10 ຄວາມ​ຊິນ​ເຄີຍ​ບໍ່​ດີ​ສົ່ງ​ຜົນ​ຕໍ່​ສະໝອງ

(GMT+08:00) 2012-12-25 10:04:21     cri
ບໍ່​ກິນ​ເຂົ້າ​ເຊົ້າ, ​ເພາະ​ເຂົ້າ​ເຊົ້າ​ເປັນ​ຄາບ​ທີ່​ສໍາຄັນ​ທີ່​ສຸດ ຖ້າ​ໃຜ​ບໍ່​ກິນ​ຈະ​ມີ​ນໍ້າຕານ​ໃນ​ເລືອດ​ໜ້ອຍກວ່າ​ປົກກະຕິ, ຈື່ງ​ເຮັດ​ໃຫ້​ອາຫານ​ໄປ​ລ້ຽງ​ສະ​ໝອງ​ບໍ່​ພຽງພໍ ​ແລະ​ມີ​ຜົນ​ໃນ​ໄລຍະ​ຍາວ ​ແມ່ນ​ເຮັດ​ໃຫ້​ສະໝອງ​ເຊື່ອມ​ສະມັດຖະພາບ.

ກິນ​ຫຼາຍ​ເກີ​ນ​ໄປ, ຖ້າ​ກິນ​ອາຫານ​ຫຼາຍ​ຈົນ​ເກີນ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ ​ເຖິງ​ຈະ​ມີ​ອາຫານ​ໄປ​ລ້ຽງ​ສະໝອງ​ຫຼາຍ​ເກີ​ນ​ໄປ,​​ ແຕ່​ມັນ​ກໍ່​ເຮັດ​ໃຫ້​ສະໝອງ​ເຮັດ​ວຽກ​ບໍ່​ໄດ້​ດີ ຫຼື​ຄິດ​ຫຍັງ​ອອກ​ຊ້າ​ກວ່າ​ປົກກະຕິ.

ສູບຢາ, ​ໄດ້ຜົນ​ຈາກ​ການ​ວິ​ໄຈ​ແລະ​ພິສູດ​ຢ່າງ​ຈະ​ແຈ້ງ​​ແລ້ວ​ວ່າ: ການ​ສູບຢາ​ເຮັດ​ໃຫ້​ສະໝອງ​ນ້ອຍ​ລົງ​ແລະ​ເຮັດ​ໃຫ້​ຄວາມ​ຈໍາ​ເສື່ອ​ມຈົນ​ມັກ​ຫຼົງ​ລືມ​ງ່າຍ.
ກິນ​ນໍ້າຕານ​ຫຼາຍ​ເກີນ​ໄປ, ຈະ​ເຮັດ​ໃຫ້​ຮ່າງກາຍ​ດູດ​ຊືມ​ໂປຣຕີນ​ໄດ້​ໜ້ອຍ​ລົງ ​ເຮັດ​ໃຫ້​ຮ່າງກາຍ​ຮັບ​ອາຫານ​ໄດ້​ບໍ່​ຄົບ 5 ໝວດ ​ແລະ​ຈະ​ມີ​ຜົນ​ກະທົບ​ຕໍ່​ການຈະ​ເລີ​ນ​ເຕີບ​​ໃຫຍ່​ຂອງ​ແຊນ​ສະໝອງ.

ອາກາດ​ທີ່​ເປັນ​ພິດ, ສະໝອງ​ເປັນ​ແລ່ງ​ທີ່​ຕ້​ອງການ​ອົກ​ຊີ​ແຊນ​ຫຼາຍ​ທີ່​ສຸດ ​ໃນ​ຮ່າງກາຍ​ຖ້າ​ເຮົາ​ຫາຍ​ໃຈ​ເອົາ​ອາກາດ​ທີ່​ບໍ່ບໍລິ​ສຸດ​ເຂົ້າ​ໄປ​ຫຼາຍໆ ຈະ​ເຮັດ​ໃຫ້​ອົກ​ຊີ​ແຊນ​ໃນ​ສະ​ໝອງ​ບໍ່​ພຽງ​ພໍ, ຈື່ງ​ຫຼຸດ​ປະສິດທິພາບ​ການ​ຮັດ​ວຽກ​ຂອງ​ສະໝອງ.

