ໃຊ້​ເວລາ​ກັບ​ຄອບຄົວ​ແບບໃດ​ໃຫ້​ມີ​ຄຸນນະພາບ

(GMT+08:00) 2012-12-11 09:47:41     cri
ບາງຄອບຄົວ​ທີ່​ອາໄສ​ຢູ່ໃນຕົວ​ເມືອງ​ ມັກ​ຈະ​ມີ​ບັນຫາ​ຢ່າງ​ໜຶ່ງ​ທີ່​ແກ້​ບໍ່​ຕົກ ນັ້ນ​ຄື ບັນຫາ​ເລື່ອງ " ເວລາ " ຫລາຍ​ຄົນ​ຈົ່ມ​ວ່າ​ເວລາ​ໃນ​ແຕ່​ລະ​ມື້​ຊ່າງ​ໜ້ອຍ​ແທ້! ທີ່ຈິງແລ້ວມື້ໜື່ງກໍ່ມີຢູ່ 24 ຊົ່ວໂມງ ເວລາຂອງແຕ່ລະຄົນມີໃນໜື່ງງມື້ແມ່ນເທົ່າໆກັນໝົດຫັ້ນລະ! ຕ່າງແຕ່ວ່າຜູ້ໃດຈະບໍຫິຫານເວລາທີ່ເປັນຂອງໂຕເອງໃຫ້ເໝາະສົມ ບໍ່ວ່າຈະເຮັດວຽກ​ໃນ​ເຮືອນ, ໜ້າ​ທີ່​ການ​ງານ​ຕ່າງໆ ເບິ່ງແຍງ​ລູກ​ທີ່​ກຳ​ລັງ​ໃຫຍ່​ ແຕ່​ແທ້​ທີ່​ຈິງ​ແລ້ວ​ເວລາ​​ບໍ່ແມ່ນ​ບັນຫາ ຖ້າ​ເຮົາ​ຮູ້​ຈັກ​ການ​ບໍລິຫານ​ເວລາ​ທີ່​ມີ​ໃຫ້​ແກ່​ຄອບຄົວ​ຢ່າງ​ມີ​ຄຸນນະພາບ. ແລ້ວ​ຈະ​ໃຊ້​ເວລາ​ກັບ​ຄອບຄົວ​​ແບບໃດ​ໃຫ້​ມີ​ຄຸນນະພາບ? ມື້​ນີ້​ ມີ​ຂໍ້​ມູນ​ດີໆ ​ມາ​ຝາກ​ທ່ານ​ໃດ​ສົນ​ໃຈລອງ​ນໍາ​ໄປປະຕິບັດ​ກັນ​ເບິ່ງເນາະ.      ​​ພໍ່​​-ແມ່​ຄວນ​ຄິດວ່າ ການ​ໃຫ້​ເວລາ​ທີ່​ມີ​ຄຸນນະພາບ​ກັບ​ລູກ ບໍ່​ໄດ້​ໝາຍ​ເຖິງ​ກິດຈະກຳ​ທີ່​​ຕ້ອງ​ໃຊ້​ເງີນ​ເຊັ່ນ: ພາ​ລູກ​ໄປ​​​ເລາະ​ຊື້​ເຄື່ອງ ນັ້ນ​ບໍ່ແມ່ນ​ການ​ໃຊ້​ເວລາ​ຮ່ວມ​ກັນ ແຕ່​ຄວນ​ໃຊ້​ເວລາ​ຢູ່​ກັບ​ລູກ​ແບບ​​ໂຕ​ຕໍ່​​ໂຕ ຖ້າວ່າ​ບໍ່​ມີ​ເວລາ​ແທ້ກໍ່ຂັບ​ລົດ​ໄປ​ສົ່ງ ຫລື ​ໄປ​ຮັບ​ລູກ​ຢູ່ໂຮງຮຽນ ​ເປັນ​ວິທີທີ່​ພໍ່​-​ແມ່​ຫລາຍ​ຄົນ​ໃຊ້​ໄດ້​ຜົນ​ມາ​ແລ້ວ ຫລື​ ໃຊ້​ເວລາ​​ໃຫ້ໄດ້​ຢູ່​ຮ່ວມ​ກັນ​​ມັນ​ຈະ​ຊ່ວຍ​ໃຫ້​ລູກ​ຮູ້ສຶກ​ວ່າ​ມີ​ຄວາມ​ອົບ​ອຸ່ນ ບາງ​ເທື່ອ​ລູກ​ມີ​ບັນຫາ​ຫຍັງ​ກໍ່​ຈະ​ກ້າ​ເວົ້າ​ກ້າລົມ​ສູ່​ພໍ່​ແມ່​ຟັງ ສາມາດ​ແກ້ບັນຫາ​ຊ່ວຍ​ລູກ​ໄດ້​ ​ບໍ່​ວ່າ​ຈະ​ເປັນ​ເລື່ອງ​ການ​ຮຽນ ຫຼື​ ເລື່ອງ​ອື່ນໆ​ ​ພໍ່​-​ແມ່​ຄວນ​ຄ່ອຍສໍ້​ຄ່ອຍຖາມ​ບັນຫາ ຫລື ​ຄວາມ​ໃນ​ໃຈ​ຂອງ​ລູກ​ເພື່ອ​​ຈະ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ຊີວິດ​ສ່ວນຫນຶ່ງ​ຂອງ​ລູກ.    