ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງທີ 3 ຂອງ​ຫົວໜ້າຄະນະຈາກ 11 ປະ​ເທດ

(GMT+08:00) 2012-12-12 14:08:50     cri
ມື້ວານ​ນີ້, ຢູ່​ຫ້ອງ​ປະຊຸມ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ຫົວໜ້າ​ຄະນະ​ຈາກ 11 ປະ​ເທດ ​ໄດ້​ຮ່ວມ​ປຶກສາ​ຫາ​ລຶຮ່ວມຄັ້ງ​ທີ 3 ຂື້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຈ. ດຣ. ສົມ​ສິ ຍໍ​ພັນ​ໄຊ ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ຫົວໜ້າ​ກອງ​ເລຂາ ແລະ​ປະສານ​ງານ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນຄັ້ງ​ທີ 16.

​ໃນ​ກອງ​ປະຊຸມ, ​ຫົວໜ້າ​ນັກ​ກິລາ​ທັງ 11 ປະ​ເທດ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ທຸກ​ດ້ານ, ​ບໍ່ໍ່ວ່າ​ຈະ​ເປັນ​ການ​ກໍານົດ​ປະ​ເພດ​ກິລາ​ແຂ່ງຂັນ​ທັງໝົດ 17 ປະ​ເພດ, ​​ໄດ້​ຮອງ​ຮັບ​ເອົາ​ນັກ​ກິລາ​ມວຍ​​ເຂົ້າ​ຮ່ວມ​ແຂ່ງຂັນ​ນໍາ ​ເຊິ່ງ​ເປັນ​ເທື່ອ​ທໍາ​ອິດ​ທີ່​ໄດ້​ມີ​ຂື້ນ​ໃນ​ງານ​ມະຫາ​ກໍາ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນ, ​ແລະ​ເຫັນ​ດີ​ຕໍ່​ຈຸດປະສົງ​ຫຼັກ​ທາງ​ດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ​ເພື່ອ​ໃຫ້​ມີ​ສຸຂະພາບ​ແຂງ​ແຮງ ​ແລະ​ມີ​ຄວາມ​ສະຫຼຽວ​ສະຫຼາດ​ມີ​ຄວາມ​ສາມັກ​ຄີ.

ນອກ​ນີ້, ກອງ​ປະຊຸມຍັງ​ໄດ້​ອະທິບາຍ​ການ​ນໍາ​ໃຊ້​ເຜີ້ງ​ເປັນ​ສັດ​ນໍາ​​ໂຊກ​ເນື່ອງ​ຈາກ​ວ່າ​ເຜີ້ງ​ເປັນ​ສັດ​ທີ່​ດຸ​ໝັ່ນ ​ແລະ​ມີ​ຄວາມ​ສາມັກ​ຄີ​ກັນ​ດີ, ​ຍ້ອນງານ​ກິລາ​ຄັ້ງ​ນີ້​​ເ​ນັ້ນ​ໃສ່​ຄວາມ​ສາມັກຄີ​ເປັນ​ຫຼັກ​ ແລະໃຊ້​ຄໍາ​ຂວັນ​ທີ່​ວ່າ:" ພວກ​ເຮົາ​ແມ່ນ​ຄອບຄົວ​ອາ​ຊຽນ".