Violin

(GMT+08:00) 2012-12-21 10:15:31     cri


 Violin ​ຈັດ​ເຂົ້າ​ໃນເຄື່ອງ​ດົນຕຼີປະ​ເພດ​ສາຍ ​ເຊິ່ງປະກອບ​ມີ​ທັງໝົດ​ 4 ສາຍ ທີ່​ໃຫ້​ທຳນອງ​ສຽງ​ແຕກ​ຕ່າງ​ກັນ​ໄປ ​ເຊິ່ງ Violin ຖື​ໄດ້​ວ່າ​ເປັນ​ເຄື່ອງ​ດົນ​ຕຼີປະ​ເພດ​ສາຍ​ອີກ​    ຊະນິດໜຶ່ງທີ່​ນ້ອຍ​ທີ່​ສຸ​ດ ​ເມື່ອ​ປຽບທຽບກັບ​ເຄື່ອງ​ດົນ​ຕຼີ ທີ່​ຈັດ​ເຂົ້າ​ໃນ​ຕະກູນ​ໄວ​ໂອ​ລິນ ເຊັ່ນ Viola , Cello , Double Bass

    Violin ບາງ​ຄັ້ງ​​ໄດ້ຮັບການຮ້ອງວ່າ Fiddle ຫລືວ່າ ຊໍ ສ່ວນຄຳວ່າ Violin ​ແມ່ນ​ໄດ້​ມາ​ຈາກ​ພາສາ​ລາ​ຕິນຍຸກ​ກາງ ​ໂດຍ​ມີ່​ທີ່​ມາ​ຈາກ ​​ຊໍ​ ຂອງຊາວ​ເຢຍລະ​ມັນ ​ແລະ ມີ​ຕົ້ນ​ກຳ​ເນີ​ດ​ໃນຂົງ​ເຂດ​ພາກ​ເໜືອຂອງ ​ປະ​ເທດ Italy ທີ່​ເມືອງ​ Venice ​ແລະ Genoa ​ໃນ​​ໄລຍະສະ​ຕະທີ 16 ​ຈາກ​ນັ້ນຈຶ່ງ​ໄດ້​ຂະຫຍາຍ​ມາສູ່​ເຂດ​ອາຊີ​ກາງ ​ໂດຍ​ຜ່ານ​ເສັ້ນທາງ​ການ​ຄ້າ​​ຖະໜົນສາຍ​ໄໝ

    ສ່ວນ​ໄວ​ໂອ​ລິນ ທີ່​ເກົ່​ແກ່​ທີ່​ສຸດ ​ແມ່ນ​ມີ​​ໂຄງ​ສ້າງ​ຄື​ກັນ​ກັບ Violin ​ໃນ​ຍຸກ​ປັດ​ຈຸ​ບັນ ທີ່​ປະກອບ​ດ້ວຍ 4 ສາຍ ​ເ​ຊິ່ງ​ໄດ້ຮັບການ​ປະດິ​ດຂຶ້ນ​​ໃນ​ປີ 1555 ໂດຍ Andrea Amati ຄົນ Italy ທີ່​ເປັນ​ຜູ້​ຜະລິດ Violin ຄົນທຳ​ອິ​ດ ແຕ່​ໃນ​ບາງ​ເອກະສານ ມີ​ການ​ຂຽນ​ໄວ້​ວ່າ Violin ​ໃນ​ເບື້ອງຕົ້ນ​ປະກອບ​ມີ 3 ສາຍ ທີ່​ມີ​ຊື່​ເອີ້ນ​ວ່​າ Violetta ​​ເຊິ່ງ​ເປັນ​​ເຄື່​ອງດົນ​ຕຼີທີ່​ໄດ້ຮັບຄວາມ​ນິຍົມ​ສູງ​ສຳລັບ​ນັກ​ດົນຕຼີຕາມ​ທ້ອງ​ຖະໜົນ

    ສຳລັບ​ສາຍ​ຂອງ Violin ​ໃນ​ເບື້ອງຕົ້ນ​ນັ້ນ​ແມ່ນ​ນິຍົມ​ນຳ​ເອົາ ​ໄສ້​ແກະ​ມາ​ເຮັດ​ໂດຍມີ​ຊື່​ຮ້ອງວ່າ ​ເອັນ​ແມວ ຕໍ່ມາ​ໃນ​ໄລຍະ​ສະຕະ​ວັດ 20 ຈຶ່ງ​ເລີ່​ມຕົ້ນ​ມີ​ການ​ນຳ​ໃຊ້​ອຸປະກອນ​ຊະນິດ​ອື່ນໆ ​ເຊັ່ນ​ ຜ້າ​ໄໝ ອາ​ລູມີນຽມ ຫລື ​ເຫລັກ ​ແລະ ​ໂລຫະ​ຊະນິດ​ຕ່າງໆ