ວິທີ​ເບິ່ງແຍງ​ສຸຂະພາບ​ຈິດ​ໃຫ້​ສົດ​ໃສ

(GMT+08:00) 2012-12-11 10:59:34     cri

ທ່າມ​ກາງ​ບັນຫາ​ສັງຄົມປັດຈຸບັນ, ຕະຫລອດ​ຈົນ​ຫນ້າທີ່ການ​ງານຄວາມ​​ເຮັ່ງ​ຮີບ ​​ໃນ​ການແຂ່ງ​ຂັນ​ກັບ​ເວລາໃນ​ແຕ່​ລະ​ມື້ເປັນ​ປັດ​ໄຈ​ທີ່​ນຳ​ມາ​ຊຶ່ງ​ຄວາມ​​ເຄັ່ງຕຶງກົດ​ດັນ ແລະ​ວິ​ຕົກ​ກັງ​ວົນ​ໄດ້​ງ່າຍ ການສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ຈິດ​ໃຈ​ຈຶ່ງ​ສຳຄັນ ເພື່ອ​ກຽມ​ຮັບ​ມື​ກັບ​ບັນຫາ​ຄຸກ​ຄາມ​ຈິດ​ໃຈ​ຮູບ​ແບບ​ຕ່າງ ໆ ຢ່າງ​ຮູ້​ເທົ່າ​ທັນ ພ້ອມທີ່​ຈະ​ປະເຊີນ​ດ້ວຍ​ຄວາມ​ເຂັ້ມແຂງ ແລະ​ໝັ່ນໃຈ.


ການ​ອ່ານ​ຢ່າ​ງສະໝໍ່າສະ​ເໝີ​, ເປັນ​ໜຶ່ງ​ໃນ​ການ​ພັດທະນາ​ສຸກຂະພາບ​ຈິດ​ທີ່​ດີ​ວິທີ​ໜຶ່ງ ແລະ​ຍັງ​ເປັນ​ສິ່ງ​ໃກ້​ຕົວ​ອີກດ້ວຍ  ເພາະ​ບໍ່​ພຽງ​ຄວາມ​ຜ່ອນ​ຄາຍ​ທີ່​ໄດ້ຮັບ​ເທົ່າ​ນັ້ນ ຍັງ​ສາມາດ​ຄົ້ນ​ພົບ​ແຮງ​ບັນ​ດານ​ໃຈ ຕະຫລອດ​ຈົນ​ຄວາມ​ຄິດ​ສ້າງສັນ​ທາງ​ອອກ​ໃໝ່​ ໆ.


