສ້າງວັດທະນະທຳໄດ້ຂຶ້ນສູ່ລະດັບໃໝ່. ການກໍ່ສ້າງລະບົບທັດສະນະມູນຄ່າຕົ້ນຕໍຂອງ ສັງຄົມນິຍົມ ໄດ້ດຳເນີນໄປຢ່າງເລິກເຊິ່ງ, ການປະຕິຮູບໂຄງປະກອບວັດທະນະທຳໄດ້ຮັບການຊຸກຍູ້ ກ້າວໄປໜ້າຢ່າງຮອບດ້ານ, ການກໍ່ສ້າງລະບົບບໍລິການວັດທະນະທຳສາທາລະນະໄດ້ຮັບຄວາມຄືບ ໜ້າອັນໃຫຍ່ຫຼວງ, ອຸດສາຫະກຳວັດທະນະທຳໄດ້ຮັບ​ການ​ພັດທະນາຢ່າງວ່ອງໄວ, ການປະດິດຄິດ ແຕ່ງທາງດ້ານວັດທະນະທຳຈະເລີນຮຸ່ງເຮືອງກວ່າເກົ່າ, ຊີວິດການເປັນຢູ່ທາງດ້ານຈິດໃຈຂອງປະຊາ ຊົນອຸດົມສົມບູນແລະມີຫຼາຍສີສັນກວ່າເກົ່າ. ວຽກງານກິລາທົ່ວປວງຊົນ​ໃນການຫັດກາຍຍະ​ບໍລິຫານ ແລະກິລາປະເພດແຂ່ງຂັນໄດ້ຮັບຜົນງານໃໝ່.
    ການກໍ່ສ້າງສັງຄົມໄດ້ຮັບຄວາມກ້າວໜ້າໃໝ່. ລະດັບແລະຄວາມສະໝ່ຳສະເໝີກັນຂອງພື້ນຖານ ການບໍລິການສາທາລະນະ ໄດ້ຍົກສູງຂຶ້ນຢ່າງຈະແຈ້ງ. ວຽກງານການສຶກສາໄດ້ພັດທະນາຢ່າງວ່ອງ ໄວ, ການສຶກສາພາກບັງຄັບໂດຍບໍ່ເສຍຄ່າຢູ່ຕົວເມືອງແລະຊົນນະບົດໄດ້ບັນລຸຜົນເປັນຈິງຢ່າງຮອບ ດ້ານ. ການກໍ່ສ້າງລະບົບປະກັນສັງຄົມໄດ້ຮັບຜົນງານຢ່າງເດັ່ນຊັດ, ພື້ນຖານລະບຽບການປະກັນໄພ ລ້ຽງດູຜູ້ເຖົ້າຢູ່ຕົວເມືອງແລະຊົນນະບົດໄດ້ສ້າງຕັ້ງຂຶ້ນຢ່າງຮອບດ້ານ, ລະບົບຊ່ອຍເຫຼືອທາງສັງຄົມ ແບບໃໝ່ໄດ້ເປັນຮູບເປັນຮ່າງຂຶ້ນໂດຍພື້ນຖານ. ການຮັບປະກັນການປິ່ນປົວພະຍາດຂອງທົ່ວປວງຊົນ ໄດ້ບັນລຸຜົນເປັນຈິງໃນຂັ້ນພື້ນຖານແລ້ວ,ລະບຽບການປິ່ນປົວພະຍາດແລະການ​ບໍລິການສາທາລະນະ ສຸກຂັ້ນພື້ນຖານຢູ່ຕົວເມືອງແລະຊົນນະບົດໄດ້ສ້າງຕັ້ງຂຶ້ນ. ການກໍ່ສ້າງເຮືອນຢູ່ນະໂຍບາຍໄດ້ເລັ່ງລັດ ໃຫ້ໄວຂຶ້ນ. ໄດ້ເພີ່ມທະວີແລະປະດິດສ້າງວິທີການຄຸ້ມຄອງສັງຄົມ, ສັງຄົມໄດ້ມີຄວາມສະຫງົບແລະ ປອງ​ດອງກັນ.
ການກໍ່ສ້າງກອງທັບແລະວຽກງານປ້ອງກັນປະເທດໄດ້ສ້າງສະພາບການໃໝ່. ການປ່ຽນແປງ ທາງດ້ານການທະຫານທີ່ມີສີສັນພິເສດຂອງຈີນໄດ້ຮັບຜົນງານອັນໃຫຍ່ຫຼວງ, ການກໍ່ສ້າງກອງທັບໃຫ້ ຫັນເປັນກອງທັບປະຕິວັດ, ຫັນເປັນທັນສະໄໝແລະຫັນເປັນແບບແຜນນັ້ນພວມກ້າວໄປໜ້າຢ່າງ​ສອດ ຄ່ອງກົມກຽວກັນແລະໄດ້ຮັບການເສີມສ້າງຢ່າງຮອບດ້ານ, ການກະກຽມການສູ້ຮົບດ້ານການທະຫານ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ,ຄວາມສາມາດໃນການປະຕິບັດພາລະໜ້າທີ່ທາງດ້ານປະຫວັດສາດໃນສະຕະວັດໃໝ່ແລະໄລຍະໃໝ່ນັ້ນໄດ້ເພີ່ມທະວີຂຶ້ນຢ່າງຈະແຈ້ງ,  ໄດ້ສຳເລັດໜ້າທີ່ຕ່າງໆແບບສຸກ
ເສີນ,ຫຍຸ້ງຍາກ,ອັນຕະລາຍແລະໜັກໜ່ວງຢ່າງຈົບງາມ.
ວຽກງານຮົງກົງມາເກົ໋າໄຕ້ຫວັນໄດ້ຮັບການເສີມສ້າງຕື່ມອີກ. ເຂດຮົງກົງແລະມາເກົ໋າໄດ້ຮັກສາ ຄວາມຈະເລີນຮຸ່ງເຮືອງແລະຄວາມ​ມີສະຖຽນລະພາບ,ການແລກປ່ຽນແລະຮ່ວມມືກັບແຜ່ນດິນໃຫຍ່ໄດ້ ຍົກສູງເຖິງລະດັບໃໝ່.ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນເກີດມີການປ່ຽນແປງຢ່າງໃຫຍ່ຫຼວງ, ບັນລຸ "ການເຊື່ອມຕໍ່ກັນໃນດ້ານໄປສະນີ,ການເດີນອາກາດແລະການຄ້າ" ລະຫວ່າງ
ສອງຝັ່ງຢ່າງຮອບດ້ານ, ໄດ້ເຊັນແລະປະຕິບັດຕາມສັນຍາຂອບການຮ່ວມມືທາງເສດຖະກິດລະຫວ່າງ ສອງຝັ່ງ, ສະພາບການໄປມາຫາສູ່ກັນໃນທົ່ວທຸກທິດລະຫວ່າງສອງຝັ່ງໄດ້ເປັນຮູບເປັນຮ່າງຂຶ້ນ,ສ້າງ ສະພາບການໃໝ່ແຫ່ງການຂະຫຍາຍການພົວພັນລະຫວ່າງສອງຝັ່ງໂດຍສັນຕິ.
    ວຽກງານການຕ່າງປະເທດໄດ້ຮັບຜົນງານໃໝ່. ປົກປັກຮັກສາຜົນປະໂຫຍດແຫ່ງຊາດພ້ອມດ້ວຍ ສິດທິຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງພົນລະເມືອງ ແລະນິຕິບຸກຄົນຂອງຈີນທີ່ຢູ່ຕ່າງປະເທດ ຢ່າງເດັດດ່ຽວ, ເພີ່ມທະວີການແລກປ່ຽນແລະການຮ່ວມມືກັບປະເທດຕ່າງໆໃນໂລກ, ຊຸກຍູ້ການປ່ຽນ ແປງກົນໄກບໍລິຫານທົ່ວໂລກ, ຕັ້ງໜ້າຊຸກຍູ້ສັນຕິພາບແລະການພັດທະນາຂອງໂລກ, ບົດບາດລັກສະ ນະຂອງ​ການ​ເປັນຕົວແທນແລະສິດປະກອບ​ຄຳ​ເຫັນໃນວຽກງານສາກົນໄດ້ເພີ່ມທະວີຂຶ້ນຕື່ມອີກ, ໄດ້ ຍາດແຍ່ງສະພາບແວດລ້ອມສາກົນທີ່ມີຜົນດີິຕໍ່ການປະຕິຮູບແລະການພັດທະນາ.
ການກໍ່ສ້າງຂອງພັກໄດ້ຮັບການເສີມສ້າງຢ່າງຮອບດ້ານ. ການກໍ່ສ້າງຄວາມສາມາດໃນການກຳ ອຳນາດແລະການກໍ່ສ້າງທີ່​ມີລັກສະນະກ້າວໜ້າຂອງພັກໄດ້ສືບຕໍ່ກ້າວໄປໜ້າ,ການກໍ່ສ້າງແນວຄິດທິດ ສະດີໄດ້ຮັບຜົນງານຢ່າງຈະແຈ້ງ, ກິດຈະກຳກ່ຽວກັບການຮຽນທາງ​ດ້ານ​ທິດ​ສະ​ດີແລະປະຕິບັດຕົວຈິງ ຂອງທັດສະນະພັດທະນາແບບວິທະຍາສາດໄດ້ຮັບຜົນງານທີ່ສຳຄັນ, ການປະຕິຮູບແລະປະດິດສ້າງ ໃນການກໍ່ສ້າງພັກໄດ້ຢ່ວງບາດກ້າວທີ່ສຳຄັນ.ປະຊາທິປະໄຕພາຍໃນພັກໄດ້ຮັບການຂະຫຍາຍກວ້າງອອກຕື່ມອີກ. ການກໍ່ສ້າງຖັນແຖວພະນັກງານໄດ້ຮັບຄວາມຄືບໜ້າໃໝ່, ວຽກງານຊັບພະຍາກອນມະ ນຸດໄດ້ສ້າງສະພາບການໃໝ່. ວຽກ​ງານ "ສ້າງອົງການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າແລະພະຍາ ຍາມຝຶກ​ຝົນ​ຫຼໍ່​ຫຼອມ​ໃຫ້​ກາຍເປັນສະມາຊິກພັກທີ່ດີເດັ່ນ" ແລະການສ້າງອົງການຈັດຕັ້ງພັກແບບຮ່ຳຮຽນ​ເລື້ອຍໆ​ໄປໄດ້ດຳເນີນໄປຢ່າງເລິກເຊິ່ງ, ອົງການຈັດຕັ້ງພັກຂັ້ນຮາກຖານໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ.  ການສ້າງແບບແຜນຂອງພັກແລະການບໍລິຫານທີ່ປອດໄສຂາວສະອາດແລະການຕໍ່ສູ້ ຕ້ານການສໍ້ລາດບັງຫຼວງໄດ້ຮັບຜົນງານໃໝ່.
ພ້ອມກັນນັ້ນ ຕ້ອງເຫັນໄດ້, ໃນວຽກງານຂອງພວກເຮົາຍັງມີຂໍ້ຂາດຕົກບົກພ່ອງຢ່າງຫຼວງຫຼາຍ, ບົນເສັ້ນທາງກ້າວໄປໜ້າຍັງມີຄວາມຫຍຸ້ງຍາກແລະບັນຫາບໍ່ໜ້ອຍ. ຕົ້ນຕໍມີ: ບັນຫາທີ່ບໍ່ສະໝ່ຳສະເໝີ ກັນ, ບໍ່ປະສານກົມກຽວກັນແລະບໍ່ຄົງ​ຕົວໄດ້ໃນການພັດທະນານັ້ນຍັງພົ້ນເດັ່ນຢູ່, ຄວາມສາມາດ​ໃນ ແນວ​ຄິດປະດິດສ້າງໃໝ່ຍັງບໍ່ເຂັ້ມແຂງ,ອົງປະກອບອຸດສາຫະກຳບໍ່ສົມເຫດສົມຜົນ,ພື້ນຖານຂອງກະສິ ກຳຍັງບອບບາງຢູ່,ຖືກຊັບພະຍາກອນແລະສິ່ງແວດລ້ອມຜູກມັດຫຼາຍຂຶ້ນກວ່າເກົ່າ,ໂຄງປະກອບແລະກົນໄກທີ່ເປັນສິ່ງກີດຂວາງການພັດທະນາແບບວິທະຍາສາດນັ້ນມີອ່າວຫຼາຍ,ໜ້າທີ່ທີ່ລົງເລິກການປະຕິຮູບ,ໄຂປະຕູສູ່ພາຍນອກແລະຫັນປ່ຽນຮູບການພັດທະນາເສດຖະກິດນັ້ນຍັງໜັກໜ່ວງຢູ່; ຄວາມຫຼຸດ ໂຕນກັນໃນດ້ານການພັດທະນາລະຫວ່າງຕົວເມືອງກັບຊົນນະບົດແລະລະຫວ່າງພາກພື້ນຕ່າງໆພ້ອມ ດ້ວຍຄວາມຫຼຸດໂຕນກັນທາງດ້ານລາຍຮັບຂອງປະຊາຊົນຍັງມີຫຼາຍຢູ່; ຄວາມຂັດແຍ່ງກັນທາງສັງຄົມ ເພີ່ມຫຼາຍຂຶ້ນຢ່າງຈະແຈ້ງ,ບັນຫາທີ່ພົວພັນເຖິງຜົນປະໂຫຍດຂອງປະຊາຊົນເປັນຕົ້ນແມ່ນ:ການສຶກສາ,ການປະກອບວຽກ​ເຮັດ​ງານ​ທຳ,ການປະກັນສັງຄົມ, ການປິ່ນປົວພະຍາດ,ເຮືອນຢູ່,ສະພາບແວດລ້ອມ ທຳມະຊາດ, ຄວາມປອດໄພຂອງອາຫານ ແລະຢາປົວພະຍາດ, ຄວາມປອດໄພດ້ານການຜະລິດ, ຄວາມສະຫງົບທາງສັງຄົມ, ການປະຕິບັດກົດໝາຍແລະຕຸລາການແລະອື່ນໆຍັງອ່າວຫຼາຍ, ຊີວິດການ ເປັນຢູ່ຂອງປະຊາຊົນຈຳນວນ​ບໍ່ໜ້ອຍຍັງມີຄວາມຫຍຸ້ງຍາກ; ຢູ່ບາງຂົງເຂດມີ​ປະກົດ​ການເສຍທາດ ຂາດ​ຄຸນ,ບໍ່​ມີຄວາມຊື່ສັດ; ພະນັກງານການນຳບາງຄົນບໍ່ມີຄວາມສາມາດໃນການພັດທະນາແບບວິທະ ຍາສາດ,ບາງອົງການຈັດຕັ້ງພັກຂັ້ນຮາກຖານອ່ອນແອແລະແຕກຊະຊາຍ, ສະມາຊິກພັກແລະພະນັກ ງານຈຳນວນ​ໜຶ່ງ​ບໍ່​ມີ​ຄວາມ​ຍຶດໝັ້ນ​ໃນ​ດ້ານອຸດົມການ,ມີ​ແນວ​ຄິດ​ຫ່າງ​ເຫີ​ນຈາກຈຸດປະສົງ,ມີີບັນຫາພົ້ນ ເດັ່ນໃນດ້ານລັດທິຮູບການແລະພະຍາດອາດຍາສິດ,ມີປະກົດການຫຼິ້ນກິນຟຸມເຟືອຍຢ່າງໜັກໜ່ວງ; ຢູ່ ບາງເຂດມັກເກີດປະກົດການສໍ້ລາດບັງຫຼວງເລື້ອຍໆ, ສະພາບການຕໍ່ສູ້ຕ້ານການ​ສໍ້ລາດບັງຫຼວງຍັງ ຂ້ຽວຂາດຢູ່. ຕໍ່ຄວາມຫຍຸ້ງຍາກແລະບັນຫາເຫຼົ່ານີ້,ພວກເຮົາຕ້ອງເອົາໃຈໃສ່ໃນລະດັບສູງ, ແລະແກ້ໄຂ ຢ່າງຕັ້ງໜ້າຕື່ມອີກ.
    ວຽກງານໃນ 5 ປີທີ່ຜ່ານມາແມ່ນພາກສ່ວນທີ່ສຳຄັນຂອງພຶດຕິກຳແຫ່ງການສ້າງສາສັງຄົມທີ່ອີ່ມ ໜຳສຳລານຢ່າງຮອບດ້ານເປັນເວລາ10ປີພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ16ເປັນຕົ້ນມາ.
ໃນ 10 ທີ່ຜ່ານມານີ້,ພວກເຮົາໄດ້ກຳແໜ້ນແລະນຳໃຊ້ໄລຍະທີ່ປະເທດພວກເຮົາໄດ້ປະເຊີນໜ້າ ກັບໂອກາດຍຸດທະສາດໃນການພັດທະນາທີ່ສຳຄັນ, ໄດ້ເອົາຊະນະສິ່ງທ້າທາຍ ທີ່ໃຫຍ່ຫຼວງຕ່າງໆ, ອອກແຮງສຸດຂີດເພື່ອຊຸກຍູ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ກ້າວໄປສູ່ໄລຍະພັດທະນາໃໝ່. ຫຼັງຈາກເຂົ້າສູ່ສະຕະວັດໃໝ່ແລະໄລຍະໃໝ່ແລ້ວ, ສະຖານະການສາກົນໄດ້ຜັນ​​ແປ​ໄປຢ່າງສັບສົນ,ກຳ ລັງການແຂ່ງຂັນແຫ່ງຊາດໂດຍລວມໄດ້ດຸເດືອດກວ່າຍາມໃດໝົດ,   ພວກເຮົາລົງເລິກການປະຕິຮູບ ແລະໄຂປະຕູສູ່ພາຍນອກ, ເລັ່ງລັດບາດກ້າວພັດທະນາໃຫ້ໄວຂຶ້ນ, ຖືການເຂົ້າຮ່ວມອົງການການຄ້າ ໂລກເປັນໂອກາດ,ປ່ຽນຄວາມກົດດັນເປັນພະລັງແຮງ, ປ່ຽນການທ້າທາຍເປັນໂອກາດ, ຊຸກຍູ້ຂະບວນ ການສ້າງສາສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານຢ່າງໝັ້ນໜຽວບໍ່ປ່ຽນແປງ. ໃນຂະບວນການກ້າວ ໄປໜ້າ,ພວກເຮົາໄດ້ເອົາຊະນະການລະບາດຂອງພະຍາດປອດອັກເສບປະເພດຮຸນແຮງຫຼືຊາສ໌ທີ່ເກີດຂຶ້ນ​ແບບກະທັນຫັນ, ຕັ້ງໜ້າສະຫຼຸບສະພາບການພັດທະນາຂອງປະເທດພວກເຮົາ, ກຳຈຸດພິເສດຕາມ ຂັ້ນຕອນໃນການພັດທະນາຂອງປະເທດພວກເຮົາຢ່າງຖືກຕ້ອງ,ສະເໜີຢ່າງທັນການແລະຈັດຕັ້ງປະຕິບັດຢ່າງຮອບດ້ານກ່ຽວກັບແນວຄິດຍຸດທະສາດທີ່ໃຫຍ່ຫຼວງເຊັ່ນທັດສະນະພັດທະນາແບບວິທະຍາສາດເປັນຕົ້ນ, ຂະຫຍາຍຊ່ອງຫວ່າງແຫ່ງການພັດທະນາເສດຖະກິດສັງຄົມໃຫ້ກວ້າງອອກ. ພາຍຫຼັງປີ
2008ວິກິດການການເງິນສາກົນເຮັດໃຫ້ການພັດທະນາຂອງປະເທດພວກເຮົາປະສົບຄວາມຫຍຸ້ງຍາກຢ່າງໜັກໜ່ວງ, ພວກເຮົາໄດ້ຄົ້ນຄວ້າຢ່າງມີວິທະຍາສາດແລະຕັດສິນນະໂຍບາຍຢ່າງເດັດຂາດ, ໄດ້ ນຳໃຊ້ມາດຕະການທີ່ໃຫຍ່ຫຼວງຕ່າງໆ, ອັນໄດ້ນຳໜ້າເຮັດໃຫ້ເສດຖະກິດພັດທະນາຢ່າງໝັ້ນທ່ຽງໃນ ທົ່ວໂລກ, ໄດ້ມີບົດຮຽນທີ່ສຳຄັນໃນການຮັບມືກັບຄວາມສ່ຽງທາງດ້ານເສດຖະກິດຈາກພາຍນອກຢ່າງ ບັງເກີດຜົນແລະຮັກສາໃຫ້ເສດຖະກິດພັດທະນາຢ່າງໝັ້ນທ່ຽງແລະອ່າວໄວ. ພວກເຮົາໄດ້ຈັດງານມະ ຫາກຳກິລາໂອແລັມປິກປັກກິ່ງ, ງານກິລາໂອແລັມປິກຄົນພິການແລະງານວາງສະແດງໂລກຊຽງໄຮ ຢ່າງສຳເລັດຜົນ, ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ໃນການຕໍ່ຕ້ານກອບກູ້ໄພທຳມະຊາດທີ່ໜັກໜ່ວງເຊັ່ນ ແຜ່ນດິນໄຫວແຮງທີ່ສຸດທີ່ເວີ້ນສວນເປັນຕົ້ນແລະການສ້າງສາຄືນໃໝ່ຫຼັງໄພພິບັດ, ປັບປຸງແກ້ໄຂເຫດ ການສຸກເສີນຕ່າງໆທີ່ຮຸນແຮງ. ພາຍໃຕ້ສະຖານະການພາຍໃນແລະຕ່າງປະເທດທີ່ສັບສົນທີ່ສຸດ, ພັກ ແລະປະຊາຊົນໄດ້ຜ່ານຜ່າການທົດສອບອັນຂ້ຽວຂາດ, ໄດ້ບູລະ ນະແລະຂະຫຍາຍພາລະກິດປະຕິຮູບ, ໄຂປະຕູສູ່ພາຍນອກແລະສ້າງສາສັງຄົມນິຍົມທີ່ທັນສະໄໝ,ໄດ້ຍົກຖານະຂອງປະເທດພວກເຮົາໃຫ້ສູງ ຂຶ້ນໃນສາກົນ, ໄດ້ສະແດງໃຫ້ເຫັນເຖິງຄວາມດີເດັ່ນອັນມະຫາສານແລະຄວາມຊີວິດຊີວາທີ່ເຂັ້ມແຂງ ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ແລະໄດ້ເພີ່ມຄວາມພາກພູມໃຈ, ຄວາມສາມັກຄີຂອງປະຊາ ຊົນແລະປະຊາຊາດຈີນ.
ໃນ10ປີມານີ້,ພວກເຮົາໄດ້ຮັບຜົນສຳເລັດຄັ້ງປະຫວັດສາດໃໝ່ຢ່າງຫຼວງຫຼາຍ, ອັນໄດ້ສ້າງພື້ນ ຖານອັນໝັ້ນແກ່ນໃຫ້ແກ່ການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ. ລວມຍອດເສດ ຖະກິດຂອງປະເທດພວກເຮົາໄດ້ຈາກອັນດັບທີ6ຂຶ້ນເປັນອັນດັບທີ 2 ຂອງໂລກ, ກຳລັງການຜະລິດ ທາງສັງຄົມ, ກຳລັງທາງດ້ານເສດຖະກິດ, ແລະກຳລັງທາງດ້ານວິທະຍາສາດເຕັກນິກໄດ້ຍົກສູງຂຶ້ນສູ່
ລະດັບໃໝ່,ລະດັບຊີວິດການເປັນຢູ່ຂອງປະຊາຊົນ,ລະດັບລາຍຮັບຂອງປະຊາຊົນ,ແລະລະດັບປະກັນ ສັງຄົມໄດ້ຍົກຂຶ້ນສູ່ລະດັບໃໝ່, ກຳລັງ​ແຮງ​ສັງລວມຂອງຊາດ, ກຳລັງແຂ່ງຂັນກັບຕ່າງປະເທດໃນໂລກ, ແລະອິດທິພົນໃນສາກົນໄດ້ຍົກຂຶ້ນສູ່ລະດັບໃໝ່, ໂສມໜ້າຂອງປະເທດໄດ້ເກີດມີການປ່ຽນແປງໃໝ່ທີ່ ມີ ລັກສະນະປະຫວັດສາດ. ຄົນທັງຫຼາຍຮັບຮອງໂດຍທົ່ວໄປວ່າ, ນີ້ແມ່ນໄລຍະທີ່ເສດຖະກິດຂອງປະ ເທດພວກເຮົາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ປະຊາທິປະໄຕໄດ້ຮັບການບູລະນະໃຫ້ສົມບູນຂຶ້ນ ຢ່າງບໍ່ຢຸດຢັ້ງ,ວັດທະນະທຳນັບມື້ນັບຈະເລີນຮຸ່ງເຮືອງແລະສັງຄົມໄດ້ມີສະຖຽນລະພາບ, ແມ່ນໄລຍະທີ່ ສຸມກຳລັງຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ຫຼາຍທີ່ສຸດ. ການທີ່ພວກເຮົາໄດ້ຮັບຜົນສຳເລັດຄັ້ງປະຫວັດສາດຄືແນວນີ້ແມ່ນຍ້ອນການຊີ້ນຳອັນຖືກ ຕ້ອງຂອງທິດສະດີພື້ນຖານ, ແນວທາງພື້ນຖານ, ໂຄງຮ່າງພື້ນຖານແລະບົດຮຽນພື້ນຖານຂອງພັກ, ແມ່ນຍ້ອນພື້ນຖານອັນໜັກແໜ້ນທີ່ສ້າງຂຶ້ນ ນັບແຕ່ສະຖາປະນາປະເທດຈີນໃໝ່ມານີ້ ໂດຍສະເພາະ ແມ່ນນັບແຕ່ດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກມານີ້,ແມ່ນຍ້ອນຄວາມສາມັກຄີແລະບາກບັ່ນສູ້ຊົນຂອງທົ່ວພັກແລະປະຊາຊົນບັນດາເຜົ່າໃນທົ່ວປະເທດ.
ນະທີ່ນີ້,ຂ້າພະເຈົ້າຂໍຕາງໜ້າສູນກາງພັກກອມມູນິດຈີນ ສະແດງຄວາມຂອບອົກຂອບໃຈດ້ວຍ ຄວາມຈິງໃຈມາ​ຍັງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ຕໍ່ພັກຝ່າຍປະຊາທິປະໄຕຕ່າງໆ, ອົງການຈັດ ຕັ້ງຕ່າງໆຂອງປະຊາຊົນແລະບຸກຄົນທີ່ຮັກຊາດໃນວົງການຕ່າງໆ, ຕໍ່ພີ່ນ້ອງຮ່ວມຊາດຂອງເຂດບໍລິ ຫານພິເສດຮົງກົງ, ພີ່ນ້ອງຮ່ວມຊາດຂອງເຂດບໍລິຫານພິເສດມາເກົ໋າແລະພີ່ນ້ອງຮ່ວມຊາດຂອງໄຕ້ ຫວັນພ້ອມດ້ວຍຊາວຕ່າງດ້າວ, ຕະຫຼອດເພື່ອນມິດປະເທດຕ່າງໆທີ່​ໄດ້ເອົາໃຈໃສ່ແລະສະໜັບສະໜູນ ການສ້າງສາທັນສະໄໝຂອງຈີນ.
ເມື່ອສະຫຼຸບ​ແລ້ວ​ຜ່ານຂະບວນການບາກບັ່ນສູ້ຊົນມາເປັນເວລາ 10 ປີມາ​ນີ້ເຫັນວ່າ, ສິ່ງທີ່ສຳຄັນ ທີ່ສຸດກໍແມ່ນ: ພວກເຮົາຍຶດໝັ້ນລັດທິມາກເລນິນ, ແນວຄິດເໝົາເຈີຕົງ, ທິດສະດີເຕີ້ງສຽວຜິງ,ແນວຄິດ ສຳຄັນກ່ຽວກັບ"ສາມຕົວແທນ", ຊຸກຍູ້ການປະດິດສ້າງທິດສະດີໃໝ່ບົນພື້ນຖານພຶດຕິກຳຢ່າງກ້າຫານ, ໂດຍປິ່ນອ້ອມການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ສະເໜີແນວຄິດ ໃໝ່,ທັດສະນະໃໝ່, ຄຳວິນິດໄສໃໝ່ໆທີ່ຕິດຕໍ່ພົວພັນກັນຢ່າງໃກ້ຊິດແລະເຊື່ອມຕໍ່ລຸລ່ວງເຊິ່ງກັນແລະ ກັນ, ແລ້ວຈໍ່ຕົວເປັນທັດສະນະພັດທະນາແບບວິທະຍາສາດແລະໄດ້ຈັດຕັ້ງປະຕິບັດຕາມທັດສະນະດັ່ງ ກ່າວ. ທັດສະນະພັດທະນາແບບວິທະຍາສາດແມ່ນສິ່ງກຳເນີດຈາກລັດທິມາກທີ່ປະສານສົມທົບກັບສະ ພາບຕົວຈິງແລະຈຸດພິເສດດ້ານຍຸກສະໄໝຂອງປະເທດຈີນປັດຈຸບັນ, ເປັນການສະແດງໃຫ້ເຫັນເຖິງ
ໂລກະທັດແລະທິດສະດີວ່າດ້ວຍວິທີກ່ຽວກັບການພັດທະນາຂອງລັດທິມາກ, ໄດ້ໃຫ້ຄຳຕອບໃໝ່ແບບ ວິທະຍາສາດຕໍ່ບັນຫາອັນໃຫຍ່ຫຼວງທີ່ວ່າ ຈະບັນລຸການພັດທະນາຫຍັງແດ່ ແລະ ພັດທະນາແນວໃດ
ພາຍໃຕ້ສະພາບການໃໝ່, ໄດ້ຍົກສູງຄວາມຮັບຮູ້ຂອງພວກເຮົາທີ່ມີຕໍ່ກົດເກນຂອງສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນໃຫ້ຂຶ້ນສູ່ລະດັບໃໝ່, ແລະໄດ້ບຸກເບີກສະພາບໃໝ່ແຫ່ງການພັດທະນາລັດທິມາກຢູ່ ປະເທດຈີນຍຸກປັດຈຸບັນ.ທັດສະນະພັດທະນາແບບວິທະຍາສາດແມ່ນໝາກຜົນໃໝ່ສຸດຂອງລະບົບທິດສະດີວ່າດ້ວຍສັງຄົມນິຍົມ  ທີ່ມີສີສັນພິເສດຂອງຈີນ, ແມ່ນຫົວກະທິຂອງສະຕິປັນຍາຮວມໝູ່ຂອງພັກ
ກອມມູນິດຈີນ, ແມ່ນອາວຸດແນວຄິດທີ່ເຂັ້ມແຂງໃນການຊີ້ນຳວຽກງານທັງໝົດຂອງພັກແລະລັດ. ທັດ ສະນະພັດທະນາແບບວິທະຍສາດຢູ່ຮ່ວມກັນກັບລັດທິມາກເລນິນ, ແນວຄິດເໝົາເຈີຕົງ,ທິດສະດີເຕີ້ງ ສຽວຜິງແລະແນວຄິດສຳຄັນກ່ຽວກັບ"ສາມຕົວແທນ",ແມ່ນແນວຄິດຊີ້ນຳທີ່ພັກຕ້ອງຍຶດໝັ້ນເປັນເວລາຍາວນານ.
ການມຸ່ງໜ້າໄປສູ່ອະນາຄົດ, ລົງເລິກຜັນຂະຫຍາຍທັດສະນະພັດທະນາແບບວິທະຍາສາດແມ່ນ ມີຄວາມໝາຍຕົວຈິງທີ່ໃຫຍ່ຫຼວງແລະຄວາມໝາຍທາງປະຫວັດສາດທີ່ເລິກເຊິ່ງຍາວໄກຕໍ່ການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ຕ້ອງຈັດຕັ້ງປະຕິບັດທັດສະນະພັດທະນາແບບວິທະຍາສາດຢູ່ທົ່ວຂະບວນການສ້າງສາທັນສະໄໝຂອງປະເທດພວກເຮົາ ແລະສ່ອງແສງໃຫ້ເຖິງດ້ານ ຕ່າງໆຂອງການກໍ່ສ້າງພັກ. ທົ່ວພັກຕ້ອງມີຄວາມຮູ້ສຶກຕື່ນຕົວຫຼາຍກວ່າເກົ່າ, ຖືການຊຸກຍູ້ການພັດທະ ນາເສດຖະກິດສັງຄົມເປັນສິ່ງທີ່ສຳຄັນອັນດັບໜຶ່ງໃນການຈັດຕັ້ງປະຕິບັດທັດສະນະພັດທະນາແບບວິທະຍາສາດຢ່າງເລິກເຊິ່ງ,ກຳແໜ້ນໃຈກາງທີ່ວ່າສ້າງສາເສດຖະກິດ,ສຸມຈິດສຸມໃຈຍຶດໝັ້ນການພັດທະ ນາ, ສຸມກຳລັງເຂົ້າໃນການກຳກົດເກນພັດທະນາ,ປະດິດສ້າງທັດສະນະຄະຕິໃໝ່ກ່ຽວກັບການພັດທະ ນາ, ແກ້ໄຂບັນຫາຍາກຂອງການພັດທະນາ, ລົງເລິກປະຕິບັດຕາມຍຸດທະສາດສ້າງຊາດໃຫ້ຈະເລີນ ດ້ວຍວິທະຍາສາດການສຶກສາ,ຍຸດທະສາດສ້າງຊາດໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ,ຍຸດ ທະສາດການພັດທະນາແບບຍືນຍົງ, ເລັ່ງລັດການກໍ່ຕົວເປັນຮູບຮ່າງ,ໂຄງປະກອບແລະກົນໄກທີ່ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາແບບວິທະຍາສາດໃຫ້ໄວຂຶ້ນ, ປົດປ່ອຍແລະ ພັດທະນາກຳລັງການຜະລິດທາງສັງຄົມຢ່າງບໍ່ຢຸດຢັ້ງ, ບັນລຸການພັດທະນາແບບວິທະຍາສາດ, ການ ພັດທະນາແບບກົມກຽວກັນ,ການພັດທະນາໂດຍສັນຕິຢ່າງບໍ່ຢຸດຢັ້ງ,ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ ການຍຶດໝັ້ນແລະຂະຫຍາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຕ້ອງມີຄວາມຮູ້ສຶກຕື່ນຕົວຫຼາຍກວ່າ ເກົ່າເພື່ອເອົາການຖືຄົນເປັນກົກນັ້ນເປັນຈຸດຢືນໃຈກາງ ຂອງການລົງເລິກຜັນຂະຫຍາຍທັດສະນະພັດ ທະນາແບບວິທະຍາສາດ,ຖືເອົາການບັນລຸ, ປົກຮັກຮັກສາແລະພັດທະນາຜົນປະໂຫຍດພື້ນຖານຂອງ ປະຊາຊົນອັນໄພສານໃຫ້ດີນັ້ນ ເປັນຈຸດເລີ່ມຕົ້ນແລະຈຸດປະສົງຂອງທຸກໆວຽກງານຂອງພັກແລະລັດ ຢ່າງສະເໝີຕົ້ນສະເໝີປາຍ, ເຄົາລົບນ້ຳໃຈປະດິດສ້າງຂອງປະຊາຊົນ, ປົກປັກຮັກສາຜົນປະໂຫຍດ​ໃນ​ດ້ານຕ່າງໆຂອງປະຊາຊົນ, ເຮັດໃຫ້ປະຊາຊົນໄດ້ຮັບຜົນງານໃໝ່ເລື້ອຍໆໃນການແບ່ງປັນໝາກຜົນ ຂອງການພັດທະນາແລະຊຸກຍູ້ການພັດທະນາຮອບດ້ານຂອງຄົນ. ຕ້ອງມີຄວາມຮູ້ສຶກຕື່ນຕົວຫຼາຍກວ່າ ເກົ່າ,ຖືເອົາຄວາມຮອບດ້ານ, ຄວາມປະສານສົມທົບກັນແລະແບບຍືນຍົງເປັນຄວາມຮຽກຮ້ອງຕ້ອງ ການພື້ນຖານໃນການລົງເລິກຜັນຂະຫຍາຍທັດສະນາພັດທະນາແບບວິທະຍາສາດ, ຈັດຕັ້ງປະຕິບັດ ຢ່າງຮອບດ້ານຕາມທິດ​ທາງລວມ​ໃນ​ການສ້າງສາທັງ 5 ດ້ານ​ໄປພ້ອມກັນຄື: ເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມແລະອາລິຍະທຳຊີວະພາບ,ຊຸກຍູ້ປະສານສົມທົບກັນໃນດ້ານຕ່າງໆຂອງການ ສ້າງສາທີ່ທັນສະໄໝ, ຊຸກຍູ້ຄວາມປະສານກົມກຽວກັນລະຫວ່າງການພົວພັນການຜະລິດກັບກຳລັງ ການຜະລິດ, ລະຫວ່າງໂຄງບົນກັບໂຄງລ່າງ, ບຸກເບີກເສັ້ນທາງພັດທະນາແບບສີວິໄລ​ທີ່ການຜະລິດ ພັດທະນາ, ຊີວິດການເປັນຢູ່ຮັ່ງມີແລະຊີວະພາບດີງາມຢ່າງບໍ່ຢຸດຢັ້ງ. ຕ້ອງມີຄວາມຮູ້ສຶກຕື່ນຕົວຫຼາຍ ກວ່າເກົ່າ,ຖືເອົາການວາງແຜນຢ່າງເປັນເອກະພາບກັນເປັນວິທີພື້ນຖານໃນການລົງເລິກຜັນຂະຫຍາຍທັດສະນະພັດທະນາແບບວິທະຍາສາດ,ຍຶດໝັ້ນທຸກສິ່ງທຸກຢ່າງເລີ່ມຈາກສະພາບຕົວຈິງ,ຮັບຮູ້ຢ່າງຖືກ ຕ້ອງແລະແກ້ໄຂຢ່າງເໝາະສົມ ຕໍ່ການພົວພັນອັນໃຫຍ່ຫຼວງໃນພາລະກິດສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ,ວາງແຜນຢ່າງເປັນເອກະພາບກັນກ່ຽວກັບວຽກງານໃນດ້ານຕ່າງໆຄື: ການປະຕິຮູບ,ການພັດ ທະນາ,ສະຖຽນລະພາບ,ການບໍລິຫານພາຍໃນປະເທດ,ການຕ່າງປະເທດ,ການປ້ອງກັນປະເທດ,ການຄຸ້ມຄອງພັກ, ການຄຸ້ມຄອງລັດແລະການຄຸ້ມຄອງກອງທັບ,ວາງແຜນຢ່າງເປັນເອກະພາບກັນກ່ຽວກັບ ການພັດທະນາຕົວເມືອງແລະຊົນນະບົດ, ການພັດທະນາໃນທ້ອງ​ຖິ່ນຕ່າງໆ, ການພັດທະນາເສດຖະ ກິດສັງຄົມ, ການພັດທະນາຢ່າງກົມກຽວກັນລະຫວ່າງມະນຸດກັບທຳມະຊາດ, ການພັດທະນາພາຍໃນ ປະເທດກັບການໄຂປະຕູສູ່ພາຍນອກ, ວາງແຜນຢ່າງເປັນເອກະພາບກັນກ່ຽວກັບຜົນປະໂຫຍດຂອງ ຝ່າຍຕ່າງໆ,ປຸກລະດົມຄວາມຫ້າວຫັນຂອງຝ່າຍຕ່າງໆຢ່າງເຕັມທີ່, ພະຍາຍາມສ້າງສະພາບການທີ່ປະ ຊາຊົນທຸກຖ້ວນໜ້າເສີມຂະຫຍາຍຄວາມສາມາດຂອງໃຜຂອງລາວ,ຕ່າງຄົນຕ່າງໄດ້ຮັບຜົນປະໂຫຍດ ເທົ່າທີ່ຄວນຂອງຕົນແລະຢູ່ຮ່ວມກັນດ້ວຍ​ຄວາມ​ສາມັກຄີ​ປອງ​ດອງ.
ການປົດປ່ອຍແນວຄິດ, ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ກ້າວໜ້າໄປຕາມຍຸກສະໄໝ, ເຮັດແທ້ທຳຈິງ, ນີ້ແມ່ນທາດແທ້ອັນ​ຈະ​ແຈ້ງທາງດ້ານຈິດໃຈຂອງທັດສະນະພັດທະນາແບບວິທະຍາ ສາດ.ພຶດຕິກຳຕົວຈິງຈະພັດທະນາຢ່າງບໍ່ມີວັນສ້ຽງສຸດຈົນເທົ່າໃດໆ,ການຊອກຮູ້ສັດຈະທຳແມ່ນບໍ່ມີວັນສ້ຽງສຸດຈົນເທົ່າໃດໆ,ການປະດິດສ້າງທິດສະດີໃໝ່ກໍບໍ່ມີວັນສ້ຽງສຸດຈົນເທົ່າໃດໆ.ທົ່ວພັກຕ້ອງປະຕິບັດ ຕົວຈິງຢ່າງກ້າຫານ, ປ່ຽນແປງໃໝ່ຢ່າງກ້າຫານແລະປະດິດສ້າງໃໝ່ຢ່າງກ້າຫານ, ກຳຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາຂອງຍຸກສະໄໝ, ໄປຕາມຄວາມປາຖະໜາຮ່ວມຂອງປະຊາຊົນ, ຊອກ
ຄົ້ນແລະກຳກົດເກນຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງບໍ່ລົດລະ, ຮັກສາຄວາມຊີວິດຊີວາ ຂອງພັກຈົນເທົ່າໃດໆ, ຮັກສາກຳລັງແຮງພັດທະນາຊາດຈົນເທົ່າໃດໆ, ພະຍາຍາມບຸກເບີກອະນາຄົດ ພັດທະນາທີ່ກວ້າງຂວາງກວ່າເກົ່າຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນການປະຕິບັດຕົວຈິງ ຢ່າງມີຫົວຄິດປະດິດສ້າງຂອງພັກແລະປະຊາຊົນ.
    Ⅱຍາດເອົາໄຊຊະນະໃໝ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ
ເມື່ອຫວນຄືນປະຫວັດສາດຂອງຈີນໃນສະໄໝໃໝ່ມານີ້ ແລະ ຈ້ອງມອງເບິ່ງອະນາຄົດທີ່ເຕັມໄປ ດ້ວຍຄວາມຫວັງຂອງປະຊາຊາດຈີນ, ພວກເຮົາໄດ້ຂໍ້ສະຫຼຸບທີ່ເດັດດ່ຽວວ່າ: ຖ້າຢາກສ້າງສາສັງຄົມທີ່ ອີ່ມໜຳສຳລານ​ໃຫ້ສຳເລັດຢ່າງຮອບດ້ານ, ເລັ່ງລັດຊຸກຍູ້ການຫັນເປັນສັງຄົມນິຍົມທີ່ທັນສະໄໝໃຫ້ໄວ ຂຶ້ນແລະບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່, ກໍຕ້ອງເດີນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງໝັ້ນໜຽວບໍ່ປ່ຽນແປງ.
    ເສັ້ນທາງ​ເດີນແມ່ນພົວພັນເຖິງຊີວິດຂອງພັກ,ພົວພັນເຖິງອະນາຄົດຂອງລັດ,ໂຊກຊະຕາກຳຂອງ ຊາດແລະຄວາມສຸກຂອງປະຊາຊົນ.ການຊອກຄົ້ນເສັ້ນທາງຟື້ນຟູຄວາມຈະເລີນຄືນໃໝ່ຂອງຊາດຢູ່ໃນ ປະເທດຈີນທີ່ເປັນປະເທດຫຼ້າຫຼັງທີ່ສຸດໃນດ້ານເສດຖະກິດແລະວັດທະນະທຳນັ້ນແມ່ນໜ້າທີ່ທີ່ລຳບາກ ທີ່ສຸດ. ໃນເວລາ 90 ກວ່າປີມານີ້, ພັກພວກເຮົາໄດ້ເພີ່ງພາອາໄສປະຊາຊົນຢ່າງໃກ້ຊິດ, ເອົາຫຼັກມູນພື້ນ ຖານຂອງລັດທິມາກປະສານສົມທົບກັບສະພາບຕົວຈິງແລະຈຸດພິເສດຂອງຍຸກສະໄໝຂອງຈີນ, ເດີນ ຕາມເສັ້ນທາງຂອງຕົນຢ່າງເປັນເອກະລາດເປັນເຈົ້າຕົນເອງ, ໄດ້ຜ່ານຜ່າຄວາມທຸກຍາກລຳບາກຢ່າງ ຫຼວງຫຼາຍ,ເສຍຄ່າຕອບແທນຕ່າງໆນາໆ,ແລ້ວໄດ້ຮັບໄຊຊະນະອັນຍິ່ງໃຫຍ່ແຫ່ງການປະຕິວັດ,ການກໍ່ ສ້າງແລະການປະຕິຮູບ, ໄດ້ປະດິດສ້າງແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ປ່ຽນ ແປງອະນາຄົດແລະໂຊກຊະຕາຂອງປະຊາຊົນຈີນກໍຄືປະຊາຊາດຈີນຈາກດ້ານຮາກຖານ.
    ໝູ່ຄະນະນຳສູນກາງຮຸ່ນທຳອິດໂດຍແມ່ນສະຫາຍເໝົາເຈີຕົງ ເປັນແກນກາງໄດ້ນຳພາທົ່ວພັກ ແລະປະຊາຊົນບັນດາເຜົ່າໃນທົ່ວປະເທດສຳເລັດການປະຕິວັດລັດທິປະຊາທິປະໄຕໃໝ່, ດຳເນີນການ ດັດແປງໃຫ້ເປັນສັງຄົມນິຍົມ,ສ້າງຕັ້ງລະບອບພື້ນຖານສັງຄົມນິຍົມ, ບັນລຸການປ່ຽນແປງທາງສັງຄົມທີ່ ເລິກເຊິ່ງທີ່ສຸດແລະຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຈີນຢ່າງສຳເລັດຜົນ,ໄດ້ສ້າງປະຖົມປັດໄຈດ້ານການ ເມືອງແລະລະບອບພື້ນຖານໃຫ້ແກ່ການພັດທະນາແລະ ຄວາມກ້າວໜ້າທຸກຢ່າງຂອງຈີນໃນຍຸກປັດຈຸ ບັນ. ໃນຂະບວນການຊອກຄົ້ນ, ເຖິງວ່າໄດ້ຜ່ານຜ່າຄວາມລະອິດລະອ້ຽວຢ່າງໜັກໜ່ວງກໍຕາມ,ແຕ່ ໝາກຜົນທາງດ້ານທິດສະດີທີ່ມີຫົວຄິດປະດິດສ້າງແລະຜົນງານອັນມະຫາສານທີ່ພັກ ໄດ້ຮັບໃນການ ສ້າງສາສັງຄົມນິຍົມນັ້ນຍັງໄດ້ນຳ​ເອົາບົດຮຽນອັນລ້ຳຄ່າ, ການກະກຽມທາງດ້ານທິດສະດີແລະພື້ນຖານ ດ້ານວັດຖຸມາໃຫ້ແກ່ການບຸກເບີກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນໄລຍະປະຫວັດສາດໃໝ່.
ໝູ່ຄະນະນຳສູນກາງຮຸ່ນທີສອງໂດຍແມ່ນສະຫາຍເຕີ້ງສຽວຜິງ ເປັນແກນກາງໄດ້ນຳພາທົ່ວພັກ ແລະປະຊາຊົນບັນດາເຜົ່າໃນທົ່ວປະເທດສະຫຼຸບບົດຮຽນທາງບວກແລະທາງລົບ ໃນການສ້າງສາສັງ ຄົມນິຍົມຂອງປະເທດພວກເຮົາ​ໄດ້ຢ່າງເລິກເຊິ່ງ, ຖອດຖອນເອົາບົດຮຽນໃນປະຫວັດສາດຂອງສັງຄົມ ນິຍົມໃນໂລກ, ຕັດສິນນະໂຍບາຍຄັ້ງປະຫວັດສາດທີ່ຍົກຍ້າຍວຽກງານໃຈກາງຂອງພັກແລະລັດໄປສູ່ ການສ້າງສາເສດຖະກິດ,ດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກ,ສະເຫຼີຍທາດແທ້ຂອງສັງຄົມ ນິຍົມຢ່າງເລິກເຊິ່ງ,ກຳນົດແນວທາງພື້ນຖານໃນໄລຍະຕົ້ນຂອງສັງຄົມນິຍົມ, ກຳນົດຢ່າງຈະແຈ້ງກ່ຽວ ກັບການເດີນຕາມເສັ້ນທາງຂອງຕົນແລະສ້າງສາສັງຄົນນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ຕອບບັນຫາ ພື້ນຖານຕ່າງໆກ່ຽວກັບການສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງມີວິທະຍາສາດ, ແລະໄດ້ ສ້າງຕັ້ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.
    ໝູ່ຄະນະນຳສູນກາງຮຸ່ນທີສາມໂດຍແມ່ນສະຫາຍຈ່ຽງເຈີມິນ ເປັນແກນກາງໄດ້ນຳພາທົ່ວພັກ ແລະປະຊາຊົນບັນດາເຜົ່າໃນທົ່ວປະເທດ ຍຶດໝັ້ນທິດສະດີພື້ນຖານແລະແນວທາງພື້ນຖານຂອງພັກ, ໂດຍຢູ່ຕໍ່ໜ້າກັບການທົດສອບທີ່ຂ້ຽວຂາດທີ່ສະພາບການພາຍໃນແລະຕ່າງປະເທດສັບສົນທີ່ສຸດ, ສັງ ຄົມນິຍົມຂອງໂລກເກີດມີຄວາມລະອິດລະອ້ຽວຢ່າງໜັກໜ່ວງ, ໄດ້ປົກປ້ອງສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນ, ອີງຕາມພຶດຕິກຳຕົວຈິງໃໝ່,ໄດ້ກຳນົດໂຄງຮ່າງພື້ນຖານແລະບົດຮຽນພື້ນຖານຂອງພັກ, ກຳນົດເປົ້າໝາຍປະຕິຮູບແລະຂອບພື້ນຖານຂອງ ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ, ກຳນົດລະບອບເສດຖະກິດແລະລະບົບແບ່ງປັນທີ່ພື້ນຖານໃນໄລຍະຕົ້ນຂອງສັງຄົມນິຍົມ,ບຸກເບີກສະ ພາບການໃໝ່ແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ໂຄງການໃໝ່ທີ່ຍິ່ງ ໃຫຍ່ຂອງການກໍ່ສ້າງຂອງພັກ, ແລະຊຸກຍູ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ກ້າວໄປສູ່ສະຕະວັດ ທີ 21 ຢ່າງສຳເລັດຜົນ.
ໃນໄລຍະໃໝ່ຂອງສະຕະວັດໃໝ່,ສູນກາງພັກໄດ້ກຳໂອກາດຍຸດທະສາດທີ່ສຳຄັນ, ຊຸກຍູ້ການປະ ດິດສ້າງພຶດຕິກຳໃໝ່, ທິດສະດີໃໝ່ແລະລະບອບໃໝ່ໃນຂະບວນການສ້າງສາສັງຄົມອີ່ມໜຳສຳລານ ຢ່າງຮອບດ້ານ,ກ່າວເນັ້ນວ່າ, ຍຶດໝັ້ນຖືຄົນເປັນກົກແລະພັດທະນາຢ່າງຮອບດ້ານປະສານກົມກຽວກັນ ແບບຍືນຍົງ, ສະເໜີອອກມາວ່າ: ຈະສ້າງສັງຄົມສັງຄົມນິຍົມທີ່ກົມກຽວກັນ,ເລັ່ງລັດການສ້າງສາອາລິ ຍະທຳຊີວະພາບໃຫ້ໄວຂຶ້ນ,ສ້າງສະພາບການໃໝ່ແຫ່ງພາລະກິດສັງຄົມນິຍົມທີ່ ມີສີສັນພິເສດຂອງຈີນ, ສຸມກຳລັງຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ຄວາມຍິດຕິທຳແລະ ຄວາມເປັນທຳໃນສັງຄົມ, ຊຸກຍູ້ການສ້າງສາໂລກທີ່ກົມກຽວກັນ, ຊຸກຍູ້ການສ້າງສາຄວາມສາມາດກຳ ອຳນາດແລະຄວາມກ້າວໜ້າຂອງພັກ, ໄດ້ຍຶດໝັ້ນແລະຂະຫຍາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຈາກຈຸດເລີ່ມຕົ້ນໃໝ່ໃນປະຫວັດສາດ.
