ສຸຂະພາບ​ດີ​ອາດຈະ​ຫາ​ຊື້​ບໍ່​ໄດ້​ແຕ່​ເປັນ​ເຈົ້າ​ຂອງ​ໄດ້​ແນ່ນອນຖ້າ​ປະຕິບັດ​ຕາມວິທີ​ເຫລົ່າ​ນີ້

(GMT+08:00) 2012-12-11 10:47:15     cri

ໝາກແອບ​ເປີ້ນ, ໝາກ​ໂມ, ໝາກກ້ວຍ, ໝາກກີ​ວີ​ຕ້ອງ​ລະ​ວັງ ໝາກໄມ້​ທັງ 3 ຊະນິດ​ນີ້​ມີ​ປະໂຫຍດ​ຫລາຍ ແຕ່​ຖ້າ​ທ່ານ​ກໍາລັງ​ກິນ​ຢາ ຫມາກໄມ້​ພວກ​ນີ້​ຈະ​ກາຍ​ເປັນ​ໂທດ​ທັນ​ທີ​ ເພາະ​ມັນ​ບູດ​ໃນ​ລຳ​ໄສ້​ໄດ້​ງ່າຍ ອາດຈະ​ເຮັດໃຫ້​ເກີດ​ອາການ​ອັກ​ເສບ​ໃນ​ລະບົບ​ທາງ ອາຫານ​ໄດ້.    ຫມາກໄມ້​ກັບ​ອາຫານ ກ່ອນ ຮັບທານ​ອາຫານ​ຄວນ​ຈະກິນ​ໝາກ​ໜັດ ​ແລະ​ໝາກ​ຮຸ່ງສັກ 2-3 ຊິ້ນ ຫມາກໄມ້​ສອງ​ຊະນິດ​ນີ້​ມີ​ເອນ​ໄຊມ໌​ທີ່​ຈະ​ຊ່ວຍ​ໃຫ້​ກະເພາະ​ຍ່ອຍ​ອາຫານ​     ຢ່າ​ປ່ອຍ​ໃຫ້​ຫິວ ຄວນ ຈະຮັບປະ​ທານ​ອາຫານ​ໃຫ້​ກົງ​ກັບເວລາ​ທຸກໆ​ມື້​​ເຖິງຈະ​ຍັງ​ບໍ່​ຮູ້ສຶກ​ຫິວ​ກໍ​ຕາມ ເພາະ​ເວລາ​ທີ່​ເຮົາ​ຫິວ​ຮ່າງກາຍ​ຈະ​ຫລັ່ງ​ຮອລ໌​ໂມນ​ຄວາມ​ເຄັ່ງຄຽດ​ອອກ​ມາ ຖ້າ​ເກີດ​ເຫດການ​ແບບ​ນີ້​ເປັນ​ປະຈຳ​ກໍ​ຈະ​ເຮັດໃຫ້​ທ່ານ​ກາຍ​ເປັນ​ສາວ​ມັກ​ໃຈ​ຮ້າຍ ແລະ​ນຳ​ໄປ​ສູ່​ອາການ​ຄວາມ​ດັນ​ເລືອດ​ສູງ, ພະຍາດ​ຫົວ​ໃຈ ຫລື​ເບົາ​ຫວານ​ໄດ້.    ຊີ້ນສັດ​ກັບ​ຫມາກໄມ້​ບໍ່​ເຂົ້າ​ກັນ ຖ້າທ່ານ​ເປັນ​ຄົນ​ກິນ​ໜ້ອຍກໍ​ບໍ່ເປັນຫຍັງ ແຕ່​ຖ້າຄາບໃດ​ຫາກທ່ານ​ຮັບ​ທານ​ຊີ້ນ​ເປັນ​ຈຳນວນ​ຫລາຍ​ແລ້ວ​ຄວນ​ຈະ​ຫຼຸດ​ຫມາກໄມ້​ໄປ ເພາະ​ຊີ້ນ​ຈະ​ຍ່ອຍ​ໝົດ​ຕ້ອງ​ໃຊ້​ເວລາ​ດົນ ສ່ວນ​ຫມາກໄມ້​ຊຶ່ງ​ຍ່ອຍ​ໄວ​ຈະ​ຖືກ​ກັກ​ຢູ່ໃນ​ກະເພາະ ຈຶ່ງ​ເຮັດໃຫ້​ເກີດ​ກົດ​ໃນ​ກະເພາະ​ອາຫານ​ໄດ້.    ໂມງ​ຊີວະ​ພາບ ຫລັກ ການ​ສຸກຂະພາບ​ດີ​ບອກ​ໄວ້​ວ່າ​ເຮົາ​ຄວນ​ຈະ​ເຂົ້າ​ນອນ​ໃນ​ເວລາ​ດຽວ​ກັນ​ທຸກ​ ໆ ມື້ ແຕ່​ສ່ວນ​ຫຼາຍ​ພໍ​ເຖິງ​ຄືນວັນ​ສຸກ​ກັບ​ວັນ​ເສົາ​ເຮົາ​ມັກ​ຈະ​ນອນ​​ເດິກ​ເພາະ​ຖື​ວ່າ​ເປັນ​ວັນພັກ​ຜ່ອນການເຮັດ​ວຽກ ຈະ​ເຮັດໃຫ້​ຄວາມ​ເຄີຍ​ຊິນ​ຫລື​ທີ່​​ເອີ້ນວ່າ​ຊີວ​ະພາບ​ຂອງ​ຮ່າງກາຍ​ປັ່ນ​ປ່ວນ​ນັ້ນ​ເອງ ຈຶ່ງ​ບໍ່​ຕ້ອງ​ຕົກໃຈ​ເລີຍ​ທີ່​ພໍ​ຮອດ​ວັນຈັນ​ເຮົາ​ຈະ​ຮູ້ສຶກງ່ວງ​ນອນ​ກວ່າ​ປົກກະຕິ.


ຄວາມ​​ເຄັ່ງຕຶງ​ທຳລາຍ​ຜິວ ຖ້າຢາກ​ມີຜິວ​ງາມ​ເຖົ້າຊ້າເບິ່ງ​​ແລ້ວໜຸ່ມ​ກວ່າ​ໄວ ສິ່ງທໍາ​ອິດ​ທີ່​ຕ້ອງ​ປັບ​ຄື​ຄວາມ​ຄິດ​ຂອງ​ຕົວ​ເຮົາ​ເອງ ພະຍາຍາມ​ຄິດ​ໃນ​ທາງ​ບວກ ​ເບິ່ງໂລກ​ໃນ​ແງ່​ດີ ຫລີກ​ເວັ້ນ​ຄວາມ​ຄິດ​ທີ່​ເຮັດໃຫ້​ເຄັ່ງຕຶງ ເພື່ອ​ບໍ່​ໃຫ້​ຮ່າງກາຍ​ຫລັ່ງ​ຮອລ໌​ໂມນ​ຄວາມ​ຄຽດ​ອອກ​ທຳລາຍ​ຕົວ​ເຮົາ​ເອງ    ຫລີກ​ເວັ້ນ​ພາ​ຊະນະ​ພາ​ສະຕິ​ກເພາະ ຄວາມ​ຮ້ອນ​ລວມ​ທັງ​ລົດ​ຊາດ​ເຜັດ, ​ສົ້ມ, ເຄັມ​ຈາກ​ອາຫານ​ສາມາດ​ເຂົ້າໄປ​ກັດ​ເຊາະ​ສານ​ສັງ​ເຄາະ​ໃນ​ພາດ​ຕິກ​ໃຫ້​ລະ​ລາຍ​ອອກ​ປະ​ປົນ​ກັບ ອາຫານ​ໄດ້​ຕະຫລອດ​ເວລາ ໂດຍ​ສະເພາະ​ການ​ໃຊ້​​ພາດ​ຕິກ​ໃສ່​ອາຫານ​ເຂົ້າ​ອຸ່ນ​ໃນ​ເຕົາ​ໄມ​ໂຄ​ເວ​ບ​ຍິ່ງ​ເປັນ​ສິ່ງ​ທີ່ຕ້ອງ​ຫລີກ​ລ້ຽງ ເພາະ​ເປັນ​ການ​ສ່ຽງ​ຕໍ່​ມະ​ເຮັງ​ເຕົ້າ​ນົມ​.    ຢ່າ​ປະ​ມາດ​ອາການ​ໄອ​ຊຳເຮື້ອ ຫລັງ ຈາກ​ເຊົາ​ຫວັດ​ແລ້ວ​ອາການ​ໄອ​ອາດຈະ​ຍັງ​ບໍ່​​ເຊົາ ແຕ່​ຫລາຍ​ຄົນ​ມັກ​ຈະ​ບໍ່​ສົນ​ໃຈ​ເພາະ​ຄິດວ່າ​ອາການ​ໄອ​ເປັນ​ເລື່ອງ​ປົກກະຕິໆ ແຕ່​ທີ່​ຈິງ​ອາການ​ໄອ​ຊຳເຮື້ອ​ຮ້າຍແຮງ​ກວ່າ​ທີ່​ທ່ານ​ຄິດ ເພາະ​ມັນ​ອາດ​ເກີດ​ຈາກ​ການ​ຕິດ​ເຊື້ອ​ໄວ​ລັດ ​ບໍ່​ສາມາດ​ຂ້າ​ເຊື້ອ​ໄວ​ລັດ​ໄດ້ ວິທີ​ຢຸດ​ອາການ​ໄອ​ທີ່​ໄດ້​ຜົນ​ທີ່ສຸດ​ຄື​ການ​ດື່ມ​ນ້ຳ​ເລື້ອຍ  ໆ ເພື່ອ​ຂີ້ກະ​ເທີ່ທາງ​ຫາຍ​ໃຈ ແລະ​ນອນ​ຫລັບ​ໃຫ້​ພຽງ​ພໍ​ເພື່ອ​ໃຫ້​ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ຮ່າງກາຍ​ເຮັດວຽກ​ໄດ້​ເຕັມ​ທີ່.    