ຜູ້ນຳ​ຈີນ​ສົ່ງ​ໂທລະ​ເລກ​ໄປ​ຍັງ​ຜູ້ນຳ​ລາວ ​ເພື່ອ​ຊົມ​ເຊີຍສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວສ້າງ​ຕັ້ງ​ຂຶ້ນຄົບຮອບ 37ປີ

(GMT+08:00) 2012-12-02 14:30:26     cri
ຕາມ​ຂ່າວcri: ວັນ​ທີ2ທັນວາ​ນີ້, ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ, ທ່ານ​ອູ​ປ່າງກົວະ, ປະທານ​ຄະນະ​ປະຈຳສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ແລະທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ຮ່ວມ​ກັນ​ສົ່ງ​ໂທລະ​ເລກ​ໄປ​ຍັງ​ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ, ທ່ານ​ນາງ​ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ແລະ​ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ, ​ເພື່ອ​ຊົມ​ເຊີຍວັນສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວສ້າງ​ຕັ້ງ​ຂຶ້ນຄົບຮອບ 37ປີ. ​​​ໂທລະ​ເລກ​ມີ​ເນື້ອ​ໃນ​ດັ່ງ​​ນີ້:

​ເນື່ອງ​ໃນ​ໂອກາດວັນ​ສ້າງ​ຕັ້ງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວຄົບຮອບ 37ປີ, ພວກ​ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ລັດຖະບານ​ຈີນ, ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດຈີນ​ແລະ​ປະຊາຊົນ​ຈີນ, ສະ​ແດງ​ຄວາມ​ອວຍ​ພອນຢ່າງ​ອົບ​ອຸ່ນ​ແລະ​ສົ່ງ​ພອນ​ອັນ​ປະ​ເສີດ​ມາ​ຍັງທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ, ທ່ານ​ນາງ​ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ແລະ​ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ, ພ້ອມ​ດ້ວຍ​ຄະນະ​ລັດຖະບານ​ລາວ, ສະພາ​ແຫ່ງ​ຊາດ​ລາວ​ແລະ​ປະຊາຊົນ​ລາວ​ທີ່​ເປັນ​ອ້າຍ​ນ້ອງ​ກັນ.

​ປະຈຸ​ບັນ ການ​ເມືອງ​ຂອງ​ລາວ​​ມີ​ຄວາມ​ໝັ້ນຄົງ, ສັງຄົມ​ມີ​ຄວາມກົມກຽວ​ກັນ, ​ເສດຖະກິດ​ການ​ພັດທະນາແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​​ໄດ້​ປັບປຸງ​ໃຫ້​ດີ​ຂຶ້ນ, ຖານະ​ໃນ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະຊາຊົນ​ລາວຍ່ອມ​ຈະ​ບັນລຸ​ເປົ້າ​ໝາຍ​ສູ້​ຊົນ​ທີ່ກຳນົດ​ໄວ້​ໃນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ9ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ອັນ​ຍິ່ງ​ໃຫຍ່​​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ພາລະກິດ​ການສ້າງສາ​ສົງ​ຄົມ​ທີ່ທັນ​ສະ​ໄໝ.

​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ມິດຕະພາບ​ແລະ​ການຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ລາວ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຫຼວງ​ຫຼາຍ. ການ​ໄປມາ​ຫາ​ສູ່​ກັນ​ລະຫວ່າງຂັ້ນ​ນຳ​ຂອງ​ສອງ​ປະ​ເທດ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ຕື່ມ, ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຊັດ​ເຈນ, ​ແລ້ວນຳ​ເອົາ​ຜົນ​ປະ​ໂຫຍ​ດທີ່​ແທ້ຈິງ​ມາ​ໃຫ້​ປະຊາຊົນ​ທັງ​ສອງ​ປະ​ເທດ. ຈີນ​ຖະໜຸຖະໜອມ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ລາວ, ຍິນ​ດີ​ຮ່ວມ​ກັບ​ລາວ​ເພີ່ມ​ທະວີ​ການ​​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ຈີນ​ກັບ​ລາວ​​ໄດ້​ແຕກ​ດອກ​ອອກ​ຜົນ​ຫຼາຍ​ກວ່າ​ເກົ່າ, ​ເຮັດ​ໃຫ້​ສອງ​ປະ​ເທດ​ເປັນປະ​ເທດ​​ບ້ານໃກ້​ເຮືອນ​ຄຽງທີ່​ດີ, ​ເພື່ອນ​ທີ່​ດີ, ສະຫາຍ​ທີ່​ດີ​ແລະ ຄູ່​ຮ່ວມ​ມື​ທີ່​ດີຕະຫຼອດ​ໄປ.

ຂໍ​ອວຍພອນ​​ໃຫ້ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ຈົ່ງ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ.

ມື້ດຽວ​ກັນ, ທ່ານ​ຢາງ​ເຈ​ສື້, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກໍ່​ໄດ້​ສົ່ງ​​ໂທລະ​ເລກ​ໄປ​ຍັງ​ທ່ານ​ດ.ຣທອງ​ລຸນ ສີສຸ​ລິດ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ເພື່ອ​ອວຍພອນການ​ສ້າງ​ຕັ້ງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ​ຄົບຮອບ37ປີ.