ເລີ່​ມສ້າງ​ໂຄງການ​ດາວ​ທຽມ​ຂອງ​ປະ​​ເທດ​ລາວ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-12-02 15:40:36     cri
ສະ​ຖາ​ບັນ​ຕົ້ນ​ຄວ້າ​ເຕັກນິກ​ຈະ​ຫລວດ​ສົ່ງ​ຍານ​ຈີນ​ທີ່​ຂຶ້ນ​ກັບ​ກຸ່ມບໍລິສັດ​ເຕັກນິກ​ການບິນ​ອະວະກາດ​ຂອງ​ຈີນ​ໄດ້ປະກາດ​ຢູ່​ທີ່​ນະຄອນຫລວງ​ວຽງ​ຈັນ​ໃນ​ວັນ​ທີ 1 ທັນວາ​ນີ້​ວ່າ: ​ເລີ່​ມສ້າງ​ໂຄງການ​ດາວ​ທຽມໂທລະ​ຄົມ​ວິທະຍຸກະ ຈາຍສຽງຂອງ​​ລາວ​ຢ່າງ​ເປັນ​ທາງ​ການ.

ຂາວ​ແຈ້ງວ່າ, ​ໂຄງການ​ດ່ັງກ່າວ​ແມ່ນ​ບໍລິສັດ​ດາວ​ທຽມ​ໂມ​ໄບຄົມ​ມິ​ວນິ​ເຄ​ຊັນ(Mobile Communication)ອາຊີ​ປາ​ຊິກ​ຟິກຈີນ​ຈຳກັດ​ທີ່​ຂຶ້ນ​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຈະ​ຫລວດ​ສົ່ງ​ຍານ​ຈີນ​ເປັນ​ຜູ່​ຮັບ​ເຫມົາ,ມີ​​ແຜນການ ຈະ​ສົ່ງ​ດາວ​ທຽມ​ດັ່ງກ່າວ​ຂຶ້ນ​ສູ່​ອະວະ​ກາດ​ເນື່ອງ​ໃນ​ໂອກາດ​ວັນຊາດ​ລາວ​ຄົບຮອບ 40 ປີ​ໃນ​ປີ 2015.​ເມື່ອ​ດາວ​ທຽມ​ນີ້​ເລີ່​ມດຳ​ເນີນ​ງານ​ແລ້ວ​ຈະ​ໃຫ້ການ​ບໍລິການ​ແກ່​ລາວ​ໃນ​ດ້ານ​ລາຍການ​ໂທລະພາບ​ທີ່​ມີ​ຄວາມ​ຊັດ​​ເຈັນ ​ສູງ(HD),ການ​ປິ່ນປົວ​ພະຍາດ​ຈາກ​ທາງ​ໄກ, ການ​ສຶກສາ​ຈາກ​ທາງ​ໄກ,​ແລະ​​ໂທລະ​ຄົມສຸກ​ເສີນ​ຂອງ​ລັດຖະບານ.

​ໃນ​ພິທີ​ເລີ່​ມ​ໂຄງການ​ດ່ັງກ່າວ, ທ່ານຫຽມ ພົມມະຈັນ​ ລັດຖະມົນຕີ​ວ່າການ​ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ​ແລະ​ການ​ສື່ສານ​ລາວ​ໄດ້​ກ່າວປາ​ໄສ​ວ່າ:​ຫລັງ​ຈາກ​ປະ​ເທດ​ລາວ​ໄດ້​ມີ​ພາບ​ພົດ​ທີ່​ດີ​ຂຶ້ນ​ໃນ​ປະຊາ​ຄົມ​ໂລກ​ພາຍຫລັງ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ອາ​ເຊັມ 9 ຜ່ານ​ມາ, ​ໂຄງການ​ດາວ​ທຽມ​ຂອງ​ປະ​ເທດ​ລາວ​ກໍ່​ເລີ່​ມສ້າງ​ຂຶ້ນ​ເນື່ອງ​ໃນ​ໂອກາດ​ວັນຊາດ​ລາວ​ຄົບຮອບ 37 ປີ,​ເຊື່ອ​ວ່າ​ໂຄງການ​ນີ້​ຈະ​ເຮັດ​ໃຫ້​ພາບ​ພົດ​ຂອງ​ປະ​ເທດ​ລາວ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ​.ທ່ານ​ຫວັງ​ຢ່າງ​ຍິ່ງ​​ໃຫ້​ໂຄງການ​ນີ້​ຈະ​ກາຍ​ເປັນ​ແບບຢ່າງ​ໃຫມ່​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ລາວ​ຈີນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ.