ຂໍ້​ຖົກ​​ຖຽງກ່ຽວກັບ​ສາວ​ຈີນ​ນຸ່ງ​ສັ້ນ ! (1)

(GMT+08:00) 2012-12-20 15:21:08     cri

ສະບາຍດີມິດລາຍການ! ລາຍການ​ເບິ່ງເມືອງຈີນ ​ມາ​ພົບ​ກັບ​ທ່ານ​ຄ່ຳ​ຄື​ນນີ້​ກໍ່​ແມ່ນ​ວັນ​ອາທິດ,  ທີ 22 ກໍລະກົດ 2012 ! ກໍ່​ຫວັງ​ວ່າ​ຄົງ​ຈະ​​​ໄດ້​ພັກຜ່ອນ​ຢູ່​ນຳ​ຄອບຄົວ ຫລື ວ່າໄດ້ແກ້​ໄຂ​ຊຳ​ລາວຽກ​ເຮືອນ​ການ​ຊານ ​ທີ່​ຍັງ​ຄ້າງ​ຄາ​ໄດ້​ຫລາຍ​ສົມຄວນ​ເນາະ​ເສົາ-ທິ​ດ ນີ້​. ​ເວລາ​ມັນ​ກໍ່​ມີຄ່າ​ແນວ​ນີ້​ລະ ​​ໂດຍ​ສະ​ເພາະ​ຜູ້​ມີ​ວຽກຫລາຍ ອາທິດໜຶ່ງ​ເຮັດ​ຫຍັງ​ນຳ​ກໍ່​ເກືອບບໍ່​ທັນ ຈັກ​ວຽກຫ້ອງການ, ຈັກ​ວຽກທຸລະ​ກິດ, ຄ້າຂາຍ, ວຽກ​ໄຮ່​ການ​ນາ, ການ​ຮຽນ ຫລື ວຽກ​ເຮືອນ​ການ​ຊານ​ແນວ​ນີ້ ຄັນ​ບໍ່​ຍາດ​ເວລາ​ເຮັດ​ແທ້ ບໍ່​ໄດ້​ເຮັດ​ແທ້​ໄດ໋​ເນາະ! ​ເອົາ, ພົບ​ກັນ​ຄືນ​ວັນ​ອາທິດນີ້​ໜຸ່ມ​​ໃຫຍ່ ຈະ​ເອົາ​ເລື່ອງ​ທີ່​ເກີດ​ການ​ຖົກ​ຖຽງກັນ​ຢູ່​ເທິງ​ເວັບໄຊ​ດັງ​ຂອງຈີນ ກໍ່​ຄື​ໃນ​ແວດ​ວົງ​ນັກວິຊາການ ກໍ່​ຄື​ສັງຄົມ​ຈີນ​ໃນ​ມໍ່ໆມາ​ນີ້​ມາ​ລົມ​ສູ່​ຟັງ ກ່ຽວກັບ​ຄວາມ​ສ່ຽງຄວາມ​ອັນຕະລາຍຂອງ​ການ​ນຸ່ງ​ສັ້ນນຸ່ງບາງ​ເພື່ອ​ໂຊ​ເພື່ອ​ອວດ​ອ້າງ​ເນື້ອໜັງມັງສາ, ອວດ​ອ້າງ​ຮຸ່ນ​ດີຂອງ​ບັນດາ​ຜູ້​ສາວ​ຈີນ​ທັງຫລາຍ​ນີ້​ລະ! ​ໄດ້​ຟັງ​ແລ້ວ​ທ່ານ​ຜູ້​ຟັງ​ລາວ​ກໍ່​ພິນິດ​ພິຈາລະນາ​ເອົາ​ເອງ​ເນາະ ວ່າ​ອັນ​ໃດ​ອັນ​ໃດ​ບໍ່​ຄວນ! ໜຸ່ມ​ໃຫຍ່ຈະ​ບໍ່​ຂໍ ຕັດສິນ​ວ່າ​​ຝ່າຍ​​ໃດ​ຜິດ​ຝ່າຍ​ໃດ​ຖືກ ​ເພາະວ່າ​ມັນ​ແມ່ນ​ສິດ​ເສລີພາບ​ຂອງ​ສ່ວນ​ບຸກຄົນ​ເດ​ເນາະ ຄັນ​ເວົ້າ​ເລື່ອງການ​ນຸ່ງຖື​ນີ້​ກະດາຍ! ມັນ​ຂຶ້ນ​​ຢູ່​ກັບ​ຕົວ​ທ່ານ​ເອງ​ຫັ້ນ​ລະ ຈະ​ຕັດສິນ​ໃຈ​ເອງ​ວ່າ​ໃນ​​ເວລາ​ໃດ, ​ໂອກາດ​ໃດ​ບ່ອນ​ແນວ​ໃດ​ງານ​ແນວ​ໃດ, ສະຖານ​ທີ່​ແນວ​ໃດທ່ານ​ຄວນ​ຈະ​ນຸ່ງ​ຫຍັງມັນ​ຈຶ່ງ​ຈະ​ເໝາະ! ​ເອົາ, ກ່ອນ​ຈະ​​ຟັງ​ລາຍ​ລະອຽດຂອງ​​ເລື່ອງ​ນີ້​ມາ​ຟັງ​ເພງ​ຈີນ​ມ່ວນໆເພງໜຶ່ງກ່ອນ​ເນາະ!