ນອນ​ຫຼັບ​ພັກຜ່ອນ​ບໍ່​ພຽງພໍ, ການ​ນອນ​ຫຼັບ​ເຮັດ​ໃຫ້​ສະ​ໝອງ​ໄດ້​ພັກຜ່ອນ, ການ​ນອນ​ໜ້ອຍ​ໃນ​ໄລຍະ​ຍາວ​ຈະ​ເຮັດ​ໃຫ້​ແຊນ​ສະ​ໝອງ​ຕາຍ​ໄວ.ນອນ​ເອົາ​ຜ້າ​ຮົ່ມ​ປົກ​ຫົວ, ການ​ນອນ​ເອົາ​ຜ້າ​ຮົ່ມ​ປົກ​ຫົວ​ຫຼື​ມີ​ສິ່ງ​ໃດ​ສິ່ງ​ໜື່ງຫໍ່​ແລະ​ຫຸ້ມ​ໄວ້​ໃນ​ເວລາ​ນອນ, ຈະ​ເປັນ​ການ​ເພີ່ມ​ອາຍ​ກາກ​ໂບນິກ, ຫຼື​ຫຼຸດ​ອົກ​ຊີ​ແຊນ ​ເຊິ່ງຈະ​ມີ​ຜົນ​ກະທົບ​ເຮັດ​ໃຫ້​ລົງ​ລືມ​ຫຼື​ຄິດ​ຫຍັງ​ບໍ່​ອອກ.

ເຮັດ​ວຽກ​ຫຼື​ຮຽນ​ໜັງສືຫຼາຍ​ຕອນ​ບໍ່​ສະບາຍ, ຕອນ​ບໍ່​ສະບາຍ​ຖ້າ​ທ່ານ​ໃຊ້​ສະ​ໝອງ​ຫຼາຍ​ເທົ່າ​ໃດ ກໍ​ແຮງ​ເປັນ​ການ​ທໍາລາຍ​ແຊນ​ສະໝ​ອງຫຼາຍ​ເທົ່າ​ນັ້ນ.ພະຍາຍາມ​ກະຕຸ້ນ​ສະ​ໝອງ, ​ໂດຍ​ການ​ໃຊ້​ສະ​ໝອງ​ຄົ້ນ​ຄິດ, ຢ່າ​ແລ່ນ​ໜີ​ປັນຫາ, ຈົ່ງ​ຫາ​ທາງ​ແກ້​ໄຂ​ປັນຫາ​ເພາະ​ພົບ​ປັນຫາ​ຫຼາຍ​ ສະໝອງ​ກໍ່​ຕ້ອງ​ເຮັດ​ວຽດຫຼາຍໆ ​ເຊິ່ງການ​ກະ​ຕຸ້ນ​ນີ້​ຈະ​ຊ່ວຍ​ພັດທະນາ​ແຊນ​ສະໝອງ​ໄດ້.

ບໍ່​ມັກ​ເວົ້າ, ການ​ໝັ່ນ​ປາກ​ໝັ່ນ​ເວົ້າ​​ເປັນ​ອີກ​ໜື່ງປັດ​ໄຈ ທີ່​ເຮັດ​ໃຫ້​ສະ​ໝອງ​ໄດ້​ອອກ​ກໍາລັງ​ກາຍ, ​ເນື່ອງ​ຈາກ​ຕ້ອງ​ຄົ້ນ​ຄິດ​ຄໍາ​ເວົ້າ​ທີ່​ຈະ​ເວົ້າ​ອອກ​ມາ ​ເຊິ່ງກໍ່​ແມ່ນ​ໜື່ງວິທີ​ໃນ​ການ​ບໍລິຫານ​ສະ​ຫມອງ, ​ແຕ່​ບໍ່​​ໄດ້​ໝາຍ​ຄວາມ​ວ່າ​ໃຫ້​ເວົ້າ​ໄປ​ທົ່ວ​ຫຼື​ເວົ້າ​ເລື່ອງ​ບໍ່​ມີ​ປະ​​ໂຫຍ​ດ, ​ແຕ່​ຄວນ​ເວົ້າ​ເລື່ອງ​ທີ່​ໜ້າ​ສົນ​ໃຈ, ​ໃຫ້​ຄວາມ​ຮູ້ຕ່າງ​ໆ.