ຫົວ​ຂໍ້: ຝົນຕົກໜັກ​ໃນ​ຮອບ 61ປີຢູ່​ປັກ​ກິ່ງ

(GMT+08:00) 2012-12-20 15:19:59     cri
ສະບາຍດີ​ມິດ​ລາຍການ ຮອດ 19​ໂມງ​ມື້ນີ້ ໜຸ່ມ​ໃຫຍ່​ກໍ່​ນຳ​ເອົາ​ລາຍການ​ເບິ່ງ​ເມືອງ ຈີນ​ມາ​ພົບ​ກັບ​ມິ​ດລາຍການ​ອີກ​ແລ້ວ​ຕາມ​ເຄີຍ! ມື້ນີ້ພົບ​ກັນ​ກໍ່​ແມ່ນ​ວັນ​ອັງຄານ​ທີ 24 ກໍລະກົດ 2012 ພົບ​ກັນ​ມື້ນີ້ຊຸ່ມ​ເຢັນຫຼາຍສົມຄວນ ຫຼັງຈາກ​ຝົນ​ບໍ່​ຕົກ​ມາ​ເກືອບ​ອາທິດ​ແລ້ວ! ສຸດ​ທ້າຍ​ກໍ່​ຕົກລົງ​ມາແຕ່​ຄືນ​ທີ່​ຜ່ານ​ມາແຕ່​ກໍ່​ບໍ່​ແຮງ​ເນາະ ພໍ​ສ້າງ​ຄວາມ​ລຳ​ຄານ ໃຫ້ການ​ໄປ​ລ້າ​ມາ​ການ​ເທົ່າ​ນັ້ນ​ລະ ​ແຕ່​ວ່າ​ຊິ​ພໍ​ໃຫ້​ໄດ້​ນ້ຳດຳນາສຳລັບບາງ​ບ່ອນ​ຄື​ສິຍັງ ຍາກ! ຕາມ​ການ​ຕິດຕາມ​ຂ່າວ​ຄາວ ຫຼື ຜູ້​ນັ້ນ​ຜູ້ນີ້​ເວົ້າ​ສູ່​ຟັງ​ກໍ່ໜ້າ​ເປັນ​ຫ່ວງ​ຢູ່ ​ເພາະວ່າ ຮອດ​ຍາມ​ດຳນາ ຝົນ​ຊ້ຳພັດ​ບໍ່​ຕົກ​ເກືອບ​ອາທິດ​ແລ້ວ ​ເຮັດ​ໃຫ້​ບາງບ່ອນ​ນັງບໍ່​ໄດ້​ດຳນາ​ຊ້ຳ ບ່ອນ​ມີ​ຊົນລະ​ປະທານ​ກໍ່​ສິ​ໄຄ​ຢູ່​ເນາະ! ດຽວນີ້​ກໍ່​ບົດ​ຢູ່ ບໍ່​ຮູ້​ວ່າ​ຈະ​ຕົກລົງ​ມາ​ຕື່ມ​ບໍ່? ​ເວົ້າ​ ເລື່ອງ​ຟ້າ​ຝົນ​ແລ້ວ ​ແລງ​ນີ້​ກໍ່​ຈະ​ຖື​ໂອກາດ​ເອົາ​ເລື່ອງ​ຝົນຕົກໜັກທີ່​ສຸດ​ຢູ່​ປັກ​ກິ່ງ​ໃນ​ຮອບ 61ປີມາ​ເວົ້າ​ສູ່​ຟັງ​ເລີຍ! ຄົນ​ປັກ​ກິ່ງ​ເດືອດຮ້ອນ​ໄປ​ຕາມໆກັນທັ້ງໆທີ່​ເປັນວັນ​ເສົາ​ ແທນ​ທີ່​ຈະ​ໄດ້​ໄປຫຼິ້ນ​ໄປ​ຫົວ​ນຳໝູ່ພົບ​ປະ​ສັງ​ສັນ​ກັນ ຝົນໜັກທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ກໍ່​ມາ​ທຳລາຍ ​ແຜນ​ທ່ຽວຂອງຫຼາຍຄົນ​ໄປ​ເລີຍ! ບໍ່​ເທົ່າ​ນັ້ນ​ໄດ໋ ອັນທີ່ໜັກກວ່າ​ນັ້ນ​ມີ​ຄົນ​ຕາຍ​ຕັ້ງ​ວ່າ 37 ຄົນ​ພຸ້ນ​ໄດ໋ທ່ານ​ຜູ້​ຟັງ! ບໍ່​ໜ້າ​ເຊື່ອ​​ເລີຍ​ວ່າ​ຝົນຕົກໜັກຊື່ໆຢູ່​ນະ​ຄອນຫຼວງປັກ​ກິ່ງ​ຈະ​ມີ​ຄົນ ຕາຍ​ຮອດ 37ຄົນ​ພາຍ​ໃນ​ມື້ດຽວຄືນ​ດຽວທີ່​ເກີດ ຄື​ຄືນ​ວັນ​ເສົາ​ຜ່ານ​ມານີ້ລະ! ຈັກໜ້ອຍ ຈະ​ເວົ້າ​ລາຍ​ລະອຽດສູ່​​ຟັງ!

