ໃຊ້​​ໂທລະສັບ​ມື​ຖື​ເວລາ​ຝົນຕົກ​ຟ້າຮ້ອງ​ອັນຕະລາຍ

(GMT+08:00) 2012-12-05 14:41:59     cri

ຈາກ​ຜົນ​ການ​ວິ​ໄຈ​ພົບ​ວ່າ: ​ໃຊ້​ໂທລະສັບ​ມື​ຖື​ໃນ​ເວລາ​ຝົນ​ຕົກ ຟ້າຮ້ອງ ​ແລະ ຢູ່​ບ່ອນ​ໂລ່ງ​ແຈ້ງ​ນັ້ນ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຖືກ​ຟ້າຜ່າ​ໃນ​ອັດຕາ​ສູງ​ຫຼາຍ ​ເຊິ່ງມີ​ໂຕ​ຢ່າງ​ໃຫ້​ເຫັນ​ແລ້ວ​ຫຼາຍ​ກໍລະນີ ທັງ​ຢູ່​ລາວ ​ແລະ ຢູ່​ຕ່າງ​ປະ​ເທດ. ສ່ວນ​ຫຼາຍ​​ແມ່ນ​ເສຍ​ຊີວິດ ສ່ວນ​ລອດ​ຊີວິດ​ກໍ່​ແມ່ນ​ບາດ​ເຈັບ​ສາຫັດ ຫຼື ພິການ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ​ຢ່າງ​ຖາວອນ​.


ຄວາມ​ສ່ຽງ​ຂອງ​ການ​ໃຊ້​​ໂທລະສັບ​ໃນ​ເວລາ​ຝົນຕົກ ຟ້າຮ້ອງບໍ່​ໄດ້​ເກີດ​ຈາກ​ຄື້ນສັນຍານ​ໂທລະສັບ​ມື​ຖື​ທີ່​ແຜ່​ອອກ​ມາ​ເທົ່າ​ນັ້ນ, ​ແຕ່​ຍັງ​ກ່ຽວຂ້ອງ​ກັບ​ວັດ​ຖຸໂລຫະ​ທີ່​ໃຊ້​ເຮັດ​ໂທລະສັບ​ມື​ຖື​ນໍາ​ອີກ. ​ເນື່ອງ​ຈາກ​ໂທລະສັບ​ຈະ​​ເປັນ​ສູນ​ລວມຄື້ນຟ້າຜ່າ​ໃຫ້​ແລ່ນ​ມາ​ໃສ່​ໜ່ວຍ​ໂທລະ​ສັບ​ແທນ​ທີ່​ຈະ​ເປັນ​ການຜ່າ​ແບບ​ກະຈັດກະຈາຍ ​ເຊິ່ງ​ເປັນ​ອັນຕະລາຍ​ຮຸນ​ແຮງ​ກວ່າ​ປົກກະຕິ.


ແນວ​ໃດ​ກໍ່ຕາມ​ບໍ່​ແມ່ນ​ທຸກ​ຄົນ​ທີ່​ໃຊ້​ໂທລະສັບ​ມື​ຖື​ເວລາ​ຝົນຕົກ ຟ້າຮ້ອງ​ຈະ​ຖື​ຟ້າຜ່າ​ໝົດ​ທຸກ​ຄົນ​ ເນື່ອງ​ຈາກ​ຈະ​ຕ້ອງ​ມີ​ອົງ​ປະ​ກອບ​ອື່ນໆ​ທີ່​ເໝາະ​ສົມ​ນໍາ​ເຊັ່ນ: ບ່ອນຢູ່​ໂລ່ງ​ແຈ້ງ​ຫຼື​ບໍ່? ຢູ່​​​ໃກ້​ຕົ້ນ​ໄມ້​ສູງ​ຫຼື​ບໍ່? ກ້ອນ​ຂີ້​ເຝື້ອ​ໃນ​ບໍລິ​ເວນ​ນັ້ນ​ມີ​ຈຸດ​ໄຟຟ້າ​ສະ​ສົມ​ໄວ້​ຫຼາຍ​ຫຼື​ບໍ່. ​ເຖິງ​ວ່າ​ຂະນະ​ທີ່​ຍັງ​ບໍ່​ສາມາດ​ສະຫຼຸບ​ໄດ້​ຮ້ອຍ​ສ່ວນ​ຮ້ອຍ ​ແຕ່​ກໍ່​ບໍ່​ຄວນ​ປະໝາດ ຖ້າ​ຝົນຕົກ​ຟ້າຮ້ອງ ​ແລະ ພວມ​ຢູ່​ບ່ອນ​ໂລ່ງ​ແຈ້ງ​ກໍ່​ພະຍາຍາມ​ຫຼີກ​ເວັ້ນ​ໃນ​ການ​ໃຊ້​ໂທລະສັບ​ມື​ຖື​ໄວ້​ຈະ​ດີ​ທີ່​ສຸດ.