ໃນການຊອກຄົ້ນທີ່ສືບທອດກັນມາເປັນເວລາ 30 ກວ່າປີແຫ່ງການປະຕິຮູບແລະໄຂປະຕູສູ່ພາຍ ນອກ, ພວກເຮົາໄດ້ເຊີດຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງໝັ້ນໜຽວ ບໍ່ປ່ຽນແປງ, ບໍ່ເດີນຕາມເສັ້ນທາງເກົ່າທີ່ ປິດປະຕູແລະແຂງກະດ້າງ, ກໍບໍ່ເດີນຕາມທາງເຂວທີ່ປ່ຽນທຸງ. ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ລະບົບທິດສະດີສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນຜົນສຳເລັດພື້ນຖານທີ່ພັກແລະປະຊາຊົນໄດ້ປະດິດ ສ້າງແລະສະສົມຂຶ້ນມາໃນການບາກບັ່ນສູ້ຊົນເປັນເວລາ90ກວ່າປີ, ຕ້ອງຖະໜຸຖະໜອມ​ໃຫ້​ສູງຂຶ້ນທົບ ເທົ່າ,ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍແລະພັດທະນາຢ່າງບໍ່ຢຸດຢັ້ງ.
ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໝາຍຄວາມວ່າ: ພາຍໃຕ້ການນຳພາຂອງພັກກອມ ມູນິດຈີນ,ຖືສະພາບພື້ນຖານຂອງຊາດເປັນເດີມພັນ, ຖືການສ້າງສາເສດຖະກິດເປັນໃຈກາງ,ຍຶດໝັ້ນ 4 ຫຼັກການພື້ນຖານ,ຍຶດໝັ້ນການປະຕິຮູບແລະໄຂປະຕູສູ່ພາຍນອກ,ປົດປ່ອຍແລະພັດທະນາກຳລັງການ ຜະລິດທາງສັງຄົມ, ສ້າງສາເສດຖະກິດຕະຫຼາດສັງຄົມນິຍົມ, ການເມືອງປະຊາທິປະໄຕສັງຄົມນິຍົມ, ວັດທະນະທຳກ້າວໜ້າສັງຄົມນິຍົມ,ສັງຄົມສັງຄົມນິຍົມທີ່ກົມກຽວກັນ,ອາລິຍຳທຳຊີວະພາບສັງຄົມນິຍົມ, ຊຸກຍູ້ການພັດທະນາຮອບດ້ານຂອງຄົນ,ຄ່ອຍໆບັນລຸໃຫ້ປະຊາຊົນທຸກຖ້ວນໜ້າຮັ່ງມີຂຶ້ນຮ່ວມກັນ,ສ້າງ ສາປະເທດສັງຄົມ ນິຍົມທັນສະໄໝທີ່ມັ່ງຄັ່ງເຂັ້ມແຂງ, ມີປະຊາທິປະໄຕ, ມີຄວາມສີວິໄລແລະກົມກຽວ ກັນ.ລະບົບທິດສະດີສັງຄົມນິຍົມທີ່ມີສີສັນພິເສດຂອງຈີນລວມມີ:ທິດສະດີເຕີ້ງສຽວຜິງ, ແນວຄິດສຳຄັນ ກ່ຽວກັບ"ສາມຕົວແທນ"ແລະທັດສະນະພັດທະນາແບບວິທະຍາສາດ,ເປັນການຍຶດໝັ້ນແລະພັດທະນາ ລັດທິມາກເລນິນແລະແນວຄິດເໝົາເຈີຕົງ.ລະບົບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນກໍແມ່ນ:ລະບອບ ສະພາຜູ້ແທນປະຊາຊົນທີ່ເປັນລະບອບການເມືອງພື້ນຖານ, ລະບອບຫຼາຍພັກຮ່ວມມືກັນແລະປຶກສາ ການເມືອງທີ່ນຳພາໂດຍພັກກອມມູນິດຈີນ, ລະບອບປົກຄອງຕົນເອງຢູ່ເຂດຊົນເຜົ່າແລະລະບອບປົກ ຄອງຕົນເອງຂອງມະຫາຊົນຂັ້ນຮາກຖານ, ລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ລະ ບອບເສດຖະກິດພື້ນຖານໂດຍແມ່ນລະບອບກຳມະສິດສ່ວນລວມເປັນຕົ້ນຕໍແລະເສດຖະກິດຫຼາຍພາກ ສ່ວນພັດທະນາຮ່ວມກັນ,ພ້ອມດ້ວຍລະບົບລະອຽດຕ່າງໆເຊັ່ນໂຄງປະກອບເສດຖະກິດ, ໂຄງປະກອບ ການເມືອງ, ໂຄງປະກອບວັດທະນະທຳແລະໂຄງປະກອບວັດທະນະທຳທີ່ສ້າງຂຶ້ນຢູ່ບົນພື້ນຖານລະ ບອບເຫຼົ່ານີ້. ເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແມ່ນວິທີບັນລຸຜົນເປັນຈິງ, ລະບົບທິດສະດີ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແມ່ນສິ່ງຊີ້ນຳການກະທຳ, ລະບອບສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນແມ່ນສິ່ງຮັບປະກັນພື້ນຖານ, ​ເຊິ່ງສາມອັນນີ້ແມ່ນເປັນເອກະພາບກັນຢູ່ໃນພຶດຕິກຳຕົວຈິງອັນ ຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ນີ້ແມ່ນຈຸດພິເສດທີ່ຈະແຈ້ງທີ່ສຸດທີ່ຈໍ່ຕົວຂຶ້ນໃນພຶດຕິ ກຳຕົວຈິງທີ່ພັກນຳພາປະຊາຊົນສ້າງສາສັງຄົມນິຍົມເປັນເວລາຍາວນານ.
    ສຳລັບການສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຫຼັກອ້າງອີງໃຫຍ່ແມ່ນໄລຍະຕົ້ນຂອງ ສັງຄົມນິຍົມ,ແຜນການໃຫຍ່ແມ່ນການກໍ່ສ້າງ5ດ້ານ​ໄປພ້ອນກັນ(ຄື:ເສດຖະກິດ,ການເມືອງ,ວັດທະນະ ທຳ,ສັງຄົມແລະອາລິຍະທຳຊີວະພາບ) ໜ້າທີ່ໃຫຍ່ແມ່ນບັນລຸສັງຄົມນິຍົມທັນສະໄໝແລະຟື້ນຟູຄວາມ ຈະເລີນຄືນໃໝ່ອັນຍິ່ງໃຫຍ່ຂອງປະຊາຊາດຈີນ.ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຍັງໄດ້ຍຶດໝັ້ນຫຼັກ ການພື້ນຖານຂອງສັງຄົມນິຍົມວິທະຍາສາດ, ທັງມີສີສັນພິເສດຂອງຈີນຢ່າງຈະແຈ້ງໂດຍອີງຕາມ ເງື່ອນໄຂຍຸກສະໄໝ, ໄດ້ລົງເລິກຄວາມຮັບຮູ້ຕໍ່ກົດເກນກຳອຳນາດຂອງພັກກອມມູນິດ, ກົດເກນກໍ່ສ້າງ ສັງຄົມນິຍົມແລະກົດເກນພັດທະນາສັງຄົມຂອງມະນຸດດ້ວຍສາຍຕາອັນໃໝ່, ໂດຍປະສານສົມທົບທິດ ສະດີແລະພຶດຕິກຳຕົວຈິງໄດ້ຕອບບັນຫາຮາກຖານວ່າ: ຢູ່ປະເທດຈີນທີ່ເປັນປະເທດໃຫຍ່ຕາເວັນອອກ ທີ່ມີປະຊາກອນຫຼາຍແລະມືພື້ນຖານບອບບາງນັ້ນຈະສ້າງສັງຄົມນິຍົມຫຍັງແດ່ແລະສ້າງສັງຄົມນິຍົມແນວໃດ, ເຮັດໃຫ້ປະເທດພວກເຮົາພັດທະນາຂຶ້ນຢ່າງວ່ອງໄວ, ເຮັດໃຫ້ລະດັບຊີວິດການເປັນຢູ່ຂອງປະ ຊາຊົນ​ໄດ້​ຮັບ​ການຍົກສູງຂຶ້ນຢ່າງວ່ອງໄວ. ພຶດຕິກຳຕົວຈິງຢັ້ງຢືນໃຫ້ເຫັນຢ່າງຈະ​ແຈ້ງ​ແລ້ວວ່າ,ສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນທິດທາງພື້ນຖານຂອງການພັດທະນາທີ່ກ້າວໜ້າຂອງປະເທດຈີນ ໃນຍຸກປັດຈຸບັນ,ມີແຕ່ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເທົ່ານັ້ນຈຶ່ງສາມາດພັດທະນາປະເທດຈີນໄດ້
    ການພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນພາລະກິດປະຫວັດສາດທີ່ລຳບາກໃນ ຍາວນານ, ຕ້ອງກະກຽມເພື່ອດຳເນີນການຕໍ່ສູ້ອັນຍິ່ງໃຫຍ່ ທີ່ມີຈຸດພິເສດປະຫວັດສາດໃໝ່ຫຼາຍຢ່າງ. ພວກເຮົາຕ້ອງຍຶດໝັ້ນຢ່າງບໍ່ຫວັ່ນໄຫວຄອນແຄນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ກ້າວໜ້າໄປຕາມຍຸກ ສະໄໝ, ເຮັດໃຫ້ຈຸດພິເສດທາງດ້ານພຶດຕິກຳຕົວຈິງ, ຈຸດພິເສດດ້ານທິດສະດີ, ຈຸດພິເສດຂອງຊາດແລະຈຸດພິເສດຍຸກສະໄໝຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນມີເນື້ອໃນອຸດົມ ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.
    ການຍາດເອົາໄຊຊະນະໃໝ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ເງື່ອນໄຂປະຫວັດ ສາດໃໝ່ນັ້ນຕ້ອງກຳແໜ້ນຄວາມຮຽກຮ້ອງຕ້ອງການພື້ນຖານດັ່ງນີ້ ແລະເຮັດໃຫ້ກາຍເປັນຄວາມເຊື່ອ ຖືຮ່ວມຂອງທົ່ວພັກແລະປະຊາຊົນ ບັນດາເຜົ່າໃນທົ່ວປະເທດ.
    ----ຕ້ອງຍຶດໝັ້ນຖານະຂອງປະຊາຊົນ​ໃນ​ຄວາມ​ເປັນ​ເຈົ້າຂອງ​ປະ​ເທດ​ຊາດ. ສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນແມ່ນພາລະກິດຂອງປະຊາຊົນຫຼາຍຮ້ອຍລ້ານຄົນ.ຕ້ອງເສີມຂະຫຍາຍນ້ຳໃຈທີ່ເປັນເຈົ້າຂອງ​ປະ​ເທດ​ຊາດຂອງປະຊາຊົນ, ຍຶດໝັ້ນການປົກຄອງປະເທດຕາມກົດໝາຍເຊິ່ງເປັນຍຸດທະ ສາດພື້ນຖານຂອງພັກໃນການນຳພາປະຊາຊົນປົກຄອງປະເທດ, ປຸກລະດົມແລະຈັດຕັ້ງປະຊາຊົນ​ເຂົ້າ ຮ່ວມໃນການຄຸ້ມຄອງວຽກງານຂອງລັດແລະວຽກງານສັງຄົມ, ວຽກງານເສດຖະກິດແລະວຽກງານວັດ ທະນະທຳ, ຕັ້ງໜ້າເຂົ້າຮ່ວມການສ້າງສາສັງຄົມນິຍົມທັນສະໄໝ, ປົກປັກຮັກສາຜົນປະໂຫຍດຂອງປະ ຊາຊົນໃຫ້ດີກວ່າເກົ່າແລະຮັບປະກັນໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດໃຫ້ດີກວ່າເກົ່າ.
----ຕ້ອງຍຶດໝັ້ນປົດປ່ອຍແລະພັດທະນາກຳລັງການຜະລິດທາງສັງຄົມ. ການປົດປ່ອຍແລະພັດ ທະນາກຳລັງການຜະລິດທາງສັງຄົມ ແມ່ນໜ້າທີ່ພື້ນຖານຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຕ້ອງຍຶດໝັ້ນຖືການສ້າງສາເສດຖະກິດເປັນໃຈກາງ,ຖືການພັດທະນາແບບວິທະຍາສາດເປັນຫົວຂໍ້ຫຼັກ, ຊຸກຍູ້ການສ້າງສາເສດຖະກິດ, ການເມືອງ, ວັດທະນະທຳ,ສັງຄົມແລະອາລິຍະທຳຊີວະພາບຢ່າງຮອບ  ດ້ານ, ບັນລຸການພັດທະນາແບບວິທະຍາສາດທີ່ຖືຄົນເປັນກົກ, ມີຄວາມປະສານກົມກຽວກັນແລະແບບ ຍືນຍົງ.
----ຕ້ອງຍຶດໝັ້ນການຊຸກຍູ້ການປະຕິຮູບແລະໄຂປະຕູສູ່ພາຍນອກ. ການປະຕິຮູບແລະໄຂປະຕູ ສູ່ພາຍນອກແມ່ນເສັ້ນທາງທີ່ຕ້ອງ ໄດ້ຜ່ານຜ່າໃນການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນ. ຕ້ອງຜັນຂະຫຍາຍນ້ຳໃຈປະຕິຮູບແລະປະດິດສ້າງໃໝ່ຢູ່ໃນດ້ານຕ່າງໆຂອງການປົກ ຄອງປະເທດຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນທິດທາງການປະຕິຮູບຄືພັດທະນາເສດຖະກິດຕະ ຫຼາດສັງຄົມນິຍົມ, ຍຶດໝັ້ນນະໂຍບາຍພື້ນຖານຂອງຊາດຄືໄຂປະຕູສູ່ພາຍນອກ,ຊຸກຍູ້ການປະດິດສ້າງ ທິດສະດີໃໝ່,ລະບອບໃໝ່, ເຕັກນິກວິທະຍາສາດໃໝ່,ວັດທະນະທຳໃໝ່ແລະດ້ານອື່ນໆຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການປັບປຸງແລະພັດທະນາລະບອບສັງຄົມ ນິຍົມຂອງປະເທດພວກເຮົາຢ່າງບໍ່ຢຸດຢັ້ງ.
    ----ຕ້ອງຍຶດໝັ້ນປົກປັກຮັກສາຄວາມຍຸດຕິທຳແລະຄວາມເປັນທຳທາງສັງຄົມ. ຄວາມຍຸດຕິທຳ ແລະຄວາມເປັນທຳແມ່ນຄວາມຮຽກຮ້ອງຕ້ອງການພາຍໃນຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ບົນພື້ນຖານທີ່ປະຊາຊົນທຸກຖ້ວນໜ້າບາກບັ່ນສູ້ຊົນຮ່ວມກັນແລະເສດຖະກິດສັງຄົມໄດ້ຮັບການພັດທະ ນາ, ຕ້ອງເລັ່ງລັດລະບອບທີ່ມີບົດບາດສຳຄັນຕໍ່ການປົກປ້ອງຄວາມຍຸດຕິທຳແລະຄວາມເປັນທຳທາງ ສັງຄົມໃຫ້ໄວຂຶ້ນ,ຄ່ອຍໆສ້າງຕັ້ງລະບົບປົກປ້ອງຄວາມຍຸດຕິທຳທາງສັງຄົມທີ່ມີເນື້ອໃນຕົ້ນຕໍຄື: ຄວາມ ຍຸດຕິທຳໃນດ້ານສິດ, ຄວາມຍຸດຕິທຳໃນດ້ານໂອກາດແລະຄວາມຍຸດຕິທຳໃນດ້ານກົດ​ລະບຽບກະຕິກາ, ພະຍາຍາມສ້າງສະພາບແວດລ້ອມທາງສັງຄົມທີ່ຍຸດຕິທຳ, ຮັບປະກັນສິດຂອງປະຊາຊົນໃນການເຂົ້າ ຮ່ວມຢ່າງສະເໝີພາບກັນແລະພັດທະນາຢ່າງສະເໝີພາບກັນ.
    ----ຕ້ອງຍຶດໝັ້ນເດີນຕາມເສັ້ນທາງທີ່ຮັ່ງມີຂຶ້ນຮ່ວມກັນ. ຄວາມຮັ່ງມີຂຶ້ນຮ່ວມກັນແມ່ນຫຼັກການ ພື້ນຖານຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຕ້ອງຍຶດໝັ້ນລະບອບເສດຖະກິດພື້ນຖານແລະລະ ບອບແບ່ງປັນຂອງສັງຄົມນິຍົມ, ປັບປຸງສະຖານະການແບ່ງປັນລາຍໄດ້ຂອງພົນລະເມືອງ, ເພີ່ມຄວາມ ແຮງໃນການປັບປຸງການແບ່ງປັນຄັ້ງ​ທີສອງ,ອອກແຮງແກ້ໄຂບັນຫາທີ່ການແບ່ງປັນລາຍໄດ້ທີ່ມີຄວາມ ຫຼຸດໂຕນກັນອ່າວໃຫຍ່, ເຮັດໃຫ້ໝາກຜົນຂອງການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກ ຖ້ວນໜ້າຢ່າງຫຼວງຫຼາຍ​ກວ່າ​ເກົ່າມີຄວາມຍຸດຕິທຳກວ່າເກົ່າ, ແລະກ້າວໄປສູ່ຄວາມຮັ່ງມີຂຶ້ນຮ່ວມກັນ ຢ່າງໜັກແໜ້ນ.
----ຕ້ອງຍຶດໝັ້ນການຊຸກຍູ້ຄວາມກົມກຽວກັນທາງສັງຄົມ. ຄວາມກົມກຽວກັນທາງສັງຄົມແມ່ນ ລັກສະນະທາດແທ້ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຕ້ອງເອົາການຮັບປະກັນແລະປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນໄວ້ຢູ່ບ່ອນທີ່ພົ້ນເດັ່ນກວ່າເກົ່າ, ເສີມສ້າງແລະປະດິດສ້າງການຄຸ້ມຄອງ ສັງຄົມ, ຊຳລະແກ້ໄຂການພົວພັນລະຫວ່າງການປະຕິຮູບກັບການພັດທະນາແລະສະຖຽນລະພາບ,ສາ ມັກຄີ ກຳລັງທຸກໆຝ່າຍ, ເພີ່ມປັດໄຈກົມກຽວກັນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ເພີ່ມທະວີຄວາມຊີວິດຊີວາ ໃນການປະດິດສ້າງທາງສັງຄົມ, ຮັບປະກັນໃຫ້ປະຊາຊົນຢູ່ເຢັນເປັນສຸກ, ສັງຄົມມີຄວາມສະຫງົບແລະ ເປັນລະບຽບຮຽບຮ້ອຍ, ປະເທດມີສະຖຽນລະພາບຢ່າງຖາວອນ.
----ຕ້ອງຍຶດໝັ້ນການພັດທະນາໂດຍສັນຕິ. ການພັດທະນາໂດຍສັນຕິແມ່ນການຄັດເລືອກທີ່ ຕ້ອງເປັນໄປຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຕ້ອງຍຶດໝັ້ນການພັດທະນາແບບໄຂປະຕູສູ່ ພາຍນອກ, ການພັດທະນາແບບຮ່ວມມືກັນແລະການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ, ຜ່ານຈາກການຍາດແຍ່ງສະພາບແວດລ້ອມສາກົນທີ່ມີສັນຕິພາບມາພັດທະນາຕົນເອງ,ທັງນຳ ໃຊ້ການພັດທະນາຕົນເອງມາປົກປັກຮັກສາແລະຊຸກຍູ້ສັນຕິພາບຂອງໂລກ, ຂະຫຍາຍຜົນປະໂຫຍດ ຮ່ວມກັນຂອງຝ່າຍຕ່າງໆໃຫ້ກວ້າງອອກ, ຊຸກຍູ້ການສ້າງໂລກກົມກຽວກັນທີ່ມີສັນຕິພາບຖາວອນແລະ ຈະເລີນຮຸ່ງເຮືອງຮ່ວມກັນ.
----ຕ້ອງຍຶດໝັ້ນການນຳພາຂອງພັກ. ພັກກອມມູນິດຈີນແມ່ນແກນກາງແຫ່ງການນຳພາພາລະ ກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.ຕ້ອງຍຶດໝັ້ນການສ້າງຕັ້ງພັກເພື່ອຜົນປະໂຫຍດສາທາລະນະ, ກຳອຳນາດເພື່ອປະຊາຊົນ,ເພີ່ມທະວີແລະປັບປຸງການນຳພາຂອງພັກ, ຍຶດໝັ້ນບົດບາດນຳພາຂອງພັກ ໃນການກຳສະພາບໂດຍລວມແລະຮ່ວມມືປະສານສົມທົບຝ່າຍຕ່າງໆ, ຮັກສາຄວາມກ້າວໜ້າແລະ ຄວາມບໍລິສຸດຜຸດ​ຜ່ອງຂອງພັກ,ເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມສາມັກຄີແລະກຳລັງຕໍ່ສູ້ຂອງ ພັກ, ຍົກລະດັບການກຳອຳນາດແບບວິທະຍາສາດ, ແບບປະຊາທິປະໄຕແລະຕາມກົດໝາຍຂອງພັກ ໃຫ້ສູງຂຶ້ນ.
   ພວກເຮົາຕ້ອງຮັບຮູ້ຢ່າງມີຄວາມຮູ້ສຶກຕື່ນຕົວວ່າ, ປະເທດພວກເຮົາຍັງຢູ່ໃນໄລຍະຕົ້ນຂອງສັງຄົມ ນິຍົມແລະຍັງຈະຢູ່ໃນໄລຍະນີ້ເປັນເວລາຍາວນານ, ສະພາບແຫ່ງຊາດພື້ນຖານດັ່ງກ່າວບໍ່ໄດ້ມີການ ປ່ຽນແປງເທື່ອ, ຄວາມຂັດແຍ່ງກັນຕົ້ນຕໍໃນສັງຄົມຄືຄວາມຂັດແຍ່ງກັນລະຫວ່າງຄວາມຕ້ອງການທາງ ດ້ານວັດຖຸແລະວັດທະນະທຳ ທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນກັບການຜະລິດທາງສັງຄົມທີ່ຫຼ້າຫຼັງ ນັ້ນບໍ່ໄດ້ມີການປ່ຽນແປງເທື່ອ, ຖານະຂອງປະເທດພວກເຮົາທີ່ແມ່ນປະເທດພວມພັດທະນາທີ່ໃຫຍ່ທີ່ ສຸດຂອງໂລກນັ້ນບໍ່ໄດ້ມີການປ່ຽນແປງເທື່ອ. ບໍ່ວ່າໃນກໍລະນີໃດກໍລ້ວນແຕ່ຕ້ອງກຳແໜ້ນສະພາບພື້ນ ຖານແຫ່ງຊາດດັ່ງກ່າວຄືສັງຄົມນິຍົມໄລຍະຕົ້ນ, ການທີ່ຊຸກຍູ້ການປະຕິຮູບແລະການພັດທະນາໃນ​ແຕ່​ລະ​ດ້ານກໍ່ລ້ວນແຕ່ຕ້ອງຢູ່ບົນພື້ນຖານສະພາບຕົວຈິງທີ່ໃຫຍ່ທີ່ສຸດຄືສັງຄົມນິຍົມໄລຍະຕົ້ນ. ແນວທາງ ພື້ນຖານຂອງພັກແມ່ນຊີບພະຈອນຂອງພັກແລະລັດ, ຕ້ອງຍຶດໝັ້ນເຮັດໃຫ້ໜຶ່ງໃຈກາງຄືການສ້າງສາ ເສດຖະກິດກັບສອງຈຸດພື້ນຖານຄື 4 ຫຼັກການພື້ນຖານແລະການປະຕິຮູບໄຂປະຕູສູ່ພາຍນອກເປັນເອ ກະພາບກັນຢູ່ໃນພຶດຕິກຳຕົວຈິງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ທັງບໍ່ດູຖູກຕົນ ເອງຢ່າງບໍ່​ມີເຫດຜົນ,ທັງບໍ່ອວດອົ່ງທະນົງຕົວ, ຍາດເອົາໄຊຊະນະໃໝ່ຂອງສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນຢ່າງເຮັດແທ້ທຳຈິງ.
ຂໍແຕ່ວ່າພວກເຮົາມີອຸດົມການອັນສູງສົ່ງ, ມີຄວາມເຊື່ອຖືຢ່າງເດັດດ່ຽວ, ບໍ່ຫວັ່ນໄຫວຄອນແຄນ, ບໍ່ລົດລະ, ບໍ່ຫາເລື່ອງຫາລາວ, ບາກບັ່ນສູ້ຊົນຢ່າງເດັດດ່ຽວໜຽວແໜ້ນ, ບາກບັ່ນສູ້ຊົນຢ່າງທໍລະຫົດ ອົດທົນແລະບາກບັ່ນສູ້ຊົນຢ່າງບໍ່ລົດລະແລ້ວ, ກໍຍ່ອມຈະໄດ້ສ້າງສາສັງຄົມທີ່ອີ່ມໜຳສຳລານໃຫ້ສຳ ເລັດຢ່າງຮອບດ້ານໃນເວລາວັນສ້າງຕັ້ງພັກກອມມູນິດຈີນຄົບຮອບຮ້ອຍປີຢ່າງແນ່ນອນ,ກໍຍ່ອມຈະໄດ້ສ້າງສາປະເທດທັນສະໄໝສັງຄົມນິຍົມທີ່ອຸດົມຮັ່ງມີ,ມັ່ງຄັ່ງເຂັ້ມແຂງ,ມີປະຊາທິປະໄຕ, ມີຄວາມສີວິໄລ ແລະມີຄວາມກົມກຽວກັນຢ່າງສຳເລັດ ໃນເວລາວັນສ້າງຕັ້ງປະເທດຈີນໃໝ່ ຄົບຮອບຮ້ອຍປີຢ່າງແນ່ ນອນ.ທົ່ວພັກຕ້ອງມີຄວາມເຊື່ອໝັ້ນຕໍ່ເສັ້ນທາງ,ຕໍ່ທິດສະດີແລະຕໍ່ລະບອບຢ່າງເດັດດ່ຽວ!
    Ⅲ ເປົ້າໝາຍກ່ຽວກັບການສ້າງສາສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານແລະລົງເລິກ ການປະຕິຮູບແລະໄຂປະຕູສູ່ພາຍນອກຢ່າງຮອບດ້ານ
    ເມື່ອເບິ່ງສະພາບການໂດຍລວມຂອງສາກົນແລະພາຍໃນປະເທດແລ້ວເຫັນວ່າ, ປະເທດພວກ ເຮົາຍັງຢູ່ໃນໄລຍະທີ່ມີໂອກາດຍຸດທະສາດສຳຄັນເຊິ່ງສາມາດໄດ້ຮັບຜົນສຳເລັດຫຼາຍກວ່າເກົ່າ. ພວກ ເຮົາຕ້ອງວິນິໄສການປ່ຽນແປງຂອງເນື້ອໃນແລະເງື່ອນໄຂພາຍໃນໄລຍະໂອກາດຍຸດທະສາດທີ່ສຳຄັນ ຢ່າງຖືກຕ້ອງ, ກຳໂອກາດຢ່າງຮອບດ້ານ, ຮັບມືກັບສິ່ງທ້າທາຍຢ່າງມີຈິດໃຈທຸ່ນທ່ຽງ,ເຮັດວຽກຢ່າງ ເປັນເຈົ້າການເພື່ອຈະໄດ້ຮັບທ່າແຮງແລະໄດ້ຮັບອະນາຄົດ, ຮັບປະກັນໃຫ້ບັນລຸເປົ້າໝາຍອັນຍິ່ງໃຫຍ່ ທີ່ສ້າງສາສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານໃນປີ 2020.
    ອີງຕາມສະພາບຕົວຈິງຂອງການພັດທະນາເສດຖະກິດ ສັງຄົມຂອງປະເທດພວກເຮົາ, ຕ້ອງພະ ຍາຍາມບັນລຸຄວາມຮຽກຮ້ອງຕ້ອງການໃໝ່ບົນພື້ນຖານ ທີ່ສ້າງສາສັງຄົມອີ່ມໜຳສຳລານຢ່າງຮອບ ດ້ານເຊິ່ງກຳນົດໃນກອງປະຊຸມໃຫຍ່ຄັ້ງທີ 16 ແລະຄັ້ງທີ 17.
----ເສດຖະກິດພັດທະນາຢ່າງຕໍ່ເນື່ອງແລະປອດໄສ. ການຫັນປ່ຽນຮູບການພັດທະນາເສດຖະ ກິດນັ້ນຕ້ອງໄດ້ຮັບຄວາມຄືບໜ້າໃໝ່,ບົນພື້ນຖານຄວາມດຸນດ່ຽງ, ຄວາມປະສານສົມທົບກັນແລະ ຄວາມຍືນຍົງຂອງການພັດທະນາໄດ້ຮັບການເສີມສ້າງຢ່າງຈະແຈ້ງ,ບັນລຸໃຫ້ລວມຍອດຜະລິດຕະພັນ ພາຍໃນແລະລາຍ ໄດ້ທີ່ສະເລ່ຍຂອງປະຊາຊົນໃນຕົວເມືອງແລະຊົນນະບົດເພີ່ມຂຶ້ນໜຶ່ງເທົ່າເມື່ອທຽບ ໃສ່ປີ 2010. ອັດຕາການປະກອບສ່ວນຂອງຄວາມກ້າວໜ້າທາງວິທະຍາສາດເຕັກນິກທີ່ມີຕໍ່ການເຕີບ ໂຕທາງເສດຖະກິດນັ້ນຕ້ອງເພີ່ມຂຶ້ນຢ່າງຫຼວງຫຼາຍ,ແລະເຂົ້າສູ່ຖັນແຖວປະເທດແບບປະດິດສ້າງໃໝ່ຕ້ອງບັນລຸການຫັນເປັນອຸດສາຫະກຳໃນຂັ້ນພື້ນຖານ, ລະດັບການຫັນເປັນຂໍ້ມູນຂ່າວສານນັ້ນຕ້ອງ ຍົກສູງຂຶ້ນຢ່າງຫຼວງຫຼາຍ,ຄຸນນະພາບຂອງການຫັນເປັນຕົວເມືອງຕ້ອງຍົກສູງຂຶ້ນຢ່າງຈະແຈ້ງ, ກະສິ ກຳຫັນເປັນທັນສະໄໝແລະການສ້າງສາຊົນນະບົດສັງຄົມນິຍົມໃໝ່ຕ້ອງໄດ້ຮັບໝາກຜົນຢ່າງເດັ່ນຊັດ,ກົນໄກພັດທະນາພາກພື້ນ ຢ່າງປະສານສົມທົບກັນຕ້ອງເປັນຮູບເປັນຮ່າງຂຶ້ນໃນຂັ້ນພື້ນຖານ. ຕ້ອງຍົກ ສູງລະດັບການໄຂປະຕູສູ່ພາຍນອກຂຶ້ນຕື່ມອີກ, ກຳລັງແຂ່ງຂັນກັບຕ່າງປະເທດຕ້ອງເພີ່ມຂຶ້ນຢ່າງເດັ່ນ ຊັດ.
----ປະຊາທິປະໄຕປະຊາຊົນຕ້ອງຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ. ລະບອບປະຊາທິປະໄຕ ຕ້ອງບູລະນະໃຫ້ສົມບູນຂຶ້ນກວ່າເກົ່າ, ຮູບການປະຊາທິປະໄຕຕ້ອງອຸດົມສົມບູນກວ່າເກົ່າ, ຄວາມຂະ ຫຍັນຫ້າວຫັນ, ຄວາມເປັນເຈົ້າການແລະຫົວຄິດປະດິດສ້າງຂອງປະຊາຊົນຕ້ອງເສີມຂະຫຍາຍຕື່ມອີກ. ຍຸດທະສາດພື້ນຖານແຫ່ງການປົກຄອງປະເທດຕາມກົດໝາຍຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ,ລັດຖະບານທີ່ປົກຄອງຕາມກົດໝາຍຕ້ອງສ້າງສຳເລັດໃນຂັ້ນພື້ນຖານ, ຄວາມໜ້າເຊື່ອຖືຂອງ ພາກສ່ວນຕຸລາການຕ້ອງຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ສິດທິມະນຸດຕ້ອງໄດ້ຮັບການເຄົາລົບແລະຮັບປະ ກັນຢ່າງແທ້ຈິງ.
----ກຳລັງຕົວຈິງໃນດ້ານວັດທະນະທຳຕ້ອງເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ. ລະບົບທັດສະນະຄຸນຄ່າ ຕົ້ນຕໍຂອງສັງຄົມນິຍົມຕ້ອງຝັງເລິກຢູ່ໃນໃຈຄົນ, ຄຸນທາດສີວິໄລຂອງພົນລະເມືອງແລະລະດັບສີວິໄລ ຂອງສັງຄົມຕ້ອງຍົກສູງຂຶ້ນຢ່າງພົ້ນເດັ່ນ. ຜະລິດຕະພັນວັດທະນະທຳຕ້ອງອຸດົມສົມບູນກວ່າເກົ່າ, ລະ ບົບບໍລິການວັດທະນະທຳສາທາລະນະໄດ້ສ້າງສຳເລັດໃນຂັ້ນພື້ນຖານ, ອຸດສາຫະກຳວັດທະນະທຳ ຕ້ອງກາຍເປັນອຸດສາຫະກຳເສົາຄ້ຳຂອງເສດຖະກິດແຫ່ງຊາດ, ວັດທະນະທຳຈີນກ້າວໄປສູ່ຕ່າງປະ ເທດດ້ວຍບາດກ້າວທີ່​ຍິ່ງໃຫຍ່ກວ່າເກົ່າ, ພື້ນຖານຂອງການສ້າງສາປະເທດສັງຄົມນິຍົມທີ່ເຂັ້ມແຂງໃນ ດ້ານວັດທະນະທຳນັ້ນຕ້ອງໝັ້ນແກ່ນກວ່າເກົ່າ.
----ລະດັບຊີວິດການເປັນຢູ່ຂອງປະຊາຊົນຕ້ອງຍົກສູງຂຶ້ນຢ່າງຮອບດ້ານ. ຕ້ອງໄດ້ບັນລຸການ ບໍລິການສາທາລະນະພື້ນຖານຢ່າງສະໝ່ຳສະເໝີກັນໂດຍລວມ. ລະດັບການສຶກສາທົ່ວປວງຊົນແລະ ລະດັບການອົບຮົມຜູ້ມີຫົວຄິດປະດິດສ້າງຕ້ອງໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ, ເຂົ້າສູ່ຖັນແຖວປະ ເທດເຂັ້ມແຂງໃນດ້ານຜູ້ມີຄວາມຮູ້ຄວາມສາມາດແລະຊັບພະຍາກອນມະນຸດ,ການສຶກສາຫັນເປັນທັນສະໄໝນັ້ນບັນລຸຜົນເປັນຈິງໃນຂັ້ນພື້ນຖານ.ການປະກອບອາຊີບຕ້ອງເຕັມທີ່ກວ່າເກົ່າ.ຄວາມຫຼຸດໂຕນກັນໃນດ້ານການແບ່ງປັນລາຍໄດ້ຫຼຸດໜ້ອຍລົງ, ກຸ່ມຄົນທີ່ມີລາຍໄດ້ໃນລະດັບກາງນັ້ນຂະຫຍາຍກວ້າງ ອອກຢ່າງຕໍ່ເນື່ອງ,ເປົ້າໝາຍຫຼຸດຜ່ອນຄວາມທຸກຍາກໜ້ອຍລົງຢ່າງຫຼວງຫຼາຍ.ການປະກັນສັງຄົມຕ້ອງປົກຄຸມປະຊາຊົນທຸກຖ້ວນໜ້າ, ​ແຕ່ລະຄົນສາມາດໄດ້ຮັບການບໍລິການປິ່ນປົວພະຍາດໃນຂັ້ນພື້ນຖານ, ລະບົບຮັບປະກັນເຮືອນຢູ່ຕ້ອງເປັນຮູບເປັນຮ່າງຂຶ້ນໃນຂັ້ນພື້ນຖານ,ສັງຄົມຕ້ອງມີຄວາມສະຫງົບຢ່າງກົມກຽວກັນ.
----ການກໍ່ສ້າງສັງຄົມແບບປະຢັດຊັບພະຍາກອນແລະເປັນມິດຕໍ່ສິ່ງແວດລ້ອມນັ້ນຕ້ອງໄດ້ຮັບ ຄວາມຄືບໜ້າອັນໃຫຍ່ຫຼວງ.ອົງປະກອບຂອງເຂດພາລະ​ບົດບາດສຳຄັນຕ້ອງເປັນຮູບເປັນຮ່າງຂຶ້ນໃນ ຂັ້ນພື້ນຖານ, ລະບົບການນຳໃຊ້ຊັບພະຍາກອນແບບໝູນວຽນຕ້ອງໄດ້ຮັບການສ້າງຕັ້ງຂຶ້ນໃນຂັ້ນພື້ນ ຖານ. ຈຳນວນຊັບພະຍາກອນທີ່ສິ້ນເປືອງແລະຈຳນວນກາກບອນດີອອກຊິດທີ່ລະບາຍອອກຕໍ່ລວມ ຍອດຜະລິດຕະພັນພາຍໃນແຕ່ລະຫົວໜ່ວຍໃດຕ້ອງຫຼຸດລົງຢ່າງຫຼວງຫຼາຍ, ລວມຍອດສິ່ງມົນລະພິດ ຕົ້ນຕໍທີ່ລະບາຍອອກມາຕ້ອງຫຼຸດໜ້ອຍລົງຢ່າງເດັ່ນຊັດ. ອັດຕາການປົກຫຸ້ມຂອງປ່າໄມ້ຕ້ອງໄດ້ຍົກສູງ ຂຶ້ນ, ຄວາມໝັ້ນຄົງຂອງລະບົບຊີວະພາບຕ້ອງເພີ່ມທະວີຂຶ້ນ, ສະພາບແວດລ້ອມການຢູ່ຂອງມະນຸດ ຕ້ອງໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ.
ຖ້າຢາກສ້າງສາສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານກໍຕ້ອງມີຄວາມກ້າຫານແລະສະ ຕິປັນຍາດ້ານການເມືອງທີ່ໃຫຍ່ກວ່າເກົ່າ,ກຳໂອກາດລົງເລິກການປະຕິຮູບໃນຂົງເຂດທີ່ສຳຄັນ, ເດັດ ດ່ຽວກຳຈັດທຸກໆຂໍ້ຂາດຕົກບົກພ່ອງໃນດ້ານແນວຄິດ,ທັດສະນະ,ໂຄງປະກອບແລະກົນໄກທີ່ຂັດຂວາງການພັດທະນາແບບວິທະຍາສາດ,ສ້າງຕັ້ງລະບົບລະບອບທີ່ຄົບຖ້ວນບໍລິບູນ, ເປັນລະບຽບແບບແຜນ ຢ່າງມີວິທະຍາສາດແລະດຳເນີນງານຢ່າງບັງເກີດຜົນ,ເຮັດໃຫ້ລະບອບໃນດ້ານຕ່າງໆຍິ່ງສຸກງອມແລະ ຍິ່ງເປັນລະບຽບແບບແຜນກວ່າເກົ່າ. ຕ້ອງເລັ່ງລັດບູລະນະໂຄງປະກອບເສດຖະກິດຕະຫຼາດສັງຄົມນິ ຍົມໃຫ້ສົມບູນຂຶ້ນ, ບູລະນະລະບອບເສດຖະກິດພື້ນຖານໂດຍເອົາລະບອບກຳມະສິດສ່ວນລວມເປັນ ຕົ້ນຕໍ,ເສດຖະກິດຫຼາຍພາກສ່ວນພັດທະນາຮ່ວມກັນນັ້ນໃຫ້ສົມບູນຂຶ້ນ, ບູລະນະລະບອບແບ່ງປັນລາຍ ໄດ້ໂດຍເອົາການແບ່ງປັນລາຍໄດ້ຕາມແຮງງານເປັນຕົ້ນຕໍ, ແລະຫຼາຍຮູບການແບ່ງປັນຢູ່ຮ່ວມກັນນັ້ນ ໃຫ້ສົມບູນຂຶ້ນ, ເສີມຂະຫຍາຍບົດບາດພື້ນຖານຂອງຕະຫຼາດໃນການຈັດສັນຊັບພະຍາກອນໃນລະດັບ ໃຫຍ່ກວ່າເກົ່າແລະໃນຂອບເຂດກວ້າງຂວາງກວ່າເກົ່າ,ບູລະນະລະບົບດັດສົມຄວບຄຸມມະຫາພາກໃຫ້ສົມບູນຂຶ້ນ, ບູລະນະລະບົບເສດຖະກິດແບບ​ເປີດ​ກວ້າງໃຫ້ສົມບູນຂຶ້ນ, ຊຸກຍູ້ເສດຖະກິດໃຫ້ພັດທະນາ ຢ່າງມີປະສິດທິພາບຫຼາຍກວ່າເກົ່າ,ມີຄວາມຍຸດຕິທຳກວ່າເກົ່າແລະຍືນຍົງກວ່າເກົ່າ. ເລັ່ງລັດຊຸກຍູ້ການ ເມືອງປະຊາທິປະໄຕສັງຄົມນິຍົມໃຫ້ຫັນເປັນລະບົບ,ຫັນເປັນລະບຽບແບບແຜນແລະຫັນເປັນຂັ້ນຕອນ, ໃຫ້ພົນລະເມືອງເຂົ້າຮ່ວມການເມືອງຈາກຫຼາຍລະດັບແລະຫຼາຍຂົງເຂດຢ່າງ​ມີ​ລະບຽບ​ແບບ​ແຜນ​ຫຼາຍ​ກວ່າ​ເກົ່າ,ເຮັດໃຫ້ວຽກງານດ້ານຕ່າງໆຂອງລັດຢູ່ພາຍໃຕ້ການປົກຄອງຂອງກົດໝາຍ.ເລັ່ງລັດບູລະນະ ໂຄງປະກອບຄຸ້ມຄອງວັດທະນະທຳແລະກົນໄກການຜະລິດ ແລະທຸລະກິດທາງດ້ານວັດທະນະທຳໃຫ້ ສົມບູນຂຶ້ນ, ສ້າງຕັ້ງລະບົບຕະຫຼາດວັດທະນະທຳຍຸກປັດຈຸບັນໃນຂັ້ນພື້ນຖານ,ປັບປຸງໂຄງປະກອບຄຸ້ມ ຄອງຊັບສົມບັດວັດທະນະທຳຂອງລັດໃຫ້ສົມບູນຂຶ້ນ, ສ້າງສະພາບແວດລ້ອມທີ່ມີຜົນດີຕໍ່ການປະດິດ ສ້າງໃໝ່ແລະພັດທະນາວັດທະນະທຳນັ້ນໃຫ້ສຳເລັດ. ເລັ່ງລັດສ້າງໂຄງປະກອບຄຸ້ມຄອງສັງຄົມທີ່ມີວິ ທະຍາສາດແລະບັງເກີດຜົນໃຫ້ສຳເລັດໄວຂຶ້ນ,ບູລະນລະບົບປະກັນສັງຄົມໃຫ້ສົມບູນຂຶ້ນ, ປັບປຸງເຄືອ ຂ່າຍບໍລິການສາທາລະນະແລະຄຸ້ມຄອງສັງຄົມໃນຂັ້ນຮາກຖານໃຫ້ສົມບູນຂຶ້ນ,ສ້າງໂຄງປະກອບແລະກົນໄກທີ່ຮັບປະກັນໃຫ້ສັງຄົມທັງມີຄວາມຊີວິດຊີວາທັງກົມກຽວກັນແລະມີລະບຽບຮຽບຮ້ອຍ. ເລັ່ງລັດ ສ້າງຕັ້ງລະບອບອາລິຍະທຳຊີວະພາບໃຫ້ໄວຂຶ້ນ, ບູລະນະໂຄງປະກອບແລະກົນໄກທີ່ບຸກເບີກດິນ ແດນແຫ່ງຊາດ,ປະຢັດຊັບພະຍາກອນແລະອະນຸລັກສະພາບແວດລ້ອມທຳມະຊາດໃຫ້ສົມບູນຂຶ້ນ,ຊຸກຍູ້ການສ້າງສະຖານະການໃໝ່ແຫ່ງການກໍ່ສ້າງທັນສະໄໝ ທີ່ມະນຸດກັບທຳມະຊາດພັດທະນາຢ່າງກົມ ກຽວກັນນັ້ນໃຫ້ສຳເລັດ.
ການສ້າງສາສັງຄົມທີ່ອີ່ນໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ຕາມເວລາກຳນົດນັ້ນແມ່ນໜ້າທີ່ ທີ່ລຳບາກທີ່ສຸດ, ທຸກສະຫາຍໃນທົ່ວພັກຕ້ອງບາກບັ່ນບຸກບືນຢ່າງເດັດດ່ຽວໜຽວແໜ້ນ.ລັດຕ້ອງເພີ່ມ ທະວີການສະໜັບສະໜູນຕໍ່ເຂດຊົນນະບົດແລະເຂດພາກກາງພາກຕາເວັນຕົກ, ສະໜັບສະໜູນເຂດ ເຫຼົ່ານີ້ເລັ່ງລັດດຳເນີນການປະຕິຮູບ,ໄຂປະຕູສູ່ພາຍນອກ, ເສີມສ້າງຄວາມສາມາດໃນການພັດທະນາ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ສົ່ງເສີມບາງທ້ອງຖິ່ນທີ່ມີເງື່ອນໄຂສືບຕໍ່ນຳໜ້າ ໃນການສ້າງສາທັນສະໄໝ, ແລະປະກອບສ່ວນຫຼາຍກວ່າເກົ່າເພື່ອການປະຕິຮູບແລະການພັດທະນາ ຂອງທົ່ວປະເທດ.
    Ⅳເລັ່ງລັດບູລະນະໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມແລະເລັ່ງລັດຫັນປ່ຽນຮູບການ ພັດທະນາເສດຖະກິດໃຫ້ໄວຂຶ້ນ
ການທີ່ຖືການສ້າງສາເສດຖະກິດເປັນໃຈກາງນັ້ນ ແມ່ນຂໍ້ສຳຄັນໃນການສ້າງຊາດໃຫ້ຈະເລີນ, ການພັດທະນາຍັງຄົງແມ່ນຂໍກະແຈຂອງການແກ້ໄຂບັນຫາທັງໝົດຂອງປະເທດພວກເຮົາ. ມີແຕ່ຊຸກຍູ້ ເສດຖະກິດໃຫ້ພັດທະນາຢ່າງຕໍ່ເນື່ອງແລະປອດໄສເທົ່ານັ້ນ, ຈຶ່ງສາມາດສ້າງພື້ນຖານທາງດ້ານວັດຖຸ ໃຫ້ແກ່ປະເທດທີ່ຈະເລີນຮຸ່ງເຮືອງແລະມັ່ງຄັ່ງເຂັ້ມແຂງ, ປະຊາຊົນທີ່ມີຄວາມສະຫງົບແລະຜາສຸກ, ສັງ ຄົມທີ່ມີຄວາມສະຫງົບແລະສະຖຽນລະພາບໄດ້.ຕ້ອງຍຶດໝັ້ນແນວຄິດຍຸດທະສາດທີ່ວ່າ: ການພັດທະ ນາແມ່ນເຫດຜົນທີ່ແທ້ຈິງ,ຈະຫວັ່ນໄຫວຄອນແຄນບໍ່​ໄດ້​ເດັດຂາດ.
ຢູ່ປະເທດຈີນໃນຍຸກປັດຈຸບັນ, ຄວາມຮຽກຮ້ອງຕ້ອງການໃນດ້ານທາດແທ້ຂອງການຍຶດໝັ້ນການ ພັດທະນາຈຶ່ງແມ່ນເຫດຜົນທີ່ແທ້ຈິງນັ້ນກໍແມ່ນຍຶດໝັ້ນການພັດທະນາແບບວິທະຍາສາດ. ຖືການພັດ ທະນາແບບວິທະຍາສາດເປັນຫົວຂໍ້, ຖືການເລັ່ງລັດຫັນປ່ຽນຮູບການພັດທະນາເສດຖະກິດໃຫ້ໄວຂຶ້ນ ເປັນສາຍຫຼັກ,ແມ່ນການຄັດເລືອກທາງດ້ານຍຸດທະສາດທີ່ພົວພັນເຖິງສະພາບໂດຍລວມຂອງການພັດທະນາຂອງປະເທດພວກເຮົາ. ຕ້ອງສອດຄ່ອງກັບການປ່ຽນແປງໃໝ່ຂອງສະພາບການເສດຖະກິດຢູ່ ພາຍໃນແລະຕ່າງປະເທດ, ເລັ່ງລັດສ້າງຮູບການພັດທະນາເສດຖະກິດແບບໃໝ່ໃຫ້ສຳເລັດຢ່າງວ່ອງ ໄວ,ຫັນປ່ຽນຈຸດຢືນຂອງການຊຸກຍູ້ການພັດທະນານັ້ນ ໃຫ້ໄປສູ່ການຍົກສູງຄຸນນະພາບແລະປະສິດທິ ຜົນ, ສຸມກຳລັງປຸກລະດົມຄວາມຊີວິດຊີວາໃໝ່ ໃນການພັດທະນາຂອງພາກສ່ວນຕ່າງໆໃນຕະຫຼາດ, ເພີ່ມທະວີຫົວຄິດປະດິດສ້າງເພື່ອຊຸກຍູ້ການພັດທະນາ,ສຸມກຳລັງສ້າງຕັ້ງລະບົບໃໝ່ຂອງການພັດທະນາອຸດສາຫະກຳຍຸກປັດຈຸບັນ, ສຸມກຳລັງບົ່ມເພາະທ່າແຮງໃໝ່ຂອງການພັດທະນາເສດຖະກິດແບບ​ເປີດກວ້າງ, ເຮັດໃຫ້ການພັດທະນາເສດຖະກິດອາໃສຄວາມຕ້ອງການພາຍໃນ ໂດຍສະເພາະແມ່ນ ຄວາມຕ້ອງການ​ໃນການບໍລິໂພກໃຫ້ຫຼາຍກວ່າເກົ່າ,ອາໃສຂະແໜງການບໍລິການຍຸກປັດຈຸບັນແລະອຸດ ສາຫະກຳລັກສະນະຍຸດທະສາດໃຫ້ຫຼາຍກວ່າເກົ່າ, ອາໃສຄວາມກ້າວໜ້າທາງດ້ານວິທະຍາສາດເຕັກ ນິກ,ການຍົກສູງຄຸນທາດຂອງຜູ້ອອກແຮງງານ,ການປະດິດສ້າງວິທີຄຸ້ມຄອງໃໝ່ໃຫ້ຫຼາຍກວ່າເກົ່າ,ອາໃສການປະຢັດພະລັງງານແລະເສດຖະກິດແບບໝູນວຽນໃຫ້ຫຼາຍກວ່າເກົ່າ, ອາໃສການພັດທະນາຕົວ ເມືອງແລະຊົນນະບົດຢ່າງປະສານກົມກຽວກັນຫຼາຍກວ່າເກົ່າ, ເພີ່ມທະວີກຳລັງແຮງພາຍຫຼັງການພັດ ທະນາເປັນເວລາຍາວນານ.