ຕີນ​ແລະ​ຂໍ້​ຕີນ​ບວມ ຖ້າ ມີ​ອາການ​ແບບ​ນີ້​ຢ່າ​ປ່ອຍ​ໄວ້ ເພາະ​ຝ່າ​ຕີນ​ເປັນ​ສູນ​ລວມ​ຂອງ​ເສັ້ນ​ປະສາດ​ທົ່ວ​ຮ່າງກາຍ ຖ້າ​ບໍລິເວນ​ຕີນ​ມີ​ບັນຫາ​ກໍ​ຈະ​ສົ່ງ​ຜົນ​ເຖິງ​ຮ່າງກາຍ​ທຸກ​ສ່ວນ ວິທີ​ແກ້​ໄຂ​ຄື​ໃຫ້​ນັ່ງ​ຍອງ ໆ ທຸກ​ມື້​ ໆ ລະ 15 ນາ​ທີ​ຈາກ​ນັ້ນ​ກໍ​ຂະ​ຫຍັບ​ຂໍ້​ຕີນ​ໄປ​ຂ້າງ​ໜ້າ​ແລະ​ຂ້າງ​ຫລັງ​ເພື່ອ​ຊ່ວຍ​ໃຫ້​ເລືອດ​ໄຫລ​ວຽນ ໄດ້​ດີ​ຂຶ້ນ​ແປງ​ຖູ​ໜັງ​ເບົາ ໆ ໂດຍ​ເລີ່ມ​ຈາກ​ຝ່າ​ຕີນ​ແລ້ວ​ຄ່ອຍ​ ໆ ​ການ​ອາບ​ນ້ຳ​ອຸ່ນ​​ແລະ​​ນ້ຳ​ເຢັນຈະ​ຊ່ວຍ​ໃຫ້​ເລືອດ​ໄຫລ​ວຽນ​ດີ​ຂຶ້ນ.    ງົດ​ເຄື່ອງ​ດື່ມທີ່ມີທາດຄາ​ເຟ​ອີນ ເຄື່ອງ ດື່ມ​ພວກ​ນີ້​ບໍ່​ວ່າ​ຈະ​ເປັນ​ຊາ​ຫລື​ກາ​​ເຟ ປົກກະຕິ​ກໍ​ບໍ່​ຄວນ​ດື່ມ​ຢູ່​ແລ້ວ ແຕ່​ຖ້າ​ບັງ​ເອີນ​​​ເປັນ​ພະຍາດ​ປວດ​ຫລັງ ເຄື່ອງ​ດື່ມ​ພວກ​ນີ້​ຈະ​ເປັນ​ສັດຕູ​ຂອງ​ທ່ານ​ໄປ​ທັນ​ທີ ເພາະ​ກາ​ເຟ​ຈະ​ໄປ​ລຸດ​ການ​ຫລັ່ງ​ສານ​ເອນ​ໂດນ​ຟິນ​ຊຶ່ງ​ມີ​ຄຸນສົມບັດ​ຊ່ວຍ​ລຸດ​ອາການ​ປວດ ຕາມ​ອະໄວຍະວະ​ຕ່າງ ໆ ອາການ​ປວດ​ຂອງທ່ານ​ກໍ​ຈະ​ບໍ່​ຫາຍ​ຫລື​ອາດຈະ​ເປັນ​ຫລາຍ​ຂຶ້ນ​ດ້ວຍ    ດື່ມ​ນ້ຳ​ໄວ... ອັນຕະລາຍໃຜ​ ໆ ກໍ​ບອກວ່າ​ຄວນ​ຈະ​ດື່ມ​ນ້ຳ​ໃຫ້​ໄດ້​ມື້​ລະ 8 ຈອກແຕ່​ຕ້ອງ​ຄ່ອຍ​ ໆ ດື່ມ​ໄປ​ຕະຫລອດ​ມື້ ບໍ່ແມ່ນ​ໝົດ​ມື້​ບໍ່​ດື່ມ​ເລີຍແລ້ວ​ມາດື່ມ​ບາດ​ດຽວ ເພາະ​ການ​ດື່ມ​ນ້ຳ​ປະລິມານ​ຫລາຍ​ ໆ ໃນ​ເທື່ອ​ດຽວ​ອາດ​ເຮັດໃຫ້​ເກີດ​ອາການ​ນ້ຳ​ເປັນ​ພິດ​ເນື່ອງ​ຈາກ​ເລືອດ​ເຈືອ​ຈາງ ແລະ​ອາດ​ເຮັດ​ໃຫ້ເປັນ​ສະ​ຄິວກ້າມ​ຊີ້ນຈັງ​ຕາມ​ມາຍິ່ງ​ຖ້າ​ອາການ​ຈັງ​ໄປ​ເກີດ​​ໃນສະຫມອງ, ຫົວ​ໃຈ ຫລື​ປອດ ກໍ​ອາດຈະ​ເຮັດໃຫ້​ລະບົບ​ຫາຍ​ໃຈ​ລົ້ມເຫລວ ​ແລະ​ເສັຍຊີວິດ​ໄດ້.    ແດດ​ອ່ອນ​ຕອນ​ເຊົ້າແສງ ແດດ​ຍາມ​ເຊົ້າ​​ເປັນ​ຢາ​ຕາມ​ທຳມະຊາດ​ທີ່​ທຸກ​ຄົນ​ສາມາດ​ເປັນ​ເຈົ້າ​ຂອງ​ໂດຍ​ບໍ່​ຕ້ອງ​ເສຍເງີນ​ຊື້ ນອກ​ຈາກ​ເຮັດໃຫ້​ກະດູກ​ແຂງ​ແຮງ​ແລ້ວ​ຍັງ​ເຮັດໃຫ້​ອາລົມ​ດີ ເພາະ​ແດດ​ອ່ອນ ໆ ມີ​ວິ​ຕາ​ມິນ​ທີ່​ຊ່ວຍ​ກະຕຸ້ນ​ໃຫ້​ຮ່າງກາຍ​ຫລັ່ງ​ສານ​ແຫ່ງ​ຄວາມ​ສຸກອອກ​ມາ​ຕໍ່​ຕ້ານ​ອາການ​ຊຶມ​ເສົ້າ​ໃນ​ຕົວ​ເຮົາ ຄົົນທີ່​ຍ່າງ​ຫລິ້ນ​ຮັບ​ແດດ​ອ່ອນ​ຈຶ່ງ​ມີ​ໜ້າ​ຕາ​ເບີກ​ບານ​ກວ່າ​ຄົົນທີ່​ມົວ​ແຕ່​ຫລົບ​ແດດ​ຢູ່ໃນ​ເຮືອນຫລາຍ.    ພະຍາດເບົາ​ຫວານ​ຢ່າ​ກິນ​ໄຂ່  ຖ້າສະມາຊິກ​ໃນ​ຄອບຄົວ​ທ່ານ​ມີ​ເປັນພະຍາດ​ເບົາ​ຫວານ ຄວນ​ໃຫ້​ງົດ​ໄຂ່​ໄປ​ເລີຍ ເພາະ​ມີ​ລາຍ​ງານ​ທາງ​ການ​ແພດ​ວ່າ​ຖ້າ​ຄົົນທີ່​ເປັນພະຍາດ​ເບົາ​ຫວານ​ກິນ​ໄຂ່​ອາທິດ​ລະ 1 ຫນ່ວຍຈະ​ມີ​ໂອ​ກາດ​ເປັນ​ພະຍາດ​ຫົວ​ໃຈ​ຫລາຍ​ຂຶ້ນ.    ຢາກ​ຜອມ​ຕ້ອງດື່ມ​ນ້ຳ​ເຢັນ ການ ດື່ມ​ນ້ຳ​ເຢັນ 1 ຈອກຈະ​ຊ່ວຍ​ເຜົາ​ຜານ​ພະລັງ​ງານ​ເພີ່ມ​ຂຶ້ນ​ມື້​ລະ 50 ແຄ​ລໍ​ລີ ເພາະ​ເມື່ອ​ເຮົາ​ດື່ມ​ນ້ຳ​ເຢັນ​ຮ່າງກາຍ​ຕ້ອງ​ໃຊ້​ພະລັງ​ງານ​ໃນ​ການເຮັດໃຫ້​ນ້ຳ​ປ່ຽນອຸນຫະພູມ​ເປັນ​ອຸນຫະພູມ​ປົກກະຕິ​ກ່ອນແລ້ວ​ຈຶ່ງ​ນຳ​ໄປ​ໃຊ້​ໄດ້ຈຶ່ງ​ເປັນ​ການ​ໃຊ້​ພະລັງ​ງານ​ຫລາຍກວ່າ​ເດີມ.    ສຸກຂະພາບ​ດີ​ທັນ​ທີ​ທີ່​ຕື່ນ ຖ້າ ຢາກ​ເບິ່ງແຍງ​ສຸຂະພາບ​ພ້ອມ​ກັບ​ການ​ເລີ່ມ​ຕົ້ນ​ມື້​ໃໝ່ ທັນ​ທີ​ທີ່​ຕື່ນ​ນອນ​ ຄວນ​ປະສົມ​ນ້ຳ​ສົ້ມ​ສາຍ​ຊູ (ທີ່​ໝັກ​ຈາກຫມາກແອບ​ເປີ້ນ) ກັບ​ນ້ຳ​ຜຶ້ງ​ໃນ​ສັດ​ສ່ວນ​ເທົ່າ​ກັນ ໃສ່​ນ້ຳ​ອຸ່ນ​ຫນ້ອຍຫນຶ່ງ ຄົນ​ໃຫ້​ເຂົ້າ​ກັນ​ແລ້ວ​ນຳ​ມາ​ດື່ມ ຈະ​ຊ່ວຍ​ໃຫ້​ການ​ດູດ​ຊຶມ​ຂອງ​ລະບົບ​ລຳ​ໄສ້​ແລະ​ການ​ເຜົາ​ຜານ​ຂອງ​ຮ່າງກາຍ​ເຮັດວຽກ​ໄດ້​ດີ​ຕະຫລອດວັນ.    ປ້ອງ​ກັນ​ກົດ​ໃນ​ກະເພາະ​ອາຫານສຳລັບ ຜູ່ທີ່​ຍື່ງ​ທ້ອງ​ເລື້ອຍ ຄວນຫຼຸດປະລິມານ​ການ​ດື່ມ​ນ້ຳ​ຫມາກໄມ້​ເຂັ້ມ​ຂຸ້ນຫຼາຍຢ່າງ​ເຊັ່ນ: ໝາກ​ນາວ, ໝາກກ້ຽງ​ແລະ​ອື່ນໆ ເພາະ​ນ້ຳ​ພວກ​ນີ້​ມີ​ກົດ​ຫລາຍ​ເຮັດໃຫ້​ທ້ອງ​ຍື່ງ ຫລື​ຖ້າ​ເສບ​ຕິດ​ໄປ​ແລ້ວ​ອົດ​ບໍ່​ໄດ້​ແທ້  ໆ ກໍ​ອາດຈະ​ເຮັດໃຫ້​ຈາງ​ລົງ​ດ້ວຍ​ການ​ປະສົມ​ນ້ຳ​ຫລາຍ​ ໆ     ຫລົບ​ອັນ​ໄຊ​ເມີລ໌​ດ້ວຍ​ເກມຖ້າ ບໍ່​ຢາກ​ເປັນ​ອັນ​ໄຊ​ເມີລ໌​ຫລື​ເປັນ​ພະຍາດ​ຂີ້​ຫລົງ​ຂີ້​ລືມ ທ່ານ ຄວນ​ຈະ​ຝຶກ​ສະຫມອງ​ດ້ວຍ​ການ​ຫລິ້ນ​ເກມ​ທີ່​ຕ້ອງ​ໃຊ້​ສະ​ໝາ​ທິເຊັ່ນ: ເກມ​ໃນ​ຄອມພິວເຕີ ຫລື​ອາດຈະ​ເຮັດ​ກິດຈະກຳ​ທີ່​ຕ້ອງ​ໃຊ້​ສະ​ໝາ​ທິ​ຮຽນ​ດົນຕີ ຫລິ້ນ​ຫະ​ໝາກ​ລຸກ ເປັນ​ຕົ້ນ ເພາະ​ເກມ​ເຫລົ່າ​ນີ້​ຈະ​ຊ່ວຍ​ໃຫ້​ລະບົບ​ປະສາດ​ເຮັດວຽກ​ເຊື່ອມ​ຕໍ່​ກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ.