ທ່ານ ດຣ ທອງຄຳ ອ່ອນມະນີສອນ​ ແມ່ນ​ນັກຂຽນຄົນ​ທຳ​ອິດ​ຂອງ​ລາວ​ທີ່​ໄດ້​ຮັບ​ລາງວັນ "​ ຊີ​ໄຣ "

(GMT+08:00) 2012-12-24 14:44:02     cri

ລາງວັນ ຊີ​ໄຣ ມີ​ຊື່​ເຕັມ​ວ່າ​ລາງວັນ​ວັນນະກຳສ້າງສັນຍອດ​ຢ້ຽມ​ແຫ່ງ​ອາຊຽນ(Southeast Asian Writers Award) ​ເລີ່​ມກໍ່ຕັ້ງ​ເມື່ອ​ປີ ຄສ 1979, ​ເປັນ​ລາງວັນ​ປະຈຳ​ປີ​ມອບ​ໃຫ້​ນັກ​ກະວີ​ແລະ​ນັກຂຽນ​ໃນ 10 ປະ​ເທດ​ອາຊຽນ ​ໃນ​ປັດຈຸບັນ.

ໂດຍ​ຜົນງານ​ຂຽນທີ່​ໄດ້​ຮັບ​ລາງວັນ​ເປັນ​ຜົນງານ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ຢ່າງ​ກວ້າງຂວາງ​ແລະ​ມີ​ຜົນງານ​ການ​ຂຽນຫຼາຍຮູບ​ແບບ​ທີ່​ໄດ້​ລາງວັນ​ເຊັ່ນ​: ກະວີ​ນິພົນ, ​ເລື່ອງ​ສັ້ນ, ນະວະນິຍາຍ, ລະຄອນ​ເວທີ, ຄະຕິ​ຊົນ​ວິທະຍາ ລວມທັງ​ຜົນງານ​ການ​ຂຽນທາງ​ດ້ານ​ສາລະ​ຄະດີ ​ແລະ​ຜົນງານ​ການ​ຂຽນທາງ​ສາສະໜາອີກ​ດ້ວຍ.


 ພິທີການ​ມອບ​ລາງວັນ​ຈະ​ຈັດ​ຂື້ນ​ຢູ່​ທີ​ນະຄອນຫຼວງບາງ​ກອງ, ປະ​ເທດ​ໄທນັບ​​ແຕ່​​​ໄດ້ມີ​ການກໍ່ຕັ້ງ​ລາງວັນ​ຊີ​ໄຣຂື້ນ, ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​​ເວັນ​ອອກ​ສຽງ​ໃຕ້​ປະກອບ​ມີ 5 ປະ​ເທດ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ຟີ​ລິບ​ປິນ, ສິງ​ກະ​ໂປ​ ແລະ​ໄທ, ຕໍ່ມາ​ປີ 1984 ບຼູ​ໄນ​ເຂົ້າ​ເປັນ​ສະມາຊິກ, ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ປີ 1995 , ລາວ​ແລະ​ມຽນມາ​ເຂົ້າ​ເປັນ​ສະມາຊິກ​ໃນ​ປີ 1997 ​ແລະ​ກຳປູ​ເຈຍ​ເຂົ້າ​ເປັນ​ສະມາຊິກ​ໃນ​ປີ 1999.


ທ່ານ ດຣ ທອງຄໍາ ອ່ອນມະນີສອນເປັນນັກກະວີທີມີສາຍຕາແຫຼມຄົມຂຽນ ບົດກະວີໄດ້ເລິກເຊິ່ງ ກິນໃຈຜູ້ອ່ານ ໃຊ້ສັບພາສາລ່ຽນໄຫຼ ມ່ວນອອນຊອນ ມີຄວາມສຳນານໃນວາດຂຽນແບບສຳຜັດ ພະຍັນຊະນະໄດ້ຢ່າງກົມກືນ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ທ່ານເປັນນັກກະວີທີ່ໂດດເດັ່ນທ່ານໜຶ່ງໃນວົງການກະວີລາວ, ເມື່ອມີການປະກວດຍາມໃດທ່ານ ດຣ ທອງຄຳ ອ່ອນມະນີສອນ ໄດ້ສົ່ງບົດເຂົ້າຮ່ວມແລ້ວຈະໄດ້ຮັບລາງວັນທີ 1 ທຸກເທື່ອ.

