ປະດັບ​ຫລຽນກາ​ມິດຕະພາບ​ແລະ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ​ລາວ​ໃຫ້​ແກ່​ຊ່ຽວຊານ​ຈີນ

(GMT+08:00) 2012-12-22 14:10:30     cri

ພິທີ​ປະດັບ​ຫລຽນ​ກາ​ມິດຕະພາບ​ແລະ​ມອບ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ​ລາວ​ໃຫ້​ແກ່​ບັນດາ​ຊ່ຽວຊານ​ຈີນ​ຈາກ​ພາກສ່ວນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​​ແລະ​ຈາກ​ໂຮງ ຮຽນ​ທິດ​ສະ​ດີກາ​ນ​ເມືອງ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລະ​ອົບຮົມ​ຊຸດ​ຮຽນ​ຕ່າງໆ​ໃຫ້​ແກ່​ພະນັກງານ​ການ​ນຳ​ຂອງ​ລາວ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ​ຈຳນວນ 21 ສະຫາຍ,​ໃນ​ນັ້ນ, ປະດັບ​ຫລຽນ​ກາ​ໃຫ້ 7 ສະຫາຍ​ແລະ​ມອບ​ໃບ​ຍ້ອງຍໍ​ລັດຖະບານ​ໃຫ້ 14 ສະຫາຍ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 21 ທັນວາ​ນີ້ ທີ່​ສະຖານ​ເອກ​ອັກຄະ​ລັດຖະທູດ​ສປປລາວ​ປະຈຳ​ຈີນ.

ທານ​ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະ​ລັດຖະທູດ​ສປປລາວ ປະຈຳ ສປຈີນ ຕາງຫນ້າ​ໃຫ້​ພັກ​ແລະ​ລັດຖະບານ​ລາວ​ຂຶ້ນ​ປະດັບ​ຫລຽນ​ກາ​ມິດຕະພາບ​ແລະ​ມອບ​ໃບ​ຍ້ອງຍໍ​ລັດຖະບານ, ພ້ອມ​ທັງ​ໄດ້​ປະກອບ​ຄຳ​ເຫັນ​ທົບ​ທວນຄືນ​ຜົນງານ​ການ​ປະກອບສ່ວນ​ຜ່ານ​ມາ​ຂອງ​ບັນດາ​ຊ່ຽວຊານ​ຈີນ​ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ປະກອບສ່ວນ​ຂອງ​ຊ່ຽວຊານ​ໃນ​ວຽກ​ງານ​ອົບຮົມ​ແລະ​ກໍ່ສ້າງ​ພະນັກງານ​ການ​ນຳ​ລາວ​,​ອັນ​ເປັນ​ການ​ຊ່ວຍ​ກໍ່ສ້າງ​ຊັບ​ພະຍາກອນ​ມະນຸດ​ທີ່​ສຳຄັນ​ເຊິ່​ເງປັນ​ຫນຶ່ງ​ໃນ 4 ບຸກທະລຸ​ທີ່​ກຳນົດ​ໄວ້​ໃນ​ມະຕິ 9 ຂອງ​ພັກ.

ນີ້​ແມ່ນ​ປະຕິບັດ​ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ​ແຫ່ງ​ສປປລາວ​ສະບັບເລກທີ 401/ນຍ, ລົງ​ວັນ​ທີ 4 ພະຈິກ 2011 ​ແລະ​ສະບັບ​ເລກທີ 135 ລົງ​ວັນ​ທີ 29 ກຸມພາ 2012 ວ່າ​ດ້າຍ​ກາ​ນະ​ດັບ​ຫລຽນ​ກາ​ມິດຕະພາບ​ແລະ​ມອບ​ໃບ​ຍ້ອງຍໍ​ລັດຖະບານ​ໃຫ້​ແກ່​ຊ່ຽວຊານ​ຈີນ​ຈຳນວນ 21 ສະຫາຍ.