    ຍຶດໝັ້ນເດີນຕາມເສັ້ນທາງຫັນເປັນອຸດສາຫະກຳ,ຫັນເປັນຂໍ້ມູນຂ່າວສານ,ຫັນເປັນຕົວເມືອງແລະ ກະສິກຳເປັນທັນສະໄໝແບບໃໝ່ທີ່ມີສີສັນພິເສດຂອງຈີນ,ຊຸກຍູ້ໃຫ້ການຫັນເປັນຂໍ້ມູນຂ່າວສານເຊື່ອມໂຍງເຂົ້າກັບການຫັນເປັນອຸດສາຫະກຳຢ່າງເລິກເຊິ່ງ, ການຫັນເປັນອຸດສາຫະກຳກັບການຫັນເປັນຕົວ ເມືອງມີຜົນສະທ້ອນທາງບວກເຊິ່ງກັນແລະກັນ,ການຫັນເປັນຕົວເມືອງກັບກະສິກຳຫັນເປັນທັນສະໄໝປະສານສົມທົບເຊິ່ງກັນແລະກັນ,ຊຸກຍູ້ການຫັນເປັນອຸດສາຫະກຳ,ຫັນເປັນຂໍ້ມູນຂ່າວສານ,ຫັນເປັນຕົວເມືອງແລະກະສິກຳຫັນເປັນທັນສະໄໝພັດທະນາໄປຮ່ວມກັນ.
1.ລົງເລິກການປະຕິຮູບໂຄງປະກອບເສດຖະກິດຢ່າງຮອບດ້ານ. ການລົງເລິກການປະຕິຮູບ ແມ່ນຂໍກະແຈຂອງການເລັ່ງລັດຫັນປ່ຽນຮູບການພັດທະນາເສດຖະກິດໃຫ້ໄວຂຶ້ນ.ບັນຫາໃຈກາງຂອງການປະຕິຮູບໂຄງປະກອບເສດຖະກິດແມ່ນແກ້ໄຂການພົວພັນລະຫວ່າງລັດຖະບານກັບຕະຫຼາດໃຫ້ດີ, ຕ້ອງເຄົາລົບກົດເກນຕະຫຼາດຫຼາຍກວ່າເກົ່າ, ເສີມຂະຫຍາຍບົດບາດຂອງລັດຖະບານໃຫ້ດີກວ່າເກົ່າ. ຕ້ອງບູລະນະແລະພັດທະນາເສດຖະກິດທີ່ມີລະບອບກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ຊຸກຍູ້ຫຼາຍຮູບການຂອງລະບອບກຳມະສິດສ່ວນລວມ, ລົງເລິກການປະຕິຮູບລັດວິສາຫະກິດ, ບູລະນະ ໂຄງປະກອບຄຸ້ມຄອງຊັບສົມບັດຂອງລັດຊະນິດຕ່າງໆໃຫ້ສົມບູນຂຶ້ນ,ຊຸກຍູ້ທຶນຂອງລັດໃຫ້ລົງໄປສູ່ຂະແໜງການສຳຄັນແລະຂົງເຂດສຳຄັນທີ່ພົວພັນເຖິງຄວາມປອດໄພແຫ່ງຊາດ ແລະ ຊີບພະຈອນຂອງ ເສດຖະກິດແຫ່ງຊາດໃຫ້ຫຼາຍກວ່າເກົ່າ, ເສີມສ້າງຄວາມມີຊີວິດຊີວາ, ກຳລັງຄວບຄຸມແລະອິດທິພົນ ຂອງລັດຢ່າງບໍ່ຢຸດຢັ້ງ.ສົ່ງເສີມ,ສະໜັບສະໜູນແລະດຶງດູດການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມນັ້ນຢ່າງບໍ່ຫວັ່ນໄຫວຄອນແຄນ,ຮັບປະກັນເສດຖະກິດພາກສ່ວນຕ່າງໆນຳໃຊ້ພາຫະນະການຜະລິດຢ່າງສະເໝີພາບຕາມກົດໝາຍ, ເຂົ້າຮ່ວມການແຂ່ງຂັນໃນຕະຫຼາດຢ່າງຍຸດຕິທຳແລະໄດ້ ຮັບການປົກປ້ອງຈາກກົດໝາຍຢ່າງເທົ່າທຽມກັນ. ບູລະນະລະບົບຕະຫຼາດຍຸກປັດຈຸບັນໃຫ້ສົມບູນຂຶ້ນ, ເພີ່ມທະວີການສ້າງພາຫະນະໃຫ້ຫັນເປັນກົນໄກຂອງເປົ້າໝາຍແລະນະໂຍບາຍທີ່ດັດສົມຄວບຄຸມມະຫາພາກ. ເລັ່ງລັດການປະຕິຮູບໂຄງປະກອບການເງິນແລະສ່ວຍສາອາກອນໃຫ້ໄວຂຶ້ນ, ບູລະນະໂຄງ ປະກອບທີ່ກຳລັງຊັບສົມຄູ່ກັນກັບສິດບໍລິຫານລະຫວ່າງສູນກາງກັບທ້ອງຖິ່ນ,ປັບປຸງແລະຊຸກຍູ້ການບໍລິການສາທາລະນະພື້ນຖານໃຫ້ສະໝ່ຳສະເໝີກັນແລະລະບົບການເງິນສາທາລະນະຂອງການສ້າງສາເຂດພາລະບົດບາດສຳຄັນ,ສ້າງລະບົບສ່ວຍສາອາກອນທ້ອງຖິ່ນ, ສ້າງລະບອບສ່ວຍສາອາກອນທີ່ມີ ຜົນດີຕໍ່ການເຮັດໃຫ້ອົງປະກອບດີຂຶ້ນແລະຄວາມຍຸດຕິທຳທາງສັງຄົມນັ້ນໃຫ້ສຳເລັດ. ສ້າງຕັ້ງກົນໄກ ການແບ່ງປັນຜົນກຳໄລຈາກການໂອນຊັບພະຍາກອນສາທາລະນະຢ່າງສົມເຫດສົມຜົນ.ລົງເລິກການປະຕິຮູບໂຄງປະກອບການທະນາຄານ, ບູລະນະລະບົບການທະນາຄານຍຸກປັດຈຸບັນທີ່ຊຸກຍູ້ເສດຖະ ກິດມະຫາພາກໃຫ້ໜັກແໜ້ນ,ແລະສະໜັບສະໜູນການພັດທະນາເສດຖະກິດຮູບປະທຳ, ເລັ່ງລັດພັດ ທະນາຕະຫຼາດເງິນທຶນທີ່ມີຫຼາຍລະດັບ​ໃຫ້​ໄວ​ຂຶ້ນ,ຊຸກຍູ້ການລົງເລິກປະຕິຮູບຕະຫຼາດອັດຕາດອກເບ້ຍ ແລະອັດຕາແລກປ່ຽນເງິນຕາຢ່າງໜັກແໜ້ນ,ສ້າງໃຫ້ເງິນຢວນຈີນສາມາດບັນລຸການແລກປ່ຽນໄດ້ໃນລາຍການຕົ້ນທຶນຢ່າງເປັນກ້າວໆ. ເລັ່ງລັດພັດທະນາສະຖາບັນການເງິນຂອງເອກະຊົນໃຫ້ໄວຂຶ້ນ. ບູ ລະນະການຕິດຕາມຄຸ້ມຄອງການທະນາຄານໃຫ້ສົມບູນຂຶ້ນ,ຊຸກຍູ້ການປະດິດສ້າງໃນດ້ານການທະນາຄານ,ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຂະ​ແໜງ​ການ​ທະນາຄານ, ຫຼັກຊັບ, ປະກັນ​ໄພ​ແລະ​ອື່ນໆ,ປົກ ປັກຮັກສາສະຖຽນລະພາບໃນດ້ານການທະນາຄານ.
    2.ປະຕິບັດຍຸດທະສາດທີ່ໃຫ້ການປະດິດສ້າງໄປຊຸກຍູ້ການພັດທະນາ. ການປະດິດສ້າງວິທະ ຍາສາດເຕັກນິກໃໝ່ເປັນການສະໜັບສະໜູນທາງດ້ານຍຸດທະສາດທີ່ຍົກສູງກຳລັງການຜະລິດທາງສັງຄົມແລະກຳລັງລວມແຫ່ງຊາດໃຫ້ສູງຂຶ້ນ, ຕ້ອງໄດ້ວາງໄວ້ຢູ່ບ່ອນຈຸດໃຈກາງຂອງສະພາບໂດຍລວມ​ແຫ່ງການພັດທະນາຂອງລັດ. ຕ້ອງຍຶດໝັ້ນເດີນຕາມເສັ້ນທາງປະດິດສ້າງຢ່າງເປັນເຈົ້າຕົນເອງທີ່ມີສີ ສັນພິເສດຂອງຈີນ, ນຳໃຊ້ສາຍຕາທົ່ວໂລກເພື່ອວາງແຜນແລະຊຸກຍູ້ການປະດິດສ້າງໃໝ່, ຍົກສູງ ຄວາມສາມາດອັນ​ດັ້ງ​ເດີມໃນການປະດິດສ້າງໃໝ່, ການປະດິດສ້າງໃໝ່ໂດຍລວມແລະນຳເຂົ້າຖອດ ຖອນເອົາບົດຮຽນແລ້ວປະດິດສ້າງໃໝ່ອີກ,ແຮ່ງເອົາໃຈໃສ່ການຮ່ວມມືກັນປະດິດສ້າງໃໝ່. ລົງເລິກ ການປະຕິຮູບໂຄງປະກອບວິທະຍາສາດເຕັກນິກ, ຊຸກຍູ້ໃຫ້ວິທະຍາສາດເຕັກນິກກັບເສດຖະກິດປະ ສານເຂົ້າກັນຢ່າງໃກ້ຊິດ, ເລັ່ງລັດກໍ່ສ້າງລະບົບປະດິດສ້າງໃໝ່ຂອງລັດໃຫ້ໄວຂຶ້ນ, ສຸມກຳລັງສ້າງສາ ລະບົບປະດິດສ້າງເຕັກນິກໃໝ່ທີ່ຖືວິສາຫະກິດເປັນຕົ້ນຕໍ,ຖືຕະຫຼາດເປັນສິ່ງດຶງ​ດູດ,ແລະມີການຜະລິດ, ການຮ່ຳຮຽນແລະການຄົ້ນຄວ້າເຊື່ອມຕົວເຂົ້າກັນ. ບູລະນະລະບົບປະດິດສ້າງຄວາມຮູ້ໃໝ່ໃຫ້ສົມບູນ ຂຶ້ນ,ເສີມສ້າງການຄົ້ນຄວ້າພື້ນຖານ, ການຄົ້ນຄວ້າເຕັກນິກແຖວໜ້າ, ການຄົ້ນຄວ້າເຕັກນິກສາທາລະ ນະປະໂຫຍດທາງສັງຄົມ,ຍົກສູງລະດັບການຄົ້ນຄວ້າວິທະຍາສາດແລະຄວາມສາມາດຫັນປ່ຽນໝາກຜົນຂອງການຄົ້ນຄວ້າໃຫ້ເປັນຜະລິດຕະພັນຕົວຈິງ, ຍາດເອົາຈຸດສູງສຸດຂອງຍຸດທະສາດພັດທະນາວິ ທະຍາສາດເຕັກນິກ.ປະຕິບັດໂຄງການວິທະຍາສາດເຕັກນິກສະເພາະທີ່ສຳຄັນຂອງລັດ,ບຸກທະລຸບັນຫາເຕັກນິກທີ່ຍິ່ງໃຫຍ່.ເລັ່ງລັດການຄົ້ນຄວ້ານຳໃຊ້ເຕັກນິກໃໝ່, ຜະລິດຕະພັນໃໝ່ແລະສີມືໃໝ່ໃຫ້ໄວ ຂຶ້ນ,ເພີ່ມທະວີການເຕົ້າໂຮມເຕັກນິກແລະການປະດິດສ້າງຮູບການການຄ້າ.ບູລະນະມາດຖານປະເມີນ, ກົນໄກໃຫ້ກຳລັງໃຈແລະກົນໄກຫັນປ່ຽນຂອງການປະດິດສ້າງວິທະຍາສາດເຕັກນິກໃໝ່. ປະຕິບັດຍຸດ ທະສາດສິດຊັບສິນທາງປັນຍາ,ເພີ່ມທະວີການປົກປັກຮັກສາສິດຊັບສິນທາງປັນຍາ. ຊຸກຍູ້ການປະດິດ ສ້າງການຈັດສັນຊັບພະຍາກອນຢ່າງມີປະສິດທິພາບສູງແລະເປັນຈຸດລວມສູນ, ເຕົ້າໂຮມສະຕິປັນຍາ ແລະກຳລັງຂອງທົ່ວສັງຄົມໄວ້ຢູ່ໃນການປະດິດສ້າງໃໝ່ແລະການພັດທະນາ.
    3.ຊຸກຍູ້ການປັບປຸງອົງປະກອບເສດຖະກິດແບບຍຸດທະສາດ.ນີ້ແມ່ນທິດທາງຕົ້ນຕໍຂອງການເລັ່ງ ລັດຫັນປ່ຽນຮູບການພັດທະນາເສດຖະກິດໃຫ້ໄວຂຶ້ນ.ຕ້ອງຖືການປັບປຸງອົງປະກອບຄວາມຕ້ອງການ, ເຮັດໃຫ້ອົງປະກອບອຸດສາຫະກຳດີຂຶ້ນ,ຊຸກຍູ້ການພັດທະນາຢູ່ພາກພື້ນຕ່າງໆຢ່າງປະສານກົມກຽວກັນແລະຊຸກຍູ້ການຫັນເປັນຕົວເມືອງນັ້ນເປັນຈຸດໜັກ, ສຸມກຳລັງເພື່ອແກ້ໄຂບັນຫາໃຫຍ່ໃນດ້ານອົງປະ ກອບທີ່ຜູກມັດການພັດທະນາເສດຖະກິດຢ່າງຕໍ່ເນື່ອງແລະປອດໄສ.ຕ້ອງກຳຈຸດຍຸດທະສາດພື້ນຖານຄືເປີດກວ້າງຄວາມຕ້ອງການພາຍໃນ, ເລັ່ງລັດສ້າງຕັ້ງກົນໄກທີ່ບັງເກີດຜົນເປັນເວລາຍາວນານໃນ ການເປີດກວ້າງຄວາມຕ້ອງການພາຍໃນ,ປົດປ່ອຍກຳລັງບົ່ມຊ້ອນໃນການບໍລິໂພກຂອງປະຊາຊົນ,ຮັກສາໃຫ້ການລົງທຶນເພີ່ມຂຶ້ນຢ່າງສົມເຫດສົມຜົນ, ຂະຫຍາຍຂະໜາດຂອງຕະຫຼາດພາຍໃນໃຫ້ກວ້າງ ອອກ.ກຳແໜ້ນພື້ນຖານອັນໝັ້ນແກ່ນຄືພັດທະນາເສດຖະກິດຮູບປະທຳ, ນຳໃຊ້ນະໂຍບາຍແລະມາດ ຕະການທີ່ແຮ່ງມີຜົນດີຕໍ່ການພັດທະນາເສດຖະກິດຮູບປະທຳ, ເສີມຂະຫຍາຍ​ທິດ​ທາງ​ໃນ​ການ​ດຶງດູດ ຄວາມຕ້ອງການ,ຊຸກຍູ້ອຸດສາຫະກຳຍຸດທະສາດທີ່ຈະເລີນໃໝ່ແລະຂະແໜງການຜະລິດທີ່ກ້າວໜ້າໃຫ້ພັດທະນາຢ່າງປອດໄສ,ເລັ່ງລັດການປ່ຽນຮູບການແລະຍົກລະດັບຂອງອຸດສາຫະກຳ​ແບ​ບດັ້ງເດີມ,ຊຸກ ຍູ້ຂະແໜງການບໍລິການ ໂດຍສະເພາະແມ່ນຂະແໜງການບໍລິການຍຸກປັດຈຸບັນໃຫ້ຂະຫຍາຍຕົວເຕີບ ໃຫຍ່ຂຶ້ນ,ຈັດວາງຢ່າງສົມເຫດສົມຜົນແລະກໍ່ສ້າງພື້ນຖານໂຄງລ່າງແລະອຸດສາຫະກຳພື້ນຖານ.ມັດທະນາພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານຮຸ້ນໜ້າ,ພັດທະນາລະບົບອຸດສາຫະກຳເຕັກນິກຂໍ້ມູນຂ່າວສານຍຸກປັດຈຸບັນ,ບູລະນະລະບົບຮັກສາຄວາມປອດໄພຂອງຂໍ້ມູນຂ່າວສານໃຫ້ສົມບູນຂຶ້ນ,ຊຸກຍູ້ການນຳໃຊ້ເຕັກນິກເຄືອຂ່າຍຂໍ້ມູນຂ່າວສານຢ່າງກວ້າງຂວາງ. ຍົກສູງກຳລັງແຂ່ງຂັນທີ່​ເປັນໃຈກາງຂອງວິສາ ຫະກິດຂະໜາດໃຫຍ່ແລະກາງ, ສະໜັບສະໜູນການພັດທະນາຂອງວິສາຫະກິດຂະໜາດນ້ອຍແລະ ນ້ອຍທີ່ສຸດໂດຍສະເພາະແມ່ນວິສາຫະກິດວິທະຍາສາດເຕັກນິກຂະໜາດນ້ອຍແລະນ້ອຍທີ່ສຸດ. ສືບຕໍ່ ປະຕິບັດຍຸດທະສາດລວມກ່ຽວກັບການພັດທະນາພາກພື້ນ, ເສີມຂະຫຍາຍທ່າແຮງຂອງພາກພື້ນຕ່າງ ຕ່າງ, ຊຸກຍູ້ການພັດທະນາພາກຕາເວັນຕົກກ່ອນ,ເຮັດໃຫ້ສູນອຸດສາຫະກຳເກົ່າເຊັ່ນເຂດພາກຕາເວັນ ອອກສຽງເໜືອຈະເລີນຮຸ່ງເຮືອງຂຶ້ນຢ່າງຮອບດ້ານ, ອອກແຮງຊຸກຍູ້ການພັດທະນາເຂດພາກກາງຢ່າງ ແຂງແຮງ,ຕັ້ງໜ້າສະໜັບສະໜູນເຂດພາກຕາເວັນອອກນຳໜ້າພັດທະນາ. ໃຊ້ຮູບການຕ່າງໆເຊັ່ນສະ ໜັບສະໜູນໃນຂະແໜງການດຽວກັນດັ່ງ​ນີ້ເປັນຕົ້ນ, ເພີ່ມທະວີການສະໜັບສະໜູນເຂດປະຕິວັດເກົ່າ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນແລະເຂດທຸກຍາກ. ວາງແຜນກ່ຽວກັບຂະໜາດແລະອົງປະ ກອບຂອງກຸ່ມຕົວເມືອງຢ່າງມີວິທະຍາສາດ,ເສີມສ້າງບົດບາດຂອງຕົວເມືອງລະດັບກາງແລະນ້ອຍໃນການພັດທະນາອຸດສາຫະກຳ,ໃຫ້ການບໍລິການສາທາລະນະ, ດຶງດູດຮັບເອົາແຮງງານປະກອບອາຊີບ ແລະເຕົ້າໂຮມປະຊາກອນ. ເລັ່ງລັດປະຕິຮູບລະບອບສຳມະໂນຄົວໃຫ້ໄວຂຶ້ນ, ຊຸກຍູ້ປະຊາກອນທີ່ຍົກ ຍ້າຍມາຈາກຊົນນະບົດນັ້ນໃຫ້ກາຍເປັນຊາວເມືອງຢ່າງມີລະບຽບ, ພະຍາຍາມບັນລຸໃຫ້ການບໍລິການ ສາທາລະນະພື້ນຖານໃນຕົວເມືອງປົກຄຸມປະຊາກອນທີ່ຢູ່ປະຈຳທັງໝົດ.
4.ຊຸກຍູ້ການພັດທະນາຕົວເມືອງແລະຊົນນະບົດ​ເຂົ້າເປັນອັນໜຶ່ງອັນດຽວກັນ. ການແກ້ໄຂບັນຫາ ກະສິກຳ,ຊົນນະບົດແລະຊາວກະສິກອນໃຫ້ດີແມ່ນວຽກງານສຳຄັນທີ່ສຸດຂອງທົ່ວພັກ, ການພັດທະນາ ຕົວເມືອງແລະຊົນນະບົດເຂົ້າເປັນອັນໜຶ່ງອັນດຽວກັນແມ່ນຊ່ອງທາງພື້ນຖານໃນການແກ້ໄຂບັນຫາດັ່ງກ່າວ. ຕ້ອງເພີ່ມຄວາມແຮງໃນການວາງແຜນການພັດທະນາຕົວເມືອງກັບຊົນນະບົດຢ່າງເປັນເອກະ ພາບກັນ, ເສີມສ້າງຄວາມມີຊີວິດຊີວາ​ໃນການພັດທະນາຊົນນະບົດ,ຫຼຸດຜ່ອນຄວາມຜິດໂຕນກັນລະ ຫວ່າງຕົວເມືອງກັບຊົນນະບົດເປັນກ້າວໆ, ແລະຊຸກຍູ້ຕົວເມືອງແລະຊົນນະບົດໃຫ້ພັດທະນາຮ່ວມກັນ. ຍຶດໝັ້ນໃຫ້ອຸດສາຫະກຳສະໜັບສະໜູນກະສິກຳ, ຕົວເມືອງສະໜັບສະໜູນຊົນນະບົດແລະທິດທາງທີ່ ໃຫ້ຫຼາຍເອົາໜ້ອຍໃຫ້ມີຄວາມຄ່ອງແຄ້ວ, ເພີ່ມຄວາມແຮງໃນການປະຕິບັດນະໂຍບາຍທີ່ເຮັດໃຫ້ຊາວ ກະສິກອນເຂັ້ມແຂງຂຶ້ນ, ສ້າງຜົນປະໂຫຍດໃຫ້ຊາວກະສິກອນແລະເຮັດໃຫ້ຊາວກະສິກອນຮັ່ງມີຂຶ້ນ, ເຮັດໃຫ້ຊາວກະສິກອນອັນກວ້າງໃຫຍ່ໄພສານ ເຂົ້າຮ່ວມຂະບວນການຫັນເປັນທັນສະໄໝຢ່າງສະເໝີ ພາບແລະຮ່ວມກັນແບ່ງປັນໝາກຜົນຂອງການຫັນເປັນທັນສະໄໝ. ເລັ່ງລັດພັດທະນາກະສິກຳຍຸກປັດ ຈຸບັນໃຫ້ໄວຂຶ້ນ, ເສີມສ້າງຄວາມສາມາດໃນການຜະລິດກຳສິກຳໂດຍລວມ, ຮັບປະກັນຄວາມປອດໄພ ດ້ານທັນຍາຫານແລະການສະໜອງຜົນຜະລິດກະສິກຳທີ່ສຳຄັນຂອງ​ລັດຢ່າງບັງເກີດຜົນ. ຍຶດໝັ້ນເອົາ ຈຸດໜັກຂອງການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາວຽກງານສັງຄົມຂອງລັດໄປສູ່ໃນຊົນ ນະບົດ,ລົງເລິກຊຸກຍູ້ການສ້າງສາຊົນນະບົດໃໝ່ແລະການຫຼຸດຜ່ອນຄວາມທຸກຍາກ, ປັບປຸງເງື່ອນໄຂ ດ້ານການຜະລິດແລະດຳລົງຊີວິດຢູ່ຊົນນະບົດໃຫ້ດີຂຶ້ນຢ່າງຮອບດ້ານ. ສຸມກຳລັງຊຸກຍູ້ໃຫ້ຊາວກະສິ ກອນມີລາຍໄດ້ເພີ່ມຂຶ້ນ,ຮັກສາໃຫ້ລາຍໄດ້ຂອງຊາວກະສິກອນເພີ່ມຂຶ້ນຢ່າງຕໍ່ເນື່ອງແລະອ່າວໄວ. ຍຶດ ໝັ້ນແລະບູລະນະລະບຽບການດຳ​ເນີນທຸລະກິດຂັ້ນພື້ນຖານຂອງຊົນນະບົດໃຫ້ ສົມບູນຂຶ້ນ, ປົກປັກຮັກ ສາສິດ​ແລະ​ຜົນ​ປະ​ໂຫຍ​ດຂອງຊາວກະສິກອນໃນການຮັບເໝົາທຸລະກິດທີ່ດິນ, ນຳໃຊ້ທີ່ດິນເພື່ອປຸກ ເຮືອນຢູ່ແລະແບ່ງປັນຜົນກຳໄລຂອງຮວມໝູ່, ເຮັດໃຫ້ກຳລັງເສດຖະກິດຂອງຮວມໝູ່ເຂັ້ມແຂງຂຶ້ນ,ພັດ ທະນາການຮ່ວມມືວິຊາສະເພາະແລະການຮ່ວມມືຫຸ້ນສ່ວນຂອງຊາວກະສິກອນ,ບົ່ມເພາະພາກສ່ວນທຸລະກິດແບບໃໝ່, ພັດທະນາການທຸລະກິດດ້ວຍຫຼາຍຮູບການແລະຫຼາຍຂະໜາດ, ກໍ່ສ້າງລະບົບທຸລະ ກິດກະສິກຳແບບໃໝ່ທີ່ມີການຫັນເປັນກຸ່ມ,ຫັນເປັນວິຊາສະເພາະ,ຫັນເປັນອົງການຈັດຕັ້ງແລະຫັນເປັນສັງຄົມນັ້ນເຊື່ອມໂຍງເຂົ້າກັນ.ປະຕິຮູບລະບອບເກນໃຊ້ທີ່ດິນ, ຍົກສູງອັດຕາສ່ວນການແບ່ງປັນຜົນກຳ  ໄລຂອງຊາວກະສິກອນຈາກມູນຄ່າເພີ່ມຂອງທີ່ດິນ.ເລັ່ງລັດບູລະນະໂຄງປະກອບແລະກົນໄກທີ່ພັດທະນາຕົວເມືອງແລະຊົນນະບົດໃຫ້ເຊື່ອມໂຍງເຂົ້າກັນ, ສຸມກຳລັງເຂົ້າໃນການຊຸກຍູ້ການເຊື່ອມໂຍງເຂົ້າ ກັນໃນດ້ານວາງແຜນຕົວຂອງເມືອງແລະຊົນນະບົດ, ພື້ນຖານໂຄງລ່າງ,ການບໍລິການສາທາລະນະ ແລະອື່ນໆ, ຊຸກຍູ້ການແລກປ່ຽນປັດໄຈຂອງຕົວເມືອງແລະຊົນນະບົດຢ່າງສະເໝີພາບກັນແລະການ ຈັດສັນຊັບພະຍາກອນສາທາລະນະຢ່າງສະໝ່ຳສະເໝີກັນ, ສ້າງການພົວພັນລະຫວ່າງອຸດສາຫະກຳ ກັບກະສິກຳແລະລະຫວ່າງຕົວເມືອງກັບຊົນນະບົດແບບໃໝ່ທີ່ອຸດສາຫະກຳຊຸກຍູ້ກະສິກຳ, ຕົວເມືອງ ຊັກນຳຊົນນະບົດ, ອຸດສາຫະກຳກັບກະສິກຳສ້າງຜົນປະໂຫຍດໃຫ້ແກ່ກັນແລະຕົວເມືອງກັບຊົນນະບົດ ເຊື່ອມໂຍງເຂົ້າກັນນັ້ນໃຫ້ສຳເລັດ.
5. ຍົກລະດັບຂອງເສດຖະກິດແບບ​ເປີດ​ກວ້າງໃຫ້ສູງຂຶ້ນຢ່າງຮອບດ້ານ. ເພື່ອສອດຄ່ອງກັບສະ ຖານະການໃໝ່ແຫ່ງໂລກາພິວັດທາງເສດຖະກິດ, ຕ້ອງປະຕິບັດຍຸດທະສາດໄຂປະຕູສູ່ພາຍນອກທີ່ຕັ້ງ ໜ້າແລະເປັນເຈົ້າການກວ່າເກົ່າ, ແລະບູລະນະລະບົບເສດຖະກິດແບບເປີດກວ້າງທີ່ຕ່າງຝ່າຍຕ່າງມີ ຜົນປະໂຫຍດ,ຫຼາຍຝ່າຍກ້ຳເກິ່ງກັນ, ປອດໄພແລະມີປະສິດທິພາບສູງໃຫ້ສົມບູນຂຶ້ນ. ຕ້ອງເລັ່ງລັດຫັນ ປ່ຽນຮູບການພັດທະນາເສດຖະກິດຕໍ່ພາຍນອກນັ້ນໃຫ້ໄວຂຶ້ນ, ຊຸກຍູ້ການໄຂປະຕູຂະຫຍາຍໄປສູ່ທິດ ທາງທີ່ເຮັດໃຫ້ອົງປະກອບດີຂຶ້ນ,ໃຫ້ເລິກເຊິ່ງກວ່າເກົ່າແລະຍົກສູງປະສິດທິຜົນ. ປະດິດສ້າງຮູບການ ໄຂປະຕູແບບໃໝ່,ຊຸກຍູ້ທ່າແຮງໃນດ້ານໄຂປະຕູສູ່ພາຍນອກຂອງເຂດແຄມທະເລ, ເຂດໃນແລະເຂດ ຊາຍແດນຊ່ວຍຊູຍູ້ໜູນກັນ, ໃຫ້ມີເຂດ​ເປີດ​ກວ້າງ​ທີ່​ສາມາດດຶງດູດການຮ່ວມມືເສດຖະກິດແລະການ ແຂ່ງຂັນສາກົນ,ບົ່ມເພາະບ່ອນໄຂປະຕູໃນລະດັບສູງທີ່ດຶງ​ດູດການພັດທະນາຂອງພາກພື້ນ. ຍຶດໝັ້ນ ເນັ້ນໜັກຂາເຂົ້າຂາອອກທັງສອງຢ່າງ​ໄປ​ພ້ອມໆ​ກັນ, ເພີ່ມທະວີການປະສານງານນະໂຍບາຍການຄ້າ ກັບນະໂຍບາຍອຸດສາຫະກຳ, ໃຫ້ມີທ່າແຮງໃໝ່ໃນການແຂ່ງຂັນຂາອອກທີ່ມີເຕັກນິກ,ຍີ່ຫໍ້,ຄຸນນະພາບ ແລະການບໍລິການເປັນໃຈກາງ,ຊຸກຍູ້ການຄ້າປຸງແຕ່ງຫັນປ່ຽນຮູບການແລະຍົກລະດັບ,ພັດທະນາການ ຄ້າການບໍລິການ,ຊຸກຍູ້ການຄ້າກັບຕ່າງປະເທດໃຫ້ພັດທະນາຢ່າງສະໝ່ຳສະເໝີກັນ. ຍົກສູງທ່າແຮງ ລວມແລະປະສິດທິຜົນລວມໃນການນຳໃຊ້ທຶນຕ່າງປະເທດ,ຊຸກຍູ້ໃຫ້ການດຶງດູດທຶນ, ດຶງດູດເຕັກນິກ ແລະດຶງດູດສະໝອງປະສານສົມທົບກັນ. ເລັ່ງລັດບາດກ້າວທີ່ຍ່າງໄປສູ່ຕ່າງປະເທດໃຫ້ໄວຂຶ້ນ, ເສີມ ສ້າງຄວາມສາມາດຂອງວິສາຫະກິດໃນການທຸລະກິດສາກົນ, ບົ່ມເພາະບໍລິສັດຂ້າມຊາດທີ່ມີລະດັບ ໂລກຈຳນວນໜຶ່ງ. ວາງແຜນການເອກະພາບກັນກ່ຽວກັບການໄຂປະຕູສູ່ພາຍນອກແລະການຮ່ວມມື ຂອງສອງຝ່າຍ,ຫຼາຍຝ່າຍ,ຂອງພາກພື້ນແລະອະນຸພາກພື້ນ,ເລັ່ງລັດປະຕິບັດຍຸດທະສາດເຂດການຄ້າ ເສລີໃຫ້ໄຂຂຶ້ນ,ຊຸກຍູ້ການຕິດຕໍ່ພົວພັນກັນກັບປະເທດອ້ອມຂ້າງ. ຍົກສູງຄວາມສາມາດໃນການຕ້ານ ຄວາມສ່ຽງທາງເສດຖະກິດຂອງສາກົນ.
    ພວກເຮົາຕ້ອງມີຄວາມເຊື່ອໝັ້ນຢ່າງເດັດດ່ຽວ ເພື່ອສຳເລັດໜ້າທີ່ທີ່ລົງເລິກການປະຕິຮູບໂຄງປະ ກອບເສດຖະກິດຢ່າງຮອບດ້ານແລະເລັ່ງລັດຫັນປ່ຽນຮູບການພັດທະນາເສດຖະກິດໃຫ້ໄວຂຶ້ນ, ຍົກ ຄວາມມີຊີວິດຊີວາແລະກຳລັງແຂ່ງຂັນຂອງເສດຖະກິດປະເທດພວກເຮົາ ໃຫ້ກ້າວ​ເຂົ້າ​ສູ່​ລະດັບໃໝ່ທີ່ ສູງຂຶ້ນ.
Ⅴຍຶດໝັ້ນເດີນໄປຕາມເສັ້ນທາງພັດທະນາການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແລະ ຊຸກຍູ້ການປະຕິຮູບໂຄງປະກອບການເມືອງ
ປະຊາທິປະໄຕປະຊາຊົນແມ່ນຄັນທຸງທີ່ສະຫວ່າງສະໄຫວ ທີ່ພັກພວກເຮົາເຊີດຊູໃຫ້ສູງ​ເດັ່ນຢ່າງ ສະເໝີຕົ້ນສະເໝີປາຍ. ນັບແຕ່ດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກເປັນຕົ້ນມາ, ພວກເຮົາ ໄດ້ສະຫຼຸບບົດຮຽນທາງບວກແລະທາງລົບໃນການພັດທະນາປະຊາທິປະໄຕສັງຄົມນິຍົມ, ກ່າວເນັ້ນວ່າ, ປະຊາທິປະໄຕປະຊາຊົນແມ່ນຊີວິດຂອງສັງຄົມນິຍົມ, ຍຶດໝັ້ນວ່າອຳນາດທຸກຢ່າງຂອງລັດຂຶ້ນກັບປະ ຊາຊົນ, ຊຸກຍູ້ການປະຕິຮູບໂຄງປະກອບການເມືອງຢ່າງບໍ່ຢຸດຢັ້ງ, ການສ້າງສາການເມືອງປະຊາທິປະ ໄຕສັງຄົມນິຍົມໄດ້ຮັບຄວາມຄືບໜ້າອັນໃຫຍ່ຫຼວງ, ໄດ້ບຸກເບີກແລະຍຶດໝັ້ນທິດທາງພັດທະນາການ ເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ, ແລະໄດ້ກຳນົດທິດທາງອັນຖືກຕ້ອງເພື່ອ ບັນລຸປະຊາທິປະໄຕປະຊາຊົນທີ່ກວ້າງຂວາງທີ່ສຸດ.
ການປະຕິຮູບໂຄງປະກອບການເມືອງແມ່ນພາກສ່ວນທີ່ສຳຄັນຂອງການປະຕິຮູບຮອບດ້ານຂອງ ປະເທດພວກເຮົາ. ຕ້ອງສືບຕໍ່ຊຸກຍູ້ການປະຕິຮູບໂຄງປະກອບການເມືອງຢ່າງຕັ້ງໜ້າແລະໝັ້ນທ່ຽງ, ພັດທະນາປະຊາທິປະໄຕປະຊາຊົນທີ່ກວ້າງຂວາງກວ່າເກົ່າ, ເຕັມທີ່ກວ່າເກົ່າແລະສົມບູນກວ່າເກົ່າ. ຕ້ອງຍຶດໝັ້ນການນຳພາຂອງພັກ, ປະຊາຊົນເປັນເຈົ້າຂອງປະເທດຊາດແລະການປົກຄອງປະເທດ ຕາມກົດໝາຍນັ້ນໃຫ້ເປັນເອກະພາບກັນ, ຖືການຮັບປະກັນໃຫ້ປະຊາຊົນເປັນເຈົ້າຂອງ​ປະ​ເທດ​ຊາດ ເປັນພື້ນຖານ,ຖືການເພີ່ມທະວີຄວາມມີຊີວິດຊີວາຂອງພັກແລະລັດ,ປຸກລະດົມຄວາມຂະຫຍັນຫ້າວຫັນ ຂອງປະຊາຊົນເປັນເປົ້າໝາຍ, ເປີດກວ້າງປະຊາທິປະໄຕສັງຄົມນິຍົມ, ເລັ່ງລັດກໍ່ສ້າງປະເທດສັງຄົມນິ ຍົມທີ່ປົກຄອງດ້ວຍກົດໝາຍນັ້ນໃຫ້ໄວຂຶ້ນ,ພັດທະນາອາລິຍະທຳການເມືອງສັງຄົມນິຍົມ. ຕ້ອງເອົາໃຈ ໃສ່ປັບປຸງຮູບແບບການນຳພາແລະຮູບການກຳອຳນາດຂອງພັກໃຫ້ຫຼາຍກວ່າເກົ່າ, ຮັບປະກັນໃຫ້ພັກ ນຳພາປະຊາຊົນປົກຄອງປະເທດຢ່າງມີປະສິດທິຜົນ; ແຮ່ງເອົາໃຈໃສ່ຕໍ່ການບູລະນະລະບອບປະຊາທິ ປະໄຕໃຫ້ສົມບູນຂຶ້ນ,​ ແຮ່ງເຮັດໃຫ້ປະຊາທິປະໄຕມີຮູບການອຸດົມສົມບູນຂຶ້ນ, ຮັບປະກັນໃຫ້ປະຊາຊົນ ດຳເນີນການເລືອກຕັ້ງແບບປະຊາທິປະໄຕ,ຕັດສິນນະໂຍບາຍແບບປະຊາທິປະໄຕ, ຄຸ້ມຄອງແບບປະ ຊາທິປະໄຕແລະຕິດຕາມແບບປະຊາທິປະໄຕຕາມກົດໝາຍ; ແຮ່ງເອົາໃຈໃສ່ຕໍ່ການເສີມຂະຫຍາຍບົດ ບາດທີ່ສຳຄັນຂອງການປົກຄອງຕາມກົດໝາຍໃນການປົກຄອງປະເທດແລະຄຸ້ມຄອງສັງຄົມ, ປົກປັກ ຮັກສາຄວາມເປັນເອກະພາບກັນ, ກຽດສັກສີແລະອິດ ທິພົນຂອງລະບອບກົດໝາຍຂອງຊາດ, ​ແຮ່ງຮັບ ປະກັນໃຫ້ປະຊາຊົນມີສິດແລະເສລີພາບທີ່ກວ້າງຂວາງຕາມກົດໝາຍ. ຕ້ອງຖືເອົາການກໍ່ສ້າງລະບອບ ໄວ້ຢູ່ໃນຖານະທີ່ພົ້ນເດັ່ນ, ເສີມຂະຫຍາຍລັກສະນະດີເລີດຂອງລະບອບການເມືອງສັງຄົມນິຍົມຂອງ ປະເທດພວກເຮົາຢ່າງເຕັມທີ່, ຕັ້ງໜ້າຖອດຖອນເອົາບົດຮຽນທີ່ມີປະໂຫຍດຂອງອາລິຍະທຳທາງການ ເມືອງຂອງມວນມະນຸດ, ແຕ່ບໍ່ນຳເອົາຮູບການລະບອບການເມືອງຂອງປະເທດຕາເວັນຕົກມາໃຊ້ຢ່າງ ເດັດຂາດ.
1.ສະໜັບສະໜູນແລະຮັບປະກັນປະຊາຊົນນຳໃຊ້ອຳນາດຂອງຊາດໂດຍຜ່ານສະພາຜູ້ແທນປະ ຊາຊົນ. ລະບອບສະພາຜູ້ແທນປະຊາຊົນແມ່ນລະບອບການເມືອງພື້ນຖານທີ່ຮັບປະກັນໃຫ້ປະຊາຊົນ ເປັນເຈົ້າຂອງ​ປະ​ເທດ​ຊາດ.ຕ້ອງຊ່າງເຮັດໃຫ້ຄວາມເຫັນຂອງພັກກາຍເປັນຄວາມປາຖະໜາຂອງຊາດ ໂດຍຜ່ານຂັ້ນຕອນກົດໝາຍ, ສະໜັບສະໜູສະພາປະຊາຊົນແລະຄະນະປະຈຳສະພາປະຊາຊົນເສີມ ຂະຫຍາຍບົດບາດທີ່ເປັນອົງການອຳນາດຂອງລັດ, ປະຕິບັດອຳນາດຕ່າງໆເປັນຕົ້ນແມ່ນ: ສ້າງກົດ ໝາຍ,ຕິດຕາມກວດກາ, ໃຫ້ການຕົກລົງ, ແຕ່ງຕັ້ງແລະປົດຕຳແໜ່ງຂອງເຈົ້າໜ້າທີ່ແລະອື່ນໆຕາມກົດ ໝາຍ, ເພີ່ມທະວີການຈັດຕັ້ງແລະປະສານງານວຽກງານນິຕິບັນຍັດ, ເພີ່ມທະວີການຕິດຕາມກວດກາ ຕໍ່ລັດຖະບານ,ສະພາປະຊາຊົນແຫ່ງຊາດແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດ,ເພີ່ມທະວີ ການຕິດຕາມກວດກາແລະສຳຫຼວດຕໍ່ງົບປະມານແລະງົບດຸນຂອງລັດຖະບານ. ຍົກສູງອັດຕາສ່ວນ ຂອງຜູ້ແທນປະຊາຊົນໃນຂັ້ນຮາກຖານ,ໂດຍສະເພາະແມ່ນຜູ້ແທນທີ່ເປັນກຳມະກອນ, ຊາວກະສິກອນ ແລະປັນຍາຊົນ, ຫຼຸດອັດຕາສ່ວນຂອງຜູ້ແທນທີ່ເປັນພະນັກງານການນຳຂອງພັກແລະຂອງລັດໃຫ້ ໜ້ອຍລົງ.ສ້າງຕັ້ງອົງການຕິດຕໍ່ພົວພັນຂອງຜູ້​ແທນຢູ່ໃນສະພາ,ບູລະນະລະບຽບການທີ່ຜູ້ແທນພົວພັນ ກັບປະຊາຊົນໃຫ້ສົມບູນຂຶ້ນ. ປັບປຸງລະບອບຈັດຕັ້ງຂອງອົງການອຳນາດແຫ່ງຊາດໃຫ້ສົມບູນຂຶ້ນ,                                                                                                                                                                                                                                                            ເຮັດໃຫ້ອົງປະກອບດ້ານຄວາມຮູ້ແລະດ້ານອາຍຸຂອງສະມາຊິກໃນຄະນະປະຈຳແລະໃນຄະນະກຳມະການສະເພາະກິດ​ໃຫ້​ດີ​ຂຶ້ນ,ຍົກອັດຕາ​ສ່ວນ​ຂອງ​ກຳມະການ​ອາຊີບ​ສະ​ເພາະໃຫ້ສູງຂຶ້ນ,ເສີມສ້າງຄວາມ ສາມາດໃນການປະຕິບັດໜ້າທີ່ຕຳແໜ່ງຕາມກົດໝາຍ.
2. ປັບປຸງລະບອບປຶກສາຫາລືສັງຄົມນິຍົມແບບປະຊາທິປະໄຕໃຫ້ສົມບູນຂຶ້ນ. ປະຊາທິປະໄຕ ໃນດ້ານປຶກສາຫາລືສັງຄົມນິຍົມ ແມ່ນຮູບການທີ່ສຳຄັນຂອງປະຊາທິປະໄຕປະຊາຊົນຂອງປະເທດ ພວກເຮົາ. ຕ້ອງບູລະນະລະບອບປຶກສາຫາລື ແບບປະຊາທິປະໄຕແລະກົນໄກເຮັດວຽກໃຫ້ສົມບູນຂຶ້ນ, ຊຸກຍູ້ການປຶກສາຫາລືແບບປະຊາທິປະໄຕໃຫ້ພັດທະນາຢ່າງກວ້າງຂວາງ, ມີຫຼາຍລະດັບແລະຫັນເປັນ ລະບຽບການ.ຜ່ານຈາກຊ່ອງທາງຕ່າງໆເປັນຕົ້ນແມ່ນອົງການອຳນາດແຫ່ງລັດ, ອົງການຂອງສະພາ ປຶກສາການເມືອງປະຊາຊົນ,ພັກຝ່າຍ,ອົງການຈັດຕັ້ງແລະອື່ນໆ, ດຳເນີນການປຶກສາຫາລືຢ່າງກວ້າງ ຂວາງກ່ຽວກັບບັນຫາອັນຍິ່ງໃຫຍ່ ໃນການພັດທະນາເສດຖະກິດສັງຄົມແລະບັນຫາຕົວຈິງທີ່ພົວພັນ ເຖິງຜົນປະໂຫຍດຂອງປະຊາຊົນ,ຮັບເອົາຄຳເຫັນຂອງປະຊາຊົນ,ເຕົ້າໂຮມສະຕິປັນຍາຂອງປະຊາຊົນ, ເພີ່ມຄວາມຮັບຮູ້ທີ່​ເປັນ​ເອກະສັນກັນ,ເພີ່ມທະວີກຳລັງຮ່ວມ. ຍຶດໝັ້ນແລະບູລະນະລະບອບຫຼາຍພັກ ຮ່ວມມືແລະປຶກສາການເມືອງທີ່ນຳພາໂດຍພັກກອມມູນິດຈີນໃຫ້ສົມບູນຂຶ້ນ, ເສີມຂະຫຍາຍບົດບາດທີ່ ເປັນຊ່ອງທາງສຳຄັນ ໃນການປຶກສາຫາລືແບບປະຊາທິປະໄຕຂອງສະພາປຶກສາການເມືອງປະຊາຊົນ ນັ້ນຢ່າງເຕັມທີ່,ປິ່ນອ້ອມສອງຫົວຂໍ້ໃຫຍ່ຄືສາມັກຄີແລະປະຊາທິປະໄຕ, ຊຸກຍູ້ການກໍ່ສ້າງລະບຽບການ ກ່ຽວກັບການປຶກສາຫາລືການເມືອງ, ຕິດຕາມກວດກາແບບປະຊາທິປະໄຕ, ປະກອບຄຳຄິດຄຳເຫັນ ແລະຮັບໃຊ້ສະພາບໂດຍລວມ.ເພີ່ມທະວີການປຶກສາຫາລືວຽກງານການເມືອງກັບພັກຝ່າຍປະຊາທິປະໄຕ.ຈັດເອົາການປຶກສາຫາລືທາງການເມືອງເຂົ້າໃນຂັ້ນຕອນ​ໃນ​ການຕັດສິນນະໂຍບາຍ, ຍຶດໝັ້ນດຳ ເນີນການປຶກສາຫາລື ກັນກ່ອນຕັດສິນນະໂຍບາຍແລະໃນເວລາຕັດສິນນະໂຍບາຍ, ເພີ່ມທະວີປະສິດ ທິຜົນຕົວຈິງຂອງການປຶກສາຫາລືແບບປະຊາທິປະໄຕ.ລົງເລິກດຳເນີນການປຶກສາຫາລືວິຊາສະເພາະ,ການປຶກສາຫາລືລະຫວ່າງຂະແໜງດຽວກັນ,ການປຶກສາຫາລືໂດຍແບ່ງເປັນວົງການແລະການປຶກສາ ຫາລືການຊຳລະຍັດຕິ. ຕັ້ງໜ້າດຳເນີນການປຶກສາຫາລືແບບປະຊາທິປະໄຕຢູ່ຂັ້ນຮາກຖານ.
3.ບູລະນະລະບອບປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ສົມບູນຂຶ້ນ. ການທີ່ດຳເນີນການປົກຄອງ ຕົນເອງ,ບໍລິຫານຕົນເອງ,ສຶກສາຕົນເອງ, ຕິດຕາມຕົນເອງຂອງປະຊາຊົນຢູ່ໃນການປົກຄອງເຂດຊຸມ ຊົນໃນຕົວເມືອງແລະຊົນນະບົດ, ວຽກງານສາທາລະນະຢູ່ຂັ້ນຮາກຖານແລະວຽກງານສາທາລະນະປະ ໂຫຍດນັ້ນແມ່ນຮູບການສຳຄັນທີ່ປະຊາຊົນນຳໃຊ້ສິດປະຊາທິປະໄຕໂດຍກົງຕາມກົດໝາຍ.ຕ້ອງບູລະນະກົນ​ໄກການ​ປົກຄອງ​ຕົນ​ເອງ​ຂອງ​ປະຊາຊົນ​ໃນ​ຂັ້ນຮາກ​ຖານ​ ທີ່​ເຕັມ​ໄປ​ດ້ວຍ​ຄວາມມີ​ຊີວິດ​ຊີວາ​ທີ່ ນຳພາ​ໂດຍ​ອົງການ​ຈັດຕັ້ງຂອງ​ພັກຂັ້ນຮາກ​ຖານ​ນັ້ນ​ໃຫ້​ສົມບູນ​ຂຶ້ນ, ວຽກ​ງານຈຸດ​ໜັກ​ແມ່ນ​ເປີດ​ກວ້າງ ການ​ເຂົ້າຮ່ວມ​ຢ່າງ​ເປັນ​ລະບົບ, ຊຸກ​ຍູ້​ການ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ, ​ເພີ່ມ​ທະວີ​ການ​ປຶກສາ​ຫາລື​ວຽກ​ງານ​ຕ່າງໆ​ແລະ​ເສີມ​ສ້າງ​ການ​ຕິດຕາມ​ກວດກາ​ການ​ໃຊ້​ອຳນາດ; ຕ້ອງ​ເປີດ​ກວ້າງ​ຂອບ​ເຂດ​ແລະ​ຊ່ອງ​ທາງ, ​ເຮັດ​ໃຫ້​ເນື້ອ​ໃນ​ແລະ​ຮູບ​ການ​ອຸດົມສົມບູນ​ຂຶ້ນ, ຮັບປະກັນ​ໃຫ້​ປະຊາຊົນ​ມີ​ສິດ​ປະຊາທິປະ​ໄຕ​ຫຼາຍ​ກວ່າ​ເກົ່າ​ຢ່າງ​ແທ້​ຈິງ. ອາ​ໃສ​ຊົນ​ຊັ້ນ​ກຳມະກອນ​ຢ່າງ​ໝົດຈິດ​ໝົດ​ໃຈ, ບູລະນະ​ລະບຽບການ​ຄຸ້ມ​ຄອງ​ແບບ​ປະຊາທິປະ​ໄຕ​ຕໍ່​ວິ​ສາ​ຫະກິດ​ແລະ​ໜ່ວຍ​ງານ​ວິຊາ​ການ ເຊິ່ງມີ​ຮູບ​ການ​ພື້ນຖານ​ຄືກ​ອງປະຊຸມ​ຜູ້​ແທນ​ກຳມະກອນ,ຮັບປະກັນ​ສິດ​ປະຊາທິປະ​ໄຕ​ຂອງ​ພະນັກງານ​ກຳມະກອນ​ໃນ​ການ​ເຂົ້າຮ່ວມ​ການ​ຄຸ້ມ​ ຄອງ​ແລະ​ການ​ຕິດຕາມ. ​ເສີມ​ຂະຫຍາຍ​ບົດບາດ​ປະສານ​ງານ​ຂອງ​ອົງການ​ຈັດຕັ້ງຕ່າງໆ​ຢູ່​ຂັ້ນຮາກ ຖານ, ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ຂອງ​ລັດຖະບານ​ປະສານ​ສົມທົບ​ກັບ​ປະຊາທິປະ​ໄຕ​ຂັ້ນຮາກ​ຖານ​ເປັນ​ຢ່າງ​ດີ.