ບໍ່​ຄວນ​ເບິ່ງ​​ໂທລະພາບ ຫລື​ ຫລິ້ນ​ຄອມພິວເຕີ​ກັບ​ລູກ  ເພາະ​ກິດຈະກຳ​ນີ້​ຈະ​ເຮັດໃຫ້​ແຕ່​ລະ​ຄົນ​ໃຫ້​ຄວາມ​ສົນ​ໃຈ​ໄປ​ທີ່​ຈໍ​ສີ່​ຫລ່ຽມ ແທນ​ທີ່​ຈະໃຫ້​ຄວາມ​ສົນ​ໃຈ​​ເຊິ່ງກັນ​ແລະ​ກັນ ຄວນ​ເຮັດ​ກິດຈະ​ກໍາ​ຮ່ວມ​ກັນ​ເຊັ່ນ: ​ແຕ້ມຮູບ ຫລື​ ລະບາຍ​ສີ​ຮ່ວມ​ກັນ. ​ຄວນ​ຫາ​ເວລາ​ໃນ​ການ​ສອນ​ໜັງສື​ໃຫ້​ລູກ​ ​ເປັນ​ວິທີ​ໜຶ່ງ​ໃນ​ການສ້າງ​ຄວາມ​ໃກ້​ຊິດ​ກັບ​ລູກ ​ພໍ່​-ແມ່​ຈະ​ໄດ້ຮັບ​ຮູ້​ບັນຫາ​ໃນ​ການ​ຮຽນ​ຂອງ​ລູກ ແລະ​ ຈະ​ໄດ້​ຫາ​ວິທີ​ແກ້​ໄຂ​ຮ່ວມ​ກັນ ນອກ​ຈາກ​ຈະ​ໄດ້​ໃກ້​ຊິດ​ກັບລູກ​ແລ້ວ ຍັງ​ໄດ້​ຊ່ວຍ​ລູກ​ແກ້​ບັນຫາ​ໃນ​ການ​ຮຽນ​ນໍາ​ອີກ.    ຄວນ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ຮັບປະທານ​ອາຫານ​ຮ່ວມ​ກັນ ​​ເວລາ​ຮັບປະທານ​ອາຫານ​ເປັນ​ເວລາ​ທີ່​ດີ​ທີ່​ຈະ​ເປີດ​ໂອ​ກາດ​ໃຫ້​ສະມາຊິກ​ໄດ້​ເວົ້າ​​​ໄດ້​ລົມກ່ຽວກັບ​ຊີວິດ​ຂອງ​ຕົນ ພໍ່-​ແມ່​ ຄວນ​ໃຫ້​ຄວາມ​ສຳຄັນ​ກັບ​​ໄລຍະເວລາ​ນີ້ ພະຍາຍາມ​ໃຫ້​ລູກມາ​ຮັບປະທານ​ອາຫານ​ພ້ອມ​ໜ້າ​ກັນ​.     ​ພໍ່​-​ແມ່​ຄວນ​ກຳນົດ​ກິດຈະກຳ​ທີ່​ເຮັດ​ໃນ​ຊີວິດ​ປະຈຳວັນ​ຮ່ວມ​ກັບ​ລູກ ບາງ​ກິດຈະກຳ​ອາດ​ໃຊ້​ເວລາ​ບໍ່​ເທົ່າໃດ ແຕ່​ກໍ​ສາມາດ​ເຮັດ​ເປັນ​ກິດ​ຈະວັດ​​ໄດ້ເຊັ່ນ ການເຮັດວຽກງານ​ເຮືອນ​ນຳກັນ ຫລື ​ມອບ​ໝາຍ​ໃຫ້​ລູກ​ເຮັດວຽກ​ເຮືອນ​ທີ່​ຖະຫນັດ ພໍ່​-​ແມ່​ຄອຍຖ້າ​ສອນ ຫລື ​ເບິ່ງ​ຢູ່​ຫ່າງໆ ນອກ​ຈາກ​ຈະ​ເຮັດໃຫ້​ໄດ້​ໃຊ້​ເວລາ​ຢ່າງ​ມີ​ຄຸນນະພາບ​ຮ່ວມ​ກັນ​ແລ້ວ​ຍັງ​ເປັນ​ການ​ປູກ​ຝັງ​ເລື່ອງ​ຫນ້າທີ່ ແລະ ​ຄວາມ​ຮັບ​ຜິດຊອບ​ໃຫ້​ແກ່​ລູກ​ນໍາ​ອີກ.   ວາງ​ແຜນ​ເຮັດ​ກິດຈະກຳ​ນອກ​ເຮືອນ ກິດຈະກຳ​ນອກ​ເຮືອນ​ຈະ​ຊ່ວຍ​ໃຫ້​ພໍ່-​ແມ່​ມີ​ປະຕິ​ສຳພັນ​ກັບ​ລູກ ແລະ​ ຊ່ວຍ​ເພີ່ມ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ລູກ ຊຶ່ງ​ຈະ​ນຳ​ໄປ​ສູ່​ການ​ສົນທະນາ​ເວົ້າ​ລົມ​ລະຫວ່າງ​ພໍ່-​ແມ່​-ລູກ ​ເຮັດ​ກິດຈະກຳ​ທີ່​ລູກ​ສົນ​ໃຈ​ຮ່ວມ​ກັບ​ລູກເຊັ່ນ: ຫລິ້ນ​ກີລາ, ປູກ​ຕົ້ນ​ໄມ້​ແລະ​ອື່ໆ ຈະ​ຊ່ວຍ​ໃຫ້​ຄອບຄົວ​ໄດ້​ໃຊ້​ເວລາ​ຮ່ວມ​ກັນ​ຢ່າງ​ມີ​ຄວາມ​ສຸກ.