ຄໍາ​ຂວັນ​ວັນ​ສິ່ງ​ແວດ​ລ້ອມ​ໂລກ

(GMT+08:00) 2012-12-11 15:04:44     cri

ດັ່ງ​ທີ່​ພວກ​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ ຕົ້ນ​ອາທິດ​ທີ່​ຜ່າ​ນມາ​ແມ່ນວັນ​ສິ່ງ​ແວດ​ລ້ອມ​ໂລກ​ກໍ່​ຄືວັນ​ທີ 5 ມີ​ຖຸນາ ຄໍາ​ຂວັນ​ສໍາ​ລັບ​ວັນ​ສິ່ງ​ແວດ​ລ້ອມ​ໂລກ​ປີ​ນີ້​ແມ່ນ " ພວ​ກ​ເຮົາ​ທຸກ​ຄົນ​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເສດ​ທະ​ກິດ​ສີຂຽວ " ຊື່​ງ​ເປັນ "​ ການ​ພັດທະນາ​ແບບ​ຍືນ​ຍົງ " ໝາ​ຍຄວາມ​ວ່າ: ​ເປັນ​ກາ​ນພັດທະນາ​ທີ່​ຕິ​ດພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​​ແວ​ດລ້ອມ ຕິດ​ພັນ​ກັບ​ການ​ຄຸ້ມຄ​ອງ ​ແລະ ນໍາ​ໃຊ້​ຊັບ​ພະຍາກອນ​ທໍາ​ມະ​ຊາດ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸ​ດ ​ແກ່​ເສ​ດຖະກິດ-​ສັງຄົມ ​ແລະ ສົ່ງ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ​ຕໍ່​ສິ່ງ​​ແວດ​ລ້ອມ.


ເຊິ່ງ​ແມ່ນ​ໜ້າ​ທີ່​ຂອງ​ໝົດ​ທຸກ​ຄົນ​ຢູ່​ໃນ​ສັງຄົມ​ ຄວນ​ມີ​ສ່ວນ​ຮ່ວມ​ຊ່ວຍ​ກັນ ຄົນ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຊີວິດ​ຕິດ​ພັນ​ກັບ​ທໍາ​ມະ​ຊາດ ສິ່ງ​ແວດ​ລ້ອມ ຊັບພະຍາກອນ​ທໍາ​ມະ​ຊາດ ​ແມ່ນ​ປະ​ກອບ​ມີ​ສິ່ງ​ທີ່​ມີ​ຊີວິດ ​ແລະ ສິ່ງ​ທີ່​ບໍ່​ມີ​ຊີວິດ​ເຊັ່ນ: ດິນ, ນໍ້າ, ພືດ​ພັນ, ຕົ້ນ​ໄມ້, ສັດ​ນໍ້າ, ສັດປ່າ, ຈຸລິນ​ຊີ, ອາກາດ, ​ແຮ່​ທາດ ​ແລະ ຊັບພະຍາກອນ​ອື່ນໆທີ່​ເກີດ​ຂື້ນ​ຕາມ​ທໍາ​ມະ​ຊາດ. ​ໃນ​ນີ້ ຊັບພະຍາກອນ​ປ່າ​ໄມ້​ແມ່ນ​ມີ​ຄວາມ​ສໍາຄັນ​ຫຼາຍ​ຕໍ່​ລະບົບ​ນິ​ເວດ​ທໍາ​ມະ​ຊາດ ນອກຈາກ​ເປັນ​ແຫຼ່ງອາຫານ​ຕົ້ນຕໍ​ສໍາລັບ​ມະ​ນຸດ ​ແລະ ທຸກ​ສິ່ງ​ທີ່ມີ​ຊີວິດ​ເປັນແຫຼ່ງພະລັງງານແລ້ວ.