4. ຊຸກຍູ້​ການ​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ. ການ​ປົກຄອງ​ດ້ວຍ​ກົດໝາຍ​ແມ່ນ​ຫຼັກການ​ພື້ນຖານ​ໃນ​ການ​ປົກຄອງ​ປະ​ເທດ.ຕ້ອງ​ຊຸກຍູ້​ການ​ສ້າງ​ກົດໝາຍ​ຢ່າງ​ມີ​ວິທະຍາສາດ, ປະຕິບັດ​ກົດໝາຍ​ຢ່າງ​ເຄັ່ງ​ຄັດ,​ເຮັດ​ໃຫ້​ຕຸລາການ​ມີ​ຄວາມ​ຍຸດຕິ​ທຳ, ​ໃຫ້​ປະຊາຊົນ​ທຸກ​ຖ້ວນ​ໜ້າ​ເຄົາລົບ​ກົດໝາຍ, ຍຶດໝັ້ນທຸກຄົນ​ສະ​ເໝີ​ພາບ​ກັນ​ຢູ່​ຕໍ່ໜ້າ​ກົດໝາຍ, ຮັບປະກັນ​ໃຫ້​ມີ​ການປະຕິບັດ​ຕາມກົດໝາຍ​ຢ່າງ​ຖືກ ຕ້ອງ,ການ​ປະຕິບັດ​ຕາມ​ກົດໝາຍ​ຕ້ອງ​ເຄັ່ງ​ຄັດ,​ໃຜ​ລະ​ເມີດ​ກົດໝາຍ​ແລ້ວ​ຕ້ອງ​​ໄດ້​ຮັບ​ການລົງ​ໂທດ. ບູ ລະນະ​ລະບົບ​ກົດໝາຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມບູນ​ຂຶ້ນ, ເພີ່ມທະວີການສ້າງກົດ ໝາຍ​ໃນ​ຂົງ​ເຂດ​ຈຸດ​ສຳຄັ​ນ, ຂະຫຍາຍ​ຊ່ອງ​ທາງ​ທີ່​ປະຊາຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ນິຕິບັນຍັດ​ຢ່າງມີລະ ບົບ​ນັ້ນ​ໃຫ້​ກວ້າງ​ອອກ.ຊຸກຍູ້​ການ​ບໍລິຫານ​ຕາມ​ກົດໝາຍ, ​ປະຕິບັດ​ກົດໝາຍ​ຢ່າງ​ເຄັ່ງ​ຄັດ,​ ​ເປັນ​ລະບຽບ​ແບບ​ແຜນ,ຍຸດຕິ​ທຳ​ແລະ​ມີ​ຄວາມ​ສີວິ​ໄລຢ່າງ​ແທ້​ຈິງ. ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ຕຸລາການ​ຕື່ມ​ອີກ, ຍຶດໝັ້ນ​ແລະ​ບູລະນະ​ລະບອບ​ຕຸລາການ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມບູນ​ຂຶ້ນ, ຮັບ ປະກັນ​ໃຫ້​ອົງການ​ສານ​ແລະອົງການ​​​ໄອ​ຍະ​ການ ນຳ​ໃຊ້​ສິດ​ສອບ​ສວນ​ສືບສວນ​​ແລະສິດ​​ໄອ​ຍະ​ການ ຢ່າງ​ເປັນ​ເອກະລາດ​ແລະຍຸດຕິ​ທຳ​ຕາມ​ກົດໝາຍ. ລົງ​ເລິກ​ດຳ​ເນີນ​ການ​ໂຄສະນາ​ອົບຮົມ​ລະບອບ​ກົດ ໝາຍ​ສັງຄົມ​ນິຍົມ, ​ເພີ່ມ​ທະວີ​ສະຕິ​ຂອງ​ທົ່ວ​ສັງຄົມ​ໃນ​ການ​ຮຽນ​ກົດໝາຍ, ​ເຄົາລົບ​ກົດໝາຍ, ປະຕິບັດ​ຕາມ​ກົດໝາຍ​ແລະ​ນຳ​ໃຊ້​ກົດ​ໝາຍ.ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ​ການນຳ​ໃນ​ການ​ນຳ​ໃຊ້​​ແນວ​ຄິດ​ກົດໝາຍ​ແລະ​ຮູບ​ການ​ກົດໝາຍ​ມາ​ລົງ​ເລິກ​ດຳ​ເນີນ​ການ​ປະຕິ​ຮູບ, ຊຸກຍູ້​ການ​ພັດທະນາ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ຮັກສາ​ສະຖຽນ​ລະ​ພາບ. ພັກ​ນຳພາ​ປະຊາຊົນ​ຮ່າງ​ລັດຖະທຳ​ມະ​ນູນ​ແລະ​ກົດໝາຍ​ຕ່າງໆ, ພັກ​ຕ້ອງ​​ເຄື່ອນ​ໄຫວ​ຢູ່​ພາຍ​ໃນ​ຂອບ​ເຂດ​ຂອງ​ລັດຖະທຳ​ມະນູນ​ແລະ​ກົດໝາຍ. ອົງການ​ຈັດຕັ້ງ​ໃດໆ​ຫຼື​ບຸກຄົນ​ໃດກໍ​ຕາມ​ລ້ວນ​ແຕ່​ບໍ່​ມີ​ສິດ​ທິພິ​ເສດ​ທີ່​ເໜືອລັດຖະທຳ​ມະນູນ​ແລະ​ກົດໝາຍ,​ ບໍ່ອະນຸຍາດ ໃຫ້ ​ນຳ​ໃຊ້​ຄວາມ​ເວົ້າມາ​ເຂົ້າ​ແທນ​ກົດ​ໝາຍ, ​ໃຊ້​ອຳນາດ​ມາ​ກົດ​ໜີບ​ກົດໝາຍ​ຫຼື​ເຮັດ​ແນວ​ທີ່​ບໍ່​ຊອບ​ດ້ວຍ​ກົດໝາຍ​ຍ້ອນ​ເຫັນ​ແກ່​ສິນ​ຈ້າງ​ຫຼື​ຍາດ​ມິດ​ຢ່າງ​ເດັດຂາດ.
5. ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ບໍລິຫານ. ການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ບໍລິຫານ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ທີ່​ຕ້ອງ​​ເປັນ​ໄປ​ໃນການ​ຊຸກຍູ້​ໃຫ້​ໂຄງ​ບົນສອດຄ່ອງ​ກັບ​ໂຄງລ່າງ​. ຕ້ອງ​ອີງ​ຕາມ​ເປົ້າໝາຍ​ທີ່​ສ້າງ​ໂຄງ​ປະກອບ​ການ​ບໍລິຫານ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,ລົງ​ເລິກ​ຊຸກຍູ້​ໃຫ້​ພາລະ​ໜ້າ​ທີ່​ຂອງລັດຖະບານ​ກັບ​ຂອງ​ວິ​ສາ​ຫະກິດ​ແຍກ​ອອກ​ຈາກ​ກັນ,​ ໃຫ້​ພາລະ​ບົດບາດ​ຂອງ​ລັດ ຖະບານ​ທີ່​ຄຸ້ມ​ຄອງ​ວຽກ​ງານ​ສາທາລະນະ​ກັບ​ພາລະ​ບົດບາດ​ທີ່​ອອກ​ທຶນ​ຂອງ​ລັດ​ນັ້ນ ​ແຍກ​ອອກ​ຈາກ​ກັນ, ​ໃຫ້​ໜ່ວຍ​ງານ​ບໍລິຫານ​ກັບ​ໜ່ວຍ​ງານ​ວິຊາ​ການ​ແຍກ​ອອກ​ຈາກ​ກັນ, ​​ໃຫ້​ກົງຈັກ​ລັດຖະບານ​ກັບ​ອົງ ການ​ຈັດ​ຕັ້ງສັງຄົມ​ແຍກ​ອອກ​ຈາກ​ກັນ, ສ້າງ​ລັດຖະບານ​ແບບ​ບໍລິການ​ທີ່​ມີ​ພາລະ​ບົດບາດ​ທີ່​ວິທະຍາ ສາດ, ມີ​ອົງ​ປະກອບທີ່​ດີ, ປອດ​ໄສ​ຂາວ​ສະອາດ​ແລະ​ມີ​ປະສິດທິພາບ​ສູງແລະ​ປະຊາຊົນ​​ເພິ່ງ​ພໍ​ໃຈ. ລົງ​ເລິກ​ການ​ປະຕິ​ຮູບ​ລະບອບ​ສຳຫຼວດພິຈາລະນາ​ອະນຸມັດ​ທາງ​ບໍລິຫານ, ສືບ​ຕໍ່​ເຮັດ​​ໃຫ້​ຂັ້ນຕອນ​ດັ່ງກ່າວ​ກະທັດ​ຮັດ​​ເຂົ້າ​ແລະ​ປ່ອຍ​ສິດ​ອຳນາດ​ໃຫ້​ຂັ້ນລຸ່ມ, ຊຸກຍູ້​ພາລະ​ໜ້າ​ທີ່​ຂອງ​ລັດຖະບານ​ໃຫ້​ຫັນປ່ຽນ​ໄປ​ສູ່​ທິດ​ທີ່​ສ້າງ​ສະພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ​ທີ່​ດີ, ສະໜອງ​ການ​ບໍລິການ​ສາທາລະນະ​ທີ່ມີ​ຄຸນ​ນະພາ​ບ ດີແລະ​ປົກ​ປັກ​ຮັກສາ​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ທາງ​ສັງຄົມ. ຊຸກຍູ້​ການ​ປະຕິ​ຮູບ​ລະບອບ​ພະ​ແນ​ກການ​ໃຫຍ່, ບູລະນະ​ລະບົບ​ພາລະ​ໜ້າ​ທີ່​ຂອງ​ພະ​ແນ​ກການ​ໃຫ້​ສົມບູນ​ຂຶ້ນ. ​ເຮັດ​ໃຫ້ການ​ຂີດ​ແບ່ງ​ຊັ້ນ​ແລະ​ການ​ຂີດ​ແບ່ງ​ທາງ​ບໍລິຫານ​ນັ້ນດີ​ຂຶ້ນກວ່າ​ເກົ່າ, ຢູ່​ທ້ອງ​ຖິ່ນ​ທີ່​ມີ​ເງື່ອນ​ໄຂ, ສາມາດ​ທົດ​ລອງ​ປະຕິ​ຮູບ​ໃຫ້​ແຂວງ​ຄຸ້ມ​ຄອງ​​ເມືອງໂດຍ​ກົງ,ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ບໍລິຫານ​ຕາ​ແສງ. ປະດິດ​ສ້າງ​ຮູບ​ການ​ໃໝ່​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ, ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ແລະ​ກຳລັງ​ປະຕິບັດ​ງານ​ຂອງ​ອົງການ ປົກຄອງ,ຊຸກຍູ້​ການ​ຄຸ້ມ​ຄອງ​ຕາມ​ຜົນງານ​ແລະ​ປະສິດທິ​ຜົນ​ຂອງ​ອົງການ​ປົກຄອງ. ຄວບ​ຄຸມ​ລະບົບຈັດ ຕັ້ງຂອງ​ກົງຈັກ​ແລະ​ອົງການ​ຢ່າງ​ເຄັ່ງ​ຄັດ, ຫຼຸດ​ຈຳນວນ​ຕຳ​ແໜ່​ງຂອງ​ຫົວໜ້າ​ໃຫ້​ໜ້ອຍ​ລົງ, ຫຼຸດ​ຕົ້ນທຶນ​ບໍ​ລິ​ຫານ​ໃຫ້​ຕ່ຳລົງ.ຊຸກຍູ້​ການ​ປະຕິ​ຮູບ​ແບ່ງ​ປະ​ເພດ​ຂອງ​ໜ່ວຍ​ງານ​ວິຊາ​ການ. ບູລະນະ​ກົນ​ໄກ​ປະສານ​ງານ​ຂອງ​ການ​ປະຕິ​ຮູບ​ໂຄງ​ປະກອບ, ວາງ​ແຜນການ​ຢ່າງ​​ເປັນ​​ເອກະ​ພາບ​ກັນ​ແລະ​ປະສານ​ງານ​ການ ປະຕິ​ຮູບ​ທີ່​​ໃຫຍ່​ຫຼວງ.
6. ບູລະນະລະບົບ​ຜູກ​ມັດ​ແລະ​ຕິດຕາມ​ການ​ໃຊ້​ອຳນາດ​ໃຫ້​ສົມບູນ​ຂຶ້ນ. ຍຶດໝັ້ນນຳ​ໃຊ້​ລະບຽບ​ການ​ມາ​ຄຸ້ມ​ຄອງ​ອຳນາດ,ຄຸ້ມ​ຄອງ​ວຽກ​ງານ​ແລະ​ຄຸ້ມ​ຄອງ​ຄົນ, ຮັບປະກັນ​ສິດ​ຊອກ​ຮູ້​ສະພາບ​ການ,ສິດ​ເຂົ້າຮ່ວມ, ສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແລະ​ສິດ​ຕິດຕາມ​ຂອງ​ປະຊາຊົນ, ​ເຊິ່ງ​ແມ່ນ​ສິ່ງ​ທີ່​ສຳຄັນ​ໃນ​ການ​ຮັບປະກັນ​ການ​ໃຊ້​ອຳນາດ​ຢ່າງ​ຖືກຕ້ອງ. ຕ້ອງ​ຮັບປະກັນ​ໃຫ້​ສິດ​ຕັດ​ສິນ​ນະ​ໂຍບາຍ, ສິດ​ປະຕິບັດ​ງານ​ແລະ​ສິດ​ຕິດຕາມ​ທັງ​ຜູກ​ມັດ​ເຊິ່ງກັນ​ແລະ​ກັນ​ທັງ​ປະສານ​ສົມທົບ​ກັນ, ຮັບປະກັນ​ໃຫ້​ກົງຈັກ​ລັດ​ນຳ​ໃຊ້​ອຳ ນາດ​ໂດຍ​ອີງ​ຕາມ​ສິດ​ແລະ​ຂັ້ນຕອນ​ທີ່​ກຳນົດ​ໃນ​ກົດໝາຍ. ຍຶດໝັນຕັດສິນ​ນະ​ໂຍບາຍ​ຢ່າງ​ມີ​ວິທະຍາ ສາດ,​ເປັນ​ແບບ​ວິທະຍາສາດ​ແລະ​ຕາມ​ກົດໝາຍ, ສ້າງ​ແລະ​ບູລະນະ​ກົນ​ໄກ​ແລະ​ຂັ້ນຕອນ​ຕັດສິນ​ນະ​ໂຍບາຍ​ໃຫ້​ສົມບູນ​ຂຶ້ນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສາງ​ແນວ​ຄິດ, ສ້າງ​ລະບຽບ​ການ​ທີ່​ສອບ​ຖາມ​ໜ້າ​ທີ່​ຮັບຜິດຊອບ​ແລະ​ດັດ​ແກ້ຄວາມ​ຜິດ​ຂອງ​ການ​ຕັດສິນ​ນະ​ໂຍບາຍ. ຂໍ​ພຽງແຕ່​ວ່າ​ການ​ຕັດສິນ​ນະ​ໂຍ ບາຍ​ທີ່​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ກໍ​ລ້ວນ​ແຕ່​ຕ້ອງ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະຊາຊົນ, ຂໍພຽງ​ແຕ່​ວ່າການ​ກະທຳ​ທີ່​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ລ້ວນ​ແຕ່​ຕ້ອງ​ປ້ອງ​ກັນ​ແລະ​​ແກ້​ໄຂ​ຢ່າງ​ເດັດຂາດ.ຊຸກຍູ້​ການ​ນຳ​ໃຊ້​ອຳນາດ​ຢ່າງ​ເປີດ​ເຜີຍ​ແລະ​ເປັນ​ລະບຽບ​ແບບ​ແຜນ, ​ບູ​ລະ​ນະ​ລະ​ບຽບ​ການ​ເປີດ​ເຜີຍ​ວຽກ​ງານ​ຂອງ​ພັກ, ວຽກ​ງານ​ບໍ​ລິ​ຫານ​ການ​ເມືອງ, ວຽກ​ງານ​ຕຸ​ລາ​ການ​ແລະ​ການ​ປະ​ຕິ​ບັດ​ງານ​ໃນ​ຂົງ​ເຂດ​ຕ່າງໆ,ບູ​ລະ​ນະ​ລະ​ບຽບ​ການ​ຕ່າງໆ​ໃຫ້​ສົມ​ບູນຍິ່ງ​ຂຶ້ນ​ເຊັ່ນ​ລະ​ບຽບ​ການ​ສອບ​ຖາມ, ເອົາ​ໂທດ​ຕາມ​ໜ້າ​ທີ່​ຮັບຜິດຊອບ, ການ​ສຳຫຼວດກວດ​ກາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ດ້ານ​ເສດ​ຖະ​ກິດ,ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຍ້ອນ​ຄວາມ​ຜິດ​ພາດ,ການ​ປົດ​ຕຳ​ແໜ່ງ​ແລະ​ລະ​ບຽບການ​ອື່ນໆ,​ ເພີ່ມ​ທະວີ​ການ​ຕິດ ຕາມ​ພາຍ​ໃນ​ພັກ,ການ​ຕິດຕາມ​ແບບ​ປະຊາທິປະ​ໄຕ,ການ​ຕິດຕາມ​ກົດໝາຍ, ການ​ຕິດຕາມ​ຂອງ​ຫາ​ງ ສຽງ,ໃຫ້​ປະ​ຊາ​ຊົນ​ຕິດ​ຕາ​ມກວດ​ກາ​ການ​ໃຊ້​ສິດ​ອຳ​ນາດ, ເຮັດ​ໃຫ້​ການ​ປະ​ຕິ​ບັດ​ອຳ​ນາດຂອງ​ອົງ​ການ​ບໍ​ລິ​ຫານ​ດຳ​ເນີນ​ໄປ​ຢ່າງ​ເປີດ​ເຜີຍ​ແລະ​ໂປ່ງ​ໃສ.
7. ປັບ​ປຸງ​ແລະ​ພັດ​ທະ​ນາ​ແນວ​ໂຮມ​ຮັກ​ຊາດ​ທີ່ກວ້າງ​ຂວາງ​ທີ່​ສຸດ. ແນວ​ໂຮມ​ຮັກ​ຊາດ​ແມ່ນ​ວິ​ທີ​ສຳ​ຄັນ​ອັນ​ປະ​ເສີດ​ໃນ​ການ​ເຕົ້າ​ໂຮມ​ກຳ​ລັງ​​ທຸກດ້ານ​,ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ການ​ເມືອງ, ການ​ພົວ​ພັນ​ລະ​ຫວ່າງ​ຊົນ​ເຜົ່າ, ​ລະ​ຫວ່າງ​ສາ​ສະ​ໜາ, ​ລະ​ຫວ່າງ​ຊັ້ນ​ຄົນ​ໃນ​ສັງ​ຄົມ​ແລະ​ລະ​ຫວ່າງ​ພີ່​ນ້ອງ​ຮ່ວມ​ຊາດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃຫ້​ມີ​ຄວາມ​ກົມ​ກຽວ​ປອງດອງ, ແລະ​ຍາດ​ເອົາ​ໄຊ​ຊະ​ນະ​ໃໝ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ຕ້ອງ​ຍົກ​ສູງ​ຄັນ​ທຸງ​ລັດ​ທິ​ຮັກ​ຊາດ​ແລະ​ລັດ​ທິ​ສັງ​ຄົມ​ນິ​ຍົມ,ປັບ​ປຸງ​ພື້ນ​ຖານ​ແນວ​ຄິດ​ການ​ເມືອງ​ຂອງ​ແນວ​ໂຮມ​ຮັກ​ຊາດ​ໃຫ້​ໝັ້ນ​ຄົງ, ແກ້​ໄຂ​ຢ່າງ​ຖືກ​ຕ້ອງ ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຄວາມ​ເປັນ​ເອ​ກະ​ພາບ​ແລະ​ຄວາມ​ຫຼາກຫຼາຍ. ຍຶດ​ໝັ້ນ​ທິດ​ທາງ"​ຢູ່​ຮ່ວມ​ກັນ​ຢ່າງ​ຍາວ​ນານ,ຕິດ​ຕາມກວດ​ກາ​ຊຶ່ງ​ກັນ​ແລະ​ກັນ, ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຈິງ​ໃຈ​ ແລະ ​ຮ່​ວມ​ສຸກ​ຮ່ວມ​ທຸກ", ເພີ່ມ​ທະ​ວີ​ຄວາມ ​ສາ​ມັກ​ຄີ​ແລະ​ການຮ່ວມ​ມື ​ກັບ​ພັກ​ຝ່າຍ​ປະ​ຊາ​ທິ​ປະ​ໄຕ​ແລະ​ບຸກ​ຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ,ຊຸກ​ຍູ້​ໃຫ້ເປັນ​ເອ​ກະ​ພາບ​ກັນ​ໃນ​ດ້ານ​ແນວ​ຄິດ​ແລະ​ການ​ກະ​ທຳ, ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຮ່ວມ​ກັນ, ເສີມ​ສ້າງ​ຖັນ​ແຖວ​ຜູ້​ຕາງ​ໜ້າ​ບຸກ​ຄົນ​ທີ່​ຢູ່ນອກ​ອົງ​ການ​ຈັດ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ, ຄັດ​ເລືອກ​ແລະ​ສະ​ເໜີ​ບຸກ​ຄົນ​ດີ​ເດັ່ນ​ທີ່​ຢູ່ນອກ​ອົງ​ການ​ຈັດ​ຕັ້ງ​ ພັກ​ໃຫ້​ສາມາດດຳ​ລົງ​ຕຳ​ແໜ່ງ​ຫົວ​ໜ້າ​​ໃນອົງ​ການ​​ບໍ​ລິ​ຫານລັດ​ຂັ້ນ​ຕ່າງໆ.  ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ຂອງ​ພັກ​ຢ່າງ​ຮອບ​ດ້ານ​ແລະ​ຖືກ​ຕ້ອງ, ຍຶດ​ໝັ້ນ​ແລະ​ບູ​ລະ​ນະ​ລະ​ບຽບ​ການ​ເຂດ​ປົກ​ຄອງ​ຕົນ​ເອງ​ຊົນ​ເຜົ່າ​ໃຫ້​ສົມ​ບູນ​ຍິ່ງຂຶ້ນ,ກຳ​ແໜ້ນ​ຈຸດ​ສຳຄັນ"​ບັນ​ດາ​ເຜົ່າ​ສາ​ມັກ​ຄີ​ຮ່ວມ​ກັນ​ສູ້​ຊົນ​ແລະ​ຈ​ະ​ເລີນ​ເຕີບ​ໂຕ​ພັດ​ທະ​ນາ​ຮ່ວມ​ກັນ", ລົງ​ເລິກ​ດຳ​ເນີນ​ການສຶກ​ສາ ອົບ​ຮົມ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສາ​ມັກ​ຄີ​ແລະ​ພ້ອມ​ກັນກ້າວ​ໜ້າ, ເລັ່ງ​ລັດ​ການ​ພັດ​ທະ​ນາ​ເຂດ​ຊົນ​ເຜົ່າ, ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,ປັບ​ປຸງ​ແລະ​ຂະ​ຫ​ຍາຍ​ການ​ພົວ​ພັນ​ລະ​ຫວ່າງຊົນ​ເຜົ່າ​ພາຍ​ໃຕ້ສັງ​ຄົມ​ນິ​ຍົມ​ທີ່​ສະ​ເໝີ​ພາບ, ສາ​ມັກ​ຄີ​ແລະ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ແລະ​ກົມ​ກຽວ​ປອງດອງ​ກັນ,ຊຸກ​ຍູ້​ໃຫ້​ບັນ​ດາ​ຊົນ​ເຜົ່າ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ປອງດອງ,ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ແລະ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ. ຜັນ​ຂະ​ຫ​ຍາຍນະ​ໂຍບາຍ​ຂອງ​ພັກ​ຕໍ່ວຽກ​ງານ​ສາ​ສະ​ໜາ​ຢ່າງ​ຮອບ​ດ້ານ, ເສີມ​ຂະ​ຫຍ​າຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ຂອງ​ບຸກ​ຄົນ​ວົງ​ການ​ສາສະໜາ​ແລະ​ປະ​ຊາ​ຊົນ​ຜູ້​ນັບ​ຖື​ສາ​ສະ​ໜາ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ສົ່ງ​ເສີມ​ແລະ​ດຶງ​ດູດ​ເອົາ​ຊັ້ນ​ຄົນໃໝ່​ໃນ​ສັງ​ຄົມ​​ໃຫ້ປະກອບ ​ສ່ວນ​ເ​ຂົ້າໃນ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ຫຼາຍ​ຂຶ້ນ.​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ ວຽກງານ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ພັກ,ສະ​ໜັບ​ສະ​ໜູນ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ຢູ່​ຕ່າງປະ​ເທດ​ແລະກັບ​ຄືນ​ປະ​ເທດ​ພ້ອມ​ດ້ວຍ​ຄອບ​ຄົວ​ເອົາ​ໃຈ​ໃສ່​ແລະ​ ເຂົ້າ​ຮ່ວມ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫ​ຍ່​​ໃນການ​ສ້າງ​ສາ​ປະ​ເທດ​ຊາດ ທີ່​ທັນ​ສະ​ໄໝ​ແລະ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັ​ນ​ຕິ.
     ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ເມືອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໃນ​ກນ​ເຮັດໃຫ້​ປະ​ຊາ​ຊົນ​ຈີນ​ນັບ​ເປັນ​ຕື້​ສາ​ມັກ​ຄີ​ແລະ​ສູ້​ຊົນ​ຮ່ວມ​ກັນ. ພວກ​​ເຮົາ​ຕ້ອງຍຶດໝັ້ນຢ່າງ ໝັ້ນຄົງ​ເດັດດ່ຽວກ້າວ​ເດີນ​ໄປ​ໜ້າ​ຕາມ​ເສັ້ນ​ທາງ​ທີ່​ໄດ້​ກຳນົດ​ໄວ້ນີ້, ເຮັດ​ໃຫ້​ການ​ເມືອງ​ແບບ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ​ເຮົາ​ມີ​ຊີ​ວິດ​ຊີ​ວາຫຼາຍ​ຂຶ້ນກວ່າ​ເກົ່າ.
 
VI ຊຸກ​ຍູ້​ການ​ສ້າງ​ປະ​ເທດ​ສັງຄົມ​ນິຍົມ​ທີ່ເຂັ້ມ​ແຂງ​ດ້ານ​ວັດ​ທະ​ນະ​ທຳ​ຢ່າງ​ໜັກ​ແໜ້ນ  
ວັດ​ທະ​ນະ​ທຳ​ແມ່ນ​ສາຍ​ເລືອດ​ແຫ່ງ​ຊີ​ວິດ​ຂອງ​ຊົນ​ເຜົ່າ,ເປັນ​ທີ່​ເພິ່ງ​ພາ​ອາ​ໄສ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ຖ້າ​ຢາກ​ສ້າງ​ສັງ​ຄົມ​ທີ່ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ,​ ບັນ​ລຸ​ການຟື້ນ​ຟູ​​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ​ອັນ​ຍິ່ງ​ໃຫ​ຍ່​ຄືນ​ໃໝ່ ຈຳ​ເປັນ​ຕ້ອງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ສັງ​ຄົມ​ນິ​ຍົມ​ໃຫ້​ຈະ​ເລີນ​ເຕີບ​ໂຕ​ຢ່າງກວ້າງຂວາງ,ສ້າງ​ບັນ​ຍາດ​ກາດ​ອັນ​ຟົດ​ຟື້ນ​ຄັ້ງ​ໃໝ່​ໃນ​ການ​ກໍ່​ສ້າງວັດ​ທະ​ນະ​ທຳ​ສັງ​ຄົມ​ນິ​ຍົມ,ຍົກ​ສູງ​ບົດບາດ​ແລະ​ທ່າແຮງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ, ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ໃນ​ການ​ນຳ​ພາ​​ແລະ​ເປັນ​ແບບຢ່າງ​ໃນ​ສັງ​ຄົມ,ສຶກ​ສາ​ອົບຮົມປະ​ຊາ​ຊົນ, ຮັບ​ໃຊ້​ສັງ​ຄົມ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ.
ການ​ສ້າງ​ປະ​ເທດສັງຄົມນິຍົມ​ທີ່​ເຂັ້ມ​ແຂງ​ດ້ານ​ວັດ​ທະ​ນະ​ທຳ ຕ້ອງ​ເດີນ​ຕາມ​ເສັ້ນ​ທາ​ງ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,ຍຶດ​ໝັ້ນ​ທິດ​ທາງ​"ຮັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ສັງ​ຄົມ​ນິ​ຍົມ",​ຍຶດ​ໝັ້ນ​ທິດ​ທາງ"​ໝູ່​ມາ​ລາ​ແຂ່ງ​ກັນ​​ເບັ່ງບານ,ໝູ່​ນັກ​ປາດ​ແຂ່ງ​ກັນ​ເວົ້າ" (ໝາຍ​ຄວາມ​ວ່າ​ສິນ​ລະ​ປະ​ແລະ​ວິ​ທະ​ຍາ​ສາດ​ທຸກ​ປະ​ເພດ​ແລະ​ທຸກ​ຂະ​ແໜງຕ້ອງ​ພັດ​ທະ​ນາ​ຢ່​າງ​ເສ​ລີ​ ແລະ​ຈະ​ເລີນ​ເຕີບ​ໂຕ​ພ້ອມ​ກັນ),ຍຶດ​ໝັ້ນຫຼັກ​ການ"​ຕິດ​ແທດ​ຕົວ​ຈິງ,ຕິດ​ແທດ​ຊີ​ວິດ​ການ​ເປັນ​ຢູ່​ແລະຕິດ​ແທດ​ປະ​ຊາ​ຊົນ", ຊຸກ​ຍູ້​ໃຫ້​ອາ​ລິ​ຍະ​ທຳ​ດ້ານ​ຈິດ​ໃຈ​ແລະ​ອາ​ລິ​ຍະ​ທຳ​ດ້ານ​ວັດ​ຖຸ​ຂອງ​ສັງ​ຄົມ​ນິ​ຍົມ ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ,ສ້າງ​ສາ​ວັດ​ທະ​ນະ​ທຳ​ສັງ​ຄົມ​ນິ​ຍົມ​​ແບບ​ຊົນ​ເຜົ່າ,ແບບ​ວິ​ທະ​ຍາ​ສາດ​ແລະ​ແບບ​ມະ​ຫາ​ຊົນທີ່​ຫັນ​ໜ້າ​ໄປ​ສູ່​ທັນ​ສະ​ໄໝ​,ຫັນ​ໜ້າ​ໄປ​ສູ່​ສາກົນ​ແລະຫັນ​ໜ້າ​ໄປ​ສູ່​ອະ​ນາ​ຄົດ.
ການ​ສ້າງ​ປະ​ເທດ​ສັງຄົມ​ນິຍົມ​ທີ່ເຂັ້ມ​ແຂງ​ດ້ານ​ວັດ​ທະ​ນະ​ທຳ,ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃນ​ການ​ປະ​ດິດ​ສ້າງວັດ​ທະ​ນະ​ທຳ​ທົ່ວ​ຊົນ​ຊາດ. ຕ້ອງ​ລົງ​ເລິກ​ການ​ປະ​ຕິ​ຮູບ​​ໂຄງ​ປະກອບ​ວັດ​ທະ​ນະ​ທຳ,ປົດ​ປ່ອຍ​ແລະ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ດ້ານ​ວັດ​ທະ​ນະ​ທຳ, ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ​ດ້ານ​ວິ​ຊາ​ການ​ແລະ​ປະ​ຊາ​ທິ​ປະ​ໄຕ​ດ້ານ​ສິນ​ລະ​ປະ, ສ້າງ​ເວ​ທີ​ວັດ​ທະ​ນະ​ທຳ​ອັນ​ກວ້າງ​ໃຫ​ຍ່​ໃຫ້​ແກ່​ປະ​ຊາ ຊົນ, ເຮັດ​ໃຫ້​ການ​ປະ​ດິດ​ສ້າງ​ດ້ານ​ວັດ​ທະ​ນະ​ທຳ​ທຸກ​ຢ່າງ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ເຕັມ​ທີ່ເພື່ອ​ສ້າງ​ສ​ະ​ພາບ​ໃໝ່​ຄື​ຄົນ​ທັງຊາດ​​​ມີ​ຄວາມ​ຫ້າວ​ຫັນ​ຢ່າງ​ເຕັມ​ປ່ຽມ​ໃນ​ການ​ປະ​ດິດ​ສ້າງ​ດ້ານ​ວັດ​ທະ​ນະ​ທຳ, ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ໃນ​ສັງ​ຄົມ​ມີ​ຫຼາກຫຼາຍ​ສີ​ສັນ​ແລະ​ອຸ​ດົມ​ສົມ​ບູນກວ່າ​ເກົ່າ, ສິດ​ແລະ​ຜົນ​ປະ​ໂຫຍດ​​ພື້ນ​ຖານດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ໄດ້​ມີ​ການ​ຮັບ​ປະ​ກັນ, ຄຸນ​ສົມ​ບັດ​ແລະ​ລະ​ດັບ​ການ​ສຶກ​ສາ​ວັດ​ທະ​ນະ​ທຳ​ວິ​ທະ​ຍາ​ສາດ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ, ຖາ​ນະ​ບົດ​ບາດ​ໃນສາກົນ ຂອງວັດ​ທະ​ນະ​ທຳ​ຈີນ​ໄດ້​ຖືກຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
1. ​ເພີ່​ມ​ທະ​ວີ​ການ​ກໍ່​ສ້າງ​ລະ​ບົບທັດສະນະ​ຄຸນຄ່າ​ຕົ້ນຕໍຂອງສັງ​ຄົມ​ນິ​ຍົມ.ລະ​ບົບທັດ​ນະ​ນະ​ຄຸນຄ່າ​ຕົ້ນຕໍຂອງສັງ​ຄົມ​ນິ​ຍົມ​ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ສ້າງ​ປະ​ເທດ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ຊຶ່ງ​ໄດ້​ຕັດ​ສິນ​ທິດ​ຂະ​ຫ​ຍາຍ​ຕົວ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ຕ້ອງ​ລົງ​ເລິກ​ດຳ​ເນີນ​ການ​​​ຄົ້ນ​ຄວ້າຮ່ຳ​ຮຽນ​ແລະ​ສຶກ​ສາ​ອົບ​ຮົມ​ລະບົບທັດສະນະ​ຄຸນຄ່າ​ຕົ້ນຕໍ​ຂອງສັງ​ຄົມ​ນິ​ຍົມ​,​ ນຳໃຊ້​ລະ​ບົບ​ທັດສະນະ​ຄຸນຄ່າ​ຕົ້ນຕໍຂອງສັງ​ຄົມ​ນິ​ຍົມ​ເຂົ້າ​ໃນ​ການ​ນຳ​ພາ​ແນວ​ຄິດ​ໃນ​ສັງ​ຄົມ ​ແລະ​ທ້ອນ​ໂຮມ​ຄວາມ​ຮັບ​ຮູ້​ທີ່​​ເປັນ​ເອກະ ສັນກັນ​ໃນ​ສັງ​ຄົມ​. ​ຊຸກ​ຍູ້​ໃຫ້​ລັດ​ທິ​ມາກ​ຫັນ​ເປັນ​ແບບ​ສີ​ສັນ​ຂອງ​ຈີນ​,ມີ​ເອ​ກະ​ລັກ​ຍຸກ​ສະ​ໄໝ​ແລະ​ຫັນ​ເປັນ​ແບບ​ມະ​ຫາ​ຊົນ,ຍຶດ​ໝັ້ນ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ໃນ​ການ​ໃຊ້​ລະ​ບົບ​ທິດ​ສະ​ດີ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ເປັນ​ອາ​ວຸດ​ອັນ​ແຫຼມ​ຄົມໃຫ້​ແກ່​ທົ່ວ​ພັກແລະ​ສຶກ​ສາ​ປະ​ຊາ​ຊົນ, ລົງ​ເລິກ​ປະ​ຕິບັດ ໂຄງ​ການ​ຄົ້ນ​ຄວ້າ​ແລະ​ກໍ່​ສ້າງ​ທິດ​ສະ​ດີ​ລັດ​ທິ​ມາກ, ກໍ່​ສ້າງ​ລະ​ບົບ​ປະ​ດິດ​ສ້າງ​ປັດ​ຊະ​ຍາວິ​ທະ​ຍາ​ສາດ​ສັງ​ຄົມ,ຊຸກ​ຍູ້​ການ​ຈັດ​ເອົາລະ​ບົບທິດ​ສະ​ດີ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ເຂົ້າ​ໃນປຶ້ມ​ແບບຮຽນ,​ ເຂົ້າ​ໂຮງຮຽນແລະ​ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ດຳ​ເນີນ​ການ​ໂຄ​ສະ​ນາ​ສຶກ​ສາອົບຮົມ​ກ່ຽວ​ກັບ​ອຸ​ດົມ​ການ​ແລະ​ຄວາມ​ເຊື່ອ​ໝັ້ນ​ຢ່າງກວ້າງ​ຂວາງ ​ເພື່ອ​​ເຮັດ​ໃຫ້ປະ​ຊາ​ຊົນ​ອັນ​ໄພ​ສານ​ສາ​ມັກ​ຄີ​ແລະ​ເຕົ້າ​ໂຮມ​ກັນຢູ່​ພາຍ​ໃຕ້​ຄັນທຸງ​ຍິ່ງ​ໃຫ​ຍ່​ຂອງ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ອອກ​ແຮງ​ເຊີດ​ຊູ​ນ້ຳ​ໃຈ​​ຂອງຊາດ​ແລະ​ນ້ຳ​ໃຈ​​ຂອງ​ຍຸກສະ​ໄໝ​ປັດ​ຈຸ​ບັນ,ລົງ​ເລິກ​ດຳ​ເນີນ​ການ​ໂຄ​ສະ​ນາ​ສຶກ​ສາອົບຮົມ​ລັດ​ທິ​ຮັກ​ຊາດ, ລັດ​ທິ​ຮວມ​ໝູ່​ແລະ​ສັງ​ຄົມ​ນິ​ຍົມ,ເຮັດ​ໃຫ້​ຊີ​ວິດ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ອຸ​ດົມ​ສົມ​ບູນ​ຂຶ້ນ,ແລະ​ມີ​ກຳ​ແລງ​ແຮງ​ດ້ານ​ຈິດ​ໃຈ​ເຂັ້ມ​ແຂງ​ຂຶ້ນ. ສົ່ງ​ເສີມ​​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ, ມີປະ​ຊາ​ທິ​ປະ​ໄຕ,ອາ​ລິ​ຍະ​ທຳ​ແລະ​ຄວາມກົມ​ກຽວ​ປອງດອງ,ສົ່ງ​ເສີມ​ເສ​ລີ​ພາບ, ສະ​ເໝີ​ພາບ, ຍຸດ​ຕິ​ທຳ​ແລະ​ການ​ປົກຄອງ​ດ້ວຍ​ກົດໝາຍ, ສົ່ງ​ເສີມ​ຄຸນ​ສົມ​ບັດ​ທີ່​ຮັກ​ຊາດ,ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ,ຊື່​ສັດ​ແລະ​ເປັນ​ມິດ​ໄມຕີຕໍ່​ກັນ.ຕັ້ງ​ໜ້າບົ່ມ​ເພາະ​​ແລະ​ປະ ຕິບັດ​ຕາມທັດ​ສະ​ນະ​ຄຸນ​ຄ່າ​ຕົ້ນຕໍ​ຂອງ​ສັງ​ຄົມ​ນິ​ຍົມ. ກຳ​ແໜ້ນ​ສິດ​ການ​ນຳ​ພາ​ວຽກ​ງານ​ກ່ຽວ​ກັບ​​ລະ​ບົບ​ຄວາມ​ນຶກ​ຄິດ,ຍຶດ​ໝັ້ນ​ທິດ​ຊີ້​ນຳ​ທີ່​ຖືກ​ຕ້ອງ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ,ຂະຫຍາຍ​ຫາງ​ສຽງ ຕົ້ນຕໍ​ໃນ​ສັງຄົມ​ໃຫ້​ກວ້າງຂວາງ​ຍິ່ງ​ຂຶ້ນ.
2. ຍົກ​ສູງ​ຄຸນ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​ຢ່າງ​ຮອບ​ດ້ານ.ນີ້​ແມ່ນ​ໜ້າ​ທີ່​ວຽກ​ງານ​ອັນ​ພື້ນ​ຖານ​ຂອງ​ການ​ກໍ່​ສ້າງ​ຄຸນ​ສົມ​ບັດ​ສັງ​ຄົມ​ນິ​ຍົມ. ຕ້ອງ​ຍຶດ​ໝັ້ນ​​ເອົາການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປະ​ເທດ​ຕາມ​ກົດ​ໝາຍ​ປະ​ສານ​ສົມ​ທົບ​ກັບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປະ​ເທດ​ດ້ວຍ​ຄຸນ​ສົມ​ບັດ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ສຶກ​ສາ​ອົບຮົມກ່ຽວ​ກັບ​ຄຸນສົມບັດ​ສາທາລະນະ,ຈັນ​ຍາ​ປັນ,ຄຸນ​ສົມ​ບັດໃນ​ຊີ​ວິດ​ຄອບ​ຄົວ,ຄຸນ​ສົມ​ບັດ​ສ່ວນ​ບຸກ​ຄົນ,ເຊີດ​ຊູ​ຄຸນ ​ສົມ​ບັດ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​ປະ​ຊາ​ຊາດ​ຈີນ,ເຊີດ​ຊູ​ຄຸນ​ສົມ​ບັດ​ໃໝ່​ໃນ​ສະ​ໄໝ​ປະ​ຈຸ​ບັນ. ຊຸກ​ຍູ້​ການ​ກໍ່​ສ້າງ​ໂຄງ​ການ​ຄຸນ​ສົມ​ບັດ​ຂອງ​ປະ​ຊາ​ຊົນ,ສົ່ງ​ເສີມ​ຄວາມ​ຊື່​ສັດ,ມີ​ເມດ​ຕາ​ແລະ​ຄວາມ​ງາມ​ທາງ​ຈິດ ໃຈ,ຕຳນິ​ສິ່ງ​ທີ່​ບໍ່​ດີ, ຄວາມ​ຫ​ຍໍ້​ທໍ້​ເຊັ່ນ​ຈອມ​ປອມ, ຊົ່ວ​ຮ້າຍ​ແລະ​ຄວາມ​ຂີ້​ຮ້າຍ​ໃນ​ຈິດໃຈ,ຊຸກຍູ້​ໃຫ້​ປະ​ຊາ​ຊົນ​ປະ​ຕິ​ບັດພັນ​ທະ​ຕາມ​ກົດ​ໝາຍ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມແລະ​ຄອບ​ຄົວ​ຢ່າງ​ຕື່ນ​ຕົວ, ສ້າງ​ບັນ​ຍາ​ກາດ​ໃນ​ສັງ​ຄົມ​ທີ່​ຖືການ​ອອກ​ແຮງ​ງານເປັນ​ສິ່ງ​ທີ່​ມີ​ກຽດ,ການ​ປະ​ດິດ​ສ້າງ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫ​ຍ່,ບຳ​ລຸງ​ສ້າງ​ປະ​ເພນີ​ນິຍົມທີ່​ດີ​ງາມຄື​ຮູ້​ອັນ​ໃດ​ເປັນ​ກຽດ​ອັນ​ໃດ​ເ​ສຍ​ກຽດ​, ມີ​ຈິດ​ໃຈ​ເປັນ​ທຳ,ຮູ້​ການ​ໃຫ້​ແລະ​ປະ​ກອບ​ສ່ວນ​ເພື່ອ​ຊຸກ​ຍູ້​ໃຫ້​ສັງ​ຄົມ​ມີ​ຄວາມ​ກົມ​ກຽວ​ປອງດອງ. ລົງ​ເລິກ​ດຳ​ເນີນ​​ການ​ສຶກ​ສາ​ແລະ​ຄຸ້ມ​ຄອງບັນ​ຫາ​ອັນ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ຄຸນ​ສົມ​ບັດ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ວຽກ​ງານ​ການ​ບໍ​ລິ​ຫານ, ຄວາມ​ໜ້າ​ເຊື່ອ​ຖື​ທາງ​ດ້ານ​ທຸ​ລະ​ກິດ​ການ​ຄ້າ,ຄວາມ​ໜ້າ​ເຊື່ອ​ຖື​ທາງ​ສັງ​ຄົມ​ແລະ​ຄວາມ​ໜ້າ​ເຊື່ອ​ຖື​ທາງ​ຕຸ​ລາ​ການ. ເພີ່ມ​ທະ​ວີ​ແລະ​ປັບ​ປຸງວຽກ​ງານ​ແນວ​ຄິດ​ການ​ເມືອງ,ເນັ້ນ​ໜັກ​ການ​ຮັກ​ແພງ​ເອົາ​ໃຈ​ໃສ່​ຕໍ່​ຄົນ​ແລະ​ໃຫ້​ຄຳ​ປຶກ​ສາ​ຊີ້​ນຳ​ທາງ​ດ້ານ​ຈິດ​ໃຈ,ປູກ​ຈິດ​ສຳ​ນຶກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ການ​ເຄົາ​ລົບ​ຕົນ​ເອງ, ເຊື່ອ​ໝັ້ນ​ຕົນ​ເອງ,ແກ້​ໄຂ​ບັນ​ຫາ​ດ້ວຍ​ຄວາມ​ອົດທົນ​ແລະ​ສົມ​ເຫດ​ສົມ​ຜົນ, ມີ​ຄວາມ​ຫ້າວ​ຫັນ​ໃນ​ການ​ພັດ​ທະ​ນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ກ້າວ​ໜ້າ. ​ລົງ​ເລິກ​ດຳ​ເນີນ​ກິດ​ຈະ​ກຳ​​​ສ້າງ​ອາ​ລະ​ຍະ​ທຳ​ດ້ານ​ຈິດ​ໃຈ ຂອງ​ມະຫາ ຊົນ, ຈັດ​ກິດ​ຈະ​ກຳ​ໃຫ້​ການ​ບໍ​ລິ​ການ​ອາສາສະ​ໝັກ​ໃຈ​ຢ່າງກວ້າງ​ຂວາງ,ຊຸກ​ຍູ້​ການ​ຈັດ​ກິດ​ຈະ​ກຳ​ເອື້ອ​ອາ​ທອນ​ຊ່ວຍ​ເຫຼືອ​ຜູ້​ອື່ນ​ໂດຍ​ຮຽນ​ແບບ​ທ່ານ​​ເລ​ເຟີ່ງ, ໂຄ​ສະ​ນາ​ແລະ​ຮ່ຳ​ຮຽນນຳບຸກ​ຄົນ​ທີ່​ເປັນແບບ​ຢ່າງ ດ້ານ​ຄຸນ​ສົມ​ບັດ​ທີ່​ດີ​ໃຫ້​ເປັນ​ປົກ​ກະ​ຕິ.
3. ສ້າງ​ຊີ​ວິດ​ດ້ານ​ຈິດ​ໃຈ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ໃຫ້​ມີຫຼາກຫຼາຍ​ສີ​ສັນ. ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ດ້ານ​ຈິດ​ໃຈ​ວັດ​ທະ​ນະ​ທຳ​ທີ່​ມີຫຼາກຫຼາຍ​ສີ​ສັນ​ແລະ​ປອດ​ໃສ​ ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ. ຕ້ອງ​ຍຶດ​ໝັ້ນ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ໃນ​ການ​ປະ​ດິດ​ສ້າງ​ດ້ານ​ວັດ​ທະ​ນະ​ທຳ, ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ,ສ້າງ​ອາ​ຫານ​ດ້ານ​ຈິດ​ໃຈ​ທີ່​ດີ​ກວ່າ​ເກົ່າ​ແລະ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​. ຍຶດ​ໝັ້ນຫຼັກ​ການ​ຫັນ​ໜ້າ​ໄປ​ສູ່​ຮາກ​ຖານ​ແລະ​ຮັບ​ໃຊ້​ປະ​ຊາ​ຊົນ​ເລັ່ງ​ລັດ​ຊຸກ​ຍູ້​ໂຄງ​ການ​ວັດ​ທະ​ນະ​ທຳທີ່​ເປັນ​ຈຸດ​ສຸມ​ ເພື່ອ​ສ້າງ​ຜົນ​ປ​ະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​, ເພີ່ມ​ທະ​ວີ​ການຊ່ວຍ​ເຫຼືອ​ການ​ກໍ່​ສ້າງ​ດ້ານ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊົນ​ນະ​ບົດ​ແລະ​ເຂດທີ່​ບໍ່​ໄດ້​ຮັບ​ການ​ພັດ​ທະ​ນາ,ສືບ​ຕໍ່​ຊຸກ​ຍູ້​ໃຫ້​​ສິ່ງ​ກໍ່​ສ້າງ​ບໍ​ລິ​ການ​ວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະ ເປີດ​ຮັບ​ໃຊ້​ປະ​ຊາ​ຊົນ​ໂດຍ​ບໍ່​​ເສຍ​ຄ່າ.ກໍ່​ສ້າງ​ລະ​ບົບ​ສືບ​ທອດ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ທີ່​ດີ​ງາມ, ເຊີດ​ຊູ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ທີ່​ດີ​ງາມ​ຂອງ​ຊາດ​ຈີນ. ເຜີຍ​ແຜ່​ການ​ນຳ​ໃຊ້​ພາ​ສາແລະ​ຕົວ​ໜັງ​ສື​ທາງ​ການໃນ​ທົ່ວ​ປະ​ເທດ​​ໃຫ້​ເປັນ​ລະ​ບຽບ​ແບບ​ແຜນ. ພັດທະ​ນາ​ວຽກ​ງານ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ຈັດ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ມະ​ຫາ​ຊົນ, ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ກ້າສະ​ແດງ​ອອກ, ສຶກ​ສາ​ຕົວ​ເອງ​ແ​ລະ​ຮັບ​ໃຊ້​ຕົວ​ເອງ​ໃນ​ຂະ​ບວນ​ການ​ກໍ່​ສ້າງວັດ​ທະ​ນະ​ທຳ.​ຈັດ​ກິດ​ຈະ​ກຳ​​ລະ​ດົມ​ທົ່ວ​ປວງ​ຊົນ​ອ່ານ​ປຶ້ມ. ເພີ່ມ​ທະ​ວີ​ແລະ​ປັບ​ປຸງ​ການ​ກໍ່​ສ້າງ​ເນື້ອ​ໃນ​ທາງ​ອິນ​ເຕີ​ເນັດໃຫ້​ຖືກ​ຕາມ​ລະບົບ​ທັດສະນະ​ຄຸນຄ່າ​ຕົ້ນຕໍ​ຂອງ​ສັງ​ຄົມ​ນິ​ຍົມ. ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ, ຊຸກ​ຍູ້​ໃຫ້​​​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​​ດຳ​ເນີນ​ງານ​ຢ່າງ​ເປັນ​ລະ​ບຽບ​ແບບ​ແຜນຕາມ​ກົດໝາຍ. ​ດຳ​ເນີນ​ການ​ເຄື່​ອນ​ໄຫວລົບ​ລ້າງ​ສິ່ງ​ລາ​ມົກ​​ອະ​ນາ​ຈານ​ແລະ​ຕໍ່​ຕ້ານ​ສິ່ງ​ພິມ​​ຈຳ​ໜ່າຍທີ່​ຜິດ​ກົດ​ໝາຍ, ຕໍ່​ຕ້ານ​ປະ​ກົດ​ການຫ​ຍາບ​ຄາຍ​ຕ່ຳ​ຊ້າ. ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານວິ​ທະ​ຍາ​ສາດ,ສົ່ງ​ເສີມ​ນ້ຳ​ໃຈ​ວິ​ທະ​ຍາ​ສາດ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ດ້ານວິ​ທະ​ຍາ​ສາດ​ຂອງ​ທົ່ວ​ປວງ​ຊົນ.ປຸກ​ລະ​ດົມ​ໃຫ້​ທົ່ວ​ປວງ​ຊົນ​ຫັດ​ກາຍ​ບໍ​ລິ​ຫານ, ຊຸກ​ຍູ້​ໃຫ້​ກິ​ລາ​ມະ​ຫາ​ຊົນ​ແລະ​ກິ​ລາ​ປະ​ເພດການ​ແຂ່ງ​ຂັນ​ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.
