ກິລາ​ມວຍ​ລາວ​ຊິງ​ໄດ້ 7​ຫລຽນຄຳ​ໃຫ້​ແກ່​ລາວ​ໃນ​ງານກິລາ ມ.ອາຊຽນຄັ້ງ​ທີ 16

(GMT+08:00) 2012-12-19 17:42:05     cri
ວັນທີ 18 ທັນວານີ້, ການ​ແຂ່ງຂັນ​ກິລາ​ມວຍ​ໃນ​ງານກິລາ ມ.ອາຊຽນຄັ້ງ​ທີ 16, ໄດ້ຈັດຂື້ນທີ່ເດີ່ນກິລາບືງຂະຫຍອງ, ມີ​ທັງ​ຫມົດ 13 ລຸ້ນແຕ່​ລາວ​ສົ່ງ​ເຂົ້າ​ພຽງ​ແຕ່ 11 ລຸ້ນ, ຊາຍ 5 ລຸ້ນ​ແລະຍິງ 6 ລຸ້ນ. ໃນ​ນັ້ນ, ນັກ​ກິລາ​ມວຍ​ລາວ​ຊິງ​ໄດ້ 7 ຫລຽນຄຳ​ແລະ 4 ຫລຽນ​ເງິນ. ລາຍການ​ທີ່​ນັກ​ກິລາ​ລາວ​ໄດ້​ຫລຽນຄຳ​ມີ​ດັ່ງ​ນີ້:ລຸ້ນນ້ຳໜັກ 45 ກິ​ໂລຊາຍ, 48 ກິ​ໂລຊາຍ, 54 ກິ​ໂລ​ຊາຍ, 57 ກິ​ໂລ​ຊາຍ, 60 ກິ​ໂລຊາຍ, 48 ກິ​ໂລຍິງ ​ແລະ 54 ກິ​ໂລ​ຍິງ.