ຫົວ​ຂໍ້: ຂໍ້​ຖົກ​ຖຽງກ່ຽວກັບ​ສາວ​ຈີນ​ນຸ່ງ​ສັ້ນ (2)

(GMT+08:00) 2012-12-20 14:44:19     cri
ສະບາຍດີ​ມິດ​ລາຍການ​​ເບິ່ງ​ເມືອງ​ຈີນ​ທຸກ​ທ່ານ! ພົບ​ກັນ​ອີກ​ຕາມ​ເຄີຍ 19 ​ໂມງ ທາງ CRI ​ແຫ່ງ​ນີ້! ພົບ​ກັນ​ມື້ນີ້ກໍ່​ແມ່ນ​ວັນ​ຈັນ, ຂຶ້ນ 5ຄ່ຳ​ ເດືອນ 8 ພ​.ສ 2555 ກົງ​ກັບ​ວັນ​ທີ 23 ກໍລະກົດ 2012.ລາຍການ​ມື້ນີ້ກໍ່​ແມ່ນ​ຕໍ່​ເນື່ອງ​ຈາກ​ຄືນ​ວານ​ນີ້ ທີ່ໜຸ່ມ​ໃຫຍ່​ເອົາ​ເລື່ອງ​ຫາງ​ສຽງສັງຄົມ​ຈີນ ທີ່​ຖົກ​ຖຽງກັນ​ກ່ຽວກັບ​ສາວ​ຈີນ​ນຸ່ງ​ສັ້ນ​ເກີນ​ໄປ ທີ່​ອາດ​ຈະ​ມີ ຄວາມ​ສ່ຽງສູງ ທີ່​ຈະ​ຖືກ​ລວນ​ລາມ​ທາງ​ເພດ​ໃນ​ສະຖານ​ທີ່ໆຄັບ​ແຄບ​ແອ​ອັດ ​ໂດຍ​ສະ​ເພາະ​ເທິງ​ລົດ​ໄຟ​ໃຕ້​ດິນ ຫຼື ​ເທິງ​ລົດ​ເມ​ທີ່​ແຫຍ້​ກັນຫຼາຍ ຈົນ​ບໍລິສັດ​ລົດ​ໄຟ​ໃຕ້​ດິນ​ຂອງ​ນະ ຄອນ​ຊຽງ​ໄຮ້​ໄດ້​ອອກ​ແຈ້ງ​ການ​ຮຽກຮ້ອງ​ໃຫ້​ສາວ​ຈີນ​ຢູ່​ຊຽງ​ໄຮ້ ທີ່​ມາ​ຂີ່​ລົດ​ໄຟ​ໃຕ້​ດິນ​ໃຫ້​ພະຍາຍາມ​ນຸ່ງ​ເຄື່​ອງສຸພາບ​ປົກ​ປິດ​ເນື້ອໜັງມັງສາ​ແນ່! ພໍ​ຂຶ້້ນ​ເວັບ​ໄຊ​ທາງ​ການ​ຂອງ​ບໍລິ ສັດ​ປັບ ກໍ່​ມີ​ຫາງ​ສຽງທັງ​ບວກ​ທັງ​ລົບ​ຂຶ້ນ​ໄປສະ​ແດງ​ຄວາມ​ເຫັນ ຄືນ​ວານ​ນີ້ໜຸ່​ມ​ໃຫຍ່​ກໍ່ ເວົ້າ​ສູ່​ຟັງ​ຈຳນວນໜຶ່ງ​ແລ້ວ! ຄືນ​ນີ້ຈະ​ເອົາ​ຄຳ​ເຫັນ​ຂອງ​ພາກສ່ວນ​ຕ່າງໆມາ​ເວົ້າ​ສູ່​ຟັງ​ຕໍ່! ແຕ່​ວ່າ​ຕອນ​ນີ້ພົບ​ກັນ​ໃຫມ່ໆ ມາ​ຟັງ​ເພງ​ຈີນ​ມ່ວນໆເພງໜຶ່ງກ່ອນ​ເນາະ!

