ຜົນ​ຮ້າຍ​ຈາກ​ຢານອນ​ຫຼັບ

(GMT+08:00) 2012-12-18 14:42:14     cri

ການ​ໃຊ້ຢານ​ອນຫຼັບ​ຢ່າ​ງບໍ່​ຖື​ກຕ້ອງ​ໂດຍ​ສະ​ເພາະ​ທ່ານ​ທີ່​ມັກ​ຊື້​ຢາ​ມາ​ກິນ​ເອງ ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງການເກີດ​ອັນຕະລາຍ​ຫຼາຍ​ກວ່າ​ທີ່​ຄິດ​ ​ທ່ານ​​ຮູ້ບໍ່ວ່າຢານອນຫຼັບ​ບາງ​ຊະນິດທີ່​ອອກ​ລິດ​ເປັນ​ໄລຍະ​ດົນໆ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເຖົ້າ​ທີ່​ຮ່າງກາຍ​ມີ​ຄວາມ​ສາມາດ​ໃນ​ການ​ກໍາ​ຈັດ​ຢາ​ຫຼຸດ​ລົງ ອາດ​ເຮັດ​ໃຫ້​ຍັງ​ມີ​ຢາ​ສະ​ສົມ​ຢູ່​ໃນ​ຮ່າງ​ກາຍ ສັງ​ເກດ​ງ່າຍໆ​ກິນ​ຢາ​ແລ້ວ​ເມື່ອ​ເຮົາ​ຕື່ມ​ຂື້ນ​ມາ​ແລ້ວ​ຮູ້ສຶກ​ເຫງົານອນ, ອ່ອນ​​ເພຍຫຼື​ມືນລົງ​ສັບສົນ ​ກໍ​ລະ​​ແບບ​ນີ້ ອາດ​ເປັນ​ອັນຕະລາຍ​ໄດ້​ໃນ​ຜູ້​ທີ່​ຂັບ​ລົດ​ ຫຼື ​ເຮັດ​ວຽກ​ກ່ຽວ​ກັບ​ເຄື່ອງຈັກ ​ເນື່ອງ​ຈາກ​ອາການ​ຫງ່ວງຊືມ​ແມ້ແຕ່​ໜ້ອຍດຽວ​ກໍ່​ມີ​ຜົນ​ຕໍ່​ການ​ຕັດ​ສິນ​ໃຈ ​ແລະ ການ​ເຄື່ອນ​ໄຫວ​ທີ່​ຕ້ອງການ​ຄວາມ​ໄວ ​ເຮັດ​ໃຫ່​ເຊື່ອງຊ່າ​ລົງ​ໄດ້ຫຼື​ອາດ​ເຮັດ​ໃຫ້​ເກີດອຸ​ບັດ​ເຫດ​ແລະ​ໝື່ນລົ້ນ​ໄດ້. 

ນອກຈາກນີ້, ສໍາລັບ​ຜູ້ທີ່​ເປັນ​ພະຍາດ​ປະ​ຈໍາ​ໂຕ ພະຍາດ​ປອດ,​ ນ​ອນ​ໂກນ​ສຽງດັງ​ແຮງຫຼື​ຜູ້​ທີ່​ໃຊ້ຢາ​ບາ​ງຊະນິດ​ທີ່​ກົດ​ປະສາດພາກ​ສ່ວນ​ກາງ,​ ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ເອລກໍ​ຮໍ ຄວນ​ຫຼີກ​ເວັ້ນການ​ໃຊ້​ຢານອນຫຼັບ ​ເນື່ອງ​ຈາກ​ຢາ​ບາງ​ຊະນິດ​ອອກ​ລິດ​ກົດ​ປະສາ​ດພາກ​ສ່ວນ​ກາງ ​ເຊິ່ງ​ເຮັດ​ໃຫ້​ສູນ​ຄວບ​ຄຸ​ມການ​ຫາຍ​ໃຈ​ໄດ້.

