​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ເປັນ​ກຳລັງ​ແຮງ​ໃໝ່​ທີ່​ເຮັດ​ໃຫ້ເສດຖະກິດຟື້ນ​ຕົວ​ຂຶ້ນ

(GMT+08:00) 2012-12-19 14:55:37     cri
ໜັງສື​ພິມ<ຈິ່ງ​ຈີ້​ຢື້​ປ້າວ>ຂອງ​ຈີນ​ປະກາດ​ບົດ​ພິ​ເສດ​ວ່າ: ທ່ານ​ສູນິງນິງ, ​ຮອງ​ເລຂາທິການ​ໃຫຍ່​ປະຈຳ​ການຝ່າຍຈີນຂອງ​ສະພາ​ມົນຕີ​ການ​ຄ້າ​ຈີນ-ອາ​ຊຽນກ່າວ​ໃນ​​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ, ປີ​ນີ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ສ້າງ​ສະຖິຕິ​ສູງ​ສຸດ​ເທື່ອ​ໃໝ່, ​ເຊິ່ງຫຼາຍ​ກວ່າ400ຕື້​ໂດ​ລາ​ເປັນ​ເທື່ອ​ທຳ​ອິດ. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ຈາກ54ຕື້767 ລ້ານ​ໂດ​ລາ​ໃນ​ປີ2002​ເພີ່ມ​ຂຶ້ນ​ເປັນ362ຕື້800ລ້ານ​ໂດ​ລາ​ໃນ​ປີ2011, ​ເພີ່ມ​ຂຶ້ນ5,6​ເທົ່າ​ຖ້າ​ທຽບ​ກັບ​ປີ2002, ​ເພີ່ມ​ຂຶ້ນຫຼາຍ​ກວ່າ20%ສະ​ເລ່ຍຕໍ່​ປີ. ປະຈຸ​ບັນ​ນີ້, ຈີນເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່ສຸດ​ຂອງ​ອາ​ຊຽນ, ອາ​ຊຽນ​​ໄດ້​ເຂົ້າ​ແທນ​ທີ່ຍີ່ປຸ່ນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ3ຂອງ​ຈີນ.

ປະຈຸ​ບັນ​ນີ້​ເສດຖະກິດ​ໂລກ​ຟື້ນ​ຕົວ​ຊ້າ​ລົງ, ຜົນ​ສະທ້ອນວິ​ກິດ​ການ​ດ້ານ​ເສດຖະກິດ​ໂລກຍັງຄົງ​ຕົວ​ຢູ່, ​ແຕ່​ວ່າ​ຢູ່​​ເຂດ​ອາຊີ​ຕາ​​ເວັນ​ອອກ​ແລະອາ​ຊຽນມີ​ປະກົດ​ການ​ທີ່​ພົ້ນ​ເດັ່ນອັນ​ໜຶ່ງ, ກໍ່​ຄື​ການ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື, ​ເລັ່ງລັດ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ. ​ເມື່ອ​ປະ​ເຊີນ​​ກັບ​ອຸປະສັກ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​​ເປັນ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​​ຂອງ​ພາກ​ພື້ນ​ໃຫ້ໝັ້ນ​ທ່ຽງ.

"ການ​ພັດທະນາ​ຂອງ​ເຂດ​ການ​ຄ້າ​ເສລີຈີນ-ອາ​ຊຽນ​ໄດ້​ເລັ່ງລັດ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ຢ່າງ​ຫຼວງ​ຫຼາຍ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ອີກ​ຄັ້ງ, ​ແມ່ນ​ເລື່ອງ​​ທີ່​ເກີດຂຶ້ນ​ໜ້ອຍ​ທີ່​ສຸດ​ໃນ​ໂລກ​ພາຍ​ໃຕ້​ສະ​ພາບ​ການ​ເສດຖະກິດ​ໂລກ​ຟື້ນ​ຕົວຊ້າ​ລົງ​. " ທ່ານ​ສູ​ນີງໆ​ກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ທີ່​ຈິງ​ແລ້ວ​​ແມ່ນ​ດຳ​ເນີນ​ຢູ່​ບົນ​ພື້ນຖານ​ແນວ​ຄິດ​ທີ່​ຮ່ວມ​​ກັນ, ຮັບ​ມື​ກັບ​ວິ​ກິດ​ການຮ່ວມ​ມື​ກັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ທຸກ​ປະ​ເທດ​ຕ່າງ​ກໍ່​ຮູ້​ວ່າ​ມີແຕ່​ຮ່ວມ​ມື​ກັນ​ຈຶ່ງ​ຈະສາມາດ​ບັນລຸ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຮ່ວມ​ກັນ.