ຟັງ​ເພງ​ມ່ວນໆ​ໄປ​ແລ້ວກໍ່​ຢ່າ​ລືມ ມີຄຳເຫັນແນວໃດ 771477. ບັດ​ນີ້ມາ​ຟັງ​ຄຳ​ເຫັນຂອງ​ພາກສ່ວນ​ຕ່າງໆກ່ຽວກັບ​ສາວ​ຈີນ​ນຸ່ງ​ສັ້ນ​ເກີນ​ໄປ​ຈົນ​ອາດ​ຈະ​​ເກີດ​ອັນຕະລາຍ​ແກ່​ຕົນ​​ເອງ ​ໂດຍ​ສະ​ເພາະ​ໃນ​ສະຖານ​ທີ່ໆມີ​ຄົນຫຼາຍ ​ຄືນ​ວານ​ນີ້​ເວົ້າ​ສູ່​ຟັງ 2-3ຄຳ​ເຫັນ​ແລ້ວ ທັງ​ທາງ​ບວກ ​ແລະ ທາງ​ລົບ! ຄືນ​ນີ້ຈະ​ເລີ່​ມດ້ວຍ​ການ​ເອົາ​ຄຳ​ເຫັນ​ຂອງ​ທ່ານຕົ່ງ​ຈຸ່ນ​ສີ, ຄົນ​ປັກ​ກິ່ງ, ອາຍຸ 49ປີ ​ເປັນ​ຄົນ​ຖື​ສາສະໜາພຸດມີ​ຄຳ​ເຫັນ​ວ່າ: "ຄຳ​ສອນ​ທາງ​ພຸດທະສາສະໜາ ກໍ່​ຄື​ຮີດຄອງ​ປະ​ເພນີ​ຈິີນ ບໍ່​ເຫັນ​ດີ​ນຳ​ທ່າ​ອ່ຽງທີ່​ຜູ້​ແສ້​ຜູ້​ສາວ​ມັກ​ນຸ່ງ​ສັ້ນໆຢົ້ວຕາ​ແນ່ນອນ, ຂ້ອຍ​ບໍ່​ຢາກ​ເຊື່ອ​ເລີຍ​ວ່າພຽງ​ແຕ່ 20ປີ ຜູ້ຍິງ​ຈີນ​ຈະ​ກ້າ​ນຸ່ງ​​ສັ້ນໆ​ແບບ​ໂຊ​ເນື້ອໜັງມັງສາ​ແບບ​ນິຍົມ​ຕາ​ເວັນ​ຕົກ​ແຮງ​ປານ​ນີ້, ບາງ​ຄົນ​ໄດ້​ອ່ານ​ຄຳ​ເຫັນ​ຂ້ອຍ​ກໍ່​ອາດ​ຈະ​ບໍ່​ເຫັນ​ດີ​ນຳ ຫຼື ຮູ້ສຶກ​ໃຈ​ຮ້າຍ ມັນ​ກໍ່​ເປັນ​ສິດ​ຂອງເຂົາແຕ່ຂ້ອຍຄິດວ່າພວກເຮົາຄວນໃຫ້ຄວາມເຄົາລົບວັດທະນາທຳຮີດຄອງປະເພນີອັນດີງາມຂອງຕົນ ເອງບໍ່ຫຼາຍກໍ່ໜ້ອຍ, ຂ້ອຍ​ຮູ້ສຶກ​ວ່າການ​ນຸ່ງ​ຖື​ຂອງ​ຜູ້​ຍິງ​ຈີນ​ຍຸກ​ນີ້ລ້ຳ​ເສັ້ນ​ວັດທະນາ​ທຳຫຼາຍ​ເກີນ​ໄປ​ແລ້ວ. ​ໃນ​ຖານະ​ທີ່​ເປັນ​ຊາວ​ພຸດ​ພວກ​ເຮົາ​ເຊື່ອ​ວ່າ ຖ້າ​ມີ​ຕັນຫາ​ຄວາ​ມຢາກຫຼາຍ​ເກີນ​ໄປ ມັນ​ຈະ​ເຮັດ​ໃຫ້​ຈິດ​ໃຈບໍ່​ສະຫງົບ ​ແລ້ວ​ມັນ​ກໍ່​ຈະ​ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​ຕໍ່​ທັງ​ສ່ວນ​ຕົວ ​ແລະ ສັງ​ຄົມ​ໂດຍ​ລວມ, ສູ່​ມື້ນີ້ຄົນ​ທົ່ວ​ໄປ​ສົນ​ໃຈ​ແຕ່​ເລື່​ອງວັດຖຸ​ນິຍົມຫຼາຍ​ເກີນ​ໄປ ​ໂດຍ​ບໍ່​ສົນ​ໃຈ​ຈິດ​ໃຈດີ​, ຈິດ​ໃຈ​ງາມ, ຈິດ​ໃຈ​ສະຫງົບ​ເລີຍ! ຫຼາຍຄົນ​ສົ​ນໃຈ​ແຕ່​ຮູບ​ຮ່າງ​ຄວາມ​ງາມ​ພາຍ​ນອກ ​ແຕ່​ບໍ່​ສົນ​ໃຈຄວາມ​ງາມ​ດ້ານ​ຈິດ​ໃຈ​ພໍ​ປານ​ໃດ ຜູ້​ຊາຍ​ຜູ້ຍິງ​ຄື​ກັນ ​ແລ້ວ​ກໍ່​ພະຍາຍາມ​ຊອກ​ຫາ​ການສະ​ແດງ​ອອກ​ ເພື່ອ​ດຶງ​ດູ​ດຄວາມ​ສົນ​ໃຈ​ຈາກ​ເພດ​ກົງກັນຂ້າມ​ແລະ ຄົນ​ທົ່ວ​ໄປ​ ວ່າ​ຕົນ​ເອງເດັ່ນ​ເລີດ​ກໍ່​ພໍ ​ເລື່ອງ​ອື່ນ​ບໍ່​ກ່ຽວ"! ອັນ​ນີ້ກໍ່​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ຕົ່ງ​ຈຸ່ນ​ສີ, ຄົນ​ປັກ​ກິ່ງ​ທີ່ນັບຖື​ສາສະໜາພຸດ. ບັດ​ນີ້ມາ​ຟັງ​ຄຳ​ເຫັນ​ຂອງ​ທ້າ​ວ ຫູ​ຊ່ຽງຫຼິນ, ອາຍຸ 29ປີ ​ເປັນ​ວິສະວະ​ກອນ​ຢູ່ນະຄອນ​ເຫີ​ເຟີ່ຍ ​ແຂວງ​ອ່ານ​ຫຸ່ຍ, ລາວ​ວ່າ: "ພວກ​ເຮົາ​ເປັນ​ມະນຸດ​ທີ່​ສະຫຼາດທີ່​ສຸດ​ໃນ​ໂລກ​ນີ້ ​ແຕ່​ເຮົາ​ກໍ່​ຍັງ​ມີ​ສັນຊາດ​ຕະຍານ​ຂອງ​ຄວາມ​ເປັນ​ສັດ​ຢູ່​ໃນ​ຕົວ​ຄືກັນ ​ແລະ 1​ໃນ​ສັນຊາດ​ຕະຍານ​ຂອງ​ສັດ​ກໍ່​ແມ່ນ​ການ​ມີ​ເພດ​ສຳພັນ ສະ​ນັ້ນ​ບໍ່​ວ່າ​ຊາຍ ຫຼື ຍິງກໍ່​ຄວນຫຼີກລ້ຽງການກະທຳອັນໃດທີ່ອາດຈະກໍ່ ຫຼື ຍົ້ວຍວນໃຫ້ເກີດອາລົມທາງເພດຫຼາຍເກີນໄປ, ການນຸ່ງຖືກໍ່ແມ່ນອັນໜຶ່ງທີ່ຄວນລະມັດລະວັງ". ສຈ. ຫຼິນກຸ້ຍຣູ, ຊ່ຽວຊານ​ດ້ານ​ຈິດຕະສາດ ​ແຫ່ງ​ມະຫາວິທະຍາ​ໄລ​ປັກ​ກິ່ງ ກໍ່​ສະ​ແດງ​ຄວາມ​ເຫັນ​ດີນຳ​ທ້າວ ຫູຊ່ຽງຫຼິນວ່າ: "ການ​ນຸ່ງ​ແບບ​ເປີດ​ເຜີຍ​ເນື້ອໜັງມັງສາຫຼາຍ​ເກີນ​ໄປ​ຂອງ​ຜູ້ຍິງ ​ໂດຍ​ສະ​ເພາະ​ຜູ້​ສາວ ມັນ​ງ່າຍ​ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ຕ້ອງການ​ທາງ​ເພດ​ຂອງ​ຝ່າຍ​ກົງກັນຂ້າມ" ສຈ ນີ້ກໍ່​ແມ່ນ​ຜູ້ຍິງ​ໄດ໋ ​ເພິ່ນ​ຂຽນຕື່ມ​ວ່າ: "ການ​ນຸ່ງ​ແບບ​ເປີດ​ເຜີຍ​ເນື້ອໜັງມັງສາ​ຂອງ​ຜູ້​ຍິງຫຼາຍ​ເກີນ​ໄປ ບໍ່​ວ່າ​ສ່ວນ​ເທິງ ຫຼື ສ່ວນ​ລຸ່ມ ມັນ​ສາມາດ​ເພີ່ມ​ຄວາມ​ສ່ຽງສູງ​ຂຶ້ນ ທີ່​ຈະ​ຖືກລ່ວງ​ລ້ຳທາງ​ເພດ​ໃນ​ບາງ​ກໍລະ​ນີ; ຜູ້​ຊາຍ​ທີ່​ເປັນ​ຊາຍ​ແທ້​ບໍ່​ແມ່ນ​ຜູ້​ຊາຍ​ທຽມຈະ​ຫັນ​ຄວາມ​ສົນ​ໃຈ​ໄປ​ຫາ​ຜູ້​ຍິງທີ່​ນຸ່ງ​ເຊັກ​ຊີ້​ເກີນ​ໄປ​ໄວຫຼາຍ ມັນ​ເປັນ​ທຳ​ມະ​ຊາດ​ແລ້ວ​ກໍ່​ຈະ​ສ້າງ​ພາບ​ຈິນຕະນາ​ການ​ໃນ​ສະໝອງ​ໄປ​ຕ່າງໆນາໆ" ສຈ. ຫຼິນ​ແນະນຳ​ວ່າ: ຜູ້ຍິງ​ຄວນ​ສັງ​ເກດ​ເບິ່ງ​​ແດ່​ວ່າ​ ຄົນ​ອື່ນ​ເຂົາ​ມີ​ປະຕິກິລິຍາ​ແນວ​ໃດ​ຕໍ່​ການ​ນຸ່ງ​ຖື​ຂອງ​ເຮົາ! ສຈ. ຫຼິນ ​ເຮັດ​ວຽກຢູ່​ສູນ​ໃຫ້​ຄວາມ​ຊ່ວຍ​ເຫຼືອຜູ້ຍິງ​ທີ່​ຖືກ​ລັກ​ລູບ​ລັກຄຳຢູ່​ເທິງ​ລົດ​ເມ ຫຼື ຖື​ກລວນ​ລາມ​ທາງ​ເພດຫັ້ນ​ລະ! ​ເພິ່​ນວ່າ: "ສາ​ເຫ​ດທີ່​ຖືກ​ລວນ​ລາມ​ສ່ວນຫຼາຍກໍ່​ມາ​ຈາກ​ການ​ນຸ່ງ​ຖື​ທີ່​ສັ້ນ ແລະ ຍົ້ວຍວນຫຼາຍຫັ້ນ​ລະ, ຄັນ​ຜູ້ຍິງ​ຜູ້​ໃດ​ຖືກ​ລວນ​ລາມ​ແນວ​ນັ້ນ​ກໍ່​ຈະຫຼາບ​ໄປ​ອີກ​ດົນ; ຄົນ​ຈີນ​ເກັບ​ຄວາມ​ຮູ້ສຶກ​ລຶກລັບເລິກໆໄວ້ໃນໃຈກ່ຽວກັບຄວາມຕ້ອງການທາງເພດ ແລະ ເຂົາກໍ່ຈະບໍ່ສະແດງອອກໃນສະຖານທີ່ສາທາລະນະຊົນ, ສະນັ້ນເພື່ອລະບາຍຄວາມຕ້ອງການນັ້ນພວກຜູ້ຊາຍກໍຈະຫາທາງອອກເພື່ອປົດປ່ອຍຄວາມຕ້ອງການ ດ້ວຍວິທີຂອງເຂົາເຈົ້າຫຼັງຈາກນັ້ນ ແລະ ພວກຜູ້ຍິງທີ່ນຸ່ງຢົ້ວເກີນໄປ, ນຸ່ງນ້ອຍໃສ່ໜ້ອຍທັງຫຼາຍຈຶ່ງມັກກາຍເປັນເປົ້າໝາຍ ເພື່ອລະບາຍອາລົມຂອງຜູ້ຊາຍ. ຄວາມຕ້ອງການທາງເພດຂອງຜູ້ຊາຍມັນແມ່ນເລື່ອງທຳມະຊາດບໍ່ຄວນໄປຕຳນິເຂົາເຈົ້າ ແຕ່ເຂົາເຈົ້າກໍ່ຕ້ອງພະຍາຍາມຫັກຫ້າມໃຈຄວາມຕ້ອງການຂອງຕົນເອງໃຫ້ໄດ້" ອັນ​ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ ສ.ຈ ດ້ານ​ຈິດຕະສາດ​ທີ່​ເຕືອນ​ແມ່ຍິງ​ຈີນ, ​ແມ່ຍິງ​ລາວ​ຟັງ​ແລ້ວ​ກໍ່​ຄິດ​ເບິ່ງ​ວ່າ​ເພິ່ນ​ເວົ້າ​ຖືກ​ບໍ່? ​ໂດຍ​ສະ​ເພາະ​ຜູ້​ທີ່​ມັກ​ນຸ່ງ​ສະ​ເກີດ, ກະ​ໂປ່​ງ ຫຼື ​ໂສ້ງຂາ​ສັ້ນໆທັງຫຼາຍຫັ້ນ​ລະ! ຟັງ​ເພງໜຶ່ງກ່ອນ​ເນາະ ແລ້​ວຈຶ່ງ​ໄປ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ອື່ນ​ຕໍ່!

ບັດ​ນີ້​ມາ​ຟັງ​ຄຳ​ເຫັນ​ຂອງ​ທ່ານ ​ໂຈ​ວຕ່າ​ນ, ອາ​ຍຸ 29ປີ, ນັກຂຽນບົດ​ວິ​ເຄາະ​ຂ່າວຢູ່​ນະຄອນ ອູຣມູສີ, ​ເມືອງ​ເອກ​ຂອງ​ເຂດ​ປົກຄອງ​ຕົນ​ເອງ ​ເຜົ່າ​ອຸ້ຍ​ເກີ​ຊິ່ນ​ຈ່ຽງຂຽນວ່າ: "ຢູ່​ຈີນ, ມີ​ຄຳ​ສອນ​ອັນໜຶ່ງວ່າ: ​ແມງວັນ​ຈະ​ບິ​ນ​ໄປ​ຕອມ​ແຕ່​ໄຂ່​ທີ່​ແຕກ​ເທົ່າ​ນັ້ນ, ສະ​ນັ້ນ​ຜູ້​ຍິງ ທີ່​ນຸ່ງ​ສັ້ນ​ເກີນ​ໄປ​ກໍ່​ຄື​ໄຂ່​ແຕກ​ຫັ້ນ​ລະ ​ແລະ ​ເຂົາ​ເຈົ້າ​ກໍ່​ຄວນ​ຮູ້​ວ່າການ​ນຸ່ງ​ຂອງ​ເຂົາ​ເຈົ້າ​ຫັ້ນ ລະ​ມັນ​ສົ່ງ​ສັນຍານ​ດຶງ​ດູດ​ຜູ້​ຊາຍ; ​ແມ່ຍິງ​ຄວນ​ປົກ​ປ້ອງ​ຕົນ​ເອງ ​ແລະ ຄວນ​ຮູ້​ວ່າ​ຖ້າ​ນຸ່ງ ໂປ້​ເກີນ​ໄປ​ມັນ​ອາດ​ຈະ​ອັນຕະລາຍ​ຕໍ່​ຕົນ​ເອງ. ຍົກ​ຕົວຢ່າງ​ວ່າ ຜູ້​ຊາຍ​​ເຫັນ​ຜູ້ຍິງຍ່າງ​ຢູ່​ ນຳ​ແຄມ​ທາງ ຜູ້ໜຶ່ງນຸ່ງ​ໂປ້​ເອົາ​ແທ້​ເອົາ​ວ່າ ​ແລ້ວ​ຜູ້​ຊາຍ​ຄົນ​ນັ້ນ​ກໍ່ຫຼຽວ່ບິ່ງ​ເອົາ​ແທ້​ເອົາ​ວ່າ ​ແລ້ວ​ຜູ້​ຍິງກໍ່​ຈົ່ມ​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ລວນ​ລາມ​ທາງສາຍຕາ, ​ແຕ່​ແທ້​ທີ່​ຈິງ​ແລ້ວ​ສາວ​ຄົນ​ນັ້ນ​ຫັ້ນ​ລະ​ທີ່​ໄປ​ລວນ​ລາມ​ຈິດ​ໃຈ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ຈົນ​ບໍ່​ສະຫງົບ" ​ເອີ່, ນັກຂຽນຜູ້ນີ້ກໍ່​ເວົ້າ ທັງ​ເປັນຕາ​ຫົວ​ທັງ​ໄດ້​ຂໍ້​ຄິດ​ເນາະ! ບັດ​ນີ້ ມາ​ຟັງ​ຄຳ​ເຫັນ​ຂອງ​ນາງ ຫຼູ​ປິ່ນ, ອາຍຸ 40ປີ ທີ່ ​ເຮັດ​ວຽກຕິດຕາມ​ສື່​ມວນ​ຊົນ​ສຳລັບ​ເຄືອ​ຂ່າຍ​ຜູ້ຍິງ ທີ່​ເປັນ​ອົງການ​ທີ່​ບໍ່​ແມ່ນ​ຂອງ​ລັດຖະ ບານຢູ່​ປັກ​ກິ່ງ ທີ່​ເຮັດ​ວຽກ​ໃຊ້​ສື່​ຍົກ​ບົດບາດ​ຍິງ-​ຊາຍ​ໃຫ້​ເທົ່າ​ທຽມກັນ​ເວົ້າ​ວ່າ: "ການ ລວນ​ລາມ​ທາງ​ເພ​ດບໍ່​ສາມາດ​ຫາ​ຄຳ​ມາ​ຊີ້​ແຈງ​ເພື່ອ​ແກ້​ໂຕ​ໄດ້, ມັນ​ບໍ່​ກ່ຽວວ່າ​ຜູ້​ຮັບ​ເຄາະ​ ນຸ່ງ​ຫຍັງ?, ນຸ່ງ​ແນວ​ໃດ?, ພວກ​ເຮົາ​ຄວນ​ແຍກ​ສາວ​ພົວພັນ​ທີ່​ສ້າງຂຶ້ນ ລະຫວ່າງ​ການ​ລວນ​ລາ​ມທາງ​ເພດ​ກັບ​ການ​ນຸ່ງ​ເຄື່ອງ​ຂອງ​ຜູ້ຍິງ, ​ແມ່ນ​ຢູ່​ວ່າ​ຜູ້​ຍິງ​ນຸ່ງ​ເຄື່ອງ​ອາດ​ຈະ​ຢາກ​ດຶງ​ດູດ​ຄວາມ​ສົນ​ໃຈຂອງ​ຜູ້​ອື່ນ ​ແຕ່​ບໍ່​ແມ່ນ​ການ​ເຊີນຊວນ​ຜູ້​ຊາຍ​ໃຫ້​ມາ​ລວນ​ລາມ​ຕົນ ເອງ, ​ເມື່ອ​ມີ​ຄົນ​ມາ​ພະຍາຍາມ​ດຶງ2​ເລື່ອ​ງນີ້ມາ​ເຂົ້າກັນ ​ຄືຄວາມ​ຕ້ອງການ​ທາງ​ເພດ​ ຂອງ​ຜູ້​ຊາຍ​ ຈົນ​ກໍ່​ໃຫ້​ເກີດ​ການ​ທຳຮ້າຍ​ຮ່າງກາຍ ຫຼື ຂົ່ມຂືນ​ຜູ້ຍິງ ກໍ່ໝາຍຄວາມ​ວ່າ ພວກ​ຜູ້ຊາຍ​ຄິດ​ວ່າ​ເຂົາ​ມີ​ສິດ​ທີ່​ຈະ​ເຂົ້າ​ໄປ​ລ່ວງ​ລ້ຳທາງ​ເພດ​ຜູ້​ຍິງຍ້ອນ​ຜູ້ຍິງ​ຢົ້ວ ຄັນວ່າ ຈັ່ງ​ຊັ້ນ​ມັນ​ບໍ່​ຍຸດຕິ​ທຳ​ແນ່ນອນ" ນາງ ຫຼູປິ່ນ​ແນະນຳ​ວ່າ: "ຜູ້​ຊາຍ​ທີ່​ເຫັນ​ຜູ້ຍິງ​ງາມ​ໃນ​ສະ ຖານ​ທີ່​ສາທາລະນະ ຄັນ​ມັກ​ຄັນ​ພໍ​ໃຈ​ກໍ່​ຫາ​ວິທີ​ເຂົ້າ​ຫາ​ທີ່​ບໍ່​ຜິດ​ກົດໝາຍ ​ແລະ ບໍ່​ຄວນ ໄປ​ຕຳນິຜູ້ຍິງ​ວ່າ​ນຸ່ງ​ສັ້ນ​ໂພດ ​ເປັນ​ເຫດ​ຢົ້ວກາມ​ຂອງ​ຜູ້​ຊາຍ". ຟັງ​ເພງ​ກ່ອນ​ເນາະ​ແລ້ວ ຈຶ່ງ​ມາ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ສຸດ​ທ້າຍ​ວ່າ​ຈະ​ເຫັນ​ດີ​ນຳ​ນາງ ຫຼູປິ່ນ​ບໍ່?

