ຄະນະ​ຜູ້​ແທນ​ທີ່​ເຂົ້າຮ່ວມງານມະຫະກໍາ​ກິລາ​ມະຫາວິ​ທະ​ ຍາ​ໄລ​ອາ​ຊຽນຄັ້ງ​ທີ 16 ​ໄດ້​ເດີນທາງ​ມາ​ຮອດ​ນະຄອນຫຼວງ​ວຽງ​ຈັນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ

(GMT+08:00) 2012-12-12 14:07:32     cri
ຄະນະ​ນັກ​ກິລາ​ມະຫາວິທະຍາ​ໄລ​ຈາກ​ປະ​ເທດ​ອາ​ຊຽນ​ໄດ້​ເດີນທາງ​ເຖິງ​ນະ​ຄອນ​ຫຼວງ​ວຽງ​ຈັນ​ຄົບໝົດ​ແລ້ວໃນ​ວັນ​ທີ 11 ທັນວາ​ນີ້ ​ເພື່ອ​ເຂົ້າຮ່ວມງານມະຫາ​ກໍາ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນຄັ້ງທີ 16 ທີ່ຈະໄຂ​ຂື້ນ​ໃນ​ຕອນ​ຄ່ຳວັນ​ທີ 12 ທັນວາ​ນີ້,
ມະຫະກໍາ​ກິລາ​ມ​ະຫາ​ວິ​ທະຍາ​ໄລ​ອ​າຊຽນຄັ້ງ​ທີ 16 ນີ້, ມີ​ສະ​ມາ​ຊິກ​ປະ​ເທດ​ອາຊຽນ 11 ​ປະ​ເທດ​ເຂົ້າ​ຮ່ວມ ​ແລະ​ຈະ​ແຂ່ງຂັນ​ກັນ​ທັງ​ໝົດ 17 ​ປະ​ເພດຄື: ​ມວຍ, ຍິງ​ທະນູ, ​ເຕັນ​ນິສ, ລອຍ​ນໍ້າ, ບານ​ສົ່ງ, ດ​ອກ​​ປີກ​ໄກ່, ​ເຕະ​ບານ(ຍິງ-ຊາຍ), ປັນ​ຈັກ​ຊີ​ລັດ, ​ເປ​ຕັງ, ກະ​ຕໍ້, ​ເທ​ຄ​ວັນ​ໂດ, ​ປິ່ງ​ປ່ອງ, ວູຊູ, ຄາ​ລາ​ເຕ​ໂດ, ຢູ​ໂດ, ບານ​ສົ່ງ ​ແລະ​ແລ່ນ-ລານ ​ເຊິ່ງການ​​ແຂ່ງ​ຂັນ​ຈະ​ເລີ່​ມ​ແຕ່​ວັນ​ທີ 11-20 ທັນວາ​ນີ້.