Liu yi fei(刘亦菲 )

(GMT+08:00) 2012-12-20 15:26:01     cri


Jiu Yao Wo Zi Wei ( I Want My Taste ) ຕ້ອງການ​ລົດ​ຊາ​ດ​ທີ່​ຂ້ອຍ​ມັກ
ຜົນງານ​ເພງ​ຂອງ​ນັກຮ້ອງສາວ Liu yi fei(刘亦菲 )ຫຼື  ​Cystal liu  ນັກ​ຮ້ອງ​ສາວ ສັນຊາດ ອາ​ເມ​ລິ​ກັນ ທີ່​ມາ​ຈາກ ດິນ​ແດນ​ແຫ່ງ​ທະ​ເລ​ສາບ ​ແຂວງ hu bei ຕັ້ງ​ຢູ່ ພາກ​ກາງຂອງ​ຈີນ ​ເກີດ​ໃນ​ວົນ​ທີ 25 ​ເດືອ​ນ ສິງຫາ ປີ 1987 ອາຍຸ 25 ປີ ທີ່​ສາມາດ​ຄວ້າ​ໄດ້​ລາງວັນ​ຊະນະ​ເລີດ​ຈາກ​ເວທີ​ການປະ​ກວດນາງ​ແບບ young model contest ​ເມື່ອ​ອາຍຸ​ພຽງ 8​ ປີ ​ເທົ່ນັ້ນ

ຜົນງານ​ເພງ​ນີ້ ​ເປັນ​ການ​ສົມ​ທຽບ​​ເຖິງ​ຄວາມຮັກ ທີ່​ມີ​ຫລາກ​ຫລາຍຮູບ​ແບບ ທີ່​ມີ​ທັງ​ຄວາມ​ຜິດ​ຫວັງ ​ແລະ ສົມ​ຫວັງ ມີ​ທັງ​ຄວາມສຸກ ​ແລະ ຄວາມທຸກ​ໃຈ​ສະ​ລັບ​ສັບ​ປ່ຽນກັນ​ໄປ​ຄ້າຍຄື​ກັບ ລົດ​ຊາດ​ທີ່​ສົ້ມ ​ແລະ ຫວານໂທ​ຫາ​ເຈົ້າ​ຫລາຍ​ຄັ້ງ ແຕ່​ບໍ່ມີ​ການ​ຕອບຮັບ ເນື່ອງ​ຈາກ​ວ່າ​ເຈົ້າ​ເຮັດ​ໃຫ້ຂ້ອຍຮູ້ສຶກ ກັງວົນ ​ແລະ ​ເປັນ​ຫ່ວງຈົນ​ອນບໍ່ຫລັບ ​ເຊິ່ງຄັ້ງ​ນີ້ບໍ່​ແມ່ນ​ຄັ້ງທຳ​ອິດ ຄວາມຮູ້ສຶກ​ເລີ່​ມໂຫດຮ້າຍຂຶ້ນ​ເລື້ອຍໆ ຄ້າຍຄື​ກັບ​​ໂຕໜອນລ້ານໆ​ໂຕທີ່​ກຳລັງ​ເ​ຈາະຫົວ​ໃຈ​ຂ້ອຍ​ອອກ​ໄປຕ້ອງການ​ຄວາມສຸກ​ ໃນລົດ​ຊາ​ດຂອງຄວາມຮັກ​ໃນ​ແບບ​ທີ່​ຄຸ້ນ​ເຄີຍ ​ທີ່ຄ້າຍຄື​ກັບ​ຮອຍຍິ້ມ​ປະສົມ​ກັບນ້ຳ​ຕາ ​ທີ່ມີ​ທົງ​ລົດ​ຊາດ​ທີ່​ສົ້ມ ​ແລະ ຫວານຄຽງຄູ່ກັນ​ໄປ ​ຕ້ອງການ​ລອງ​ຄວາມຮັກ ທີ່​ມີ​ແຕ່​ລົດ​ຫວານ ​ເພາະ​ມັນ​ຊ່ວຍເຮັດ​ໃຫ້​ທຸກຈັງຫວະ​ການ​ເຕັ້ນ​ຂອງ​ຫົວ​ໃຈ ມີຄວາມສຸກ​ຍິ່ງ​ຂຶ້ນ ​ແຕ່​ຄວາມຮັກຍ່ອມ​ມີ​ຫລາຍ​ລົດ​ຊາດທີ່​ແຕກ​ຕ່າງ​ກັນ​ໄປ