Sunny Xie ( Xie Rong Er 谢容儿 )

(GMT+08:00) 2012-12-18 14:53:28     cri

ນັກ​ຮ້ອງສາວໜ້າຫວານ​ໄວ​ອາຍຸ 22ປີ ທີ່​ກຳ​ເນີ​ດ​ໃນ Wuhan ​ເ​ຊິ່ງ​ແມ່ນ​ເມືອງ​ເອກ ຂອງ​ແຂວງ Huibei ​ເຊິ່ງຕັ້ງ​ຢູ່​ພາກ​ກາງຂອງປະ​ເທດ​ຈີນ​ນັ້ນ​ເອງ Sunny Xie ​ເປີດ​​ໂຕ​ອີກ​ຄັ້ງ​ໃນ​ອະ​ລະ​ບ້ຳ​ທຳ​ອິດ Cat & Fish ​ທີ​ປະກອບ​ມີ​ທັງໝົດ 11 ​ເພງ ໃນ​ວັນ​ທີ 10 ທັນວາ ຂອງ​ປີ 2010 ທີ່​ຜ່ານ​ມາ ທີ່​ໄດ້ຮັບການ​ຍົກຍ້ອງ ​ພ້ອມ​ທັງ​ໄດ້ຮັບຄວາມສົນ​ໃຈຈາກ​ບັນດາ​ສື່​ຕ່າງໆ


ໃນ​ປີ​ຕໍ່ມາ ກໍ​ຄື 2011 Sunny Xie ​ກໍໄດ້​ໃຫ້ການ​ເປີ​ດ​ໂຕ​ອະ​ລະ​ບ້ຳ​ຊຸດ​ທີ 2 You Do not Deserve ພິ​ເສດ​ໃນ​ອະ​ລະ​ບ້ຳ​ຊຸດ​ນີ້ Sunny Xie ​ໄດ້​ນຳ​ເອົາ​ຜົນງານ​ເພງ ທີ່​ແຕ່ງ​ຂຶ້ນ​ດ້ວຍ​ຕົວ​ເອງ​ປະກອບ​ເຂົ້າ​ໃນ​ອະ​ລະ​ບ້ຳ​ດັ່ງກ່າວ ​ເຊິ່ງ​ໄດ້​ແກ່​ຜົນງານ​ເພງ Ni Zhi Dao Wo Dui Ni De Hao ພ້ອມ​ທັງ​ປ່ອຍຜົນງານ​ເພງ You Do not Deserve ທີ່​ເປັນ​ຊື່​ດຽວກັບ​ອະ​ລະ​ບ້ຳ​ເພງ ​ເປັນ Single ທຳ​ອິດ​ທີ່​ປ່ອຍ​ອອກ​ມາ ​ໃນ ວັນ​ທີ 16 ມີນາ ປີ 2011 ທີ່​ຜ່ານ​ມາເຊິ່ງ​ເປັນ​ບົດເພງທີ່​ເສົ້າ ຊ້າໆຊຶ້ງໆ ​ເຊິ່ງ​ເພງ​ດັ່ງກ່າວ​ໄດ້​ນຳ​ສະ​ເໜີ​ເຖິງ​ຄວາມ​ຜິດ​ຫວັງ ​ແລະ ຄວາມ​ເຈັບ​ປວດ​ຂອງ​ຜູ້​ຍິງທີ່​ໄດ້ຮັບຈາກ​ຜູ້​ຊາຍ ນອກຈາກ​ນັ້ນ ​ໃນ​ປີ ດຽວກັນ Sunny Xie ຍັງ​ໄດ້​ປ່ອຍ​ອະ​ລະ​ບ້ຳ​ຊຸດ​ທີ 3 ອອກ​ມາ Self Titled ​​ທີ່​ເປັນ​ອະ​ລະ​ບ້ຳ​ລ່າ​ສຸດ ທີ່​ປ່ອຍ​ໃນ​ປີ 2011 ທີ່​ຜ່ານ​ມາ