ວາງ​ສີ​ລາ​ລຶກ​ໂຄງການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫຼວງ​ລົງມື​ຂຸດ​ບຶງ​ໃຈກາງ​ຂອງ​ໂຄງການ​ບຶງ​ທາດຫຼວງ

(GMT+08:00) 2012-12-22 14:02:44     cri


ພິທີວາງ​ສີ​ລາ​ລຶກ​ໂຄງການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫຼວງ​ໄດ້​ຈັດ​ຂຶ້ນວັນ​ທີ22ທັນວາ​ນີ້,​ ຢູ່​ນະຄອນຫຼວງ​ວຽງ​ຈັນ ​.​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ,​ຮອງ​ນາຍົກລັດຖະມົນຕີລາວ, ປະທານ​ຄະນະ​ກຳມະການ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ​ແລະ​ເຂດ​ເສດຖະກິດ​ສະ​ເພາະ​ຂອງ​ລາວ, ທ່ານ​ນາງ​ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດຈີນ​ປະຈຳ​ລາວ, ລັດຖະມົນຕີວ່າການ, ຊ່ວຍ​ວ່າການ,​ພ້ອມ​ດ້ວຍ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ​ໄດ້​ເຂົ້າ​ຮ່ວມ.

​ໂຄງການ​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫຼວງ​ແມ່ນ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ​ລາວ​ໃນ​ທ້າຍ​ປີ2011,​​ເປັນ​ໂຄງການ​ສັງ​ລວມທີ່​ບໍລິສັດ​ວ້ານ​ເຟີ່ງຈີນ​ເປັນ​ຜູ້​ລົງທຶນ​ພັດທະນາ​ແລະ​ດຳ​ເນີນ​ທຸລະ​ກິດ. ​ໂຄງການ​ນີ້​ຕັ້ງ​ຢູ່​ດິນ​ທາມ​ບຶງ​ທາດຫຼວງ​ຂອງ​ນະຄອນຫຼວງ​ວຽງ​ຈັນ, ຢູ່​ໃກ້​ກັບພະ​ທາດຫຼວງ,​ຕະຫຼາດ​ຫຼັກ​ຊັບ, ​ແລະ​ສູນ​ວາງ​ສະ​ແດງ​ສາກົນ, ມີ​ເນື້ອ​ທີ່​ທັງ​ໝົດ365​ເຮັກຕາ,​​ເນື້ອທີ່​ປຸກສ້າງ​ມີ120​ເຮັກຕາ.​ຫຼັງ​ຈາກ​ໂຄງການ​ນີ້ສ້າງ​ສຳ​ເລັດ​ແລ້ວ, ຈະ​ກາຍ​ເປັນ​ເຂດ​ໃຈກາງ​ເມືອງ​ແຫ່ງ​ໃໝ່​ຂອງ​ນະຄອນຫຼວງ​ວຽງ​ຈັນ,​ ​ໂດຍ​ຖື​ບຶງ​ທີ່​ຂຸດ​ໃໝ່​ເປັນ​ຈຸດໃຈກາງ, ກ່າວ​ເນັ້ນ​ເຖິງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ແລະ​​ເປັນ​ເຂດ​ໜຶ່ງ​ທີ່​ມີ​ບົດບາດ​ຫຼາຍ​ດ້ານ,​ ​ແລະ​ມີ​ສະພາບ​ແວດ​ລ້ອມ​ທີ່​ສວຍ​ງາມ.