ຍັງ​ເປັນ​ບ່ອນ​ຮັກສາ​ແຫຼ່ງນໍ້າ​ຮັກສາຄຸນ​ນະພາ​ບຂອງ​ດິນ ປ້ອງ​ກັນ​​ໄພພິບັດ​ທາງ​ທໍາ​ມະ​ຊາດ ປ້ອງ​ກັນ​ການ​ເຊາະ​ເຈື່ອນຂອງ​ດິນ ຕ້ານ​ໄພ​ນໍ້າ​ຖ້ວມ, ຕ້ານ​ໄພ​ແຫ້ງ​ແລ້ງ, ຕ້ານ​ການ​ເປັນ​ທະ​ເລ​ຊາຍ, ຫຼຸດຜ່ອນ​ຄວາມ​ຮຸນ​ແຮງ​ຂອງ​ລົມພາຍຸ, ຜະລິດ​ທາດ​ອົກ​ຊີ​ແຊນ ​ແລະ ດູດ​ຊັບ​ເອົາ​ອາຍ​ກາກ​​ບອນ, ​ເພື່ອ​ຫຼຸດຜ່ອນ​ສະພາວະ​ໂລກ​ຮ້ອນ​ເຮັດ​ໃຫ້​ອາກາດ​ຊຸ່ມ​ຊື່ນ ເປັນ​ບ່ອນຢູ່​ອາ​​ໄສຂອງ​ທຸກ​ສິ່ງ​ທີ່​ມີ​ຊີວິດ ​ແລະ ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​-ສັງຄົມ.

​ແຕ່​ວ່າ​ຊັບພະ​ຍາກ​ອນທໍາ​ມະ​ຊາດ​ຂອງ​ໂລກ​ກໍາລັງ​ຢູ່​ໃນ​ສະພາບ​ທີ່​ຖືກ​ຂົ່ມຂູ່ຢ່າງ​ໜັກໜ່ວງ​ຈາກ​ການ​ທໍາລາຍ​ຂອງ​ມະນຸດ​ດ້ວຍ​ຫຼາຍ​ຮູບ​ການເຊັ່ນ: ການ​ຂຸດ​ຄົ້ນ​ປ່າ​ໄມ້​ແບບ​ຊະຊາຍ​ເກີນ​ຂອບ​ເຂດຟຸມ​ເຟືອຍ ​ແລະ ບໍ່​ຍືນ​ຍົງນໍາ​ໄປ​ສູ່​ການ​ປ່ຽນ​ແປງ​ໂຄງ​ສ້າງ​ລະບົບ​ນິ​ເວດ​ທໍາ​ມະ​ຊາດ​ຂອງ​ໂລກ. ​ເຮັດ​ໃຫ້​ທໍາ​ມະ​ຊາດ​ສູນ​ເສຍ​ຄວາມ​ສົມ​ດູ​ນ ຊີວະ​ນາ​ໝພັນ ຫຼຸດ​ໜ້ອຍ​ຖອຍ​ລົງ​ ບາງ​ຊະນິດ​ພັນ​ພຶດ ​ແລະ ສັດ​ທີ່​ມີຄ່າ ​ແລະ ຫາ​ຍາກ​ ໄດ້​ສູນພັນ​ໄປ ທີ່​ອາ​ໃສ​ຂອງ​ສັດປ່າ​ກໍ​ຖືກ​ທໍາລາຍ ​ແຫຼ່ງນໍ້າ​ທໍາ​ມະ​ຊາດ​ບົກ​ແຫ້ງ ດິນ​ເຊື່ອມ​ໂຊມ ດິນ​ຟ້າ​ອາກາດມີ​ການ​ປ່ຽນ​ແປງ ກໍ່​ສົ່​ງຜົນ​ເຮັດ​ໃຫ້​ອຸນຫະພູມ​ຂອງ​ໂລກ​ຮ້ອນ​ຂື້ນ ​ເກີດ​ມີ​ໄພພິບັດ​ທາງ​ທໍາ​ມະ​ຊາດ​ເຊັ່ນ: ມີ​ລົມພາຍຸ​ທີ່​ຂື້ນ ມີ​ລັກສະນະ​ແຜ່​ລາມ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ ພາ​ໃຫ້​ເກີດ​ໄພ​ນໍ້າ​ຖ້ວມ​ກະທັນຫັນ ​ແລະ ​ໄພແຫ້ງ​ແລ້ງ​ຢ່າງ​ຮຸນ​ແຮງ ​ເມື່ອ​ມີ​ໄພ​ທໍາ​ມະ​ຊາດ​ຄື​ແນວ​ນັ້ນ​ກໍ​ໃຫ້​ເກີດ​ພະຍາດ​ລະບາດ​ອື່ນ​ໆຕາມ​ມາ ສົ່ງ​ຜົນ​ກະທົບ​ຢ່າງໜັກໜ່ວງ​ຕໍ່​ຜົນ​ຜະລິດ ຕໍ່​ການ​ຮັບປະກັນ​ດ້ານ​ສະບຽງ​ອາຫານ ​ເຂົ້າ​ຍາກ​ໜາ​ກ​ແພງ​.