10 ອັນດັບ​ປະ​ເທດ​ທີ່​ມີອາກາດ​ດີ​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-12-05 14:30:59     cri

ກ່ອນ​ອື່ນ​ຕ້ອງ​ບອກວ່າ: 10 ປະ​ເທດ​ທີ່​ອາກາດ​ດີ​ທີ່​ສຸດ​ໃນ​ໂລກ ​​ບໍ່​ໄດ້​ໝາຍ​ເຖິງ​ປະ​ເທດ​ທີ່​ມີ​ອາກາດ​ບໍລິສຸດ​ ຫຼື​ ເປັນ​ແຫຼ່ງ​ໂອ​ໂຊນ ​ແຕ່​ເປັນ​ປະ​ເທດ​ທີ່​ມີ​ສະພາບ​ອາກາດ​ເອື້ອອໍານວຍ​ຕໍ່​ການ​ອົບ​ພະ​ຍົກຍ້າຍ​ຖິ່ນ​ຖານ ບໍ່​ວ່າ​ຈະ​ເປັນ​ການ​ຍ້າຍ​ໄປ​ເລີ່​ມຕົ້ນ​ຊີວິດ​ໃໝ່ ຍ້າຍ​ໄປ​ໃຊ້​ຊີວິດ​ບັ້ນ​ປາຍ​ຫຼັງ​ບໍາ​ນານ​ແລ້ວ 10 ປະ​ເທດ​ທີ່ຈະ​ເວົ້າ​ເຖິງ​ຕໍ່​ໄປ​ນີ້ ມີ​ສະພາບ​ອາກາດ​ໂດຍ​ລວມທີ່​ບໍ່​ປັ່ນ​ປ່ວນ ບໍ່​ຮ້ອນຫຼາຍ ​ຫຼື​ ບໍ່ໜາວ​ຫຼາຍຈົນ​ເກີນ​ໄປ ​ແລະ ບໍ່​ແມ່ນ​ປະ​ເທດ​ທີ່​ມີ​ຝົນຕົກ​ຕະຫຼອດ​ປີ. ຈາກ​ການ​ສໍາ​ຫຼວດຂອງ​ຜູ້​ຊ່ຽວຊານ​ ແລະ​ ທີ່​ປຶກສາ​ການ​​ໃຊ້​ຊີວິດ​ຢູ່​ຕ່າງປະ​ເທດຫຼັງ​ຈາກ​ບໍານານຈັດ​ຂື້ນ​ໂດຍ: ອິນ​ເຕີ​ລ ​ເນ​ເຊິນ​ເນລ ລີ​ຟະ​ລິງ

ອັນ​ດັບ​ທີ່​ໜື່ງ: ປະ​ເທດ​ສາທາລະ​ນະ​ລັດ ມອນ​ຕາ ສາທາລະນະ​ລັດ​ມອນ​ຕາ​ເປັນ​ໝູ່​ເກາະ​ຕັ້ງ​ຢູ່​ໃນ​ທະ​ເລ​ເມ​ດີ​ເຕລາ​​ເນ​ທາງ​​​ໃຕ້ຂອງ​ເອີ​ລົບ ສະພາບ​ອາກາດ​ຖື​ວ່າ​ດີ​ຫຼາຍ​ເມື່ອ​ທຽບ​ໃສ່​ກັບປະ​ເທດ​ສ່ວນ​ຫຼາຍ​ໃນ​​ເອີ​ລົບມີ​ອຸນຫະພູມ​ສະ​ເລ່ຍ 20 ອົງສາ​ ຢ່າງ​ໃດ​ກໍ່ຕາມ​ມອນຕາ​ເຖິງຈະ​​ເກີດມີ​ຝົນຕົກ​ຫຼາຍ​ບາງ​ໄລຍະ​ແຕ່​ມັກ​ເກີດ​ໃນ​ໄລຍະ​ພຽງ​ສັ້ນໆ.