ນາງ ​ຫວາງ​ຈິ່ນຫຼິງ, ຜູ້ອຳນວຍການ​ສະ​ຖາ​ບັນສຶກສາ​ຄົ້ນ​ຄວ້າ​ສັງຄົມ​ຂອງ​ມະຫາ ວິທະຍາ​ໄລສັງຄົມ​ວິທະຍາ ​ແຂວງ​ເຈີ້ຈ່ຽງ ສະ​ແດງ​ຄວາມ​ເຫັນດີ​ນຳ​ນາງຫຼູປິ່ນ, ນັກ​ປົກ ປ້ອງ​ສິດສະ​ເໝີພາບ​ວ່າ: "ຜູ້ຍິງຄວນມີຄວາມເສລີພາບໃນການນຸ່ງຖືຕາມໃຈມັກຂອງ ເຂົາເຈົ້າ; ຜູ້ຊາຍກໍ່ຍັງມີສິດສະແດງຄວາມເຂັ້ມແຂງຕມາສະຖານທີ່ສາທາລະນະ ໂຊ ເອິກໂຊກ້າມໃຫຍ່ ແລ້ວເປັນຫຍັງຜູ້ຍິງຈຶ່ງຈະນຸ່ງ ແລະ ແຕ່ງໂຕແບບເຊັກຊີ້ບໍ່ໄດ້, ມັນ ບໍ່ຍຸດຕິ​ທຳ​ເລີຍ, ພວກ​ຜູ້​ຊາຍ​ຄວນ​ປະ​ເຊີນ ​ແລະ ຍອມຮັບ​ຄວາມ​ປາຖະໜາຂອງ​ຕົນ​ຕໍ່​ຜູ້​ຍິງ ​ແລະ ສັງຄົມ​ກໍ່​ຄວນ​ອົດທົນ​ກວ່າ​ນີ້ ​ແລະ ຢ່າ​ມາ​ທຳທ່າ​ມາ​ຕຳ​ນິຕິ​ຕຽນ​ໃນ​ສິ່ງ​ທີ່​ຕົນ​​ເອງ​ກໍ່​ມັກ​ເທາະ ​ແລະ ກໍ່​ຢ່າ​ເຂົ້າ​ໃຈ​ຜູ້ຍິງຜິດ​ໄປ ວ່າ​ເຂົາ​ເຈົ້າ​ນຸ່ງ​ໂປ້​ນຸ່ງ​ສັ້ນ​ແມ່ນ​ເຊີນ ຊວນ​ໃຫ້​ຜູ້​ຊາຍ​ມາ​ລວນ​ລາມ ຫຼື ລ່ວງ​ລະ​ເມີດ​ທາງ​ເພດ"! ​ເປັນ​ຈັ່ງ​ໃດ​ທ່ານ​ຜູ້​ຟັງ 2ຄືນ ທີ່ໜຸ່ມ​ໃຫຍ່​ຄັດ​ສັນ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ໃຊ້​ອິນ​ເຕີ​ເນັດຈີນ ທີ່​ມີ​ຕໍ່​ແຈ້ງ​ການ​ຂອງ​ບໍລິສັດ​ລົດ​ ໄຟ​ໃຕ້​ດິນ​ຂອງ​ມະຫາ​ນະຄອນ​ຊຽງ​ໄຮ້ ທີ່​ເອົາ​ຂຶ້ນທາງ​ເວັບ​ໄຊ​ທາງ​ການ​ຂອງ​ເພິ່ນ ​ເພື່ອ ຮຽກຮ້ອງ​ໃຫ້​ຜູ້ຍິງຊຽງ​ໄຮ້​ຢ່າ​ນຸ່ງ​ສັ້ນ​ນຸ່ງ​ໂປ້​ຈົນ​ເກີນ​ໄປມາ​ຂີ່​ລົດ​ໄຟ​ໃຕ້​ດິນ ​ເພາະ​ຄົນ​ມັນ ຫຼາຍ​ແຫຍ້​ກັນຫຼາຍຢ້ານ​ຈະ​ຖືກ​ລວນ​ລາມ​ທາງ​ເພດ!  ​ແລ້ວ​ກໍ່​ມີຫຼາຍຄຳ​ຄິດ​ຄຳ​ເຫັນ​ຂຶ້ນ​​ເວັບ​ໄຊທັງ​ເຫັນ​ດີ ​ແລະ ທັງ​ບໍ່​ເຫັນ​ດີ​ນຳ​ແຈ້ງ​ການນີ້ຄືໜຸ່ມໃຫຍ່​ເອົາ​ມາ​ເວົ້າ​ສູ່​ຟັງຜ່ານ​ມາ ນີ້ລະ! ​ເອົາ, ບັດ​ນີ້​ແມ່ນ​ຄຳ​ເຫັນ​ຂອງໜຸ່ມໃຫຍ່​ເອງ​ຕໍ່​ເລື່ອງ​ນີ້! ເວົ້າເລື່ອງສິດທິສ່ວນບຸກ ຄົນໃນການນຸ່ງຖືນິ ໜຸ່ມໃຫຍ່ວ່າ ຄືຊິບໍ່ມີໃຜຫ້າມດອກເຈົ້າຊິນຸ່ງແນວໃດມັນກໍ່ເລື່ອງຂອງ ເຈົ້າ, ສັງຄົມຈີນດຽວນີ້ແຮງເປີດຫຼາຍ! ເວົ້າເລື່ອງສິດສະເໝີພາບຍິງ-ຊາຍນີ້ກໍ່ເປັນເລື່ອງ ດີແລ້ວ ໜຸ່ມໃຫຍ່ກໍ່ສະໜັບສະໜຸນເຕັມທີ່! ຄັນເຫັນຜູ້ຊາຍຂົ່ມເຫັງ ເບິ່ງຕ່ຳດ່າວ່າທຸບ ຕີແຟນ, ເມຍ, ລູກສາວ ຫຼື ແມ່ປ້ານ້າອາແນວນີ້ ໜຸ່ມໃຫຍ່ບໍ່ມັກແທ້ໆ! ແຕ່ອັນນັ້ນກໍ່ ເອົາໄວ້ບ່ອນໜຶ່ງຕ່າງຫາກສະ! ເພາະວ່າກໍລະນີທີ່ບໍລິສັດລົດໄຟໃຕ້ດິນເພິ່ນອອກແຈ້ງ ການມານີ້ ກໍ່ບໍ່ແມ່ນຄຳສັ່ງ ແຕ່ແມ່ນຮຽກຮ້ອງ, ຂໍຮ້ອງ, ຂໍຄວາມຮ່ວມມືດ້ວຍເຈດຕະນາ ດີອີ່ຫຼີ ກໍ່ເພື່ອປົກປ້ອງຜູ້ຍິງຫັ້ນລະບໍ່ດີບໍ່ເນາະ! ໜຸ່ມໃຫຍ່ວ່າ ກ່ອນຈະມີແຈ້ງການນີ້ອອກມາມັນຕ້ອງມີການຮ້ອງທຸກຈາກຜູ້ໂດຍສານທີ່ເປັນເພດຍິງຫຼາຍຄົນ ທີ່ນຸ່ງສັ້ນນຸ່ງໂປ້ ແລ້ວຖືກຜູ້ຊາຍໃນລົດໄຟໃຕ້ດິນສວຍໂອກາດລວນລາມຈັບນັ້ນບາຍນີ້, ຕ້ອງມີຜູ້ຮ້ອງທຸກແນ່ນອນ, ຄັນຊັ້ນຄືຊິບໍ່ມີແຈ້ງການຮຽກຮ້ອງໃຫ້ຜູ້ຍິງຊຽງໄຮ້ນຸ່ງອ່າວສຸພາບ ອ່າວປົກປິດເນື້ອໜັງມັງສາຂຶ້ນລົດໄຟໃຕ້ດິນດອກ! 2ຄົນສຸດທ້າຍທີ່ອອກຄວາມເຫັນນີ້ ກໍ່ສົນແຕ່ ສິດເສລີພາບຍິງ-ຊາຍ ແຕ່ບໍ່ສົນຄວາມຫວັງດີຂອງບໍລິສັດລົດໄຟໃຕ້ດິນຊຽງ​ໄຮ້ ທີ່​ຢາກ​ ປົກ​ປ້ອງ​ຄວາມ​ປອດ​ໄພ​ໃຫ້​ຜູ້​ໂດຍສານ​ຍິງ​ເລີຍ! ​ເວົ້າ​ບ່ອນໝົດສະ​ເນາະ! ອັນ​ຜູ້ຍິງ​ທີ່ ​ເພິ່ນ​ມັກ​ນຸ່ງ​ໂປ້ໆ, ສັ້ນໆ, ບາງໆຫັ້ນ ​ເພິ່ນບໍ່​ສົນ​ໃຈວັດທະນາ​ທຳ​ຮີດຄອງປະ​ເພ​ນີອັນ​ດີ ງາມ​ກໍ່​ຊ່າງ​ເພິ່ນ​ສະ ມັນ​ແມ່ນ​ສິດ​ຂອງ​ເພິ່ນ! ​ແຕ່​ບັນຫາ​ມັນ​ບໍ່​ແມ່ນ​ບ່ອນ​ນັ້ນ ​ແຕ່​ມັນ​ແມ່ນ​ຄວາມ​ປອດ​ໄພ​ພີ້​ຫຼາຍກວ່າ! ກໍ່​ຄື​ຊ່ຽວຊານ​ຈີ​ນບາງ​ຄົນທັງ​ຊາຍ​ທັງ​ຍິງ ​ເພິ່ນ​ເຕືອນ​ຫັ້ນ​ແລ້ວ​ວ່າ: ຄັນ​ໂປ້​ເກີນ​ໄປ ມັນ​ອາດ​ສ່ຽງທີ່​ຈະ​ເກີດ​ການລະ​ເມີດ​ທາງ​ເພດ! ​ເພາະວ່າ​ໃນ​ສັງ ຄົມ​ທຸກ​ມື້​ນີ້​ມັນ​ມີ​ສຳມະ​ປິ​ຄົນ ຈັກ​ນັກ​ເລງ​ອັນ​ຕະພານ ຈັກ​ພວກ​ໂລກ​ຈິດ​ອ່ອນໆ ຈັກ​ພວກ ຫື່ນກາມ​ແຕ່​ບໍ່​ມີ​ເງິນ​ມັນ​ກໍ່​ມີ! ຖ້າ​ຜູ້ຍິງນຸ່ງ​ໂປ້​ນຸ່ງ​ໂຊ​ນຸ່ງ​ສັ້ນ​ເກີນ​ໄປຫຼາຍ ບັງ​ເອີນ​ໂຊກ​ຮ້າຍ ຖືກ​ພວກ​ຜູ້​ຊາຍ​ບໍ່​ດີ​ແນວ​ນີ້​ລວນ​ລາມ ທຳຮ້າຍ​ຮ່າງກາຍ ຫຼື ໜັກກວ່າ​ນີ້ ຮອດ​ບ່ອນ​ປ່ຽວ ບ່ອນ​ມືດ ຖືກພວກນີ້ຂົ່ມຂືນ ຫຼື ຈົນຮອດຂົ່ມຂືນແລ້ວຂ້າພ້ອມ ຍ້ອນການນຸ່ງຖືຍົ້ວຕາເສືອປ່າ ຍົ້ວຕາ​ຍົ້ວ​ໃຈ​ພວກ​ຫື່ນກາມ​ນິ ມັນ​ສິຄຸ້ມ​ຄ່າ​ບໍ່ ລະ​ອັນ​ອົງການ​ເອັນ​ຈີ​ໂອ ຫຼື ຜູ້ທີ່ ມີ​ແຕ່ຖຽງສິດສະ​ເຫມີ​ພາບ​ຍິງ-​ຊາຍ​ຫັ້ນ ສິມາ​ຊ່ວຍ​ທັນ​ບໍ່​ລະ! ອັນ​ນີ້ ຜູ້​ແສ້​ຜູ້​ສາວ​ກໍ່​ຄວນ​ ຄິດ! ​ໃນ​ໂລກ​ນີ້ ບໍ່​ວ່າ​ຜູ້​ຊາຍ-​ຜູ້ຍິງ​ໃຜ​ກໍ່​ມັກ​ຄວາມ​ຈົບ​ຄວາມ​ງາມ​ໝົດ​ຫັ້ນ​ລະ "​ໄກ່​ງາມ​ ຍ້ອນ​ຂົນ ຄົນ​ງາມ​ຍ້ອນ​​ແຕ່ງ" ​ແມ່ນ​ບໍ່​ລະ? ​ແຕ່​ສິ່ງ​ສຳຄັນ ​ເອື້ອຍ​ນ້ອງ​ແມ່ຍິງ​ເຮົາ ການ​ແຕ່ງ​ກາຍ​ກໍ່​ບໍ່​ຄວນ​ສັ້ນ, ​ໂປ້​ເກີນ​ໄປຫຼາຍ ​ໃຫ້​ຄິ​ດ​ເຫັນ​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ​ພຸ້ນ ກ່ອນ​ທີ່​ຈະ​ໄປ​ຄິດ​ຫາ​ຄວາມ​ສະ​ເໝີພາບ​ຍິງ​-ຊາຍຫັ້ນ​ນະ! ​ເອົາ, ກໍ່​ຂໍ​ມີ​ຄວາມ​ເຫັນ​ຊ່ຳນີ້​ລະ! ຄັນ​ມິດ​ລາຍການ​ມີ​ຄວາມ​ເຫັນ​ແນວ​ໃດ ​ໂທ​ມາ​ລົມ​ກັນ​ກໍ່​ໄດ້​ທີ່​ເບີ 711477 ຫຼື ຂໍ້ ຄວາມ​ສັ້ນ