Yang Qian Hua  ( Miriam Yeung )

(GMT+08:00) 2012-12-18 15:07:36     cri

Yang Qian Hua  ( Miriam Yeung ) ​ເປັນ​ນັກ​ຮ້ອງ​ ; ນັກສະ​ແດງ ​ແລະ ພິທີ​ກອນຍິງ ຈາກ​ເຂດ​ຮົງ​ກົງ​ຂອງ​ຈີນ ປັດຈຸບັນ​ອາຍຸ 38 ປີ ​ເກີດ​ໃນ​ວັນ​ທີ  3 ກຸມພາ ປີ 1974​ ​ເປັນ​ນັກ​ຮ້ອງ​ທີ່​ມີ ຫລາກຫຼາຍ​ເພງ​ທີ່​ໄດ້​ຮັບ​ຄວາ​ມນິຍົມ ​ເ​ຊັ່ນ ​ເພງ Maiden's player , sister , small city important matter ​ເ​ຊິ່ງ​ໄດ້​ຮັບ​ລາງວັນ​ເພງ​ທີ່​ດີ​ທີ​ສຸດ​ແຫ່ງ​ປີ ​ໃນ​ປີ 2004 ​ແລະ ປີ 2000 ​ແລະ ຍັງ​ໄດ້​ຮັບ​ລາງວັນ​ນັກ​ຮ້ອງ​ຍອດ​ນິຍົມ​ໃນ​ປີ 2006 ​ແລະ ປະ​ເພດ​ນັກ​ຮ້ອງ​ຍິງ​ດີ​ເດັ່ນ


Yang Qian Hua  ( Miriam Yeung ) ​ເລີ່​ມ​ເຂົ້າ​ສູ່​ວົງ​ການບັນ​ເທີ​ງ​ໃນ​ປີ 1995  ​ໂດຍມີ ອະ​ລະ​ບ້ຳ Golden Label ​ເຊິ່ງ​ເປັນ​ຜົນງານຊຸດ​ທຳ​ອິດ​ ປ່ອຍ ອອກ​ມາ​ໃນ​ປີ 15-12-2006 ສັງ​ກັດ​ໃນຄ້າຍ​ເພງ A music ໃນ​ປີ ຕໍ່ມາ ກໍ​ໄດ້​ປ່ອຍ ອະ​ລະ​ບ້ຳ ຊຸດທີ 2 ອອກມາ ​ໃນ​ວັນ​ທີ  14 ສິງຫາ 2007


ມາ​ຮອດ ປີ 2008 ​ໄດ້​ນຳ​ເອົາ​ຜົນງານ​ເພງ ທີ່ ອະ​ລະ​ບ້ຳ​ທີ່ຜ່ານ​ມາມາຂັບ​ຮ້ອງ​ໃນ​ຮູບ​​ແບບພາສາ​ຈີນ ກວາງຕຸ້ງ ​ເນື່ອງ​ຈາກຕະຫລອດ​ໄລຍະ​ເວລາ 8ປີ  ທີ​ຜ່ານ​ມາ Yang Qan Hua  ( Miriam Yeung ) ​ມີ​ພຽງ​ແຕ່ການ​ອອກຜົນງານ​ເພງ ທີ່​ເປັນ​ພາສາ​ຈີນ​ກາງ ຫລັງ​ຈາກ​ທີ່​ໄດ້​ຢຸດ​ການ​ປ່ອຍ​ຜົນງານ​ເພງ​ໄປ​ດົນ​ເຕີບ​ໃນ​ທີ່​ສຸດ Yang Qan Hua  ( Miriam Yeung ) ກໍ​ໄດ້​ປ່ອຍ ອະ​ລະ​ບ້ຳ Ready or Not ​ເຊິ່ງແມ່ນ ອະ​ລະ​ບ້ຳ ຊຸດ ທີ 3 ອອກ​ມາ ​ໃນ​ວັນ​ທີ 8 ມີນາ ປີ 2011 ທີ່​ຜ່ານ​ມາ