ຄະນະຜູ້ແທນທີ່ເຂົ້າຮ່ວມງານມະຫະກໍາກິລາມະຫາວິທະຍາໄລອາຊຽນຄັ້ງທີ 16 ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍແລ້ວ
(GMT+08:00) 2012-12-12 17:22:16 cri
ຄະນະນັກກິລາມະຫາວິທະຍາໄລຈາກປະເທດອາຊຽນໄດ້ເດີນທາງເຖິງນະຄອນຫຼວງວຽງຈັນຄົບໝົດແລ້ວໃນວັນທີ 11 ທັນວານີ້ ເພື່ອເຂົ້າຮ່ວມງານມະຫາກໍາກິລາມະຫາວິທະຍາໄລອາຊຽນຄັ້ງທີ 16 ທີ່ຈະໄຂຂື້ນໃນຕອນຄ່ຳວັນທີ 12 ທັນວານີ້,ມະຫະກໍາກິລາມະຫາວິທະຍາໄລອາຊຽນຄັ້ງທີ 16 ນີ້, ມີສະມາຊິກປະເທດອາຊຽນ 11 ປະເທດເຂົ້າຮ່ວມ ແລະຈະແຂ່ງຂັນກັນທັງໝົດ 17 ປະເພດຄື: ມວຍ, ຍິງທະນູ, ເຕັນນິສ, ລອຍນໍ້າ, ບານສົ່ງ, ດອກປີກໄກ່, ເຕະບານ(ຍິງ-ຊາຍ), ປັນຈັກຊີລັດ, ເປຕັງ, ກະຕໍ້, ເທຄວັນໂດ, ປິ່ງປ່ອງ, ວູຊູ, ຄາລາເຕໂດ, ຢູໂດ, ບານສົ່ງ ແລະແລ່ນ-ລານ ເຊິ່ງການແຂ່ງຂັນຈະເລີ່ມແຕ່ວັນທີ 11-20 ທັນວານີ້.