ສິ່ງ​ທີ່​ຄວນ ​ແລະ ​ບໍ່ຄວນ​ເຮັດ​ໃນ​ປະ​ເທດ​ກຳປູ​ເຈຍ

(GMT+08:00) 2012-12-21 10:09:03     cri

ຄວນ​ໃຫ້​ຄວາມ​ເຄົາລົບ​ຕໍ່ຜູ້​ທີ່​ມີ​ອາຍຸ​ສູງ​ກວ່າ, ຄວນ​ໃຫ້​ເຈົ້າ​ຂອງ​ເຮືອນ​ເລີ່​ມກິນ​ອາຫານ​ກ່ອນ, ຫຼັງຈາກ​ນັ້ນ​ຜູ້​ມາ​ຢາມ​ຈຶ່ງຮັບ​ປະທານ​ອາ​ອານ​ຕໍ່​ໄປ​ໄດ້, ຄວນ​ໃຫ້​ຜູ້​ອາວຸ​ໂສ​ທີ່​ສຸດ​ຢູ່​ໃນ​ພາ​ເຂົ້າ​ແລ້ວ​ຈຶ່ງ​ເລີ່ມ​ກິນ, ບໍ່ຄວນ​ຢືນ​ຕີນ​ໃສ່​ບຸກຄົນ​ອື່ນ, ຕົວຢ່າງ: ​ເວລາ​ນັ່ງ​ຄວນ​ພັບ​ຕີນ​ເຂົ້າ​ໄວ້​ໃຫ້​ເບິ່ງ​ແລ້ວ​ສຸພາບ​ຮຽບຮ້ອຍ.


ບໍ່ຄວນ​ຍ່າງ​ຂ້າມ​ຂາຄົນ​ອື່ນ, ຢູ່ກຳ​ປູ​ເຈຍ​ໃນ​ເວລາ​ທັກ​ທາຍ​ຜູ້​ຊາຍ​ສາມາດ​ຈັບ​ມື​ກັນ​ໄດ້​ເພື່ອ​ສະ​ແດງຄວາມ​ຮັກ​ແພງ​ແລະ​ມິດຕະພາບ​ທີ່​ດີ. ເມື່ອ​ຍ່າງ​ຜ່ານ​ຄົນ​ທີ່​ກຳລັງ​ລົມ​ກັນ​ຢູ່​ຄວນ​ກົ້ມ​ຫົວ​ເລັກ​ນ້ອຍ (ຖິາຢ່າງ​ຜ່ານ​ຊື່ໆຖື​ວ່າ​ບໍ່ມີ​ມາລະຍາດ) ເມື່ອ​ຂີ່​ລົດຖີບຫຼືລົດຈັກ ​ເວລາ​ຜ່ານ​ວັດ​ຄວນ​ຜ່ອນ​ຄວາມ​ໄວ​ລົງ​ແລະ​ເວລາ​ເຂົ້າ​ວັດ​ຄວນປົດໝວກທຸກ​ຄັ້ງແມ່ຍິງ​ບໍ່ຄວນ​ແຕ່ງໜ້າຫຼາຍ​ເກີນ​ໄປ​ແລະ​ບໍ່ຄວນ​ແຕ່ງ​ກາຍບໍ່ສຸພາບ​ເຂົ້າ​ວັດ, ເມື່ອ​ພົບ​ເຫັນ​ພະສົງ​ສາມະ​ເນາ​ຄວນ​ປົດໝວກທຸກ​ຄັ້ງ ພ້ອມ​ກົ້ມໜ້າໜ້ອຍໜຶ່ງ​ໃນ​ເວລາ​ຍ່າງ​ຜ່ານ.


ບໍ່ຄວນ​ວິພາກ​ວິຈານ​ການ​ເມືອງ, ຫ້າມ​ບໍ່​ໃຫ້​ຖ່າຍຮູບ​ສັນຍາ​ລັກ​ທາງ​ການ​ທະຫາ,ຫ້າມ​ຈັບ​ຕ້ອງ​ຫົວ​ຂອງ​ຜູ້​ອື່ນ, ​​ເພາະ​ຄົນ​ກຳປູ​ເຈຍ​ຖື​ວ່າ​ຫົວ​ເປັນ​ສ່ວນ​ສຳຄັນ​ທີ່​ສຸດ​ຂອງ​ຮ່າງ​ກ່າຍ, ຕ້ອງ​ປົດ​ເກີບ​ທຸກ​ຄັ້ງ​ເມືອ​ເຂົ້າ​ເຮືອນ​ຂອງ​ຄົນ​ອື່ນ, ນຸ່ງ​ຖື​ປົກປິດ​ແລະ​ສຸພາບ​ຮຽບຮ້ອຍ, ​ແມ່ຍິງ​ບໍ່ຄວນ​ໃສ່​ກະ​ໂປ່ງຫຼື​ໂສ້ງຫຼືສະ​ເກິ​ດສັ້ນ​ແລະ​ບໍ່ຄວນ​ເປີດ​ບ່າ​ໄຫຼ່, ສ່ວນ​ຜູ້​ຊາຍ​ຄວນ​ໃສ່​ເສື້ອ​ມີ​ປົກ​ແລະ​ໂສ້ງ​ຂາ​ຍາວ. ຄວນ​ມີ​ມາລະຍາດ​ຕໍ່​ເພດ​ກົງກັນຂ້າມ​ແລະ​ບໍ່ຄວນ​ຈັບ​ມື​ຄົນ​ກຳປູ​ເຈຍ​ໃນ​ເວລາ​ຖ່າຍຮູບ​ນຳ​ກັນ ​ເພາະ​ອາດ​ຈະ​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ.


ເມື່ອ​ເຂົ້າ​ບໍລິ​ເວນ​ວັດ​ຄວນ​ປິດ​ໂທລະສັບ, ​ເຄື່ອງຫຼີ້ນ mp3 ຫຼື​ເຄື່ອງສຽງທຸກ​ຢ່າງ, ບໍ່ຄວນ​ໃຊ້​ສຽງດັງ​ໃນ​ເຂດ​ວັດ. ບໍ່ຄວນ​ຫໍ​ຂອງຂວັນ​ດ້ວຍ​ເຈ້ຍ​ສີຂາວ, ​ເພາະ​ຖື​ວ່າ​ເປັນ​ສີ​ຂອງ​ການ​ໄຫວ້​ຄວາມທຸກ, ຄວນ​ໃຊ້​ເຈ້ຍ​ທີ່​ມີ​ສີສົດ​ໃສ. ຖ້າ​ຈະ​ເອົາ​ຂອງຂວັນຫຼືນາມບັດ​ໃຫ້​ຜູ້​ອື່ນ​ຄວນ​ຢືນ​ໃຫ້​ດ້ວຍ​ສອງ​ມືຫຼືຖ້າ​ມືດຽວ​ແມ່ນ​ຄວນ​ຈັບ​ຢືນ​ໃຫ້​ດ້ວຍ​ມື​ຂວາ ຖື​ວ່າ​ເປັນ​ມາລະຍາດ​ທີ່​ດີ​ແລະ​ໃຫ້ກຽດ​ເຊິ່ງກັນ​ແລະ​ກັນ. ການ​ຮັບ​ຂອງຂວັນ​ຈາກ​ຄົນ​ອື່ນ​ຄວນ​ຮັບ​ດ້ວຍ​ສອງ​ມື​ແລະຖ້າ​ໄດ້​ຮັບ​ຂອງ​ຂັວນ​ແລ້ວ​ບໍ່ຄວນ​ເປີດ​ຫໍ່ຂອງຂວັນ​ທັນທີ.