ຂໍ້​ມູນ​ທົ່ວ​ໄປປະເທດ​ຍີ່​ປຸ່ນ

(GMT+08:00) 2012-12-11 15:50:26     cri

ຕັ້ງ​ຢູ່​ດ້ານ​ຝັ່ງ​ຕະເວັນ​ອອກຂອງທະວີບ​ອາຊີ ຫລື​ທາງ​ຕອນ ​ເໜືອ​ຂອງ​ມະຫາ​ສະມຸດປ​າ.ຊິ​ຟິກໝູ່​ເກາະ​ຍີ່​ປຸ່ນ​ທອດ​ຕົວ​ເປັນ​ຮູບ​ໂຄ້ງ​ເໝືອນ​ສ້ຽວດວງພະ​ຈັນ​, ໂດຍ​ມີ​ຄວາມ​ຍາວ​ທັງ​ໝົດ 3, 800 ກິ​ໂລ​ແມັດ. 

 ລັກສະນະ​ພູມ​ສັນຖານ​ຂອງ​ປະ​ເທດ​ ເປັນ​ປະເທດ​ໝູ່​ເກາະປະກອບ​ດ້ວຍ​ເກາະ​ໃຫຍ່​ນ້ອຍ​ປະ​ມານ 3, 900 ເກາະ, ໂດຍ​ມີ​ເກາະ​ໃຫຍ່​ທີ່​ສຳຄັນ 4 ເກາະ ຄື 1) ​ເກາະຮອກ​ໄກ​ໂດ (83, 517 ກິ​ໂລ​ຕາ​ແມັດ.) 2) ​ເກາະຮອນ​ຊູ (231, 012 ກິ​ໂລ​ຕາ​ແມັດ) 3) ​ເກາະຊິ​ໂກ​ກຸ (18, 800 ກິ​ໂລ​ຕາ​ແມັດ) 4) ​ເກາະກິວ​ຊູ (44, 379 ກິ​ໂລ​ຕາ​ແມັດ.).  
    ລັກສະນະ​ພູ​ມິ​ປະເທດ​ໂດຍ​ທົ່ວ​ໄປ​ເປັນ​ພູເຂົາກວມ​ເອົາ 71 ສ່ວນ​ຮ້ອຍ ,​ພື້ນ​ທີ່​ທັງ​ໝົດ​ຂອງ​ຍີ່​ປຸ່ນ​ເປັນ​ພູເຂົາ, 25 ສ່ວນ​ຮ້ອຍເປັນທົ່ງພຽງ​, ຊຶ່ງ​ໃຊ້​ເປັນ​ພື້ນ​ທີ່​ທາງ​ການ​ກະສິກຳໄດ້​ພຽງ​ 11 ສ່ວນ​ຮ້ອຍເທົ່າ​ນັ້ນ, ຍີ່​ປຸ່ນ​ມີ​ພູເຂົາ​ໄຟ​ຫລາຍ​ປະ​ມານ 1 ໃນ 10 ຂອງ​ຈຳນວນ​ພູ​ເຂົາ​ໄຟ​ໃນໂລກ. ໂດຍ​ມີ​ພູເຂົາ​ຟູ​ຈິ​ເປັນ​ພູເຂົາ​ທີ່​ສູງ​ທີ່ສຸດ​ໃນ​ປະເທດ (3, 776 ແມັດ) ແລະ​ເປັນ​ພູເຂົາ​ໄຟ​ທີ່​ສະຫງົບ​ຢູ່​ແຕ່​ຍັງ​ບໍ່​ມອດ ແລະ​ຈາກ​ການ​ທີ່​ຍີ່​ປຸ່ນ​ຢູ່ໃນ​ເຂດ​ທີ່​ມີ​ພູເຂົາ​ໄຟ​ຫລາຍເຮັດໃຫ້​ມີ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​​ເປັນ​ຈຳນວນຫຼາຍປະມານ 500 ຄັ້ງ​ຕໍ່ປີ. 


 ນະຄອນຫຼວງຂອງ​ປະ​ເທດ​ຍີ່ປຸ່ນ​ມີ​ຊື່ວ່າ: ນະຄອນຫຼວງ​ໂຕກຽວ, ປະ​ເທດ​ຍີ່ປຸ່ນມີ​ເນື້ອ​​ທີ່ປະ​ມານ 377, 944  ​ກິ​ໂລ​ຕາແມັດປະກອບ​ດ້ວຍ​ພື້ນ​ທີ່ດິນ 374, 920 ກິ​ໂລ​ຕາແມັດ. ມີປະຊາກອນປະ​ມານ 127, 799, 000 ຄົນ (2011), ຊຶ່ງ​ນັບ​ເປັນ​ປະເທດ​ທີ່​ມີ​ປະຊາກອນ​ຫລາຍ​ທີ່ສຸດ​ເປັນ​ອັນ​ດັບ​ທີ່ 10 ຂອງ​ໂລກ, ຄວາມ​ຫນາແຫນ້ນ​ຂອງ​ປະຊາກອນ​ປະ​ມານ 337 ຄົນ/ກິ​ໂລ​ຕາ​ແມັດ.


ພູ​ມ​ອາ​ກາດ ມີ 4 ລະດູ​ຫລັກທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຊັດເຈນຄື: ລະດູ​ໃບໄມ້ປົ່ງ ອາກາດ​ອົບ​ອຸ່ນ, ລະດູ​ຮ້ອນອາ​ກາດ​ຮ້ອນ​ຊຸ່ມ​ໂດຍ​ມີ​​ໄລຍະ​ລະດູ​ຝົນ​ສັ້ນໆ ປະ​ມານ 1 ເດືອນ ໃນ​​ໄລຍະຕົ້ນ​ລະດູ, ລະດູ​ໃບ​ໄມ້​ຫຼົ່ນອາ​ກາດ​ອົບ​ອຸ່ນ ໂດຍ​ມີ​ພາ​ຍຸ​ໄຕ້​ຝຸ່ນ​ຫລາຍ​ໃນ​​ໄລຍະເດືອນ​ກັນຍາ, ລະດູ​ໜາວອາ​ກາດ​ໜາວມີ​ຫິ​ມະ​ຕົກ​ຫລາຍ​ທາງ​ພາກ​ເໜືອ​ຂອງ​ປະເທດ​ແລະ​​ແຄມທະ​ເລ​ຍີ່​ປຸ່ນສ່ວນ​ທາງ​ໃຕ້​ແລະ​​ແຄມ​​ຝັ່ງມະຫາ​ສະມຸດປາ​ຊິ​ຟິກອາ​ກາດ​ຈະ​ອົບ​ອຸ່ນ​ກວ່າ.