ທ່ານ​ຈູມ​ມາ​ລີ ໄຊ​ຍະ​ສອນ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ເລ​ຂາ​ທິ​ການ​ໃຫຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

(GMT+08:00) 2012-11-16 15:27:17     cri

ວັນທີ 15 ພະຈິກນີ້, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ສົ່ງ​ສານ​ສະ​ແດງ ຄວາມ​ຊົມ​ເຊີຍ​ເຖິງ​ສະ​ຫາຍ ສີ ຈິນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃໝ່. ເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້:

ເນື່ອງ​ໃນ​ໂອ​ກາດ​ທີ່​ສະ​ຫາຍ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແຫນ່ງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ໃນ​ນາມ​ຄະ​ນະ​ບໍ​ລິ ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ,​ຂ້າ​ພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ສະ​ຫາຍ.​ການ​ທີ່​ສະ​ຫາຍ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແຫນ່ງ​ສູງ​ສຸດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ 18 ນີ້ ເປັນ​ການ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ວາງ​ໃຈ ອັນ​ເຕັມ​ປ່ຽມ​ຂອງ​ທົ່ວ​ພັກ ແລະ ທົ່ວ​ປວງ​ຊົນ​ຈີນ ທີ່​ມີ​ຕໍ່​ສະ​ຫາຍ ໃນ​ຖາ​ນະ​ເປັນ​ຜູ້​ນຳ ທີ່​ມີ​ປະ​ສົບ​ການ​ອັນ​ອຸ​ດົມ​ຮັ່ງ​ມີ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ​ໃນ​ຕະ​ຫລອດ​ໄລ​ຍະ​ຜ່ານ​ມາ.

ຂ້າພະເຈົ້າມີຄວາມເຊື່ອຫມັ້ນວ່າ : ພາຍໃຕ້ການນຳ​ພາ​ອັນ​ສະ​ຫລາດ​ສ່ອງ​ໃສ ແລະ ເດັດ​ດ່ຽວ​ຫນຽວ​ແຫນ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ໂດຍ​ມີ​ສະ​ຫາຍ​ເປັນ​ຜູ້​ນຳ​ນັ້ນ, ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ​ຈະ​ສືບ​ຕໍ່​ຍາດ​ໄດ້​ໄຊ​ຊະ​ນະ ແລະ ຜົນ​ສຳ​ເລັດ​ອັນ​ໃຫຍ່​ໃນ ການ​ບັນ​ລຸ​ເປົ້າ​ຫມາຍ​ທີ່​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ວາງ ອອກ, ປະ​ຕິ​ບັດ​ຕາມ​ທິດ​ສະ​ດີ​ເຕີ້ງ​ສຽວ​ຜິງ ແລະ ແນວ​ຄິດ​ສາມ​ຕົວ​ແທນ, ຜັນ​ຂະ ຫຍາຍ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ແບບ​ວິ​ທະ​ຍາ​ສາດ, ສືບ​ຕໍ່​ພາ​ລະ​ກິດ​ປະ​ຕິ​ຮູບ​ແລະ ເປີດ​ປະ​ຕູ​ສູ່​ໂລກ​ພາຍ​ນອກ, ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄຫມ,​ຢຶດ​ຫມັ້ນ​ເສັ້ນ​ທາງ ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ສະ​ເພາະ​ຂອງ​ຈີນ, ແນ​ໃສ່​ສົ່ງ​ເສີມ​ສັງ​ຄົມ​ແບບ​ກົມ​ກຽວ, ສ້າງ​ສັງ​ຄົມ​ອີ່ມ​ຫນຳ​ສຳ​ລານ​ຢູ່​ດີ​ກິນ​ດີ​ຮອບ​ດ້ານ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ພາ ລະ​ກິດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດ ທະ​ນາ​ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ຂໍ​ອວຍ​ພອນ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ ເປັນ​ມູນ​ເຊື້ອ ແລະ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ ດ້ານ​ຍາວ​ນານ​ລະ​ຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາວ​-​ຈີນ​ບົນ​ຈິດ​ໃຈ​ແຫ່ງ​ຄວາມ ຫມັ້ນ​ຄົງ​ຍາວ​ນານ,​ຕາມ​ທິດ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,​ສະ​ຫາຍ ທີ່​ດີ​ແລະ ຄູ່​ຮ່ວມ​ມື​ທີ່​ດີ​ຈົ່ງ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.
ຂໍອວຍພອນໃຫ້ສະຫາຍຈົ່ງມີພະລານາໄມ​ສົມ​ບູນ​ມີ​ຄວາມ​ຜາ​ສຸກ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ພາ​ລະ​ກິດ​ອັນ​ມີ​ກຽດ ແລະ​ສູງ​ສົ່ງ​ຂອງ​ສະ​ຫາຍ.