ອາ​ຊຽນປະກາດ​ວ່າ​ຈະ​ສ້າງ​ຕັ້ງ​ປະຊາ​ຄົມກ່ອນ​ທ້າຍ​ປີ2015

(GMT+08:00) 2012-11-19 12:51:48     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ18ພະຈິກ​ນີ້, ທ່ານ​ຄາວ ກິມ ຮຸນ, ​​ເລຂາທິການ​ແຫ່ງ​ລັດ​​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ກຳປູ​ເຈຍ​ກ່າວ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ວ່າ: ຜູ້ນຳ​ອາ​ຊຽນ​ໄດ້​ຕົກ​ລົງກຳນົດ​ວັນ​ທີ31ທັນວາ​ປີ2015​ເປັນ​ເວລາ​ກຳນົດ​ຫຼ້າ​ສຸດ​ຂອງການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ.

ທ່ານ​ຄາວ ກິມ ​ຮຸນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວພາຍ​ຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ21ວ່າ, ​ໃນ​ກອງ​ປະຊຸມ​ຄົບ​ຄະນະທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ຜູ້ນຳ​ຂອງ10ປະ​ເທດ​ອາ​ຊຽນຕົກລົງ​ວ່າ​ຈະ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນກ່ອນ​ທ້າຍ​ປີ2015, ຮອດ​​ເວລາ​ນັ້ນ, ມະ​ເລ​ເຊຍ​ເຊິ່ງ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນ​ໃນ​ປີ2015ຈະ​ຈັດ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ຢ່າງຍິ່ງ​ໃຫຍ່.

ທ່ານ​ຄາວ ກິມ​ ​ຮຸນ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ທີ່​ປຶກສາ​ດ້ານ​ເສດຖະກິດ​ອາ​ຊຽນທີ່​ໄດ້​ຈັດ​ຂຶ້ນ​ໃນ​ຕອນບ່າຍ​ວັນ​ທີ18ພະ​ຈິກ​ນີ້, ຜູ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​​ເພິ່ມຜົນ​ສະທ້ອນ​ຂອງ​ອາ​ຊຽນແນວ​ໃດ​ພາຍ​ໃຕ້​ເບື້ອງ​ຫຼັງ​ດ້ານ​ເສດຖະກິດ​ທົ່ວ​ໂລກ​ໃນ​ປະຈຸ​ບັນ​ນີ້. ​ໃນ​ກອງ​ປະຊຸມ​ຍ່ອຍ​ຫຼັງ​ຈາກ​ນັ້ນ, ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ອາຊຽນ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ສະຖານະ​ການ​ຕາ​ເວັນ​ອອກ​ກາງ​, ບັນຫາ​ນິວ​ເຄຼຍ​ແຫຼມ​​ເກົາຫຼີ​ແລະ​ອື່ນໆ.

ນອກ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ຮັບຮອງ​ເອົາ​ທ່ານ​ເລ​ເລື່ອງ​ມິ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ຂຶ້ນ​ເປັນ​ເລຂາທິການ​ໃຫຍ່​ອາ​ຊຽນຄົນ​ໃໝ່, ປ່ຽນ​ແທນ​ທ່ານ​ສຸຣິນ ພິດ​ສຸວັນ​, ​ເລຂາທິກາຍ​ໃຫຍ່​ອາ​ຊຽນຄົນ​ປະຈຸ​ບັນ​ທີ່​ຈະ​ໝົດ​ໜ້າ​ທີ່​ໃນ​ທ້າຍ​​ເດືອນ​ທັນວາ​ປີ​ນີ້.