ຈັດ​ພິທີ​ວາງ​ສີ​ລາ​ລຶກຂອງ​ໂຮງຮຽນ​ປະຖົມ​ສົມບູນ​ບ້ານ​ໜອງ​ປີງ

(GMT+08:00) 2012-11-16 15:49:52     cri

ຕອນ​ເຊົ້າ​ວັນ​ທີ16ພະຈິກ​ນີ້​ໄດ້​ຈັດ​ພິທີ​ວາງ​ສີ​ລາ​ລຶກການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ສົມບູນ​ບ້ານ​ໜອງ​ປີງ​,​​ເມືອງ​ຈັນທະ​ບູລີ​,​ນະຄອນຫຼວງ​ວຽງ​ຈັນ, ​ເຊິ່ງ​ໂຮງຮຽນ​ແຫ່ງ​ນີ້​ເປັນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຄະນະ​ສັນຕິພາບ​ແລະ​ສາມັກຄີ​ຂອງ​ລາວ, ກັບ​ກອງ​ທຶນ​ຈີນ​ເພື່ອ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ຈີນ, ​​ເປັນ​ກຽດ​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ​ມີ​ທ່ານ​ສາຍທອງ ​ແກ້ວ​ດວງ​ດີ,​ ຮອ​ງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ,​ທ່ານ​ທອງ​ສີ ອິນທະ​ພົນ, ຮອງ​ຫົວໜ້າ​ຄະນພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​, ທ່ານ​ນາງ​ປູ້​ຈ້ຽນກົວ,​​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ,​ ທ່ານ​ຄຳ​ພັນ ສິມ​ມະ​ລາ​ວົງ, ປ​ະທານ​ຄະນະ​ສັນ​ຕິ​ພາບ​ແລະ​ສາມັກຄີ​ຂອງ​ລາວ, ພະນັກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ໃນ​ພິທີ​ດັ່ງກ່າວ,​ ທ່າ​ນນາງ​ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ກ່າວ​ວ່າ,​ ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ສົມບູນ​ບ້ານ​ໜອງ​ປິງ​ເປັນ​ໂຄງການ​ແບບຢ່າງ​ທີ່​ລັດຖະບານ​ຈີນ​ເພີ່ມ​ທະວີ​ການ​ສະໜັບສະໜູ​ບ​ແລະ​ການ​ຊ່ວຍ​ເຫຼືອ​ເຂົ້າ​​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​​, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ການ​ສຶກສາ​ຂັ້ນ​ພື້ນຖານ​ຂອງ​ລາວ. ​ໃນ​ຕໍ່ໜ້າ​ນີ້,​ ຈີນ​ຈະ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ແລະ​ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ​ຕໍ່​ວຽກ​ງາ​ນການ​ສຶກສາ​ຂອງ​ລາວ​ບົນ​ພື້ນຖານ​ທີ່​ມີ​ຢູ່​ແລ້ວ​ໃນ​ປະຈຸ​ບັນ.

​ໂຮງຮຽນ​ປະຖົມ​ສົມບູນ​ບ້ານ​ໜອງ​ປີງ​ແມ່ນ​ກອງ​ທຶນ​ຈີນ​ເພື່ອ​ສັນຕິພາບ​ແລະ​ການ​ພັດທະນາ​ອອກທຶນ4​ແສນ2ໝື່ນ​ໂດ​ລາ​ໃນ​ການ​ກໍ່ສ້າງ,​ ລົງມື​ກໍ່ສ້າງ​ເລີ່​ມ​ແຕ່​ວັນ​ທີ1ຕຸລາ2012,​ ຄາດ​ວ່າ​ຈະ​ສຳ​ເລັດ​ການ​ກໍ່ສ້າງ​ໃນ​ເດືອນ​ພຶດສະພາ​ປີໜ້າ, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ເປັນ​ອາຄານ​ 2ຊັ້ນ1ຫຼັງ,​ ລວມມີ12ຫ້ອງ,​ ສາມາດ​ຮອງ​ຮັບ​ນັກຮຽນ​ໄດ້​ປະມານ500ຄົນ.