ທ່ານ​ສູນິງໆ​ວິ​ເຄາະ​ວ່າ, ກ່ອນ​ອື່ນ, ​ຍ້ອນ​ເປັນ​ເຂດ​ການ​ຄ້າ​ເສລີ​ທຳ​ອິດ​ທີ່​ຈີນ​​ໄດ້ຮ່ວມ​ກັບຕ່າງປະ​ເທດສ້າງ​ຕັ້ງ​ຂຶ້ນ, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນມີ​ທ່າ​ແຮງ​ຢ່າງ​ແຂງ​ແຮງ. ຖັດຈາກ​ນັ້ນ, ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຕ່າງມີ​ຈຸດພິເສດ​ທາງ​ດ້ານ​ຊັບພະຍາກອນທຳ​ມະ​ຊາດ, ​ໂຄງ​ປະກອບ​ອຸດສາຫະກຳ, ການ​ຄ້າ​ດ້ານສິນຄ້າ​ແລະ​ອື່ນໆ, ມີ​ທ່າ​ແຮງ​ຊ່ອຍ​ຊູ​ຍູ້​ໜູນ​ກັນ​ຢ່າງ​ແຂງ​ແຮງ, ມີ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ຢ່າງ​ຫຼວງ​ຫຼາຍ. ນອກ​ນີ້, ຈີນ​ກັບ​ອາ​ຊຽນຍັງ​ມີ​ທ່າ​ແຮງ​ດ້ານ​ພູມ​ສັນຖານ​ເປັນ​ພິ​ເສດ. ​​ເຂດ​ກວາງຊີ, ​ແຂວງ​ຢູນໜານ​ໃກ້​ຄຽງ​ກັບ​ບັນດາປະ​ເທດ​ອາ​ຊຽນ, ​ຊຶ່ງ​ໄດ້​ເຮັດ​ໃຫ້ການ​ຄ້າ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຊ່ວຍ​ຊູ​ຍູ້​ໜູນ​ກັນ​ຍິ່ງ​ຂຶ້ນ, ​ເປັນ​ການ​ຊຸກຍູ້​ການ​ສົ່ງ​ອອກ​ຂອງ​ແຂວງ​​ເຫຼົ່າ​ນັ້ນ.

ຊ່ຽວຊານ​ເຫັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ​ແລະ​ອື່ນໆ​ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​​ໃຫ້​ແກ່ພາກ​ພື້ນ​ນີ້, ​ແລະ​ຈະ​ເປັນ​ການຊຸກຍູ້​ການ​ພັດທະນາ​ດ້ານ​ການ​ຄ້າ​ຂອງ​ເຂດ​ອື່ນ​ໃນ​ໂລກ, ມີ​ຜົນ​ດີ​ຕໍ່​ການ​​ເຮັດ​ໃຫ້​ເສດຖະກິດ​ໂລກ​ຫຼຸດ​ພົ້ນ​ຈາກ​ວິ​ກິດ​ການ​ການ​ເງິນ.

ປະຈຸ​ບັນ​ນີ້, ຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ​ຄວາມ​​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ເລີ່​ມສ້າງ"ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ລະຫວ່າງພາກ​ພື້ນຫຼື RCEP". ຫຼັງ​ຈາກ​ເຂດ​ການ​ຄ້າ​ເສລີRCEP​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ຈະ​ປົກ​ຫຸ້ມ​ປະຊາກອນ​ປະມານ3ຕື້​ຄົນ, ຍອດ​ປະລິມານ​ເສດຖະກິດ​ໃນ​​ເຂດ​ການ​ຄ້າ​ເສລີຈະ​ມີ​ປະມານ2ໝື່ນຕື້​ໂດ​ລາ, ຈະ​ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ຂະ​ຫນາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ທັງ​ຈະ​ກຳຈັດ​ອຸປ​ະສັກ​ດ້ານການ​ຄ້າ​ພາຍ​ໃນ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ, ປະດິດ​ສ້າງ​ແລະ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຢ່າງ​ເສລີ​ໃຫ້​ສົມບູນ​ກວ່າ​ເກົ່າ, ​ເປີດ​ກວ້າງ​ການ​ຄ້າ​ດ້ານ​ການ​ບໍລິການ. ເຊື່ອ​ໝັ້ນ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນມີ​ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານການ​ພັດທະນາ​​ໃນ​ອະນາຄົດ​ຢ່າງ​ແຂງ​ແຮງ, ທັງ​ຈະ​ກາຍ​ເປັນ​ເກຳລັງ​ແຮງໃໝ່​ທີ່​ເຮັດ​ໃຫ້​ເສດຖະກິດ​ຟື້ນ​ຕົວ​ຂຶ້ນ, ຊຶ່ງ​ຈະ​ເປັນ​ການປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ດ້ານ​ເສດຖະກິດ​ຂອງ​ໂລກ​​ເທົ່າ​ທີ່ຄວນ.