4.ເພີ່ມ​ທະ​ວີ​ກຳ​ລັງ​ຕົວ​ຈິງ​ໂດຍ​ລວມ​ແລະ​ກຳ​ລັງ​ແຂ່ງ​ຂັນ​ຂອງວັດ​ທະ​ນະ​ທຳ. ກຳ​ລັງ​ຕົວ​ຈິງ​ແລະ​ກຳ​ລັງ​ແຂ່ງ​ຂັນ​ດ້ານ​ວັດ​ທະ​ນະ​ທຳ​ແມ່ນ​ຂີດ​ໝາຍ​ອັນ​ສຳ​ຄັນ​ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະ​ເທດ​ຮັ່ງ​ມີ​ເຂັ້ມ​ແຂງ​ແລະ​ປະ​ຊາ​ຊາດ​ຈະ​ເລີນ​ເຕີບ​ໂຕ. ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ຖື​ປະ​ສິດ​ທິ​ຜົນ​ທາງ​ສັງ​ຄົມ​ເປັນ​ບູ​ລິ​ມະ​ສິດ, ປະ​ສິດ​ທິ​ຜົນ​ທາງ​ສັງ​ຄົມ​ກັບ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ເປັນ​ເອ​ກະ​ພາບ​ກັນ,ຊຸກ​ຍູ້​ວຽກ​ງານ​ວັດ​ທະ​ນະ​ທຳ​ຈະ​ເລີນ​ເຕີບ​ໂຕ​ຢ່າງ​ຮອບ​ດ້ານ​ ແລະ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​​ໄດ້​ມີ​ການພັດ​ທະ​ນາ​ຢ່າງວ່ອງ​ໄວ. ພັດ​ທະ​ນາວຽກ​ງານ​ປັດ​ຊະ​ຍາ​ວິ​ທະ​ຍາ​ສາດ​ສັງ​ຄົມ, ​ວຽກ​ງານ​ການ​ຂ່າວ​ແລະ​ການພິມ​ຈຳ​ໜ່າຍ, ​ວຽກ​ງານວິ​ທ​ະ​ຍຸ​ຮູບ​ເງົາ​ແລະ​ໂທ​ລະ​ພາບ​ແລະ​ວຽກ​ງານ​ສິນ​ລະ​ປະ​ວັນ​ນະ​ຄະ​ດີ. ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ໂຄງ​ການ​ວັດ​ນະ​ທຳ​ສາ​ທາ​ລະ​ນະ​ທີ່​ສຳ​ຄັນ​ຕ່າງໆ,ບູ​ລະ​ນະ​ລະ​ບົບ​ບໍ​ລິ​ການ​ວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະ​ໃຫ້​ສົມ​ບູນ​ຍິ່ງຂຶ້ນ,ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ບໍ​ລິ​ການ. ຊຸກ​ຍູ້​ວັດ​ທະ​ນະ​ທຳ​​ໃຫ້​ສາມາດເຊື່ອມ​ໂຍງ​ເຂົ້າ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ພັດ​ທະ​ນາ​ຂະ​ແໜງ​ການ​ວັດ​ທະ​ນະ​ທຳ​ແບບ​ໃໝ່,ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ມີ​ຂະ​ໜາດ​ໃຫ​ຍ່​ຂຶ້ນ​​ໂຮມ​ສູນ​ຫຼາຍກວ່າ​ເກົ່າແລະ​ມີ​ລະດັບ​ວິຊາ​ການ​ສູນ​ຂຶ້ນ. ກໍ່​ສ້າງ​ແລະ​ພັດ​ທະ​ນາ​ລະ​ບົບ​​ສື່ມວນ​ຊົນທີ່​ທັນ​ສະ​ໄໝ,ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ສື່ມວນ​ຊົນ​ໃນ​ດ້ານ​ການ​ສື່​ສານ. ​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ໜ່ວຍງານ​​ວັດ​ທະ​ນະ​ທຳ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຂອງລັດ​, ປັບ​ປຸງ​ອົງ​ປະ​ກອບ​ຄຸ້ມ​ຄອງ​ນິ​ຕິ​ບຸກ​ຄົນ​ຂອງ​ໜ່ວຍງານ​ວັດ​ທະ​ນະ​ທຳ​ເພື່ອ​ຫາ​ກຳ​ໄລ, ພັດ​ທະ​ນາ​ຕະຫຼາດ​ວັດ​ທະ​ນະ​ທຳ​ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ເປີດ​ປະ​ຕູ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ສູ່​ໂລກ​ພາຍນອກ​ໃຫ້ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ຕັ້ງ​ໜ້າ​​ຮຽນ​ເອົາ​ແລະ​ຖອດ​ຖອນ​ບົດ​ຮຽນ​​ທາງ​ດ້ານ​ວັດ​ທະ​ນະ​ທຳ​ອັນ​ດີ​ເດັ່ນ​ຂອງ​ຕ່າງ​ປະ​ເທດ. ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຜົນ​ດີ​ຕໍ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​​ສູງດ້ານ​ວັດ​ທະ​ນະ​ທຳ​​ໃຫ້ປະ​ກົດ​ຜົນ​ເປັນ​ຈິງແລະ​ພັດ​ທະ​ນາ​ໃຫ້​ມີ​ການເຕີບ​ໂຕ​ຢ່າງ​ປອດ​ໄສ, ສ້າງ​ສິ​ລະ​ປິນ​ທີ່​ມີ​ຊື່​ສຽງ​ແລະ​ຜູ້​ຕາງ​ໜ້າ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ກຸ່ມ​ໜຶ່ງ, ຍ້ອງ​ຍໍ​ແລະ​ມອບ​ລາງວັນ​ໃຫ້​ຜູ້​ເຮັດ​ວຽກ​ງາ​ນ​ດ້ານວັດ​ທະ​ນະ​ທຳ​ທີ່​ມີ​ການ​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ.
ພ​ວກ​​ເຮົາຕ້ອງ​ຍຶດ​ໝັ້ນ​ກ້າວ​ໄປ​ຕາມ​ທິດ​ຂະ​ຫ​ຍາຍ​ຕົວ​ຂອງວັດ​ທະ​ນະ​ທຳ​​ທີ່​ກ້າວ​ໜ້າ​ຂອງສັງ​ຄົມ​ນິ​ຍົມ,ມີ​ສະ​ຕິ​ຕື່ນ​ຕົວໃນ​ລະ​ດັບ​ສູງ​ໃນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ຕົນ​ເອງ​ທາງ​ດ້ານວັດ​ທະ​ນະ​ທຳ, ກ້າວ​​ໄປ​ສູ່​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫ​ຍ່​ທີ່​ສ້າງສາ​ປະ​ເທດສັງ​ຄົມ​ນິ​ຍົມທີ່ເຂັ້ມ​ແຂງ​ດ້ານ​ວັດ​ທະ​ນະ​ທຳ​.
VII ເພີ່ມ​ທະ​ວີ​ການກໍ່​ສ້າງ​ສັງ​ຄົມ​ໃນ​ຂະ​ບວນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ແລະ​ການ​ປະ​ດິດ​ສ້າງ​​ການ​ຄຸ້ມ​ຄອງໃໝ່.
ການ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ສັງ​ຄົມ​ແມ່ນ​ສິ່ງ​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ໃຫ້​ສັງ​ຄົມ​ກົມ​ກຽວ​ແລະ​ມີ​ສະ​ຖຽນ​ລະ​ພາບ. ຕ້​ອງ​ຖື​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​​​ສ່ວນຫຼາຍ​ເປັນ​ຈຸດ​ເລີ່ມ​ຕົ້ນ, ເລັ່ງ​ລັດ​ກໍ່​ສ້າງ​ລະ​ບົບ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂັ້ນ​ພື້ນ​ຖານ​ໃຫ້​ສົມ​ບູນ​ຂຶ້ນ, ເພີ່ມ​ທະ​ວີ​ແລະ​​ມີ​ຫົວ​ຄິດປະ​ດິດ​ສ້າງ​ໃນ​ການ​ຄຸ້ມ​ຄອງ​ສັງ​ຄົມ,ຊຸກ​ຍູ້​ການ​ກໍ່​ສ້າງ​ສັງ​ຄົມ​ສັງ​ຄົມ​ນິ​ຍົມ​ທີ່​ກົມ​ກຽວ​ກັນ.
ການ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ສັງ​ຄົມ​ຕ້ອງ​ຖື​ການ​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ເປັນຕົ້ນຕໍ. ການ​ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ​ແລະ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ແມ່ນ​ຈຸດ​ປະ​ສົງ​ພື້ນ​ຖານ​ຂອງ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ​ແລະ​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສ​ະ​ໄໝ.ຄວນ​ກະ​ທຳ​ໃນ​ສິ່ງ​ທີ່​​ມີ​ຜົນ​ດີ​ຕໍ່​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ນັ້ນ ໃຫ້ຫຼາຍກວ່າ​ເກົ່າ,ແກ້​ໄຂ​ບັນ​ຫາ​ຫ​ຍຸ້ງ​ຍາກ​ຂອງ​ປະ​ຊາ​ຊົນ​ໃຫ້ຫຼາຍ​, ແກ້​ໄຂ​ບັນ​ຫາ​ທີ່​​ປະ​ຊາ​ຊົນ​ສົນ​ໃຈ​ທີ່​ສຸດ​ແລະກ່ຽວ​ພັນ​ໂດຍ​ກົງ​ກັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນຫຼາຍ​ທີ່​ສຸດ​ນັ້ນ​ໃຫ້​ດີ, ພະ​ຍາ​ຍາມ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸ​ດ​ຢັ້ງ​ໃນ​ການ​ຮັບ​ປະ​ກັນ​ໃຫ້​ນັກ​ຮຽນ​ນັກ​ສຶກ​ສາ​ໄດ້​ຮັບ​ໂອ​ກາດ​ການ​ສຶກ​ສາ, ຜູ້​ອອກ​ແຮງ​ງານ​ຕ້ອງມີລາຍຮັບ, ຜູ້​ເຈັບ​ເປັນ​ໄດ້​ຮັບ​ການ​ປິ່ນ​ປົວ, ຜູ້​ເຖົ້າ​ຜູ້​ແກ່​ໄດ້​ຮັບ​ການ​ລ້ຽງ​ດູ​ເບິ່ງ​ແຍງ​ແລະ​ປະ​ຊາ​ຊົນ​ມີ​ເຮືອນ​ຢູ່,ທຳ​ຄວາມ​ພະ​ຍາ​ຍາມ​ໃຫ້​ປະ​ຊາ​ຊົນ​ໄດ້ດຳ​ລົງ​ຊີ​ວິດ​ດີຂຶ້ນກວ່າ​ເກົ່າ.
ການ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ສັງ​ຄົມ​ຕ້ອງ​ເລັ່ງ​ລັດ​ການ​ປະ​ຕິ​ຮູບໂຄງປະກອບ​ສັງ​ຄົມ. ຕ້ອງ​ປິ່ນ​ອ້ອມ​ການ​ກໍ່​ສ້າງລະ​ບົບ​ຄຸ້ມ​ຄອງ​ສັງ​ຄົມ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ເລັ່ງ​ລັດ​ສ້າງ​​ສຳເລັດໂຄງປະ ກອບ​ຄຸ້ມ​ຄອງ​ສັງ​ຄົມ​ທີ່​ນຳ​ພາ​ໂດຍ​ຄະ​ນະ​ພັກ, ລັດ​ຖະ​ບານ​ເປັນ​ຜູ້​ຮັບ​ຜິດ​ຊອບ, ທາງ​ສັງ​ຄົມ​ໃຫ້​ການ​ປະ​ສານ​ສົມ​ທົບ,ປະ​ຊາ​ຊົນ​ມີ​ສ່​ວນ​ຮ່ວມ​ແລະ​ມີ​ການ​ຮັບ​ປະ​ກັນ​ທາງ​ດ້ານ​ກົດ​ໝາຍ, ເລັ່ງ​ລັດ​ສ້າງ​ສຳ​ເລັດ​ລະ​ບົບ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂັ້ນ​ພື້ນ​ຖານ​ທີ່​ນຳ​ພາ​ໂດຍ​ລັດ​ຖະ​ບານ, ​ສາ​ມາດປົກ​ຄຸມ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ແລະ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເລັ່ງ​ລັດ​ສ້າງ​ສຳ​ເລັດໂຄງປະກອບ​ອົງ​ການ​ຈັດ​ຕັ້ງ​ທາງສັງ​ຄົມ​ສ​ະ​ໄໝ​ປະ​ຈຸ​ບັນ​ທີ່ບໍ່​ຂຶ້ນ​ກັບ​ລັດ, ມີ​ສິດ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ຈະ​ແຈ້ງແລະ​ຄຸ້ມ​ຄອງ​ຕົນ​ເອງ​ຕາມ​ກົດ​ໝາຍ, ເລັ່ງ​ລັດ​ໃນ​ການກາຍ​ເປັນ​ກົນ​ໄກ​ຄຸ້ມ​ຄອງ​ສັງ​ຄົມ​ທີ່​ມີການ​ຄຸ້ມ​ຄອງ​ແຫຼ່ງ​ເກີດຂອງ​ບັນ​ຫາ, ການ​ຄຸ້ມ​ຄອງ​ຢ່າງ​ຄ່ອງ​ແຄ້ວໂດຍ​ອີງ​ຕາມ​ສະ​ພາບ​ຕົວ​ຈິງ​ແລະ​ການ​ຮັບ​ມື​ກັບສະພາບສຸກ​ເສີນປະສານສົມທົບກັນ.
1.​ພະ​ຍາ​ຍາມ​ເຮັດ​ວຽກ​ງານ​ການ​ສຶກ​ສາ​ໃຫ້​ດີ​ເພື່ອ​ໃຫ້​ປະ​ຊາ​ຊົນມີ​ຄວາມເພິ່ງ​ພໍ​ໃຈ. ການ​ສຶກ​ສາ​ແມ່ນ​ພື້ນ​ຖານ​ທີ່​​ເຮັດ​ໃຫ້​ປະ​ຊາ​ຊາດ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ເຮັດ​ໃຫ້ສັງ​ຄົມ​ມີ​ຄວາມ​ກ້າວ​ໜ້າ. ​ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ເປັນ​ບູ​ລິ​ມະ​ສິດ, ຜັນ​ຂະ​ຫ​ຍາຍ​ທິດ​ທາງ​ການ​ສຶກ​ສາ​ຂອງ​ພັກ​ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ການ​ສຶກ​ສາ​ຮັບ​ໃຊ້​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ແລະ​ການ​ສຶກ​ສາ​ຮັບ​ໃຊ້​ປະ​ຊາ​ຊົນ,ຖື​ການ​ສ້າງ​ຄົນທີ່ມີຄຸນສົມບັດທີ່ດີນັ້ນເປັນຈຸດປະສົງພື້ນຖານຂອງການສຶກສາ, ບຳລຸສ້າງຜູ້ມີ ຄວາມຮູ້ຄວາມສາມາດໃຫ້ເປັນຜູ້ກໍ່ສ້າງແລະ​ຜູ້​ສືບ​ທອດ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່ ​ມີ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ຄື​ຄຸນ​ສົມ​ບັດ,ຄວາມ​ຮູ້ຄວາມ​ສາ​ມາດ,ສຸ​ຂະ​ພາບ​ແລະ​ທັດ​ສະ​ນະ​ຄຸນ​ຄ່າ​ດ້ານ​ຄວາມ​ງາມ, ປະ ຕິບັດການສຶກສາຄຸນທາດຢ່າງຮອບດ້ານ,ລົງ​ເລິກ​ການ​ປະ​ຕິ​ຮູບ​ໂດຍ​ລວມ​ຂອງ​ຂົງ​ເຂດ​ການ​ສຶກ​ສາ,ສຸມ​ໃສ່​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ, ບຳ​ລຸງ​ສ້າງ​ນັກ​ຮຽນ​ໃຫ້​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​,ຫົວ​ຄິດ​ປະ​ດິດ​ສ້າງ​ແລະ​ຄວາມ​ສາມາດ​​ໃນ​ການ​ປະຕິບັດ​ຕົວ​ຈິງ. ເຮັດ​ວຽກ​ງານ​ການ​ສຶກ​ສາ​ກ່ອນ​ຊັ້ນ​ປະ​ຖົມ​ໃຫ້​ດີ,ພັດ​ທະ​ນາ​ການ​ສຶກ​ສາ​ພາກ​ບັງ​ຄັບ​9ປີ​ໃຫ້​ສະ​ໝ່ຳສະ​ເໝີ, ເຜີຍ​ແຜ່​ການ​ສຶກ​ສາ​ຊັ້ນ​ມັດ​ທະ​ຍົມ​ປາຍ​ໃຫ້ ທົ່ວເຖິງ​ໂດຍ​ພື້ນ​ຖານ,ເລັ່ງ​ລັດ​ພັດ​ທະ​ນາວຽກງານ​ອາ​ຊີ​ວະ​ສຶກ​ສາ​ສະ​ໄໝ​ປະ​ຈຸ​ບັນໃຫ້​ໄວ​ຂຶ້ນ,ຊຸກ​ຍູ້​ການ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ຊັ້ນ​ສູງ​ ໂດຍ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ເພື່ອ​ຍົກ​ສູງ​ກຳ​ລັງ​ຕົວ​ຈິງ​ຂອງ​ຕົນ, ຕັ້ງ​ໜ້າ​ພັດ​ທະ​ນາ​ການ​ສຶກ​ສາ​ແບບ​ຮຽນ​ຕໍ່​ເພື່ອ​ຍົກ​ລະ​ດັບ, ປັບ​ປຸງ​ລະ​ບົບ​ການ​ສຶກ​ສາ​ຕະຫຼອດ​ຊີ​ວິດ​ໃຫ້​ສົມ​ບູນ​ຂຶ້ນ,ກໍ່​ສ້າງ​ສັງ​ຄົມ​ແບບ​ຮ່ຳ​ຮຽນ​. ພະ​ຍາ​ຍາມ​ຊຸກ​ຍູ້​ຄວາມ​ຍຸດ​ຕິ​ທຳ​ທາງ​ດ້ານ​ການ​ສຶກ​ສາ,ຈັດ​ສັນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ອຸ​ປະ​ກອນ​ການ​ສຶກ​ສາ​ຢ່າງ​ສົມ​ເຫດ​ສົມ​ຜົນ, ໂດຍ​ສະ​ເພາະ​ສຸມ​ກຳ​ລັງ​ຄົນ​ແລະ​ຊັບ​ສິນ​ເຂົ້າ​ໃນ​ເຂດ​​ຊົນ​ນະ​ບົດ,ເຂດ​ຫ່າງ​ໄກ​ສອກຫຼີກ,ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃຫ້ຫຼາຍ​ຂຶ້ນ,ສະ​ໜັບ​ສະ​ໜູນ​ການ​ສຶກ​ສາ​ພິ​ເສດ,ເພີ່ມ​ທຶນ​ການ​ສຶກ​ສາ​ເພື່ອ​ຊ່ວຍ​ເຫຼືອ​ນັກ​ຮຽນ​ທີ່​ຄອບ​ຄົວ​ທຸກ​ຍາກ,ຊຸກ​ຍູ້​ໃຫ້​ລູກ​ເຕົ້າ​ຂອງ​ຊາວ​ກະ​ສິ​ກອນ​ທີ່​ໄປ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ໄດ້​ຮັບ​ໂອ​ກາດ​ການ​ສຶກ​ສາ​ຢ່າງ​ສ​ະ​ເໝີ​ພາບ, ເຮັດ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ​ລ້ວນ​ແຕ່​ສາ​ມາດ​ກາຍ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ສົ່ງ​ເສີມ​ແລະ​ດຶງດູດ​ພາກ​ສ່ວນ​​ຕ່າງໆໃນ​ສັງ​ຄົມ​ສ້າງ​ໂຮງ​ຮຽນ​ພັດ​ທະ​ນາ​ວຽກ​ງານກ​ສຶກ​ສາ.ເສີມ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຄູ​ສອນ, ຍົກ​ສູງ​ຈັນ​ຍາ​ປັນ​ແລະ​ລະ​ດັບ​ຄວາມ​ສາ​ມາດ​ຂອງ​ຄູ​ອາ​ຈານ, ເຮັດ​ໃຫ້​ຄູ​ສອນ​ມີ​ຄວາມ​ຮູ້​ສຶກ​ວ່າມີ​ກຽດ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສິດ​ສອນ​ແລະ​ສ້າງ​ຄົນ.
2.ຊຸກ​ຍູ້​ການ​ບັນ​ລຸ​ໃຫ້​ການ​ປະ​ກອບ​ອາ​ຊີບ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງກວ່າເກົ່າ. ການ​ປະ​ກອບ​ອາ​ຊີບ​ແມ່ນ​ພື້ນ​ຖານ​​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຕ້ອງ​ຜັນ​ຂະ​ຫ​ຍາຍ​ທິດ​ທາງ​ຜູ້​ອອກ​ແຮງ​ປະ​ກອບ​ອາ​ຊີບ​ດ້ວຍ​ຕົນ​ເອງ, ​ປັບ​ປຸງ​ການ​ປະ​ກອບ​ອາ​ຊີບໂດຍຕະຫຼາດ,ລັດ​ຖະ​ບານ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ແລະ​ສົ່ງ​ເສີມ​ການ​ສ້າງ​ວຽກເຮັດ​ງານທຳຂອງ​ຕົນ,ແລະ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຖື​ການ​ປ​ະ​ກອບ​ອາ​ຊີບ​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ​ແລະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ປະ​ກອບ​ອາ​ຊີບ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ. ດຶງດູດ​ຜູ້​ອອກ​ແຮງ​ງານ​ຫັນ​ປ່ຽນ​ແນວ​ຄິດ​ໃນ​ການ​ປະ​ກອບ​ອາ​ຊີບ, ສົ່ງ​ເສີມ​ການ​ປະ​ກອບ​ອາ​ຊີບ​ດ້ວຍຫຼາຍ​ຮູບ​ແບບ,ຊຸກ​ຍູ້​ການ​ສ້າງ​ບໍ​ລິ​ສັດ​ຫຼື​ວິ​ສາ​ຫະ​ກິດ​ເພື່ອ​ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ, ເຮັດ​ວຽກ​ງານ​ກ່ຽວ​ກັບ​ການ​ປະ​ກອບ​ອາ​ຊີບໃຫ້​ດີ​ເຊັ່ນ​​ການ​ປະ​ກອບ​ອາ​ຊີບຂອງ​ຊາວ​ໜຸ່ມ ​​ຊຶ່ງ​ໃນ​ນັ້ນ​ສຳ​ຄັນ​ທີ່​ສຸດແມ່ນ​ນັກ​ສຶກ​ສາ​ທີ່​ຮ​ຽນ​ຈົບ​ໂຮງ​ຮຽນ​ຊັ້ນ​ສູງ​,​ແຮງງານທີ່ຍົກຍ້າຍ​ອອກ​ຈາກ​ຊົນ​ນະ​ບົດ, ການ​ປະ​ກອບ​ອາ​ຊີບ​ຂອງ​ຜູ້​ທີ່​ມີ​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ຕົວ​ເມືອງ​ແລະ​ທະ​ຫານ​ທີ່ອອກມາເປັນພົນລະເຮືອນ. ​ເພີ່ມ​ທະ​ວີ​ການ​ຝຶກ​ອົບ​ຮົມ​ເຕັກ​ນິກວິ​ຊາ​ຊີບ,ເພີ່ມ​ຄວາມ​ສາ​ມາດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ໃນ​ການ​ເຮັດ​ທຸ​ລະ​ກິດ​ຂອງ​ຕົນ, ແລະ​ເຮັດ​ໃຫ້​ການ​ປະ​ກອບ​ອາ​ຊີບ​ມີ​ຄວາມ​ໝັ້ນ​ຄົງຫຼາຍ​ຂຶ້ນ.​ປັບ​ປຸງ​ຕະຫຼາດ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ສົມ​ບູນ​ຂຶ້ນ, ບູ​ລະ​ນະ​ລະ​ບົບ​ບໍ​ລິ​ການ​ການ​ປະ​ກອບ​ອາບ​ຊີບ​ໃຫ້​ດີ​ຂຶ້ນ, ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງ​ການ​ປ​ະ​ກັນ​ໄພ​ຫວ່າງ​ງານ​ທີ່ມີຕໍ່ການ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບໃຫ້ຫຼາຍ​ຂຶ້ນ. ປັບ​ປຸງ​ລະ​ບົບ​ມາດ​ຖານ​ອອກ​ແຮງ​ງານ​ແລະ​ກົນ​ໄກ​ປະ​ສານ​ງານ​ການ​ພົວ​ພັນ​ແຮງ​ງານ​ໃຫ້​ດີ​ຂຶ້ນ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ການ​ຮັບ​ປະ​ກັນ​ການ​ອອກ​ແຮ​ງານ​ແລະ​ການ​ໄກ່​ເກ່ຍ​ຄວາມ​ຂັດ​ແຍ່ງ​ໃນ​ການ​ອອກ​ແຮງ​ງານ, ສ້າງ​ການ​ພົວ​ພັນ​ແຮງ​ງານ​ທີ່​ກົມ​ກຽວ​ກັນ.
3.ຊອກ​ທຸກວິ​ທີ​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ລາຍຮັບ​ເພີ່ມ​ຂຶ້ນ. ການ​ບັນ​ລຸ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຮ່ວມ​ກັນ​ຊົ​ມ​ໃຊ້​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ,ກໍ່​ຕ້ອງ​ລົງ​ເລິກ​ການ​ປະ​ຕິ​ຮູບ​ລະ​ບົບ​ການ​ແບ່ງ​ປັນ​ລາຍ​ໄດ້,ພະ​ຍາ​ຍາມ​ເຮັດ​ໃຫ້ລາຍ​ຮັບຂອງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ​ໄປ​ພ້ອມໆ​ກັບ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ, ເຮັດ​ໃຫ້​ຄ່າ​ແຮງ​ງານ ​ເພີ່ມ​ຂຶ້ນ​ໄປ​ພ້ອມໆ​ກັບ​ການ​ຍົກ​ສູງ​​ປະ​ສິດ​ທິ​ພາບ​ຂອງການ​ຜະ​ລິດ​ຂອງຊາວ​ຜູ້​ອອກ​ແຮງ​ງານ, ເພີ່ມ​ອັດ​ຕາ​ສ່ວນ​ຂອງ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ໃນ​ການ​ແບ່​ງ​ປັນ​ລາຍ​ໄດ້​ແຫ່ງ​ຊາດ, ເພີ່ມ​ອັດ​ຕາ​ສ່ວນ​ຂອງ​ຄ່າ​ແຮງ​ງານ​ໃນ​ການ​ແບ່ງ​ປັນ​ລາຍ​ໄດ້​ຄັ້​ງ​ທຳ​ອິດ. ການ​ແບ່ງ​ປັນ​ລາຍ​ໄດ້​ຄັ້ງ​ທຳ​ອິດ​ແລະ​ຄັ້ງ​ທີ​ສອງ​ລ້ວນ​ແຕ່​ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ປັດ​ໄຈ​ປະ​ສິດ​ທິ​ພາບ​ແລະ​ຄວາມ​ທ່ຽງ​ທຳ​ໄປ​ພ້ອມ​ກັນ, ສ່ວນ​ການ​ແບ່ງ​ປັນ​ລາຍ​ໄດ້​ຄັ້ງ​ທີ​ສອງ​ຍິ່ງ​ຕ້ອງເນັ້ນ​ໜັກ​ເລື່ອງຄວາມຍຸດຕິ​ທຳ.ປັບ​ປຸງ​ກົນ​ໄກ​ແບ່ງ​ປັນ​ລາຍ​ໄດ້​ຄັ້ງ​ທຳ​ອິດ​ທີ່​ແບ່ງ​ປັນ​ລາຍ​ໄດ້​ໂດຍ​ອີງ​ຕາມ​ອັດຕາການປະກອບສ່ວນຂອງປັດ​ໄຈ​ຕ່າງໆ ​ເຊັ່ນ​ການ​ອອກ​ແຮງ​ງານ,ທຶນ​ຮອນ,ເຕັກ​ນິກ,ການ​ຄຸ້ມ​ຄອງ​ເຫຼົ່າ​ນີ້​ເປັນ​ຕົ້ນໃຫ້​ສົມ​ບູນ​ຂຶ້ນ. ເລັ່ງ​ລັດ​ການ​ສ້າງ​ກົນ​ໄກ​ປັບ ປຸງ​ການ​ແບ່ງ​ປັນ​ລາຍ​ໄດ້​ຄັ້ງ​ທີ​ສອງ​ດ້ວຍ​ວິ​ທີ​ຕົ້ນ​ຕໍ​ຕ່າງໆ​ເຊັ່ນ​ສ່ວຍ​ສາ​ອາ​ກອນ,ການ​ປະ​ກັນ​ສັງ​ຄົມ​ແລະ​ການຍົກຍ້າຍຈ່າຍ.ລົງ​ເລິກ​ການ​ປະ​ຕິ​ຮູບ​ລະ​ບຽບ​ການເງິນ​ເດືອນ​ຂອງວິ​ສາ​ຫະ​ກິດ​,​ສຳ​ນັກ​ງານ​ອົງການ ແລະໜ່ວຍງານວິຊາການ​ຂອງ​ລັດ,ປະ​ຕິ​ບັດ​ລະ​ບຽບ​ການ​ປຶກ​ສາ​ຫາ​ລື​ຮວມ​ໝູ່​ເພື່ອ​ເປັນການຕັດ​ສິນ​ເງິນ​ເດືອນ​ຂອງວິ​ສາ​ຫະ​ກິດເພື່ອ​ປົກ​ປ້ອງ​ລາຍ​ຮັບ​ຈາກ​ການ​ອອກ​ແຮງ​ງານ. ນຳ​ໃຊ້ຫຼາຍ​ຊ່ອງທາງ​ເຮັດ​ໃຫ້​ລາຍ​ຮັບ​ດ້ານ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ. ປັບ​ປຸງ​​ຂັ້ນ​ຕອນການ​ແບ່ງ​ປັນ​ລາຍ​ໄດ້​ໃຫ້​ເປັນ​ລະ​ລຽບ​ແບບ​ແຜນ,ປົກ​ປ້ອງ​ລາຍ​ໄດ້​ທີ່​ຊອບ​ດ້ວຍ​ກົດ​ໝາຍ,​ເພີ່ມລາຍ​ຮັບ​ໃຫ້​ແກ່​ຜູ້​ທີ່ມີ​ລາຍ​ໄດ້​ຕ່ຳ, ປັບ​ປຸງ​ລາຍ​ໄດ້​ຂອງ​ຜູ້​ທີ່​ມີ​ລາຍ​ຮັບ​ສູງ,ຍົກ​ເລີກ​ລາຍ​ຮັບ​ທີ່​ຜິດ​ກົດ​ໝາຍ.
4.ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ຂອງ​ຕົວ​ເມືອງ ​ແລະ ​ຊົນ​ນະ​ບົດຢ່າງ​ເປັນ​ເອ​ກະ​ພາບ​. ການ​ປະ​ກັນ​ສັງ​ຄົມ​ ແມ່ນ​ລະ​ບຽບການ​ພື້ນ​ຖານ​ໜຶ່ງ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ປັບ​ປຸງ​ການ​ແບ່ງ​ປັນ​ໃນ​ສັງ​ຄົມ.ຕ້ອງ​ຍຶດ​ໝັ້ນ​ປະ​ຕິ​ບັດ​ທິດ​ທາງ​ປົກ​ຄຸມ​ທົ່ວ​ປວງ​ຊົນ​, ຮັບ​ປະ​ກັນ​ຂັ້ນ​ພື້ນ​ຖານ,ມີ​ຫຼາຍ​ລະ​ດັບ​ແລະ​ແບບ​ຍືນ​ຍົງ, ສ້າງ​ສຳ​ເລັດ​ລະ​ບົບ​ປະ​ກັນ​ສັງ​ຄົມ​ທີ່​ປົກ​ຄຸມ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ຢ່າງ​ຮອບ​ດ້ານ​ໂດຍເນັ້ນ​ໃສ່​ການ​ເພີ່ມ​ຄວາມ​ຍຸດ​ຕິ​ທຳ, ສອດຄ່ອງ​ກັບ​ປະຊາຊົນ​ເຄື່ອນ​ໄຫຼ​ແລະ​ຮັບ​ປະ​ກັນ​​ໃຫ້​ປະ​ຕິ​ບັດ​ໄດ້​ຢ່າງຕໍ່​ເນື່ອງ​. ປະ​ຕິ​ຮູບ​ແລະ​ປັບ​ປຸງ​ລະ​ລຽບການ​ປະ​ກັນ​ໄພ​ສັງ​ຄົມ​ຂອງວິ​ສາ​ຫະ​ກິດ,ສຳນັກງານ​ອົງການ​ແລະ​ໜ່ວຍ​ງານ​ວິຊາ​ການ​ຂອງ​ລັດ, ປັບ​ປຸງ​ລະ​ບຽບ​ການ​ປະ​ກັນ​ໄພ​ລ້ຽງ​ຊີບ​ໄວ​ເຖົ້າ​ແກ່​ຂັ້ນ​ພື້ນ​ຖານ​ ແລະ​ການ​ປະ​ກັນ​ໄພ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ໃຫ້​ລວມ​ຕົວ​ເຂົ້າ​ກັນ, ເຮັດ​ວຽກ​ງານ​ການ​ສ້າງ​ບັນ​ຊີ​ສ່ວນ​ບຸກ​ຄົນ​ປະ​ກັນ​ໄພ​ລ້ຽງ​ຊີບ​ໄວ​ເຖົ້າ​ແກ່​ໃຫ້​ມີປະ​ສິດ​ທິ​ຜົນ​ດີ​ຂຶ້ນ​ເປັນ​ກ້າວ​ໆ, ເພື່ອ​ບັນ​ລຸ​ການ​ປະຕິບັດຢ່າງ​ເປັນ​ເອ​ກະ​ພາບ​ຕໍ່​ເງິນ​ທຶນ​ການ​ລ້ຽງ​ຊີບ​ໄວ​ເຖົ້າ​ແກ່​ຂັ້ນ​ພື້ນ​ຖານ​​ໃນ​ທົ່ວ​ປະ​ເທດ, ສ້າງ​ກົນ​ໄກ​ກຳ​ນົດ​ຜົນ​ປະ​ໂຫຍດ​ຈາກ​ການ​ປ​ະ​ກັນ​ສັງ​ຄົມ​ທີ່​ພິ​ຈາ​ລະ​ນາ​ເຖິງ​​ກຸ່ມຄົນ​ປະ​ເພດ​ຕ່າງໆ​ ພ້ອມ​ທັງ​ກົນ​ໄກ​ປັບ​ປຸງ​ຕາມ​ປົກ​ກະ​ຕິ. ເປີດກວ້າງ​ຊ່ອງ​ທາງ​ລະ​ດົມ​ທຶນ​ປະ​ກັນ​ສັງ​ຄົມ,ສ້າງ​ຕັ້ງ​ລະ​ບຽບການ​ກ່ຽວ​ກັບ​ການ​ລົງ​ທຶນ​ແລະ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງກອງ​ທຶນ​ປ​ະ​ກັນ​ສັງ​ຄົມ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງກອງ​ທຶນ​, ຮັກ​ສາ​ມູນ​ຄ່າ​ຂອງກອງ​ທຶນ​ແລະ​ເຮັດ​ໃຫ້​ມີ​ມູນ​ຄ່າ​ເພີ່ມ. ປັບ​ປຸງ​ລະ​ບົບ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ​ໃຫ້​ສົມ​ບູນ​ຂຶ້ນ,ປັບ​ປຸງ​ລະ​ບົບ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໃຫ້​ດີ​ຂຶ້ນ,ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ວຽກ​ງານ​ການ​ກຸ​ສົນ​, ເຮັດ​ວຽກ​ງານ​ການ​ຈັດ​ວາງ​ແລະ​ໃຫ້​ເງິນ​ອຸດ​ໜູນ​ແກ່​ຄອບ​ຄົວ​ຜູ້​ທີ່ເສຍ​ສະຫຼະ​ເພື່ອ​ປະ​ເທດຊາດ, ທະ​ຫານ​ທີ່​ອອກມາ ເປັນພົນລະເຮືອນ​ແລະທະ​ຫານພິ​ການໃຫ້​ດີ. ສ້າງ​ລະ​ບຽບ​ການເຮືອນ​ຢູ່​​​ປະ​ຊາ​ຊົນທີ່ປະ​ກອບ​ດ້ວຍ ເຮືອນ​ລາຄາຕາມ​ທ້ອງ​ຕະຫຼາດ​ແລະ​ເຮືອນ​ນະ​ໂຍ​ບາຍ​ທີ່​ພາກ​ລັດ​ຈັດ​ຕັ້ງ​ການ​ກໍ່​ສ້າງ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ແລະ​ຄຸ້ມ​ຄອງ​ເຮືອນ​ນະ​ໂຍ​ບາຍ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​​ຕ້ອງ​ການ​ຂອງ​ຄອບ​ຄົວ​ທີ່​ທຸກ​ຍາກ. ຍຶດ​ໝັ້ນ​ນະ​ໂຍ​ບາຍ​ພື້ນ​ຖານ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງຍິງ​ຊາຍ, ຮັບ​ປ​ະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ແມ່​ຍິງ​ແລະ​ເດັກ​ນ້ອຍ.ຕັ້ງ​ໜ້າ​ຮັບ​ມື​ກັບ​ບັນ​ຫາ​ປະ​ຊາ​ກອນ​ຜູ້​ສູງ​ອາ​ຍຸ​ເພີ່ມ​ຫຼາຍ​ຂຶ້ນ, ພະ​ຍາ​ຍາມ​ພັດ​ທະ​ນາ​ວຽກ​ງານ​ການ​ບໍ​ລິ​ການ​ຜູ້​ສູງ​ອາ​ຍຸ​ແລະ​ອຸດ​ສາ​ຫະ​ກຳ​ທີ່​ກ່ຽວ​ຂ້ອງ. ປັບ​ປຸງ​ລະ​ບົບ​ປະ​ກັນ​ສັງ​ຄົມ​​ສຳ​ລັບ​ຄົນ​ພິ​ການ ແລະ​ ບໍ​ລິ​ການ​ຄົນ​ພິ​ການ​ໃຫ້​ສົມ​ບູນ​ຂຶ້ນ, ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ພິ​ການ​ຢ່າງ​ແທ້​ຈິງ. ປັບ​ປຸງ​​ໂຄງ​ປະກອບ​ຄຸ້ມ​ຄອງວຽກ​ງານ​ການ​ປະ​ກັນ​ສັງ​ຄົມ​ໃຫ້​ສົມ​ບູນ​ຂຶ້ນ, ສ້າງ​ລະ​ບົບ​ບໍ​ລິ​ການ​ທີ່​ວ່ອງ​ໄວ​ແລະ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ວຽກ​ງານ​ດ້ານ​ນີ້.
5. ຍົກ​ສູງ​ລະ​ດັບ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ. ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ໃນການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮອບ​ດ້ານ​ຂອງ​ຄົນ. ຕ້ອງ​ຍຶດ​ໝັ້ນ​ທິດ​ທາງ​ຮັບ​ໃຊ້​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ,ຍຶດ​ໝັ້ນ​ຖື​ເອົາການ​ປ້ອງ​ກັນ​ເປັນ​ຕົ້ນ​ຕໍ, ຖື​ເຂດ​ຊົນ​ນະ​ບົດ​ເປັນ​ຈຸດ​ສຸມ, ຖື​​ສຳ​ຄັນ​ທັງວິ​ທີ​ການ ປິ່ນ​ປົວ​ແບບ​ຈີນ​ແລະ​​​ແບບ​ສາ​​ກົນ,ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ທີ່​ໃຫ້​ຮັບ​ປະ​ກັນ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ, ເ​ສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ການ​ດ້ານການ​ປິ່ນ​ປົວ​​ຂອງ​ໂຮງ​ໝໍຢູ່​ຂັ້ນ​ຮາກ​ຖານ​ແລະສ້າງ​ຕັ້ງ​ກົນ​ໄກ,ເນັ້ນ​ໃສ່​ການຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂດຍ​ລວມ​ໃນ​​ດ້ານການ​ຮັບ​ປ​ະ​ກັນ​ການ​ປິ່ນ​ປົວ, ການ​ບໍ​ລິ​ການ​ດ້ານ​ການ​ປິ່ນ​ປົວ,ສາ​ທາ​ລະ​ນະ​ສຸກ,ການ​ສະ​ໜອງ​ຢຸກ​ຢາ​ແລະ​ໂຄງ​ປະກອບຕິດ​ຕາມ​ຄຸ້ມ​ຄອງ, ປັບ​ປຸງ​ນະ​ໂຍ​ບາຍ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປ​ະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ໃຫ້​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ​ທີ່​ມີ​ຄວາມ​ປອດ​ໄພ,ມີ​ປະ​ສິດ​ທິ​ຜົນ, ມີ​ຄວາມ​ສະ​ດວກ​ແລະ​ລາ​ຄາ​ຖືກ​ແກ່​ປະ​ຊາ​ຊົນ. ບູລະ​ນະ​ລະ​ບົບ​ປະ​ກັນ​ການ​ປິ່ນ​ປົວ​ສຳ​ລັບ​​ທົ່ວ​ປວງ​ຊົນ​ໃຫ້​ສົມ​ບູນ​ຂຶ້ນ,ສ້າງ​ກົນ​ໄກ​ຮັບ​ປະ​ກັນ​ແລະ​ຊ່ວຍ​ເຫຼືອ​ການ​ປິ່ນ​ປົວ​ພະ​ຍາດ​ທີ່​ອັນຕະລາຍຮ້າຍ​ແຮງ,ບູ​ລະ​ນະ​ກົນ​ໄກ​ຮັບ​ມື​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ເກີດ​ຂຶ້ນ​ກະ​ທັນ​ຫັນ​ແລະ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຮ້າຍ​ແຮງ​ໃຫ້​ສົມ​ບູນ​ຂຶ້ນ. ປັບ​ປຸງ​ນະ​ໂຍບາຍ​ພື້ນຖານ​ດ້ານ​ຢາ​ໃຫ້​ໝັ້ນ​ຄົງ. ປັບ​ປຸງ​ຕາ​ໜ່າງ​ເຄືອ​ຂ່າຍ​ບໍ​ລິ​ການ​ການ​ປິ່ນ​ປົວ​3​ຂັ້ນ​ຢູ່​ເຂດ​ຊົນ​ນະ​ບົດ(ຄື​ສຸກ​ສາ​ລາ​ໃນ​ບ້ານ,ໂຮງ​ໝໍ​ຂັ້ນ​ຕາ​ແສງແລະ​ໂຮງ​ໝໍ​ຂັ້ນ​ເມືອງ​ນ້ອຍ) ​ແລະ​ລະ​ບົບ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ເຂດ​ຊຸມ​ຊົນ​ໃນ​ຕົວ​ເມືອງ​ໃຫ້​ສົມ​ບູນ​ຂຶ້ນ, ລົງ​ເລິກ​ການ​ປະ​ຕິ​ຮູບ​ຂອງ​ໂຮງ​ໝໍ​​​ພາກ​ລັດ​ແລະ​ສົ່ງ​ເສີມ​ພາກ​ເອ​ກະ​ຊົນ​ສ້າງ​ຕັ້ງ​ໂຮງ​ໝໍ. ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ການ​ແພດ​ພື້ນ​ເມືອງ​ຈີນ​ແລະ​ວຽກ​ງ​ານ​ການ​ແພດ​ຊົນ​ເຜົ່າ. ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ບໍລິການ​ຂອງ​ຖັນ​ແຖວ​ພະນັກງານ​ການ​ແພດ​ແລະ​ເສີມ​ສ້າງ​ຈັນ​ຍາ​ປັນ​ຂອງ​ນາຍ​ໝໍ. ປະ​ຕິ​ຮູບ​ແລະ​ບູ​ລະ​ນະ​ໂຄງ​ປະກອບ​ແລະ​ກົນ​ໄກ​ຕິດ​ຕາມກວດ​ກາ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ແລະ​ຢາ. ດຳ​ເນີນ​ຂະ​ບວນ​ການ​ອະ​ນາ​ໄມ​ເພື່ອ​ຮັກ​ຊາດ,ຊຸກ​ຍູ້​ການ​ເສີມ​ສ້າງ​ສຸ​ຂາ​ພິ​ບານ​ທາງ​ກາຍ​ແລະ​ໃຈ​ຂອງ​ປະ​ຊາ​ຊົນ. ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ວາງ​ແຜນ​ຄອບຄົວ​ຊຶ່ງ​ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ລັດ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ປະ​ຊາ​ກອນ​ທີ່​ເກີດ​ໃໝ່,ປັບ​ປຸງ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ຂຶ້ນ​ເທື່ອ​ລະ​ກ້າວ,ຊຸກ​ຍູ້​ໃຫ້​ປະ​ຊາ​ກອນ​ພັດ​ທະ​ນາ​ຢ່າງ​ດຸນ​ດ່ຽງ​ເປັນ​ເວ​ລາ​ຍາວ​ນານ.
6.ເພີ່ມ​ທະ​ວີ​ແລະ​ປະ​ດິດ​ສ້າງ​ການ​ຄຸ້ມ​ຄອງ​ສັງ​ຄົມ. ຖ້າ​ຢາກຍົກ​ສູງ​ລະ​ດັບ​ການ​ຄຸ້ມ​ຄອງ​ສັງ​ຄົມ​ຕາມຫຼັກ​ວິ​ທະ​ຍາ​ສາດ, ກໍ່ຕ້ອງ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ໃນ​ດ້ານ​ຕ່າງໆ​ໃນ​ການ​ຄຸ້ມ​ຄອງ​ສັງ​ຄົມ​ຄື​ກົດ​ໝາຍ,​ໂຄງ​ປະກອບ, ກົນ​ໄກ​,ຄວາມ​ສາ​ມາດ, ຖັນ​ແຖວ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ຂໍ້​ມູນ​ຂ່າ​ວສານ.ປັບປຸງ ວິ​ທີ​ໃຫ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂອງອົງການ​ປົກຄອງ,ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ລະ​ບົບ​ຄຸ້ມ​ຄອງ​ແລະ​ບໍ​ລິ​ການ​ສັງ​ຄົມ​ໃນ​ຂັ້ນ​ຮາກ​ຖານ, ເພີ່ມ​ທະ​ວີ​ບົດ​ບາດ​ການ​ບໍ​ລິ​ການ​ຂອງ​ເຂດ​ຊຸມ​ຊົນ​ໃນ​ຕົວ​ເມື​ອງ​ແລະ​ຊົນ ນະ​ບົດ,ເພີ່ມ​ທະ​ວີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ວິ​ສາ​ຫະ​ກິດ, ໜ່ວຍ​ງານ​ບໍລິຫານ,ໜ່ວຍ​ງານ​ວິຊາ​ການຂອງ​ລັດ​ແລະ​ອົງ​ການຈັດ​ຕັ້ງ​ປະຊາຊົນໃນ​ການ​ຄຸ້ມ​ຄອງ​ແລະ​ການ​ບໍ​ລິ​ການ​ທາງ​ສັງ​ຄົມ, ດຶງ​ດູດອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ປອດ​ໄສ​ແລະ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ, ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ໃນ​ການ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ສັງ​ຄົມ​ຢ່າງ​ເຕັມ​ທີ່. ປັບ​ປຸງ​ແລະ​ປະ​ດິດ​ສ້າງ​ການ​ບໍ​ລິ​ການ​ຄຸ້ມ​ຄອງ​ປະ​ຊາ​ກອນ​ເຄື່ອນ​ທີ່​ແລະ​ກຸ່ມ​ຄົນ​ພິ​ເສດ. ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ພາຍ​ໃນ​ປະ​ຊາ​ຊົນ​ຢ່າງ​ຖືກ​ຕ້ອງ, ສ້າງ​ຕັ້ງ​ແລະ​ບູ​ລະ​ນະ​ກົນ​ໄກ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ທີ່​ນຳ​ພາ​ໂດຍ​ພັກ​ແລະ​ລັດ,ປັບ​ປຸງ​ລະ​ບຽບ​ການ​ກ່ຽວ​ກັບ​ປະ​ຊາ​ຊົນ​ສ່ອງ​ແສງ​ບັນ​ຫາ, ​ປັບ​ປຸງ​ລະ​ບົບ​ປະ​ຕິ​ບັດ​ງານ​ທີ່​ມີ​ການ​ໄກ່​ເກ່ຍ​ຂອງ​ປະ​ຊາ​ຊົນ, ການ​ໄກ່​ເກ່ຍ​ທາງ​ອົງ​ການ​ບໍ​ລິ​ຫານ​ແລະ​ການ​ໄກ່​ເກ່ຍ​ທາງ​ຕຸ​ລາ​ການ​ປະ​ສານ​ສົມ​ທົບ​ກັນ, ສ້າ​ງ​ຊ່ອງ​ທາງ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ການ​ສະ​ແດງ​ຄວາມ​ຮຽກ​ຮ້ອງຕ້ອງການ​ແລະ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ການ​ປະ​ສານ​ງານ​ດ້ານ​ຜົນ​ປະ​ໂຫຍດແລະ​ການ​ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ພ້ອມ​ທັງ​ເຮັດ​ໃຫ້​ວຽກ​ງານ​ນີ້​ດຳ​ເນີນ​ໄປ​ຢ່າງ​ມີ​ລະ​ບຽບ​ແບບ​ແຜນ. ສ້າງ​ຕັ້ງ​ກົນ​ໄກ​ປະ​ເມີນ​ຜົນ​ຄວາມ​ສ່ຽງ​ຂອງ​ນະ​ໂຍ​ບາຍ​ສຳ​ຄັນ​ທີ່​ມີ​ຕໍ່​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ. ເສີມ​ສ້າງ​ລະ​ບົບ​ຄວາມ​ປອດ​ໄພ​ສາ​ທາ​ລະ​ນະ​ແລະ​ການ​ກໍ່​ສ້າງ​ພື້ນ​ຖານ​ການ​ຜະ​ລິດ​ຢ່າງ​ປອດ​ໄພ​ຂອງ​ວິ​ສາ​ຫະ​ກິດ, ສະ​ກັດ​ກັ້ນ​ບໍ່​ໃຫ້​ເກີດ​ອຸ​ບັດ​ຕິ​ເຫດ​ຄວາມ​ປອດ​ໄພ​ຢ່າງ​ຮ້າຍ​ແຮງ. ເພີ່ມ​ທະ​ວີ​ແລະ​ປັບ​ປຸງ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານ​ການ​ເມືອງ​ແລະ​ກົດໝາຍ,ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ການ​ເມືອງ​ແລະ​ກົດ​ໝາຍ, ເພື່ອ​ໃຫ້​ແບກ​ຫາບ​ພາ​ລະ​ໜ້າ​ທີ່​ເປັນ​ຜູ້​ກໍ່​ສ້າງ​ແລະ​ຜູ້​ປົກ​ປ້ອງ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນຢ່າງ​ແທ້​ຈິງ. ລົງ​ເລິກ​ການ​ກໍ່​ສ້າງ​ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​ຄວາມ​ປອດ​ໄພ,ບູ​ລະ​ນະ​ລະ​ບົບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ສະ​ຫງົບ​​ໃນ​ສັງ​ຄົມ​ໃຫ້​ສົມ​ບູນ​ຂຶ້ນ, ເພີ່ມ​ທະ​ວີ​ກາ​ນ​ຮັບ​ປະ​ກັນ​ຂັ້ນ​ພື້ນ​ຖານ​ທາງ​ດ້ານ​ຕຸ​ລາ​ການ, ປ້ອງ​ກັນ​ແລະ​ລົງ​ໂທດ​ການ​​ກໍ່​ອາ​ຊະ​ຍາ​ກຳ​ແລະກະ​ທຳ​ຜິດ​ກົດ​ໝາຍ​ຕາມ​ກົດ​ໝາຍ​,ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ. ປັບ​ປຸງ​​​ຍຸດ​ທະ​ສາດ​ແລະກົນ​ໄກ ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຊາດ, ມີ​ສະ​ຕິ​ລະ​ວັງ​ຕົວ​ໃນ​ລະ​ດັບ​ສູງ​ແລະ​ເດັດ​ດ່ຽວ​​​ປ້ອງ​ກັນບໍ່​ໃຫ້​ອິດ​ທິ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ, ເຊື່ອມ​ຊຶມ​ແລະ​ໂຄ່ນ​ລົ້ມ​,ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຊາດ.