711477 ຫຼື ຂໍ້ຄວາມ​ສັ້ນ 2930, 5930, 7930 ​ແລະ 9930. ​ເອົາ! ບາດ​ນີ້ກໍ່ ມາ​ເຂົ້າ​ສູ່​ເລື່ອງ​ລາວ​ທີ່​ຈະເວົ້າ​ສູ່​ຟັງ​ຄືນ​ນີ້ ຄື​ເລື່ອງ​ຝົນຕົກໜັກທີ່​ສຸ​ດຢູ່​ປັກ​ກິ່ງ​ໃນ​ມື້ວັນ​ເສົາ​ທີ່​ຜ່ານ​ມາ​ນີ້​ໃນ​ຮອບ 61ປີ​ເລີຍ​ໄດ໋ ນັບ​ແຕ່​ປີ 1951ພຸ້ນ​ລະ​ມາ ບໍ່​ເຄີຍ​ມີຝົນຕົກ​​ແຮງຢູ່​ປັກ​ ກິ່ງໜັກດົນ​ປານ​ນີ້​ຈັກ​ເທື່ອ ຕົກ​ປານ​ທ້ອງຟ້າ​ຮົ່ວ! ຖະໜົນຫົນທາງຫຼາຍ​ເສັ້ນ​ກາຍ​ເປັນ​ ຄອງ​ນ້ຳ ຄຸ້ມບ້ານຫຼາຍບ່ອນ​ຄື​ກັນ ນ້ຳ​ສູງ​ເປັນ​ແມັດ​ຂຶ້ນ​ໄປ ຈົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ 37ຄົນ, ​ໃນ​ນີ້ຕາຍ​ຍ້ອນ​ຈົມ​ນ້ຳ 25ຄົນ, ຍ້ອນ​ເຮືອນ​ລົ້ມ​ທັບ 6ຄົນ, ຍ້ອນ​ຟ້າຜ່າ 1ຄົນ ແລະ ຍ້ອນ​ໄຟຟ້າ​ຊ໊ອດອີກ 5ຄົນ! ​ໃນ​ຈຳນວນ​ໄຟຟ້າ​ຊ໊ອດຕາຍ​ນີ້​ກໍ່​ມີທ່ານ ຫຼີ ຟາງ​ຫົງ, ຫົວໜ້າສະຖານ​ນີຕຳຫຼວດ​ເຂດ​ຟາງ​ຊ່ານ ທີ່​ຝົນຕົກໜັກກວ່າໝູ່ກໍ່​ເສຍ​ຊີວິດ​ໃນ​ຂະນະ​ທີ່ ພວມ​ຊ່ວຍ​ປະຊາຊົນ​ໄປ​ບ່ອນ​ປອດ​ໄພ ສຸດ​ທ້າຍ​ສາຍ​ໄຟຟ້າຕົກລົງ​ມາ​ໃສ່​ນ້ຳ​ບ່ອນ​ລາວ ພວມ​ເຮັດ​ວຽກຢູ່ ຈຶ່ງ​​ເສຍຊີວິດ​ໃນ​ຕອນ​ບ່າຍ​ວັນ​ເສົາ​ທີ່​ຜ່ານ​ມາ​ນີ້​ລະ! ກ່ອນ​ລາວ​ຕາຍ ລາວ​ໄດ້​ຊ່ວຍ​ປະຊາຊົນ​ຢູ່​ບ້ານ ​ເຟິງຮ່ວງ​ຖິງຍ້າຍ​ໄປ​ບ່ອນ​ປອດ​ໄພ​ໄດ້ 50ຄົນ​ພຸ້ນ​ໄດ໋! ໂອ້, ໜ້າ​ເຫັນ​ໃຈ ​ເສຍ​ຊີວິດ​ໃນ​ຂະນະ​ທີ່​ປະຕິບັດໜ້າທີ່​ຊ່ວຍ​ປະຊາຊົນ​ແທ້ໆ, ​ເປັນໜ້າສັນລະ​ເສີນນ້ຳ​ໃຈຫຼາຍ! ຝົນ​ທີ່​ຕົກ​ໃນ​ມື້ວັນ​ເສົາ​ຫັ້ນ​ມັນບໍ່​ແມ່ນ​ຄ່ອຍ​ຈັກດີ້ ​ໄລ່​ມາ​ຮອດ​ເວລາ22​ໂມງ​ຂອງ​ຄືນ​ວັນ​ເສົາ ​ແທກ​ປະລິມານ​ນ້ຳ​ຝົນ​ໂດຍ​ສະ​ເລ່ຍຢູ່​ປັກ​ກິ່ງ​ໄດ້​ຮອດ 170 ມີ​ລີ​ແມັດ​ພຸ້ນ​ນະ! ​ແຕ່​ວ່າ​ບ່ອນ​ທີ່​ແລ້ງ​ທີ່​ສຸດ​ກໍ່​ແມ່ນ​ຢູ່​ເຂດ​ຝາງ​ຊ່ານ ​ແທກ​ໄດ້ 460ມີ​ລີ ແມັດພຸ້ນ​ນະ! ຄືນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ເຈົ້າໜ້າທີ່​ຈອງ​ນະຄອນຫຼວງປັກ​ກິ່ງ​ກໍ່​ອອກ​ມາ​ຖະ​ແຫຼງຂ່າວ​ກ່ຽວກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 61ປີ​ເທື່ອ​ນີ້​ຢູ່​ປັກ​ກິ່ງ ວ່າ: ຝົນຕົກໜັກ​ເທື່ອ​ນີ້​ເຮັດ​ໃຫ້​ໄຟຟ້າ​ດັບຫຼາຍ​ເຂດ, ການ​ຈາລະ​ຈອນ​ກໍ່​ເປັນ​ອຳມະພາດ ​ໃນຫຼາຍ​ເຂດຍ້ອນນ້ຳຖ້ວມສູງ! ຫຼາຍຮ້ອຍຖ້ຽວບິນຂອງນະຄອນຫຼວງປັກກິ່ງຕ້ອງໄດ້ຍົກ ເລີກ ຫຼື ເລື່ອນເວລາໃນຄືນວັນເສົາ ໄພທຳມະຊາດເທື່ອນີ້ກະທົບປະຊາຊົນເຖິງ 1ລ້ານ9ແສນຄົນ ຜົນເສຍຫາຍເບື້ອງຕົ້ນປະເມີນວ່າເກືອບ 10ຕື້ຢວນ ຫຼື ປະມານ 1ຕື້ 600ລ້ານໂດລາ. ແຕ່ວ່າຜົນເສຍຫາຍດ້ານເສດຖະກິດຕົວຈິງກໍ່ພວມສຳຫຼວດຕໍ່ຢູ່!
ມາ​ຮອດ​ມື້ນີ້ສະພາບ​ຝົນຕົກ​ຢູ່​ປັກ​ກິ່ງ​ກໍ່​ບໍ່​ມີ​ແລ້ວ! ມື້ນີ້ມື້ວານ​ກໍ່​ອາກາດ​ດີ​ມີແສງແດດ ວັນ​ອາທິດ​ຜ່ານ​ມາ​ກໍ່​ບໍ່​ຕົກ​ດອກ​ ແຕ່ວ່າ​ວັນ​ເສົາ​ຜ່ານ​ມານີ້ຕິລະໝົດມື້ໝົດຄືນ ​ຈົນ​ເສຍ​ຫາຍ​ຢ່າງໜັກຄື​ວ່າ​ມາ​ຫັ້ນ​ລະ! ​ແຕ່​ວ່າ​ຕາມ​ພະຍາກອນ​ອາກາດ​ຢູ່​ປັກ​ກິ່ງ ມື້ອື່ນ​ນີ້ກໍ່​ຄື​ສິມີ ຝົນຕົກ​ລະດັບ​ປານ​ກາງ​ນີ້​ລະ! ຕອນ​ບ່າຍ​ນີ້ ໜຸ່ມ​ໃຫຍ່​ກໍ່​ລົມກັບ​ນາງ ຈ່າງ​ຊົ້ວ ຫຼື ຊື່​​ເປັນ​ພາສາ​ລາວວ່າ​ຈັນ​ສຸກ ຜ່ານ​ທາງMSN! ​ເພື່ອນ​ຮ່ວມ​ງານ​ຂອງ​ພະ​ແນ​ກພາສາ​ລາວຂອງ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີ​ນ ທີ່​ເຮັດ​ວຽກຢູ່​ປັກ​ກິ່ງ​ພຸ້ນ ລາວ​ກໍ່​ເລົ່າ​ເຫດການໜຶ່ງສູ່​ຟັງ​ທີ່ ສະ​ເທືອ​ນ​ໃຈຫຼາຍ ​ແລະ ຄົນ​ປັກ​ກິ່ງ​ກໍ່​ກ່າວ​ເຖິງຫຼາຍ​ໃນ 2-3ມື້​ມານີ້ ຄື​ມີ​ຊາຍ​ຜູ້ໜຶ່ງລາວ​ ຂີ່​ລົດກັບ​ບ້ານ ​ແຕ່​ໄປ​ຄາ​ນ້ຳ​ຢູ່​ກ້ອງ​ຂົວ​ຂ້າມ​ທາງ​ບ່ອນໜຶ່ງ ນ້ຳ​ຖ້ວມ​ລົດ​ສູງຫຼາຍ ລາວ​ກໍ່ ໂທ​ຫາ​ເມຍ​ຕອນ 19:30ນິລະ ​ເມຍ​ກໍ່​ມາ​ຮອດ​ຕອນ 20​ໂມງ​ພຽງ​ແຕ່ 30ນາທີ​ເທົ່າ​ນັ້ນ ແຕ່​ເມຍ​ກໍ່​ຊ່ວຍ​ແກ້​​ໄຂ​ຫຍັງ​ບໍ່​ໄດ້ ​ເພາະ​ນ້ຳ​ຖ້ວມ​ລົດ​ສູງຫຼາຍ ຂົນ​ຮອດ 22​ໂມງໜ່ວຍກູ້​ ໄພ​ຈຶ່ງ​ມາ​ຊ່ວຍ​ທຸບ​​ແວ່ນລົດ ​ແລະ ​ເອົາ​ລາວ​ອອກ​ມາ​ໄດ້ ​ແຕ່​ກໍ່​ຊ້າ​ເກີນ​ໄປ​ເພາະ​ລາວ​ໃຈ​ຂາດ​ແລ້ວຍ້ອນ​ນ້ຳຖ້ວມ​ໃນ​ລົດ​ຈົນ​ຫາຍ​ໃຈ​ບໍ່​ໄດ້ ​ເຈົ້າໜ້າທີ່​ເຫັນ​ຫົວ​ຂອງ​ລາວ​ແຕກ ຄື​ຈະ​ແມ່ນພະຍາຍາມ​ເອົາ​ຫົວ​ທຸບ​ແວ່ນ​ລົດ ​ແຕ່​ມັນ​ກໍ່​ບໍ່​ແຕກ! ​ເມຍ​ມາ​ຮອດ​ກໍ່ຊ່ວຍ​ຫຍັງ​ຜົວບໍ່​ໄດ້ ​ເຫັນ​ຜົວ​ຕາຍ​ຕໍ່ໜ້າຕໍ່​ຕາ​ເປັນ​ເຫດການ​ທີ່​ສະ​ເທືອ​ນ​ໃຈຫຼາຍ! ມັນ​ເປັນ​ແນວ​ນີ້​ໄດ໋ທ່ານ ຜູ້​ຟັງ ຖ້າ​ລົດ​ຖືກ​ນ້ຳ​ຖ້ວມ​ມັນ​ຈະ​ເກີດ​ຄວາມດັນ​ທາງ​ນອກ​ແຮງ​ທີ່​ສຸດ ຈົນ​ຄົນ​ທາງ​​ໃນ​ໄຂ ປະຕູ​ອອກ​ມາ​ບໍ່​ໄດ້​ພຸ້ນ​ລະ! ສະ​ນັ້ນ​ດຽວນີ້ຄົນ​ປັກ​ກິ່ງ​ກໍ່​ແນະນຳ​ກັນ​ວ່າ​ຄວນ​ມີ​ເຄື່ອງມື, ອຸ ປະກອນ​ສຳລັບ​ທຸບ​ແວ່ນ​ລົດ​ໄວ້​ໃນ​ລົດ​ເພື່ອ​ຍາມ​ມີ​ເຫດການ​ສຸກ​ເສີນ​ແນວ​ນີ້! ຮື! ບໍ່ໜ້າ ເຊື່ອ​ເລີຍ​ວ່າຢູ່​ນະຄອນຫຼວງ​ແທ້ໆ ​ເປັນ​ຝົນໜັກລະ​ກະ​ບໍ່​ແມ່ນ​ນ້ຳ​ປ່າ​ໄຫຼສຸ​ ​ເຖິງ​ຈະ​ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີວິ​ດຮ​ອດ 37ຄົນ ໜ້າ​ເຫັນ​ໃຈ​ອີ່ຫຼີ! ​ເອົາ, ຈັກໜ້ອຍຈະ​ກັບ​ມາ​ລົມ​ສູ່​ຟັງວ່າຫຼັງ ເຫດການຮ້າຍນີ້ຜ່ານໄປ ຫາງສຽງສັງຄົມວ່າກັນແນວໃດແນ່?

ຫາງສຽງສັງຄົມຢູ່ປັກກິ່ງ ບໍ່ວ່າການເວົ້າລົມກັນ ຫຼື ສັງຄົມອອນລາຍກໍ່​ວິພາກ​ວິ ຈານອົງການ​ປົກຄອງ​ປັກ​ກິ່ງໜັກສົມຄວນ ຕໍ່​ຄວາ​ມສາມາດ​​ໃນ​ການ​ຮັບ​ມື​ກັບ​ຝົນຕົກໜັກໆ ​ແລະ ນ້ຳ​ຖ້ວມ​ແນວ​ນີ້! ຕາມ​ທີ່ໜຸ່ມ​ໃຫຍ່​ທ້ອນ​ໂຮມ​ມາ ກໍ່​ມີ 2-3ອັນ​ທີ່​ສຳຄັນ, ອັນ​ທຳ​ອິດ​ເຂົາ​ເຈົ້າວ່າ​ງົບປະມານ​ທີ່​ໃຊ້​ໄປ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ນະຄອນ ຫຼວງປັກ​ກິ່ງ​ແຕ່ລະ​ປີ​ແມ່ນ​ມະຫາສານ ​ແຕ່​ເປັນ​ຫຍັງຈຶ່ງ​ຮັບ​ມື​ກັບ​ຝົນຕົກໜັກຊ່ຳນີ້​ບໍ່​ໄດ້​ດີ ກໍ່ໝາຍຄວາມ​ວ່າການ​ເບິ່ງ​ການ​ໄກ​ຂອງ​ຜູ້​ອອກ​ແບບ​ລະບົບ​ຮັບ​ມື​ກັບ​ນ້ຳ​ຖ້ວມ​​ແມ່ນ​ຍັງ​ເຮັດ ບໍ່​ໄດ້​ດີ! ອັນ​ທີ2​ທີ່​ຖືກ​ຕຳໜິໜັກ ກໍ່​ແມ່ນ​ລະບົບ​ຮ່ອງ​ລະບາຍ​ນ້ຳ​ຢູ່​ປັກ​ກິ່ງ ມັນ​ນ້ອຍ​ໂພດ ຖ້າ​ທຽບ​ໃສ່​ນະຄອນ​ໃຫຍ່ໆ​ໃນ​ໂລກ, ຜູ້​ອອກ​ແບບ​ຮ່ອງ​ລະບາຍ​ນ້ຳ​ວ່າ​ຖ້າ​ຈະ​ປັບປຸງ ຫຼື ຮື້ ສ້າງ​ຮ່ອງ​ລະບາຍ​ນ້ຳ​ໃຫມ່ໝົດກໍ່​ຕ້ອງ​​ໃຊ້​ງົບປະມານ​ຢ່າງ​ມະຫາສານ​ວ່າ​ຊັ້ນ! ​ໂຢະ, ຄັນ​ ມັນ​ຄຸ້ມ​ຄ່າ ຄັນ​ມັນ​ສ້າງ​ຄວາມ​ປອດ​ໄພ​ໃຫ້​ປະຊາຊົນ​ງົບຫຼາຍປານ​ໃດ ກໍ່​ສິ​ໄດ້​ລົງທຶນ​ໃສ່ ຫັ້ນ​ລະ​ເນາະທ່ານ​ຜູ້​ຟັງ! ໜຸ່ມ​ໃຫຍ່​ຢູ່​ປັກ​ກິ່ງ 4ປີ​ເຄິ່ງກໍ່ສັງເກດໄດ້ຄືກັນ ສົງ​ໄສ​ວ່າ​ຜູ້​ອອກ​ ແບບ​ຮ່ອງ​ລະບາຍ​ນ້ຳຄົງ​ຈະ​ບໍ່​ໄດ້​ຄິດ​ໄກ​ເພື່ອ​ຮອງ​ຮັບ​ໄພ​ສຸກ​ເສີນ​ນີ້ ​ເພາະວ່າ​ຕາມ​ປົກ ກະຕິ​ແລ້ວ ປັກ​ກິ່ງ​ເປັນ​ເມືອງ​​ແຫ້ງ​ແລ້ງ ຕັ້ງ​ຢູ່​ພາກ​ເໜືອຂອງ​ປະ​ເທດ, ຝົນ​ກໍ່​ຕົກໜ້ອຍໆ! ຕອນໜຸ່ມ​ໃຫຍ່​ສັງ​ເກດ​ເບິ່ງ​ຄັນ​ມື້ຝົນຕົກ​ແຮງໜ້ອຍໜຶ່ງ ປະມານໜຶ່ງຊ່ວງ​ໂມງ​ນີ້ ຖະໜົນ ປັກ​ກິ່ງຫຼາຍ​ເສັ້ນ​ເລີ່​ມມີ​ນ້ຳ​ອັ່ງ​ແລ້ວ ​ແລະ ລົງ​ຊ້າ​ອີກ ອັນ​ນີ້​ກໍ່ໝາຍຄວາມ​ວ່າ ລະບົບ​ຮ່ອງລະ​ບາຍ​ນ້ຳ​ບໍ່​ດີ​ພໍ ຫຼື ອອກ​ແບບ​ບໍ່​ສາມາດ​ລະບາຍ​ນ້ຳ​ຝົນ​ໃນ​ປະລິມານຫຼາຍໆລົງພື້ນດິ​ນ​ໄດ້​ທັນ​ເທົ່າ​ນັ້ນ​​ແລ້ວ! ​ແລະ ຊ່ຽວຊານຈີນຫຼາຍຄົນກໍ່ອອກຄວາມເຫັນວ່າ ຍ້ອນການ ຫັນເປັນຕົວເມືອງທີ່ໄວ ແລະ ໃຫຍ່ຫຼາຍ ຕຶກອາຄານສູງປົ່ງຂຶ້ນປານດອກເຫັດ, ຮ່ອງ ນ້ຳທຳມະຊາດຫຼາຍບ່ອນກໍ່ຖືກຖົມຕັນທາງນ້ຳ, ອຸມົງຕ່າງໆກໍ່ຫຼາຍ, ບ່ອນຈອດລົດໃຕ້ດິນກໍ່ມີຫຼາຍ ສິ່ງ​ຕ່າງໆ​ເຫຼົ່ານີ້​ລ້ວຍ​ແຕ່​ໄປ​ຕັນ​ທາງ​ນ້ຳ​ບໍ່​ໃຫ້​ລະບາຍ​ລົງ​ດິນ​ໄດ້​ດີໝົດວ່າ​ຊັ້ນ! ແລະ ອັນ​ສຸດ​ທ້າຍ ລະບົບ​ເຕືອນ​ໄພ​ກໍ່​ຍັງ​ບໍ່​ດີ​ພໍ ຈຶ່ງ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ທັງ​ຊີ ວິດ ​ແລະ ຊັບ​ສິນຫຼາຍປານ​ນີ້! ຝົນຕົກໜັກມື້ດຽວ ຄື​ມື້ວັນ​ເສົາ​ທີ່​ຜ່ານ​ມາ​ມີ​ຄົນ​ເສຍ​ຊີວິດ ຢູ່​ປັກ​ກິ່ງ​ຕັ້ງ​ວ່າ 37ຄົນ ບໍ່​ແມ່ນ​ທຳ​ມະ​ດາ​ອີ່ຫຼີ! ອັນ​ນີ້​ລະກາ​ນຈະ​ເລີ​ນ​ເຕີບ​ໂຕ​ຂອງ​ຕົວ​ເມືອງ ທີ່​ທັງ​ໄວ​ທັງ​ໃຫຍ່​ນີ້ ຜູ້​ວາງ​ແຜນຜັງ​ເມື​ອງຕ້ອງ​ໄດ້​ຄິດ​ໄວ້​ລ່ວງໜ້າຫຼາຍອັນຫຼາຍປີ ຫຼາຍນະຄອນ​ໃຫຍ່​ຂອງ​​ໂລກ​​ໃດ ທີ່​ຍາມ​ຝົນ​ມາ​ປີ​ໃດ​ກໍ່​ກາຍ​ເປັນໜອງ​ໄປ​ເລີຍ ການ​ຈາ ລະ​ຈອນ​ລົດ​ຕິດ​ຢູ່​ແລ້ວ ຝົນ​ຕັກ​ມາ​ນ້ຳ​ຖ້ວມ​ອີກ ​ເຈົ້າ​ເອີຍ ມັນ​ຈະ​ຕື່ມ​ຕິດ​ຂັດ​ຫຼາຍຂຶ້ນໄປ​ຕື່ມ​ອີກຂະໜາດ​ໃດ ? ​ເວົ້າ​ແລ້ວ​ກໍ່​ແມ່ນ​ອຳນາດ​ການ​ປົກຄອງ​ເມືອງ, ນະຄອນ​ຫັ້ນ​ລະ​ ຕ້ອງ​ໄດ້​ລະມັດລະວັງ​ໃນ​ການວາງ​ແຜນ​ຂະຫຍາຍ​ເມືອງ ຫຼື ອະນຸຍາດ​ໃຫ້​ພວກ​ເອກະ​ຊົນ​ ຂະຫຍາຍ​ຕຶກ​ອາຄານ​ຮ້ານ​ຄ້າ​ຕ່າງໆ ວ່າ​ມັນ​ໄປ​ຂວາງ​ທາງ​ນ້ຳ​ທຳ​ມະ​ຊາດ​ບໍ່ ຄັນ​ບໍ່​ເກງ​ ​ໃຈ​ທຳ​ມະ​ຊາດ​ເລີຍ ຄິດ​ຫາ​ແຕ່​ຜົນ​ປະ​ໂຫຍ​ດທາງ​ທຸລະ​ກິດ ​ແລະ ການ​ພັດທະນາ​ໄວ​ອັນ ດຽວ ບາ​ດທຳ​ມະ​ຊາດ​ໃຈ​ຮ້າຍ ກໍ່​ມາ​ລົງ​ໂທດໜັກ​ແນວ​ນີ້​ລະ!