ງານ​ມະ​ຫາ​ກໍາ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນຄັ້ງ​ທີ 16 ​​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-12-13 09:10:46     cri
ຕາ​ມຂ່າວCRI, ຕອນ​ແລງວັນ​ທີ 12 ທັນວາ​ນີ້, ງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນຄັ້ງທີ 16 ​ໄດ້​ໄຂ​ຂື້ນ​ທີ່​ນະຄອນຫຼວງວຽງ​ຈັນ​ຢ່າງ​ເປັນ​ທາງ​ການ.


ພິທີ​ເປີດເລີ່ມຕົ້ນດ້ວຍກອງດຸລິຍາງ, ກ້ອນກຳລັງທຸງຊາດລາວ ແລະທຸງອາຊຽນເຂົ້າສູ່​ສະໜາມ​ຢ່າງ​ສະຫງ່າ​ງາມ. ຫຼັງຈາກ​ນັ້ນ, ຄະນະນັກ​ກິລາ​ຂອງ 11 ​ປະ​ເທດສະມາຊິກ​ໄດ້​ຍ່າງ​ເຂົ້າສະ​ໜາມຕາມ​ລຳດັບ.



​ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ​, ທ່ານ​ດຣ ພັນ​ຄຳ ວິພາ​ວັນ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາ,ປະທານ​ຄະນະ​ກຳມະ​ການຈັດ​ງານ​ ​ແລະ​ບັນດາ​ແຂກ​ຜູ້​ມີ​ກຽດ, ນັກຮຽນ​ນັກ​ສຶກສາ​ແລະ​ມວນ​ຊົນ​ທັງຫຼາຍໄດ້​ເຂົ້າຮ່ວມ​​ພິທີ​ເ​ປີດ.

​ໃນ​ງານ​ກິລາ​ຄັ້ງນີ້, ​ຄະນະນັກ​ກິລາສະ​ມາ​ຊິກ​ປະ​ເທດ​ອາຊຽນ10 ປະ​ເທດ​ແລະ​ປະ​ເທດ​ຕີ​ມໍ​ເລັສ​ເຕຈະ​ເຂົ້າ​ຮ່ວມການ​ແຂ່ງຂັນ​​ທັງ​ໝົດ 17 ​ປະ​ເພດຄື: ​ມວຍ, ຍິງ​ທະນູ, ​ເຕັນ​ນິສ, ລອຍ​ນໍ້າ, ກະ​ຕໍ້, ​ເທ​ຄ​ວັນ​ໂດ, ​ແລະ​ອື່ນໆ, ​​ເພື່ອຊີງ​​ເອົາຫຼຽນ​ຄຳ​ທັງ​ໝົດ 245 ຫຼຽນ.


ງານ​ກິລາມະຫາວິທະຍາ​ໄລ​ອາ​ຊຽນ​ຄັ້ງທຳ​ອິດ​ຈັດ​ຂື້ນ​ຢູ່​ປະ​ເທດ​ອິນ​ໂດ​ເນ​ເຊຍ, ລາວ​ເຂົ້າຮ່ວມ​ຄັ້ງທຳ​ອິດ​ແມ່ນ​ປີ 2006 ​​ເຊິ່ງ​ເປັນຄັ້ງທີ 13 ຂອງ​ງານທີ່​ຈັດ​ຂື້ນ​ຢູ່​ຫວຽດນາມ. ​ໃນ​ 3 ​ຄັ້ງທີ່ຜ່ານ​ມາ, ນັກ​ກິລາລາວ​ຊິງ​ໄດ້​ຫຼຽນຄຳ 2 ຫຼຽນ, ຫຼຽນ​ເງິນ 9 ​ຫຼຽນ, ​ແລະຫຼຽນທອງ 30 ຫຼຽນ.