Jane ZhangຫລືZhang Liang Ying

(GMT+08:00) 2012-12-24 14:55:59     cri


ນັກ​ຮ້ອງຍິງຈາກ ​ເຊິ​ງຕູ່ ​ແຂວງ​ ເສສວນ ​ທີ່ ​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃ​ຕ້ຂອງ​ປະ​ເທດ​ຈີນ ໄວ​ອາ​ຍຸ 28 ປີ ເປັນ​ທັງ​ນັກ​ຮ້ອງ ​ແລະ ນັກ​ແຕ່ງ​ເພງ ​ໂດຍ​ຂັບ​ຮ້ອງ​ໃນ​ແນວ​ເພງ ​Mandopop Hip-Hop ​​​​ແລະ R & B 


Jane Zhang ​ເກີດ​ໃນ​​ເມືອງ ​ ​ໃນວັນ​ທີ 11 ​ເດືອນຕຸລາ ປີ 1984 ເປັນ​ນັກ​ຮ້ອງ​ທີ່ຜ່ານ​ການ​ປະ​ກວດ​ຮ້ອງ​ເພງ​​ໃນ​ເວທີລະດັບ​ຊາດ ​ ທີ່ສາມາດ​ຄ້ວາ​ໄດ້ລາງວັນ​ ໃນອັນ​ດັບທີ3 ​ຈາກການ​ປະ​ກວດ​ຮ້ອງ​ເພງ ​​ໃນເວທີ Super Girl Contest ​ໃນ​ປີ 2005 ຕະຫຼອດ​ໄລຍະ​ໃນ​ການ​ດຳ​ເນີນ​ການ​ແຂ່ງຂັນ Jane Zhang ນອກຈາກ​ຂັບ​ຮ້ອງ​ໃນ​ບົດ​ເພງທີ່​ເປັນ ​ພາສາ​ຈີນກາງແລ້ວ ຍັງ​ສະ​ແດງ​ຄວາ​ມສາມາດພິ​ເສດຮ້ອງ​ເພງທີ່​ເປັນ​ພາສາ ​ແອັສະ​ປາຍ ພາສາ ອັງ​ກິດ ​ ພາ​ສາຈີນກາງ  ແລະ ພາສາ​ຈີນກວາງ​ຕຸ້ງຫຼັງຈາກ​ນັ້ນ ກໍ​ໄດ້​ມີ​ອະ​ລະ​ບ້ຳ The One ​ເຊິ່ງ​ແມ່ນ​ຜົນງານ​ຊຸດ ທຳ​ອິດ​ອອກ​ມາ​ໃນ​ປີ 2006 ທີ່​ຄວບ​ຄຸມ​ການ​ຜະລິດ ​ໂດຍ Craig William ຕໍ່ມາ​ກໍ​ໄດ້​ຮັບ​​ໂອກາດ​ເຂົ້າ​ຮ່ວມ​ຮ້ອງ​ເພງ ​ໃນ​ງານ​ຄອນ​ເສີດ​ການ​ກຸສົນ ​ເພື່ອ​ສັນຕິພາບ​ຂອງ​​ໂລກ ​ແລະ ​ເພື່ອ​ເປັນ​ການ​ລະດົມ​ທຶນ ສຳລັບ​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ສິດທິ​ມະນຸ​ດ ກັບ​ງານ World Peace Onc Concert  ນັບ​ແຕ່​ການ​ເປັນ​ນັກ​ຮ້ອງ​ມາ Jane zhang ມີ​ອະລະ​​ຢູ່​ທັງໝົດ 5 ອະ​ລະ​ບ້ຳ​ດ້ວຍ​ກັນ ​ແລະ ອະ​ລະ​ບ້ຳ​ລ່າ​ສຸດ Reform ​ຖືກ​ປ່ອຍ​ອອກ​ມາ ​ໃນ​ປີ 2011