10 ອັນ​ດັບ​ນໍ້າຕົກ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-12-25 10:08:47     cri

ອັນ​ດັບ​ທີ 10, ນໍ້າ​ຕົກ (jog falls) ນໍ້າຕົກ​ຈ໋ອກມີ​ຄວາມ​ສູງ 253 ​ແມັດ, ນໍ້າຕົກ​ນີ້​ເກີດ​ຈາກ​​ແມ່​ນໍ້າ sharsvsthi ​ເປັນ​ນໍ້າຕົກ​ທີ່​ສູງ​ທີ່​ສຸດ​ໃນ​ປະ​ເທດ​ອິນ​ເດຍ ຕັ້ງ​ຢູ່​ເມື​ອງ shimoga ລັດ kanataka ປະ​ເທດອິນ​ເດຍ.

ອັນ​ດັບ​ທີ 9, ຫວງ​ກົ່ວ​ຊູ້ (haungguoshu falls) ຢູ່​ແຂວງ​ກຸ້ຍ​ໂຈ, ​ເປັນ​ນໍ້າ​ຕົກ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ຈີນ, ນໍ້າຕົກ​​ແຫ່ງ​ນີ້​ມີ​ຄວາມ​ກວ້າງ 50 ​ແມັດ, ສູງ​ເຖິງ 75 ​ແມັດ ​ແຕ່ລະ​ປີ​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຊົມ​ນໍ້າຕົກ​ແຫ່ງ​ນີ້​ເປັນ​ຈໍາ​ນວນຫຼວງ​ຫຼາຍ ຜູ້​ທີ່​ໄປ​ທ່ຽວຊົມ​ສາມາດ​ຢ່າງ​ຜ່ານ​ລອດ​ມ່ານ​ນໍ້າຕົກ​ໂດຍ​ບໍ່​ປຽກ.

 ອັນ​ດັບ​ທີ 8, ນໍ້າ​ຕົກ (gullffoss falls) ​ເປັນ​ນໍ້າຕົກ​ທີ່​ມີ​ຊື່ສຽງ​ແຫ່ງ​ໜື່ງ​ໃນ​ຈໍາ​ນວນ​ສະຖານ​ທີ່​ທ່ອງ​ທ່ຽວ​ຫຼາຍໆ​​ແຫ່ງ​ຂອງ​ປະ​ເທດ​ນີ້, ​​ແລະ​ຍັງ​ຈັດ​​ເປັນ​ 1 ໃນ​ 3 ຢູ່​​ໃນໄອ​ແລນ​ຈັດ​ໃຫ້​ຢູ່​ໃນ ( ວົງ​ກົມ​ຄໍາ ) ຜູ້​​ໃດ​ທີ່​ໄປ​ຢາມ​ໄອ​ແລນ​ຕ້ອງ​ໄປ​ທ່ຽວ​ຊົມ​ນໍາ​ຕົກ​ແຫ່ງ​ນີ້, ບໍລິ​ເວນ​ນໍ້າຕົກ​​ແຫ່ງ​ນີ້​ມີ​ເນື້​ອທີ່​ປະມານ 1 ກິ​ໂລ​ແມັດ,​ ​ແລະ​ຄ່ອຍໆ​ຫັກ​ເປັນ​ມູມ​ໂຄ້ງ​ຄ້າຍ​ຄື​ກັບ​ຂັ້ນ​ໃດ 3 ຂັ້ນ​ຂັ້ນ​ທີ​ສອງ​ລະດັບ​ຂອງ​ນໍ້າຕົກ​ສູງ 11 ​ແມັດ, ຂັ້ນ​ທີ​ສອງ​ນໍ້າຕົກ​ສູງ 21 ​ແມັດ.

    ອັນ​ດັບ​ທີ 7, ນໍ້າຕົກ​ເຕີ​ທ່ຽນ (de tian falls), ຕັ້ງ​ຢູ່​ລະຫວ່າງ​ກາງ​ຊາຍ​ແດນ​ຂອງ​ປະ​ເທດ ສປ. ​ຈີນ​ ກັບປະ​ເທດ​ ສສ. ຫວຽດນາມ, ນໍ້າຕົກ​ແຫ່ງ​ນີ້​ມີ​ຄວາມ​ກວ້າງ 100 ​ແມັດ, ​ເລິກ 60 ກວ່າ​ແມັດ, ຄວາມ​ສູງ​ລຸດ​ລື່ນກັນ​ປະມານ 50 ​ແມັດ. ​ເປັນ​ນໍ້າຕົກ​ທໍາ​ມະ​ຊາດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກສຽງ​ໄຕ້ແລະ​ເປັນ​ນໍ້າຕົກ​ລະຫວ່າງ​ປະ​ເທດ​ທີ່​ໃຫຍ່​​ເປັນ​ອັນ​ດັບ​ສ​ອງຂອງ​ໂລກ.


ອັນ​ດັບ​ທີ6, ນໍ້າຕົກ​ບຣູ​ໄນຣ (blue nile ​ falls) ເປັນ​ນໍ້າຕົກ​ທີ່​ສູງ​ແລະ​ໃຫຍ່​ຫຼາຍ, ນໍ້າຕົກ​ນີ້​ແມ່ນ​ມີ​ຕົ້ນ​ກໍາ​ເນີ​ດມາ​ຈາກ​​ແມ່​ນໍ້າ​ໄນຣຢູ່​ປະ​ເທດ​ເອທິ​ໂອ​ເປຍ ​ເປັນ​ທີ່​ຮູ້ຈັກ​ກັນ​ອີກ​ຊື່​ໜື່ງກໍ່​​ແມ່ນ (smoking water).