ທ່ານ​ຊີ່​ຈ້ຽນກົວ​ພົບ​ປະ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ

(GMT+08:00) 2012-12-21 13:20:06     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ20ທັນວາ​ນີ້, ຢຸ່ນະຄອນຫຼວງ​ປັກ​ກິ່ງ, ​ພົນ​ໂທ​ສຊີ່ຈ້ຽນກົວ, ຮອງ​ຫົວໜ້າເສນາ​ທິການ​ໃຫຍ່​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ​ໄດ້​ຕ້ອນ​ຮັບ​ພັນ​ເອກ ​ແກ່ນ​ຈັນ ນັນທະ​ລັງສີ, ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​.

ທ່ານ​ພັນ​ເອກ ​ແກ່ນ​ຈັນ ນັນທະ​ລັງສີ ພ້ອມ​ດ້ວຍ​ຄະນະ​ແມ່ນ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີສອງ​ຂອງ​ຄະນະ​ກຳມະການການ​ຮ່ວມ​ມື​ປະສານ​ງານ​ລະຫວ່າງສອງກອງ​ທັບລາວ-ຈີນ.

ພົນ​ໂທ​ຊີ່​ຈ້ຽນກົວ​ກ່າວ​ວ່າ: "ປະ​ເທດ​ລາວ​​ແມ່ນ​ປະ​ເທດ​ທີ່​ສຳຄັນ​​ໃນອາຊີ​ອາຄະ​ເນ, ຈີນ​​ໃຫ້​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມືທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ລາວ. ຍິນ​ດີ​​ຕ້ອນຮັບເພື່ອນມິດ​ຄົນ​ລາວ​ຫຼາຍກວ່າ​ເກົ່າ​ມາ​ຢ້ຽມຢາມ​ຈີນ." ​ເມື່ອ​ກ່າວ​ເຖິງ​ການ​ພົວພັນ​ຂອງ​ສອງ​ຊາດ​ສອງ​ກອງທັບ, ​ພົນ​ໂທ​ສຊີ່ຈ້ຽນກົວກ່າວ​ວ່າ, ການ​ພົວພັນ​ລະຫວ່າງສອງ​ຊາດ​ສອງ​ກອງທັບຈີນ​ລາວ ມີ​ໄມຕີ​ຈິດ​ມິດຕະພາບອັນ​ສະໜິດ​​ແໜ້ນ ​ແລະມີ​ພື້ນຖານ​ໝັ້ນ​ແກ່ນ.

ພັນ​ເອກ​ ແກ່ນ​ຈັນ ນັນທະ​ລັງສີ​ກ່າວ​ວ່າ, ລາວ​ໃຫ້​ຄວາມ​ສຳຄັນ​ໃນ​ການປັບປຸງ​ແລະ​ຂະຫຍາຍ​ກາ​ນພົວພັນມິດຕະພາບອັນ​ເປັນ​ມູນ​ເຊື້ອລະຫວ່າງສອງ​ຊາດ​ສອງ​ກອງທັບ​ລາວ​ຈີນ, ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ຕິດ​ຕໍ່​ພົວພັນ, ປະສານ​ງານ​ແລະ​ການ​ຮ່ວມ​ມື​ກັບ​ຈີນ, ທຳ​ຄວາມ​ພະຍາຍາມ​​ເພື່ອ​ຊຸກຍູ້​​​ໃຫ້ການ​ພົວພັນ​ລະຫວ່າງສອງ​ກອງທັບລາວ​ຈີນຂະ​ຫຍາ​ຍ​ກ້າວ​ເຂົ້າ​ສູ່​ລວງ​ເລິກ.