ນອກ​ນັ້ນ​ຍັງ​ມີ​ຜົນ​ຮ້າຍ​ຫຼາຍ​ກໍລະນີ​ທີ່​ຕາມ​ມາ​ສໍາ​ລັບ​ທ່ານ​ໃດ​ທີ່​ເຄີຍ​​ລື້​ງກິ​ນຢານອນຫຼັບ​ແລ້ວ​ມາ​ຟັງ​ນໍາ​ກັນ​ເບິ່ງ​ວ່າ ກໍລະນີ​ທີ່​ການ​ໃຊ້​ຢານອນຫຼັບຢ່າງ​ຕໍ່​ເນື່ອງ​ເປັນ​ໄລຍະ​ດົນໆ ກໍ່​ອາດ​ເກີດ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ​ໄດ້​ເຊັ່ນ​ກັນ.

ການ​ດື້​ຢາ, ​ແມ່ນ​ການ​ໃຊ້​ຢານອນຫຼັບ​ຂະໜາດ​ເກົ່າ​ຕິດ​ຕໍ່​ກັນ​ຈັກ​ໄລຍະ​ໜື່ງ ​ແລ້​ວພົບ​ວ່າ​ຜົນ​ການ​ປິ່ນປົວ​ໜ້​ອຍລົງ ຈໍາ​ເປັນ​ຕ້ອງ​ເພີ່ມ​ປະລິມານ​ຂອງ​ຢານອນຫຼັບ​ຂື້ນ​ອີກ​ເລື້​ອຍໆ​ ​ຈົນ​ອາດ​ຫຼາຍ​ກວ່າ​ຂະໜາດ​ທີ່​ເກີນປົກ​ກະ​ຕິທີ່​​ໄຂ້​ໃນ​ການ​ປິ່ນປົວ ຈົນ​ເຮັດ​​ໃຫ້​ເກີດ​ພິດ​ຈາກ​ຢາ​ໄດ້. ການ​ຕິດ​ຢາ, ​ເມື່ອ​ໃຊ້​ຢາ​ຈັກ​ໄລ​ຍະ​ໜື່ງ​ແລ້ວ​ຢຸດ ອາດ​ເຮັດ​ໃຫ້​ອາການ​ນອນ​ບໍ່​ຫຼັບ​​ເກີ​ດຂື້ນ​ອີກ ຈະ​ຕ້ອງ​ນໍ​າ​ມາ​ໃຊ້​ຢາ​ເປັນ​ປະ​ຈໍາ ​ເພື່ອ​ຊ່ວຍ​ໃຫ້​ຕົນ​ເອງ​ນອນ
ຫຼັບ​ດີ. 

ເຊື່ຶອມສະ​ມັດ​ຖະພາບ​ທາງ​ເພດ,​ ມີ​ລາຍ​ງານ​ວ່າ​ຜູ້ທີ່​ໄດ້​ຮັບ​ຢານອນຫຼັບ​ບາງ​ຊະນິດ ​ເປັນ​ເວລາ​ດົນ​ອາດ​ເຮັດ​​ໃຫ້​ເສື່​ອມສະມັດ​ຕະພາບ​ທາງ​ເພດ​ໃນ​ຜູ້​ຊາຍ​ໄດ້. ຄວາມ​ຈື່​ຈໍາ​ເສື່​ອ​ມ, ຢານອນ​ຫຼັບ​ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ຈື່​ຈໍ​າ​ໃນ​​ໄລຍະ​ຍາວ​ໄດ້ ​ເຮັດ​ໃຫ້​ບໍ່​ສາມາດ​ຈື່​ເຫດການ​ຫຼື​ເລື່ອງ​ລາວ​ຕ່າງໆ​​ໄດ້​ດົນ​ຄື​ກັບ​ຄົນ​ປົກກະຕິ​ທົ່ວ​ໄປ.