2011 ມີຜູ້​ຕິດ​ເຊືອພະຍາດ​ໄຂ້ຍູງ​ລາຍທົ່ວ​ໂລກ100​ລ້ານ​ຄົນ

(GMT+08:00) 2012-12-18 14:27:01     cri
ກະຊວງ​ສາທາລະນະ​ສຸກ​​ເປີດ​ເຜີຍ​ວ່າ: ​​ໃນ​ແຕ່ລະ​ປີ​ມີ​ຜູ້​ຕິດ​ເຊື້ອ​ໄຂ້ຍູງ​ລາຍ​ໃນ​ທົ່ວ​ໂລກ​ມີ​ເຖີງ 50-100 ລ້ານ​ຄົນ, ​ແລະ​ມີ​ຄົນ​ເສຍ​ຊີວິດ​ຈໍານວນ 20.000 ຄົນ, ​ໃນ​ນັ້ນ​ຄົນ​ເຈັບ 75 % ​ແມ່ນອາ​ໃສ​ຢູ່​ໃນ​ອາຊີ​ແລະ​ປາຊີ​ຟີ​ກ ​ເຊິ່ງບັນດາ​ປະ​ເທດ​ອາຊຽນກໍ່​​ແມ່ນ​ນອນ​ຢູ່​ໃນ​ພາກ​ພື້ນ​ດັ່ງກ່າວ ​ເຊິ່ງມີ​ຄົນ​ຕິດ​ເຊື້ອ​ໄຂ້ຍູງ​ລາຍ​ຫຼາຍ​ທີ່​ສຸດ
ຂະນະ​ທີ່​ປີ 2012 ຍັງ​ບໍ່​ສາມາດ​ລະ​ບຸ​ຕົວ​ເລກ​ທີ່​ແນ່ນອນຂອງ​ຜູ້​ຕິດ​ເຊື້ອ​ພະຍາດ​ນີ້, ທ່ານ​ສຈ ດຣ ​ເອກ​ສະຫວ່າງ ວົງ​ວິຈິດ ,ລົດ​ຖະມົນຕີ​ວ່າການກະຊວງ​ສາທາລະນະ​ສຸກ​ກ່າວ​ວ່າ: ພະຍາດ​ໄຂ້​ເລືອດ​ອອກ​ທີ່​ມີ​ຍູງ​ລາຍ​ເປັນ​ພາຫະນະ​ເຊື້ອ, ສາມາດ​ເກີດ​ຂື້ນ​ໄດ້​ຢູ່​ທຸກ​ພື້ນ​ທີ່​ຂອງ​ປະ​ເທດ​ບໍ່​ວ່າ​ຈະ​ເປັນ​ເຂດ​ຊົນນະບົດ ຫຼື​ຕົວ​ເມືອງ​ໃຫຍ່, ​ການ​ເຮັດ​ວຽກ​ຂອງ​ສາທາລນະ​ສຸກຂະ​ແໜງ​ດຽວ​ແມ່ນ​ບໍ່​ສາມາດ​ປ້ອງ​ກັນ​ໄດ້, ​ແລະ​ຄວບ​ຄຸມພະ​ຍາດ​​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ໄດ້,ເພື່ອ​ສະກັດ​ກັ້ນ​ພະຍາດ​ນີ້ຄວນແມ່ນໜ້າທີ່ຂອງ ທຸກພາກສ່ວນໂດຍສະເພາະແມ່ນມັນ​ຮຽກຮ້ອງ​​ໃຫ້​ອໍານາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​ແລະ​ພໍ່​ແມ່​​ປະຊາຊົນ​ທຸກ​ຄົນ ​ໃນ​ທົ່ວ​ປະ​ເທດ ຄວນ​ມີ​ສ່ວນ​ຮ່ວມ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ໃຫ້​ທຸກ​ຄົນ​ເອົາ​ໃຈ​ໃສ່​ໃນ​ການ​ກໍາຈັດ​ແຫຼ່ງ​ເພາະ​ພັນ​ຂອງ​ຍູງລາຍ ​ແຫຼ່ງວາງ​ໄຂ່​ຂອງ​ຍູງ​ລາຍ​ຢູ່​ໃນ​ພາຊະນະ​ທີ່​ມີ​ນໍ້າ​ຂັງເຊັ່ນ: ກະ​ໂປະ​ໝາກ​ພ້າວ ກະປ໋ອງ ຖ້ວຍ ຊາມ​ ອ່າງ​ແຕກ​ຖີ້ມຊະຊາຍ.

ນອກນັ້ນ, ​ຄວນໝັ່ນ​ເຮັດ​ອານາ​ໄມ​ທີ່​ພັກ​ອາ​ໃສ ​ເຮືອ​ນຊານ​ບ້ານ​ຊ່ອງ ບ່ອນ​ເຮັດ​ວຽກ ​ແລະ​ທຸກສະຖານ​ທີ່ໃຫ້​ມີ​ສະພາບ​ແວດ​ລ້ອມ​ທີ່​ສະອາດ​ປາດ​ສະ​ຈາກ​ສິ່ງ​ຮົກ​ເຮື້ອເປືອ​ນ​ເປິະຕ່າງໆ ທັງ​ນີ້​ກໍ່​ເພື່ອ​ສຸຂະພາບ​ທີ່​ດີ​ຂອງ​ທ່ານ​ເອງ ​ແລະ​ເພື່ອ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ມີ​ບ່ອນ​ວາງ​ໄຂ່ ຕ້ອງ​ປະຕິບັດ​ຢ່າງ​ເປັນ​ຂະ​ບວນການ​ຈື່ງ​ຈະ​ສາມາດ​ຄວບ​ຄຸມພະ​ຍາດ​ຊະນິດ​ນີ້ໄດ້.

ໄຂ້​ເລືອດ​ອອກ​ແມ່ນ​ພະຍາດ​ເຂດ​ຮ້ອນ ທີ່​ມີ​ຍູງ​ລາຍ​ເປັນ​ພາຫະນະ​ນໍາ​ເຊື້ອ​ໄວຣັສ ​ເຊິ່ງ​ເຮັດ​ໃຫ້​ຄົນ​ເຈັບ​ທີ່​ຕິດ​ເຊື້ອ​ມີ​ຫຼາຍ​ອາການ​ເຊັ່ນ: ​​ໄຂ້ ​ເຈັບຫົວ ​ເຈັບ​ກ້າມ​ຊີ້ນ ​ເກີດ​ຜື່ນຕາມ​ຜີວ​ໜັງ ຮາກ ສາມາດ​ນໍາ​ໄປ​ສູ່​ການ​ມີ​ພາວະ​ເລື​ອດ​ໄຫຼ​ທີ່​ຮ້າຍ​ແຮງ​ເຖິງ​ຂັ້ນ​ເສຍ​ຊີວິດ​ໄດ້.