ບາງອາຫານອັນຕະລາຍ

(GMT+08:00) 2012-12-05 11:11:53     cri
ໝາກເຊີລີ້ທີ່ວາງຢູ່ເທີງເຂົ້າໜົ້ມເຄັກຫຼືກະແລ້ມສ່ວນຫຼາຍມັກຍ້ອມສີ ຖ້າຮັບເລື້ອຍໆຈະເຮັດໃຫ້ໝາກໄຂ່ຫຼັງເຊື່ອມສະມັດຕະພາບ.
ຈາກໝາກເຊີລີກໍແມ່ນຊູຊິ( ອາຫານຍີ່ປຸ່ນ) ຢູ່ຕາມຕະຫຼາດນັດອາຫານສົດ ບວກກັບຄວາມຮ້ອນ ແລະເຊື້ອແບກທີເລຍໃນອາກາດ
ຜູ້ທີ່ຊື້ໄປກິນອາດມີອາການເຈັບທ້ອງຖ່າຍຕາມມາ. ກ່ອນຈະຊື້ອາຫານປະເພດນີ້ມາຮັບປະທານ ທ່ານຄວນຄໍານຶງເຖິງເລື່ອງຄວາມ
ສະອາດແລະຄວາມປອດໄພສາກ່ອນ. ສໍາລັບຜູ້ທີ່ມັນກິນເຂົ້າໜົມອົມທີ່ມີຫຼາຍສີ ໂດຍສະເພາະພໍ່-ແມ່ຜູ້ປົກຄອງຄວນແນະນໍາຜົນ
ອັນຕະລາຍຈາກການກິນຂະໜົມທີ່ມີຫຼາຍສີໃຫ້ລູກຮູ້ ອາດໄດ້ຮັບສານອັນຕະລາຍຈາກສີໄດ້ເພາະວ່າສີທີ່ປະສົມຢູ່ໃນຂະໜົ້ມນັ້ນ
ໄດ້ມາດຕະຖານຫຼືບໍ່? ນອກນັ້ນ, ອາຫານທະເລຍາມຮ້ອນອາດມີເຊື້ອໄວຣັດ. ເພາະຍາມຮ້ອນແບັກທີເລຍຫຼາຍກວ່າປົກກະຕິໂອ
ກາດທີ່ຈະພາໃຫ້ເຈັບທ້ອງຈື່ງມີສູງ ຖ້າຈະກິນກໍ່ຄວນລ້າງດ້ວຍນໍ້າເກືອໃຫ້ສະອາດດີເສຍກ່ອນ.

ອາຫານສໍາເລັບຮູບ ອາຫານທີ່ອົບໃນເຕົາອົບ ເຊິ່ງອາຫານເຫຼົ່ານີ້ບໍ່ຄວນເອົາມາໃຊ້ຊໍ້າອີກຫຼືກິນອີກ ເພາະສານເຄມີໃນປຣາດສະ
ຕິກຈະຊືມປົນກັບອາຫານ ແລະສະສົມໃນຮ່າງກາຍ ທ່ານທີ່ຮັບປະທານອາຫານປະເພດນີ້ ດົນໄປກໍ່ໃຫ້ເກີດເປັນພະຍາດມະເຮັງ
ຕາມມາ. ນໍ້າປາເປີດຝາແລ້ວ ຄວນມີອາຍຸນໍາໃຊ້ບໍ່ເກີນໜື່ງເດືອນ ເພື່ອປ້ອງກັນການວາງໄຂ່ຂອງແມງວັນ ແລະເຊື້ອພະຍາດຕາມ
ອາກາດທີ່ປະສົມຢູ່ໃນແກ້ວນໍ້າປາ. ສິ່ງສໍາຄັນເມື່ອປຸງແຕ່ງອາຫານທຸກຄັ້ງຄວນປິດຝາໃຫ້ດີ ແລະມ້ຽນໄວ້ບ່ອນທີ່ໄພ.

ທ່ານທີ່ຮັບປະທານອາຫານທີ່ໃຊ້ເຈ້ຍໜັງສືພິມຫໍ່ ບໍ່ວ່າຈະເປັນຜັກສົດ ຫຼື ອາຫານ ປະເພດຕ່າງໆ ສານພິດຈາກນໍ້າມຶກຈະຊືມຖືກ
ອາຫານ. ຖ້າເຮົາຮັບປະທານດົນໄປກໍ່ຈະໄປສະສົມໃນຮ່າງກາຍ ດົນໄປກໍ່ໃຫ້ເປັນພະຍາດມະເຮັງ ແລະ ພະຍາດອື່ນໆຕາມມາ.
ອາຫານກະປ໋ອງ ຖ້າກິນບໍ່ໝົດໃຫ້ເອົາອອກຈາກກະປ໋ອງໄປໃສ່ພະຊະນະອື່ນແຊ່ຕູ້ເຢັນເພາະອາກາດຈະເລັ່ງປະຕິກິລິຍາໃຫ້ອາຫານ
ໄດ້ຮັບສານຜິດຈາກກະປ໋ອງ. ແລະອັນສຸດທ້າຍແມ່ນອາຫານປະເພດຂອງດອງບໍ່ວ່າຈະເປັນໝາກຂາມດອງ, ໝາກມ່ວງດອງແລະອື່ນໆ
ມີເຊື້ອໄວຣັສຫຼາຍພຽງພໍຈະທໍາລາຍກ້າມຊີ້ນເຮັດໃຫ້ກ້າມຊີ້ນອ່ອນແຮງໄດ້.