ທົ່ວ​ພັກ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​​ພາ​ກັນ​ທຳ​ຄວາມ​ພະ​ຍາ​ຍາມຮ່ວມ​ກັນ, ກໍ່​ຈະ​ສາ​ມາດ​ສ້າງ​ສະ​ພາບ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ສັງ​ຄົມ​ຄື​ທຸກ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ສັງ​ຄົມ​ກົມ​ກຽວ,ແລະ​ທຸກ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສັງ​ຄົມ​ທີ່​ມີ​ຄວາມ​ກົມ​ກຽວ​ປອງດອງ.
VIII​ ອອກ​ແຮງ​ຊຸກ​ຍູ້​ການ​ສ້າງ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ.
ການ​ສ້າງ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ​ແມ່ນ​ແຜນ​ການ​ໄລ​ຍະ​ຍາວ ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ແລະ​ອະ​ນາ​ຄົດ​ຂອງ​ຊາດ. ເມື່ອ​ປະ​ເຊີນ​ກັບ​ສະ​ພາບ​ອັນ​ຂ້ຽວ​ຂາດ​​ໃນ​ສະພາບ​ທີ່​ຊັບ​ພະ​ຍາ​ກອນ​ນັບ​ມື້​ນັບ​ໜ້ອຍ​ລົງ,ສິ່ງ​ແວດ​ລ້ອມ​ຖືກ​ມົນ​ລະ​ພິດ​ຢ່າງ​ໜັກ​ໜ່ວງ​ແລະ​ລະ​ບົບ​ຊີ​ວະ​ພາບ​ຊຸດ​ໂຊມ​ລົງ, ຕ້ອງ​ສ້າງ​ແນວ​ຄິດ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ​ທີ່​ເຄົາ​ລົບ​ທຳ​ມະ​ຊາດ, ຕາມ​ກົດ​ເກນ​ທຳ​ມະ​ຊາດ​ແລະ​ອະ​ນຸ​ລັກ​ທຳ​ມະ​ຊາດ,ຖື​ການ​ກໍ່​ສ້າງ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ​ໄວ້​ຢູ່​ໃນ​ຖາ​ນະ​ອັນ​ພົ້ນ​ເດັ່ນ, ແລະ​ໃຫ້​ເຊື່ອມ​ໂຍມ​ເຂົ້າ​ໃນ​​ຕະຫຼອດ​ໄລ​ຍະການ​ກໍ່​ສ້າງ​ດ້ານ​ຕ່າງໆ​ເຊັ່ນເສດ​ຖະ​ກິດ,ການ​ເມືອງ,ວັດ​ທະ​ນະ​ທຳ​ແລະ​ສັງ​ຄົມ, ພະ​ຍາ​ຍາມ​ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ,ບັນ​ລຸ​ໃຫ້​ປະ​ຊາ​ຊາດ​ຈີນ​ພັດ​ທະ​ນາ​ຢ່າງ​ຖາ​ວອນ.
ຍຶດ​ໝັ້ນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ລັດ ​ກ່ຽວ​ກັບ​ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,ຍຶດ​ໝັ້ນ​ທິດ​ທາງ​ຖື​ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ​ແລະ​ການ​ອະ​ນຸ​ລັກ​ສິ່ງ​ແວ​ດ​ລ້ອມ​ເປັນ​ບູ​ລິ​ມະ​ສິດ​ແລະ​ຖື​ການ​ຟື້ນ​ຟູ​ທຳ​ມະ​ຊາດ​ເປັນ​ຕົ້ນ​ຕໍ,ສຸມ​ໃສ່​ການ​ພັດ​ທະ​ນາ​ສີ​ຂຽວ, ການ​ພັດ​ທະ​ນາ​ແບບ​ຮອບ​ໝູນ​ວຽນ,ການ​ພັດ​ທະ​ນາ​ແບບ​ປ່ອຍ​ກາກ​ບ່ອນ​ຕ່ຳ,ສ້າງ​ໃຫ້​ມີ​ສະ​ພາບ​ຊີ​ວະ​ພາບ,ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ, ວິ​ທີ​ການ​ຜະ​ລິດ​ແລະ​ວິທີການ​ດຳ​ລົງ​ຊີ​ວິດ​ແບບ​ປະ​ຢັດ​ຊັບ​ພະ​ຍາ​ກອນ​ແລະ​ອ​ະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,ປ່ຽນ​ແປງ​ທ່າ​ອ່ຽງ​ທີ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ກຳລັງ​ນັບ​ມື້​ນັບ​ບົກ​ແຫ້ງ​ລົງ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃນ​ການ​ຜະ​ລິດ​ແລະ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເພື່ອ​ຄວາມ​ປອດ​ໄພ​ດ້ານ​ຊີ​ວະ​ພາບ​ໃນ​ທົ່ວ​ໂລກ.
1.ປັບ​ປຸງ​ສ​ະ​ພາບ​ການ​ພັດ​ທະ​ນາ​ທີ່​ດິນ​ໃຫ້​ດີ​ຂຶ້ນ. ທີ່​ດິນ​ແມ່ນ​ສິ່ງ​ທີ່​ເພິ່ງ​ພາອາ​ໄສ​ສຳ​ລັບ​ການ​ສ້າງ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ,ສະ​ນັ້ນ​ຕ້ອງ​ຖະ​ໜຸ​ຖະ​ໜອມດິນ​ແດນ​ທຸກ​ຊັງ​ຕີ​ແມັດ. ຕ້ອງ​ປະ​ຕິ​ບັດ​ຕາມຫຼັກ​ການ​ທີ່ປະ​ຊາ​ກອນ,ຊັບ​ພະ​ຍາ​ກອນ​ແລະ​ສິ່ງ​ແວດ​ລ້ອມ​ມີ​ຄວາມ​ດຸນ​ດ່ຽງ​ກັນ, ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ, ປະ​ສິດ​ທິ​ຜົນ​ດ້ານ​ສັງ​ຄົມ​ແລະ​ປະ​ສິດ​ທິ​ຜົນ​ດ້ານ​ຊີ​ວະ​ພາບ​ເປັນ​ເອ​ກະ​ພາບ​ກັນ, ຄວບ​ຄຸມ​ການ​ພັດ​ທະ​ນາ, ປັບ​ປຸງ​ອົງ​ປະ​ກອບ​ການ​ໃຊ້​ທີ່​ດິນ, ຊຸກ​ຍູ້​ໃຫ້​​ທີ່​ດິນທີ່​ນຳໃຊ້​ສຳ​ລັບການ​ຜະ​ລິດ​​ນັ້ນ​ໃຫ້ໃຊ້​ເຕັກ​ນິກ​ສູງ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ, ທີ່​ດິນ​ສຳລັບ​ປຸກ​ສ້າງ​ເຮືອນ​ໃຫ້​ໜ້າ​ຢູ່, ທາງ​ຊີ​ວະ​ພາບ​ມີ​ສິ່ງ​ແວດ​ລ້ອມ​ທີ່​ສວຍ​ງາມ, ເພື່ອ​ໃຫ້​ສິ່ງ​ແວ​ດ້ອມ​ທຳ​ມະ​ຊາດ​ມີ​ໂອ​ກາດ​ຟື້ນ​ຕົວ​ຂຶ້ນຫຼາຍກວ່າ​ເກົ່າ,ສະຫງວນ​ດິນ​ປູກ​ຝັງ​ທີ່​ດີ​ໃຫ້​ແກ່​ກະ​ສິ​ກຳ​ໃຫ້ຫຼາຍກວ່າ​ເກົ່າ, ໃຫ້​ລູກຫຼານ​ລຸ້ນຫຼັງ​ມີ​ການດຳ​ລົງ​ຊີ​ວິດ​ໃນ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ດີ​ງາມ​ບໍ່​ມີ​ມົນ​ລະ​ພິດ​ຄື​ມີ​ທ້ອງ​ຟ້າ​ສີ​ຄາມ,ດິນດອນ​ຕອນ​ຫ​ຍ້າ​ສີ​ຂຽວ​ແລະ​ນ້ຳ​ທີ່​ສະ​ອາດ. ​ເລັ່ງ​ລັດ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ທີ່​ດິນ​ໂດຍ​ແບ່ງ​ເປັນ​ເຂດພາລະ​ບົດບາດ​ສຳຄັນ,ຊຸກ​ຍູ້​ໃຫ້​ແຫ່ງ​ຕ່າງໆ​ພັດ​ທະ​ນາ​​ໂດຍ​ອີງ ຕາມ​ການ​ກຳ​ນົດ​ເຂດ​ພາລະ​ບົດບາດ​ສຳຄັນຂອງ​ຕົນ​ຢ່າງ​ເຂັ້ມ​ງວດ, ສ້າງ​ສະ​ພາບ​ການ​ຫັນ​ເປັນ​ຕົວ​ເມືອງ​ສະ​ພາບ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ສະ​ພາບ​ຄວາມ​ປອດ​ໄພ​ດ້ານ​ຊີ​ວະ​ພາບ​ໂດຍ​ອີ​ງຕາມຫຼັກ​ວິ​ທະ​ຍາ​ສາດ​ແລະ​ສົມ​ເຫດ​ສົມ​ຜົນ. ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ທາງ​ທະ​ເລ, ພັດ​ທະ​ນາ​ເສດ​ຖະ​ກິດ​ທາງ​ທະ​ເລ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ທາງ​ທະ​ເລ,ເດັດ​ດ່ຽວ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທາງ​ທະ​ເລ​ຂອງ​ຊາດ,ສ້າງ​​ປະ​ເທດ​ເຂັ້ມ​ແຂງ​ດ້ານທະ​ເລ.
2. ຊຸກ​ຍູ້​ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ​ຢ່າງ​ຮອບ​ດ້ານ. ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ​ແມ່ນ​ນະໂຍ ບາຍ​ພື້ນ​ຖານ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ. ຕ້ອງ​ປະ​ຢັດ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ,ຊຸກ​ຍູ້​ການ​ປ່ຽນ​ແປງວິ​ທີ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຢ່າງ​ແທ້​ຈິງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ​ຕະຫຼອດ​ໄລ​ຍະ​ການ​ນຳ​ໃຊ້,ຫຼຸດ​ຜ່ອນ​ການ​ສິ້ນ​ເປືອງ​ພະ​ລັງ​ງານ, ນ້ຳ​ແລະ​ທີ່​ດິນ​ຢ່າງຫຼວງຫຼາຍ,ຍົກ​ສູງ​ປະ​ສິດ​ທິ​ພາບ​ແລະ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ. ຊຸກຍູ້ການ ປະຕິ​ວັດດ້ານ​ການ​ຜະ​ລິດ​ແລະ​ຊົມ​ໃຊ້​ພະ​ລັງ​ງານ,ຄວບ​ຄຸມ​ປະ​ລິ​ມານ​ການ​ຊົມ​ໃຊ້​ພະ​ລັງ​ງານ,ເພີ່ມ​ທະ​ວີ​ການ​ປະ​ຢັດ​ພະ​ລັງ​ງານ​ແລະຫຼຸດ​ຜ່ອນ​ການ​ສິ້ນ​ເປືອງ, ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ປະ​ຢັດ​ພະ​ລັງ​ງານ​ແລະ​ການ​ປ່ອຍ​ກາກ​ບອນ​ຕ່ຳ​ແລະ​ພັດ​ທະ​ນາ​ພະ​ລັງ​ງານ​ໃໝ່ ​ແລະ ​ພະ​ລັງ​ງານ​ໝູນ​ວຽນເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ​ຂອງ​ຊາດ. ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ແຫຼ່ງ​ນ້ຳ​ແລະ​ການ​ຄວບ​ຄຸມຍອດ​ປະ​ລິ​ມານ​ການນຳ​ໃຊ້​ນ້ຳ, ຊຸກ​ຍູ້​ການ​ນຳ​ໃຊ້​ນ້ຳ​ແບບ​ໝູນ​ວຽນ,ສ້າງ​ສັງ​ຄົມ​ແບບ​ປະ​ຢັດ​ນ້ຳ​. ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ອະ​ນຸ​ລັກ​ທີ່​ດິນ​ປູກ​ຝັງ,ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ຄວບ​ຄຸມ​​ການ​ນຳ​ໃຊ້​ທີ່​ດິນເພື່ອນຳ​ໃຊ້​ເຂົ້າໃນ​ຈຸດ​ປະ​ສົງ​ແນວ​ໃດ. ​ເພີ່ມ​ທະ​ວີ​ການ​ຄົ້ນຄວ້າ​ສຳ​ຫຼວດ​,ອະ​ນຸ​ລັກ​ແລະ​ພັດ​ທະ​ນາຊັ​ບ​ພະ​ຍາ​ກອນ​ແຮ່​ທາດ​ຢ່າງ​ສົມ​ເຫດ​ສົມ​ຜົນ. ພັດ​ທະ​ນາ​ເສດ​ຖະ​ກິດ​ໝູນ​ວຽນ​,ຊຸກ​ຍູ້​ການຫຼຸດ​ຜ່ອນ​ການ​ສິ້ນ​ເປືອງ​ຊັບ​ພະ​ຍາ​ກອນ, ການ​ນຳ​ໃຊ້​ຄືນ​ໃໝ່​ແລະ​ການ​ຫັນ​ເປັນ​ຊັບ​ພະ​ຍາ​ກອນ​ໃນ​ຂະ​ບວນ​ການ​ຜະ​ລິດ,ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຕະຫຼອດ​ຮອດ​ການ​ບໍ​ລິ​ໂພກ.
3.ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ລະ​ບົບ​ຊີ​ວະ​ພາບ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ. ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ດີ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ມະ​ນຸດ​ແລະ​ສັງ​ຄົມ. ຕ້ອງ​ປະ​ຕິ​ບັດ​ໂຄງ​ການ​ສຳ​ຄັນ​ໃນ​ການ​ຟື້ນ​ຟູ​ຊີ​ວະ​ພາບ, ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ຊີ​ວະ​ພາບ, ຊຸກ​ຍູ້​ການ​ຄຸ້ມ​ຄອງ​ແລະ​ແກ້​ໄຂ​ໂດຍ​ລວມ​ຕໍ່​ບັນ​ຫາ​ສິ່ງ​ແວດ​ລ້ອມ​ຄື​ທີ່​ດິນກາຍ​ເປັນ​ທະ​ເລ​ຊາຍ, ທີ່​ດິນ​ກາຍເປັນເຂດ​ຫີນ​ຊາຍ​ທີ່​ຮົກ​ເຮື້ອ,​​ດິນ​ແລະ​ນ້ຳ​​ເຊື່ອມ​ໂຊມ​,ຂະ​ຫ​ຍາຍ​ເນື້ອ​ທີ່​ປ່າ​ໄມ້,ໜອງ​ບຶງ, ດິນ​ຊຸ່ມ​ດິ​ນ​ທາມ​ໃຫ້​ກວ້າງ​ອອກ,ອະ​ນຸ​ລັກ​ຮັກ​ສາ​ຄວາມຫຼາກຫຼາຍ​ຊີ​ວະ​ນາໆ​ພັນ. ເລັ່ງ​ລັດ​ກໍ່​ສ້າງ​ຊົນ​ລະ​ປະ​ທານ, ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ແລ້ງ​ຕ້ານ​ຖ້ວມ​ຂອງ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ. ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ລະ​ບົບ​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ໄພ​ພິ​ບັດ​ທາງ​ດ້ານ​ອາ​ກາດ,ທໍ​ລະ​ນີ​ແລະ​ແຜ່ນ​ດິນ​ໄຫວ. ຍຶດ​ໝັ້ນ​ໃນ​ການ​ຖື​ການ​ປ້ອງ​ກັນ​ເປັນ​ຕົ້​ນ​ຕໍ,​ ຄຸ້ມ​ຄອງ​ໂດຍ​ລວມ, ຖື​ການ​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ອັນ​ພົ້ນ​ເດັ່ນ​ທີ່​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ນັ້ນ​ເປັນ​ຈຸດ​ສຸມ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ທາງ​ນ້ຳ, ອາ​ກາດ​ແລະ​ດິນ. ຍຶດ​ໝັ້ນ​ໃນຫຼັກ​ການ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ແຕ່​ມີ​ການ​ຈຳ​ແນກ, ຫຼັກ​ການ​ຍຸດ​ຕິ​ທຳ​ແລະຫຼັກ​ການ​ສ້າງ​ຄວາມ​ສາ​ມາດ​ຂອງ​ໃຜ​ລາວ, ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ.
4.ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ລະ​ບຽບການ​ທາງ​ດ້ານ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ. ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຕ້ອງ​ອາ​ໄສ​ລະ​ບຽບ​ການ.ຕ້ອງ​ຈັດ​ເອົາ​ການ​ສິ້ນ​ເປືອງ​ຊັບ​ພະ​ຍາ​ກອນ, ການ​ທຳ​ລາຍ ສິ່ງ​ແວດ​ລ້ອມ​ແລະ​ປະ​ສິດ​ທິ​ຜົນ​ດ້ານ​ຊີ​ວະ​ພາບ ​ເຂົ້າ​ໃນ​ລະ​ບົບ​ປະ​ເມີນ​ຜົນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ -ສັງ​ຄິມ,ສ້າງ​ລະ​ບົບ​ເປົ້າ​ໝາຍ,ວິ​ທີ​ກວດ​ກາ​ແລະ​ກົນ​ໄກ​ມອບ​ລາງວັນ​ແລະ​ ​ລົງ​ໂທດ​ທີ່​ສ່ອງ​ແສງ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ດ້ານ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ. ສ້າງ​ລະ​ບຽບ​ການ​ອະ​ນຸ​ລັກ​ການ​ພັດ​ທະ​ນາ​ທີ່​ດິນ,ປັບ​ປຸງ​ລະ​ບຽບ​ການອະ​ນຸ​ລັກ​ດິນ​ປູກ​ຝັງ​,ລະ​ບຽບການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ​,ລະ​ບຽບ​ການອະ​ນຸ​ລັກ​ສິ່ງແວດ​ລ້ອມ​ໃຫ້​ມີ​ຄວາມ​ເຂັ້ມ​ງວດຫຼາຍ​ທີ່​ສຸດ.ລົງ​ເລິກ​ການ​ປະ​ຕິ​ຮູບ​ລາ​ຄາ​ແລະ​ສ່ວຍ​ສາ​ອາ​ກອນ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ຊັບ​ພະ​ຍາ​ກອນ, ສ້າງ​ລະ​ບຽບ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ໂດຍ​ເສຍ​ຄ່າ​ທົດ​ແທນ​ແລະ​ລະບຽບ​ການ​ທົດ​ແທນ​ເພື່ອ​ຊີ​ວະ​ພາບ​ຊຶ່ງ​2 ລະ​ລຽບການ​ນີ້​ຕ້ອງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ໃນ​ຕະຫຼາດ​ແລະ​ສະ​ພາບ​ຂາດ​ເຂີນ​ຂອງ​ຊັບ​ພະ​ຍາ​ກອນ,ສ່ອງ​ແສງ​ເຖິງ​ຄຸນ​ຄ່າ​ຊີ​ວະ​ພາບ​ແລະ​ການ​ທົດ​ແທນ​ລະ​ຫວ່າງ​ຄົນ​ລຸ້ນ​ປະ​ຈຸ​ບັນ​ກັບ​ຄົ້ນ​​ລຸ້ນຫຼັງ.ຕັ້ງ​ໜ້າ​ປະ​ຕິ​ບັດ​ການ​ຈັດ​ວາງ​ຈຸດ​ທົດ​ລອງ​ການ​ຊື້​ຂາຍ​ສິດ​ປະ​ຢັດ​ພະ​ລັງ​ງານ, ສິດປ່ອຍ​ກາກ​ບອນ, ສິດ​ປ່ອຍ​ມົນ​ລະ​ພິດ​ແລະ​ສິດ​ນ້ຳ. ເພີ່ມ​ທະ​ວີ​ກາ​ນ​ຕິດ​ຕາມ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ບູ​ລະ​ນະ​ລະ​ບຽບການສືບ​ສວນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ ແລະ​ ລະ​ບຽບ​ການ​ທົດ​ແທນ​ໃນ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ. ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ສຶກ​ສາ​ອົບຮົມກ່ຽວ​ກັບ​ອາ​ລິ​ຍະ​ທຳຊີວະພາບ,ປູກ​ຈິດ​ສຳ​ນຶກ​ໃຫ້​ທົ່ວ​ປວງ​ຊົນ​ໃນ​ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ,ອະ​ນຸ​ລັກ​ສິ່ງ​ແວ​ດ​ລ້ອມ​ແລະ​ຊີ​ວະ​ພາບ, ໃຫ້​ກາຍ​ເປັນ​ປະເພນີນິຍົມໃນ​ສັງ​ຄົມ​ທີ່​ບໍ​ລິ​ໂພກຢ່າງ​ສົມ​ເຫດ​ສົມ​ຜົນແລະອະ​ນຸ​ລັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ.
ພວກ​ເຮົາຕ້ອງຖະໜຸຖະໜອມແລະຫວງ​ແຫນ​ທຳ​ມະ​ຊາດ​ໃຫ້ຫຼາຍ​ຂຶ້ນ​ຢ່າງ​ຕື່ນ​ຕົວ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ຕັ້ງ​ໜ້າກວ່າ​ເກົ່າ​, ພະ​ຍາ​ຍາມ​ກ້າວ​ໄປ​ສູ່​ສະ​ໄໝ​ໃໝ່​ແຫ່ງອາ​ລິ​ຍະ​ທຳ​ຊີ​ວະ​ພາບ​ສັງ​ຄົມ​ນິ​ຍົມ.
IXເລັ່ງ​ລັດ​ຊຸກ​ຍູ້​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກໍ່​ສ້າງກອງ​ທັບ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ
ການ​ກໍ່​ສ້າງ​​ການ​ປ້ອງ​ກັນ​ປະ​ເທດ​ໃຫ້​ໝັ້ນ​ຄົງ​ແລະ​ກໍ່​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຖາ​ນະ​ບົດ​ບາດ​ໃນເວທີ​ສາ​ກົນແລະ​ຂອງ​ຈີນ​ເຮົາ​ ທັງສອດ​ຄ່ອງ​ກັບ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ​ນັ້ນ​ ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ການ​ສ້າງ​ປະ​ເທດ​ທີ່​ທັນ​ສະ​ໄໝ. ປະ​ເທດ​ພວກເຮົາ​ພວມ​ປະ​ເຊີນ​ກັບ​ບັນ​ຫາ​ຄວາມ​ປ​ອດ​ໄພ​ໃນ​ການ​ຄົງ​ຕົວ​ແລະ​ຄວາມ​ປອດ​ໄພ​ໃນ​ດ້ານ​ການ​ພັດ​ທະ​ນາ, ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງແບບ​ເກົ່າ​ແລະ​ໄພ​ຂົ່ມ​ຂູ່​ຕໍ່​​ຄວາມ​ໝັ້ນ​ຄົງ​​ແບບ​ໃໝ່​ປະ​ສົມ​ປົນ​​ເປກັນ,ນີ້​ໄດ້​ຮຽກ​ຮ້ອງ​ໃຫ້ກາ​ນ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກໍ່​ສ້າງກອງ​ທັບ​ທີ່​ທັນ​ສະ​ໄໝ​ຕ້ອງ​ມີ​ການ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ. ຕ້ອງ​ຍຶດ​ໝັ້ນ​ຖື​ຄວາມ​ຕ້ອງ​ການ​ຄວາມ​ປອດ​ໄພ​ຕົ້ນຕໍ​ຂອງ​ຊາດ​ເປັນ​ທິດ​ຊີ້​ນຳ,ຈັດ​ວາງ​ການ​ກໍ່​ສ້າງ​ເສດ​ຖະ​ກິດ​ກັບ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ,ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດ​ແບ່ງ​ເປັນ​ສາມ​ບາດ​ກ້າວ ​ໃນ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະສ້າງກອງ​ທັບ​ທີ່​ທັນ​ສະ​ໄໝ, ເລັ່ງ​ລັດ​ການສຳ​ເລັດ​ໜ້າ​ທີ່​ປະ​ຫວັດ​ສາດ​ສອງ​ດ້ານ​​ຄື​ຫັນ​ເປັນ​ກົນ​ຈັກ​ແລະ​ຫັນ​ເປັນ​ແບບ​ຂໍ້ ​ມູ​ນ​ຂ່າວ​ສານ,ພະ​ຍາ​ຍາມ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຫັນ​ເປັນ​ແບບ​ກົນ​ຈັກ​ໂດຍ​ພື້ນ​ຖານ​ໃນ​ປີ2020​ແລະ​ການ​ກໍ່​ສ້າງ​ໃຫ້​ຫັນ​ເປັນ​ຂໍ້​ມູນ​ຂ່າ​ວ​ສານ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.
ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ທີ່​ທັນ​ສ​ະ​ໄໝ​ ຕ້ອງ​ຊີ້​ນຳ​ໂດຍ​ແນວ​ຄິດ​ການ​ທະ​ຫານ​ຂອງ​ສະ​ຫາຍ​​ເໝົາ​ເຈີຕົງ,ແນວ​ຄິດ​ກໍ່​ສ້າງກອງ​ທັບ​ໃນ​ຍຸກໃໝ່​ຂອງ​ສະ​ຫາຍ​​ເຕິ້ງ​ສຽວ​ຜິງ, ແນວ​ຄິດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ຂອງ​ສ​ະ​ຫາຍ​ຈ່ຽງ​ເຈີ​ມິນ​ແລະ​ແນວ​ຄິດ​ຂອງ​ພັກ​ກ່ຽວ​ກັບ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ພາຍ​ໃຕ້​ສະ​ພາບ​ການ​ໃໝ່. ຕ້ອງ​ຕອບ​ສະ​ໜອງ​ຕາມ​ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແລະ​ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ, ສຸມ​ໃສ່​ການ​ປະ​ຕິ​ບັດ​ພາ​ລະ​ກຳ​ປະ​ຫວັດ​ສາດ​ຂອງກອງ​ທັບ​ໃນ​ສະ​ຕະ​ວັດ​ໃໝ່​ແລະ​ໄລ​ຍະ​ໃໝ່,ຈັດ​ຕັ້ງ​ປະ​ຕິ​ບັດ​ທິດ​ທາງ​ຍຸດ​ທະ​ສາດ​ການ​ທະ​ຫານ​ແບບ​ປ້ອງ​ກັນ​ຕົວ​ຢ່າງ​ຕັ້ງ​ໜ້າ​ໃນຍຸກໃໝ່, ເພີ່ມ​ທະ​ວີ​ການ​ຊີ້​ນຳ​ຍຸດ​ທະ​ສາດ​ການ​ທະ​ຫານ​ແບບ​ກ້າວ​ໄປ​ຕາມ​ຍຸກ​ສະ​ໄໝ, ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ,ອະ​ວະ​ກາດ​ແລະ​ທາງ​ອິນ​ເຕີ​ເນັດ,ຕັ້ງ​ໜ້າ​ກະ​ກຽມ​ໃນ​ການ​ນຳ​ໃຊ້​ກຳ​ລັງ​ການ​ທະ​ຫານ​ໃນ​ຍຸກ​ແຫ່ງ​ສັນ​ຕິ​ພາບ,ບຸກ​ເບີ​ກ​ແລະ​ລົງ​ເລິກ​ການ​ກະ​ກຽມ​ການ​ຕໍ່​ສູ້​ດ້ານ​ການ​ທະ​ຫານ​ຢ່າງ​ບໍ່​ຢຸດ​ຢັ້ງ​, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ເຮັດຫຼ້ອນ​ໜ້າ​ທີ່​ການ​ທະ​ຫານຫຼາຍ​ຢ່າງ​ຊຶ່ງ​ໃນ​ນັ້ນ ​ຈຸດ​ຕົ້ນຕໍ​ແມ່ນ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ເອົາ​ຊະ​ນະ​ໃນ​ສົງ​ຄາມ​ພາກ​ພື້ນ​ພາຍ​ໃຕ້​ເງື່ອນ​ໄຂ​ຂໍ້​ມູນ​ຂ່າວ​ສານ​ເຕັກ​ໂນ​ໂລ​ຊີ.
ຍຶດ​ໝັ້ນ​ຖືເອົາການ​ຊຸກ​ຍູ້​ການ​ພັດ​ທະ​ນາແບບວິ​ທະ​ຍາ​ສາດ​ ໃນ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ເປັນ​ຫົວ​ຂໍ້ຫຼັກ, ຖື​ການ​ເລັ່ງ​ລັດການ​ຫັນ​ປ່ຽນ​ຮູບ​ການ​ໃຫ້ກາຍ​ເປັນ​ກຳ​ລັງ​ສູ້​ຮົບ​ເປັນ​ຕົ້ນ​ຕໍ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງກອງ​ທັບ​ໃຫ້​ເປັນ​ແບບ​ປະ​ຕິ​ວັດ​,ທັນ​ສະ​ໄໝ​ແລະເປັນແບບແຜນ. ຍຶດ​ໝັ້ນ​ການ​ນຳ​ພາ​ຢ່າງ​ເດັດ​ຂາດ​ຂອງ​ພັກ​ຕໍ່​ກອງ​ທັບ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ຍຶດ​ໝັ້ນ​ນຳ​ໃຊ້​ລະ​ບົບ​ທິດ​ສະ​ດີ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ເປັນ​ອາ​ວຸດ​ປະ​ກອບ​ໃຫ້​ທົ່ວ​ກອງ​ທັບ​ຢ່າງ​ບໍ່​ລົດ​ລະ,ສືບ​ຕໍ່​ສ້າງ​ທັດ​ສະ​ນະ​ຄຸ​ນ​ຄ່າ​ຕົ້ນຕໍ​ຂອງ​ທະ​ຫານ​ປະ​ຕິ​ບັດ​ຍຸກ​ປະ​ຈຸ​ບັນ​ຢ່າ​ງ​ຕໍ່​ເນື່ອງ, ອອກ​ແຮງ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ການ​ທະ​ຫານ​ທີ່​ກ້າວ​ໜ້າ,ຮັກ​ສາ​ຄຸນ​ລັກ​ສະ​ນະ, ມູນ​ເຊື້ອ​ແລະ​ແບບ​ແຜນ​ຂອງກອງ​ທັບ​ປະ​ຊາ​ຊົນ​ຕະຫຼອດ​ໄປ. ຍຶດ​ໝັ້ນ​ຖື​ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ ​​ເປັນ​ທິດ​ຂະ​ຫ​ຍາຍ​ຕົວ​ຂອງ​ການ​ກໍ່​ສ້າງກອງ​ທັບ ​ທີ່​ທັນ​ສະ​ໄໝ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,ຊຸກ​ຍູ້​ການ​ກໍ່​ສ້າງ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ.ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທີ່​ໃຊ້​ເຕັກ​ນິກ​ທັນ​ສະ​ໄໝ, ເລັ່ງ​ລັດ​ກໍ່​ສ້າງ​ພະລາ​ທິ​ການ​ສະ​ໄໝ​ປ​ະ​ຈຸ​ບັນ​ຢ່າງ​ຮອບ​ດ້ານ,​ ກໍ່​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ການ​ທະ​ຫານ​ແບບ​ໃໝ່​ທີ່​ມີ​ລະ​ດັບ​ສູງ,ລົງ​ເລິກ​ດຳ​ເນີນ​ການ​ຝຶກ​ຊ້ອມ​ການ​ທະ​ຫານ​ພາຍ​ໃຕ້​ເງື່ອນ​ໄຂ​ຂໍ້​ມູນ​ຂ່າວ​ສານ, ເພີ່ມ​ຄວາມ​ສາ​ມາດ​ສູ້​ຮົບ​ບົນ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​.ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​​ຄຸ້ມ​ຄອງກອງ​ທັບ​ຕາມ​ກົດ​ໝາຍ​ແລະ​​ຄຸ້ມ​ຄອງກອງ​ທັບ​ຢ່າງ​ເຄັ່ງ​ຄັດ,ຊຸກ​ຍູ້​ການ​ກໍ່​ສ້າງກອງ​ທັບ​ແບບແຜນຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ​.
ໄປ​ຕາມ​ທ່າ​ອ່ຽງ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ການ​ປະ​ຕິ​ວັດ​ການ​ທະ​ຫານ​ໃໝ່​ຂອງ​ໂລກ,​ ດຳ​ເນີນ​ການ​ປະ​ຕິ​ຮູບ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ຢ່າງ​ໜັກ​ແໜ້ນ​ແລະ​ຕັ້ງ​ໜ້າ, ຊຸກ​ຍູ້​ການ​ປະ​ຕິ​ຮູບ​ ການ​ທະ​ຫານ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຂະ​ຫ​ຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ. ຍຶດ​ໝັ້ນ​ຖື​​ທິດ​ສະ​ດີ​ປະ​ດິດ​ສ້າງ​ການ​ພັດ​ທະ​ນາ​ການ​ທະ​ຫານ​ເປັນ​ທິດ​ຊີ້​ນຳ,ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປະ​ດິດ​ສ້າງ​ຢ່າງ​ ​ເປັນ​ເຈົ້າ​ການ​ໃນ​ອຸດ​ສາ​ຫະ​ກຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ປ້ອງ​ກັນ​ປະ​ເທດ,ລົງ​ເລິກ​ຊຸກ​ຍູ້​ຮູບ​ແບບ​ການ​ຈັດ​ຕັ້ງ​ກອງ​ທັບ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ, ກໍ່​ສ້າງ​ລະ​ບົບ​ກຳ​ລັງ​ການ​ທະ​ຫານ​ແບບໃໝ່ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.
ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ດ້ວຍ​ຮູບ​ແບບ​ກອງ​ທັບ​ແລະ​ປະ​ຊາ​ຊົນ​ເຊື່ອມໂຍງເຂົ້າກັນ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,ຍຶດ​ໝັ້ນ​ປະ​ຕິ​ບັດ​ການ​ສ້າງ​ປະ​ເທດ​ຮັ່ງ​ມີ​ເຂັ້ມ​ແຂງ​ແລະ​ສ້າງກອງ​ທັບ​ທີ່​ເຂັ້ມ​ແຂງ​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ວາງ​ແຜນ​ຍຸດ​ທະ​ສາດ, ການ​ສ້າງ​ໂຄງປະກອບແລະກົນ​ໄກແລະ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ດ້ວຍ​ຮູບ​ແບບ​ ທີ່ກອງ​ທັບ​ແລະ​ປະ​ຊາ​ຊົນ​ເຊື່ອມໂຍງເຂົ້າກັນ. ​ເລັ່ງ​ລັດ​ກໍ່​ສ້າງ​ກຳ​ລັງ​ຕຳຫຼວດ​ທີ່​ທັນ​ສະ​ໄໝ.​ເພີ່ມ​ທະວີ​ທັດສະນະ​ປ້ອງ​ກັນຊາ​ດຂອງ​ທົ່ວ​ປວງ​ຊົນ,ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ລະ​ດົມ​ຂົນ​ຂວາຍ ​ເພື່ອ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ກໍ່​ສ້າ​ງ​ກຳ​ລັງ​ກອງ​ໜູນ​. ປັບ​ປຸງ​ແລະ​ພັດ​ທະ​ນາ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງກອງ​ທັບ,ອົງ​ການ​ບໍ​ລິ​ຫານ​ແລະ​ປະ​ຊາ​ຊົນ.
​ຈີນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ​, ການ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ມີ​ຈຸດ​ປ​ະ​ສົງ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ,ປົກ​ປ້ອງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຊາດ.ກອງ​ທັບ​ຈີນ​ແມ່ນ​ກຳ​ລັງ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກຢ່າງສະເໝີຕົ້ນສະເໝີປາຍ, ແລະ​ກອງ​ທັບ​ຈີນກໍ​ຈະ​ປະ​ຕິ​ບັດ​ຄື​ດັ່ງຜ່ານ​ມາ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ​,ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ທະ​ຫານ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ,ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ແລະ​ສາ​ກົນ,ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ຂົງ​ເຂດ​ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ.
Xປ​ະ​ຕິ​ບັດ​ຕົວ​ຈິງ​ເພື່ອ​ເພີ່ມພຶດ​ຕິ​ກຳຫຼາຍ​ຂຶ້ນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ເທດ​ດຽວ​ມີ​ສອງ​ລະ​ບອບ​ແລະ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ
ນັບ​ຕັ້ງ​ແຕ່​ຮົງ​ກົງ​,ມາ​ເກົ໋າໄດ້​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ຕົ້ນ​ມາ, ຮົງ​ກົງ​ແລະ​ມາ​ເກົ໋າ​ໄດ້​ກ້າວ​ຂຶ້ນ​ຕາມ​ເສັ້ນ​ທາງ​ອັນ​ກວ້າງ​ຂວາງ​ທີ່​ມີ​ທ່າ​ແຮງ​ຈຸນ​ເຈືອ​ກັນ​ ແລະ​ ຮ່ວມ​ກັນ​ພັດ​ທະ​ນາ​ກັບ​ແຜ່ນ​ດິນ​ໃຫ​ຍ່​ປະ​ເທດ​ຊາດ,ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ"​ປະ​ເທດ​ດຽວ​ມີ​ສອງ​ລະ​ບອບ​" ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ເປັນ​ທີ່ຍອມ​ຮັບ​ໂດຍທົ່ວໄປຈາກ​ທົ່ວ​ໂລກ.ລັດ​ຖະ​ບານກາງຂອງ​ຈີນ​ໄດ້ປະ​ຕິ​ບັດ​ທິດ​ທາງ​ນະ​ໂຍ​ບາຍ​ຕ່າງ​ໆ​ຕໍ່​ຮົງ​ກົງ​ແລະ​ມາ​ເກົ໋າ​ມີ​ຈຸດ​ປະ​ສົງ​ພື້ນ​ຖານ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​,ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ, ຮັກ​ສາ​ໃຫ້​ຮົງ​ກົງ​ແລະມາເກົ໋າ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ມີສະ​ຖຽນ​ລະ​ພາບ​ຢ່າງ​ຍາວ​ນານ. ການ​ປະ​ຕິ​ບັດ​ທິດ​ນະ​ໂຍ​ບາຍ ​"ປະ​ເທດ​ດຽວ​ມີ​ສອງ​ລະ​ບອບ", "ໃຫ້ຊາວ​ຮົງ​ກົງ​ປົກ​ຄອງ​ຮົງ​ກົງ​", "ຊາວ​ມາ​ເກົ໋າ​ປົກ​ຄອງ​ມາເກົ໋າ" ​ແລະ​ທິດ​ທາງ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ​ໃຫ້​ຖືກ​ຕ້ອງ​ແລະ​ຮອບ​ດ້ານ​, ກໍ່​ຈຳ​ເປັນ​ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ເຮັດ​ໃຫ້ຫຼັກ​ການ​ປະ​ເທດ​ດຽວ​ປະ​ສານ​ສົມ​ທົບ​ກັບ​ການ​ເຄົາ​ລົບ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ສອງ​ລະ​ບອບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຖື​ການ​ປົກ​ປັກ​ຮັກ​ສາ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ສູນ​ກາງ ​ປະ​ສານ​ສົມ​ທົບ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິດ​ປົກ​ຄອງ​ຕົນ​ເອງ​ ໃນ​ລະ​ດັບ​ສູງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ຖື​ການ​ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໜູນຫຼັງ​ຢ່າງ​ແຂງ​ແຮງ​ຂອງ​ແຜ່ນ​ດິນ​ໃຫ​ຍ່​ປະ​ສານ​ສົມ​ທົບ​ກັບ​ການ​ຍົກ​ສູງ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຮົງ​ກົງ​ແລະມາເກົ໋າຢ່າງ​ມີ​ປະ​ສິດ​ທິ​ຜົນ, ເວ​ລາ​ໃດ​ກໍ່​ບໍ່​ຄວນ​ເບິ່ງ​ຂ້າມດ້ານ​ໃດ​ໜຶ່ງ.
ລັດ​ຖະ​ບານ​ກາງ​ຈະ​ປະ​ຕິ​ບັດ​ງານ​ ໂດຍ​ອີງ​ຕາມ​ກົດ​ໝາຍ​ພື້ນ​ຖານ​ຂອງ​ຮົງ​ກົງ​ມາເກົ໋າ​ຢ່າງ​ເຄັ່ງ​ຄັດ,ປັບ​ປຸງ​ລ​ະ​ບຽບການ​ແລະ​ກົນ​ໄກ​ປະ​ຕິ​ບັດ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ​ພື້ນ​ຖານ,ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຜູ້​ວ່າ​ການ​ຂອງເຂດ​ບໍ​ລິ​ການ​ພິ​ເສດ​ແລະ​ ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ບໍ​ລິ​ຫານ​ການ​ເມືອງ​ຕາມ​ກົດ​ໝາຍ​ແລະ​ນຳ​ພາ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ແລະ​ມາ​ເກົ໋າ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງ,ຊຸກ​ຍູ້​ປະ​ຊາ​ທິ​ປ​ະ​ໄຕ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ, ມີ​ຄວາມ​ໂອບ​ເອື້ອອາ​ລີ​ແລະ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຊຸກ​ຍູ້​ສັງ​ຄົມທີ່​ມີ​ຄວາມ​ກົມ​ກຽວ​ປອງ​ດອງ, ລົງ​ເລິກ​ການ​ພົວ​ພັນ​ດ້ານ​ເສ​ດ​ຖ​ະ​ກິດ​ການ​ຄ້າ ລະ​ຫວ່ງ​ແຜ່ນ​ດິນ​ໃຫ​ຍ່​ກັບ​ຮົງ​ກົງ,ມາ​ເກົ໋າ,ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ,ຊຸກ​ຍູ້​ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາເກົ໋າ​ສາ​ມັກ​ຄີ​ກັນ​ພາຍ​ໃຕ້ຄັນ​ທຸງ​ຮັກ​ຊາດ​ຮັກ​ຮົງ​ກົງ, ຮັກ​ຊາດ​ຮັກ​ມາ​ເກົ໋າ, ປ້ອງ​ກັນ​ແລະ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ແຊກ​ແຊງວຽກ​ງານ​ຂອງ​ຮົງ​ກົງ​ແລະ​ມາ​ເກົ໋າ.
ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ,ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ແລະ​ມາເກົ໋າ​ບໍ່​ພຽງ​ແຕ່​ມີ​ສະ​ຕິ​ປັນ​ຍາ, ມີ​ຄວາ​ມ​ສາ​ມາ​ສາດ​ແລະ​ມີ​ວິ​ທີ​ໃນ​ການ​ຄຸ້ມ​ຄອງ​ແລະ​ກໍ່​ສ້າງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ໃຫ້​ດີ​ເທົ່າ​ນັ້ນ, ແລະ​ກໍ່​ຍ່ອມ​ຈະ​ສາ​ມາດ​ເສີມ​ຂະ​ຫ​ຍາ​ຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ວຽກ​ບ້ານ​ການ​ເມືອງ​ຂອງ​ປະ​ເທດ,ຮ່ວມ​ກັບ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຮ່ວມ​ກັນ​ຊົມ​ໃຊ້​ກຽດ​ສັກ​ສີ​ແລະ​ກຽດອັນ​ສົ່ງ​ສູງ​ໃນ​ການ​ເປັນ​ຄົນ​ຈີນ.
ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ,ບັນ​ລຸ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ແມ່ນ​ຂະ​ບ​ວນ​ການ​ປະ​ຫວັດ​ສາດ​ທີ່​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ໄດ້. ການທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊາດ​ຈີນ ​ຊຶ່ງ​ລວມ​ທັງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ. ການ​ບັນ​ລຸ​ເປົ້າ​ໝາຍ​ນີ້, ກ່ອ​ນ​ອື່ນ​ຕ້ອງ​ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດ​ທະ​ນາ​ໂດຍ​ສັນ​ຕິ. ຕ້ອງ​ຍຶດ​ໝັ້ນ​ທິດ​ທາງ​"ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ, ປະ ເທດ​ດຽວ​ມີ​ສອງ​ລະ​ບອບ", ຍຶດ​ໝັ້ນ​ຈຸດ​ຢືນ8​ຂໍ້​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ, ຊຸກ​ຍູ້​ຂະ​ບວນ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ພົວ​ພັນ ​ລະ​ຫວ່າງ​ສອງ​ຝັ່ງ​ໂດຍ​ສັ​ນ​ຕິ​ຢ່າງ​ຮອບ​ດ້ານ, ປັບ​ປຸງ​ແລະ​ລົງ​ເລິກ​ພື້ນ​ຖານ​ດ້ານ​ການ​ເມືອງ,ເສດ​ຖະ​ກິດ,ວັດ​ທະ​ນະ​ທຳ, ສັງ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ໂດຍ​ສັນ​ຕິ,ສ້າງ​ເງື່ອນ​ໄຂ​ຢ່າງ​ເຕັມ​ສ່ວນກວ່າ​ເກົ່າ ​ເພື່ອ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ.
ພວກ​ເຮົາ​ຕ້ອງຍຶດໝັ້ນ​ຫຼັກການ​ປະ​ເທດ​ຈີນ​ດຽວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ເຖິງ​ແມ່ນ​ວ່າ​ແຜ່​ນ ດິນ​ໃຫຍ່​ກັບ​ໄຕ້​ຫວັນຍັງ​ບໍ່​ທັນ​ ໄດ້​ທ້ອນ​ໂຮມ​ເຂົ້າ​ເປັນ​ເອກກະພາບ​ກັນ​ກໍ່ຕາມ,​ແຕ່​ຄວາມ​ເປັນ​ຈິງ​ທີ່ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ລ້ວນ​ແຕ່ຂຶ້ນ​ກັບປະ​ເທດ​ຈີນ​ດຽວ​ນັ້ນ​ບໍ່​​ໄດ້​ມີ​ການ​ປ່ຽນ​ແປງ​ຈັກ​ເທື່ອ, ຜືນ​ແຜ່ນດິນ​ແລະ​ ​ອະທິປະ​ໄຕ​ຂອງ​ຊາດ​ບໍ່​ໄດ້​ຖືກ​ຕັດ​ແຍກ​ອອກ​ຈາກ​ກັນ​ຈັກ​ເທື່ອ​ແລະ​ບໍ່ສາມາດ​ຕັດ​ແຍກ​ອອກ​ຈາກ​ກັນໄດ້​ຢ່າງ​ເດັດຂາດ. ທັງ​ສອງ​ຝ່າຍຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄວນ​ເຄົາລົບ​ແລະປະຕິບັດ​ຫຼັກ ການ "ການ​ຄັດຄ້ານ​ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອກະລາດ", ຍຶດໝັ້ນ ​"ຈຸດ​ຢືນ​ຮ່ວມ​ທີ່​ລະບຸ​ໄວ້​ໃນ​ຄວາມ​ຮັບຮູ້ທີ່ເປັນເອກະສັນ​ກັນ​ປີ1992",​ ເພີ່ມ​ຄວາມ​ຮັບ​ຮູ້ຮ່ວມ​ໃນ​ການ​ປົກ​ປັກ​ຮັກສາ​ໂຄງ​ຮ່າງ​ປະ​ເທດ​ຈີນ​ດຽວ, ​​ແລ້ວ​ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ, ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ​ຢູ່ບົນ​ພື້ນຖານ​ນີ້. ຕໍ່​ທຸກໆ​ພັກ​ການ​ເມືອງ​ຂອງ​ໄຕ້​ຫວັນ, ຂໍ​ພຽງ​ແຕ່​ມີ​ຈຸດ​ຢືນ​ບໍ່​ເຮັດ​ໃຫ້​ໄຕ້​ຫວັນ​ເປັນ​ເອກ​ະລາດ​, ຍອມຮັບ​ປະ​ເທດ​ຈີນ​ດຽວ,ພວກ​​​ເຮົາ​ລ້ວນ​ແຕ່​ຍິນ​ດີ​​ໄປມາຫາ​ສູ່​ກັນ,ສົນທະນາ​​ແລະ​ຮ່ວມ​ມື​ກັນ​ກັບ​ເຂົາ​ເຈົ້າ.
ພວກ​​​ເຮົາ​ຕ້ອງ​ຊຸກ​ຍູ້ການ​ແລກປ່ຽນ​ແລະ​ການ​ຮ່ວມມື​ລະຫວ່າງ​ສອງ​ຝັ່ງ​ຢ່າງ​ຕໍ່​ເນື່ອງ.ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ,ຂະຫຍາຍ​ຜົນ​ປະ​ໂຫຍ​ດຮ່ວມ​ໃຫ້ກວ້າງອອກ​ກວ່າ​ເກົ່າ. ​ເປີດ​ກວ້າງ​ການ​ແລກ ປ່ຽນ​ດ້ານ​ວັດທະນະທຳ,​ເພີ່ມ​ສະຕິ​ຮັບ​ຮູ້ວ່າ​ສອງ​ຝັ່ງ​ເປັນ​ປະຊາ​ຊາດ​ຈີນ​ດຽວ​ກັນ. ຮັດ​ແໜ້ນ​ການ​ໄປມາ ຫາ​ສູ່​ກັນລະ​ຫວ່າງ​ປະຊາຊົນ​ສອງ​ຝັ່ງ, ​ເພີ່ມ​ຄວາມ​ຮັກ​ແພງ​ສະໜິດສະໜົມ​ກັນ​ລະຫວ່າງ​ພີ່​ນ້ອງ​ຮ່ວມ ຊາດ​ສອງ​ຝັ່ງ. ຊຸກ​ຍູ້​ການ​ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ​ກັນ,​ເພີ່ມ​ທະວີ​ການ​ກໍ່ສ້າງ​ລະບຽບການ. ຫວັງ​ວ່າ​ສອງ​ຝ່າຍ​ຈະ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ຄົ້ນຄວ້າ​ການ​ພົວພັນ​ດ້ານ​ການ​ເມືອ​ງລະຫວ່າງ​ສອງ​ຝັ່ງ​ພາຍ​ໃຕ້​ສະພາບ​ພິ​ເສດ​ທີ່​ປະ​ເທດ​ຊາດ​ຍັງ​ບໍ່ທັນ​ທ້ອນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ ແລະ​ມີ​ການຈັດ​ວາງແຜນການ​ຢ່າງ​ສົມ​ເຫດ​ສົມ​ຜົນ.ປຶກສາ​ຫາລື​ການ​ສ້າງ​ກົນ​ໄກ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຄວາມ​ໝັ້ນຄົງ​ແລະການ​ທະຫານຂອງ​ສອງ​ຝັ່ງ, ປົກ​ປັກ​ຮັກສາ​ໃຫ້​ສະຖານະ​ການ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ມີ​ສະຖຽນລະ​ພາບ;ປຶກສາ​ຫາລື​ເພື່ອ​ໃຫ້​ຕົກລົງ​ສັນຍາ​ສັນຕິພາບ​ລະຫວ່າງ​ສອງ​ຝັ່ງ, ສ້າງ​ອະນາຄົດ​ໃໝ່​ແຫ່ງ​ການພັດ ທະນາການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ສັນຕິ.
