Guitar ​

(GMT+08:00) 2012-12-20 15:17:07     cri


Guitar ​ຈັດ​ເຂົ້າ​ໃນ​ເຄື່ອງດົນຕຼີປະ​ເພດ​ສາຍ ​ໂດຍ​ການ​ໃຊ້​ນິ້ວມື ​ແລະ ປິກ ​ໃນ​ການ​ດີດ​​ເພື່ອ​ໃຫ້​ເກີດ​ເປັນ​ທຳນອງ​ດົນຕຼີ ພ້ອມ​ທັງ​ເປັນ​ເຄື່ອງ​ດົນ​ຕຼີທີ່​ໄດ້ຮັບຄວາມ​ນິຍົມ​ກັນ​ຢ່າງຫຼວງຫຼາຍ
    Guitar ​ເປັນ​ເຄື່ອງ​ດົນ​ຕຼີ ທີ່​ມີ​ໂຄງ​ສ້າງ​ເຮັດດ້ວຍ​ໄມ້ ປະກອບ​ມີ​ 6 ສາຍ ​ແບ່ງ​ອອກ​ເປັນ 2 ປະ​ເພດ ​ໄດ້​ແກ່ Acoustic Guitar ( ກິ​ຕາ​ໂປ່​ງ ) ​ແລະ Electric Guitar ( ກິ​ຕາ​ໄຟ​ຟ້າ ) ທີ່​ເຮັ​​ດດ້ວຍ Polycarbonate
    Acoustic Guitar ( ກິ​ຕາ​ໂປ່​ງ ) ​ໄດ້ຮັບຄວາມ​ນິຍົມ​ໃນ​ການ​ຫລິ້ນ​ເປັນ​ເວລາ​ດົນ​ເຖິງ 1000 ກວ່າ ປີ ​ເຊິ່ງ​ແບ່ງ​ອອກ​ເປັນ 3 ຊະນິດ ​ໄດ້​ແກ່ Classical Guitar ( ກິ​ຕາຄຼາສິກ (nylon-string guitar) ຫລື ( ກິ​ຕາ​ສາຍໄນ​ລອນ ) Steel-String Acoustic Guitar ( ກິ​ຕາ​ສາຍ​ເຫລັກ ) ​ແລະ Archtop Guitar ​( Sei Acoustic Guitar ) ​ກິິຕາ​ເຄິ່ງ Acoustic ທີ່​ຄ້າຍຄື​ກັບ ກິ​ຕາ​ໄຟ ນິຍົມ​ໃຊ້​ໃນ​ການບັນ​ເລງ​ໃ​ນ​ແນວ​​ເພງ Blue ​ແລະ Jazz
    ສ່ວນ Electric Guitar ( ກິ​ຕາ​ໄຟ​ຟ້າ ) ​ເລີ່​ມປະກົດ​ມີ​ຕັ້ງ​ແຕ່ ປີ 1930 ທີ່​ນິຍົມ​ໃຊ້​ປະກອບ​ເຂົ້າ​ໃນ​ແນວ​​ເພງ​ປະ​ເພດ​ຕ່າງໆ​ເຊັ່ນ blues , bluegrass , country , flamenco , jazz , jota , mariachi , metal , reggae , rock , soul , ​ແລະ pop .