ອັງກໍວັດບູຮານແມ່ນຈຸດເລືອກຕົ້ນຕໍຂອງນັກທ່ອງທ່ຽວທີ່ມາທ່ອງທ່ຽວກຳປູເຈຍໃນແຕ່ລະເທື່ອ. ແຂກຄົນມາແຫ່ງນີ້ເພື່ອຢ້ຽມຊົມກຸ່ມບູຮານສະຖານ ພະລາດຊະວັງເກົ່າ ແລະ ວິຫານທີ່ໃຫຍ່ໂຕ ຊຶ່ງແມ່ນແຫ່ງທີ່ໄດ້ຮັບຖືວ່າເປັນສິ່ງຍອດຢ້ຽມຂອງສິລະປະ ແລະ ສະຖາປັດຕະຍະກຳຂອງຂະແມ.
ອັງກໍວັດຕັ້ງຢູ່ຫ່າງຈາກນະຄອນຫລວງພະນົມເປັນ ໄປທາງທິດເຫນືອປະມານ 240 ກິໂລແມັດ, ໄດ້ຮັບການກໍ່ສ້າງໃນສະໄຫມເຈົ້າຊີວິດ Surja warman II (1113 - 1150) ຊຶ່ງແມ່ນໄລຍະທີ່ວັດທະນະທຳຂອງຂະແມພັດທະນາຈະເລີນຮຸ່ງເຮືອງທີ່ສຸດ. ໃນເບື້ອງຕົ້ນ ອັງກໍວັດໄດ້ຮັບການກໍ່ສ້າງເພື່ອຈຸດປະສົງແມ່ນເພື່ອໃຊ້ເປັນສະຖານທີ່ ແລະ ຫໍບູຊາເທວະດາ VisNu ຂອງສາສະຫນາຮີນດູ. ຫລັງຈາກນັ້ນ ເມື່ອລາຊະວົງຂະແມເຊື່ອຖືສາສະຫນາພຸດ, ອັງກໍວັດຈຶ່ງກາຍເປັນວັດວາເພື່ອເຄື່ອນໄຫວພິທີການ ແລະ ເປັນບ່ອນໄຫວ້ບູຊາຂອງສາສະຫນາພຸດ. ໂດຍຕັ້ງຢູ່ໃນບໍລິເວນເນື້ອທີ່ດິນກວ້າງປະມານ 200 ເຮັກຕາ, ອັງກໍວັດ ມີທາດ 5 ແຫ່ງ: ທາດຕົ້ນຕໍຢູ່ໃຈກາງມີລວງສູງ 65 ແມັດ, 4 ທາດສຳຮອງມີລວງສູງ 40 ແມັດ. ອັງກໍວັດລວມມີ 3 ຊັ້ນ, ຍິ່ງຂຶ້ນສູງເທົ່າໃດຍິ່ງນ້ອຍລົງເທົ່ານັ້ນ ແລະ ປຽບເໝືອນຮູບຈຳລອງຂອງ " ພູຈັກກະວານ Meru " ຂອງຊາວ ອິນເດຍ. ວັດຖຸກໍ່ສ້າງວັດທັງໝົດລ້ວນແຕ່ກໍ່ສ້າງດ້ວຍໂງ່ນຫີນໃຫຍ່ທີ່ສັບຊ້ອນກ່າຍກອງກັນຂື້ນ ໂດຍບໍ່ນຳໃຊ້ປູນຊາຍ ຫລື ຊີມັງຈັກໜ້ອຍເພື່ອເປັນທາດຕິດເຊື່ອມຫີນແຕ່ລະກອ້ນເຂົ້າກັນ.
" ອັງກໍວັດ ແມ່ນຜົນງານຂອງສະຖາປັດຕະຍະກຳຍິ່ງສະຫງ່າລາສີຂອງລະບອບ ຂະແມ, ອັນໄດ້ສະແດງໃຫ້ເຫັນລະດັບການພັດທະນາຢ່າງກະໂດດຂັ້ນກ່ຽວກັບດ້ານສະຖາປັດຕະຍະກຳ. ໃນສະໄໝນັ້ນ, ດ້ານເຕັກນິກ, ຮູບແບບສະຖາປັດຕະຍະກຳຢູ່ໃນໂລກຍັງຖືກຈຳກັດຢູ່, ເລື່ອງນຳໃຊ້ຫີນມີລັກສະນະຄ້າຍຄືກັບການນຳໃຊ້ໄມ້, ບັນດາສະຖາປັດຕະຍະກຳທີ່ເປັນຮູບເຄິ່ງວົງມົນ ແລະ ຈອມທາດຮູບໂກ່ງຂອງຊາວຂະແມ ແມ່ນບັນດາເຕັກນິກທີ່ພວກເຮົາຍັງບໍ່ທັນເຫັນຈັກເທື່ອ ຊຶ່ງເຮັດໃຫ້ທຸກຄົນຕ້ອງແປກປະຫລາດໃຈແລະ ຕົກສະເງີ້ ".