ສ່ວນ " ການ​ຂຽນ " ການ​ບັນ​ທຶກ​​ໃສ່​ປືມຂຽນຫລາຍ​ຄົນ​ອາດ​ໃຊ້​ເປັນ​ການ​ລະບາຍ​ຄວາມ​ຮູ້ສຶກ ຫລື ອຸປະສັກ​ບັນຫາ​ທີ່​ພົບ​ໃນ​ແຕ່​ລະ​ມື້ ກໍ​ເປັນ​ແນວ​ທາງ​ໜຶ່ງ​ທີ່​ຊ່ວຍ​ບັນ​ເທົາ​ຄວາມ​ເຄັ່ງຕຶງແລະ​ຄວາມ​ກົດ​ດັນ​ໃນ​ໃຈ​ໄດ້​ດີ ເມື່ອ​ຄວາມ​ສັນ​ສົນ​ວຸ້ນວາຍ​ຜ່ອນຄາຍ​​ລົງ​ແລ້ວ ເຮັດໃຫ້​​ເຫັນ​ບັນຫາ​ຢ່າງ​ຮອບ​ຄອບ​ຮອບ​ດ້ານ​ຫລາຍ​ຂຶ້ນ​ດ້ວຍ.    ຫລື " ການ​ຮຽນ​ຮູ້​ທັກ​ສະ​ນະໃໝ່​ ໆ " ອາດ​ເລີ່ມ​ງ່າຍ ໆ ຈາກ​ເລື່ອງ​ທີ່​ສົນ​ໃຈເຊັ່ນ: ການເຮັດ​ອາຫານ, ສຶກ​ສາ​ພາສາ​ຕ່າງ​ປະເທດ​ເພິ່ມເຕິມ, ຫລິ້ນ​ກີລາ,  ປູກ​ຕົ້ນ​ໄມ້​ແລະ ອື່ນ  ໆ ຊຶ່ງ​ການ​ພະຍາຍາມ​ຜ່ານ​ຄວາມ​ທ້າ​ທາຍ​ໃໝ່​ ໆ ນີ້​ຈົນ​ສຳ​ເລັດ ບໍ່​ພຽງ​ຄວາມ​ສຸກ​ໃນ​ໃຈ​ທີ່​ຮູ້ສຶກ​ໄດ້ ແຕ່​ຍັງ​ກໍ່​ໃຫ້​ເກີດ​ຄວາມ​ພູູມໃຈ ແລະ​ຮູ້ສຶກ​ດີ​ກັບ​ຕົວ​ເອງ​​.    ນອກ​ຈາກ​ນັ້ນ " ການ​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ " ຢ່າງ​ໜ້ອຍອາທິດ ລະ 3 ວັນ  ​ບໍ່​ຕ່ຳ​ກວ່າມື້ໜື່ງ 30 ນາ​ທີ ​ເພື່ອຊ່ວຍ​ເພີ່ມ​ອົກຊີໃນ​ເລືອດ, ຊ່ວຍລະບົບ​ຫມູນ​ວຽນ​ເລືອດ​ດີ​ຂຶ້ນ ກ່ຽວກັບ​​ເລື່ອງ​ນີ້ເຄີຍ​ມີ​ການສຶກສາ​ຂອງ​ຈິດ​ວິທະຍາ​ຈາກ​ຕ່າງ​ປະເທດ ສຶກ​ສາ​ກຸ່ມ​ຕົວ​ຢ່າງ​ເພດ​ຊາຍໄລຍະ​ອາ​ຍຸ​ໄວ​ໜຸ່ມພົບ​ວ່າ, ຫລັງ​ການ​ອອກ​ກຳ​ລັງ​ກາຍມີ​ການ​ຕອບສະຫນອງ​ໃນ​ດ້າ​ນສະມາທິຄິດ ແລະ​ຈົດ​ຈຳ​ໄດ້​ດີກວ່າ​ຜູ້​ທີ່​ບໍ່​ອອກ​ກຳ​ລັງ​ກາຍ, ຂະນະ​ດຽວ​ກັນຍັງ​ດີ​ຕໍ່​ສຸກຂະພາບ​ຈິດໂດຍ​ຂະນະ​ອອກ​ກຳ​ລັງ​ກາຍ ຮ່າງກາຍ​ຈະ​ຫລັ່ງ​ສານ​ເອັນ​ໂດນ​ຟິນ ເຮັດໃຫ້​ຮູ້ສຶກ​ສົດ​ຊື່ນຊ່ວຍ​ຫຼຸດ​ຄວາມ​ເຄັ່ງ​ຕຶງ ຊ່ວຍ​ຜ່ອນຄາຍ​ກັງ​ວົນ ແຕ່​ທີ່​ສຳຄັນບໍ່​ຄວນ​ໜັກ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ອາດ​ເຮັດໃຫ້​ກ້າມ​ຊີ້ນ​ບາດ​ເຈັບ​ໄດ້    ຂະນະ​ທີ່ " ການ​ນັ່ງ​ສະ​ມາ​ທິ " ກໍ​ຖື​ເປັນ​ທັກ​ສະ​ຝຶກ​ໃຊ້​ຄາຍຄວາມ​ເຄັ່ງ​ຕຶງ​ທີ່​ໜ້າ​ສົນ​ໃຈ ຊຶ່ງ​ມີ​ງານ​ວິ​ໄຈ​ຮອງ​ຮັບ​ມາ​ແລ້ວ​ວ່າ​ປະຕິບັດ​ປະຈຳ​ຊ່ວຍ​ປ້ອງ​ກັນ​ຄວາມ​ເຄັ່ງ​ຕຶງ, ຊ່ວຍ​ໃຫ້​​ເຊົາໄວ​ຂຶ້ນ ຫລື ຄວາມ​ເຄັ່ງ​ຄຽດ​ສົ່ງ​ຜົນ​ກັບ​ຈິດ​ໃຈ​8ໜ້ອຍ​ລົງ​ໄດ້.