 ພວກ​​​ເຮົາ​ຕ້ອງ​ພະຍາຍາມ​ຊຸກ​ຍູ້​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ສາມັກຄີ​ສູ້ຊົນ​ຮ່ວມ​ກັນ. ພີ່​ນ້ອງ​ຮ່ວມ​ຊາດ​ຂອງ​ສອງ​ຝັ່ງ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາ​ຊາດ​ຈີນ,​ ເປັນ​ປະຊາ​ຄົມ​ທີ່​ມີ​ໂຊກ​ຊະ​ຕາ​ກຳ​ຮ່ວມ​ແລະ​ມີ​ສາຍ​ເລືອດ​ດຽວ​ກັນ, ສະ​ນັ້ນ,ຄວນ​ຮັກ​ແພງ​ເອົາ​ໃຈ​ໃສ່​ແລະ​ໄວ້​ເນື້​ອ​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ກັນ​ຊຸກຍູ້​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ,​ແລະ​ຮ່ວມ​ກັນ​ຊົ​ມ​ໃຊ້​ໝາກຜົນ​ແຫ່ງ​ການ​ພັດທະນາ.ຂໍ​ພຽງ​ແຕ່​ແມ່ນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ສົມບູນພູນສຸກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ສອງ​ຝັ່ງ,  ພວກ​​​ເຮົາ​ກໍ່ ​ຈະ​ທຳ​ຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເຮັດ​​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ. ພວກ​​​ເຮົາ​ຕ້ອງ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ພີ່ນ້ອງ​ຮ່ວມຊາດ​ໄຕ້​ຫວັນ​ຢ່າງ​ແທ້​ຈິງ, ສາມັກຄີ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ເພື່ອ​ປົກ​ປັກ​ຮັກສາ​ແລະ​ສ້າງສາ​ພັດທະນາ​​ບ້ານ​ເມືອງ​ປະຊາ​ຊາດ​ຈີນ​ໃຫ້​ດີ.
ພວກ​ຂ້າພ​ະ​ເຈົ້າ​ເດັດດ່ຽວ​ຄັດຄ້ານ​ກົນອຸບາຍ​ທີ່"ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ ໃຫ້​ເປັນ​ເອກ ກະລາດ". ປະຊາຊົນ​ຈີນ​ເດັດຂາດ​ຈະ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຫຼື​ອິດ​ທິກຳລັງ​ໃດໆ​ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ປະ​ເທດ​ຊາດ​ບໍ່​ວ່າ​ຈະ​ໃຊ້​ຮູບ​ການ​ໃດ​ກໍ່ຕາມ. ການ​ກະທຳ​ທີ່​ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອກະ​ລາດເປັນການທຳລາຍ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ ແລະຈະຖືກ​ປະລາ​ໄຊ​ຢ່າງ​ສິ້ນ​ເຊີ່ງ.
 ຂໍແຕ່ວ່າລູກ​ຫຼານ​ປະຊາ​ຊາດ​ຈີນ​ທຸກ​ຖ້ວນ​ໜ້າ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ,ກໍ່​ຍ່ອມ​ຈະ​ສາມາດ​ສຳ​ເລັດ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ເພື່ອ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກ​ກະພາບ​ ໃນ​ຂະ​ບວນການ​ທີ່​ຮ່ວມ​ຈິດ​ຮ່ວມ​ໃຈ​​ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນຄືນໃໝ່.
XI ຊຸກ​ຍູ້ພາລະ​ກິດ​ອັນ​ສູງ​ສົ່ງ​ແຫ່ງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ
​ໂລກ​ປະຈຸ​ບັນ​ກຳລັງ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ, ສັນຕິພາບ​ກັບ​ການ​ພັດທະນາ​ຍັງ​ຄົງ​ແມ່ນ​ຫົວ​ຂໍ້​ຫຼັກ​ຂອງ​ຍຸກ​ສະ​ໄໝ.​ໂລກ​ຫັນ​ເປັນ​ຫຼາຍຂົ້ວ​ແລະ​ເສດຖະກິດ​ໂລກາ​ພິວັດ​ຂະຫຍາຍຕົວ​ກ້າວ​ສູ່ລວງ​ ເລິກ, ຄວາມ​ຫຼາກ​ຫຼາຍ​ສີສັນ​ດ້ານ​ວັດທະນະທຳ​ແລະສັງຄົມຫັນເປັນ​ຂໍ້​ມູນ​ຂ່າວສານ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຕໍ່​ເນື່ອງ, ການ​ປະຕິວັດ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃກ້ຈະມີການບຸກທະລຸໃໝ່, ການ​ຮ່ວມ​ມື​ໃນ​ທົ່ວ​ໂລກ​ຂະຫຍາຍຕົວ​ອອກ​ຢ່າງຮອບດ້ານ​ແລະ​ ມີ​ຫຼາຍ​ລະດັບ, ປະ​ເທດ​ທີ່​ເປັນ​ຕະຫຼາດ​ຈະເລີນ​ໃໝ່​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ​ມີ​ກຳລັງ​ຕົວ​ຈິງ​ ໂດຍ​ລວມ​ເພີ່ມ​ທະວີ​ຂຶ້ນ, ການ​ປຽບທຽບຂອງກຳລັງ​ຕ່າງໆ​ໃນ​ສາກົນພວມ​ຂະຫຍາຍຕົວ​ກ້າວ​ໄປ​ສູ່ທິດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​​ໂລກ,ມີ​ເງື່ອ​​ໄຂ​ທີ່​ດີ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ ໃນ​ການ​ປົກ​ປັກຮັກສາ​ຄວາມ​ໝັ້ນຄົງ​​ໂດຍ​ລວມຂອງ​ສະຖານະ​ການສາ ກົນ.
 ພ້ອມ​ດຽວ​ກັນ​ນັ້ນ,​​ໃນ​ໂລກ​ນີ້​ຍັງ​ບໍ່​ສະຫງົບ​ຄື​ເກົ່າ. ວິ​ກິດ​ການ​ການ​ເງິນ​ສາກົນ​ໄດ້ສົ່ງ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ,ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຍັງ​ປະ​ເຊີນ​ກັບ​ປັດ​ໄຈ​ທີ່​ບໍ່​ໝັ້ນ​ທ່ຽງ​ແລະ​ປັດ​ໄຈ​ທີ່​ບໍ່​ແນ່ນອນ​ເພີ່ມ​ຫຼາຍ​ຂຶ້ນ, ຄວາມ​ບໍ່​ສະ​ໝ່ຳສະ​ເໝີ​ຂອງ​ການ​ພັດທະນາ​ໃນ​ທົ່ວ​ໂລກ​ໜັກໜ່ວງ​ຂຶ້ນ​ຕື່ມ, ລັດທິເຈົ້າໂລກ, ການ​ເມືອງ​ມະຫາ​ອຳນາດ​ແລະ​ລັດທິ​ແຊກ​ແຊງ​ແບບ​ໃໝ່​ໄດ້​ເພີ່ມຫຼາຍ​ຂຶ້ນ, ຄວາມ​ປັ່ນ​ປ່ວນ​ບໍ່​ສະຫງົບ​ໃນ​ບາງ​ເຂດ​ແຄວ້ນ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ, ບັນຫາລວມຂອງ​ໂລກ​ເຊັ່ນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ,ແລະຄວາ​ມປອດ​ໄພ​ດ້ານ​ພະລັງງານ​ແລະ​ຊັບພະຍາກອນ, ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ​ເຫຼົ່າ​ນີ້​ເປັນ​ຕົ້ນໄດ້​ພົ້ນ​ເດັ່ນ​ຂຶ້ນ​ຕື່ມ.
 ມວນ​ມະນຸດ​ມີ​ພຽງ​ແຕ່​ໂລກໜ່ວຍ​ດຽວ,ບັນດາ​ປະ​ເທດ​ຢູ່​ຮ່ວມ​ກັນ​ໃນ​ໂລກ​ດຽວ. ປະຫວັດສາດ​ໄດ້​ບອກ​ໃຫ້​ຮູ້ວ່າ,ປາ​ໃຫຍ່​ກິນ​ປາ​ນ້ອຍ​ບໍ່​ແມ່ນ​ວິທີ​ທີ່​ຄົງ​ຕົວ​ຮ່ວມ​ກັນ​ຂອງ​ມວນ​ມະນຸດ,ການ​ໃ​ຊ້ກຳລັງ​ອາ  ວຸດ​ຕາມ​ລຳ​ພັງ​ໃຈ​ແມ່ນ​ບໍ່​ສາມາດ​ສ້າງ​ໂລກ​ທີ່​ດີງາມ​ໄດ້. ຄວນ​ເອົາ​ສັນຕິພາບ, ບໍ່​​ເອົາ​ສົງຄາມ,​ ເອົາ​ການ​ພັດທະນາ​ບໍ່​ເອົາ​ຄວາມທຸກ​ຍາກ, ​ເອົາ​ການ​ຮ່ວມ​ມື​ບໍ່​ເອົາ​ການ​ເປັນ​ປໍ​ລະ​ປັກ​ກັນ,ຊຸກ​ຍູ້ການ​ກໍ່ສ້າງ​ໂລກ​ທີ່​ກົມກຽວ​ປອງ​ດອງ​,ມີ​ສັນຕິພາບ​ຍາວນານ, ມີຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​,ນີ້​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ.
 ພວກ​​​ເຮົາ​ມີ​ຈຸດ​ຢືນ​ວ່າ,​ໃນ​ການ​ພົວພັນ​ລະຫວ່າງ​ຊາດ​ໃຫ້​ສົ່ງ​ເສີມ​ຈິດ​ໃຈ​ທີ່​ສະ​ເໝີ​ພາບ, ​ໄວ້​ເນື້​ອ​ເຊື່ອ​ໃຈ​ກັນ,​ມີ​ຄວາມ​ໂອບເອື້ອອາລີ​​ແລະ​ຖອດ​ຖອນ​ບົດຮຽນ​ຮ່ວມກັນ, ຮ່ວມ​ມື​ກັນ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ຍຸດຕິ​ທຳແລະຄວາມເປັນທຳ​ຂອງ​ສາກົນ. ຄວາມສະ​ເໝີ​ພາບ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໝາຍຄວາມວ່າ ​ຄວນ​ເຄົາລົບ​ປະຕິບັດ​ຈຸດປະສົງ​ແລະ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ,ຍຶດໝັ້ນ​ຫຼັກການ​ບໍ່​ວ່າ​ປະ​ເທດ​ນ້ອຍ​ຫຼື​ໃຫຍ່,​ເຂັ້ມ​ແຮງ​ຫຼື​ອ່ອນ​ແອ,ຮັ່ງມີ​ຫຼື​ທຸກຍາກ​​ລ້ວນ​ແຕ່​ແມ່ນ​ສະ​ເໝີ​ພາບ​ກັນ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຊາດ​ໃຫ້​ຫັນ​ເປັນ​ປະຊາທິປະ​ໄຕ,​ ເຄົາລົບ​ອະທິປະ​ໄຕ, ຮ່ວມ​ກັນ​ຊົມ​ໃຊ້​ຄວາມ​ໝັ້ນຄົງ, ປົກ​ປັກ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ. ການມີ​ຄວາມ​ໂອບເອື້ອ​ອາລີ​ແລະ​ຖອດ​ຖອນ​ບົດຮຽນ​ນຳ​ກັນໝາຍຄວາມວ່າ​ເຄົາລົບ​ຄວາມ​ຫຼາກ​ຫຼາຍ​ຂອງ​ອາ​ລິ​ຍະ​ທຳ​​ໃນ​ໂລກ​ແລະ​ຄວາມ​ຫຼາກ​ຫຼາຍ​ຂອງ​ເສັ້ນທາງ​ການ​ພັດທະນາ, ​ເຄົາລົບ​ແລະ​ປົກ​ປັກ​ຮັກສາ​ສິດ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ການ​ເລືອກ​ລະບອບ​ສັງຄົມ​ ແລະ​ ເສັ້ນທາງ​ການ​ພັດທະນາ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ຖອດ​ຖອນ​ບົດຮຽນ​ນຳ​ກັນ, ຊຸກ​ຍູ້​ຄວາມ​ກ້າວໜ້າ​ຂອງ​ອາ​ລິ​ຍະ​ທຳ​ຂອງ​ໂລກ. ການ​ຮ່ວມ​ມື​ກັນ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ​ໝາຍຄວາມວ່າຄວນ​ສົ່ງ​ເສີມ​ສະຕິ ກ່ຽວກັບໂຊກຊະຕາຮ່ວມກັນ​ຂອງ​ມວນ​ມະນຸດ,​ ໃນ​ເວລາ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕົນ​ຄວນ​ເບິ່ງ​ແຍງແລະ​ພິຈາລະ ນາ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ທີ່ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ເທດ​ອື່ນ,​ ໃນ​ຂະ​ນະ​ທີ່ສະ​ແຫວ​ງຫາ​ການ​ພັດທະນາ​ຂອງ​ປະ​ເທ​ດຕົນ​​ນັ້ນຊຸກ​ຍູ້​ໃຫ້​ບັນດາ​ປະ​ເທດ​ພັດທະນາ​ຮ່ວມ​ກັນ, ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່ຮ່ວມ​ມື​​ແບບ​ໃໝ່ເພື່ອ​ການ​ພັດທະນາຂອງ​ໂລກ ​ທີ່​ມີ​ຄວາມ​ສະ​ເໝີ​ພາບ​ແລະ​ສະ​ໝ່ຳສະ​ເໝີ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຮ່ວມ​ກັນ​ມີ​ສິດ​ແລະ​ໜ້າ​ທີ່​ຮັບຜິດຊອບ​ແລະເພີ່ມທະວີ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ມວນ​ມະນຸດ.
 ຈີນ​ຈະ​ສືບ​ຕໍ່​ຍົກ​ສູງ​ຄັນ​ທຸງ​ສັນຕິພາບ, ການ​ພັດທະນາ, ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ ແລະ​ຊຸກ​ຍູ້​ການ​ພັດທະນາ​ຮ່ວມ​ກັນ​ຢ່າງ​ໝັ້ນ​ຄົງຍາວນານ.
 ຈີນ​ຈະ​ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເພື່ອ​ສັນຕິພາບ​ທີ່​ເປັນ​ເອກະລາດ​ ແລະ​ເປັນ​ເຈົ້າ​ຕົນ​ເອງຢ່າງ​​ເດັດດ່ຽວ​ໜຽວ​ແໜ້ນ. ພວກ​​​ເຮົາ​​ເດັດດ່ຽວ​ປົກ​ປັກ​ຮັກສາອະທິປະ​ໄຕ, ຄວາມ​ປອດ​ໄພ​ແລະ​ຜົນ​ປະ​ໂຫຍ​ດຂອງການ​ພັດ ທະນາ​ຂອງ​ຊາດ,​ເດັດຂາດ​ຈະ​ບໍ່​ອ່ອນ​ຂໍ້​ຕໍ່​ກຳລັງ​ກົດ​ດັນ​ໃດໆ​ທີ່​ມາ​ຈາກ​ພາຍ​ນອກ. ພວກ​​​ເຮົາ​ຕົກລົງ​ຫຼັກ​ໝັ້ນ​ແລະ​ນະ​ໂຍບາຍ​ຂອງ​ຕົນ​ໂດຍ​ອີງ​ຕາມ​​ຄວາມ​ຜິດ​ຄວາ​ມຖືກ​ຂອງ​ເຫດການ, ຍຶດຖື​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ. ຈີນ​ມີ​ຈຸດ​ຢືນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ບັນຫາ​ຈຸດ​ສຸມ​ໃນ​ສາກົນ​ດ້ວຍສັນ ຕິ​ວິທີ,ຄັດຄ້ານ​ການຢູ່ບໍ່ຢູ່ກໍ່​ໃຊ້​ກຳລັງ​ອາວຸດ​ຫຼື​ຂົ່ມ​ຂູ່ດ້ວຍ​ກຳລັງ​ອາວຸດ,ຄັດຄ້ານ​ການ​ໂຄ່ນ​ລົ້ມ​ອຳນາດ​ທີ່​ຊອບ​ດ້ວຍກົດໝາຍ​ຂອງ​ປະ​ເທດ​ອື່ນ, ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ. ຈີນ​ຄັດ​ຄ້ານ​ລັດທິ​ເຈົ້າ ໂລກ​ແລະ​ການ​ເມືອງ​ມະຫາ​ອຳນາດ​ທຸກ​ຮູບ​ແບບ, ບໍ່​ແຊກ​​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດອື່ນ, ຈີນ​ຈະ​ບໍ່​ເປັນ​ເຈົ້າໂລກ​ແລະ​ຈະ​ບໍ່​ແຜ່​ຂະຫຍາຍຂອບເຂດ​ອິດ​ທິພົນ​ແລະອານາເຂດຕະຫຼອດ​ໄປ. ຈີນ​ຈະຍຶດ ໝັ້ນ​ໃນ​ການ​ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຈີນ ປະສານ​ສົມ​ທົບ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ,​ເຂົ້າ​ຮ່ວມ​ວຽກ​ງານ​ສາກົນ​ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ,​ ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມຮັບຜິດຊອບ,​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຕ່າງໆ​ທີ່ໂລກປະ​ເຊີນ​ໜ້າ.
ຈີນ​ຈະ​ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ລົງ​ເລິກ​ການ​ຮ່ວມ​ມື​ເພື່ອ​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ​ຢ່າງ​​ແຂງ​ແຮງ, ຕໍ່​ເນື່ອງ​ແລະ​ດຸນ​ດ່ຽງ​ກັນ.ຈີນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຫຼຸດ​ຊ່ອງ​ຫວ່າງ​ລະຫວ່າງ​ເໜືອ​ໃຕ້​ໃຫ້​ໜ້ອຍ​ລົງ, ສະໜັບສະ ໜູນ​ປະ​ເທດ​ທີ່​ພວມ​ພັດທະນາ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ດ້ວຍ​ຕົນ​ເອງ. ຈີນ​ຈະ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​​ເສດຖະກິດ​ມະຫາ​ພາກກັບ​ອົງ​ກອນ​ເສດຖະກິດ​ສຳຄັນ,​​ ໃຊ້​ວິທີ​ປຶກ ສາ​ຫາລື​ກັນ​ເພື່ອແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​​ໃຫ້​ເໝາະ​ສົມ. ຈີນ​ຍຶດໝັ້ນ​ໃນ​ການ​ເຮັດ​ໃຫ້​ມີ​ສິດ​ແລະ​ພັນທະ​ທີ່​ສົມຄູ່​ກັນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ເສດຖະກິດ​ໂລກ, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ຫັນ​ເປັນ​ແບບ​ເສລີ​ແລະ​ສະດວກ​ຂຶ້ນ,ຄັດຄ້ານ​ລັດທິ​ປົກ​ປ້ອງການຄ້າ​ທຸກ​ຮູບ​ແບບ.
 ຈີນ​ຍຶດໝັ້ນພັດທະນາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຮອບດ້ານ ກັບ​ບັນດາ​ປະ​ເທດ​ບົນ​ພື້ນຖານ​ຫຼັກການປັນຈະສີລາເພື່ອຢູ່​ຮ່ວມ​ກັນ​ໂດຍ​ສັນຕິ. ພວກ​​​ເຮົາ​ຈະ​ປັບປຸງ​ແລະ​ພັດທະນາ​ການ​ພົວພັນ​ກັບປະ​ເທດ​ທີ່​ພັດທະນາ​ແລ້ວ,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື,​ແກ້​​ໄຂ​ຄວາມ​ຂັດ​ແຍ່ງ​ຢ່າງ​ເໝາະ​ສົມ,ຊຸກ​ຍູ້ການ​ສ້າງ​ການ​ພົວພັນ​​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່ ​ທີ່​ໝັ້ນຄົງ​ຍາວ​ນານ​ ແລ​ະພັດທະນາ​ຢ່າງ​ປອດ​ໃສ. ພວກ​​​ເຮົາ ​ຈະຍຶດໝັ້ນ​ການ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເ​ປັນ​ຄູ່ຮ່ວມ​ມື,ຮັດ​ແໜ້ນ​ມິດ​ຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພະຍາຍາມ​ເຮັດ​ໃຫ້ການ​ພັດທະນາ​ຂອງ​ຕົນ​ສາມາດນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ອ້ອມ​ຂ້າງ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.ພວກ​​​ເຮົາ​ຈະ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່​ພວມ​ພັດ ທະນາ​ທັງຫຼາຍ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດທີ່​ຊອບ​ທຳ​ຂອງບັນດາປະ​ເທດ​ທີ່​ພວມ​ພັດທະນາ, ສະໜັບສະໜູນ​ປະ​ເທດ​ທີ່​ພວມ​ພັດທະນາ​ທັງຫຼາຍ ​ເພີ່ມ​ລັກສະນະ​ຕົວ​ແທນ​ແລະ​ສິດປະກອບ​ຄິດ​ຄຳ​ເຫັນ​ໃນ​ວຽກ​ງານ​ສາກົນ,​ເປັນ​ເພື່ອນ​ມິດ​ທີ່ໄວ້ໃຈໄດ້ແລະ ຄູ່ຮ່ວມ​ມື​ທີ່​ຈິງ​ໃຈ​ຂອງ​ປະ​ເທດ​ທີ່​ພວມ​ພັດທະ ນາ​ຕະຫຼອດ​ໄປ.ພວກ​​​ເຮົາ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຫຼາຍ​ຝ່າຍ, ສະໜັບສະໜູນ​ອົງການ​ສະຫະ​ປະ ຊາຊາດ,ກຸ່ມ20​ປະ​ເທດ​ຫຼືG20,ອົງການ​ຮ່ວມ​ມື​ຊຽງ​ໄຮ,ປະ​ເທດ​BRICS (​ເບຼຊີ​ນ,ຣັດ​ເຊຍ,ອິນ​ເດຍ,ຈີນ​ແລະ​ອາ​ຟຼິກກາ​ໃຕ້)​ແລະ​ອົງການ​ຈັດ​ຕັ້ງອື່ນໆ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ, ຊຸກ​ຍູ້ລະບຽບສາກົນ​ແລະ​ລະບົບ​ສາກົນ​ໃຫ້ໄດ້ພັດທະນາ​ໄປ​ຕາມ​ທິດ​ທີ່​ຍຸດຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ. ພວກ​​​ເຮົາ​ຈະ​ຊຸກຍູ້ ການ​ຕ່າງປະ​ເທດ​ສາທາລະນະ​ແລະ​ການ​ແລກປ່ຽນວັດທະນະທຳ​ຢ່າງ​ໜັກ​ແໜ້ນ, ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງປະເທດ​ຈີນຢູ່ຕ່າງປະ​ເທດ. ພວກ​​​ເຮົາ​ຈະ​ດຳ​ເນີນ​ການ​ໄປມາຫາ​ສູ່ ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ພັກ​ການ​ເມືອງ ​ແລ​ະ ອົງການ​ຈັດ​ຕັ້ງ​ທາງການ​ເມືອງ​ຂອງ​ປະ​ເທດ​ຕ່າງໆ​,​​ ເພີ່ມ​ທະວີ​ການແລກປ່ຽນກັບຕ່າງປະເທດຂອງສະພາ​ປະຊາຊົນ​ແຫ່ງ​ຊາດ, ສະພາ​ປຶກສາ​ການ​ເມືອງ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ແລະ​ອົງການ​ຈັດ​ຕັ້ງ​ປະຊາຊົນ​, ຮັດ​ແໜ້ນ​ພື້ນຖານ​ສັງຄົມ​ໃນ​ການ​ພັດ ທະນາ​ການ​ພົວພັນ​ລະຫວ່າງ​ປະ​ເທດ.
 ປະຊາຊົນ​ຈີນ​ຮັກຫອມ​ສັນຕິພາບ, ປາຖະ​ໜາຢ່າງ​ແຮງ​ກ້າ​ຢາກ​ມີ​ການ​ພັດທະນາ,​ ແລະ​ຍິນ​ດີ​ຮ່ວມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ພາລະກິດ​ອັນ​ສູງ​ສົ່ງ​ແຫ່ງ​ສັນຕິພາບ​ແລະການ​ພັດທະນາ​ຂອງ​ມວນ​ມະນຸດ.
XII ຍົກ​ລະດັບ​ການກໍ່ສ້າງ​ພັກ​ຢ່າງ​ມີວິທະຍາສາດ​ໃຫ້​ສູງ​ຂຶ້ນ​ຢ່າງຮອບດ້ານ
ພັກ​ພວກເຮົາ ໄດ້​​ແບກ​ຫາບ​ໜ້າ​ທີ່​ອັນ​ສຳຄັນໃນ​ການ​ສາມັກຄີ​ແລະ​ນຳພາ​ປະຊາຊົນ​ສ້າງ​ສັງຄົມ​ທີ່ ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຮອບດ້ານ,ຊຸກ​ຍູ້ການ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ, ບັນລຸ​ເປົ້າ​ໝາຍ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນຄືນໃໝ່. ຖ້າວ່າພັກ​ມີ​ກຳລັງ​ເຂັ້ມ​ແຂງ,ພັກ​ກັບ​ປະຊາຊົນ​ມີ​ສາຍ​ພົວພັນ​ແບບກາຍອິນຊີແລ້ວ, ປະ​ເທດ​ກໍ່​ຈະ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີ​ສ​ະຖຽນ ລະ​ພາບ,ປະຊາຊົນ​ກໍ່​ຈະ​ມີ​ຄວາມ​ສະຫງົບ​ສຸກ.ການ​ພັດທະນາ​ຂອງ​ສະຖານະ​ການ,ການ​ບຸກ​ເບີກ​ພັດທະ ນາ​ຂອງ​ວຽກ​ງານ​ແລະ​ຄວາມ​ຄອງ​ຄອຍ​ຂອງ​ປະຊາຊົນ​ ລ້ວນ​ແຕ່​ຮຽກຮ້ອງ​ໃຫ້​ພວກ​​​ເຮົາ​ປະ​ຕິບັດ​ຕາມ ຈິດ​ໃຈຂອງການປະຕິ​ຮູບ​ແລະ​ປະດິດ​ສ້າງ​​ ໃນ​ການ​ຊຸກ​ຍູ້​ໂຄງການໃໝ່​ອັນ​ຍິ່ງ​ໃຫຍ່​ໃນ​ການກໍ່ສ້າງ​ພັກ ຢ່າງຮອບດ້ານ,ຍົກ​ລະດັບ​ການ​ກໍ່ສ້າງ​ພັກ​ຢ່າງ​ມີ​ວິທະຍາສາດ​ໃຫ້​ສູງ​ຂຶ້ນຢ່າງຮອບດ້ານ.
ທົ່ວ​ພັກ​ຕ້ອງ​ຈື່​ຈຳ​​ໃຫ້​ດີ​ວ່າ, ມີ​ພຽງ​ແຕ່​ອີງ​ອາ​ໃສ​ປະຊາຊົນ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ ເທົ່ານັ້ນ,ພັກ​ຈິ່ງ​ສາມາດ​ຢູ່ໃນຖານະຜູ້ມີ​ໄຊ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ມີ​ພຽງ​ແຕ່​ມີ​ສະຕິ​ລະວັງ​ຕົວ​ຕໍ່​ຄວາມ​ອັນຕະລາຍຢູ່ສະ​ເໝີ,ແລະບືນຕົວກ້າວໜ້າຂຶ້ນເທົ່ານັນ,ພັກ​ຈິ່ງ​ສາມາດ​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ພາຍ​ໃຕ້​ສະຖານະ​ການ​ໃໝ່, ພັກໄດ້​ປະ​ເຊີນ​ໜ້າ​ກັບ​ກາ​ນທົດ​ສອບ​ຫຼາຍ​ດ້ານ​ທີ່ສັບ​ສົນ​ຂ້ຽວຂາດ​ໃນ​ໄລ​ຍະ​ຍາວ​ຄື​ການ​ທົດ​ສອບ​ໃນ​ການ​ກຳ​ອຳນາດ,ການ​ທົດ​ສອບ​ໃນ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູສູ່​ໂລກ​ພາຍ​ນອກ, ການ​ທົດ​ສອບ​ຂອງ​ຕະຫຼາດ​ເສດຖະກິດ​ແລະການ​ທົດ​ສອບ​ຈາກ​ສະພາບ​ແວດ​ລ້ອມ​ພາຍ​ນອກ.​ແລະ​ພັກ​ຍັງຈະ​ປະ​ເຊີນ​ໜ້າ​ກັບ​ຄວາມ​ອັນຕະລາຍ​ຕ່າງໆ​ທີ່​ພົ້ນ​ເດັ່ນ​ຄື​ມີ​ຄວາມ​ລົດ​ລະ​ທາງ​ດ້ານ​ຈິດ​ໃຈ, ຄວາມ​ສາມາດ​ບໍ່​ພຽງພໍ, ຫ່າງ​ເຫີ​ນຈາກ​ປະຊາ​ຊົນ​ແລະ​ການສໍ້​ລາດ​ບັງ​ຫຼວງ. ການ​ຍົກ​ລະດັບ​ການ​ນຳພາ​ແລະ​ການປົກຄອງ​ບໍລິຫານ​ຂອງ​ພັກ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ການເພີ່ມ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ​ ບໍ່​ໃຫ້​ເສຍ​ທາດ​ຂາດ​ຄຸນ​ແລະການ​ສໍ້ລາດ​ບັງ​ຫຼວງ​ແລະ​ການຍົກ​ສູງ​ຄວາ​ມສາມາດ​ໃນ​ການ​ຮັບມືກັບ​ຄວາມ​ສ່ຽງ, ນີ້​ເປັນ​ບັນຫາ​ສຳຄັນ​ທີ່​ພັກ​ຕ້ອງ​ແກ້​ໄຂ​ເພື່ອ​ປັບປຸງ​ຖານະ​ການ​ກຳ​ອຳນາດ​ໃຫ້​ໝັ້ນຄົງ​ ແລະ​ບັນລຸ​ການ​ເຮັດ​ຫຼ້ອນ​ໜ້າ​ທີ່​ຕາມ​ເປົ້າ​ໝາຍ​ໃນ​ການ​ກຳ​ອຳນາດ. ທົ່ວ​ພັກ​ຕ້ອງ​ເພີ່ມ​ທະວີ​ຄວາມມີສະຕິ​ແລະ​ຮີບ​ຮ່ອນ​​ໃນ​ການ​ປະຕິບັດ​ໜ້າ​ທີ່​ແລະ​ເພີ່ມ​ຄວາມ​ຮັບຜິດຊອບ,ກຳ​ແໜ້ນ​ສິ່ງ​ສຳຄັນ​ທີ່​ຄວນ​ເຮັດ​ຄື​ເພີ່ມ​ທະວີ​ການ​ກໍ່ສ້າງ​ຄວາມ​ສາມາດຂອງ​ພັກ​ໃນ​ການ​ກຳ​ອຳນາດ​,​ເພີ່ມ​ທະວີ​ການ​ກໍ່ສ້າງ​ໃຫ້​ມີ​ຄວາມ​ກ້າວໜ້າ​ແລະ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ. ຍຶດໝັ້ນ​ໃນ​ການ​ປົດ​ປ່ອຍ​ແນວ​ຄິດ,ການ​ປະຕິ​ຮູບ​ແລະ​ປະດິດ​ສ້າງ, ຍຶດໝັ້ນ​ພັກ​ຕ້ອງ​ຄຸ້ມ​ຄອງ​ພັກ​ແລະມີການ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ,​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃນ​ດ້ານ​ແນວ​ຄິດ,ການຈັດ​ຕັ້ງ, ​ແບບ​ແຜ​ນວິທີ​ເຮັດ​ວຽກ,ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ການ​ກໍ່ສ້າງ​ດ້ານ​ລະບຽບ​ການ,​ ເພີ່ມ​ທະວີ​ການ​ສ້າງ​ຄວາມ​ບໍລິສຸດ​ດ້ວຍ​ຕົນ​ເອງ,ປັບປຸງ​ພັດທະນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ກ້າວໜ້າ​ດີ​ຂຶ້ນ, ປ່ຽນ​ແປງ​ຕົນ​ເອງ,​ ແລະ​ຍົກ​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ,ກໍ່ສ້າງ​ພັກ​ກຳ​ອຳນາດ​ລັດທິ​ມາກ​ແບບຄົ້ນຄວ້າ​ຮ່ຳຮຽນ, ​ແບບ​ບໍລິການ​ແລະ​ແບບ ປະດິດ​ສ້າງ,ຮັບປະກັນ​ໃຫ້​ພັກ​ເປັນສູນກາງ​ ນຳພາ​ອັນ​ໝັ້ນ​ແກ່ນ​ຂອງ​ພາລະກິດ​ສ້າງສັງຄົມ​ນິຍົມ ​ທີ່ມີ​ສີສັນ​ພິ​ເສດ​ຂອງ​ຈີນ.
1. ຍຶດໝັ້ນ​ອຸດົມ​ການ​ແລະ​ຄວາມ​ເຊື່ອ​ໃຫ້​ໝັ້ນ​ຄົງແລະເດັດຂາດ,ຍຶດໝັ້ນການ​ສະ​​ແຫວ​ງຫາ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ກອມ​ມູນິດ. ການ​ເຊື່ອ​ຖື​ລັດທິ​ມາກ,ມີ​ຄວາມ​ເຊື່ອ​ຕໍ່​ສັງຄົມ​ນິຍົມ​ແລະ​ລັດທິ​ກອມ​ມູນິດ​ແມ່ນ​ປັດ​ໃຈການ​ເມືອງອັນ​ສຳຄັນ​ທີ່​ສຸດຂອງສະມາຊິກ​ພັກ​ກອມ​ມູນິດ,​ ເປັນ​ສິ່ງ​​ໃຫ້​ກຳລັງ​ແຮງ​ໃຈ​ແກ່​ສະ ມາຊິກ​ພັກ​ກອມ​ມູນິດໃຫ້ທົນທານຕໍ່​ການ​ທົດ​ສອບ​ນາໆປະການ. ຄວນ​ກຳ​ແໜ້ນ​ການ​ກໍ່ສ້າງ​ແນວ​ຄິດ​ທີ່​ເປັນ​ສິ່ງ​ສຳຄັນ​ທີ່​ສຸດໃນ​ການ​ກໍ່ສ້າງ​ພັກ,ຄົ້ນຄວ້າ​ຮ່ຳຮຽນ​ລັດທິ​ມາກ​ເລ​ນິນ,​ແນວ​ຄູິດ​ເໝົາເຈີຕົງ, ລະບົບ​ທິດ​ສະດີ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,ລົງ​ເລິກ​ຄົ້ນຄວ້າ​ຮ່ຳຮຽນ​ແລະ​ປະຕິບັດ​ຕົວ​ຈິງ​ຕາມ​ທັດສະ ນະພັດທະນາ​ແບບ​ວິທະຍາສາດ,ຊຸກ​ຍູ້​ການ​ສ້າງ​ຕັ້ງ​ອົງການ​ຈັດ​ຕັ້ງ​ພັກແບບຄົ້ນຄວ້າ​ຮ່ຳຮຽນ, ສຶກສາ ອົບຮົມ​ແລະ​ດຶງດູດ​ສະມາຊິກ​ພັກ, ພະນັງານ​ການນຳ​ສູ້ຊົນ​ເພື່ອ​ອຸດົມ​ການ​ຮ່ວມ​ຄືສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ໝັ້ນ​ຄົງແລະເດັດຂາດ. ກຳ​ແໜ້ນ​ການ​ສຶກສາ​ດ້ານ​ລັກ​ສະ​ນະ​ທາດ​ແທ້​ຂອງ​ພັກ​ຊຶ່ງ​ເປັນ​ວຽກ​ງານ​ໃຈກາງ,ຄົ້ນ​ຄວ້າ​ຮ່ຳຮຽນ​ປະຫວັດສາດ​ຂອງ​ພັກ,​ ເສື່ອ​ມຊຶມ​ຮັບຮູ້​ເຖິງ​ບົດຮຽນ​ທາງບວກ ແລະທາງ​ລົບ​ທີ່​ສະຫຼຸບ​ລະບຸ​ໄວ້​ໃນ​ມະຕິ​ກ່ຽວ​ກັບ​2ບັນຫາ​ໃນ​ປະຫວັດສາດ​ຂອງ​ພັກ,​ເຊີດ​ຊູ​ມູນ​ເຊື້ອ​ແລະ​​ ແບບ​ແຜນ​ວິທີເຮັດ​ວຽກ​ອັນ​ດີງາມ​ຂອງ​ພັກ, ສຶກສາ​ແລະ​ດຶງດູດ​ສະມາຊິກ​ພັກ,ພະນັກງານ​ການ​ນຳ​ສ້າງ​ທັດສະນະ​ທີ່​ຖືກຕ້ອງ​ຄື​ໂລກກະທັດ, ທັດ​ສະ​ນະ​ສິດ​ອຳນາດ​ແລະ​ທັດສະນະ​ວຽກງານ, ມີ​ຈຸດ​ຢືນ​ການ​ເມືອງ​ອັນ​ເດັດດ່ຽວ​ໜຽວ​ແໜ້ນ,ຮູ້​ອັນ​ໃດ​ຜິດ​ອັນ​ໃດ​ຖືກຢ່າງ​ຈະ​ແຈ້ງ. ກຳ​ແໜ້ນ​ການ​ກໍ່ສ້າງ​ຄຸນສົມບັດ​ຊຶ່ງ​ເປັນ​ວຽກ​ງານ​ພື້ນຖານ. ສຶກສາ​ແລະ​ດຶງດູດ​ສະມາຊິກ​ພັກ​ແລະ​ພະນັກງານ​ການ​ນຳ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ທັດສະນະ​ກ່ຽວ​ກັບກຽດ​ແລະສັກສີສັງຄົມ​ນິຍົມ, ຍຶດຖື​ຄຸນ​ລັກສະນະ​ຂອງ​ພັກ,​ ເອົາ​ໃຈ​ໃສ່​ຄຸນສົມບັດ,​ເປັນ​ແບບຢ່າງ​ທີ່​ດີ,​ເປັນ​ຜູ້ສາທິດ​ຄຸນສົມບັດ​ສັງຄົມ​ນິຍົມ,​ ເປັນ​ຜູ້ນຳ​ພາ​ຄ່າ​ນິຍົມ​ຄວາມ​​ຊື່ສັດ,​ເປັນ​ຜູ້ປົກ​ປັກ​ຮັກສາຄວາມ​ຍຸດຕິ​ທຳ​ແລະ​ຄວາມ​​ເປັນ​ທຳ,ສະ​ແດງ​ໃຫ້​ເຫັນ​ບຸກຄະ​ລິກຂອງ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ດ້ວຍ​ການ​ກະທຳ​ຕົວ​ຈິງ.
2.  ຍຶດ​ໝັ້ນ​ໃນ​ການ​ຖື​ຄົນ​ເປັນກົກ,ກຳອຳ​ນາດ​ເພື່ອ​ປະ​ຊາ​ຊົນ,ຮັກ​ສາ​ສາຍ​ພົວ​ພັນ​ແບບຊີວິດ​ອິນ​ຊີລະ​ຫວ່າງ​ພັກ​ກັບ​ປະ​ຊາ​ຊົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ກາ​ນ​ຮັບ​ໃຊ້​ປະ​ຊາ​ຊົນ​ແມ່ນ​ວັດ​ຖຸ​ປະ​ສົງ​ພື້ນ​ຖານ​ຂອງ​ພັກ​,ຖື​ຄົນ​ເປັນກົກ​, ກຳ​ອຳ​ນາດ​ເພື່ອ​ປະ​ຊາ​ຊົນ​ແມ່ນ​ມາດ​ຕະ​ຖານ​ສູງ​ສຸດ​ໃນ​ການກວດ​ກາ​ທຸກໆ​ການ​ເຄື່ອນ​ໄຫວ​​ຂອງ​ພັກ​ໃນ​ການ​ກຳ​ອຳ​ນາດ​. ເວ​ລາ​ໃດ​ກໍ່​ຕ້ອງ​ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ໄວ້​ຢູ່​ໃນ​ຖາ​ນະທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ, ​ຮ່ວມ​ຈິດ​ຮ່ວມ​ໃຈ​, ຮ່ວມ​ລົມ​ຫາຍ​ໃຈ​ແລະ​ຮ່ວມ​ໂຊກ​ຊະ​ຕາ​ກຳອັນ​ດຽວ​ກັນ​ກັບ​ປະ​ຊາ​ຊົນ​, ແລະ​ອີງ​ອາ​ໄສ​ປະ​ຊາ​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ຕະ​ເໝີ​ປາຍ​ເພື່ອ​ຊຸກ​ຍູ້​ໃຫ້​ປະ​ຫວັດ​ສາດ​ຂະ​ຫ​ຍາຍ​ຕົວ​ໄປ​ໜ້າ. ​ປິ່ນ​ອ້ອມ​ການ​ຮັກ​ສາ​ຄວາມ​ກ້າວ​ໜ້າ​ແລະ​ຄວາມ​ບໍ​ລິ​ສຸດ​ຜຸດ​ຜ່ອງຂອງ​ພັກ,​ທົ່ວ​ພັກ ລົງ​ເລິກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ສຶກ​ສາ​ແລະ​ ການ​ປະ​ຕິ​ບັດ​ແນວ​ທາງ​ມະ​ຫາ​ຊົນ​ຂອງ​ພັກ​ໂດຍ​ມີ​ເນື້ອ​ໃນ​ຕົ້ນ​ຕໍ​ຄື''ເພື່ອ​ປະ​ຊາ​ຊົນ, ການ​ປະ​ຕິ​ບັດ​ຕົວ​ຈິງ​ແລະ​ບໍ​ລິ​ສຸດ​ຂາວ​ສະ​ອາດ'', ສຸມ​ໃສ່​ແກ້​ໄຂ​ບັນ​ຫ​າ​ພົ້ນ​ເດັ່ນ​ທີ່​ປະ​ຊາ​ຊົນ​ສ່ອງ​ແສງຫຼາຍ​ທີ່​ສຸດ, ແລະ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ເຮັດ​ວຽກ​ງານ​ກ່ຽວ​ກັບ​ມະ​ຫາ​ຊົນ​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່. ບູ​ລະ​ນະ​ລະ​ບຽບການ​ກ່ຽວ​ກັບ​ພະ​ນັກ​ງານ​ພັກ​ຕິດ​ຕໍ່​ພົວ​ພັນ​ກັບ​ມະ​ຫາ​ຊົນ​ໂດຍ​ກົງ​ໃຫ້​ສົມ​ບູນ​ຂຶ້ນ. ​ຍຶດ​ໝັ້ນ​ໃນ​ການ​ຂໍ​ຄວາມ​ຄິດ​ເຫັນ​ຈາກ​ປະ​ຊາ​ຊົນ​ເພື່ອ​ສ້າງ​ນະ​ໂຍ​ບາຍ​ທີ່​ມີ​ປະ​ສິດ​ທິ​ຜົນ​ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ເພິ່ງ​ພໍ​ໃຈ, ຮັບ​ເອົາ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ແຮງ​ຈາກ​ພຶດ​ຕິ​ກຳ​ອັນ​ຍິ່ງ​ໃຫ​ຍ່​ຂອງ​ປະ​ຊາ​ຊົນ​. ຍຶດ​ໝັ້ນ​ໃນ​ການ​ເຮັດ​ແທ້​ທຳ​ຈິງ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ​ຂຶ້ນ,ເຮັດ​ແທ້​ທຳ​ຈິງ​ເພື່ອ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮື່ອງ, ກ້າ​ບຸກ​ເບີກ​ກ້າ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ,​ປະ​ຕິ​ບັດ​ຕົວ​ຈິງ,ກະ​ທຳ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ເພິ່ງ​ພໍ​ໃຈ​ນັ້ນ​ໃຫ້ຫຼາຍກວ່າ​ເກົ່າ. ຍຶດ​ໝັ້ນ​ໃນ​ການ​ບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​ທໍລະ​ຫົດ​ອົດທົນ, ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ​ແລະ​ປະ​ຢັດ​ມັດ​ທະ​ຍັດ​, ຕັດ​ສິນ​ໃຈ​ໃນ​ການ​​ປ່ຽນ​ແປງ​ແບບ​ແຜນ​​ວິທີຂຽນບົດ​ປະ​ພັນ​ແລະ​ແບບ​ແຜນ​​ວິທີດຳ​ເນີນການປະ​ຊຸມ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ສະ​ພາບ​ຫ​ຍໍ້​ທໍ້​ຕ່າງໆ​ ເປັນ​ຕົ້ນ​ແມ່ນ​ຂີ້​ຄ້ານມັກງ່າຍ,ວິ ​ໄນ​ບໍ່​ເຂັ້ມ​ງວດ, ຫຼິ້ນ​ກິນ​ຟູມ​ເຟືອຍ​ແລະ​ອື່ນໆ,ເດັດ​ດ່ຽວ​ດັດ​ແກ້​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ແບບ​ລັດ​ທິ​ຮູບ​ແບບ,ລັດ​ທິ​ອາດ​ຍາ​ສິດ,​ນຳໃຊ້​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ທີ່​ດີ​ງາມ​ຂອງ​ພັກ​ເຮັດ​ໃຫ້​ທົ່ວ​ພັກ​ທົ່ວ​ປວງ​ຊົນ​ສາ​ມັກ​ຄື​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ແລະເຮັດໃຫ້​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ການ​ເມືອງ​ແລະ​ແບບ​ແຜນ​​ວິທີຂອງ​ສັງ​ຄົມ​ດີຂຶ້ນ. ​ສະ​ໜັບ​ສະ​ໜັບອົງ​ການ​ຈັດ ຕັ້ງ​ມະ​ຫາ​ຊົນ​ເປັນ​ຕົ້ນ​ແມ່ນ​ກຳ​ມະ​ບານ,    ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ,ສະ​ຫະ​ພັນ​ແມ່​ຍິງ​ໃຫ້​ເສີມ​ຂະ ຫ​ຍາຍ​ບົດ​ບາດ​ທີ່​ເປັນ​ຂົວ​ຕໍ່​ ຢ່າງ​ເຕັມ​ທີ່ເພື່ອສ່ອງ​ແສງ​ສຽງ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຊົນ​ແລະ​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ໃຫ້​ໄດ້​ດີກວ່າ​ເກົ່າ.
3. ​ຕັ້ງ​ໜ້າ​ພັດ​ທະ​ນາ​ປະ​ຊາ​ທິ​ປ​ະ​ໄຕ​ພາຍ​ໃນ​ພັກ,ເພີ່ມ​​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃນ​ການ​ປະ​ດິດ​ສ້າງ​ຂອງ​ພັກ​.ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ​ແມ່ນ​ຊີ​ວິດ​ຂອງ​ພັກ. ຕ້ອງ​ຍຶດ​ໝັ້ນ​ລະ​ບຽບ​ການລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ບູ​ລະ​ນະ​ລະ​ບົບ​ລະ​ບຽບການ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ​ໃຫ້​ສົມ​ບູນ​ຂຶ້ນ, ໃຊ້ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກມາດຶງດູດປະ​ຊາ​ທິ​ປ​ະ​ໄຕ​ປະ​ຊາ​ຊົນ.ຮັບ​ປະ​ກັນ​ຖານະໃນຄວາມສຳຄັນຕົ້ນຕໍຂອງ​ສະ​ມາ​ຊິກ​ພັກ,ບູ​ລະ​ນະ​ລະ​ບຽບການປະ​ກັນ​ສິດ​ປະ​ຊາ​ທິ​ປ​ະ​ໄຕ​ຂອງ​ສະ​ມາ​ຊິກ​ພັກ​ໃຫ້​ສົມ​ບູນ​ຂຶ້ນ, ດຳ​ເນີນ​ການ​ຕິ​ຊົມ​ກັນແລະ​ຕິ​ຊົມ​ຕົນ​ເອງ, ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ຫາຍ​ທີ່​ມີ​ປະ​ຊາ​ທິ​ປະ​ໄຕ​ແລະ​ສະ​ເໝີ​ພາບ, ສ້າງ​ບັນ​ຍາ​ກາດ​ການ​ເມືອງ​ທີ່​ປຶກ​ສາ​ຫາ​ລື​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ແລະ​ສ້າງ​ສະ​ພາບ​ແວດ​ລ້ອມ​ລະ​ບຽບ ການ​ຕິດ​ຕາມກວດ​ກາ​ແບບປະ​ຊາ​ທິ​ປະ​ໄຕ​ຢູ່​ພາຍ​ໃນ​ພັກ, ປະ​ຕິ​ບັດ​ຕົວ​ຈິງ​ໃຫ້​ສະ​ມາ​ຊິກ​ພັກ​ມີ​ສິດ​ຮູ້​ເຫດ​ການ, ສິດ​ມີ​ສ່ວນ​ຮ່ວມ,ສິດ​ເລືອກ​ຕັ້ງ​ແລະ​ສິດ​ຕິດ​ຕາມກວດ​ກາ.​ ປັບ​ປຸງ​ລະ​ບອບ​ກອງ​ປະ​ຊຸມ​ຜູ້​ແທນ​ຂອງ​ພັກ​ໃຫ້​ສົມ​ບູນ​ຂຶ້ນ, ເພີ່ມ​ອັດ​ຕາ​ສ່ວນ​ຂອງ​ຜູ້​ແທນ​ພັກ​ທີ່​ເປັນ​ກຳ​ມະ​ກອນ​ແລະ​ຊາວ​ກະ​ສິ​ກອນ,ຈັດ​ຕັ້ງ​ປະ​ຕິ​ບັດ​ແລະ​ບູ​ລະ​ນະ​ລະ​ບຽບ​ການ ​ກ່ຽວ​ກັບ​ອາ​ຍຸ​ການ​ຂອງ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ແທນ​ຂອງ​ພັກ, ທົດ​ລອງ​ປະ​ຕິ​ບັດ​ລະ​ບ​ຽບ​ການ​ຈັດ​ກອງ​ປະ​ຊຸມ​ຜູ້​ແທນ​ປະ​ຈຳ​ປີ​ຂອງ​ພັກ​ຢູ່​ຂັ້ນ​ຕາ​ແສງ, ລົງ​ເລິກ​ທົດ​ລອງ​ລະ​ບຽບ​ການປະ​ຈຳ​ການ​ຂອງກອງ​ປະ​ຊຸມ​ຜູ້​ແທ​ນ​ພັກ​ຂັ້ນ​ເມືອງ, ປະ​ຕິ​ບັດ​ລະ​ບຽບ​ການຜູ້​ແທນ​ຍື່ນ​ຍັດ​ຕິ​​ຕໍ່ກອງ​ປະ​ຊຸມ​ຜູ້​ແທນ​ພັກ. ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງ​ພາຍ​ໃນ​ພັກ​ໃຫ້​ສົມ​ບູນ​ຂຶ້ນ, ​ປັບ​ປຸງ​ການ​ສະ​ເໜີ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງຫຼາຍກວ່າ​ ຈຳ​ນວນ​ຜູ້​ແທນ​ທີ່​ກຳ​ນົດ​ໃຫ້​ເລືອກ​ຕັ້ງ, ແລະ​ການ​ເລືອ​ກ​ຕັ້ງ​ທີ່​ມີ​​ຈຳ​ນວນຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງຫຼາຍກວ່າ​ຈຳ​ນວນ​ທີ່​ກຳ​ນົດ​ໃຫ້​ເລືອກ​ຕັ້ງ​ນັ້ນ​ ໃຫ້​ເປັນ​ລະ​ບຽບ​ແບບ​ແຜນ, ກາຍ​ເປັນ​ຂັ້ນ​ຕອນ​ແລະ​ສະ​ພາບ​ແວດ​ລ້ອມ​ທີ່​ສ່ອງ​ແສງ​ເຖິງ​ຄວາມ​ປາ​ຖະ​ໜາ​ຂອງ​ຜູ້​ເລືອກ​ຕັ້ງ​ຢ່າງ​ເຕັມ​ທີ່. ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ຄະ​ນະ​ກຳ​ມະ​ການ​ຄົບ​ຄະ​ນະ​ໃນ​ການ​​​ຕົກ​ລົງ​ນະ​ໂຍ​ບາຍ​ແລະ​ຕິດ​ຕາມກວດ​ກາ, ປັບ​ປຸງ​ລະ​ບຽບ​ການ​ຫາ​ລື​ວຽກ​ງານ​ແລະ​ວາ​ລະ​ຂັ້ນ​ຕອນ​ຕົກ​ລົງນະ​ໂຍ​ບາຍ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ໃຫ້​ສົມ​ບູນ​ຂຶ້ນ, ບູ​ລະ​ນະ​ລະ​ບຽບການກ່ຽວກັບ​ຄະ​ນະ​ພັກ​ທ້ອງ​ຖິ່ນລົງຄະແນນ ສຽງໃນການ​ປຶກ​ສາ​ຫາ​ລື​ຕົກ​ລົງ​ບັນ​ຫາ​ສຳ​ຄັນ​ແລະ ​ແຕ່ງ​ຕັ້ງ​ພະ​ນັກ​ງານ​ພັກ​ທີ່​ສຳ​ຄັນ​ໃຫ້​ສົມ​ບູນ​ຂຶ້ນ. ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ​ຂັ້ນ​ຮາກ​ຖານ​ພາຍ​ໃນ​ພັກ, ບູ​ລະ​ນະ​ລະ​ບຽບການ​ຕ່າງໆ​ໃຫ້​ສົມ​ບູນ​ຂຶ້ນ​ເປັນ​ຕົ້ນ​ແມ່ນ​ລະ​ບຽບການ​ກ່ຽວ​ກັບ​ສະ​ມາ​ຊິກ​ພັກ​ຕີ​ລາ​ຄາ​ໃຫ້​ແກ່​ໜ່ວຍ​ພັກ ທີ່ນຳພາ​ອົງ​ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ​ເປັນ​ປະ​ຈຳ, ປະ​ຕິ​ບັດ​ວິ​ທີ​ເຮັດ​ວຽກ​ຕ່າງໆ​ເຊັ່ນ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ຟັງ​​ການ​ປະ​ຊຸມ​ຂອງ​ຄະ​ນະ​ພັກ​ຂັ້ນ​ຮາກ​ຖານ, ຜູ້​ແທນຂອງກອງ​ປະ​ຊຸມ​ຜູ້​ແທນ​ພັກ​ເຂົ້າ​ຮ່ວມຟັງ​ການ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ພັກ​ຂັ້ນ​ດຽວ​ກັນແລະ​ອື່ນໆ, ເພີ່ມ​ທະ​ວີ​ຄວາມ​ມີຫຼັກ​ການ​ແລະ​ຄວາມ​ໂປ່ງ​ໃສ​ຂອງການດຳ ເນີນຊີ​ວິດ​ພາຍ​ໃນ​ພັກ.
4. ລົງ​ເລິກ​ການ​ປະ​ຕິ​ຮູບ​ຕໍ່​ລະ​ບົບ​ບຸກ​ຄະ​ລາ​ກອນ​ພະ​ນັກ​ງານ,ກໍ່​ສ້າງ​ຖັນ​ແຖງພະນັກງານຫຼັກ​ແຫຼ່ງ​ກຳ​ອຳ​ນາດ​ທີ່​ມີ​ຄຸນທາດ​ສູງ. ຍຶດ​ໝັ້ນ​ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,ຂໍ​ກະ​ແຈ​ແມ່ນ​ກໍ່​ສ້າງ​ຖັນ​ແຖວ​ຫຼັກ​ແຫຼ່ງ​ກຳ​ອຳ​ນາດ​ທີ່​ມີ​ຄວາມ​ເດັດດ່ຽວທາງ​ດ້ານ​ການ​ເມືອງ,ມີ​ຄວາມປີ​ຊາ​ສາ​ມາດ,ມີ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ທີ່​ດີ​ງາມ,ມີ​ຄວາມ​ບາກ​ບັ່ນ​ສູ້​ຊົນ​ແລະ​ມີ​ຜົນ​ງານ​ທີ່​ດີ. ຕ້ອງ​ຍຶດ​ໝັ້ນຫຼັກ​ການ​ພັກ​ຄຸ້ມ​ຄອງ​ພະ​ນັກ​ງານ​. ຍຶດ​ໝັ້ນ​ໃນ​ການ​ຄັດ​ເລືອກ​ຜູ້​ມີ​ຄວາມ​​ຮູ້​ຄວາມ​ສາ​ມາດ​ເພື່ອດຳ​ລົງ​ຕຳ​ແໜ່ງ​ແຫ່ງການ​ນຳ​ພາ, ຍຶດ​ໝັ້ນຫຼັກ​ການ​ທີ່​ເລືອກ​ຜູ້​ທີ່​ມີ​ທັງ​ຄວາມ​ສາ​ມາດ​ແລະ​ຄຸນ​ສົມ​ບັດ​​ແລະ​ເນັ້ນ​ໃສ່​ຖື​ຄຸນ​ສົມ​ບັດ​ເປັນ​ບູ​ລິ​ມະ​ສິດ, ຍຶດ​ໝັ້ນ​ໃນ​ການ​ຖື​ສຳ​ຄັນ​ໃຫ້ແກ່ຜົນ​ງານ​ຕົວ​ຈິງ​ແລະ​ເປັນ​ທີ່ຍອມ​ຮັບ​ຈາກ​ປະ​ຊາ​ຊົນ​,ລົງ​ເລິກ​ການ​ປະ​ຕິ​ຮູບ​ລະ​ບຽບການ​ບຸກ​ຄະ​ລາ​ກອນ​ພະ​ນັກ​ງານ, ເຮັດ​ໃຫ້​ພະ​ນັກ​ງານ​ທີ່​ດີ​ເດັ່ນ​ໃນ​ທຸກ​ດ້ານ​ປະ​ກົດ​ຕົວ​ອອກແລະ​ເສີມ​ຂະ​ຫ​ຍາຍ​ຄວາມ​ຮູ້​ຄວາມ​ສາ​ມາດຂອງ​ຕົນ. ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ແລະ​ຮອບ​ດ້ານ​ຕໍ່​ທິດ​ທາງ​ປະ​ຊາ​ທິ​ປະ​ໄຕ, ເປີດ​ເຜີຍ, ມີ​ການ​ແຂ່ງ​ຂັນ​ແລະ​ຄັດ​ເລືອກ​ຜູ້​ດີ​ເດັ່ນ, ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ​ໃນ​ວຽກ​ງານ​ກ່ຽວ​ກັບ​ພະ​ນັກ​ງານ, ຍົກ​ສູງ​ຄຸນ​ນ​ະ​ພາບ​ຂອງ​ປະ​ຊາ​ທິ​ປ​ະ​ໄຕ, ປັບ​ປຸງວິ​ທີ​ການ​ຄັດ​ເລືອກ​ພະ​ນັກ​ງານ​ດ້ວຍຮູບການແຂ່ງ​ຂັນ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ດີ​ຂຶ້ນ, ຍົກ​ສູງ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ຄັດ​ເລືອກ​ແລະ​ການ​ນຳໃຊ້​ພະ​ນັກ​ງານ, ບໍ່​ໃຫ້​ຜູ້​ຊື່​ສັດ​ເສຍ​ປຽບ​,ບໍ່​ໃຫ້​ຜູ້​ສວຍ​ໂອ​ກາດ​ໄດ້​ປຽບ. ປັບ​ປຸງ​ກົນໄກ​ກວດ​ກາ​ຕີ​ລາ​ຄາ​ພະ​ນັກ​ງານ​ໃຫ້​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ໃຫ້​ພະ​ນັກ​ງານ​ຂັ້ນ​ນຳສ້າງ​ທັດ​ສະ​ນະ​ກ່ຽວ​ກັບ​ຜົນ​ງານ​ການ​ເມືອງ​ອັນ​ຖືກ​ຕ້ອງ. ບູ​ລະ​ນະ​ໂຄງປະກອບ​ຄຸ້ມ​ຄອງ​ພະ​ນັກ​ງານ​ໃຫ້​ສົມ​ບູນ​ຂຶ້ນ, ຄຸ້ມ​ຄອງ​ແລະ​ຕິດ​ຕາມກວດ​ກາ​ພະ​ນັງານ​ຢ່າງ​ເຂັ້ມ​ງວດ,ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ແລະ​ຄັດ​ເລືອກ​ພະ​ນັກ​ງານ​ທີ່ເປັນຫົວໜ້າໃນຕຳ​ແໜ່ງ​ພັກ​-ລັດ,ແລະ​ຕຳ​ແໜ່ງ​ສຳ​ຄັນ,ບູ​ລະ​ນະ​ລະບຽບການ​ລັດ​ຖະ​ກອນ​ໃຫ້​ສົມ​ບູນ​ຂຶ້ນ. ​ປັບ​ປຸງ​ການ​ຈັດ​ສັນ​ຄະ​ນະ​ນຳ​ແລະ​ອົງ​ປະ​ກອບ​ຖັນ​ແຖວ​ພະ​ນັກ​ງານ​ໃຫ້​ດີ​ຂຶ້ນ, ເອົາ​ໃຈ​ໃສ່​ໃນ​ການ​ກໍ່​ສ້າງ​ແລະ​ຄັດ​ເລືອກ​ພະ​ນັກ​ງານ​ການ​ນຳ​ຈາກ​ຂັ້ນ​ຮາກ​ຖານ, ເປີດກວ້າງ​ຊ່ອງ​ທາງ​ໃນ​ການ​ໃຫ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ດີ​ເດັ່ນ​ເຂົ້າ​ສູ່​ຖັນ​ແຖວ​ພະ​ນັກ​ງານ​ການ​ນຳຂອງ​ພັກ​ແລະ​ລັດ. ຊຸກ​ຍູ້​ການ​ປະ​ຕິ​ຮູບ​ລະ​ບຽບການ​ບຸກ​ຄະ​ລາ​ກອນ​ຂອງ​ລັດ​ວິ​ສາ​ຫະ​ກິດແລະໜ່ວຍງານບໍລິຫານ, ໜ່ວຍງານວິຊາ ການຂອງ​ລັດ.ເພີ່ມ​ທະ​ວີ​ແລະ​ປັບ​ປຸງວິ​ທີ​ການ​ຝຶກ​ອົບ​ຮົມສຶກສາພະ​ນັກ​ງານ,ຍົກສູງຄຸນທາດແລະຄວາມ ສາມາດຂອງພະນັກງານ, ເພີ່ມທະວີການອົບຮົມແລະຄັດເລືອກພະນັກງານຊາວໜຸ່ມທີ່ດີເດັ່ນ, ໃຫ້​ຄວາມ​ສຳ​ຄັນ​ແກ່ການ​ບຳ​ລຸງ​ສ້າງ​ ແລະ ​ຄັດ​ເລືອກ​ພະ​ນັກ​ງານ​ເພດ​ຍິງ​ແລະ​ພະ​ນັກ​ງານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,ສົ່ງ​ເສີມ​ໃຫ້​ພະ​ນັກ​ງານ​​ຜູ້ໜຸ່ມ​ແໜ້ນ​ໄປ​ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ຢູ່​ຂັ້ນ​ຮາກ​ຖານ​ແລະ​ເຂດ​ທຸກ​ຍາກ. ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ພະ​ນັກ​ງານອອກ​ບຳ​ນານ​ໃຫ້​ດີ​ຢ່າງ​ຮອບ​ດ້ານ.
5. ຍຶດ​ໝັ້ນຫຼັກ​ການ​ພັກ​ຄຸ້ມ​ຄອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ຕ່າງໆ​ເຂົ້າ​ໃນ​​ພາ​ລະ​ກິດຂອງ​ພັກ​ແລະ​ລັດ. ເປີດກວ້າງ​ຊ່ອງ​ທາງ​ໃນ​ການ​ຮັບ​ເອົາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ແລະ​ຮັບ​ເອົາ​ຜູ້​ມີ​ຄວາມ​ສາ​ມາດ​ສູງ​ໃນ​ທົ່ວ​ປະ​ເທດ​ແມ່ນ​ມາດ​ຕະ​ການ​ພື້ນ​ຖານ​ທີ່​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​​ພາ​ລະ​ກິດ​ຂອງ​ພັກ​ແລະ​ປະ​ຊາ​ຊົນ. ຕ້ອງ​ເຄົາ​ລົບ​ການ​ອອກ​ແຮງ​ງານ, ເຄົາ​ລົບ​ຄວາມ​ຮູ້,ເຄົາ​ລົບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,ເຄົາ​ລົບ​ການ​ປະ​ດິດ​ສ້າງ, ເລັ່ງ​ລັດ​ກຳ​ນົດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ບູ​ລິ​ມະ​ສິດ, ກໍ່​ສ້າງ​ຖັນ​ແຖວ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​​ມີ​ລະ​ດັບ​ສູງ​ແລະ​ມີ​ຈຳ​ນວນຫຼວງຫຼາຍ,  ຊຸກ​ຍູ້​ປະ​ເທດ​ພວກ​ເຮົາ​ຈາກ​ປະ​ເທດ​ໃຫ​ຍ່​ທີ່​ມີ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຈຳ​ນວນຫຼວງຫຼາຍ​ກ້າວ​ໄປ​ສູ່​ປະ​ເທດ​ເຂັ້ມ​ແຂງ​ທີ່ເຕັມໄປດ້ວຍຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ​ຊຸກ​ຍູ້​ການກໍ່​ສ້າງ​ຖັນ​ແຖວ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ປະ​ເພດ​ຕ່າງໆ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ປະ​ຕິ​ບັດ​ໂຄງ​ການ​ສຳ​ຄັນ​ໃນ​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ໃນ​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ການ​ສ້າງ​ທຸ​ລະ​ກິດ​ດ້ວຍ​ຕົນ​ເອງ​ແລະ​ການ​ປະ​ດິດ​ສ້າງ, ເອົາ​ໃຈ​ໃສ່​ໃນການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ເໝາະ​ສົມກັບການນຳໃຊ້​ຕົວ​ຈິງ, ດຶງດູດ​​ຜູ້​ມີ​ຄວາມ​ສາ​ມາດ​ເຂົ້າ​ສູ່​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ການຜະລິດ. ບຸກເບີກແລະນຳໃຊ້ຊັບພະຍາກອນມະນຸດຂອງ ພາຍໃນປະເທດແລະສາກົນຢ່າງເຕັມທີ່,ຕັ້ງໜ້ານຳເຂົ້າແລະນຳໃຊ້ຜູ້ມີຄວາມສາມາດຂອງຕ່າງປະເທດໃຫ້ດີ. ເລັ່ງ​ລັດ​ການ​ປະ​ຕິ​ຮູບ​ໂຄງປະກອບແລະ​ກົນ​ໄກ​ພັດ​ທະ​ນາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ການ​ປະ​ດິດ​ສ້າງ​ດ້ານ​ນະ​ໂຍ​ບາຍ, ສ້າງ​ຕັ້ງ​ລະ​ບຽບ​ການກຽດຕິຍົດ​ລະ​ດັບ​ຊາດ,​ ໃຫ້​ກາຍ​ເປັນ​ທ່າ​ແຮງ​ດ້ານ​ລະບຽບການ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ​ທີ່​ກະ​ຕຸ້ນ​ຄວາມ​ຫ້າວ​ຫັນ​ໃນ​ການ​ປະ​ດິດ​ສ້າງ​ຂອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ມີ​ກຳ​ລັງ​ແຂ່ງ​ຂັນ​ໃນ​ສາ​ກົນ​, ສ້າງ​ສະ​ພາບ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ທຸກ​ຄົນ​ສາ​ມາດ​ກາຍ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ທຸກ​ຄົນ​ສາ​ມາດ​ເສີມ​ຂະ​ຫ​ຍາຍ​ຄວາມ​ສາ​ມາດ​ຂອງ​ຕົນ​ໄດ້.
6. ປະ​ດິດ​ສ້າງວິ​ທີ​ເຮັດ​ວຽກ​ການ​ກໍ່​ສ້າງພັກ​ຮາກ​ຖານ,ຮັດ​ແໜ້ນ​ພື້ນ​ຖານ​ທາງ​ການ​ຈັດ​ຕັ້ງ​ໃນ​ການ​ກຳ​ອຳ​ນາດ​ຂອງ​ພັກ. ອົງການ​ຈັດ​ຕັ້ງຮາກ​ຖານ​ຂອງ​ພັກແມ່ນ​ປ້ອມ​ໝັ້ນ​ສູ້​ຮົບ​ໃນຄວາມ​ສາ​ມັກ​ຄີ​ແລະ​ນຳ​ພາ​ປະ​ຊາ​ຊົນ​ຜັນ​ຂ​ະ​ຫ​ຍາຍ​ທິດ​ສະ​ດີ,ແນວ​ທາງ,ທິດ​ທາງ​ແລະ​​ນ​ະ​ໂຍ​ບາຍ​ຂອງ​ພັກ, ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພັກ. ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ການ​ເຮັດ​ວຽກ​ການ​ກໍ່​ສ້າງ​ພັກ,ເພີ່ມການຂະຫຍາຍ​ອົງ​ການ​ຈັດ​ຕັ້ງ​ພັກ​ຢູ່​ຊົນ​ນະ​ບົດ​ແລະ​ເຂດ​ຊຸມ​ຊົນ​ໃນ​ຕົວ​ເມືອງ, ເພີ່ມ​ຄວາມ​ເຂັ້ມແຂງໃນວຽກງນ​ກໍ່​ສ້າງ​ພັກ​ໃນເສດ​ຖະ​ກິດ​ທີ່​ບໍ່​ແມ່ນ​ລະ​ບອບ​ກຳ​ມະ​ສິດ​ສ່ວນ​ລວມ​ແລະ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ອອກ​ແຮງ​ຊຸກ​ຍູ້​ການ​ກໍ່​ສ້າງ​ພັກ​ຮາກ​ຖານ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ຮອບ​ດ້ານ, ເປີດກວ້າງ​ຂອບ​ເຂດ​ປົກ​ຄຸມ​ຂອງອົງ​ການ​ຈັດ​ຕັ້ງ​ພັກ​ແລະ​ວຽກ​ງານ​ພັກ,ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງ​ອົງ​ການ​ຈັດ​ຕັ້ງ​ພັກ​ຢູ່​ຮາກ​ຖານ​ຢ່າງ​ເຕັມ​ທີ່​ໃນ​ການ​ຊຸກ​ຍູ້​ການ​ກາ​ນ​ພັດ​ທະ​ນາ, ການ​ຮັບ​ໃຊ້​ປະ​ຊາ​ຊົນ, ການ​ເຮັດ​ໃຫ້​ປະ​ຊາ​ຊົນມີຄວາມ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ແລະ​ຊຸກ​ຍູ້​ຄວາມ​ກົມ​ກຽວ​ປອງດອງ,ຜ່ານ​ຈາກ​ການ​ກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງ​ຮາກ​ຖານ​ຂອງ​ພັກ​ເພື່ອ​ຊຸກຍູ້​ການ​ກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງຂັ້ນ​ຮາກ​ຖານ​ປະ​ເພດ​ອື່ນ. ບູ​ລະ​ນະ​ລະ​ບົບ​ອົງ​ການ​ຈັດ​ຕັ້ງ​ຮາກ​ຖານ​ຂອງ​ພັກ​ໃຫ້​ສົມ​ບູນ​ຂຶ້ນ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ຖັນ​ແຖວ​ຜູ້​ນຳ​ພາ​ອົງ​ການ​ຈັດ​ຕັ້ງ​ພັກ​ຢູ່ຮາກ​ຖານ​, ເພີ່ມ​ທະ​ວີ​ການ​ຈັດ​ສັນ​ໂດຍ​ລວມ​ໃນ​ການ​ກໍ່​ສ້າງ​ອົງ​ການ​ຈັດ​ຕັັ້ງ​ພັກ​ຮາກ​ຖານ ​ຢູ່​ຊົນ​ນະ​ບົດ​ ແລະ ​ຕົວ​ເມືອງ,ສ້າງ​ຕັ້ງ​ລະ​ບົບ​ຮັບ​ປະ​ກັນຄ່າໃຊ້ຈ່າຍ​ທີ່​ໝັ້ນ​ທ່ຽງ. ຖື​ການ​ຮັບ​ໃຊ້​​ມະ​ຫາຊົນ​ແລະ​ການ​ເຮັດ​ວຽກ​ງານ​ມະ​ຫາ​ຊົນ​ເປັນ​ໜ້າ​ທີ່​ຕົ້ນ​ຕໍ, ເພີ່ມ​ທະ​ວີ​ການປັບປຸງ​ກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງ​ພັກ​ແບບບໍລິການຂອງ​ຮາກ​ຖານ.ຖື​ການ​ເພີ່ມ​ທະ​ວີ​ຄຸນ​ທາດ​ການເມືອງຂອງ​ພັກ​ແລະ​ຍົກ​ສູງ​ຄວາມ​ສາ​ມາດ​ຄຸນສົມ​ບັດ​ເປັນ​ຈຸດ​ສຸມ,ເພີ່ມ​ທະ​ວີ​ແລະ​ປັບ​ປຸງ​ການ​ສຶ​ກ​ສາ​ແລະ​ຄຸ້ມ​ຄອງ​ຖັນ​ແຖວ​ສະ​ມາ​ຊິກ​ພັກ, ບູ​ລະ​ນະ​ກົນ​ໄກ​ທີ່​ມີ​ປະ​ສິດ​ທິ​ຜົນ​ຍາວ​ນານກ່ຽວ​ກັບ​ສະ​ມາ​ຊິກ​ພັກທີ່ ເອົາໃຈໃສ່ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ສ້າງ​ຜົນ​ງານ​ທີ່​ດີ​ເພື່ອ​ສ້າງ​ອົງ​ການ​ຈັດ​ຕັ້ງ​ພັກ​ຮາກ​ຖານ​ໃຫ້​ເປັນ​ອົງ​ການ​ຈັດ​ຕັ້ງ​ຮາກ​ຖານ​ ທີ່​ກ້າວ​ໜ້າແລະແຂ່ງຂັນກັນຝຶກຝົນຫຼໍ່ ຫຼອມຕົນເອງໃຫ້ກາຍ​ເປັນ​ສະ​ມາ​ຊິກ​ພັກ​ຜູ້​ດີ​ເດັ່ນ, ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ພັກ​ທັງຫຼາຍ​ເສີມ​ຂະ​ຫ​ຍາຍ​ບົດ​ບາດເປັນ​ແບບ​ຢ່າງ​ນຳ​ໜ້າ. ປະ​ຕິ​ບັດ​ລະບອບການ​ດຳ​ເນີນ​ຊີ​ວິດ​ພາຍໃນ​ພັກ​ຢ່າງ​ເຄັ່ງ​ຄັດ,ບູ​ລະ​ນະ​ລະ​ບຽບ​ການ​ວິ​ເຄາະ​ຄຸນ​ທາດ​ການເມືອງ​ຂອງ​ສະ​ມ​າ​ຊິກ​ພັກ​ເປັນ​ປະ​ຈຳ​ ແລະ​ລະ​ບຽບ​ການປະ​ເມີນ​ຜົນ​ຕີ​ລາ​ຄາ​ສະ​ມາ​ຊິກ​ພັກ​ໂດຍ​ປະ​ຊາ​ທິ​ປະ​ໄຕ​ແລະ​ອື່ນໆ. ປັບ​ປຸງວິ​ທີ​ການ​ສຶກ​ສາອົບຮົມ,ການ​ຄຸ້ມ​ຄອງ​ແລະ​ການ​ບໍ​ລິ​ການ​ສະ​ມາ​ຊິກ​ພັກທີ່ຍົກຍ້າຍ. ຍົກ​ສູງ​ຄຸນ​ນະ​ພາບ​ດ້ານ​ການ​ພັດ​ທະ​ນາ​ສະ​ມາ​ຊິກ​ພັກ, ເອົາ​ໃຈ​ໃສ່​ໃນ​ການ​ພັດ​ທະ​ນາ​ໃຫ້​ກຳ​ມະ​ກອນ, ຊາວ​ກະ​ສິ​ກອນ​ແລະ​ປັນ​ຍາ​ຊົນ​ຜູ້​ໜຸ່ມ​ນ້ອຍໃຫ້​​ເຂົ້າ​ເປັນສະ​ມາ​ຊິກ​ພັກ. ບູ​ລະ​ນະ​ກົນ​ໄກ​​ການ​ເຂົ້າ​ເປັນສະ​ມາ​ຊິກ​ພັກ​ແລະ​ງົດ​ຄຸນ​ວຸດ​ທິ​ເປັນ​ສະ​ມາ​ຊິກ​ພັກ,​ປັບ​ປຸງ​ອົງ​ປະ​ກອບ​ຖັນ​ແຖວ​ສະ​ມາ​ຊິກ​ພັກ​ໃຫ້​ດີ​ຂຶ້ນ.
7​. ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ຮັກ​ສາ​ທາດ​ແທ້​ມູນ​ເຊື້ອ​ການ​ເມືອງ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງຂອງ​ຊາວ​ກອມ​ມູ​ນິດ. ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ,ການ​ກໍ່​ສ້າງ​ການ​ເມືອງ​ຢ່າງ​ປອດ​ໃສຂາວສະອາດແມ່ນ​ຈຸດ​ຢືນທາງດ້ານ​ການ​ເມືອງ​ອັນ​ຈະ​ແຈ້ງ​ທີ່​ພັກ​ຍຶດ​ໝັ້ນ​ຕະຫຼອດ​ມາ, ແມ່ນ​ບັນ​ຫາ​ການ​ເມືອງ​ອັນ​ສຳ​ຄັນ​ທີ່​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່. ຖ້າ​ວ່າ​ບໍ່​ແກ້​ໄຂ​ບັນ​ຫາ​ນີ້​ໃຫ້​ດີ,ກໍ່​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພັກ​ຈົນ​ກວ່າ​ເສຍ​ພັກ​ແລະ​ເສຍ​ຊາດ.​ ຕ້ອງ​ກຳ​ແໜ້ນຢ່າງ​ບໍ່​ລົດ​ລະ​ໃນ​ການ​​ຕ້ານ​ການ​ສໍ້​ລາດ​ບັງ ຫຼວງ, ສົ່ງ​ເສີມ​ການ​ປົກ​ຄອງ​ໃຫ້​ປອດ​ໃສຂາວສະອາດ​, ຕ້ອງ​ມີ​ສະ​ຕິ​ລະ​ວັງ​ຕົວ​ຢູ່​ສະ​ເໝີ​ໃນ​ການ​ມີ​ສະ​ຕິ​ປ້ອງ​ກັນ​ບໍ່​ໃຫ້​ເສຍ​ທາດ​ຂາດ​ຄຸນ​ແລະ​ສໍ້​ລາດ​ບັງຫຼວງ.ຕ້ອງ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ສົ່ງ​ເສີມ​ການ​ປົກ​ຄອງ​ໃຫ້​ປອດ​ໃສຂາວສະອາດທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຍຶດ​ໝັ້ນ​​​ທິດ​ທາງ ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແບບ​ຕັດກົກຕັດຮາກ, ແກ້​ໄຂ​ໂດຍ​ລວມ, ໃຊ້​ມາດ​ຕະ​ການ​ລົງ​ໂທດ​ແລະ​ການ​ປ້ອງ​ກັນ​ໄປພ້ອມ​ກັນ,ເນັ້ນ​ໜັກ​ການ​ປ້ອງ​ກັນ, ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​ລົງ​ໂທດ​ແລະ​ປ້ອງ​ກັນ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ຮອບ​ດ້ານ,ບັນ​ລຸ​ເປົ້າ​ໝາຍ​ທີ່​ພະ​ນັກ​ງານ​ພັກ​ມີ​ຄວາມ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ອົງ​ການ​ປົກ​ຄອງ​ມີ​ຄວາມ​ປອດ​ໃສ​ຂາວສະອະອາດແລະ​ການ​ເມືອງ​ປອດ​ໃສ​ຂາວ​ສະ​ອາດ. ເພີ່ມ​ທະ​ວີ​ການ​ສຶກ​ສາ ອົບຮົມແນວຄິດ​ໃນ​ການຕ້ານ​ການ​ສໍ້​ລາດ​ບັງຫຼວງ,ສົ່ງ​ເສີມ​ການ​ປົກ​ຄອງ​ໃຫ້​ປອດ​ໃສຂາວສະອາດ​ແລະ​ການ​ກໍ່​ສ້າງວັດ​ທະ​ນະ​ທຳ​ການ​ປົກ​ຄອງ​ຢ່າງ​ປອດ​ໃສ​ຂາວສະອາດ.ພະ​ນັກ​ງານ​ການ​ນຳ​ທຸກ​ຂັ້ນ​ໂດຍ​ສະ​ເພາະ​ແມ່ນ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ສູງ​ຕ້ອງ​ຕື່ນ​ຕົວ​ເປັນເຈົ້າການ ໃນ​ການ​ເຄົາ​ລົບ​ປະ​ຕິ​ບັດຫຼັກ​ການ​ປົກ​ຄອງ​ຢ່າງ​ປອດ​ໃສຂາວສະອາດ, ປະ​ຕິ​ບັດ​ລະ​ບຽບການ​ກ່ຽວ​ກັບ​ພະ​ນັກ​ງານ​ການ​ນຳ​ລາຍ​ງານ​ເລື້ອງສຳ​ຄັນ​ຢ່າງ​ເຂັ້ມ​ງວດ,ປະ​ຕິ​ບັດ​ວິ​ໄນ​ຕໍ່​ຕົນ​ເອງ​ຢ່າງ​ເຄັ່ງ​ຄັດ, ພ້ອມ​ທັງ​ສຶກ​ສາ​ອົບຮົມແລະ​ຄຸ້ມ​ຄອງ​ຄອບ​ຄົວ​ຍາດ​ພີ່​ນ້ອງ​ແລະ​ພະ​ນັກ​ງານ​ທີ່​ຢູ່​ອ້ອມ​ຂ້າງ​ຕົນ, ເດັດ​ຂາດ​ບໍ່​ໃຫ້​ສິດ​ທິ​ພິ​ເສດ​ແກ່​ຜູ້​ຄົນ​ໃກ້​ຊິດ​ເຫຼົ່າ​ນີ້. ​ມີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ໃຊ້​ສິດ​ອຳ​ນາດ​ຢ່າງ​ມີ​ລະ​ບຽບ​ແບບ​ແຜນ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ຕໍ່​ການ​ໃຊ້​ສິດ​ອຳ​ນາດ​ຂອງ​ພະ​ນັກ​ງານ​ການ​ນຳ​ໂດຍ​ສະ​ເພາະ​ແມ່​ນ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ສູງ. ລົງ​ເລິກ​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຈຸດ​ສຸມ​ແລະ​ຂອດ​ສຳ​ຄັນ,ບູ​ລະ​ນະ​ລະ​ບຽບ​ກົດ​ໝາຍ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ປ້ອງ​ກັນ​ແລະ​ຄວບ​​ຄຸມ​ຄວາມ​ສ່ຽງຕໍ່​ການ​ປົກ​ຄອ​ງ​ຢ່າງ​ປອດ​ໃສ​ຂາວສະອາດ, ປ້ອງ​ກັນ​ການ​ຂັດ​ແຍ່ງ​ດ້ານ​ຜົນ​ປະ​ໂຫຍດ, ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ແລະ​ມີ​ປະ​ສິດ​ທິ​ຜົນ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັ​ງຫຼວງ. ປະ​ຕິ​ບັດ​ລະ​ບຽບ​ການກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຕໍ່ການ​ກໍ່​ສ້າງ​ແບບ​ແຜນ​ພັກ​ແລະ​ການ​ປົກ​ຄອງ​ໃຫ້​ປອດ​ໃສຂາວສະອາດຢ່າງ​ເຂັ້ມ​ງວດ. ບູ​ລະ​ນະໂຄງປະກອບກວດ​ກາ​ວິ​ໄນ​ແລະ​ຕິດ​ຕາມກວດ​ກາ​ໃຫ້​ສົມ​ບູນ​ຂຶ້ນ, ປັບ​ປຸງ​ການ​ຄຸ້ມ​ຄອງ​ເປັນ​ເອ​ກະ​ພາບ​ຕໍ່​ອົງ​ການ​ຈັດ​ຕັ້ງ​ປະ​ຈຳ​ການ​ໃຫ້​ສົມ​ບູນ​ຂຶ້ນ, ເສີມ​ຂ​​ະຫ​ຍາຍບົດ​ບາດ​ຕິດ​ຕາມກວດ​ກາຂອງ​ລະ​ບຽບ​ການລາດ​ຕະ​ເວນກວດ​ກາ. ຮັກ​ສາ​ສະ​ພາບ​ຄວາມ​ເຂັ້ມ​ງ​ວດ​ໃນ​ການ​ລົງ​ໂທດ​ການ​ສໍ້​ລາດ​ສັງຫຼວງ​ຢ່າງ​ສະ​ເໝີ​ຕົ້ນ​ສ​ະ​ເໝີ​ປາຍ, ເດັດ​ດ່ຽວກວດ​ກາ​ລົງ​ໂທດ​ຄະ​ດີໃຫຍ່ຄະດີສຳຄັນ, ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງຫຼວງ​ທີ່​ເກີດ​ຂຶ້ນ​ຢູ່​ອ້ອມ​ຂ້າງ​ປະ​ຊາ​ຊົນ.ບໍ່​ວ່າ​ຈະ​ແມ່ນ​ຜູ້​ໃດ,ມີ​ຕຳ​ແໜ່ງ​ສູງຫຼື​ຕ່ຳ,ມີ​ອຳ​ນາດ​ນ້ອຍຫຼື​ໃຫ​ຍ່, ຂໍ​ພຽງ​ແຕ່​ໄດ້​ລະ​ເລີດ​ລະ​ບຽບ​ວິ​ໄນ​ຂອງ​ພັກ​ແລະ​ກົດ​ໝາຍ​ກໍ່​ລ້ວນ​ແຕ່​ຕ້ອງໄດ້ຮັບ ການ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ.
8. ​​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ​ພັກ​ຢ່າງ​ເຂັ້ມ​ງວດ,ຕື່ນ​ຕົວ​ໃນ​ການ​ປົກ​ປັກ​ຮັກ​ສາ​ການ​ລວມ​ສູນ​ເອ​ກະ​ພາບ​ຂອງ​ພັກ. ການ​ລວມ​ສູນ​ເອ​ກະ​ພາບ​ຂອງ​ພັກ​ແມ່ນ​ກຳ​ລັງ​ແຮງ​ຂອງ​ພັກ,ເປັນ​ສິ່ງ​ຮັບ​ປະ​ກັນ​ພື້ນ​ຖານ​ແຫ່ງ​ການ​ບັນ​ລຸ​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ມີ​ການ​ພັດ​ທະ​ນາ,ບັນ​ດາ​ເຜົ່າ​ສາ​ມັກ​ຄີ​ກ້າວ​ໜ້າ, ປະ​ເທດ​ມີ​ຄວາມ​ສະ​ຫງົບ​ສະ​ຖຽນ​ລະ​ພາບ​ຍາວ​ນານ. ສະ​ຖາ​ນະ​ການ​ທີ່​ພັກ​ປະ​ເຊີນ​ນັ້ນ​ຍິ່ງ​ສັບ​ສົນເທົ່າ​ໃດ,  ຍິ່ງມີ​ໜ້າ​ທີ່​ ​ໜັກ​ໜາ​ເທົ່າ​ໃດ ​ກໍ່​ຍິ່ງ​ຄວນ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ລະ​ບຽບ​ວິ​ໄນ​ຂອງ​ພັກ, ຍິ່ງ​ຄວນ​ປົກ​ປັກ​ຮັກ​ສາ​ການ​ລວມ​ສູນ​ເອ​ກະ​ພາບ​ຂອງ​ພັກ. ອົງ​ການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ​,ສະ​ມາ​ຊິກ​ພັກ,ພະ​ນັກ​ງານ​ອັນໄພສານ​ໂດຍ​ສະ​ເພາະ​ແມ່ນ ​ພະ​ນັກ​ງານ​ການ​ນຳ​ສຳ​ຄັນ​ຕ້ອງ​ຕື່ນ​ຕົວ​ເປັນເຈົ້າການໃນ​ການ​ເຄົາ​ລົບ​ປະ​ຕິ​ບັດ​ກົດ​ລະ​ບຽບ​ພັກ,ປະ​ຕິ​ບັດ​ງານ​ຕາມຫຼັກ​ການ​ການ​ຈັດ​ຕັ້ງ​ຂອງ​ພັກ​ແລະຫຼັກ​ການ​ຊີ​ວິດ​ການ​ເມືອງ​ພາຍ​ໃນ​ພັກ, ບໍ່​ວ່າ​ຜູ້​ໃດ​ກໍ່​ຕາມ​ລ້ວນ​ແຕ່​ບໍ່​ສາ​ມາດ​ຢູ່​ເໜືອ​ອົງ​ການ​ຈັດ​ຕັ້ງ​ພັກ.ຕ້ອງ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອິດ​ທິ​ພົນ​ຂອງ​ສູນກາງພັກ, ມີ​ຄວາມ​ເປັນ​ເອ​ກະ​ສັນ​ກັນ​ກັບ​ສູນ​ກາງ​ພັກ​ໃນ​ດ້ານ​ແນວ​ຄິດ, ດ້ານ​ການ​ເມືອງ​ແລະ​ດ້ານ​ການ​ກະ​ທຳ,ເດັດ​ດ່ຽວ​ຜັນ​ຂະ​ຫ​ຍາຍ​ທິດ​ສະ​ດີ,ແນວ​ທາງ,ທິດ​ທາງ​ແລະ​ນ​ະ​ໂຍ​ບາຍ​ຂອງ​ພັກ, ຮັບ​ປະ​ກັນ​ໃຫ້​ຄຳ​ສັ່ງ​ບໍ​ລິ​ຫານຂອງ​ສູນ​ກາງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໄປ​ດ້ວຍ​ດີ,ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ກະ​ທຳ​ທີ່​ຂັ້ນ​ເທິງ​ວາງ​ນະ​ໂຍ​ບາຍ,ຂັ້ນ​ລຸ່ມ​ມີ​ວິ​ທີ​ຕໍ່ຕ້ານຫຼີກລ່ຽງນະ​ໂຍ​ບາຍ​ຂັ້ນ​ເທິງ. ຫ້​າມ​ບໍ່​ໃຫ້​ມີ​ການ​ກະ​ທຳ​ທີ່​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງເກືອດ​ຫ້າມ. ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ເພີ່ມ​ຄວາມ​ເຂັ້ມ​ງວດ​ຂອງ​ລະ​ບຽບ​ວິ​ໄນ​ພັກ​ໂດຍ​ສະ​ເພາະ​ແມ່ນ​ລະ​ບຽບ​ວິ​ໄນ​ການ​ເມືອງ, ຕໍ່​ການ​ກະ​ທຳ​ທີ່​ລະ​ເມີດ​ລະ​ບຽບ​ວິ​ໄນ​ຕ້ອງ​ແກ້​ໄຂ​ຢ່າງ​ຈິ​ງ​ຈັງ, ປະ​ຕິ​ບັດ​ຢ່າງ​ແທ້​ຈິງ​ເຮັດ​ໃຫ້​ທຸກ​ຄົນ​ສະ​ເໝີ​ພາບ​ຢູ່​ຕໍ່​ໜ້າ​ລະ​ບຽບ​ວິ​ໄນ, ທຸກ​ຄົນ​ຕ້ອງ​ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ວິ​ໄນ,ບໍ່​ມີ​ສິດ​ພິ​ເສດ,ບໍ່​ໃຫ້​ມີ​ການ​ຍົກ​ເວັ້ນ​ການ​ປະ​ຕິ​ບັດ​ວິ​ໄນ, ແລ້ວ​ໃຫ້​ທົ່ວ​ພັກ​ເປັນ​ເອ​ກະ​ພາບ​ກັນ​ບາກ​ບັ່ນ​ສູ້​ຊົນ,ກາຍ​ເປັນ​ກຳ​ລັງ​ແຮງ​ທີ່​ເຂັ້ມ​ແຂງ.
ບັນ​ດ​າ​ສ​ະ​ຫາຍ​ທີ່​ເຄົາ​ລົບ! ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫ​ຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນໃໝ່ບົນ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໄດ້​ເປັນ​ທີ່​ຝາກ​ຝັງອຸ​ດົມ​ຄະ​ຕິ​ແລະ​ຄວາມ​ປາ​ຖະ​ໜາ​ຂອງ​ບຸກ​ຄົນ​ທີ່​ມີ​ນ້ຳ​ໃຈ​ຮັກ​ຊາດ​ບາກ​ບັ່ນ​ຊູ້​ຊົນ​ ເພື່ອ​ພາ​ລະ​ກິດ​ປະ​ຕິ​ວັດ​ແລະ​ນັກ​ປະ​ຕິ​ບັດ​ຜູ້​ເສຍ​ສະຫຼະ.ໃນ​ການບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​​ທໍ​ລະ​ຫົດ​ອົດ​ທົນ​ເປັນ​ເວ​ລາ​ຍາວ​ນານ​ຜ່ານ​ມາ,ພັກ​ພວກເຮົາ​ໄດ້​ອີງ​ອາ​ໃສ​ປະ​ຊາ​ຊົນ​ຢ່າງ​ສະ​ໜິດ​ແໜ້ນ,ໄດ້​ເສຍ​ສະຫຼະ​ຢ່າງ​ຫຼວງຫຼາຍ,ໄດ້​ຂຽນ​ໜ້າປະ​ຫວັດສາດ​ອັນ​ຍິ່ງ​ໃຫ​ຍ່ທີ່​ສະ​ເທືອນ​ຟ້າ​ສະ​ເທືອນ​ດິນ,ສິ້ນ​ສຸດ​ໂຊກ​ຊະ​ຕາ​ກຳ​ທີ່​ໜ້າ​ສັງ​ເວດ ຄື​ປະ​​ເທດຈີນ​ທຸກ​ຍາກ​ອ່ອນ​ແອ​ຖືກ​​ກົດ​ຂີ່​ຂູດ​ຮີດ​ຈາກ​ພາຍນອກຫຼັງ​ສະໄໝໃໝ່ໂດຍ​ຕ່າວ​ປີ້ນ​ບໍ່​ໄດ້,​ ໄດ້​ເປີດ​ສັງ​ກາດ​ປະ​ຫວັດ​ສາດ​ໃໝ່​ທີ່​ປະ​ຊາ​ຊາດ​ຈີນ​ເຕີບ​ໃຫ​ຍ່​ຂະ​ຫ​ຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,ກ້າວ​ໜ້າ​ໄປ​ສູ່​ການ​ຟື້ນ​ຟູ​ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫ​ຍ່ຄືນໃໝ່ໂດຍ​ຕ່າວ​ປີ້ນ​ບໍ່​ໄດ້​, ເຮັດ​ໃຫ້​ປະ​ຊາ​ຊາດ​ຈີນ​ທີ່​ມີ​ອາ​ລິ​ຍະ​ທຳ5000 ​ກວ່າ​ປີ​ຢືນ​ຢູ່​ໃນ​ບັນ​ດາ​ປະ​ຊາ​ຊາດ​ໃນ​ໂລກ​ດ້ວຍ​ໂສມ​ໜ້າ​ໃໝ່​ອ່ຽມ. ຢູ່​ບົນ​ເສັ້ນ​ທາງ​ອັນ​ໃໝ່,ພວກ​ເຮົາ​ມີ​ໜ້າ​ທີ່ຫຼາຍກວ່າ​ເກົ່າ​ແລະ​ໜັກ​ໜ່ວງກວ່າ​ເກົ່າ,ຕ້ອງ​ມີ​ຄວາມ​ເຊື່ອໝັ້ນຢ່າງໜັກ​ແໜ້ນກວ່າ​ເກົ່າ,ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກກວ່າ​ເກົ່າ,ສືບ​ຕໍ່​ຊຸກ​ຍູ້​ການ​ກໍ່​ສ້າງ​ທັນ​ສະ​ໄໝ, ເຮັດຫຼ້ອນໜ້າ​ທີ່​ປະ​ຫວັດ​ສາດ​ສາມ​ຢ່າງ​ຄື​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ,​ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ.
ໂດຍ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ແລະຄວາມຫວັງ​ຈາກ​ປະ​ຊາ​ຊົນ, ເມື່ອ​ປະ​ເຊີນ​ໜ້າ​ກັບ​ເງື່ອນ​ໄຂ​ແລະ​ການ​ທົດ​ສອບ​ທາງ​ປະ​ຫວັດ​ສາດ​ອັນ​ໃໝ່, ທົ່ວ​ພັກ​ຕ້ອງ​ເພີ່ມທະວີ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຄວາມ​ອັນ​ຕະ​ລາຍ, ຖ່ອມ​ຕົວ, ສຸ​ຂຸມ​ຮອບ​ຄ​ອບ, ຫຼີກ​ເວັ້ນ​ເກີດ​ແນວ​ຄິດ​ອວດ​ອົ່ງ​ທະ​ນົງ​ຕົວ​ແລະ​ຄວາມ​​ໃຈ​ຮ້ອນ,​ ຮັກສາສະ ໝອງສົດໃສ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ຕ້ອງສ້າງ​ຈິດ​ສຳ​ນຶກ​ໃນ​ການ​ປະ​ດິດ​ສ້າງ, ຍຶດ​ໝັ້ນ​ສັດ​ຈະ​ທຳ, ແກ້​ໄຂ​ຄວາມຜິດພາດ,ຮັກສາສະພາບຈິດໃຈທີ່ບຸກບືນກ້າວໄປໜ້າຢ່າງສະເໝີຕົ້ນສະເໝີປາຍ, ຕ້ອງ ເພີ່ມທະວີສະຕິກ່ຽວກັບຈຸດປະສົງ,ເຊື່ອ​ໝັ້ນ​ມະ​ຫາ​ຊົນ​ແລະ​ອີງ​ໃສ່​ມະ​ຫາ​ຊົນ​,ຖື​ປະ​ຊາ​ຊົນໄວ້​ຢູ່​ໃນ​ຖາ​ນະ​ສູງ​ສຸດ​ໃນຈິດ​ໃຈຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ຕ້ອງ​ເພີ່ມ​ສະ​ຕິ​ພາ​ລະ​ກຳ, ສະ​ແຫວງ​ຫາ​ຄວາ​ມ​ເປັນ​ຈິງ​ແລະ​ມີ​ການ​ປະ​ຕິ​ບັດ​ຕົວ​ຈິງ,ບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​ລຳ​ບາກ, ຮັກ​ສາ​ທາດ​ແທ້​ມູນ​ເຊື້ອ​ການ​ເມືອງ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງຂອງ​ຊາວ​ກອມ​ມູ​ນິດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
​  ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ພາ​ລະ​ກິດ​ທີ່​ຫັນ​ໜ້າ​ໄປ​ສູ່​ອະ​ນາ​ຄົດ,ຕ້ອງ​ການ​ຊາວ​ໜຸ່ມ​ທີ່​ມີ​ອຸ​ດົມ​ຄະ​ຕິຫຼາຍ​ເຊັ່ນ​ຄົນ​ບຸກ​ບືນ​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທົ່ວ​ພັກ​ຕ້ອງ​ເອົາ​ໃຈ​ໃສ່​ຊາວ​ໜຸ່ມ,ຮັກ​ແພງ​ຊາວ​ໜຸ່ມ, ຟັງ​ສຽງ​ໃນ​ໃຈ​ຂອງ​ຊາວ​ໜຸ່ມ, ສົ່ງ​ເສີມ​ໃຫ້​ຊາວ​ໜຸ່ມ​ພັດ​ທະ​ນາ​ເຕີບ​​ໂຕ, ສະ​ໜັບ​ສະ​ໜູນ​ຊາວ​ໜຸ່ມ​ສ້າງ​ທຸ​ລະ​ກິດ​ຂອງ​ຕົນ. ຊາວ​ໜຸ່ມ​ທຸກຄົນຕ້ອງ​ຕອບ​ຮັບ​ການ​ຮຽກ​ຮ້ອງ​ຂອງ​ພັກ​ຢ່າງ​ຕັ້ງ​ໜ້າ, ສ້າງ​ຕັ້ງ​ໂລກ​ກະ​ທັດ​,ຊີ​ວະ​ທັດ​ແລະ​ທັດ​ສະ​ນະ​ຄຸນ​ຄ່າ​ອັນ​ຖືກ​ຕ້ອງ, ຮັກ​ຫອມ​ປະ​ເທດ​ຊາດ​​ທີ່​ຍິ່ງ​ໃຫຍ່ ຂອງພວກເຮົາ​ຕະຫຼອດ​ໄປ, ຮັກ​ຫອມ​ປະ​ຊາ​ຊົນທີ່​ຍິ່ງ​ໃຫ​ຍ່​ຂອງພວກເຮົາຕະຫຼອດ​ໄປ, ຮັກ​ຫອມ​ປະ​ຊາ​ຊາດ​ຈີນ​​ທີ່​ຍິ່ງ​ໃຫ​ຍ່ຂອງພວກ​ເຮົາ​ຕະຫຼອດ​ໄປ, ເຂົ້າ​ຮ່ວມ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫ​ຍ່​ແຫ່ງສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,ເຮັດ​ໃຫ້​ຊີ​ວິດ​ໄວ​ໜຸ່ມ​ຂອງ​ຕົນ​ມີ​ສີ​ສັນ​ສະ​ຫງ່າ​ງາມ.
ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ​ຕ້ອງ​ການ​ໃຫ້​ລູກຫຼານ​ປະ​ຊາ​ຊາດ​ຈີນ​ທຸກ​ຖ້ວນ​ໜ້າ​ຮ່ວມ​ຈິດ​ຮ່ວມ​ໃຈ​ສາ​ມັກ​ຄີ​ກັນ,ບຸກ​ບືນ​ສູ້​ຊົນ. ຄວາມ​ສາ​ມາ​ຄີ​ກໍ່ແມ່ນພາກສ່ວນໃຫຍ່,ຄວາມ​ສາ​ມັກ​ຄີ​ເປັນ​ກຳ​ລັງ​ແຮງ. ສະ​ຫາຍ​ທຸກ​ຄົນ​ໃນ​ທົ່ວ​ພັກ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ສາ​ມັກ​ຄີ​ດ້ວຍ​ຄຸນ​ທາດຂອງ​ພັກ​ຢ່າງ​ໜັກ​ແໜ້ນ,ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ດ້ວຍ​ພາ​ລະ​ກິດ​ຮ່ວມ, ປົກ​ປັກ​ຮັກ​ສາ​ຄວາມ​ສາ​ມັກ​ຄີແລະຄວາມເປັນ​ເອ​ກະ​ພາບ​ຂອງ​​ທົ່ວພັກ​ຢ່າງ​ຕື່ນ​ຕົວ,ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ໃຫ້​ໝັ້ນ​ຄົງ,ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ຂອງ​ລູກຫຼານ​ປະຊາຊາດ​ຈີນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ,ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ.
ພວກ​ເຮົາ​ຈົ່ງ​ຍົກ​ສູງ​ຄັນ​ທຸງທີ່​ຍິ່ງ​ໃຫ​ຍ່​ຂອງສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ສາ​ມັກ​ຄີ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ​ຢ່າງ​ແໜ້ນ​ແຟ້ນ, ບາກ​ບັ່ນ​ສູ້​ຊົນ​ເພື່ອ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດຮອບ​ດ້ານ, ຍາດ​ເອົາ​ໄຊ​ຊະ​ນະ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ສ້າງ​ພາ​ລະ​ກິດ ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ​ແລະ​ສົມ​ບູນ​ພູນ​ສຸກກວ່າ​ເກົ່າ​ຂອງ​ປະ​ຊ​າ​ຊົນ​ຈີນ​ແລະ​ປະ​ຊາ​ຊາດ​ຈີນ!
 
ໜ່ວຍ​ເລ​ຂາ​ກອງ​ເລຂາ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູ​ນິດ​ຈີນ
ເດືອນ​ພະ​ຈິກ​ປີ2012