ທ່ານ ດຣ ທອງຄໍາ ອ່ອນມະນີສອນ ມີຜົນງານບົດກະວີລົງພິມໃນໜ້າໜັງສືພິມແລະວາລະສານຕ່າງໆ ເປັນຈຳນວນຫຼວງຫຼາຍ ແລະຍັງມີຜົນງານພິມເປັນເຫຼັ້ມຮ່ວມກັບນັກກະວີທ່ານອື່ນ ແລະຜົນງານດ້ານການຄົ້ນຄວ້າຮຽບຮຽງ ແລະຂຽນເປັນປື້ມຢ່າງຫຼວງຫຼາຍເຊັ່ນ: " ອຸທິຍານກະວີ " 1984, " ໄປຕາມທາງຂອງພັກ " 1984, " ຫອມກິ່ນຈຳປາ " 1987 (ຮ່ວມກັບນັກກະວີທ່ານອື່ນໆ), " ວັດຈະນານຸກົມລາວ " 1992, "ຮັກຈາກໃຈ "1995, "40 ປີມະຫາໄຊ"1995, " ບັນທຶກໃນຄຸກຂອງປະທານໂຮ່ຈິມິນ " 1995 (ແປເປັນກອນລາວ), " ສຸພາສິດສອນໃຈ "​ເຫຼັ້ມ 1 ປີ 1995, ​ເຫຼັ້​ມ 2 ປີ 1996, " ພູມ​ປັນຍາສຽວສະຫວາດ " 1997, " ນິທານ​ສຸພາສິດ 39 ​ເລື່ອງ " 1997, " ພາສາ​ລາວ ສັບ​ແລະ​ຄວາມໝາຍ " 1997, "​ ເພື່ອ​ຮັກ​ເພື່ອ​ນາງ " 1998, " ມໍລະດົກ​ລຳ​ສີ​ພັນ​ດອນ -ລຳ​ໂສມ" 1998, " ປະທີບ​ໃຈ " 1999, "​ ເສັ້ນທາງ​ສາຍ​ທໍາ " 2000, " ຊີ​ໄຣລ້ຳ​ລຶກ " 2000, " ຄົມ​ເດັດ ​ເຜັດ​ເຄັມ " 2004, ບົດບາດ​ນາງ​ ສຸ​ມຸນທາ-​ໄຟ​ປັນຍາ​ສິນ​ໄຊ ​ເຂົ້າ​ພິມ​ໃນ​ປີ 2011.
   ທ່ານ ດຣ ທອງໍາຄໍາ ​ອ່ອນ​ມະນີ​ສອນ ​ແມ່ນ​ນັກຂຽນຄົນ​ທຳ​ອິດ​ຂອງ​ລາວ​ທີ່​ໄດ້​ຮັບ​ລາງວັນ "​ ຊີ​ໄຣ " ລາງວັນ​ວັນນະກຳ​ສ້າ​ງສັນ​ຍອດ​ຢ້ຽມ​ແຫ່ງ​ອາຊຽນ​ໃນ​ປີ 1998 ຈາກ​ບົດ​ກະວີ " ນ້ຳຕາ​ແມ່ " ຢູ່​ໃນ​ຊຸດ" ​ເພື່ອ​ຮັກ​ເພື່ອ​ນາງ "

    ປີ 2008 ທ່ານ ດຣ ທອງຄໍາ ​ອ່ອນ​ມະນີ​ສອນ ​ໄດ້​ຮັບ​ລາງວັນ​ແມ່​ນ້ຳຂອງ, ລາງວັນ​ວັນະ​ກຳສ້າງສັນ​ດີ​ເດັ່ນ​ຂອງ​ສາມ​ຊາດ​ອິນດູຈີນ(ລາວ-ຫວຽດນາມ​ແລະ​ກຳປູ​ເຈຍ​), ​ແລະ​ໃນ​ປີ 2010 ​ໄດ້​ຮັບ​ນາມມະຍົດ​ເປັນ​ສິນລະປິນ​ແຫ່ງ​ຊາດ​ສາຂາ​ວັນນະກຳ.
             ນ້ຳຕາ​ແມ່
    (ລາງວັນ​ທີ່​ໄດ້​ຮັບ​ລາງວັນ​ຊີ​ໄຣປະຈຳ​ປີ 1998)
 
​ແມ່ນີ້​ສຸດ​ທີ່ກັ້ນ​ເກື່ອນ​ນ້ຳ         ຕາ​ໂສກ​ລົງ​ອົກ​ ລູກ​ເອີຍ!
ມັນ​ຫາກ​ນອງ​ຫຼາມ​ໄຫຼ           ຫຼັ່ງລົງ​ລິນ​ແກ້ມ
​ແນມ​ຄືນຫຼັງຫຼຽວ​ເມືອໜ້າ         ຄະນິງ​ຫາ​ເຫັນ​ອາ​ດີດ
ຄື​ມີດ​ຄົມ ຄວັດ​ຄ້ວານ           ຂັດ​ໄວ້​ລະຫວ່າງ​ຊວງ​ ນີ້​ເດ
ດວງ​ໃຈ​ແມ່​ມອບ​ໃຫ້             ອາ​ໄລ​ລູກ​ບຸດຕີ
ມີ​ທຸກແສນ​ທີ່ຖົມ                ທັບ​ມາບໍ່ຍອມ​ຢ້ານ
ທຸກ​ເມື່ອ​ຊອມ​ຖະໜອມນ້ອຍ       ຄອຍ​ອອຍ​ອ້ອຍ​ອິ່ນ
ອິນ​ທະ​ຫວາລູກຫຼ້າ             ​ ໃຫ່ຍມາ​ລືມ​​ແມ່​ໄດ້
                       ນາງ​ສັງ​ປີ້​ນປ່ຽນ​ໃຈ.