ໃນ​ໄລຍະ​ມໍ່ໆມາ​ນີ້ ຢູ່​ຈີນ​ໄດ້​ເກີດ​ຫົວ​ຂໍ້​ຖົກ​ຖຽງກັນ​ໃນ​ສັງຄົມ​ອອນ​ລາຍ, ​ເວັບ​ໄຊ ກໍ່ ຄື​ໃນ​ສາທາລະນະ​ຊົນ​ທົ່ວ​ໄປ​ກ່ຽວກັບ​ການ​ນຸ່ງ​​ໂຊ​ນຸ່ງ​ສັ້ນ​ເກີນ​ໄປ​ຂອງ​ຜູ້​ສາວ​ຈີນ​ ໃນ​ສະ ຖານທີ່​ສາທາລະນະ! ສາເຫດກໍ່ຍ້ອນວ່າຫົວໜ້າລົດໄຟໃຕ້ດິນຢູ່ນະຄອນຊຽງໄຮ້ໄດ້ ອອກແຈ້ງການຮຽກຮ້ອງໃຫ້ຜູ້ຍິງຢູ່ຊຽງໄຮ້ນຸ່ງເຄື່ອງສຸພາບປົກປິດຮ່າງກາຍແດ່ໃນເວລາ ມາຂີ່ລົດໄຟໃຕ້ດິນ ຢ່າມັກອວດມັກໂຊຮຸ່ນໂຊເນື້ອໜັງມັງສາຫລາຍ ທັງນີ້ກໍ່ເພື່ອປ້ອງ ກັນການຖືກລວນລາມທາງເພດ! ຄັນທ່ານຜູ້ຟັງທ່ານໃດໄດ້ມີໂອກາດໄປຮຽນຢູ່ຊຽງໄຮ້ ຫລືໄປວຽກ ຫຼື ໄປທ່ຽວ ແລ້ວໄດ້ໄປຂີ່ລົດໄຟໃຕ້ດິນຢູ່ຊຽງໄຮ້ ຄືຊິຮູ້ດີວ່າມັນແຫຍ້ມັນອັດ ກັນຂະໜາດໃດ ຄຶດເອົາວ່າຄົນຢູ່ຊຽງໄຮ້ມີ 24ລ້ານຄົນ ແລ້ວຄົນມາໃຊ້ລົດໄຟໃຕ້ດິນ ແຕ່ລະມື້ບໍ່ຫຼຸດ 5-6ລ້ານຄົນແນ່ນອນ ໜຸ່ມ​ໃຫຍ່ລົງຮູໄປລອງເທື່ອໜຶ່ງແລ້ວເກືອບໃຈ ຂາດ ລຽນແຖວເຂົ້າລົດກໍ່ພໍແຮງ ເຂົ້າໄປໃນຕູ້ລົດໄຟໃຕ້ດິນແລ້ວ ຮອດສະຖານີລົງກໍ່ ເກືອບອອກມາບໍ່ໄດ້! ບັດນີ້ເມື່ອມີແຈ້ງການນີ້ອອກມາ ກໍ່ມີຄຳຄິດຄຳເຫັນຈາກຫຼາຍຝ່າຍ ຂຶ້ນມາທັງທີ ເພາະວ່າແຈ້ງການນີ້ ເພິ່ນເອົາຂຶ້ນເວັບໄຊຂອງບໍລິສັດລົດໄຟໃຕ້ດິນຊຽງ ໄຮ້ນຳເດ! ນາງ ກ່ານ ຈຸ່ນຫຼິງ, ອາຍຸ 55ປີ ເອີ້ນວ່າປ້າກ່ານກະໄດ້ສະເນາະ! ສຳລັບປ້າ ກ່ານແລ້ວລາວຈະເອົາໃຈໃສ່ການນຸ່ງຖືຂອງລາວຂະໜາດ ເພື່ອໃຫ້ມັນພໍດີພໍງາມ ທັງທັນສະໄຫມ ທັງສຸພາບທັງງາມມາຕະຫຼອດ ການນຸ່ງຖືຂອງລາວບໍ່ຕົກຍຸກເລີຍ ໃຜ ເບິ່ງກໍ່ວ່າງາມສະຫງ່າດີ ແລະ ຄົນກໍ່ວ່າລາວເປັນຄົນເປີດຮັບຍຸກແຫ່ງການປ່ຽນແປງ ເປີດກວ້າງສຳລັບການນຸ່ງຖືຂອງແມ່ຍິງໃນຍຸກນີ້ ແຕ່ລາວກໍ່ຮູ້ສຶກວ່າເປັນການຍາກທີ່ຈະຍອມຮັບ ຫຼືໄປເຫັນດີເຫັນງາມກັບການນຸ່ງຖືຂອງຜູ້ສາວຈີນຫຼາຍຄົນໃນປັດຈຸບັນນີ້, ເລື່ອງນີ້ປ້າວ່າບໍ່ແມ່ນຍ້ອນປ້າເປັນຄົນຮັກສາຄອງເດີມ ຫຼື ເປັນເຕົ່າລ້ານປີເກີນໄປໄດ໋, ປ້າກ່ານມີຄຳເຫັນວ່າ "ເຄື່ອງນຸ່ງ, ກະໂປ່ງສັ້ນ ຫຼື ສະເກິ້ດ ຫຼື ສົ້ງຂາສັ້ນທີ່ຂາຍຢູ່ຕາມຮ້ານເສື້ອຜ້າຊູ່ມື້ນີ້ ຈັ່ງແມ່ນມັນສັ້ນເອົາແທ້ເອົາວ່າ, ຜູ້ສາວຍຸກນີ້ກ້ານຸ່ງກ້າໂຊຫຼາຍ ເຂົາເຈົ້າບໍ່ຄິດເປັນຫ່ວງຄວາມປອດໄພຂອງຕົນເອງແດ່ບໍ ໂດຍສະເພາະຍາມໄປຂີ່ລົດເມ ລົດໄຟໃຕ້ດິນ ຫຼື ສະຖານທີ່ໆມີຄົນຫຼາຍໆຫັ້ນນ່າ! ຄັນເຂົາເຈົ້າບໍ່ຮູ້ສຶກຢ້ານຄວາມປອດໄພ ຫຼື ຖືກລວນລາມທາງເພດເວລາເຂົາເຈົ້າກົ້ມຫຍິບຈັບ ຫຼື ເຮັດນັ້ນເຮັດນີ້ທີ່ຕ້ອງໄດ້ກົ້ມເຂົາເຈົ້າກໍ່ຮູ້ສຶກສະດວກສະບາຍຢູ່ບໍ?" ປ້າກ່ານມີຄວາມເຫັນແນວນັ້ນ! ອັນນີ້ແມ່ນຄວາມເຫັນຂອງຜູ້ຍິງຕໍ່ຜູ້ຍິງເດີ້! ປ້າກ່ານແມ່ນໜຶ່ງໃນຈຳນວນນັກສຶກສາມະຫາວິທະຍາ ໄລຊຽງໄຮ້ຊຸດທຳອິດ ທີ່ໄດ້ຮັບການຟື້ນຟູການຮຽນການສອນ ຫຼັງຈາກສິ້ນສຸດການປະຕິ ວັດວັດທະນາທຳຂອງຈີນ10ປີ (1966-1976) ລາວຈົບຂະແໜງພາສາອັງກິດ! ໂອ່, ຄັນຈົບພາສາອັງກິດຍຸກນັ້ນ ເປັນຍຸກບຸກເບີກປະຕິຮູບ ແລະ ໄຂປະຕູສູ່ພາຍນອກແນວນັ້ນ ແນ່ນອນລະວ່າປ້າກ່ານເປັນຄົນບໍ່ຕົກຍຸກແນ່ນອນ ເພາະວ່າລາວຈະໄດ້ປ່ຽນຜູ້ອື່ນ ໄດ້ໄປຕ່າງປະເທດຫຼາຍ, ໄດ້ສຳຜັດກັບວັດທະນາທຳ ແລະ ຜູ້ຄົນຊາວຕາເວັນຕົກຫຼາຍ ແນ່ນອນ! ແຕ່ປານນັ້ນລາວກໍ່ຍັງບໍ່ເຫັນດີນຳຜູ້ສາວຈີນຍຸກນີ້ຫຼາຍຄົນທີ່ມັກນຸ່ງສັ້ນເກີນໄປ. ປ້າກ່ານເລົ່າຄືນອະດີດສະ​ໄຫມ​ລາວ​ຍັງ​ເປັນນັກສຶກສາມະຫາວິທະຍາໄລຫຼັງຍຸກ ການປະຕິວັດວັດທະນາທຳຂອງຈີນວ່າ: ຍຸກນັ້ນແມ່ນແຕ່ສົ້ງຢີ້ນ, ສົ້ງຄາບອຍຂາຍາວນິນະ ຄັນໃຜກ້ານຸ່ງກໍ່ຍັງຖືກເບິ່ງວ່ານຸ່ງບໍ່ເໝາະສົມແລ້ວ ໂດຍສະເພາະຜູ້ສາວເພາະຄົນສ່ວນຫລາຍຮູ້ສຶກວ່າມັນຢາກຟິດຢາກໂຊຫຸ່ນແລ້ວ ຍຸກນັ້ນໄດ໋! ​ແຕ່​ສຳລັບ​ປ້າ​ກ່ານ​ຕອນ​ນັ້ນ​ກໍ່​ພໍ​ຮັບ​ໄດ້ ​ເພາະ​ລາວ​ຮຽນພາສາ​ອັງກິດ ຮຽນວັນນະຄະດີ​ຕ່າງປະ​ເທດ​ນຳ​ເດ! ຄັນ ຜູ້ຍິງຜູ້ໃດກ້ານຸ່ງສົ້ງຢີ້ນ ສົ້ງຄາບອຍໃນຕອນນັ້ນ ຈະມີຄວາມເຫັນຂອງຄົນສອງກຸ່ມໂລດ ລະ, ກຸ່ມໜຶ່ງເຫັນວ່າເປັນການນຸ່ງທີ່ບໍ່ຄືບ້ານຄືເມືອງ ແລະ ອີກກຸ່ມໜື່ງຈະມັກ ແລະ ນຸ່ງ ເພື່ອໃຫ້ມັນທັນຍຸກວ່າຊັ້ນ! ປ້າກ່ານເວົ້າ! ຈົນມາຮອດຕົ້ນຊຸມປີ 1980 ຮູ້ສຶກວ່າມີເສລີ ພາບຫລາຍກວ່າຖ້າທຽບໃສ່ 20ປີກ່ອນໜ້ານັ້ນ! ປ້າກ່ານຍັງເລົ່າອະດີດວ່າ: ໃນຊຸມປີ 1960 ແມ່ຍ່າຂອງປ້າກໍ່ຍັງຖືກຕຳນິວິຈານຍ້ອນນຸ່ງກະໂປ່ງຍາວສີມ່ວງ ສີມ່ວງມັນກໍ່ ຢາກອອກໄປຄ້າຍໆສີບົວເຂັ້ມໄປຈັ່ງຊັ້ນລະເນາະ! ອັນສັງຄົມຕຳນິຫັ້ນບໍ່ແມ່ນຍ້ອນກະ ໂປ່ງໄດ໋ ແຕ່ແມ່ນສີຂອງກະໂປ່ງ ເພາະວ່າຍຸກນັ້ນຂອງຈີນ ໃຜຊິໄປນຸ່ງສີຈົບໆງາມໆໄດ້ ຜູ້ຍິງຈີນຍຸກນັ້ນມີແຕ່ຊົງຜົມກະໂປະ ຫຼື ວ່າຜົມເປຍ ນຸ່ງເສື້ອສົ້ງສີຂຽວເຂັ້ມຄືທະຫານນິ ລະ ຄັນບໍ່ຊັ້ນກໍ່ສີຟ້າແກ່, ສີດຳ, ສີຂາວ ຫຼື ສີຂີ້ເຖົ່າເທົ່ານັ້ນແລ້ວ, ຄໍເສື້ອ ແຂນເສື້ອຍາວກໍ່ປິດຈົນຈຳພຸ້ນແລ້ວ ເຄີຍເຫັນຮູບເງົາສາລະຄະດີໃນອະດີດຂອງຈີນບໍ່ເປັນແນວນັ້ນໝົດ!


ໜຸ່ມ​ໃຫຍ່ຍັງຈື່ດີຕອນປົດປ່ອຍໃຫມ່ 1975-76-77-78 ​ເອື້ອຍ​ພາ​ໄປ​ເບິ່ງ​ຮູບ​ເງົາ ຈີນ ຢູ່​ໂຮງ​ແສງ​ທະວີ​ຢູ່ສີ​ໄຄ​ນີ້​ລະ ຈົນ​ຖາມ​ເອື້ອຍ​ວ່າເປັນ​ຫຍັງ​ຄົນ​ຈີນ​ບໍ່​ຍິ້ມ​ບໍ່​ຫົວ​ຂຶງຂັງ​ມັງ​ມໍ​ຕະຫລອດ! ​ເອື້ອຍ​ກໍ່​ວ່າ ສັງຄົມ​ເຂົາ​ເຈົ້າ​ເປັນ​ແນວ​ນັ້ນ​ເດ! ຟັງ​ເພງ​ປ່ຽນບັນຍາກາດ​ຈັກ​ເພງໜຶ່ງກ່ອນ​ເນາະ ​ແລ້ວ​ຈະ​ລົມ​ເລື່ຶອງນີ້​ສູ່​ຟັງ​ຕໍ່!

ມາເບິ່ງສະພາບການນຸ່ງຖືໃນສັງຄົມຈີນຫຼັງນຳໃຊ້ນະໂຍບາຍປະຕິຮູບ ແລະ ໄຂປະຕູສູ່ພາຍນອກ 30ກວ່າ​ປີ​ມາ​ນີ້ ​ໂດຍ​ສະ​ເພາະ​ການ​ນຸ່ງ​ຖື​ຂອງ​ຜູ້ຍິງ​ສາວຫຼາຍຄົນ​ກໍ່​ຮູ້ສຶກແປກ​ໃຈ ທີ່​ຜູ້ຍິງ​ຈີນ​ກ້າ​ນຸ່ງ​ອວດ​ອ້າງ​ໂຊ​ເນື້ອໜັງມັງສາ​ຂຶ້ນຫຼາຍ ກ້າ​ນຸ່ງ​ເຄື່ອງ​ທີ່​ຂີ້​ຖີ່​ຜ້າ​ເອົາ​ແທ້​ເອົາ​ວ່າ. ​ໃນ​ວັນ​ທີ 11​ເດືອນ​ນີ້ ມີ​ຜູ້​ໃຊ້​ເນັດ​ຜູ້ໜຶ່ງ​ເອົາ​ວີ​ດີ​ໂອທີ່​ຖ່າຍ​ເອົາ​ສາວ ໜຶ່ງທີ່ນຸ່ງແຕ່ຊຸດອາບນ້ຳ​ຂຶ້ນ​ຂີ່​ລົດ​ເມໜ້າຕາ​ເສີ​ຍ ​ເອົາ​ຂຶ້ນ​ເວັບ​ໄຊ​​ໂຊ​ຮູ ເວັບ​ໄຊ​ດັງ​ຂອງ ຈີນ ພາບນີ້ຢູ່ນະຄອນສືເຈ່ຍຈ່ວງ ເມືອງເອກຂອງແຂວງເຫີເປີ່ຍ ຜູ້ໂດຍສານອື່ນໆກໍ່ ເບິ່ງດ້ວຍສາຍຕາງົງໆ ແບບວ່າກ້ານຸ່ງມາສະຖານທີ່ສາທາລະນະແນວນີ້ໄດ້ແນວໃດຫວະ??? ​ເວົ້າ​ແທ້​ການ​ນຸ່ງ​ເຄື່​ອງບໍ່ໜາ ສົ້ງຂາ​ສັ້ນ ຫຼື ກະ​ໂປ່​ງທີ່​ບໍ່​ບາງຫຼາຍ ບໍ່​ສັ້ນ​ເກີນ​ໄປແບບ​ເຄື່ອງນຸ່ງ​ທີ່​ສະບາຍ​ສະບາຍ​ໃນ​ຍາມ​ຮ້ອນ​ຢູ່​ຈີນ ​ໂດຍ​ສະ​ເພາະ​ແຕ່​ເດືອນ​ມິຖຸ ນາ, ກໍລະກົດ, ສິງຫາ ​ແນວ​ນີ້ ມັນ​ກໍ່​ບໍ່​ແມ່ນ​ເລື່ອງ​ແປກ​ຫຍັງ​ດອກ​ດຽວນີ້! ຕອນໜຸ່ມຢູ່ ປັກກິ່ງ ຍາມ​ເດື​ອນກໍລະກົດ, ສິງ​ຫາ​ແນວ​ນີ້ ວັນ​ເສົາ​ວັນ​ອາທິດ​ພັກ​ວຽກໄປ​ຍ່າງ​ເລາະ ຫຼິ້ນຕາມ​ສູນ​ການ​ຄ້າ​ໃຫຍ່ຫວາງ​ຟູ້ຈິ່ງ, ຕຸ່ງຕ່າ​ນ, ສວນສາທາລະນະ ຫຼືື ບ່ອນ​ທ່ອງ​ທ່ຽວ ແນວ​ນີ້ ຈົນ​ເກືອບ​ເລືອດດັງອອກ ປານ​ຮູບ​ເງົາ​ຕະຫຼົກຂອງ​ໂຈ່​ວຊິ່ນ​ສື ຮົງ​ກົງ ​ເວລາ​ເຫັນ ຜູ້​ສາວ​ນຸ່ງ​ສັ້ນ​ໂພດ​ພຸ້ນ​ຕວ່າ! ຮ່າຮ່າຮ່າ! ແຕ່ວ່າເກີດການຖົກຖຽງກັນຂຶ້ນມາ ສື່ສັງຄົມ Social Network ​ໃນ​ມໍ່ໆມາ​ນີ້ ກໍ່​ຍ້ອນ​ມີ​ການ​ແຈ້ງ​​ເຕືອນ ທັງ​ຂໍ​ຮ້ອງ​ຂອງ​ບໍລິສັດ​ລົດ​ ໄຟ​ໃຕ້​ດິນ​ຂອງ​ຊຽງ​ໄຮ ຢູ່​ເທິງ​ເວັບ​ໄຊ​ຂອງ​ທາງ​ການ​ຂອງ​ເພິ່ນ​ຄື​ທີ່​​ເວົ້າ​ມາ​ຫັ້ນ​ລະ​ວ່າບໍ່ ຢາກ​ໃຫ້​ຜູ້ຍິງ​ນຸ່ງ​ສັ້ນ ຫຼື ບາງ ​ໂຊ​ເນື້ອໜັງ​ເກີນ​ໄປຫຼາຍ​ເວລາ​ຂຶ້ນ​ລົດ​ໄຟ​ໃຕ້​ດິນ ​ເພື່ອ​ປ້ອງກັນ​ການ​ລວນ​ລາມ​ທາງ​​ເພ​ດຈາກ​ພວກ​ຜູ້​ຊາຍ​ບ້າ​ກາມ! ​ເພິ່ນ​ແຈ້ງ​ການ​ອອກ​ມາ​ກໍ່​ຍ້ອນຄວາມຫວັງ​ດີ​ຫັ້ນ​ລະ​ເນາະທ່ານ​ຜູ້​ຟັງ! ​ແລະ ​ແນ່ນອນ​ມັນ​ຕ້ອງ​ມີ​ການ​ລວນ​ລາມ​ທາງ​ເພ​ດມາຫຼາຍ​ແລ້ວ ​ແລະ ມີ​ຄົນ​ຮ້ອງ​ທຸກຫຼາຍຫັ້ນ​ແລ້ວ ​ເພິ່ນ​ຈຶ່ງ​ເຮັດ​ແຈ້ງ​ການ​ນີ້​ອອກ​ມາ, ຢູ່ຊື່ໆຊິ​ເຮັດ​ອອກ​ມາ​ຈັກ​ເທື່ອ​ເນາະ! ​ເມື່ອ​ເຫັນ​ແຈ້ງ​ການ​ນີ້ຫຼາຍຄົນ​ກໍ່​ເຫັນ​ດີ​ນຳ ​ແຕ່​ສາວໆທີ່​ມັກ​ໂຊ​ຂອງ​ດີຫຼາຍຄົນ​ກໍ່​ບໍ່ພໍ​ໃຈ ຂຽນຄຳ​ເຫັນ​ຂຶ້ນ​ໄປ​ໃນ​ສື່​ອອນ​ລາຍ​ຕ່າງໆວ່າ​ບໍ່​ຄວນ​ຕິຜູ້ຍິງ​ນຸ່ງ​ສັ້ນ ຄວນ​ໄປ​ຕິ​ພວກ​ຜູ້​ຊາຍ​ບ້າ​ກາມ​ພຸ້ນ​ວ່າ​ຊັ້ນ! ຊິ​ນຸ່ງ​ສັ້ນ ນຸ່ງ​ຍາວ​ມັນ​ກະ​ສິດ​ຂອງພວກ​ຂ້ອຍ​ວ່າ​ຊັ້ນ​ເດ! ນາງ​ຫວາງ​ອີ​ເຈິ່ນ, ສາວ​ໃຫຍ່​ອາຍຸ 27ປີ, ​ເຮັດ​ວຽກຢູ່​ບໍລິ ສັດ​ອັງກິດ ຢູ່​ປັກ​ກິ່ງ​ຂຽນວ່າ: "ພໍ່​ແມ່​ຂ້ອຍ​ຍັງ​ບໍ່​ເຄີຍ​ມາ​ຕຳໜິ​ແບບ​ກາ​ນນຸ່ງ​ຖືຂອງ​ຂ້ອຍ, ຂ້ອຍ​ເປັນ​ຄົນ​ເປີດ​ໃຈ​ ການ​ນຸ່ງ​ຂອງ​ຂ້ອຍສັ້ນ​ຊ່ຳ​ໃດ​ກໍ່​ໄດ້ ຂໍ​ແຕ່​ບໍ່​ໃຫ້​ບາງ​ຈົນ​ເບິ່ງ​ເຫັນ ທາງ​​ໃນ​ກໍ່​ພໍ, ວ່າ​ຊັ້ນ​! ສາວ​ຫວາງ​ບອກ​ວ່າກົດ​ເກນ​ການ​ນຸ່ງ​ຂອງ​ລາວ ສັ້ນ​ໂຊ​ຊ່ຳ​ໃດ​ກໍ່​ບໍ່​​ເປັນ​ຫຍັງ ຂໍ​ແຕ່​ໃຫ້​ດຶງ​ດູດ​ຕາ​ດຶງ​ດູດ​ໃຈ​ເປັນ​ພໍ, ວ່າ​ອີກ! ​ແລ້ວ​ຍັງ​ຂຽນອີກ​ວ່າ: ຢູ່​ປະ​  ເທດຕາ​ເວັນ​ຕົກຍອມຮັບຫຼາຍຂຶ້ນ​ຕໍ່​ຜູ້ຍິງທີ່​ບໍ່​ນຸ່ງ​ເສື້ອ​ຊ້ອນ​ໃນ​, ລາວ​ເອງ​ກໍ່​ຮູ້ສຶກ​ອຶດອັດ ເວລາ​ນຸ່ງ​ເສື້ອ​ຊ້ອນ​ໃນ​ວ່າ​ຊັ້ນ! ​ເວລາ​ຢູ່​ປັກ​ກິ່ງ​ຂ້ອຍ​ກໍ່​ເລືອກ​ຊື້​ເສື້ອ​ຫ້ອຍທີ່​ຜ້າ​ບໍ່ໜາຫຼາຍມາ​ນຸ່ງພໍ​ບໍ່​ເປັນ​ເປົ້າ​ສາຍຕາຫຼາຍ​ເກີນ​ໄປ ​ແຕ່​ວ່າ​ບາດ​ໄປ​ລອນ​ດອນ​ບໍ່​ນຸ່ງ​ເສື້ອຫ້ອຍ​ກໍ່​ໄດ້, ວ່າ​ອີກ! ສາວ​ຫວາງ​ຂຽນຕໍ່​ວ່າ: ຄັນ​ຂ້ອຍ​ຫຸ່ນ​ດີກ​ວ່າ​ນີ້ ​ເຊັກ​ຊີ້​ກວ່າ​ນີ້ ຂ້ອຍ​ສິນຸ່ງ​ຟິດກວ່າ​ນີ້ນຸ່ງ​ສັ້ນ​ກວ່າ​ນີ້​ເພາະວ່າ​ດຽວນີ້ອາກາດ​ແຮງ​ຮ້ອນ ຂ້ອຍ​ກ້າ​ນຸ່ງ​ທຸກ​ອັນ​ທີ່​ຂ້ອຍ​ມັກ ​ແລ​ະ ຂ້ອຍ​ກໍ່​ຮູ້ສຶກພູມ​ໃຈ​ເວລາ​ເຫັນ​ຄົນ​ເບິ່ງ​ຂ້ອຍ ​ເຖິງ​ວ່າ​ຈະ​ເປັນ​ສາຍຕາ​ທີ່​ບໍ່​ສຸພາບ​ກໍ່ຕາມ! ຄັນ​ເຈົ້າ​ກ້າ​ນຸ່ງເຄື່ອງ​ເຊັກ​ຊີ້ ​ເຈົ້າ​ກໍ່​ຕ້ອງກຽມ​ໃຈ​ທີ່​ຈະ​ເຫັນຫຼາຍຄົນ​ຕາຕີ່" ​ເປັນ​ຈັ່ງ​ໃດ​ທ່ານ​ຜູ້ຟັງ! ຟັງ​ການ​ຂຽນຄຳ​ເຫັນ​ຂອງ​ສາວ​ຫວາງ​ແລ້ວ​ສະທ້ອນ​ໄດ້​ເລີຍ​ວ່າ ສາວ​ຈີນ​ຍຸກ​ນີ້ມີສິດຂະໜາດ​ໃດ? ກ້າ​ເວົ້າກ້າ​ເຮັດ​ແບບ​ເປີດ​ໃຈ​ຂະໜາດ​ໃດ? ສົມພໍໄດ້ເຮັດວຽກຢູ່ບໍລິສັດ ອັງກິດຢູ່​ປັກ​ກິ່ງ​ເນາະ! ບໍ່​ສົນ​ບໍ່​ແຄ​ວັດທະນາ​ທຳ​ຂອງ​ຕົນ​ເອງ​ແມ່ນ​ແຕ່ໜ້ອຍດຽວ​ເລີຍ! ແຕ່​ເຖິງ​ວ່າ​ນາງ​ຫວາງ​ມັກ​ນຸ່ງ​ສັ້ນ​ນຸ່ງ​​ໂຊ ​ແລະ ບໍ່​ເຄີຍມີ​ບັນຫາ​ກັບ​ພໍ່​ແມ່​ຂອງ​ລາວ ​ແຕ່ ລາວ​ກໍ່​ພົບ​ວ່າ​ຍາກຫຼາຍທີ່​ຈະ​ໄປ​ຊວນໝູ່ຂອງ​ລາວ​ເຮັດ​ນຳ ​ເພາະວ່າ​ເຂົາ​ເຈົ້າ​ເກງ​ໃຈ ແລະ ຄິດ​​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພໍ່-​ແມ່, ນາງ​ຫວາງ​ຂຽນວ່າ: ໝູ່ຂອງ​ຂ້ອຍ​ຜູ້ໜຶ່ງກໍ່​ບໍ່​ເຄີຍ ​ໃຫ້​ພໍ່​ແມ່​ຮູ້​ວ່າ​ລາວ​ນຸ່ງສົ້ງສັ້ນໆ ​ເພາະວ່າ​ອອກ​ເຮືອນ​ມາ​ແລ້ວ​ຈຶ່ງ​ມາ​ປ່ຽນນຸ່ງ​ຢູ່​ນອກ" ກໍ່ຍັງ ດີເນາະທ່ານຜູ້ຟັງ ຢ່າງໜ້ອຍກໍ່ຍັງຮູ້ຈັກເກງໃຈຜູ້ໃຫຍ່ຢູ່! ​ແຕ່​ຄິດ​ຈັ່ງໜຶ່ງກໍ່​ບໍ່​ດີ ​ເພາະ ຕວົະພໍ່​ແມ່​ເດ! ປ່ຽນບັນຍາກາດ​ມາ​ຟັງ​ເພງ​ກ່ອນ​ເນາະ ​ແລ້ວ​ຈະ​​ເອົາ​ຄວາມ​ເຫັນ​ຂອງ​ຜູ້ ອື່ນ​ມາ​ເວົ້າ​ໃຫ້​ຟັງ!

ບາດນີ້ຈະເອົາຄຳເຫັນຂອງນາງບຣິດ​ເກດ ​ໂອດ​ອນ​ເນ​ວ, ສາວ​ອາ​ເມ​ລິ​ກາ​ອາຍຸ 25ປີ, ​ເຮັດ​ວຽກ​ເປັນນັກອອກແບບຊ໊ອບແວຢູ່ຊຽງໄຮ້ມາເວົ້າສູ່ຟັງ ນາງຂຽນວ່າ: "ສຳ ລັບ​ຂ້ອຍ​ແລ້ວຜູ້ຍິງ​ຈີນ​ສ່ວນຫຼາຍຍັງ​ຍຸ່ງຖື​ສຸພາບ​ຢູ່ ​ແຕ່​ກໍ່​ມີ​ສາວຫຼາຍຄົນ​ນຸ່ງ​ບໍ່​ເໝາະສົມ ຕາມ​ປະ​ເພນີຢູ່​ຕາມ​ລົດ​ເມ, ລົດ​ໄຟ​ໃຕ້​ດິນ! ຜູ້ຍິງ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ກວ່າ​ຜູ້ຍິງ​ຈີນ ກໍ່ ຍ້ອນ​ວັດທະນາ​ທຳ​ຕ່າງ​ກັນ ​ແລະ ປະຫວັດ​ສາດ​ຕ່າງ​ກັນ! ມັນ​ຍ້ອນ​ລັດທິ​ຮັກສາຄວາມ​ ສະ​ເໝີພາບ​ລະຫວ່າງ​ຍິງ​-ຊາຍ ຈຶ່ງ​ເຮັດ​ໃຫ້​ຜູ້​ຍິງ​ອາ​ເມ​ລິ​ກາ​ກ້າ​ນຸ່ງ​ຕາມ​ໃຈ​ກວ່າ​ຜູ້​ຍິງຈີນ, ​ເຊັ່ນ​ວ່າ​ໃນ​ຍາມ​ຮ້ອນ ສາວ​ອາ​ເມ​ລິ​ກາຫຼາຍໆຄົນ​ນຸ່ງ​ແຕ່​ຊຸດ​ບີ​ກີ​ນີ, ສະ​ລິບ ​ແລະ ​ເສື້ອ​ ນ້ອຍໆຕາມ​ຊາຍ​ຫາດ ຍັງ​ແຕ່​ຢູ່ດີ​ທຣອຍບ້ານ​ຂ້ອຍ ​ແລະ ​ເວລາ​ເຂົາ​ເຈົ້າ​ໄປຫຼິ້ນຟລໍ​ລີ​ດ້າ ​ແຮງ​ນຸ່ງໜ້ອຍກວ່າ​ນີ້​ອີກ. ສາວ​ຈີນ​ດຽວນີ້ມັກ​ນຸ່ງ​ສັ້ນ​ເພື່ອ​ໂຊ​ຂາ​ງາມ ​ແຕ່​ຜູ້​ຍິງ​ຢູ່​ອາ​ເມ​ລິ​ ກາມັກ​ນຸ່ງ​ສົ້ງຢີ້ນຂາ​ຍາວ ​ແລະ ບໍ່​ໂຊຫຼາຍ​ໃນ​ເວລາ​ທົ່ວ​ໄປ ນອກຈາກ​ຍາມ​ລົງຫຼິ້ນນ້ຳ ທະ​ເລ ຫຼື ສະ​ລອຍນ້ຳ! ນາງ​ໂອດ​ອນ​ເນ​ວສັງ​ເກດ​ເຫັນ​ວ່າ: ສາວ​ຊຽງ​ໄຮ້ຫຼາຍຄົນ​ມັກ ນຸ່ງ​ສັ້ນໆ ​ແລະ ຈ່າຍ​ເງິນ​ເປືອງຫຼາຍສຳລັບ​ຊື້​ເຄື່ອງນຸ່ງ​ພວກ​ນີ້ມັນ​ບໍ່​ຈຳ​ເປັນ​ເລີຍ ​ແຕ່​ ເຂົາ​ເຈົ້າ​ກໍ່​ຢາກ​ໂຊ​ຄວາມ​ເຊັກ​ຊີ້ ສະຫຼຸບ​ແລ້ວ​ແມ່ນ​ສາວ​ຊຽງ​ໄຮ້​ມັກ​ແລ່​ນນຳ​ແຟຊັ້ນ​ຫັ້ນ​ ລະ!" ນາງ​ໂອດ​ອນ​ເນ​ວວ່າ​ຈັ່ງ​ຊັ້ນ! ນາງ​ກໍ່​ຍັງ​ສັງ​​ເກດ​ເຫັນ​ອີກ​ວ່າ ຜູ້ຍິງ​ປັກ​ກິ່ງບໍ່​ນຸ່ງ​ໂຊຫຼາຍ​ເທົ່າ​ຜູ້ຍິງ​ຊຽງ​ໄຮ້ ​ເພາະວ່າ​ຜູ້​ສາວ​ສ່ວນ​ໃຫຍ່​ຢູ່​ປັກ​ກິ່ງກໍ່ນຸ່ງສົ້ງຂາຍາວ ອາດຈະຢ້ານ ແດດເຊິ່ງເຮັດໃຫ້ຜິວເສຍກໍ່ເປັນໄດ້, ແຕ່ວ່າຢູ່ອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນນີ້ລະ ນາງໂອດອນເນວເຫັນວ່າ ຍັງ​ຮັກສາ​ປະ​ເພນີການ​ນຸ່ງຖືໄດ້ດີກວ່າຜູ້ສາວຈີນຫຼາຍ, ຕອນ ນາງໄປມະເລເຊຍ ປີ2009 ນາງ​ບໍ່​ຢາກ​ເຊື່ອ​​ເລີຍ​ວ່າ​ຜູ້​ສາວ​ມາ​ເລ​ເຊຍ​ສ່ວນ​ໃຫຍ່ນຸ່ງ​ ເຄື່ອງບໍ່​ໂຊຫຼາຍ ມີ​ຈຳນວນໜ້ອຍດຽວ​ເທົ່າ​ນັ້ນ​ທີ່​ມັກ​ນຸ່ງສັ້ນໆ, ສາວ​ຫວຽດນາມ​ກໍ່​ຍັງ​ມັກ​ ນຸ່ງຊຸດ​ຍາວ​ປະຈຳ​ຊາດ​ຢູ່ ​ເຖິງ​ຈະ​ຮ້ອນ​ກໍ່ຕາມ. ​ເອົາລະ! ມື້ນີ້ພໍ​ເທົ່າ​ນີ້ກ່ອນ, ຍັງ​ບໍ່​ຈົບ​ໄດ໋! ຍັງ​ມີ​ຄຳ​ເຫັນ​ຂອງຫຼາຍໆຄົນ, ຫຼາຍໆພາກສ່ວນ​ກ່ຽວກັບ​ເລື່ອງ​ນີ້! ມື້ອື່ນວັນ​ຈັນ​ຈະ​ເອົາ​ມາ ​ເວົ້າ​ສູ່​ຟັງ​ອີກ!