ອັນ​ດັບທີ່​ສອງ: ສາທາລະນະ​ລັດ​ເອກວາ​ດໍ ຕັ້ງ​ຢູ່​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ທະວີບອາ​ເມ​ລິ​ກາ​ໃຕ້ ຍ້ອນ​ທີ່​ຕັ້ງ​ຢູ່​ບໍລິ​ເວນ​​ເສັ້ນ​ສູນ​ສູດ ​ເອກ​ວາ​ດໍ​ ​ເປັນປະ​ເທດ​ໄດ້​ຮັບ​ແສງ​ແດດ ​ເຕັມໆ​ເຖິງ 12 ຊົ່ວ​ໂມງຕໍ່​ມື້ ​ແຕ່​ເນື່ອງ​ຈາກ​ເອກ​ວາ​ດໍ​ມີ​ພູມ​ສັນຖານ​ຂອງ​ປະ​ເທດ​ທີ່​ຕ່າ​ງກັນ ​ສ່ວນ​ຫຼາຍ​ເປັນ​ປ່າ ​ແລະ​ ພູ​ ​ແຕ່​ລະບ່ອນ​ຈື່ງ​ມີ​ພູມ​ອາກາດ​ທີ່​ແຕກ​ຕ່າງ​ກັນ ມີ​ສະພາບ​ອາກາດ​ຄື​ຢູ່​ໃນ​ລະດູ​ໃບ​ໄມ້​ປົ່ງ​ອຸນຫະພູມ​ສະ​ເລ່ຍປະມານ 24 ອົງສາ​ ຍາມ​ກາງ​​ເວັນ.

ອັນ​ດັບ​ທີ​ສາມ: ສາທາລະນະ​ລັດ​ແມັກຊິ​ໂກ​ ຕັ້ງ​ຢູ່​ທາງ​​ໃຕ້​ຂອງ​ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​​ເປັນ​ປະ​ເທດ​ທີ່​ມີ​ສະພາບ​ອາກາດ​ດີ​ຫຼາຍ ​ຍ້ອນຄວາມ​ສູງ​ຂອງ​​ແຕ່ລະ​ເຂດ ບາງ​ເຂດ​ມີ​ອາກາດ​ແບບ​ເຂດ​ຮ້ອນ​ໂດຍ​ສະ​ເພາະ​ບໍລິ​ເວນ​ແຫຼມ​ຍູ​ກາ​ຕັງ ​​ສ່ວນ​ບ່ອນ​ທີ່​ສູງ​ກວ່າ​ລະດັບ​ໜ້າ​ນໍ້າ​ທະ​ເລ 900 ​ແມັດ​ຂື້ນ​ໄປ​ຈະ​ມີ​ສະພາບ​ອາກາດ​ເຢັນ.

ອັນ​ດັບ​ທີ່ສີ່ : ສາທາລະນະ​ລັດ​ໂຄ​ລໍາ​ເບຍ ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ທະວີບອາ​ເມ​ລິ​ກາ​ໃຕ້ ເນື່ອງ​ຈາກ​ປະ​ເທດ​ໂຄ​ລໍາ​ເບຍ​ຕັ້ງ​ຢູ່​ໄກ້​ເສັ້ນ​ສູງ​ສູດ ສະພາບ​ອາກາດ​ທົ່ວ​ໄປ​ຈື່ງ​ມີ​ລັກສະນະ​ຮ້ອນ​ຊຸ່ນ ​ແລະ ມີ​ອຸ່ນ​ຫະພູມ​ຄົງ​ທີ່​ຕະຫຼອດ​ປີ ຖ້າ​ຈະ​ຕ່າງ​ກໍ່​ພຽງ​ໜ້ອຍ​ດຽວອຸນຫະພູມ​​ແມ່ນ 14 ອັງສາ​ ​ແລະ ອຸນຫະພູມ​ສະ​ເລ່ຍຕະຫຼອດ​ປິ​ແມ່ນ 15 ອົງສາ.

ອັນ​ດັບ​ທີ່​ຫ້າ​: ແມ່ນ​ປະ​ເທດ​ອອສ​ເຕ​ເລຍ​ ປະ​ເທດ​ນີ້​ມີ​ສະພາບ​ອາກາດ​ຫຼາຍ​ແບບ ​ແຕ່​ເນື່ອງ​ຈາກ​ເນື້ອສວ່ນຫຼາຍ​ຂອງ​ປະ​ເທດ​ເປັນ​ທະ​ເລ​ຊາຍ​ທີ່ແຫ້ງ​ແລ້ງ​ ແລະ​ ທຸລະກັນດານ ຂະໜາດ​ທະ​ເລ​ຊາຍ​ລວມກັນ​ໃຫຍ່​ເປັນອັນ​ດັບ​ 2 ຂອງ​ໂລກ​ຮອງ​ຈາກ​ທະ​ເລ​ຊາຍ​ສະ​ຫາ​ລາ​ຢູ່​ທະວີບອາ​ຝຣິກກາ ​ເນື້ອ​ທີ່​ປະມານ 40 % ​ແມ່ນດິນ​ຊາຍ. ​ທາງ​​ໄຕ້​ດ້ານ​ຕາ​ເວັນ​ອອກ​ ແລະ​ ຕາ​ເວັນ​ຕົກ​ເທົ່າ​ນັ້ນທີ່​ມີ​ອາກາດ​ເຢັນ​ ແລະ​ ເປັນ​ເຂດ​ທີ່​ອຸດົມສົມບູນສ່ວນ​ທາງເໜືອ​ຂອງ​ປະ​ເທດ​ມີ​ອາກາດ​ແບບ​ເຂດ​ຮ້ອນ.

ອັນ​ດັບທີ່​ຫົກ: ​ປະ​ເທດ​ອູ​ລູ​ໄກ​ຍ​ ເປັນ​ປະ​ເທດ​ນ້ອຍໆ​ຕັ້ງ​ຢູ່​ທາງ​​ໃຕ້​ຂອງ​ທະວີບອາ​ເມ​ລິ​ກາ​​ໃຕ້ ປະ​ເທດ​ອູ​ລູ​ໄກ​ຍມີ​ສະພາບ​ອາກາດ​ແບບ​ເຄິ່ງຮ້ອນ ແລະ ​ຊຸ່​ນ​ ບາງ​ບ່ອນ​ຍັງ​ມີ​ຝົນຕົກ​ນໍາ ສະພາບ​ອາກາດ​ຢູ່​ອູ​ລູ​ໄກ​ຍ​ແຕ່​ລະ​ບ່ອນ​ຈະ​ບໍ່​ແຕກ​ຕ່າງ​ກັນ​ພໍ​ປານ​ໃດ ​ປະ​ເທດ​ນີ້​ບໍ່​ມີ​ພູ​ຈື່ງ​ເຮັດ​ໃຫ້​ມີ​ລົມ​ພັດ​ມາ​ຈາກ​ພາກ​ອື່ນໆ ​ໃນ​ລະດູ​ຮ້ອນ​ອາກາດ​ຈະ​ອຸ່ນ​ເກືອບ​ວ່າ​ຮ້ອນ​ພຸ້ນ​ລະ! ​ສ່ວນ​ລະດູ​ໜາວ​ອາກາດ​ຈະ​ເຢັນ​ຍ້ອນ​ກະ​​ແສ​ລົມ​ທີ່​ພັດ​ມາ​ຈາກ​ຂ້ວນ​​ໂລກ. ບໍ່​ມີ​ສະພາບ​ອາກາດ​ໜາວ​ຫຼາຍ ລະ​ດູ​ຮ້ອນ​ອຸນຫະພູມ​ສະ​ເລ່ຍປະມານ 22 ອົງສາ ລະດູ​ໜາວມີ​ອຸນຫະພູມສະ​ເລ່ຍ 11 ອົງສາ.

ອັນ​ດັບ​ທີ່ເຈັດ: ສາທາລະນະ​ລັດ​ອາ​ເຈນ​ຕີ​ນາ ຕັ້ງ​ຢູ່​ທາງ​ໃຕ້​ຂອງ​ທະວີບອາ​ເມ​ລິ​ກາ​ໃຕ້ ​ເປັນ​ອີ​ກໜື່ງປະ​ເທດ​ທີ່​ມີ​ສະພາບ​ອາກາດ​ຫຼາຍ​​ແບບ ​ແລະ ​ແຕກ​ຕ່າງ​ກັນ​ໄປ ​ແຕ່​ລະ​ບ່ອນ​ນັບ​ແຕ່​ອຸ່ນເກືອບວ່າຮ້ອນພຸ້ນລະ! ມີຝົນຕົກ​ຫຼາຍ ​ເຖິງ​ຂັ້ນ​ມີ​ຫີມມະ​ຕົກພຸ້ນລະທາງ​ພາກ​ເໜືອ​ຂອງ​ປະ​ເທດ​ມີ​ອາກາດ​ເຄິ່ງຮ້ອນ ທາງ​ພາກກາງ​ຮ້ອນຊຸ່ນ​ ແລະ​ ທາງ​ພາກ​ໄຕ້​ອາກາດ​ໜາວ​ເຢັນ ອາ​ເຈນ​ຕີ​ນາ​​ອາກາດ​ໜາວ​ແບບ​ແຫ້ງໆ.

ອັນ​ດັບ​ທີ່​ແປດ: ສາທາລະນະ​ລັດ​ອາ​ຝິຣກກາ​​ໃຕ້ ​ເປັນ​ປະ​ເທດ​ອິດສະຫຼະ​ທີ່ຢູ່​ທາງ​​ໃຕ້​ສຸດ​ຂອງ​ທະວີບອາ​ຝຣິກກາ ​ເປັນ​ປະ​ເທດ​ທີ່​ມີ​ພູມ​ອາກາດ​ຫຼາຍ​​ແບບ ສ່ວນ​ຫຼາຍ​ມີ​ພູມ​ອາກາດແບບ​ອົບອຸ່ນແຕ່​ສະພາບ​ອາກາດ​ທາງ​ເໜືອ ​ແລະ​ ທາງ​ໄຕ້​ກໍ່​ບໍ່​ແຕກ​ຕ່າງ​ກັນ​ຫຼາຍອຸນຫະພູມ​ສະ​ເລ່ຍໝົດ​ປີ​ປະມານ 17 ອົງສາ​.

ອັນ​ດັບ​ທີ່​ເກົ້າ: ສາທາ​ລະນະ​ລັດ​ອີ​ຕາ​ລີ​ຕັ້ງ​ຢູ່​ທາງ​ໄຕ້​ຂອງ​ທະວີ​ເອີ​ລົບ ​ແລະ​ ທາງ​​ເໜືອ​ຂອງ​ທະວີບອາ​ຝຣິກກາ. 75 % ​ເປັນ​ພູ​ ແລະ​ ທົ່ງພຽງ​ເປັນ​ປະ​ເທດ​ໜື່ງ​ໃນ​​ເອີ​ລົບ​ທີ່​ມີ​ອາກາດ​ດີ​ແຕ່​ມີ​ລັກສະນະອາກາດ​ຫຼາຍ​ແບບມີ​ອຸນຫະພູມ​ສະ​ເລ່ຍປະມານ 27 ອົງສາ. ​ໃນ​ລະດູ​ຮ້ອນ​ລົງ​ໄປ​ທາງ​ພາກ​ໄຕ້​ຫຼາຍ​ເທົ່າ​ໃດ​ອາກາດ​ກໍ່​ແຮງ​ຮ້ອນ

ອັນ​ດັບ​ທີ່ສິບ: ສາທາລະນະ​ລັດ​ຝຣັ່ງ ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ທະວີບ​ເອີ​ລົບ ​ເປັນ​ປະ​ເທດ​ທີ່​ມີ​ອາກາດ​ເຢັນ​ ແຕ່​ກໍ​ມີ​ສະພາບ​ອາດ​ກາດ​ຫຼາຍ​ແບບ​ ແລະ​ ແຕກ​ຕ່ງກັນ​ໄປ​ໃນ​ແຕ່​ລະ​ພາກ ອຸນຫະພູມ​ສະ​ເລ່ຍ​ໃນ​ລະດູ​ໜາວ​ຢູ່​ປະມານ 0-7 ອົງສາ ​ໃນ​ລະດູ​ຮ້ອນ​ຈະ​ມີ​ອຸນຫະພູມ​ສະ​ເລ່ຍ 16-24 ອົງສາ ທາງ​ພາ​ກາງ​ ແລະ ​ໄປ​ທາງ​ທິດ​ເໜືອ​ມີ​ອາກາດ​ເຢັນ​ ມັກ​ມີ​ຝົນຕົກອາກາດ​ຮ້ອນ​ໃນ​ລະດູ​ຮ້ອນ.