ໃນວັດໃຫຍ່ປະກອບມີ 398 ຫ້ອງ ດ້ວຍສິລະປະແກະ, ຄວັດສະລັກຫີນຢູ່ເທິງເພດານ, ລະບຽງ ແລະ ເຊຍ. . . ເມື່ອເຂົ້າໃນຫ້ອງໃຫຍ່ນັ້ນ, ນັກທ່ອງທ່ຽວຈະຮູ້ສຶກຕົກສະເງີ້ຕໍ່ຄວາມສະຫງ່າລາສີ ແລະ ຄວາມລະອຽດອ່ອນຍອດຢ້ຽມຂອງອັງກໍວັດ. ບັນດາລວດລາຍທີ່ປະດັບປະດາຢູ່ເທິງຫີນຄື: ຮູບປັ້ນພະເຈົ້າ, ນາງທໍລະນີ, ໄຜ່ຫລວງ ແລະ ຮູບດອກບົວແມ່ນສອ່ງແສງເຖິງເລື່ອງ Ramayyana ແລະ Mahabharata ທີ່ມີຊີວິດຊີວາ.
ຢູ່ອ້ອມແອ້ມອັງກໍວັດ, ມີຂຸມຄອງອ້ອມຮອບ, ຢູ່ດ້ານນອກແມ່ນກຳແພງທີ່ມີຫນອງຫລາຍແຫ່ງ. ດ້ວຍການອອກແບບຢ່າງກົມກຽວ ແລະ ມີຂອບຂະຫນາດໃຫຍ່, ຢູ່ພາຍໃນກຳແພງມີລວງກວ້າງເກືອບ 84.000 ຕາແມັດ. ຢູ່ນີ້ແມ່ນເມືອງຫລວງເກົ່າຂອງຈັກກະພັດຂະແມ, ແຕ່ໃນສັດຕະວັດທີ 15 ຍ້ອນເກີດສົງຄາມ ແລະ ໂລກລະບາດເກີດຂຶ້ນຢ່າງຮ້າຍແຮງ ໄດ້ເຮັດໃຫ້ບັນດາເຈົ້າຊີວິດ, ຂຸນນາງຂະແມຕ້ອງຍ້າຍນະຄອນຫຼວງໄປພະນົມເປັນ, ເຂດນີ້ຈຶ່ງຄ່ອຍໆຖືກປ່າດົງດີບປົກຄຸມໄປທ່ົວ ແລະ ຖືກມະນຸດຫລົງລືມໄປໃນຫລາຍສັດຕະວັດ. ແລະ ຮອດປີ 1860 ທ່ານ Henri Mouhot ຊຶ່ງແມ່ນນັກບູຮານຄະດີ ຄົນຝລັ່ງ ໄດ້ຊອກເຫັນອັງກໍວັດ. ດ້ວຍບັນດາຄຸນຄ່າດ້ານສິລະປະສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະນັ້ນ.
ອັງກໍວັດໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກເມື່ອປີ 1993. ແລະດ້ວຍການຊ່ວຍເຫລືອຈາກປະຊາຄົມໂລກ, ລັດຖະບານ ກຳປູເຈຍໄດ້ອະນຸຍາດໃຫ້ດຳເນີນການປັບປຸງປະຕິສັງຂອນເຂດປູຊະນີຍະສະຖານ ແລະ ແຕ່ລະປີ ອັງກໍວັດດຶງດູດນັກທ່ອງທ່ຽວນັບລ້ານຄົນທີ່ມາຈາກທຸກສາລະທິດໃນໂລກມາຢ້ຽມຢາມ. ອັງກໍວັດແມ່ນວັດພູແຫ່ງຫນຶ່ງດຽວຢູ່ກຳປູເຈຍມີທາງເຂົ້າຢູ່ທິດຕາເວັນຕົກ. ສະນັ້ນ ອ້າຍ ຈັນດາ ຜູ້ນຳທ່ຽວຊາວກຳປູເຈຍໃຫ້ຮູ້ວ່າ: ຈຳນວນນັກທ່ອງທ່ຽວມາຊົມອັງກໍວັດຫລາຍສຸດແມ່ນໃນຍາມອາລຸນເມື່ອແສງແດດອ່ອນສາດສ່ອງລົງທົ່ວບໍລິເວນອັງກໍວັດ.
" ມາກຳປູເຈຍໄປຍັງຊຽມຮຽບ ແລະ ຢ້ຽມຢາມອັງກໍວັດໃຜກໍ່ຢາກເບິ່ງດວງຕາເວັນຢູ່ເທິງຈອມທາດອັງກໍວັດ. ນັບແຕ່ຮຸ່ງເຊົ້ານັກທ່ອງທ່ຽວທີ່ມາຈາກສາລະທິດພາກັນມາເຕົ້າໂຮມຢູ່ຕໍ່ຫນ້າຫນອງດອກບົວເພື່ອຮັບຊົມແສງສະຫວ່າງທຳອິດຈາກເງົາມືດ. ຄວາມຮູ້ສຶກນັ້ນຍາກທີ່ພັນລະນາໄດ້."
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |