ດື່ມ​ນໍ້າ​ຕອນ​ໃດ​ດີ​ທີ່​ສຸດ

(GMT+08:00) 2012-12-11 10:28:34     cri

ມື້​ນີ້​ຂໍ​ເອົາ​ໃຈ​ສໍາລັບ​ຜູ້​ທີ່​ມັກ​ດື່ມ​ນໍ້າ​ທັງ​ຫຼາຍ ​ແລະ​ສໍາລັບ​ທ່ານ​ໃດ​ກໍ​ລັງ​ເອົາ​ໃຈ​ໃສ່​ເລື່ອງ​ຂອງ​ສຸຂະພາບ ​ໂດຍ​ສະ​ເພາະ​ການ​ດື່ມ​ນໍ້າມາ​ຟັງ​ທາງ​ນີ້, ທ່ານ​ຮູ້​ບໍ່​ວ່າໃນ​ທຸກ​ ໆ ມື້ ຮ່າງກາຍ​ຈະ​ຕ້ອງ​ສູນ​ເສຍ​ນ້ຳ​ຜ່ານ​ທາງ​ການ​ຫາຍ​ໃຈ​ ແລະ​ການ​ຂັບ​ຖ່າຍ​ຈຶ່ງ​ເປັນ​ສິ່ງ​ທີ່​ຈຳ​ເປັນ ຫລາຍ​ທີ່​ຈະ​ຕ້ອງ​ຮັບ​ນ້ຳ​ເຂົ້າໄປ​ເພື່ອ​ທົດ​ແທນ​ສ່ວນ​ທີ່​ເສຍ​ໄປ ແລະ​ໂດຍ​ປົກກະຕິ​ເຮົາ​ຈະ​ເສຍ​ນ້ຳ​ຈາກ​ການ​ຍ່ຽວ​ສະ​ເລ່ຍ​ມື້​ລະ​ປະ​ມານ 1 ລິ​ເຄິ່ງ ແລະ​ອີກ​ເກືອບ​ເຖິງ 1 ລີດ​ສຳລັບ​ການ​ຫາຍ​ໃຈ​ ແລະ​ເຫື່ອ ຖ້າທ່ານ​ໃດ​ທີ່​ຕຽມ​ໂຕ​ເປັນ​ເຈົ້າ​ສາວ​​ເພື່ອ​ເຮັດ​ໃຫ້​ຜີວພັນ​ເບິ່ງ​ຄື​ຊຸ່ມ​ຊື່ນ​ນັ້ນ, ​ດື່ມ​ນ້ຳ​ໃຫ້​ໄດ້​ມື້​ລະ 2 ລີດ ( ປະ​ມານ 8ຈອກ ) ກໍ​ຈະ​ຊ່ວຍ​ທົດ​ແທນ​ການ​ສູນ​ເສຍ​ນ້ຳ​ໃນ​ສ່ວນ​ນີ້​ໄດ້.

ແຕ່​ສຳລັບ​ປະລິມານ​ນ້ຳ​ທີ່​ຄວນ​ດື່ມ​ໃຫ້​ໄດ້​ພາຍ​ໃນ 1 ມື້​ເພື່ອ​ສຸຂະພາບ​ທີ່​ດີ​ຂອງ​ຕົວ​ເຈົ້າ​ເອງ​ແລ້ວ ຖ້າ​ເປັນ​​ໄວໜຸ່ມ​ໄວ​ສາວ ຄວນ​ດື່ມ​ໃຫ້​ໄດ້​ມື້​ລະ 3 ລີດ ( ປະ​ມານ 13 ຈອກ) ສ່ວນ​ຍິງສາວຄວນ​ດື່ມ​ມື້​ໜື່ງບໍ່​ຄວນ​ຫຼຸດ 2 ລິດ ( ປະ​ມານ 9 ຈອກ )


ສຳລັບຍິງ​ສາວທີ່​ມັກ​ອອກ​ກໍາ​ລັງກາ​ຍຄວນ ​ດື່ມ​ນ້ຳ​ໃນ​ປະລິມານ​ທີ່​ຫຼາຍ​ກວ່າ​ຄົນ​ປົກກະຕິ​ທັງ​ນີ້​ກໍ​ຂຶ້ນ​ຢູ່​ກັບ​ຊະນິດ​ຂອງ​ກິດຈະກຳ ທີ່​ເຮັດ​ດ້ວຍ ຖ້າ​ທ່ານ​ອອກ​ກຳ​ລັງ​ກາຍ​ໃນ​​ໄລຍະສັ້ນ ໆ ກໍ​ຄວນ​ຈະ​ດື່ມ​ນ້ຳ​ເພີ່ມ​ເຂົ້າໄປ​ເທື່ອ​ລະ 1-2 ຈອກຫລັງ​ຈາກ​ອອກ​ກຳ​ລັງ​ກາຍ​ແລ້ວ ແຕ່​ຖ້າ​ເປັນ​​ໄລຍະຍາວ ໆ ລະ​ກໍ​ເພີ່ມ​ຂຶ້ນ​ອີກ​ຈັກ 2-3 ຈອກກໍ ໜ້າ​ຈະ​ພຽງ​ພໍ​ແລ້ວ

ປະໂຫຍດ ດື່ມ​ນ້ຳ​ຕອນ​ໃດ​ດີ​ທີ່ສຸດ

ຕື່ນ​ນອນ​ຕອນ​ເຊົ້າ 1 ຈອກ (400 ຊີ. ຊີ.) ເພາະ​ເປັນ​ຊ່ວງ​ທີ່​ມີ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ເລືອດ​ສູງ ເລືອດ​ຈະ​ມີ​ລັກສະນະ​ຂາດ​ນ້ຳ
ຕອນ​ສາຍ ໆ 2 ຈອກ (ເວລາ​ປະ​ມານ 9 ໂມງ​ເຖິງ 10 ໂມງ​ເຊົ້າ) ​ໄລຍະ​ນີ້​ເປັນ​​ໄລຍະທີ່​ມີ​ຂອງ​ເສຍ​ນໍ້າເກີດ​ຂຶ້ນ ເພາະ​ຮ່າງກາຍ​ໄດ້​ເຮັດວຽກ​ໄປ​ລະ​ຍະ​ໜຶ່ງ​ແລ້ວ ສະ​ນັ້ນ​ຈຶ່ງ​ຄວນ​ດື່ມ​ນ້ຳ​ເພື່ອ​ມາ​ຊຳ​ລະ​ຂອງ​ເສຍ​ເຫລົ່າ​ນັ້ນ​ອອກ​ໄປ.
ຕອນ​ບ່າຍ​ ໆ 3 ຈ​ອກ (ເວລາ​ປະ​ມານ​ບ່າຍ​ໂມງ​ເຖິງ​ບ່າຍ​ສອງ)
ຕອນ​ເຢັນ 3 ຈອກ (ເວລາ​ປະ​ມານ 19 ໂມງຫາ 20 ໂມງ)
ກ່ອນ​ນອນ​ໃຫ້​ດື່ມ​ນ້ຳ​ອີກ 1 ຈອກ ເພື່ອ​ໃຫ້​ນ້ຳ​ທີ່​ດື່ມ​ໄຫລ​ວຽນ​ຊະ​ລ້າງ​ສິ່ງ​ຕົກ​ຄ້າງ​ໃນ​ລຳ​ໄສ້​ແລະ​ກະເພາະ​ອາຫານ ແລະ​ຍິ່ງ​ຖ້າ​ເປັນ​ນ້ຳ​ອຸ່ນ​ດ້ວຍ​ແລ້ວ​ຈະ​ຍິ່ງ​ຊ່ວຍ​ໃຫ້​ຫລັບ​ສະບາຍ​ຍິ່ງ​ຂຶ້ນ.